5938

xtgmf]k; 3 14/08/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me lnj ,;o-q o]k; gxa odv'de]a 'xt9a o[ko 0v'ra d{]a f 8+ l6h .olt|k,Iq [dkog,n v'co;7y f ແຫລ່ງຂໍ້ມູນຈາກ:ແຂວງຫລວງພະບາງ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ glf4tdy fg,n v'oko 0tspkp8q ;1j k'8+ gonj v' ຮັບຕໍ່ຄົນໄດ້ 20.099.560 ກີບ/ ຄົນ/ປີ ຫລື ເທົ່າກັບ 1.006 ໂດລາ/ ຄົນ/ປີ, ການລົງທຶນຂອງລັດ ແລະ ເອກະຊົນພາຍໃນແລະ ຕ່າງປະເທດ ມີທ່ວງທ່າດີຂຶ້ນ, ສົ່ງເສີມຊາວກະສິ ກອນນຳໃຊ້ເຕັກນິກວິທະຍາສາດ ເຂົ້າໃສ່ການຜະລິດສະບຽງອາຫານ, ຜະລິດສິນຄ້າກະສິກຳແບບຢືນຍົງ, ຈັດຕັ້ງກຸ່ມຜະລິດ, ກຸ່ມຜູ້ນຳໃຊ້ນໍ້າ ຊົນລະປະທານ, ສ້າງພື້ນຖານໂຄງ ລ່າງທີ່ເອື້ອອຳນວຍຄວາມສະດວກ ໃຫ້ແກ່ການຜະລິດເຊັ່ນ: ກໍ່ສ້າງ, ປົກ ປັກຮັກສາ ແລະ ສ້ອມແປງຊົນລະ ປະທານທີ່ມີແລ້ວໃຫ້ສາມາດນຳໃຊ້ ໄດ້ຍາວນານ, ຊຸກຍູ້ບັນດາບໍລິສັດ, ນັກທຸລະກິດມາລົງທຶນໃຫ້ຫລາຍ ພ້ອມທັງຜູກພັນສັນຍາສອງສົ້ນກັບ ປະຊາຊົນເຂົ້າໃນການຜະລິດເປັນ ສິນຄ້າ ດຳເນີນການຝຶກອົບຮົມວິຊາ ການ ການປູກຝັງ-ລ້ຽງສັດໃຫ້ແກ່ ຊາວກະສິກອນເຮັດໃຫ້ຂະບວນ ການຜະລິດສິນຄ້າ ແລະ ຄອບຄົວ ຕົວແບບເກີດຂຶ້ນຢູ່ຫລາຍບ້ານ. ທ່ານກ່າວໃຫ້ຮູ້ຕື່ມວ່າ: ໃນໄລ ຍະຜ່ານມາໄດ້ຕິດຕາມຄຸ້ມຄອງທຶນ ທີ່ໄດ້ຮັບການສະໜັບສະໜູນຈາກ ພາຍໃນ ແລະ ຕ່າງປະເທດເພື່ອພັດ ທະນາເມືອງ ລວມມີ 12 ໂຄງການ ລວມມູນຄ່າ 39.555.356.959 ກີບ; ໃນນັ້ນທຶນຂອງລັດຖະບານ ມີ 5 ໂຄງການ ລວມມູນຄ່າ: 33.228.432.959 ກີບ, ທຶນ ຊ່ວຍເຫລືອຈາກອົງການສາກົນ ຕ່າງໆ ມີ 7 ໂຄງການ ລວມມູນຄ່າ 6.326.924.000 ກີບ. ການປະ ຕິບັດວິໄນຂອງການເງິນມີຄວາມ ເຂັ້ມແຂງກ່ວາເກົ່າ ຕິດພັນກັບການ ປັບປຸງກົງຈັກການຈັດຕັ້ງພວກເຮົາ ໄດ້ສຸມໃສ່ການຄຸ້ມຄອງລາຍຮັບລາຍຈ່າຍ, ຄຸ້ມຄອງຫົວໜ່ວຍທຸລະ ກິດໃຫ້ເຂົ້າສູ່ລະບຽບຫລັກການ ຂອງການເງິນ, ພ້ອມທັງເຄື່ອນໄຫວ ສະກັດກັ້ນການລັກລອບເຄື່ອນຍ້າຍ ສິນຄ້າໂດຍບໍ່ຖືກຕ້ອງຕາມລະບຽບ ກົດໝາຍ ເພື່ອຮັບປະກັນຄວາມ ໂປ່ງໃສຈໍາກັດຊ່ອງວ່າງການຮົ່ວ ໄຫລ, ແຜນການປີ 2023 ທັງໝົດ 7.142.338 ກີບ, ຜ່ານການເກັບ * ທ່ານ ຄຳເກັ່ງ ຈັນທະວິສຸກ ເລຂາພັກເມືອງ ເຈົ້າເມືອງໆນານ ແຂວງຫລວງພະບາງ ໄດ້ລາຍ ງານ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຜ່ານ ມາ, ຄະນະພັກເມືອງນານໄດ້ພ້ອມ ກັນຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງ ປະຊຸມໃຫຍ່ຄັ້ງທີ VIII ຂອງອົງ ຄະນະພັກແຂວງ ແລະ ມະຕິກອງ ປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະ ພັກເມືອງນານ ແລະ ແຜນພັດທະ ນາເສດຖະກິດ-ສັງຄົມຂອງເມືອງ ວາງອອກໃຫ້ປະກົດຜົນເປັນຈິງ. ເຖິງຈະພົບບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ, ການເງິນທີ່ ຍັງທ້າທາຍຕໍ່ກັບການພັດທະນາ ເສດຖະກິດ-ສັງຄົມຂອງເມືອງ. ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງ ຄະນະບໍລິຫານງານພັກເມືອງ ແລະ ຄະນະພັກທຸກຂັ້ນບວກກັບຄວາມ ສາມັກຄີເປັນເອກະພາບ, ຄວາມຕັ້ງ ໜ້າບຸກບືນພວກເຮົາຈຶ່ງສາມາດ ຍາດເອົາຜົນສໍາເລັດໃນຫລາຍຂົງ ເຂດດັ່ງນີ້: ສຳລັບຂົງເຂດເສດຖະກິດ ໂດຍ ລວມຍັງສືບຕໍ່ຂະຫຍາຍຕົວຢ່າງ ຕໍ່ເນື່ອງດ້ວຍຈັງຫວະທີ່ໝັ້ນທ່ຽງ, ໃນລະດັບສະເລ່ຍ 8,6% ຕໍ່ປີ ລວມ ຍອດລາຍຮັບພາຍໃນ(GO)ບັນລຸ ໄດ້ 662,984 ຕື້ກີບ, ສະເລ່ຍລາຍ ລາຍຮັບເຂົ້າງົບປະມານຕົວຈິງ ໃນ 6 ເດືອນຕົ້ນປີ ປະຕິບັດໄດ້ 1.915.998.446 ກີບ ເທົ່າກັບ 26,82% ດ້ານລາຍຈ່າຍງົບປະ ມານຂອງລັດໄດ້ຫັນເຂົ້າສູ່ລະບຽບ ຫລັກການຢ່າງເຂັ້ມງວດ. ການສົ່ງ ເສີມ ແລະ ການຄຸ້ມຄອງວິສາຫະ ກິດຂະໜາດນ້ອຍ ແລະ ຂະໜາດ ກາງ ມີບັນຍາກາດດີຂຶ້ນ ໂດຍໄດ້ ເປີດສູນບໍລິການເພື່ອແນະນໍາສົ່ງ ເສີມ ແລະ ສ້າງຄວາມເຂັ້ມແຂງ ໃຫ້ຜູ້ປະກອບການດໍາເນີນທຸລະ ກິດ ສາມາດເຂົ້າເຖິງແຫລ່ງທຶນ ຫລາຍຂຶ້ນ, ເອົາໃຈໃສ່ສຶກສາອົບ ຮົມໃຫ້ປະຊາຊົນເຫັນໄດ້ຄວາມ ສໍາຄັນ ແລະ ປະກອບສ່ວນເຂົ້າໃນ ການປົກປັກຮັກສາສິ່ງແວດລ້ອມ, ສະກັດກັ້ນການຖາງປ່າ, ປ່າຍອດ ຫ້ວຍ, ປ່າແຫລ່ງນ້ຳ, ສະກັດກັ້ນໄຟ ໄໝ້ລາມປ່າ, ອະນຸລັກສັດນ້ຳ-ສັດ ປ່າທີ່ຫວງຫ້າມ, ການສໍາຫລວດ, ວັດແທກຕອນດິນ, ຂຶ້ນທະບຽນ ຕອນດິນໄດ້ຫັນເຂົ້າສູ່ລະບຽບ ຫລັກການເທື່ອລະກ້າວ. ໂຄ່ງລ່າງ ພື້ນຖານໄດ້ຮັບການປັບປຸງຍົກລະ ດັບ ເປັນຕົ້ນເສັ້ນທາງຫລວງພາຍ ໃນເມືອງ, ເຂດຊົນນະບົດທີ່ຖືກຜົນ ກະທົບໃນລະດູຝົນໄດ້ຮັບການສ້ອມ ແປງສາມາດທຽວໄດ້ເປັນປົກກະ ຕິ. ສົມທົບກັບພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຂຶ້ນທະ ບຽນຜູ້ປະກອບການກ່ຽວກັບການ ຊື້-ຂາຍ ແລະ ສ້ອມແປງອຸປະກອນ ໂທລະຄົມຢູ່ພາຍໃນເມືອງເປັນປົກ ກະຕິ, ປັບປຸງຂອດການບໍລິການ ດ້ານໄປສະນີເພື່ອຮັບໃຊ້ປະຊາຊົນ ສະດວກ ແລະ ວ່ອງໄວຂຶ້ນ. ຄຽງຄູ່ ກັບຜົນງານທີ່ຍາດມາໄດ້ນັ້ນ ຍັງມີ ບາງດ້ານທີ່ຄວນເອົາໃຈໃສ່ແກ້ໄຂ ເປັນຕົ້ນການຄົ້ນຄວ້າປັບປຸງແຜນ ຍຸດທະສາດ, ແຜນພັດທະນາຮອບ ດ້ານຍັງມີຈໍານວນໜຶ່ງເປັນແຜນ ລວມໆ ການເກັບກໍາຖານຂໍ້ມູນລາຍ ຮັບຍັງບໍ່ທັນຊັດເຈນ, ການເກັບລາຍ ຮັບເຂົ້າງົບປະມານບໍ່ທັນແຂງແຮງ ເທົ່າທີ່ຄວນ, ການຊຸກຍູ້ສົ່ງເສີມການ ຜະລິດເປັນສິນຄ້າບໍ່ທັນມີຈຸດສຸມ, ການນໍາໃຊ້ເຕັກນິກ-ວິທະຍາສາດ ເຕັກໂນໂລຊີເຂົ້າສູ່ການຜະລິດບໍ່ ທັນກວ້າງຂວາງ, ການພັດທະນາວິ ສາຫະກິດຂະໜາດນ້ອຍ-ຂະໜາດ ກາງ ຕິດພັນກັບທ່າແຮງ ແລະ ມູນ ເຊື້ອຂອງປະຊາຊົນຍັງເຮັດບໍ່ທັນ ໄດ້ດີ. ບົດສະເໜີ ຂ່າວ: ກິດຕາ; ພາບ: ຂັນໄຊ ຫົວໜ້າບັນນາທິການໃຫຍ່ ໜັງສື ພິມປະຊາຊົນ ໄດ້ໃຫ້ສຳພາດເນື່ອງ ໃນໂອກາດວັນສື່ມວນຊົນ ແລະ ວັນ ພິມຈຳໜ່າຍຄົບຮອບ74ປີໂດຍຍົກ ໃຫ້ເຫັນວ່າ: ສື່ມວນຊົນລາວ ເປັນ ກອງກຳລັງປະຈັນບານຂອງພັກ, ລັດ ຕໍ່ສູ້ໃນສະໜາມຮົບການເມືອງ ແນວຄິດ, ເປັນອາວຸດອັນແຫລມຄົມ ແລະ ເປັນກະບອກສຽງຂອງພັກລັດ ເພື່ອປຸກລະດົມທົ່ວປວງຊົນຕໍ່ ສູ້ປະຕິວັດ ກໍຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນ ປັດຈຸບັນ. ນັບແຕ່ມື້ສ້າງຕັ້ງສື່ມວນ ຊົນ ກໍໄດ້ເຕີບໃຫຍ່ເຂັ້ມແຂງເປັນແຕ່ ລະໄລຍະ, ຈາກການນໍາໃຊ້ເຄື່ອງ ມືອຸປະກອນແບບປະຖົມປະຖານ ກ້າວສູ່ຄວາມທັນສະໄໝ, ຈາກພະ ນັກງານລະດັບຄວາມຮັບຮູ້ທີ່ອ່ອນ ນ້ອຍ ກໍກ້າວສູ່ຄວາມຊໍານານ ງານ, ເປັນຊ່ຽວຊານ ແລະ ອື່ນໆ. ແນວໃດກໍດີ ສື່ມວນຊົນລາວເຮົາ ຍັງຈະຕ້ອງໄດ້ພັດທະນາຕົນເອງ ອີກຫລາຍຢ່າງ ໂດຍຄະນະນຳອົງ ການສື່ມວນຊົນ ຕ້ອງຫາທຸກວິທີ *ສື່ມວນຊົນລາວແມ່ນສື່ທີ່ເຄື່ອນ ໄຫວພາຍໃຕ້ການນຳພາ ໂດຍກົງ ຮອບດ້ານຂອງພັກ, ເປັນກະບອກ ສຽງຂອງພັກ-ລັດ ເຮັດໃຫ້ສັງຄົມ ໄດ້ຮັບຮູ້ຢ່າງຖືກຕ້ອງຄົບຖ້ວນ, ຍ້ອນແນວນັ້ນ ສື່ມວນຊົນລາວ ຈຶ່ງ ມີບົດບາດສຳຄັນໃນການປະ ກອບ ສ່ວນ ເຂົ້າໃນພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ ນັບແຕ່ອະດີດຈົນເຖິງປັດຈຸບັນ ໂດຍສື່ມວນຊົນ ເປັນຜູ້ນໍາເອົາແນວ ທາງແຜນນະໂຍບາຍຂອງພັກ-ລັດ ໂຄສະນາເຜີຍແຜ່ລົງສູ່ປະຊາຊົນ ຜ່ານຊ່ອງທາງຕ່າງໆຂອງສື່ມວນ ຊົນ. ນອກຈາກນີ້, ສື່ມວນຊົນຍັງ ເປັນຜູ້ສ່ອງແສງທຸກການເຄື່ອນ ໄຫວຂອງສັງຄົມ, ເປັນແຮງຂັບ ເຄື່ອນການພັດທະນາເສດຖະກິດສັງຄົມເປັນຜູ້ຊີ້ແຈງ ແລະ ສ້າງ ຄວາມເຂົ້າໃຈໃນບັນຫາຕ່າງໆທີ່ ເກີດຂຶ້ນຢ່າງຖືກຕ້ອງ, ເປັນເວທີລະ ຫວ່າງອົງການບໍລິຫານ, ການປົກ ຄອງກັບປະຊາຊົນ ພ້ອມທັງຊຸກຍູ້ ສ້າງຄວາມສາມັກຄີເປັນປຶກແຜ່ນ, ຮັກຊາດ, ຮັກບ້ານເກີດເມືອງນອນ ພ້ອມກັນສ້າງສາພັດທະນາປະ ເທດຊາດ. ທ່ານ ຄຳເຮືອງ ຄຳປະສິດ ຮອງ ທາງ ເພື່ອສ້າງແຮງຈູງໃຈກະຕຸ້ນ ໃຫ້ສື່ມວນຊົນຫລື ນັກຂ່າວມີຄວາມ ກະຕືລືລົ້ນ, ທຸ້ມເທເຫື່ອແຮງສະຕິ ປັນຍາເຂົ້າໃນການປະຕິບັດໜ້າທີ່ ວຽກງານດ້ານສື່ມວນຊົນຫລາຍ ຂຶ້ນ ໂດຍສະເພາະຮູບແບບການ ຂຽນຂ່າວ-ບົດຄວາມຕ່າງໆ ຍັງ ບໍ່ທັນມີຄວາມຫລາກຫລາຍ ແລະ ອື່ນໆ. ນອກຈາກນີ້, ໃນຍຸກປັດຈຸບັນ ເຕັກໂນໂລຊີໄດ້ເຂົ້າມາມີບົດບາດ ຕໍ່ການດຳລົງຊີວິດຂອງຄົນໃນສັງ ຄົມ ແລະ ເຕັກໂນໂລຊີເຫລົ່ານັ້ນນັບ ມື້ນັບພັດທະນາໃຫ້ທັນສະໄໝຂຶ້ນ ເຊິ່ງສື່ມວນຊົນ ໃນຖານະເປັນຜູ້ຜະ ລິດເນື້ອຫາ ຫລື ເປັນຜູ້ນຳສະເໜີ ຂໍ້ ມູນຂ່າວສານ ກໍຕ້ອງໄດ້ຮຽນຮູ້ເຕັກ ໂນໂລຊີເຫລົ່ານັ້ນ ເພື່ອມາໝູນໃຊ້ ເຂົ້າໃນການປະຕິບັດໜ້າທີ່ວຽກ ງານຂອງຕົນ ເພື່ອໃຫ້ທັນກັບຍຸກ ສະໄໝ. ນັບແຕ່ສື່ສັງຄົມອອນລາຍ ເຂົ້າມາມີບົດບາດຕໍ່ການດຳລົງຊີ ວິດຂອງຄົນໃນສັງຄົມ, ໄດ້ເຮັດໃຫ້ ຜູ້ຄົນສ່ວນຫລາຍໄດ້ເປີດຮັບຂໍ້ມູນ ຂ່າວສານ (ບໍລິໂພກຂ່າວ) ຈາກສື່ ອອນລາຍຢ່າງແຜ່ຫລາຍ ນັບແຕ່ ເຂດຕົວເມືອງຈົນຮອດຊົນນະບົດ ເພາະເຂົ້າເຖິງກຸ່ມເປົ້າໝາຍໄດ້ໄວ ແລະ ງ່າຍດາຍ, ພຽງແຕ່ມີສະມາດ ໂຟນ ແລະ ມີສັນຍານອິນເຕີເນັດ ກໍສາມາດເຂົ້າເຖິງສື່ອອນລາຍໄດ້, ສິ່ງເຫລົ່ານີ້ໄດ້ກາຍເປັນສິ່ງທ້າທາຍ ອັນໃຫຍ່ຫລວງ ສຳລັບສື່ມວນຊົນ ແບບເກົ່າທົ່ວໂລກລວມທັງ ສປປ ລາວ ຂອງພວກເຮົາ. ທ່ານ ຄຳເຮືອງ ຄຳປະສິດ ຍັງ ກ່າວອີກວ່າ: ອັນສຳຄັນ ແລະ ທີ່ໜ້າ ເປັນຫ່ວງກໍຄື ພຶດຕິກຳຂອງຜູ້ຮັບຂໍ້ ມູນຂ່າວສານ ຫລື ຜູ້ບໍລິໂພກຂ່າວ ຢູ່ ຕ່າງປະເທດເຮົາມັກບໍລິໂພກຂ່າວ ທີ່ເປັນທາງລົບຫລາຍກວ່າຂ່າວ ທີ່ ໃຫ້ຂໍ້ມູນ, ສາລະຄວາມຮູ້ທີ່ເປັນປະ ໂຫຍດ. ນອກຈາກນີ້, ຜູ້ບໍລິໂພກຂ່າວ ສ່ວນຫລາຍຍັງບໍ່ຮູ້ຈຳແນກວ່າຂ່າວ ໃດເປັນຂ່າວທີ່ລາຍງານຕາມຄວາມ ເປັນຈິງ, ຂ່າວໃດເປັນຂ່າວປອມ, ພຽງແຕ່ກົດເຂົ້າອ່ານ ຮູ້ສຶກວ່າຖືກ ໃຈກໍກົດໄລ້,ກົດແຊຕໍ່ໆກັນໄປໂດຍທີ່ ບໍ່ຮູ້ວ່າຂ່າວນັ້ນ ເປັນຂ່າວບິດເບືອນ ຄວາມເປັນຈິງ ຫລື ຂ່າວບໍ່ມີມູນ ຄວາມຈິງ. ດັ່ງນັ້ນ, ສື່ມວນຊົນທີ່ ເປັນ ທາງການຂອງພວກເຮົາຕ້ອງ ໄດ້ອອກແຮງເພີ່ມທະວີ ໃນການ ຊີ້ແຈງ, ອະທິບາຍໃຫ້ສັງຄົມເຂົ້າ ໃຈ; ອີກບັນຫາໜຶ່ງທີ່ເປັນຄວາມທ້າ ທາຍຂອງວຽກງານສື່ມວນຊົນ ກໍຄື ບຸກຄະລາກອນສື່ມວນຊົນຂອງ ພວກເຮົາຈຳນວນໜຶ່ງຍັງມີຄວາມ ຮູ້, ຄວາມສາມາດຈຳກັດ ຍັງບໍ່ມີ ຄວາມກະຕືລືລົ້ນແລະຫ້າວຫັນເທົ່າ ທີ່ຄວນ ເພື່ອພັດທະນາຕົນເອງ, ນອກຈາກນີ້ ພາຫະນະຮັບໃຊ້, ງົບ ປະມານໃນການໃຊ້ຈ່າຍບໍລິຫານ ຍັງມີຈຳກັດ ຈຶ່ງເປັນບັນຫາໜຶ່ງທີ່ ທ້າທາຍຂອງວຽກງານສື່ມວນຊົນ ໃນຍຸກການຫັນເປັນດີຈິຕອນ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==