5940

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 16/08/2024 xtgmf]k; ສຊປລ ສະຫລອງ... ກະຊວງ ຖວທ ຈັດກິດຈະກຳ... ກະຊວງ ຮສສ ເປີດນຳໃຊ້... ກວດກາຄວາມສອດຄ່ອງ ສະພາແຫ່ງຊາດ ປາຖະກະຖາ... ສສຊ ແລະ ສສນວ... ຮອງລັດຖະມົນຕີ ກະຊວງ... ເພີ່ມທະວີ... ບໍລິສັດ ວັງຕັດ... ໄດ້ກຳນົດໄວ້. ຜ່ານມາປະເທດພວກເຮົາ ໄດ້ຫັນລັດຖະທຳມະນູນເປັນ ກົດໝາຍ, ນິຕິກຳລຸ່ມກົດໝາຍ ໄດ້ຫລາຍພໍສົມຄວນ ເຊິ່ງໄດ້ເຮັດໃຫ້ການ ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ນັບມື້ເປັນລະບົບ ຄົບຊຸດ ເທື່ອລະກ້າວ, ເປັນພື້ນຖານຄ້ຳປະກັນ ໃຫ້ແກ່ການປະຕິບັດ ແລະ ເສີມ ຂະຫຍາຍສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ. ພ້ອມດຽວກັນກໍ່ໄດ້ສຸມ ໃສ່ໂຄສະນາເຜີຍແຜ່ລັດຖະທໍາມະນູນ ແລະ ກົດໝາຍ ຢ່າງກວ້າງຂວາງ ດ້ວຍຫລາຍຮູບຫລາຍສີ; ເອົາໃຈໃສ່ຊຸກຍູ້ການປະຕິບັດລັດຖະທຳມະນູນ ແລະ ກົດໝາຍທົ່ວເຖິງ; ປັບປຸງອົງການນິຕິບັນຍັດ, ອົງການບໍລິຫານ ແລະ ອົງການຕຸລາການ ໃຫ້ມີຄຸນນະພາບນັບມື້ສູງຂຶ້ນ ຕາມທິດກະທັດຮັດສົມ ເຫດສົມຜົນ ແລະ ມີປະສິດທິຜົນ, ທັງໄດ້ມີການເອົາໃຈໃສ່ຊຸກຍູ້, ຕິດຕາມ, ກວດກາການປະຕິບັດລັດຖະທຳມະນູນ ແລະ ກົດໝາຍ, ແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດ ເຂົ້າສູ່ລະບຽບແບບແຜນ, ນຳເອົາຜົນປະໂຫຍດມາໃຫ້ແກ່ຊາດ ແລະ ປະຊາຊົນ ນັບມື້ຫລາຍຂຶ້ນ. ໃນສະເພາະໜ້າ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດລັດຖະທໍາມະນູນ ສະບັບປີ 2015 ໃຫ້ສອດຄ່ອງກັບເນື້ອໃນພື້ນຖານ ຂອງໂຄງການການເມືອງຂອງພັກ ແລະ ມະຕິຕ່າງໆຂອງກອງປະຊຸມໃຫຍ່ ຂອງພັກ ໃນຕໍ່ໜ້າ, ທັງເປັນບ່ອນອີງພື້ນຖານຮັບປະກັນໃຫ້ແກ່ການສ້າງ ແລະ ປັບ ປຸງກົດໝາຍໃນຕໍ່ໜ້າ ໃຫ້ເປັນລະບົບຄົບຊຸດ, ສອດຄ່ອງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຈຶ່ງມີການປັບປຸງລັດຖະທຳມະນູນ ສະບັບ ດັ່ງ ກ່າວ, ຄາດວ່າຈະໃຫ້ສຳເລັດໃນກາງປີ 2025. ການປັບປຸງລັດຖະທຳມະ ນູນແມ່ນສຸມໃສ່ຄົ້ນຄວ້າ ແລະ ປັບປຸງບາງໝວດ, ບາງມາດຕາທີ່ຈຳເປັນ ເປັນຕົ້ນ ໝວດກ່ຽວກັບການປົກຄອງທ້ອງຖິ່ນ ແລະ ຈະຄົ້ນຄວ້າສະເໜີ ເພີ່ມບາງມາດຕາ, ບາງຂໍ້ບັນຍັດ ທີ່ເຫັນວ່າມີຄວາມສຳຄັນ ແລະ ຈຳເປັນ, ພ້ອມທັງສຸມໃສ່ຄົ້ນຄວ້າ, ປັບປຸງເນື້ອໃນໃຫຍ່ ທີ່ສຳຄັນ ຈຳນວນໜຶ່ງ ຂອງ ລັດຖະທຳມະນູນ (ບໍ່ໄດ້ປັບປຸງໝົດສະບັບ) ເພື່ອເຮັດໃຫ້ເນື້ອໃນຂອງລັດຖະ ທຳມະນູນ ສະບັບໃໝ່ຖືກຕ້ອງ, ສອດຄ່ອງ, ຄົບຖ້ວນ, ຮັດກຸມ ແລະ ສາມາດ ຈັດຕັ້ງປະຕິບັດໄດ້.ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບທຳອິດ ໄດ້ປະກາດໃຊ້ ໃນວັນທີ 15 ສິງຫາ 1991. ຜ່ານການຈັດຕັ້ງປະຕິບັດໄດ້ ມີການປັັບປຸງມາແລ້ວ 2 ຄັ້ງ. ໃນນັ້ນ, ຄັ້ງທຳອິດ ປັບປຸງໃນປີ 2003, ຄັ້ງທີ 2 ປັບປຸງໃນປີ 2015, ໃນຕະຫລອດໄລຍະດັ່ງກ່າວ, ລັດໄດ້ຜັນຂະ ຫຍາຍລັດຖະທຳມະນູນ ເປັນກົດໝາຍໃນຂົງເຂດຕ່າງໆ ມີຈຳນວນທັງ ໝົດ 167 ສະບັບ. ໃນນີ້, ຂົງເຂດເສດຖະກິດ 75 ສະບັບ, ຂົງເຂດວັດທະ ນາທຳ-ສັງຄົມ 42 ສະບັບ, ຂົງເຂດການປົກຄອງ ແລະ ນິຕິກຳ 32 ສະ ບັບ, ຂົງເຂດປ້ອງກັນຊາດປ້ອງກັນຄວາມສະຫງົບ 13 ສະບັບ, ຂົງເຂດ ການຕ່າງປະເທດ 5 ສະບັບ. ລັດຖະທຳມະນູນ ແລະ ກົດໝາຍ ເຫລົ່ານັ້ນ, ໄດ້ກາຍເປັນພາຫະນະອັນແຫລມຄົມ ໃນການດັດປັບການພົວພັນສັງຄົມ ຕາມແນວທາງປ່ຽນແປງໃໝ່ ຮອບດ້ານມີຫລັກການຂອງພັກ, ເຮັດ ໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍໄດ້ມີ ຄວາມເຂັ້ມງວດ ແລະ ສັກສິດເປັນກ້າວໆ, ສະຕິເຄົາລົບ ແລະ ປະຕິບັດລັດ ຖະທຳມະນູນ ແລະ ກົດໝາຍ ໃນທົ່ວສັງຄົມ ໄດ້ຮັບການຍົກສູງຂຶ້ນ ເຊິ່ງ ໄດ້ສ້າງເງື່ອນໄຂພື້ນຖານ ໃຫ້ແກ່ການສ້າງລັດ ເປັນລັດທີ່ປົກຄອງດ້ວຍ ກົດໝາຍ. ເພື່ອແນໃສ່ການຈັດຕັ້ງປະຕິບັດລັດຖະທຳມະນູນມີຄວາມເຂັ້ມງວດ ແລະ ມີປະສິດທິຜົນ ພວກເຮົາຕ້ອງພ້ອມກັນສຸມໃສ່ ເພີ່ມທະວີການໂຄສະ ນາສຶກສາອົບຮົມ ໃຫ້ພົນລະເມືອງລາວທຸກຄົນຮັບຮູ້ເຊື່ອມຊຶມ ແລະ ກຳ ແໜ້ນກ່ຽວກັບລັດຖະທຳມະນູນ ແລະ ກົດໝາຍຕ່າງໆ ດ້ວຍຫລາຍຮູບ ການ, ຫລາຍລະດັບອັນເຫມາະສົມ, ສ້າງເງື່ອນໄຂໃຫ້ມີການປະຕິບັດກົດ ໝາຍຢ່າງເຂັ້ມງວດ, ຮູ້ນໍາໃຊ້ກົດໝາຍເພື່ອປົກປ້ອງສິດຜົນປະໂຫຍດ ອັນຊອບທຳ ແລະ ປະຕິບັດພັນທະຂອງຕົນຢ່າງຖືກຕ້ອງ, ສຶກສາອົບຮົມ ໃຫ້ທຸກຄົນກ້າເຂົ້າສູ່ແບບແຜນການດຳລົງຊີວິດ ແລະ ເຮັດວຽກງານຕາມ ກົດໝາຍທີ່ໄດ້ວາງອອກ; ສ້າງສະຕິກົດໝາຍ, ເຮັດໃຫ້ທຸກຄົນເຄົາລົບ,ຮັບ ຮູ້ຢ່າງຖືກຕ້ອງກ່ຽວກັບທາດແທ້, ພາລະບົດບາດຂອງກົດໝາຍລະບອບ ປະຊາທິປະໄຕປະຊາຊົນ ຕໍ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ຕໍ່ຄອບຄົວ, ໝູ່ເພື່ອນ ແລະ ຕໍ່ແຕ່ລະຄົນ. ອົງການໄອຍະການ ແລະ ສານປະຊາຊົນ ແລະ ເຈົ້າໜ້າທີ່ສືບສວນສອບສວນຂັ້ນຕ່າງໆ ເຊິ່ງເປັນຜູ້ປົກປ້ອງກົດໝາຍຕ້ອງ ດຳເນີນງານດ້ວຍຄວາມສຸຂຸມຮອບຄອບ, ທ່ຽງທຳ ເພື່ອປົກປ້ອງຄວາມ ຍຸຕິທຳ, ປົກປ້ອງຜົນປະໂຫຍດອັນຊອບທຳຂອງລັດ ແລະ ພົນລະເມືອງ, ໂດຍຍຶດໝັ້ນໃນທິດນຳທີ່ວ່າ :“ຜູ້ກະທຳຜິດຕ້ອງຖືກລົງໂທດຕາມກົດ ໝາຍ, ຜູ້ບໍ່ກະທຳຜິດບໍ່ຖືກລົງໂທດ”. ເອົາໃຈໃສ່ເພີ່ມທະວີວຽກງານສຶກສາ ອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ, ລັດຖະກອນຂອງບັນດາອົງ ການປົກປ້ອງກົດໝາຍໃຫ້ເປັນປົກກະຕິ ເພື່ອເຮັດໃຫ້ແຕ່ລະຄົນກຳແໜ້ນ ທັດສະນະ, ແຜນນະໂຍບາຍ ແລະ ແນວທາງປ່ຽນແປງໃໝ່ຂອງພັກ, ກຳ ແໜ້ນລັດຖະທຳມະນູນ ແລະ ກົດໝາຍ, ເຊີດຊູຫລັກໝັ້ນຊົນຊັ້ນຢ່າງໜັກ ແໜ້ນ, ນໍ້າໃຈບໍລິສຸດຕໍ່ປະເທດຊາດ ຕໍ່ປະຊາຊົນ, ຕ້ານແນວຄິດເອກະຊົນ, ສວຍໂອກາດ, ສໍ້ລາດບັງຫລວງ ແລະ ປະກົດການຫຍໍ້ທໍ້ອື່ນໆໃນສັງຄົມ. ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວພ້ອມກັນເພີ່ມ ທະວີນໍ້າໃຈຮັກຊາດ, ຄວາມສາມັກຄີເປັນເອກະພາບ, ນໍ້າໃຈເປັນເຈົ້າຕົນ ເອງ ເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ບຸກບືນຜ່ານຜ່າ ຄວາມຫຍຸ້ງຍາກ, ຕັ້ງໜ້າປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດທິດ ທາງ, ຈຸດໝາຍຂອງພັກ, ມະຕິກອງປະຊຸມໃຫຍ່ຂອງພັກກໍ່ຄືແຜນພັດທະ ນາເສດຖະກິດ-ສັງຄົມ ຂອງລັດໃຫ້ປະກົດເປັນຈິງ. ພ້ອມກັນປະຕິບັດລັດ ຖະທຳມະນູນ ແລະ ລະບຽບກົດໝາຍໃຫ້ເຂັ້ມງວດ ເຮັດໃຫ້ສັງຄົມມີຄວາມ ສະຫງົບ ແລະ ຍຸຕິທຳ ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ຊົມເຊີຍວັນລັດຖະທຳມະນູນ ແຫ່ງຊາດ ຄົບຮອບ 33 ປີ ຢ່າງສຸດໃຈ! ວັງຕັດ ມາຍນິງກຣຸບ ແລະ ຕາງ ໜ້າຮັບໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ, ຮອງປະທານ, ຜູ້ປະຈໍາການຄະ ນະຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາ ຊຽນຂອງ ສປປ ລາວ ໃນປີ 2024 ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານຮອງ ນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມ ເຊີຍ ແລະ ຂອບໃຈຕໍ່ການສະໜັບສະ ໜູນຂອງ ບໍລິສັດດັ່ງກ່າວ, ພ້ອມທັງ ຢືນຢັນວ່າຈະນຳເອົາທຶນທີ່ໄດ້ຮັບ ໃນຄັ້ງນີ້, ໄປນຳໃຊ້ເຂົ້າໃນວຽກ ງານການດໍາເນີນການເປັນປະທານ ອາຊຽນຂອງ ສປປ ລາວ ໃນປີ 2024, ລວມທັງການກະກຽມ ແລະ ດໍາເນີນກອງປະຊຸມສຸດຍອດອາ ຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວ ຂ້ອງພາຍໃຕ້ຄໍາຂວັນ“ເພີ່ມທະວີ ການເຊື່ອມຈອດ ແລະ ຄວາມເຂັ້ມ ແຂງອາຊຽນ” ທີ່ຈະຈັດຂຶ້ນໃນວັນ ທີ 8-11 ຕຸລາ 2024 ທີ່ນະຄອນ ຫລວງວຽງຈັນ ເຊິ່ງຈະມີປະມຸກລັດ ຫລື ຫົວໜ້າລັດຖະບານຂອງບັນດາ ປະເທດສະມາຊິກອາຊຽນ, ຄູ່ເຈລະ ຈາອາຊຽນ ແລະ ຄູ່ຮ່ວມມືອື່ນໆ ຂອງອາຊຽນ ເຂົ້າຮ່ວມ. ຂ່າວ-ພາບ: ກຕທ ລັກສະນະເລົ່າຄືນມູນເຊື້ອ, ຂະບວນ ວິວັດໃນການຈັດຕັ້ງປະຕິບັດໜ້າທີ່ ວຽກງານ, ການເຕີບໃຫຍ່ຂະຫຍາຍ ຕົວຂອງບຸກຄົນ, ການຈັດຕັ້ງ ຫລື ວັນສຳຄັນຕ່າງໆຂອງຊາດ. ແຕ່ ການສະເຫລີມສະຫລອງວັນສຳ ຄັນໃນຄັ້ງນີ້, ແມ່ນຕິດພັນກັບຂະ ບວນການປັບປຸງລັດຖະທຳມະນູນ ສະບັບປີ 2015 ຂອງຄະນະກຳມະ ການລະດັບຊາດ. ສະນັ້ນ, ໄດ້ດຳ ເນີນໃນລັກສະນະເປັນການແລກ ປ່ຽນຄວາມຄິດເຫັນກ່ຽວກັບການ ສ້າງ ແລະ ປັບປຸງລັດຖະທຳມະນູນ ໃນໄລຍະຜ່ານມາ ເພື່ອເປັນການ ເກັບກຳຂໍ້ມູນທີ່ເປັນປະໂຫຍດໃນ ການກະກຽມປັບປຸງລັດຖະທຳມະ ນູນ ໃນຕໍ່ໜ້າ ໃຫ້ມີຄວາມສອດຄ່ອງ, ຮັດກຸມ, ແທດຕົວຈິງ ແລະ ມີເນື້ອໃນ ຄົບຖ້ວນ, ສົມບູນກ່ອນຈະສະເໜີ ລາຍງານຂໍທິດຊີ້ນຳຈາກ ກອງປະ ຊຸມກົມການເມືອງຮ່ວມກັບຄະນະ ເລຂາທິການສູນກາງພັກ ໃນທ້າຍ ເດືອນສິງຫານີ້. ພ້ອມນີ້, ທ່ານ ຄຳແພງ ວິລະພັນ ຄະນະປະຈຳສະພາແຫ່ງຊາດ, ປະ ທານກຳມາທິການກົດໝາຍ ກໍໄດ້ ສະເໜີບົດສະຫລຸບການປະເມີນ ຜົນການຈັດຕັ້ງປະຕິບັດລັດຖະທຳ ມະນູນ ສະບັບປີ 2015 ແລະ ຮັບ ຟັງການປາຖະກະຖາວັນ ລັດຖະທໍາ ມະນູນແຫ່ງຊາດ ຄົບຮອບ 33 ປີ. ຈາກນັ້ນ, ທ່ານ ຈະເລີນ ເຍຍປາວເຮີ ກໍໄດ້ເລົ່າຄືນເລີ່ມແຕ່ມື້ລົງມືສ້າງ, ບຸກຄົນຢູ່ໃນຄະນະສ້າງ,ປັບປຸງແລະ ເຫດຜົນຂອງການປະກາດເປັນວັນ ລັດຖະທໍາມະນູນແຫ່ງຊາດຈົນຮອດ ປັດຈຸບັນ. ຂ່າວ-ພາບ ສພຊ ຣາຊະອານາຈັກໄທ ຢ່າງເປັນທາງ ການ ໂດຍໃຫ້ການຕ້ອນຂອງທ່ານ ພົນເອກ ຊົງວິດ ໜຸນພັກດີ ຜູ້ບັນ ຊາການທະຫານສູງສຸດ ແຫ່ງຣາ ຊະອານາຈັກໄທ ພ້ອມຄະນະ. ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢູ່ກອງບັນຊາການທະ ຫານສູງສຸດ ແຫ່ງຣາຊະອານາຈັກ ໄທ. ຈາກນັ້ນ, ກໍໄດ້ມີການພົບ ປະ ສອງຝ່າຍ ເພື່ອພ້ອມກັນຕີລາຄາຄືນ ໝາກຜົນການພົວພັນຮ່ວມມືໃນໄລ ຍະຜ່ານມາ ໂດຍສະເພາະແມ່ນການ ຮ່ວມມືກັນຕ້ານ ແລະ ສະກັດກັ້ນ ການກໍ່ຄວາມບໍ່ສະຫງົບຢູ່ຕາມບໍລິ ເວນຊາຍແດນຂອງສອງປະເທດ ເປັນຕົ້ນ ການສະກັດກັ້ນການລັກ ລອບເຂົ້າເມືອງຜິດກົດໝາຍ, ອາຊະ ຍາກໍາຂ້າມຊາດ, ການຄ້າຍາເສບ ຕິດ, ການຄ້າມະນຸດ, ການຄ້າຂາຍ ເຖື່ອນ, ການຄ້າອາວຸດ ແລະ ການກໍ່ ອາຊະຍາກໍາຕ່າງໆທີ່ຜິດກົດໝາຍ. ຕໍ່ບັນຫາດັ່ງກ່າວ, ແມ່ນຈະໄດ້ພ້ອມ ກັນຈັດຕັ້ງປະຕິບັດ ແລະ ພ້ອມກັນ ຜ່ານຜ່າບັນຫາສີ່ງທ້າທາຍຢູ່ບໍລິ ເວນຊາຍແດນ, ຮັບປະກັນໄດ້ຄວາມ ສະຫງົບ ແລະ ຄວາມໜັ້ນຄົງໃຫ້ແກ່ ປະຊາຊົນສອງຊາດ, ຜ່ານການ ຮັດແໜ້ນການຮ່ວມມື, ສອງກອງ ທັບໄດ້ເອົາໃຈໃສ່ປ້ອງກັນ ແລະ ປະກອບສ່ວນເຂົ້າໃນຂົງເຂດເສດ ຖະກິດ-ສັງຄົມຂອງສອງປະເທດໄດ້ ຮັບການພັດທະ ນາດີຂຶ້ນເປັນກ້າວໆ ມີຜົນສໍາເລັດເປັນຮູບປະທໍາຫລາຍ ດ້ານ. ໃນໂອກາດນີ້, ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງ ທັບປະຊາຊົນລາວ ພ້ອມຄະນະກໍໄດ້ ເຂົ້າຢ້ຽມຂໍ່ານັບທ່ານສຸທິນຄັງແສງ ລັດຖະມົນຕີວ່າການກະຊວງກະລາ ໂຫມ ຣາຊະອານາຈັກໄທ ຕື່ມອີກ. ຂ່າວ-ພາບ: ພັນຕີ ສີປະພັນ ແກ້ວມະນີວົງ ຫົວຂໍ້: ເລີ່ມຈາກຄົ້ນຫາສູ່ຄວາມ ກ້າວໜ້າເສັ້ນທາງດີຈິຕອນ ຂອງໄວ ໜຸ່ມ ເພື່ອການພັດທະນາທີ່ຍືນຍົງ ໂດຍມີ ທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ທ່ານນາງທໍາມາ ເພັດວິໄຊ ຮອງປະທານສູນກາງສະ ຫະພັນແມ່ຍິງລາວ, ທ່ານ ວິໄລ ວົງຄະເສີມ ຮອງປະທານສູນກາງ ກໍາມະບານລາວ, ທ່ານ ນາງ ສາລີ້ຜູ້ ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ, ບັນດາທານຕາງໜ້າ ຈາກເອກອັກຄະລັດຖະທູດ, ຕາງ ໜ້າຈາກຄະນະຊາວໜຸ່ມບັນກະ ຊວງ-ອົງການອ້ອມຂ້າງ ຕະຫລອດ ຮອດສະມາຊິກຊາວໜຸ່ມ-ໄວໜຸ່ມ ເຂົ້າຮ່ວມ. ທ່ານ ມອນໄຊ ລາວມົວຊົ່ງ ໄດ້ ມີຄໍາເຫັນວ່າ: ການຈັດງານຄັ້ງນີ້, ເປັນການສ້າງເວທີໃຫ້ໄວໜຸ່ມໄດ້ ສະແດງຄວາມຮູ້, ຄວາມສາມາດ ຂອງຕົນເອງ, ເປັນເວທີໃນການ ພົບປະແລກປ່ຽນຂໍ້ມູນຂ່າວສານ ເຊິ່ງກັນ ແລະ ກັນ, ການຊ່ວຍເຫລືອ ສັງຄົມ ໂດຍການບໍລິຈາກເລືອດ, ກິດຈະກຳແຂ່ງຂັນຖາມ-ຕອບອອນ ລາຍແລະ ເປັນການຫັດແໜ້ນຄວາມ ສາມັກຄີກັບທຸກກຸ່ມຄົນ, ທຸກເພດ ທຸກໄວ, ດັ່ງຫົວຂໍ້ທີ່ວ່າ: “ເລີ່ມຈາກ ຄົ້ນຫາ, ສູ່ຄວາມກ້າວໜ້າ, ເສັ້ນທາງ ດີຈິຕອນຂອງໄວໜຸ່ມ ເພື່ອການ ພັດ ທະນາທີ່ຍືນຍົງ” ເຊິ່ງຈຸດປະສົງເພື່ອ ເຫັນໄດ້ບົດບາດອັນສຳຄັນຂອງເຕັກ ໂນໂລຊີ, ບົດບາດຂອງໄວໜຸ່ມ, ທຸກ ຄົນໃນສັງຄົມ ໃນການຫັນປ່ຽນເປັນ ດີຈິຕອນ ທັນສະໄໝ ແລະ ຊາວໜຸ່ມ ຍັງເປັນກຳລັງຕົ້ນຕໍໃນການສ້າງ ສາພັດທະນາປະເທດຊາດ. ທ່ານ ມອນໄຊ ລາວມົວຊົ່ງ ຍັງ ໃຫ້ຮູ້ອີກວ່າ: ດ້ວຍຄວາມເປັນຫ່ວງ ເປັນໄຍຂອງພັກ-ລັດ ກໍຄື ສູນກາງ ຊາວໜຸ່ມ ປະຊາຊົນປະຕິວັດລາວ ທີ່ເຫັນໄດ້ຄວາມສຳຄັນຂອງໄວໜຸ່ມ ຈຶ່ງໄດ້ຮ່ວມກັບອົງການສະຫະປະ ຊາຊາດ ກອງທຶນສຳລັບປະຊາກອນ ໃນການສ້າງຍຸດທະສາດການພັດ ທະນາຊາວໜຸ່ມເຍົາວະຊົນລາວ ປີ 2021-2030 ເພື່ອເປັນບ່ອນອີງ ໃນການເຄື່ອນໄຫວສ້າງໃຫ້ໄວໜຸ່ມ ເປັນຄົນທີ່ມີສະຕິປັນຍາ, ມີຄວາມ ເຂັ້ມແຂງທາງດ້ານຮ່າງກາຍ, ຈິດ ໃຈ, ມັນສະໝອງ. ຄຽງຄູ່ກັນນັ້ນ, ສູນກາງຊາວໜຸ່ມ ກໍ່ໄດ້ສ້າງກົດ ໝາຍຊາວໜຸ່ມ ແລະ ກະກຽມສ້າງ ກົດໝາຍເຍົາວະຊົນ ເພື່ອປົກປ້ອງ ສິດຜົນປະໂຫຍດອັນຊອບທຳໃຫ້ ແກ່ຊາວໜຸ່ມ-ເຍົາວະຊົນ ແລະ ກະ ກຽມເປີດກອງປະຊຸມໃຫຍ່ສະຫະ ພັນຊາວໜຸ່ມລາວ ເພື່ອເຕົ້າໂຮມ ເອົາສະມາຄົມຕ່າງໆທີ່ເຄື່ອນໄຫວ ກ່ຽວກັບວຽກງານຊາວໜຸ່ມ-ເຍົາ ວະຊົນ ເຮັດໃຫ້ການເຄື່ອນໄຫວວຽກ ງາຊາວໜຸ່ມ-ເຍົາວະຊົນມີຫລາຍ ຮູບແບບສາມາດເຂົ້າເຖິງໄດ້ທຸກກຸ່ມ ຄົນບໍ່ປະໃຫ້ຜູ້ໃດໄວ້ທາງຫລັງ. ໂອກາດດຽວກັນນີ້, ຍັງມີເວທີ ສົນທະນາ ຈາກຕາງໜ້າ 5 ຂົງເຂດ ແລະ ຜູ້ຕາງໜ້າຊາວໜຸ່ມຄື: ຕາງ ໜ້າສູນກາງຊາວໜຸ່ມປະຊາຊົນປະ ຕິວັດລາວ ໃນຫົວຂໍ້: ສິ່ງທີ່ຕ້ອງເຮັດ ເພື່ອເປັນແຮງຂັບເຄື່ອນໃຫ້ຍຸດທະ ສາດຊາວໜຸ່ມ, ເຍົາວະຊົນປະສົບ ຜົນສໍາເລັດ, ສິ່ງທ້າຍ ແລະ ວິທີການ ໃນຕໍ່ໜ້າ; ຕາງໜ້າຈາກກະຊວງ ສຶກສາທິການ ແລະ ກິລາໃນຫົວຂໍ້: ຄວາມຮູ້ທາງດ້ານດີຈິຕອນການ ຮຽນຮູບແບບ ທັນສະໄໝ (ແອັບຄັງ ປັນຍາ); ກະຊວງເຕັກໂນໂລຊີ ແລະ ການສື່ສານໃນຫົວຂໍ້: ແນວທາງ, ວິທີການປະຕິບັດ ແລະ ກົນໄກທີ່ ກ່ຽວຂ້ອງເພື່ອຕອບສະໜອງໃນ ການແກ້ໄຂບັນຫາການໃຊ້ຄວາມ ຮຸນແຮງທາງສື່ອອນລາຍ; ກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ ໃນຫົວຂໍ້: ການຈ້າງງານ, ການເຂົ້າເຖິງ ແລະ ຊ່ອງວ່າງທາງ ດ້ານທັກສະທາງດີຈີຕອລ;ຜູ້ຕາງ ໜ້າຊາວໜຸ່ມ (ທີມງານຄັງສິນ ໄຊ) ໃນຫົວຂໍ້: ແບ່ງປັນສິ່ງທ້າທາຍ ທີ່ກ່ຽວຂ້ອງ ແລະ ຄວາມຕ້ອງການ ສະໜັບສະໜູນຈາກຜູ້ວາງນະໂຍ ບາຍຕ່າງໆ ເພື່ອສ້າງໃຫ້ຄັງສິນໄຊ ກາຍເປັນແອັບຄວາມຮູ້ເພື່ອໄວໜຸ່ມ. ພ້ອມນີ້, ຍັງມີການຖາມ-ຕອບຈາກ ຜູ້ເຂົ້າຮ່ວມ, ມີການສະແດງສິລະປະ, ກິດຈະກໍາບໍລິຈາກເລືອດ ແລະ ຫ້ອງ ວາງສະແດງຜະລິດຕະພັນ. ຂ່າວ: ສົມຫວັງ ລະວັນ ເຊັ່ນ: ການຜ່າຕັດ, ອຸບັດ ເຫດ, ແມ່ຍິງຖືພາ, ການເກີດລູກທີ່ມີ ອາການສົນ, ມະເຮັງ, ໄຂ່ຫລັງຊຸດ ໂຊມ ແລະ ອື່ນໆ ເຊິ່ງການມີເລືອດ ສໍາຮອງຢູ່ໃນສະຖາບັນເລືອດແຫ່ງ ຊາດ, ສູນເລືອດ ແຂວງ ແລະ ບັນດາ ໜ່ວຍເກັບຮັກສາເລືອດຂັ້ນເມືອງ ແມ່ນມີຄວາມຈຳເປັນຫລາຍ ເພື່ອ ຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມ ຄອງ, ຕິດຕາມ, ກວດກາວຽກງານ ເອົາເດັກເປັນລູກລ້ຽງ ເພື່ອເຮັດໃຫ້ ວຽກງານດັ່ງກ່າວ, ໄດ້ຮັບການຈັດ ຕັ້ງປະຕິບັດຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ແນໃສ່ຮັບປະ ກັນໃຫ້ວຽກງານການເອົາເດັກເປັນ ລູກລ້ຽງມີປະສິດທິພາບ, ປະສິດທິ ຜົນປະກອບສ່ວນເຂົ້າໃນການປົກ ປ້ອງສິດ ແລະ ຜົນປະໂຫຍດອັນສູງ ສຸດຂອງເດັກ. ກອງປະຊຸມໃນຄັ້ງນີ້, ໄດ້ຄົ້ນ ຄວ້າປຶກສາຫາລືກ່ຽວກັບຊື່, ໂຄງ ປະກອບ, ເນື້ອໃນຮ່າງດຳລັດເພື່ອ ເຮັດໃຫ້ຮ່າງກົດໝາຍສະບັບນີ້,ໃຫ້ 2024 ເພື່ອເຮັດໃຫ້ກຸ່ມເປົ້າໝາຍຜູ້ ທີ່ຊອກຫາວຽກເຮັດງານທຳລວມ ເຖິງປະຊາຊົນສາມາດເຂົ້າເຖິງວຽກ ເຮັດງານທຳສະດວກສະບາຍຂຶ້ນ ທັງເປັນການສ້າງເຄື່ອງມືໃຫ້ແກ່ສັງ ຄົມ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ ສາມາດເຂົ້າເຖິງຂໍ້ມູນຂ່າວສານ ກ່ຽວກັບວຽກງານການຈັດຫາງານ ໃນຫລາຍຊ່ອງທາງ. ທ່ານ ນາງ ອານຸສອນ ຄຳສິງ ສະຫວັດ ຫົວໜ້າກົມການຈັດຫາ ງານກະຊວງຮສສໄດ້ໃຫ້ຮູ້ວ່າ: ເວັບ ໄຊການຈັດຫາງານສ້າງຂຶ້ນເພື່ອ ເປັນການເຜີຍແຜ່ບັນດາຂໍ້ມູນຂ່າວ ສານກ່ຽວກັບການບໍລິການຈັດຫາ ງານພາຍໃນ, ການບໍລິການຈັດຫາ ງານໄປຕ່າງປະເທດ, ການສົ່ງເສີມ ການປະກອບອາຊີບອິດສະລະ, ວຽກງານຂໍ້ມູນຂ່າວສານຕະຫລາດ ແຮງງານ, ຂໍ້ມູນຂອງບັນດາວິສາ ຫະກິດບໍລິການຈັດຫາງານ, ນິຕິກຳ ແລະ ການເຄື່ອນໄຫວກ່ຽວກັບວຽກ ງານການຈັດຫາງານ ພາຍໃຕ້ການ ຄຸ້ມຄອງຂອງກົມການຈັດຫາງານ ກະຊວງ ຮສສ ເພື່ອໃຫ້ຜູ້ທີ່ມີຄວາມ ສົນໃຈຕ່າງໆລວມທັງປະຊາຊົນເຂົ້າ ເຖິງຂໍ້ມູນຂ່າວສານການບໍລິການ ການຈັດຫາງານທີ່ເປັນທາງການ ແທ້ຈິງ ແລະ ໜ້າເຊື່ອຖືໃຫ້ສັງຄົມ. ເວັບໄຊການຈັດຫາງານມີຄວາມ ຈຳເປັນ ແລະ ມີຄວາມສຳຄັນຢ່າງ ຍິ່ງໃນສະພາບເສດຖະກິດ-ສັງຄົມ ໃນປັດຈຸບັນ, ທັງເປັນປັດໄຈໜຶ່ງທີ່ ຊ່ວຍໃຫ້ແຮງງານລາວສ້າງລາຍ ຮັບ ແລະ ມີວຽກເຮັດງານທຳທີ່ ຫລາກຫລາຍ ຊຶ່ງຈະສາມາດຮັບຮູ້ ເຖິງພາລະບົດບາດ, ໜ້າທີ່ ແລະ ການບໍລິການຈັດຫາງານລວມເຖິງ ຂໍ້ມູນຂ່າວສານຕະຫລາດແຮງງານ, ການຈັດຫາງານໄປຕ່າງປະເທດ (ປະເທດໄທ, ສ ເກົາຫລີ ແລະ ຍີ່ ປຸ່ນ),ການໃຫ້ຄໍາປຶກສາອາຊີບແລະ ຈຸດບໍລິການຈັດຫາງານ, ການສົ່ງ ເສີມການປະກອບອາຊີບອິດສະລະ ແລະ ນະໂຍບາຍກ່ຽວກັບການຈັດ ຫາງານ. ຂ່າວ: ກິດຕາ,ຂໍ້ມູນ: ໜັງສືພິມປະຊາຊົນ ປະຊາຊົນ ນວ ຊຸດທີ II ເປັນຕົ້ນບົດ ລາຍງານຂອງລັດຖະບານ ແລະ ມະຕິສຳຄັນຕ່າງໆ ທີ່ຖືກຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາໃນ ກອງປະຊຸມສະພາແຫ່ງຊາດ ແລະ ສະພາປະຊາຊົນ ນວ ໃນໄລຍະ ຜ່ານມາ. ການລົງເຄື່ອນໄຫວຂອງ ສສຊ ແລະ ສສນວ ໃນຄັ້ງນີ້, ແນໃສ່ໂຄ ສະນາເຜີຍແຜ່ມະຕິກອງປະຊຸມຂອງ ສະພາແຫ່ງຊາດ ແລະ ສະພາປະຊາ ຊົນ ນວ ໃຫ້ຖັນແຖວພະນັກງານລັດຖະກອນ, ທະຫານ, ຕຳຫລວດ ແລະ ປະຊາຊົນ ຜູ້ມີສິດເລືອກຕັ້ງໄດ້ ເຊື່ອມຊຶມ, ຮັບຮູ້ເຂົ້າໃຈຢ່າງກວ້າງ ຂວາງ ແລະ ທົ່ວເຖິງ, ທັງເປັນການ ພົບປະຜູ້ມີສິດເລືອກຕັ້ງ ເພື່ອນໍາເອົາ ຄໍາສະເໜີຂອງຜູ້ມີສິດເລືອກຕັ້ງ ໄປຜັນຂະຫຍາຍ ແລະ ແກ້ໄຂບັນຫາ ຕ່າງໆທີ່ກ່ຽວຂ້ອງ ທີ່ເປັນຂໍ້ຄົງຄ້າງ ໃຫ້ຖືກຕ້ອງ, ສອດຄ່ອງຕາມແນວ ທາງນະໂຍບາຍຂອງພັກ, ລັດຖະ ບານວາງອອກ. ຂ່າວ: ທະນູທອງ, ພາບ: ເກດສະໜາ ຕອບສະໜອງເລືອດທີ່ປອດໄພໃຫ້ ແກ່ຄົນເຈັບເຫລົ່ານັ້ນໃຫ້ທັນເວລາ. ໃນໂອກາດນີ້, ທ່ານ ຄຳເຜີຍ ພິລາພາ ຜູ້ອຳນວຍການໃຫຍ່ສຳນັກ ຂ່າວສານປະເທດລາວ ຮູ້ສຶກດີໃຈ ຫລາຍທີ່ໄດ້ປະກອບສ່ວນບໍລິຈາກ ເລືອດຊ່ວຍເຫລືອສັງຄົມ ໃນໂອ ກາດວັນສື່ມວນຊົນ ແລະ ວັນພິມ ຈຳໜ່າຍ ຄົບຮອບ 74 ປີ, ການບໍລິ ຈາກເລືອດແມ່ນມີຄວາມສຳຄັນທີ່ ສາມາດຊ່ວຍເຫລືອຊີວິດເພື່ອນມະ ນຸດດ້ວຍກັນ ທັງເປັນການປະກອບ ສ່ວນຊ່ວຍເຫລືອສັງຄົມ ໂດຍບໍ່ ຫວັງຜົນຕອບແທນ ເຊິ່ງທາງວິທະ ຍາສາດການແພດໃຫ້ຮູ້ວ່າ ເລືອດ ມີຄວາມສຳຄັນຕໍ່ກັບຮ່າງກາຍຂອງ ຄົນ, ສາມາດຫລຸດຜ່ອນອັດຕາການ ຕາຍ ເຊິ່ງຄົນເຈັບທີ່ຢູ່ໃນໂຮງໝໍ ຕ່າງໆ ຍັງມີຄວາມຕ້ອງການເລືອດ ຈຳນວນຫລາຍການມີເລືອດສໍາ ຮອງຢູ່ໃນສະຖາບັນເລືອດແຫ່ງ ຊາດ, ສູນເລືອດແຂວງ ແລະ ບັນດາ ໜ່ວຍເກັບຮັກສາເລືອດຂັ້ນເມືອງ ແມ່ນມີຄວາມຈຳເປັນ ເພື່ອຕອບສະ ໜອງເລືອດທີ່ປອດໄພໃຫ້ແກ່ຄົນ ເຈັບໃຫ້ທັນເວລາ. ທ່ານ ຄຳເຜີຍ ພິລາພາ ຍັງ ໄດ້ຖືໂອກາດນີ້, ເຊີນຊວນບຸກຄົນທີ່ມີ ຄວາມພ້ອມທາງດ້ານຮ່າງກາຍ, ມີສຸຂະພາບແຂງແຮງ, ຜູ້ທີ່ມີເງື່ອນ ໄຂ ຈົ່ງພ້ອມກັນສະໝັກໃຈຮ່ວມບໍລິ ຈາກເລືອດຢູ່ສູນເລືອດແຫ່ງຊາດ, ສູນເລືອດແຂວງ ທີ່ໃກ້ບ້ານ ເພື່ອໃຫ້ ມີເລືອດພຽງພໍ, ປອດໄພ ແລະ ຕອບ ສະໜອງໃຫ້ໄດ້ທັນເວລາ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ຮັດກຸມຂຶ້ນຕື່ມ. ນອກນີ້, ຜູ້ເຂົ້າຮ່ວມ ກອງປະຊຸມຍັງພ້ອມກັນສຸມໃສ່ປະ ກອບຄຳຄິດຄຳເຫັນ,ສົນທະນາແລະ ແລກປ່ຽນຄວາມຄິດເຫັນໃສ່ຮ່າງ ກົດໝາຍຢ່າງກົງໄປກົງມາ ແລະ ມີ ບັນຍາກາດຟົດຟື້ນພໍສົມຄວນ. ຂ່າວ: ນ້ອຍພວງວັນ

RkJQdWJsaXNoZXIy MTc3MTYxMQ==