5938

xtgmf]k; 6 14/08/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme ແຫລ່ງຂໍ້ມູນຈາກ: ແຂວງຜົ້ງສາລີ ry mu degdqj kcdj 8k,7;k,g-nj v0v'-q ogzqj kvk7k ໂດຍ: ເກີດຂວັນໃຈ ມາລີຈັນສີ rkd.8h ]k; dkpgxa oxkpmk'dkomj v'mj P;pvfoy pq , * ປະເທດລາວມີຫລາຍຊົນ ເຜົ່າດຳລົງຊີວິດຢູ່ຮ່ວມກັນ ເຊິ່ງມີ ຮີດຄອງປະເພນີ ແລະ ຄວາມເຊື່ອ ຂອງແຕ່ລະເຜົ່າແຕກຕ່າງກັນ ແຕ່ ກໍສາມາດຢູ່ຮ່ວມກັນຢ່າງສະຫງົບ ສຸກ, ພ້ອມກັນພັດທະນາ ແລະ ສ້າງ ສາປະເທດຊາດ. ຊົນເຜົ່າອາຄາ ກໍ ເປັນອີກຊົນເຜົ່າໜຶ່ງທີ່ມີຄວາມເຊື່ອ ແລະ ຮີດຄອງປະເພນີທີ່ເປັນເອກະ ລັກຂອງເຜົ່າຕົນ. ພີທີກຳ “ປົວຜີ” ຢູ່ທີ່ປ່າແກ່ ແມ່ນອີກໜຶ່ງພິທີກຳໜຶ່ງທີ່ເກົ່າແກ່ ຂອງຊົນເຜົ່າອາຄາ (ລຸມາ) ຢູ່ທີ່ ບ້ານອາເຊີ, ເມືອງສຳພັນ, ແຂວງ ຜົ້ງສາລີ. ໂດຍພິທີດັ່ງກ່າວນີ້ຈະມີ ຂຶ້ນໃນເດືອນກໍລະກົດຂອງທຸກໆ ປີ ເຊິ່ງເຖົ່າແກ່ແນວໂຮມພາຍໃນ ບ້ານຈະຄັດເລືອກເອົາມື້ງາມຍາມ ດີໃນການ “ປົວຜີ” ຈຸດປະສົງໃນ ການເຮັດພິທີ ກໍເພື່ອບໍ່ໃຫ້ສັດປ່າ ແຕ່ລະຊະນິດ ໄປທຳລາຍພືດຜັກ ແລະ ຜົນລະປູກຂອງປະຊາຊົນ ໃນເຂດດັ່ງກ່າວ. ໃນພິທີດັ່ງກ່າວນີ້ ແມ່ນໄດ້ເອົາ “ໝູໂຕໜ່ຶງ” ເພື່ອໄປ ຂ້າແລ້ວນຳມາເຮັດພິທີ “ປົວຜີ” ຕາມຮີດຄອງ, ຈາກນັ້ນເອົາ “ຕົ້ນ ເຂົ້າ” ຂອງແຕ່ລະຄອບຄົວພາຍ ໃນບ້ານໄປມັດໃສ່ຕົ້ນໄມ້ທີ່ສູງ ຕາມ ຄວາມເຊື່ອ ແລ້ວແມ່ນເພື່ອໃຫ້ໄດ້ ໝາກຜົນທີ່ສູງ ຫລື ເພື່ອໃຫ້ໄດ້ຜົນ ຜະລິດຢ່າງຫລວງຫລາຍຕາມທີ່ ວາງໄວ້. ການເຮັດພິທີກຳນີ້ໄດ້ສະແດງໃຫ້ ເຫັນເຖິງເອກະລັກຮີດຄອງປະເພນີ ທີ່ເຜົ່າອາຄາ ໃນເຂດດັ່ງກ່າວຍັງຄົງ ຮັກສາກັນໄວ້ໄດ້ຕັ້ງແຕ່ສະໄໝບູ ຮານນະການຈົນເຖິງປັດຈຸບັນ. ມົນສະເໜ່ທໍາມະຊາດນັບພັນປີຍັງ ບໍ່ຖືກທໍາລາຍ ນອກຈາກນັ້ນກໍມີຕໍາ ນານແຫລ່ງພູໄຟເກົ່າລະເບີດແລ້ວ ນັບຫລາຍຮອ້ຍປີ; ຖິ່ນກໍາເນີດໝາກ ກາເຟ, ໝາກຖົ່ວລຽນພັນພື້ນເມືອງ ລວມເຖິງຫລີ່ຜີຄອນພະເພັງທີ່ຄຸ້ນ ເຄີຍໄດ້ຍິນໃນຫູຕະຫລອດວ່າອັນຍະ ມະນີແຫ່ງແມ່ນໍ້າຂອງ ແລະ ອື່ນໆ. ດັ່ງທີ່ໄດ້ຮູ້ ແລະ ອ່ານຂ່າວຜ່ານ ສື່ອອນລາຍໄດ້ນໍາສະເໜີໃນທີ 31 ກໍລະກົດ 2024, ລັດຖະບານກໍຄືອໍາ ນາດການປົກຄອງແຂວງຈໍາປາສັກ ໄດ້ໃຫ້ຄວາມເອົາໃຈການເຊື່ອມ ໂຍງເຊື່ອມຈອດ, ການພັດທະນາ ເສດຖະກິດ-ສັງຄົມ, ການແກ້ໄຂ ຄວາມທຸກສຸກຂອງປະຊາຊົນລາວ ບັນດາເຜົ່າ ເຊິ່ງໄດ້ຈັດພິທີເຊັນບົດ ບັນທຶກ ຍົກເລີກສັນຍາສໍາປະທານ ແລະຍົກເລີກການເກັບຄ່າຜ່ານທາງ 14A ບ້ານຫ້ວຍເພັກ ເມືອງໂພນ ທອງ ຫາ ບ້ານພະພີນ ເມືອງຈໍາປາ ສັກ ແຂວງຈໍາປາສັກ ຢ່າງຖາວອນ ນັບແຕ່ວັນທີ 1 ສິງຫາ 2024 ເປັນ ຕົ້ນໄປ. ພິທີເຊັນສັນຍາຈັດຂຶ້ນ ຢູ່ສໍານັກ ງານປົກຄອງແຂວງຈໍາປາສັກໂດຍ ການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປະລິນຍາເອກ ອາລຸນໄຊ ສູນນະ ລາດ ກໍາມະການສູນກາງພັກ ເລຂາ ພັກແຂວງ ເຈົ້າແຂວງຈໍາປາສັກ. ມີບັນດາທ່ານການນໍາຂອງແຂວງ ທີ່ເປັນຄະນະກໍາມະການ ຕາມການ ຕົກລົງຂອງທ່ານເຈົ້າແຂວງຈໍາປາ ສັກ ເລກທີ 616/ຈຂ.ຈສ, ລົງວັນທີ 30 ພຶດສະພາ 2024, ປະທານ ບໍລິສັດ ດວງດີກໍ່ສ້າງຂົວ-ທາງ ຈໍາ ກັດຜູ້ດຽວ ພ້ອມດ້ວຍຄະນະ ກໍໄດ້ ເຂົ້າຮ່ວມຢ່າງພ້ອມພຽງ. ເສັ້ນທາງ14A ເປັນເສັ້ນທາງ ໃໝ່ບໍລິສັດ ດວງດີກໍ່ສ້າງຂົວ- ທາງ ຈໍາກັດຜູ້ດຽວ ໄດ້ສະເໜີສຶກສາສໍາ ຫລວດໃນຄັ້ງວັນທີ13ມີນາ2008, ວັນທີ 11 ພຶດສະພາ 2008 ໄດ້ເລີ່ມ ລົງມືສຳຫລວດ-ເກັບກຳຂໍ້ມູນພາກ ສະໜາມ ແລ້ວດຳເນີນການອອກ ແບບ ເຊິ່ງຄວາມຍາວ25ກິໂລແມັດ, ໜ້າທາງກວ້າງ 9 ແມັດ, ທາງລົດ ແລ່ນກວ້າງ 7 ແມັດ(ບ່າທາງກວ້າງ ເບື້ອງລະ 1 ແມັດ ແລະ ກໍ່ສ້າງຂົວ ເບຕົງເສີມເຫລັກຂາງອັດແຮງ ຈໍາ ນວນ 9 ແຫ່ງ ຍາວ 254 ແມັດ). ໄດ້ເຊັນສັນຍາຮັບເໝົາກໍ່ສ້າງ ໃນວັນທີ 31 ຕຸລາ 2008 ພ້ອມທັງ ເລີ່ມວຽກກໍ່ສ້າງ ແລະ ສຳເລັດວຽກ ກໍ່ສ້າງ, ພ້ອມເປີດນຳໃຊ້ເປັນທາງ ການ ໃນເດືອນ 12 ປີ 2011 ເປັນ ຕົ້ນມາ ອາຍຸສັນຍາ ຮອດປີ 2032, * ນັກທ່ອງທ່ຽວຕ່າງປະເທດ ຫລັງໄຫລເຂົ້າມາຢ້ຽມຢາມພາກ ໃຕ້ ຂອງ ສປປ ລາວ ຜ່ານທາງ ດ່ານຊາຍແດນ ລາວ-ໄທ ຊ່ອງ ແມັກ ຢ່າງໜາແໜ້ນສະເລ່ຍບໍ່ຕໍ່າ ກວ່າ 5-6 ພັນຄົນຕໍ່ມື້ ເມື່ອລັດຖະ ບານກໍຄືອໍານາດປົກຄອງແຂວງ ສັ່ງຍົກເລີກ ແລະ ໃຫ້ຢຸດເຊົາສັນຍາ ສໍາປະທານເກັບຄ່າທາງ 14A ແຕ່ ບ້ານຫ້ວຍເພັກ, ເມືອງໂພນທອງ ຫາ ບ້ານພະພີນ ເມືອງຈໍາປາສັກ ຢ່າງຖາວອນ, ເລີ່ມແຕ່ 1 ສິງຫາ 2024 ເປັນຕົ້ນໄປ. ດັ່ງທີ່ຮູ້ນໍາກັນ ແຂວງຈໍາປາສັກ ແມ່ນແຂວງໜຶ່ງໃນພາກໃຕ້ຂອງ ສປປ ລາວ ທີ່ເປັນຈຸດໃຈກາງທາງ ຜ່ານລະຫວ່າງຊາດສະມາຊິກອາ ຊຽນເຊັ່ນ: ໄທ, ກໍາປູເຈຍ ແລະ ຫວຽດນາມ ເຊິ່ງມັນບໍ່ພຽງມີຄວາມ ສໍາຄັນຕໍ່ການຂົນສົ່ງສິນຄ້າລະ ຫວ່າງປະເທດເທົ່ານັ້ນຫາກຍັງເປັນ ຈຸດໃຈກາງແຫລ່ງທ່ອງທ່ຽວທາງ ທໍາມະຊາດທີ່ມີຊື່ສຽງໂດ່ງດັງກ້ອງ ໂລກຈົນໄດ້ຮັບຄວາມນິຍົມຢ່າງ ກວ້າງຂວາງໂດຍສະເພາະແຫລ່ງ ທ່ອງທ່ຽວນໍ້າຕົກຕາດ 42 ແຫ່ງ ທີ່ ເຊື່ອງຊ້ອນໃນພູຜາປ່າດົງຕືບກັບ ແຕ່ອີງໃສ່ຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນຂອງ ແຂວງກໍຄືຂອງປະເທດທີ່ກໍາລັງປະ ເຊີນຢູ່ ເພື່ອເປັນການຫລຸດຜ່ອນພາ ລະໃຊ້ຈ່າຍ ໃຫ້ແກ່ພະນັກງານ, ທະ ຫານ,ຕໍາຫລວດແລະປະຊາຊົນບັນ ດາເຜົ່າ ລວມເຖິງນັກທ່ອງທ່ຽວ ທີ່ ນໍາໃຊ້ເສັ້ນທາງດັ່ງກ່າວ, ອົງການ ປົກຄອງແຂວງຈໍາປາສັກຈຶ່ງໄດ້ປຶກ ສາຫາລືແລະ ເອກະພາບກັບບໍລິສັດ ດວງດີກໍ່ສ້າງຂົວ-ທາງຈໍາກັດຜູ້ດຽວ ເພື່ອຍົກເລີກສັນຍາສໍາປະທານ ແລະ ຍົກເລີກການເກັບຄ່າຜ່ານທາງ ເສັ້ນດັ່ງກ່າວຢ່າງຖາວອນ ນັບແຕ່ ວັນທີ 1 ສິງຫາ 2024 ເປັນຕົ້ນໄປ. ສະນັ້ນການຍົກເລີກການເກັບຄ່າ ທາງຄັ້ງແມ່ນຄວາມສໍາຄັນຕໍ່ການ ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມ, ການເຊື່ອມ ໂຍງເຊື່ອມຈອດ, ການຊຸກຍູ້ການ ທ່ອງທ່ຽວ ແລະ ຍົກລະດັບການດຶງ ດູດລາຍຮັບຈາກການທ່ອງທ່ຽວ ເພື່ອເຮັດໃຫ້ການພັດທະນາເສດຖະ ກິດມີຄວາມໝັກແໜ້ນເປັນກ້າວໆ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==