5938

xtgmf]k; 4 3]d c]t gsfdko *** ຕໍ່ຈາກສະບັບກ່ອນ*** 14/08/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 2. ແນວຄິດຊີ້ນຳຂອງການລົງເລິກ ການປະຕິຮູບຢ່າງຮອບດ້ານຕື່ມອີກ. ຍຶດໝັ້ນລັດທິມາກ-ເລນິນ ແນວຄິດ ເໝົາເຈີຕຸ່ງ ທິດສະດີເຕິ້ງສຽວຜິງແນວ ຄິດສຳຄັນ “3 ຕົວແທນ” ແລະ ທັດສະ ນະພັດທະນາຕາມຫລັກວິທະຍາສາດ, ຈັດຕັ້ງປະຕິບັດແນວຄິດ ສີຈິ້ນຜິງ ກ່ຽວ ກັບສັງຄົມນິຍົມທີ່ມີສີສັນພິເສດຂອງ ຈີນ ໃນຍຸກໃໝ່ຢ່າງຮອບດ້ານ, ລົງເລິກ ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດແນວ ຄິດໃໝ່ທັດສະນະໃໝ່ ແລະ ການຕີລາ ຄາໃໝ່ຕ່າງໆຂອງເລຂາທິການໃຫຍ່ ສີຈິ້ນຜິງ ກ່ຽວກັບການລົງເລິກການ ປະຕິຮູບຢ່າງຮອບດ້ານ, ຈັດຕັ້ງປະຕິບັດ ແນວຄິດການພັດທະນາອັນໃໝ່ຢ່າງ ຄົບຖ້ວນຖືກຕ້ອງ ແລະ ຮອບດ້ານ, ຍຶດໝັ້ນຫລັກການລວມຂອງການເຮັດ ວຽກທີ່ສະແຫວງຫາຄວາມກ້າວໜ້າ ຢ່າງໝັ້ນທ່ຽງ, ຍຶດໝັ້ນປົດປ່ອຍແນວ ຄິດສະແຫວງຫາສັດຈະທຳຈາກຄວາມ ເປັນຈິງກ້າວເດີນໄປຂ້າງໜ້າພ້ອມກັບ ຍຸກສະໄໝ ແລະ ເຮັດແທ້ທຳຈິງ, ປົດ ປ່ອຍ ແລະ ພັດທະນາກຳລັງການຜະ ລິດທາງສັງຄົມ ຊຸກຍູ້ແລະ ເພີ່ມທະວີພະ ລັງຊີວິດໃນສັງຄົມຕື່ມອີກ, ວາງແຜນ ຢ່າງເປັນເອກະພາບກັນຕໍ່ກັບສອງພາກ ສ່ວນລວມ ຄື: ພາຍໃນປະເທດ ແລະ ສາກົນ, ວາງແຜນເປັນເອກະພາບກັນ ໃນການຊຸກຍູ້ການຈັດວາງລວມ “5 ພາລະກິດເປັນອັນໜຶ່ງອັນດຽວກັນ”, ປະສານສົມທົບຊຸກຍູ້ການຈັດວາງຍຸດ ທະສາດ “4 ຮອບດ້ານ”, ຖືການປະຕິ h 0= 8q d]q '0v'l6 odk'ra ddv,,6 oy f9u o dj P;da [dko]q 'g]y d dkoxt8y I6 [1j k'Iv[fh ko grnj v-5 dp6h 7;k,ma oltw\c[[9u o dkoxq fxj vpgdq ks]u [kf]h P;dkoxj Pocx'.oxts;a flkf ຮູບໂຄງປະກອບເສດຖະກິດເປັນສິ່ງນຳ ພາ, ຖືການຊຸກຍູ້ຄວາມຍຸຕິທຳຄວາມ ເປັນທຳຂອງສັງຄົມ ແລະ ການເພີ່ມ ຄວາມສຸກຂອງປະຊາຊົນເປັນຈຸດເລີ່ມ ຕົ້ນ ແລະ ຈຸດຢືນ, ຍິ່ງເອົາໃຈໃສ່ການ ໂຮມເຂົ້າເປັນລະບົບ, ຍິ່ງເອົາໃຈໃສ່ຈຸດ ສຸມ, ຍິ່ງເອົາໃຈໃສ່ປະສິດທິຜົນຕົວຈິງ ຂອງການປະຕິຮູບ, ຊຸກຍູ້ການພົວພັນ ການຜະລິດກັບກຳລັງການຜະລິດໂຄງ ບົນກັບໂຄງລ່າງແລະ ການບໍລິຫານລັດ ກັບການພັດທະນາສັງຄົມ ໃຫ້ສອດ ຄ່ອງກັນເປັນຢ່າງດີກວ່າເກົ່າ, ສະໜອງ ແຮງຂັບເຄື່ອນ ແລະ ການຮັບປະກັນ ດ້ານລະບອບລະບຽບການທີ່ເຂັ້ມແຂງ ໃຫ້ແກ່ຄວາມທັນສະໄໝແບບຈີນ. 3. ເປົ້າໝາຍລວມຂອງການລົງ ເລິກການປະຕິຮູບຢ່າງຮອບດ້ານຕື່ມ ອີກ. ສືບຕໍ່ປັບປຸງ ແລະ ພັດທະນາລະ ບົບສັງຄົມນິຍົມທີ່ມີສີສັນພິເສດຂອງ ຈີນ, ຊຸກຍູ້ຄວາມທັນສະໄໝຂອງລະບົບ ແລະ ຄວາມສາມາດດ້ານການບໍລິຫານ ຂອງຊາດ. ເມື່ອຮອດປີ 2035 ຈະສ້າງ ໂຄງປະກອບເສດຖະກິດຕະຫລາດສັງ ຄົມນິຍົມໃນລະດັບສູງໃຫ້ສຳເລັດຜົນ ຢ່າງຮອບດ້ານ, ລະບອບສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ຈະສົມບູນ ກວ່າເກົ່າ, ບັນລຸການຫັນເປັນທັນສະ ໄໝຂອງລະບົບ ແລະ ຄວາມສາມາດ ດ້ານການບໍລິຫານຂອງຊາດໂດຍພື້ນ ຖານ, ບັນລຸການຫັນເປັນທັນສະໄໝສັງ ຄົມນິຍົມໂດຍພື້ນຖານ ແລະ ສ້າງພື້ນ ຖານອັນໝັ້ນແກ່ນ ໃຫ້ແກ່ການສ້າງສາ ປະເທດສັງຄົມນິຍົມທີ່ເຂັ້ມແຂງໃຫ້ ສຳເລັດຜົນຢ່າງຮອບດ້ານໃນກາງສະ ຕະວັດນີ້. - ສຸມໃສ່ສ້າງໂຄງປະກອບເສດຖະ ກິດຕະຫລາດສັງຄົມນິຍົມໃນລະດັບ ສູງ, ເສີມຂະຫຍາຍບົດບາດທີ່ມີລັກສະ ນະຕັດສິນຊີ້ຂາດຂອງຕະຫລາດ ໃນ ການຈັດສັນຊັບພະຍາກອນ, ເສີມຂະ ຫຍາຍບົດບາດຂອງລັດຖະບານໃຫ້ດີ ກວ່າເກົ່າ, ຍຶດໝັ້ມ ແລະ ປັບປຸງລະບອບ ເສດຖະກິດພື້ນຖານສັງຄົມນິຍົມໃຫ້ ສົມບູນ, ຊຸກຍູ້ການເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນ ດ້ານວິທະຍາສາດເຕັກໂນໂລຊີໃນລະ ດັບສູງ, ຊຸກຍູ້ການເປີດປະຕູສູ່ພາຍນອກ ໃນລະດັບສູງ, ສ້າງລະບົບເສດຖະກິດ ທັນສະໄໝໃຫ້ສຳເລັດຜົນ, ເລັ່ງລັດສ້າງ ສະພາບການພັດທະນາອັນໃໝ່, ຊຸກຍູ້ ການພັດທະນາທີ່ມີຄຸນນະພາບສູງ. - ສຸມໃສ່ພັດທະນາປະຊາທິປະໄຕ ປະຊາຊົນໃນທົ່ວຂະບວນການ, ຍຶດໝັ້ນ ຄວາມເປັນເອກະພາບກັນແບບກາຍ ອິນຊີລະຫວ່າງການນຳພາຂອງພັກ ປະ ຊາຊົນເປັນເຈົ້າຂອງປະເທດຊາດ ແລະ ປົກຄອງປະເທດຕາມກົດໝາຍ, ຊຸກຍູ້ ໃຫ້ລະບຽບການທີ່ປະຊາຊົນເປັນເຈົ້າ ຂອງປະເທດຊາດຍິ່ງສົມບູນກວ່າເກົ່າ, ພັດທະນາປະຊາທິປະໄຕແບບປຶກສາ ຫາລືຢ່າງກວ້າງຂວາງຫັນເປັນຫລາຍ ລະດັບ ແລະ ຫັນເປັນລະບຽບການ, ລະບົບການປົກຄອງຕາມກົດໝາຍສັງ ຄົມນິຍົມທີ່ມີສີສັນພິເສດຂອງຈີນຍິ່ງ ສົມບູນກວ່າເກົ່າ, ການສ້າງສາປະເທດ ທີ່ປົກຄອງຕາມກົດໝາຍສັງຄົມນິຍົມ ບັນລຸລະດັບທີ່ຍິ່ງສູງ ກວ່າເກົ່າ. *** ອ່ານຕໍ່ສະບັບໜ້າ *** Iv']a f4t,q o8u dt-;'dko8j k'xtgmf 8h voIa [ z6h 8k'|h kvq 'dkov5 pou g-[ xt9e]k; g0Q kpnj olkoc8j '8A ' ຂປລ. ໃນວັນທີ 12 ສິງຫາ 2024, ທີ່ກະຊວງການຕ່າງປະເທດ, ນະຄອນຫລວງວຽງຈັນ, ທ່ານໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ໄດ້ຕາງໜ້າ ໃຫ້ລັດຖະບານ ແຫ່ງ ສາທາລະນະ ລັດປະຊາທິປະໄຕ ປະຊາຊົນລາວ ຕ້ອນຮັບການຍື່ນສານແຕ່ງຕັ້ງຂອງ ທ່ານ ບີລານ ໂອແຣັງ ເຊບ ດູຣານີ ຜູ້ຕາງໜ້າຄົນໃໝ່ຂອງອົງການ ອຸຍ ນີເຊບ ປະຈຳ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຊົມເຊີຍ ທ່ານ ບີລານ ໂອແຣັງ ເຊບ ດູຣານີ ທີ່ຖືກແຕ່ງຕັ້ງ ມາເປັນຜູ້ຕາງໜ້າຄົນໃໝ່ຂອງອົງ ການ ອຸຍນີເຊບ ປະຈໍາ ສປປ ລາວ, ພ້ອມທັງໄດ້ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນ ແລະ ການ ຮ່ວມມືຢ່າງໃກ້ຊິດຂອງອົງການ ໃນໄລຍະ 5 ທົດສະວັດທີ່ຜ່ານມາ ແລະ ໄດ້ສະແດງຄວາມເຊື່ອໝັ້ນວ່າ ອົງການ ອຸຍນີເຊບ ພາຍໃຕ້ການນໍາ ພາຂອງຜູ້ຕາງໜ້າຄົນໃໝ່ ຈະສືບຕໍ່ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ໂດຍ ສະເພາະໃນຂະແໜງການສຶກສາ, ສາທາລະນະສຸກ, ໂພຊະນາການ, ສຸຂະພິບານ, ຄວາມສະເໝີພາບລະ ຫວ່າງ ຍິງ-ຊາຍ, ການສ້າງຄວາມ ເຂັ້ມແຂງໃຫ້ກັບແມ່ຍິງ ແລະ ໄວ ໜຸ່ມ, ການປົກປ້ອງເດັກ ແລະ ອື່ນໆ, ໂດຍຜ່ານການຈັດຕັ້ງປະຕິບັດແຜນ ງານການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການອຸຍນີເຊບ ສົກປີ 2022-2026 ມູນຄ່າປະມານ 100 ລ້ານ ໂດລາສະຫະລັດ. ໃນໂອກາດດຽວກັນນີ້, ທ່ານ ບີລານ ໂອແຣັງ ເຊບ ດູຣານີ ໄດ້ສະ ແດງຄວາມຮູ້ສຶກເປັນກຽດທີ່ໄດ້ຮັບ ການແຕ່ງຕັ້ງເປັນຜູ້ຕາງໜ້າຄົນໃໝ່ ຂອງອົງການອຸຍນີເຊບປະຈໍາສປປ ລາວ ແລະ ສະແດງຄວາມຂອບ ໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການຮ່ວມມືຂອງລັດຖະບານ ສປປ ລາວ, ພ້ອມທັງໃຫ້ຄໍາໝັ້ນວ່າໃນໄລ ຍະເວລາ ທີ່ທ່ານປະຕິບັດໜ້າທີ່ຢູ່ ສປປ ລາວ ທ່ານຈະນໍາພາອົງການ ອຸຍນີເຊບ ສືບຕໍ່ຮ່ວມມືຢ່າງໃກ້ຊິດ ກັບລັດຖະບານ ສປປ ລາວ ໃນການ ສົ່ງເສີມສິດທິເດັກໃນ ສປປ ລາວ ໂດຍສະເພາະການຈັດຕັ້ງປະຕິບັດ ແຜນງານການຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງ ການອຸຍນີເຊບສົກປີ2022-2026 ໃຫ້ສໍາເລັດຕາມເປົ້າໝາຍທີ່ວາງ ໄວ້, ເພື່ອປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດສັງຄົມຂອງ ສປປ ລາວ ແລະ ປັບປຸງຊີວິດການ ເປັນຢູ່ຂອງ ແມ່ ແລະ ເດັກນ້ອຍໃນ ຂອບເຂດທົ່ວ ປະເທດໃຫ້ດີຍິ່ງຂື້ນ. ຂ່າວ-ພາບ: UNICEF ປະຈໍາລາວ ຍົກລະດັບການຄຸ້ມຄອງ... ເສີມຂະຫຍາຍມູນເຊື້ອ... ມວນຊົນຍິ່ງມີບົດບາດສໍາຄັນໃນ ການເຜີຍແຜ່ແນວທາງປ່ຽນແປງ ໃໝ່ຂອງພັກລົງສູ່ທ້ອງຖິ່ນຮາກຖານ ປະຊາຊົນ ແລະ ເປີດກວ້າງການ ຮ່ວມມືກັບຕ່າງປະເທດ ນັບມື້ມີ ບາດກ້າວຂະຫຍາຍຕົວພົ້ນເດັ່ນຂຶ້ນ ໃນສັງຄົມ. ສະເພາະສື່ມວນຊົນກອງ ທັບໃນໄລຍະຜ່ານມາ, ໄດ້ຕັ້ງໜ້າ ປັບປຸງພາລະບົດບາດ, ໜ້າທີ່ຄວາມ ຮັບຜິດຊອບເຂົ້າໃນການພັດທະນາ ວຽກງານດັ່ງກ່າວຕະຫລອດມາ ເປັນຕົ້ນແມ່ນໜັງສືພິມ, ວາລະສານ ປ້ອງກັນຊາດ, ວິທະຍຸກະຈາຍສຽງ ແລະ ໂທລະພາບກອງທັບ ໃຫ້ມີ ຄວາມຄົມແຫລມ, ຫລາກຫລາຍສີ ສັນ ແລະ ທັນສະໄໝຂຶ້ນເທື່ອລະ ກ້າວສ້າງຄວາມດຶງດູດຕໍ່ຜູ້ອ່ານ, ຜູ້ຟັງ ແລະ ຜູ້ຊົມຮັບໃຊ້ໜ້າທີ່ການ ເມືອງ ໃນຖານະເປັນກະບອກສຽງ ຂອງຄະນະພັກກະຊວງປ້ອງກັນປະ ເທດ ປະກອບສ່ວນອັນສໍາຄັນເຂົ້າ ໃນການປຸກລະດົມຊຸກຍູ້ການປະຕິ ບັດ 2 ໜ້າທີ່ຍຸດທະສາດ: ປົກປັກຮັກ ສາ ແລະ ພັດທະນາປະເທດຊາດ. ຕໍ່ ກັບວຽກງານພິມຈຳໜ່າຍ: ໄລຍະ ຜ່ານມາ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຄຸ້ມຄອງ, ຊຸກຍູ້ສົ່ງເສີມ, ສ້າງແຜນພັດທະນາວຽກງານພິມ ຈຳໜ່າຍ ໃຫ້ມີບາດກ້າວຂະຫຍາຍ ຕົວຂຶ້ນເລື້ອຍໆ ສາມາດຮັບໃຊ້ໜ້າ ທີ່ການເມືອງ, ທັງເປັນການເຜີຍແຜ່ ຜົນງານດ້ານຊັບສິນທັງປັນຍາ, ສະ ໜອງຂໍ້ມູນຂ່າວສານຍຕ້ານຕ່າງໆ ໃຫ້ສັງຄົມ, ສ້າງວິໄສທັດ, ສຶກສາອົບ ຮົມຄຸນສົມບັດ, ແບບແຜນດຳລົງຊີ ວິດທີ່ປອດໃສ ໃຫ້ພະນັກງານ-ນັກ ຮົບ, ຫລຸດຜ່ອນບັນຫາ ແລະ ປະ ກົດການຫຍໍ້ທໍ້ທາງສັງຄົມ, ປະ ກອບສ່ວນເຂົ້າໃນພາລະກິດປົກປັກ ຮັກສາ ແລະ ພັດທະນາປະເທດຊາດ ອີກກ່ຽວກັບການຫັນເປັນລັດຖະ ບານດີຈິຕອນ, ເສດຖະກິດດີຈິຕອນ, ບັນດານິຕິກຳທີ່ກ່ຽວກັບການຄຸ້ມ ຄອງ ແລະ ສົ່ງເສີມວຽກງານເຕັກ ໂນໂລຊີດີຈິຕອນ ຢູ່ ສປປ ລາວ. ຊຸດຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ຮັບຮູ້ກ່ຽວກັບການຫັນເປັນດີ ຈິຕອນ, ເສດຖະກິດດີຈິຕອນ, ເຕັກ ໂນໂລຊີດີຈິຕອນ ໃນຍຸກອຸດສາຫະ *ວັນທີ 15 ສິງຫາ ປີນີ້ແມ່ນວັນ ຄົບ ຮອບ 79 ປີແຫ່ງການປົດປ່ອຍເກົາຫລີ. ນີ້ແມ່ນຂີດໝາຍບາດລ້ຽວການ ປ່ຽນແປງໃນປະຫວັດສາດຂອງປະ ຊາຊົນເກົາຫລີ. ຍ້ອນເກົາຫລີ ໄດ້ຮັບການປົດປ່ອຍ, ປະຊາຊົນເກົາຫລີ ຈຶ່ງສາມາດມີຊີວິດ ທີ່ເປັນເອກະລາດແລະມີກຽດສັກສີເປັນ ເຈົ້າຂອງຊະຕາກໍາ, ລັດ ແລະ ສັງຄົມ ຂອງພວກເຂົາເອງ. ພາຍຫລັງທີ່ໄດ້ບັນລຸເປົ້າໝາຍທາງ ປະຫວັດສາດແຫ່ງການປົດປ່ອຍຊາດ, ປະທານ ກິມ ອິນ ຊຸງ ໄດ້ສ້າງຕັ້ງພັກ ແຮງງານເກົາຫລີ ຂຶ້ນໃນວັນທີ 10 ຕຸລາ ປີ 1945 ເຊິ່ງເປັນຜູ້ຈັດຕັ້ງ ແລະ ຊີ້ນໍາໄຊຊະນະທັງໝົດຂອງປະຊາຊົນ ເກົາຫລີ. ພາຍໃຕ້ການນຳພາຂອງພັກ ແຮງງານເກົາຫລີ, ອົງການອຳນາດ ຂອງປະຊາຊົນໄດ້ຖືກສ້າງຕັ້ງຂຶ້ນ ແລະ ໄດ້ມີການປະຕິຮູບແບບປະຊາທິປະໄຕ ເຊັ່ນ: ການປະຕິຮູບທີ່ດິນ, ການປະຕິຮູບ ຂະແໜງອຸດສາຫະກຳຫລັກຫັນເປັນ ຂອງລັດ ແລະ ຄວາມສະເໝີພາບລະ ຫວ່າງຍິງ-ຊາຍ ກໍ່ໄດ້ຮັບປະຕິບັດຢ່າງ ປະສົບຜົນສຳເລັດ, ອັນໄດ້ເຮັດໃຫ້ປະ ຊາຊົນເປັນເຈົ້າຂອງລັດ, ເຮັດໃຫ້ຊາວ ຜູ້ອອກແຮງງານເປັນເຈົ້າຂອງໂຮງຈັກ ໂຮງງານ ແລະ ຊາວນາກາຍເປັນເຈົ້າ ຂອງທີ່ດິນ ແລະ ປົດປ່ອຍບັນດາແມ່ຍິງ ຈາກບ່ວງໂສ້ຂອງສັກດີນາທີ່ແກ່ຍາວ ມາຫລາຍພັນປີ. ບົນພື້ນຖານຜົນສໍາເລັດ ເຫລົ່ານີ້, ສາທາລະນະລັດ ປະຊາຊົນ (ເນື່ອງໃນໂອກາດວັນຄົບຮອບ 79 ປີ ແຫ່ງການປົດປ່ອຍເກົາຫລີ, 15/8/1945-15/8/2024) ປະຊາທິປະໄຕເກົາຫລີ ໄດ້ຮັບການສ້າງ ຕັ້ງຂຶ້ນໃນວັນທີ 9 ກັນຍາ 1948; ດ້ວຍເຫດນີ້ຈຶ່ງເຮັດໃຫ້ ສປປ ເກົາຫລີ ສາມາດປະກົດຕົວຂຶ້ນໃນເວທີສາກົນ ໃນຖານະທີ່ເປັນລັດເອກະລາດ ແລະ ມີອຳນາດອະທິປະໄຕຢ່າງສະຫງ່າ ງາມ. ນະໂຍບາຍຂອງສາທາລະນະລັດ ເພື່ອຮັບໃຊ້ປະຊາຊົນ ເຮັດໃຫ້ປະຊາຊົນ ສປປ ເກົາຫລີ ສາມາດມີຊີວິດທີ່ເປັນເອ ກະລາດ ແລະ ມີຄວາມຄິດສ້າງສັນໃນ ຖານະເປັນເຈົ້າຂອງທີ່ແທ້ຈິງຂອງລັດ ແລະ ສັງຄົມ, ແລະ ທົ່ວສັງຄົມໄດ້ກາຍ ເປັນຄອບຄົວສັງຄົມນິຍົມທີ່ມີຄວາມ ກົມກຽວອັນຍິ່ງໃຫຍ່ ເຊິ່ງປະຊາຊົນ ຊ່ວຍເຫລືອ ແລະ ນໍາພາເຊິ່ງກັນ ແລະ ກັນກ້າວໄປຂ້າງໜ້າດ້ວຍຄວາມສາມັກ ຄີເປັນຈິດໜຶ່ງໃຈດຽວຢ່າງແໜ້ນແຟ້ນ. ພາຍຫລັງປົດປ່ອຍປະເທດ, ຢູ່ໃນ ສປປ ເກົາຫລີລະບອບສັງຄົມນິຍົມ ເຊິ່ງ ເປັນສັງຄົມທີ່ມີປະຊາຊົນເປັນໃຈກາງ ແລະ ປະເທດສັງຄົມນິຍົມທີ່ບໍ່ຫວັ່ນ ໄຫວຕໍ່ລົມພາຍຸ ໄດ້ຮັບການສ້າງຕັ້ງຂຶ້ນ. ສັງຄົມນິຍົມເກົາຫລີ ໄດ້ຖືກສ້າງ ຕັ້ງຂຶ້ນໂດຍອີງຕາມອຸດົມການຊີ້ນຳດັ້ງ ເດີມຂອງຕົນເອງ, ເວົ້າໃໝ່ແນວຄິດຈຸດ ເຊ ແລະ ແນວຄິດຊົນກຸນທີ່ກໍ່ສ້າງໂດຍ ປະທານ ກິມ ອິນ ຊຸງ ແລະ ພັດທະນາ ໂດຍປະທານ ກິມ ເຈິງ ອິນ ແລະ ບັນດາ ທິດທາງທິດສະດີ ແລະ ຫລັກການຊີ້ນໍາ ທີ່ຊີ້ແຈງໂດຍແນວເຫລົ່ານັ້ນ. ແນວທາງດັ່ງກ່າວໄດ້ໃຫ້ຄວາມບຸ ລິມະສິດກວ່າໝູ່ຕໍ່ກັບວຽກງານປ້ອງ ກັນຊາດ ໃນຂະນະດຽວກັນກໍ່ຍຶດເອົາ ແນວທາງຂອງການສ້າງແນວຄິດຈຸດ ເຊໄວ້ໃນອຸດົມການ, ຄວາມເປັນເອກະ ລາດ ໃນດ້ານການເມືອງ, ການກຸ້ມຕົນ ເອງທາງດ້ານເສດຖະກິດແລະການກຸ້ມ ຕົນເອງໃນການປ້ອງກັນຕາມຄວາມ ຕ້ອງການຂອງແນວຄວາມຄິດຈຸດເຊ ແລະ ແນວຄິດຊົນກຸນ. ດ້ວຍເຫດນັ້ນ, ພັກແຮງງານເກົາຫລີ ໄດ້ກາຍເປັນພັກ ມານດາ ທີ່ຮັບຜິດຊອບ ແລະ ນໍາພາຊະ ຕາກໍາຂອງປະຊາຊົນ, ອຳນາດຂອງລັດ ກາຍເປັນຫົວໜ້າຄອບຄົວທີ່ຮັບຜິດ ຊອບຕໍ່ການດໍາລົງຊີວິດຂອງປະຊາຊົນ ແລະ ຜູ້ຮັບໃຊ້ປະຊາຊົນ, ກອງທັບກາຍ ເປັນຜູ້ປົກປ້ອງອິດສະລະພາບ ແລະ ຄວາມສຸກຂອງປະຊາຊົນສປປເກົາຫລີ. ປັດຈຸບັນນີ້, ສປປ ເກົາຫລີ ໄດ້ກາຍເປັນ ປະເທດສັງຄົມນິຍົມທີ່ເຂັ້ມແຂງ. ເມື່ອຫວນຄືນໄລຍະທີ່ຜ່ານມາ, ລັດ ທິສັງຄົມນິຍົມໄດ້ຂະຫຍາຍໄປທົ່ວໂລກ ຫລັງຈາກສົງຄາມໂລກຄັ້ງທີ2, ແຕ່ວ່າ ຜະເຊີນໜ້າກັບຄວາມທ້າທາຍ ແລະ ຄວາມຫຍຸ້ງຍາກທີ່ຮ້າຍແຮງໃນທ່າມ ກາງການກະທຳຕໍ່ຕ້ານສັງຄົມນິຍົມທີ່ ຮຸນແຮງຂຶ້ນໂດຍຈັກກະພັດນິຍົມ, ລັດ ທິສວຍໂອກາດໄດ້ປາກົດຂຶ້ນໃນບາງ ປະເທດສັງຄົມນິຍົມ ແລະ ສິ່ງເຫລົ່ານີ້ ໄດ້ສົ່ງຜົນໃຫ້ພວກເຂົາລົ້ມລະລາຍໄປ ຢ່າງໜ້າສົງສານຢ່າງຕໍ່ເນື່ອງ. ແນວໃດ ກໍ່ຕາມ, ທຸງຊາດຂອງລັດທິສັງຄົມນິ ຍົ ມຍັງຄົງປິວສະບັດຢູ່ຄືເກົ່າຢູ່ໃນ ສປປ ເກົາຫລີ. ມັນເປັນສິ່ງທີ່ບໍ່ໜ້າເຊື່ອ, ທີ່ ສັງຄົມສາກົນໄດ້ຍ້ອງຍໍຊົມເຊີຍ ສປປ ເກົາຫລີ ທີ່ໄດ້ເດີນຕາມເສັ້ນທາງສັງ ຄົມນິຍົມທີ່ມີທາງເລືອກຂອງຕົນເອງ ມາໂດຍຕະຫລອດ ແລະ ຍຶດໝັ້ນຢູ່ກັບ ອຸດົມການ, ລະບົບ ແລະ ພາລະກິດອັນ ຍິ່ງໃຫ່ຍຂອງຕົນມາເປັນເວລາເກືອບ 80 ປີ. ສະພາບຄວາມເປັນຈິງຂອງ ສປປ ເກົາຫລີ ທີ່ກຳລັງບັນລຸການກ້າວກະ ໂດດ ແລະ ນະວັດຕະກຳໃໝ່ໆໃນການ ສ້າງສາປະເທດສັງຄົມນິຍົມທີ່ເຂັ້ມແຂງ ແລະຈະເລີນຮຸ່ງເຮືອງພ້ອມກັບປະຫວັດ ສາດມາເປັນເວລາຫຼາຍສິບປີແມ່ນເຮັດ ໃຫ້ລະນຶກເຖິງຄວາມໝາຍທາງປະ ຫວັດສາດຂອງການປົດປ່ອຍເກົາຫລີທີ່ ນຳເອົາຈຸດປ່ຽນແປງ ໃນການບຸກເບີກ ຊາຕາກຳທີ່ເປັນເອກະລາດຂອງປະຊາ ຊົນ ແລະ ບັນລຸຄວາມເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງຂອງປະເທດຊາດ. ພາຍໃຕ້ການນຳພາອັນສະຫລາດ ສ່ອງໃສຂອງ ສະຫາຍ ກິມ ເຈິງ ອຸນ ທີ່ແສນເຄົາລົບຮັກ, ຜູ້ສືບທອດທີ່ຍິ່ງໃຫຍ່ ຂອງພາລະກິດການປະຕິວັດ, ສປປ ເກົາຫລີ ຈະໄດ້ຮັບການພັດທະນາຢ່າງ ບໍ່ຢຸດຢັ້ງໃນຖານະເປັນປະເທດສັງຄົມ ນິຍົມທີ່ຮັ່ງມີ ແລະ ເຂັ້ມແຂງ. *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ສະໄໝ ແທດເໝາະກັບສະພາບການ ພັດທະນາໃນປັດຈຸບັນ. ຂ່າວ: ກົມເຕັກໂນໂລຊີດີຈິຕອນ ກໍຄື ສ້າງກອງທັບ ໃຫ້ເປັນກອງທັບ ປະຕິວັດມີແບບແຜນທັນສະໄໝ. ດັ່ງນັ້ນ, ເພື່ອສືບຕໍ່ເສີມຂະຫຍາຍ ມູນເຊື້ອ ແລະ ຜົນງານການຈັດຕັ້ງ ປະຕິບັດວຽກງານຂອງສື່ມວນຊົນ ແລະ ການພິມຈຳໜ່າຍ:ຕ້ອງໄດ້ເອົາ ໃຈໃສ່ບໍາລຸງ-ກໍ່ສ້າງບຸກຄະລາກອນ ສື່ມວນຊົນ ແລະ ການພິມຈຳໜ່າຍ ໃຫ້ເປັນລະບົບຕໍ່ເນື່ອງ ແລະ ມີຄຸນ ນະພາບ, ຍົກສູງຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່, ສິດ, ພາລະ ບົດບາດຂອງຕົນຢ່າງຈິງຈັງ ແລະ ໃຫ້ເກີດຜົນປະໂຫຍດສູງສຸດ; ສືບຕໍ່ ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມມະຕິ ຂອງພັກແລະລະບຽບກົດໝາຍຂອງ ລັດ ໃຫ້ເລິກເຊິ່ງ, ເຖິງຖອງ ແລະ ແທດເຖິງກັບວຽກງານຕົວຈິງ; ສືບ ຕໍ່ປັບປຸງ, ພັດທະນາຕົນເອງ ໃຫ້ມີ ການຫັນປ່ຽນໄປສູ່ຄຸນນະພາບໃໝ່; ຕັ້ງໜ້າພັດທະນາ ໃຫ້ສົມກັບວ່າເປັນ ກະບອກສຽງທີ່ແຫລມຄົມຂອງພັກ, ລັດ ທີ່ແທ້ຈິງ ແລະ ເປັນເຄື່ອງມີຮັບ ໃຊ້ວຽກງານໂຄສະນາສ້າງຄວາມ ຮັບຮູ້, ເຂົ້າໃຈໃຫ້ແກ່ສັງຄົມ ໂດຍ ສະເພາະວຽກງານນໍາພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ເປັນ ເວທີສົ່ງເສີມ ແລກປ່ຽນບົດຮຽນ, ເປັນແຫລ່ງຂໍ້ມູນຂ່າວສານ, ສາລະ ຄວາມຮູ້ແລະ ຕອບໂຕ້ຖ້ອຍທໍານອງ ຂອງກຸ່ມຄົນບໍ່ດີ; ເອົາໃຈໃສ່ພັດທະ ນາເນື້ອໃນ, ຮູບການ ແລະ ວິທີການ ເຄື່ອນໄຫວຂອງສື່ມວນຊົນ ແລະ ການພິມຈໍາໜ່າຍ ໃຫ້ສາມາດດຶງດູດ ຄວາມສົນໃຈຂອງຜູ້ອ່ານ, ຜູ້ຝັງ ແລະ ຜູ້ຊົມ. ພ້ອມທັງຮັບປະກັນຕາມ 4 ລັກສະນະຂອງຊື່ມວນຊົນຕາມ ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ; ສືບຕໍ່ ສຸມໃສ່ໂຄສະນາຜົນການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນໄລຍະທ້າຍສະໄໝ ກໍຄື ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງ ກັນປະເທດ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານຕິດພັນກັບການດໍາ ເນີນກອງປະຊຸມໃຫຍ່ 3 ຂຶ້ນ ຂອງ ພັກ, ຂະບວນການສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການຝຶກແອບຮໍ່າຮຽນ, ປັບປຸງກໍ່ ສ້າງກຳລັງ, ກຽມພ້ອມສູ້ຮົບ, ການ ຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການສ້າງທ່າສະໜາມ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ຂະບວນກິລາກາຍະກຳ-ສິລະ ປະ-ວັນນະຄະດີ ແລະ ອື່ນໆ; ຍູ້ແຮງ ການໂຄສະນາບັນດາເຫດການສໍາ ຄັນຕ່າງໆຂອງພັກ, ຂອງຊາດ ແລະ ກອງທັບ, ເປັນຕົ້ນ ການຈັດຕັ້ງກະ ກຽມສະເຫລີມສະຫລອງ 3 ວັນ ປະຫວັດສາດ ໃນປີ 2025 ໃຫ້ບັນ ລຸຕາມແຜນການ. ໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ ນີ້, ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ໄດ້ອວຍພອນໄຊອັນ ປະເສີດມາຍັງການນໍາພັກ-ລັດ, ຄະ ນະນໍາກະຊວງປ້ອງກັນປະເທດ, ຄະ ນະນຳກົມໃຫຍ່ການເມືອງກອງທັບ, ຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ນໍາ ພາ-ຊີ້ນໍາ ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ໃນກອງທັບ ໃຫ້ມີ ການພັດທະນາກ້າວຂຶ້ນຢ່າງບໍ່ຢຸດ ຢັ້ງ; ອວຍພອນມາຍັງຄະນະພັກ-ຄະ ນະບັນຊາບັນດາກົມກອງສື່ມວນ ຊົນໃນກອງທັບ, ໃຫ້ມີສຸຂະພາບເຂັ້ມ ແຂງ, ພ້ອມກັນສ້າງຜົນງານອັນ ໂດດເດັ່ນຍິ່ງຂຶ້ນກວ່າເກົ່າໃນການ ປະຕິບັດໜ້າທີ່ການເມືອງອັນມີກຽດ ສະຫງ່າຂອງຕົນ ແລະ ມີຜົນສໍາເລັດ ຢ່າງຈົບງາມ. ຂ່າວ: ປູນາ ສຸດທະວົງ ກຳ 4.0, ການຄຸ້ມຄອງເຕັກໂນໂລຊີ ດີຈິຕອນ (ການອອກອະນຸຍາດດຳ ເນີນກິດຈະການທາງ ດ້ານດີຈິ ຕອນ), ການຄຸ້ມຄອງວຽກງານທຸ ລະກຳທາງເອເລັກໂຕຣນິກ, ລະບົບ ໂປຣແກຣມນັບຄະແນນສຽງເລືອກ ຕັ້ງ, ລະບົບໂປຣແກຣມຄຸ້ມຄອງພະ ນັກງານ, ລະບົບໂປຣແກຣມຄຸ້ມ ຄອງຊັບສິນ ແລະ ການສ້າງແຜນ ໂຄງການ, ແຜນການ-ແຜນງານ. ພ້ອມນັ້ນ, ຍັງໄດ້ມີການສົນທະນາ ແລກປ່ຽນ, ປະກອບຄຳຄິດຄຳເຫັນ ແລະ ຕັ້ງຄຳຖາມຢ່າງກົງໄປກົງມາ. ຜົນໄດ້ຮັບຈາກການປະເມີນຊຸດ ຝຶກອົບຮົມຄັ້ງນີ້, ໂດຍລວມແມ່ນ ຈັດຢູ່ໃນລະດັບດີ, ບັນດາຫົວຂໍ້ການ ຝຶກອົບຮົມມີປະໂຫຍດຫລາຍ ແລະ ຄາດວ່າຈະສາມາດນໍາໃຊ້ເຂົ້າໃນ ການປະຕິບັດວຽກງານໄດ້ດີພໍສົມ ຄວນ. ພ້ອມນັ້ນ, ຍັງໄດ້ສະເໜີໃຫ້ ມີການຈັດຝຶກອົບຮົມຢ່າງກວ້າງ ຂວາງ ແລະ ຕໍ່ເນື່ອງໃນແຕ່ລະໄລຍະ ເພື່ອສ້າງຄວາມເຂັ້ມແຂງ ແລະ ຍົກ ລະດັບຄວາມຮູ້, ຄວາມເຂົ້າໃຈໃຫ້ ແກ່ພະນັກງານທ້ອງຖິ່ນ ແລະ ສັງ ຄົມ ໄດ້ຮັບຮູ້ບົດຮຽນຄວາມຮູ້ທີ່ທັນ ການພິມຈໍາໜ່າຍ ຄົບຮອບ 74 ປີ (13 ສິງຫາ 1950-13 ສິງຫາ 2024) ວ່າ: ພາຍຫລັງພັກປະຊາ ຊົນປະຕິວັດລາວ ໄດ້ກຳນົດແນວ ທາງປ່ຽນແປງໃໝ່ຮອບດ້ານ, ມີ ຫລັກການຂອງພັກ, ວຽກງານສື່

RkJQdWJsaXNoZXIy MTc3MTYxMQ==