5938

Iv'okpq d]a f4t,q o8u Ij ;,'ko;k'ltcf' v5 xtdvog8a doy ddkomtskolkdq o mu j ia fg-p xt-k7q ,;a fmtotme{la '7q ,vk-Posk]n ra fmtokczop5 fmtlkf s]a 'xu 2025 m6 f]k; muj [6 fkcxl gzu pczj ;a fmtotme]k; 3vdkflts]v' 7q [Iv[ 57 xu ;a olh k'8A 'vk-Po glu ,0tspkp,6 og-N v{zq o'ko;Pdlnj ,;o-q o c]t dkory ,9e|j kp .sh ra fmtok1j k'[+ 15 f1A ' z6h xtdv[dkoxU 'wdj okxqj ' rh v,pq d]tfa [ ,kf8t4ko .sh ,u 75 ootrk[.\j pq d]tfa [dko75h ,7v'g8a d3o3]-u fu 9y 8vo .sh rtoa d'koc0;'[= ]y 7ewIv']a f4t,q o8u dt-;'lb dlkmy dko c]t dy ]k Ij ;,dv'xt-5 ,l5 fpvf-k;|5 j , 16 j Iq 'dq ' lx 9u o 74 xu csj 'dkog8u [.spj 0tspkp8q ; 0v'l6 odk'co;]k;lh k'-kf gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 14.08.2024 ປີທີ 23 ສະບັບທີ 5.994 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີັຸີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2 -q ,g-u poE.9;a omu 13 ly 'sk 1j k'l5 f.9K ຜູ້ປະກອບການປິ້ງໄກ່ນາປົ່ງ ໃນວັນ ທີ 12 ສິງຫາ 2024 ຢູ່ເມືອງຄົງເຊ ໂດນ ຈັດກອງປະຊຸມຫາລືພ້ອມໃນ ການຍົກລະດັບເພື່ອຮອງຮັບໃຫ້ ແກ່ການບໍລິການແບບມີສ່ວນຮ່ວມ ເພື່ອສົ່ງເສີມທ່າແຮງທີ່ມີຢູ່ ແລະ ຄວາມເປັນເອກະລັກຂອງປີ້ງໄກ່ນາ ປົ່ງໃຫ້ມີມາຕະຖານ, ມີຄຸນນະພາບ ໃໝ່ ແລະ ກາຍເປັນສະຖານທີ່ທ່ອງ ທ່ຽວ, ວັດທະນະທຳເອກະລັກອາ ຫານທ້ອງຖິ່ນ ແຫ່ງໜຶ່ງທີ່ມີຄຸນນະ ພາບ, ເປັນເສດຖະກິດກັບທີ່ທີ່ເຂັ້ມ ແຂງ ແລະ ຍືນຍົງ. ກອງປະຊຸມດັ່ງ ຂປລ. ສະຖານເອກອັກຄະລັດ ຖະທູດແຫ່ງສປປລາວປະຈຳຮົງກາ ລີຮ່ວມກັບບັນດາສະຖານທູດອາ ຊຽນ ປະຈຳຮົງກາລີ ຈັດງານ ສະແດງວັດທະນະທຳຢູ່ໂຮງແຮມ ຂປລ. ໂດຍຕອບສະໜອງການ ເຊື້ອເຊີນ ຂອງ ທ່ານ ນາງ Alice Mak ຫົວໜ້າທະບວງພາຍໃນ ແລະ ຊາວໜຸ່ມ ເຂດປົກຄອງພິເສດ ຮົງ ກົງ ສປ ຈີນ, ໃນວັນທີ 10 ສິງຫາ 2024 ຜ່ານມາ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະ ຊວງສຶກສາທິການ ແລະ ກິລາ ໄດ້ ນໍາພາຄະນະຜູ້ແທນ ແລະ ນັກສຶກ ສາລາວ ເຂົ້າຮ່ວມກອງປະຊຸມສຸດ ຍອດການພັດທະນາຊາວໜຸ່ມ ພາຍ ໃຕ້ຫົວຂໍ້: “Set Sail New Horizon” ໂດຍການເຂົ້າຮ່ວມ ແລະ ມີຄໍາເຫັນເປີດກອງປະຊຸມ ຂອງ ທ່ານຈອນລີ(Mr.JonhKCLee) ຫົວໜ້າຄະນະບໍລິຫານງານເຂດ ປົກຄອງພິເສດ ຮົງກົງ ສປ ຈີນ, ມີ ໄດ້ ໃຫ້ສຳພາດຕໍ່ສື່ມວນຊົນກອງທັບ ໃນໂອກາດວັນສື່ມວນຊົນ ແລະ ຂປລ. ສປປ ລາວ ເປັນເຈົ້າພາບ ຈັດກອງປະຊຸມສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນຮ່ວມ ກັບລັດຖະມົນຕີ ປະທານຂະແໜງ ການຂອງເສົາຄໍ້າ ວັດທະນະທຳ-ສັງ ຄົມອາຊຽນ, ຜູ້ຊົງຄຸນວຸທິ ແລະ ສະ ມາຊິກລັດຖະສະພາອາຊຽນ ເພື່ອປຶກ ສາຫາລື ພັດທະນາແຜນຍຸດທະສາດ ປະຊາຄົມວັດທະນະທຳ-ສັງຄົມອາ ຊຽນ ຫລັງປີ 2025 ໃນວັນທີ 13 ສິງຫາ 2024 ຢູ່ນະຄອນຫລວງ ວຽງຈັນ ໂດຍການເປັນປະທານ ຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ຂປລ. ເມື່ອບໍ່ດົນມານີ້, ກົມເຕັກ ໂນໂລຊີດີຈິຕອນກະຊວງເຕັກໂນ ໂລຊີ ແລະ ການສື່ສານ ຮ່ວມກັບພະ ແນກເຕັກໂນໂລຊີ ແລະ ການສື່ສານ ແຂວງບໍລິຄຳໄຊ ຍົກລະດັບຄວາມ ຮູ້ໃຫ້ແກ່ພະນັກງານກ່ຽວກັບການ ຄຸ້ມຄອງວຽກງານເຕັກໂນໂລຊີດີຈິ ຕອນ ແລະ ການສ້າງແຜນການ ເພື່ອເປັນການສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນ ໃນ ການຈັດຕັ້ງຜັນຂະຫຍາຍວຽກ ງານສົ່ງເສີມການພັດທະນາ ແລະ ການນຳໃຊ້ເຕັກໂນໂລຊີດີຈິຕອນ ເຂົ້າຊ່ວຍໃນການເຮັດວຽກໃນແຕ່ Hilton ໃນນະຄອນຫລວງບູດາ ແປສ ເພື່ອເປັນການເຜີຍແຜ່ວັດ ທະນະທໍາ ໃຫ້ຊາວຕ່າງປະເທດກໍຄື ນາໆຊາດ ໄດ້ຮັບຊາບ ແລະ ຮັບຮູ້ ເຖິງວັດທະນະທຳທີ່ເປັນເອກະລັກ ຄະນະຜູ້ແທນຂັ້ນສູງຈາກ ສປ ຈີນ, ອາຣັບບີ ຊາອຸດິດ ແລະ ມາເລເຊຍ, ຂະແໜງການກ່ຽວຂ້ອງ ແລະ ພາກ ທຸລະກິດຂອງເຂດປົກຄອງພິເສດ ດັ່ງກ່າວ, ລວມທັງຄູອາຈານ ແລະ ນັກສຶກສາຈາກບັນດາປະເທດ ເຂົ້າ ຮ່ວມຫລາຍກວ່າ 1.000 ຄົນ. ໃນກອງປະຊຸມສຸດຍອດການ ພັດທະນາຊາວໜຸ່ມດັ່ງກ່າວ,ທ່ານ ຮອງລັດຖະມົນຕີ ກິ່ງມະໂນ ພົມມະ ຫາໄຊໄດ້ມີຄໍາເຫັນແລກປ່ຽນຕໍ່ກອງ ປະຊຸມກ່ຽວກັບ 5 ຍຸດທະສາດ ສໍາ ລັບການພັດທະນາຊາວໜຸ່ມ ແລະ ເຍົາວະຊົນຂອງ ສປປ ລາວ ຄື: ການ ສຶກສາ, ກິລາ ແລະ ການຝຶກອົບຮົມ; ສຸຂະພາບແລະ ສະຫວັດດີການ; ແລະ ມີລັກສະນະສະເພາະອາຊຽນ ໃນໂອກາດຄົບຮອບ 57 ປີ ວັນສ້າງ ຕັ້ງສະມາຄົມ ບັນດາປະຊາຊາດ ອາຊີຕາເວັນອອກສຽງໃຕ້ ຫລື ອາ ຊຽນ(8 ສິງຫາ 1967-8 ສິງຫາ 2024) ແລະ ວັນຄົບຮອບ 27 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກ ອາຊຽນ (23 ກໍລະກົດ 1997-23 ກໍລະກົດ 2024). ງານຄັ້ງນີ້, ຈັກຂຶ້ນໂດຍການ ເຂົ້າຮ່ວມເປັນແຂກກິດຕິມະສັກ ຂອງທ່ານ Mr. Ádám Stifter ຜູ້ ຊ່ວຍລັດຖະມົນຕີ, ຮັບຜິດຊອບປະ ເທດເຂດຕາເວັນອອກ, ກະຊວງການ ຕ່າງປະເທດ ແລະ ການຄ້າຮົງກາລີ ແລະ ທ່ານໄດ້ມີຄຳເຫັນສະແດງ ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ຂປລ. ວຽກງານສື່ມວນຊົນແລະ ການພິມຈຳໜ່າຍ ໂດຍສະເພາະ ແມ່ນສື່ສິ່ງພິມ ແລະ ສື່ເອເລັກໂຕຣ ນິກ, ສອງປະເພດສື່ມວນຊົນນີ້ ໄດ້ ກາຍເປັນອາວຸດອັນແຫລມຄົມຂອງ ພັກ ແລະ ເປັນກໍາລັງແຮງສັງລວມ ຂອງສັງຄົມ ເຊິ່ງຍາມໃດກໍໄດ້ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນໄຊ ຊະນະລວມຂອງການປະຕິວັດລາວ ເຮົາຕະຫລອດມາ. ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກຳມະການຄະນະພັກ ກົມໃຫຍ່,ຫົວໜ້າກົມໂຄສະນາອົບ ຮົມກົມໃຫຍ່ການເມືອງກອງທັບ ລະຂະແໜງການ ເຊິ່ງຈະຊ່ວຍໃຫ້ ບຸກຄະລາກອນ ໄດ້ຮັບການພັດທະ ນາຢ່າງເປັນລະບົບ, ຕໍ່ເນື່ອງ ແລະ ສາມາດຈັດຕັ້ງປະຕິບັດເຂົ້າໃນວຽກ ງານຕົວຈິງໄດ້ ທັງເປັນການຍົກລະ ດັບຄວາມຮູ້, ຄວາມສາມາດຂອງ ພະນັກງານທີ່ເຮັດວຽກດ້ານໄອທີ ຂອງຂະແໜງການຕ່າງໆ ໃຫ້ມີ ຄວາມເຂັ້ມແຂງ, ມີຄວາມຮູ້, ຄວາມ ສາມາດໃນການນຳໃຊ້ເຕັກໂນໂລຊີ ໃໝ່ໆ ຢູ່ຕະຫລອດເວລາ ແລະ ເປັນ ໂອກາດດີ ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມ ຈາກພາກສ່ວນຕ່າງໆ ໄດ້ເຂົ້າໃຈຕື່ມ ຂປລ. ຕະຫລອດໄລຍະ 74 ປີ ຜ່ານມາ, ສູນກາງແນວລາວສ້າງ ຊາດ (ແນວລາວອິດສະຫລະ) ໄດ້ເຕີບໃຫຍ່ຂະຫຍາຍຕົວເປັນ ກ້າວໆມາ ແລະ ມີຜົນງານອັນໃຫຍ່ ຫລວງ ໃນການປຸກລະດົມເຕົ້າໂຮມ ກໍາລັງແຮງທົ່ວປວງຊົນລາວ ຜູ້ທີ່ ມັກອິດສະຫລະພາບ ເປັນຈຳນວນ ຫລວງຫລາຍເຂົ້າໃນແນວໂຮມຕ້ານ ຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ຖືຄວາມສາມັກຄີ ເປັນອັນໜຶ່ງອັນດຽວຂອງທົ່ວປວງ ຊົນ, ເຕົ້າໂຮມຄວາມສາມັກຄີທົ່ວ ປວງຊົນ ແລະ ສຶກສາອົບຮົມປະຊາ ຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ ລວມທັງຄົນເຊື້ອຊາດລາວຢູ່ຕ່າງ ປະເທດ ເພື່ອປະກອບສ່ວນເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ. ທ່ານນາງສີພະຈັນນັນທະວົງສາ ກຳມະການປະຈຳພັກປະທານກວດ ທ່ານ ນາງ ສີພະຈັນ ນັນທະວົງສາ ຂປລ. ເມືອງຄົງເຊໂດນ ແຂວງ ສາລະວັນ ແລະ ບໍລິສັດພັດທະນາ ແຫລ່ງທ່ອງທ່ຽວຕາດເຍືອງຫລັກ 40 ເມືອງປາກຊ່ອງຈໍາກັດ ຮ່ວມກັບ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 14/08/2024 xtgmf]k; ຮອງນາຍົກລັດຖະມົນຕີ... ຮອງນາຍົກລັດຖະມົນຕີ... 74 ປີແຫ່ງການ... ຜູ້ປະກອບການປີ້ງໄກ່... ທູດລາວ ທີ່ບູດາແປສ... ຂປລ. ໃນວັນທີ 12 ສິງຫາ 2024 ຜ່ານມາ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມຄະນະເຂົ້າຮ່ວມພິທີເປີດ ງານວາງສະແດງອຸປະກອນເຕັກນິກ ການທະຫານສາກົນ 2024 ຄັ້ງທີ 10 ຢູ່ສູນປະຊຸມ ແລະ ວາງສະແດງ ສາກົນ ປາຕຣີອົດ, ກູບິນກາ, ນະ ຄອນຫລວງມົດສະກູ ສະຫະພັນ ຣັດ ເຊຍ ໂດຍມີບັນດາຄະນະນຳຈາກກະ ຊວງປ້ອງກັນປະເທດແລະຕົວແທນ ອຸດສາຫະກຳຈາກປະເທດຕ່າງໆ, ບັນດາບໍລິສັດຂອງສະຫະພັນຣັດ ເຊຍ ແລະ ຈາກຕ່າງປະເທດເຂົ້າ ຮ່ວມ. ງານວາງສະແດງອຸປະກອນ ເຕັກນິກການທະຫານສາກົນ 2024 ຈັດຂຶ້ນໃນລະຫວ່າງວັນທີ 12-14 ສິງຫາ 2024 ໂດຍສະແດງໃຫ້ ເຫັນບັນດາເຕັກໂນໂລຊີຕ່າງໆ ຫລາຍຮູບແບບ, ມີທັງອາວຸດຍຸດໂທ ປະກອນເຕັກນິກການທະຫານ ທີ່ມີ ຄວາມທັນສະໄໝທີ່ສຸດ, ມີເອກະລັກ ສະເພາະຕົວຈາກປະເທດຣັດເຊຍ ເຊິ່ງມີບໍລິສັດຊັ້ນນຳທີ່ໄດ້ຮັບການ ຍ້ອງຍໍໃນລະດັບສາກົນ. ນອກນັ້ນ, ສປ ຈີນ, ເບຣາລຸດ, ອີຣານ, ອິນເດຍ ເຂົ້າຮ່ວມ ແລະ ມີຕົວແທນບໍລິສັດ ຈາກຕ່າງປະເທດ ທີ່ລົງທະບຽນເຂົ້າ ຮ່ວມຫລາຍກວ່າ 120 ແຫ່ງ, ມີຜະລິດຕະພັນປະມານ 1.500 ລາຍການ ແລະ ໄດ້ຮັບຄວາມສົນ ໃຈຫລາຍຈາກຕົວແທນຜູ້ຊ່ຽວຊານ ແລະ ສື່ຈາກຕ່າງປະເທດ. ພ້ອມກັນ ນີ້, ຍັງເປັນບ່ອນພົບປະ, ປຶກສາຫາ ລື, ແລກປ່ຽນປະສົບການ, ເພີ່ມທະ ວີການຮ່ວມມືດ້ານການຜະລິດ, ສະ ໜອງອຸປະກອນເຕັກນິກການທະ ຫານໃຫ້ບັນດາບໍລິສັດຕ່າງໆຂອງ ຣັດເຊຍ ແລະ ບໍລິສັດອື່ນໆຈາກຕ່າງ ປະເທດ ເພື່ອສ້າງຄວາມເຂົ້າອົກ ເຂົ້າໃຈເຊິ່ງກັນ ແລະ ກັນ, ຊຸກຍູ້ປົກ ປັກຮັກສາສັນຕິພາບ ແລະ ສະຖຽນ ລະພາບຢູ່ພາກພື້ນ ແລະ ສາກົນ. ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມຄະ ນະກໍໄດ້ຢ້ຽມຊົມຫ້ອງວາງສະແດງ ບໍລິສັດອາວມາສ-ອັນເຕວ ບໍລິສັດ ຜະລິດລະບົບປ້ອງກັນອາກາດ ແລະ ເຣດາ, ຢ້ຽມຊົມຫ້ອງວາງສະແດງ ບໍລິສັດຍົນທີ່ຂຶ້ນຊື່ຂອງຣັດເຊຍ, ບໍລິສັດໂຣສອາບາໂຣນເອັກສະປອດ ແລະ ພົບປະກັບບໍລິສັດຈຳນວນໜຶ່ງ ຕື່ມອີກ. ຂ່າວ-ພາບ: ຮ້ອຍເອກ ທອງມາ ໄຊຍະເພັງສາ ເພື່ອພ້ອມກັນປຶກສາຫາລື, ແລກ ປ່ຽນທັດສະນະ ແລະ ຂໍ້ສະເໜີ ທີ່ ເປັນທິດທາງຍຸດທະສາດຂອງປະ ຊາຄົມວັດທະນະທຳ-ສັງຄົມອາ ຊຽນ ຫລັງປີ 2025 ເຊິ່ງເປັນປັດ ໄຈສຳຄັນທີ່ສຸດ ເຊິ່ງບັນດາທິດທາງ ຍຸດທະສາດເຫລົ່ານັ້ນ, ຈະຖືກຄັດ ຈ້ອນເປັນຍຸດທະສາດຂອງຂະແໜງ ການເພື່ອຮັບປະກັນ ແລະ ຮັກສາ ໄດ້ປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ໃຫ້ມີຄວາມເຂັ້ມແຂງ, ແຂງແກ່ນ, ຍືນຍົງ, ກວມລວມ ແລະ ປັບຕົວໄດ້ທຸກສະພາບການ, ທັງ ເພີ່ມ ທະວີການຄາດຄະເນລ່ວງໜ້າຂອງ ຍຸດທະສາດ ທີ່ເປັນສິ່ງທ້າທາຍ ແລະ ທ່າແຮງບົ່ມຊ້ອນ ໃນພາກພື້ນ ແລະ ທົ່ວໂລກ, ທັງເປັນການຊອກຫາວິ ທີທາງໃນອະນາຄົດ ທີ່ຈະເປັນໄປໄດ້ ເພື່ອສະໜັບສະໜູນ ໃຫ້ແກ່ການພັດ ທະນາຍຸດທະສາດ, ນະໂຍບາຍ ແລະ ການແກ້ໄຂບັນຫາ. ທ່ານ ນາງ ສວນສະຫວັນ ວິຍະ ເກດ ຍັງໃຫ້ຮູ້ອີກວ່າ: ກອງປະຊຸມ ໃນຄັ້ງນີ້, ໄດ້ຍົກໃຫ້ເຫັນ ຄວາມສຳ ຄັນຂອງການຄາດການ ລ່ວງໜ້າ ຂອງຍຸດທະສາດ ທີ່ຈະສ່ອງແສງ ເຖິງການປ່ຽນແປງຂອງປະຊາຄົມ ອາຊຽນ ຫລັງປີ 2025 ແລະ ການ ຈັດຕັ້ງປະຕິບັດແຜນຍຸດທະສາດ ດັ່ງກ່າວ ເຊິ່ງໂດຍລວມແລ້ວ ໄດ້ສະ ແດງໃຫ້ເຫັນເຖິງການຮັບປະກັນ ໃນການດຳເນີນງານຢ່າງແຂງແຮງ ຂອງບັນດາແຜນຍຸດທະສາດຂອງ ຂະແໜງການຂອງຕົນ, ບັນຫາຊໍ້າ ຊ້ອນເສົາຄ້ຳ ແລະ ການເຊື່ອມ ຈອດອາຊຽນ. ພ້ອມນິີ້, ຍັງໄດ້ຍົກ ໃຫ້ເຫັນບັນດາບາດກ້າວສຳຄັນ ແລະ ຂໍ້ສະເໜີໂດຍສະເພາະການແກ້ ໄຂທ່າອ່ຽງ ແລະ ສິ່ງທ້າທາຍຕ່າງໆ ເພື່ອຮັບປະກັນໃຫ້ມີການພັດທະນາ ຊັບພະຍາກອນມະນຸດ ແລະ ການພັດ ທະນາແບບຍືນຍົງ ລວມທັງການ ຜັນຂະຫຍາຍວຽກງານຂອງເສົາຄໍ້າ ວັດທະນະທຳ-ສັງຄົມອາຊຽນ ໃຫ້ ດີຂຶ້ນເປັນກ້າວໆ. ການປຶກສາຫາລືໃນຄັ້ງນີ້, ເປັນ ຂີດໝາຍສຳຄັນ ຂອງເສົາຄ້ຳປະຊາ ຄົມວັດທະນະທຳ-ສັງຄົມອາຊຽນ ເພື່ອແລກປ່ຽນ ແລະ ຍົກສູງຄຸນນະ ພາບຊີວິດການເປັນຢູ່ຂອງປະຊາ ຊົນອາຊຽນ ລວມເຖິງການເຊື່ອມ ໂຍງໃນພາກພື້ນ ແລະ ຄວາມເປັນ ແກນກາງຂອງອາຊຽນ. ຂ່າວ: ທະນູທອງ, ພາບ: ອ່າຍຄຳ ປະຊາຄົມວັດທະນະທຳ... ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍມີບັນດາລັດຖະມົນ ຕີສະພາປະຊາຄົມວັດທະນະທຳ- ສັງຄົມອາຊຽນ, ລັດຖະມົນຕີປະ ທານຂະແໜງການຂອງເສົາຄ້ຳວັດ ທະນະທຳ-ສັງຄົມອາຊຽນ, ລັດຖະ ມົນຕີກະຊວງກະຊວງສາມັກຄີ ແລະ ການມີສ່ວນຮ່ວມທາງສັງຄົມ ແຫ່ງ ຕີມໍ ເເລັດສະເຕ, ພ້ອມດ້ວຍຫົວໜ້າ ຄະນະຜູ້ແທນອາຊຽນ ແລະ ຜູ້ຕາງ ໜ້າຈາກກອງເລຂາອາຊຽນເຂົ້າ ຮ່ວມ. ທ່ານນາງ ສວນສະຫວັນ ວິຍະ ເກດ ໄດ້ມີຄຳເຫັນວ່າ: ກອງປະຊຸມ ໃນຄັ້ງນີ້, ເປັນວາລະພິເສດ ແລະ ເປັນຄັ້ງທຳອິດ ທີ່ໄດ້ຈັດຮ່ວມກັບບັນ ດາປະທານຂະແໜງການຂອງເສົາ ຄ້ຳວັດທະນະທຳ-ສັງຄົມອາຊຽນ ວຽກເຮັດງານທໍາ ແລະ ການປະ ກອບການ; ພັນທະພົນລະເມືອງ ແລະ ການມີສ່ວນຮ່ວມ; ການປົກ ປ້ອງ ທາງສັງຄົມ ເຊິ່ງບັນດາຍຸດທະ ສາດດັ່ງກ່າວ, ຈະສາມາດຈັດຕັ້ງປະ ຕິບັດໄດ້ຢ່າງເຕັມສ່ວນ ແລະ ສໍາ ເລັດຜົນຕາມຄາດໝາຍໄດ້ນັ້ນ ແມ່ນ ຮຽກຮ້ອງໃຫ້ມີການຮ່ວມມື ແລະ ການປະສານສົມທົບຢ່າງກົມກຽວ ຂອງພາກສ່ວນກ່ຽວຂ້ອງພາຍໃນ, ລວມທັງການຮ່ວມມື ແລະ ສະໜັບ ສະໜູນຈາກເພື່ອນມິດສາກົນ. ສະ ນັ້ນ, ສປປລາວໄດ້ຖືສໍາຄັນແລະປະ ກອບສ່ວນຢ່າງຕັ້ງໜ້າໃນການສົ່ງ ເສີມການຮ່ວມມືໃນວຽກງານການ ພັດທະນາຊາວໜຸ່ມ ໃນຂອບການ ຮ່ວມມືຊາວໜຸ່ມອາຊຽນ ເປັນຕົ້ນ ແມ່ນຂົງເຂດການສຶກສາ, ການຝຶກ ອົບຮົມທັກສະ ແລະ ການແລກ ປ່ຽນວັດທະນະທໍາ, ພ້ອມໄດ້ເຮັດ ວຽກຢ່າງຕັ້ງໜ້າກັບສາກົນ ໃນການ ສົ່ງເສີມການສຶກສາໃນໄວໜຸ່ມ, ການ ຝຶກອົບຮົມວິຊາຊີບ ແລະ ກາລະໂອ ກາດໃນການປະກອບການ. ໃນ ນາມປະທານອາຊຽນ 2024 ສປປ ລາວ ຖືສໍາຄັນໃນການເພີ່ມທະວີ ການເຊື່ອມໂຍງ ແລະ ຄວາມເຂັ້ມ ແຂງຂອງອາຊຽນ, ຮຽກຮ້ອງໃຫ້ ທຸກພາກສ່ວນປະສານສົມທົບ ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ໃນ ວຽກງານການພັດທະນາຊາວໜຸ່ມ ຈະເປັນຜູ້ສືບທອດການພັດທະນາ ຂອງຂົງເຂດພາກພື້ນ ແລະ ສາກົນ ໃນຕໍ່ຫນ້າ. ພ້ອມກັນນັ້ນ, ສປປ ລາວ ຢືນຢັນຄືນຄວາມໝາຍໝັ້ນໃນ ການເຮັດວຽກຮ່ວມກັນຢ່າງໃກ້ຊິດ ກັບລັດຖະບານ ສປ ຈີນ ກໍຄື ເຂດ ປົກຄອງພິເສດຮົງກົງ ສປ ຈີນໃນ ການຜັນຂະຫຍາຍຂໍ້ລິເລີ່ມ “ໜຶ່ງ ແລວ ໜຶ່ງເສັ້ນທາງ” ໂດຍສະເພາະ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ສະບັບໃໝ່ (2024-2028) ທີ່ໄດ້ຮັບການລົງ ນາມໃນເດືອນຕຸລາ 2023 ໃຫ້ເປັນ ຮູບປະທໍາເທື່ອລະກ້າວ. ໃນໂອກາດເຂົ້າຮ່ວມກອງປະ ຊຸມສຸດຍອດການພັດທະນາຊາວ ໜຸ່ມຢູ່ເຂດປົກຄອງພິເສດ ຮົງກົງ ສປ ຈີນ ຄັ້ງນີ້, ທ່ານຮອງລັດຖະມົນ ຕີ ກິ່ງມະໂນ ພົມມະຫາໄຊ ຍັງໄດ້ ພົບປະສອງຝ່າຍກັບຫົວໜ້າທະ ບວງພາຍໃນ ແລະ ຊາວໜຸ່ມ, ຫົວ ໜ້າທະບວງສຶກສາທິການ ແລະ ມູນນິທິຮົງກົງ-ອາຊຽນຂອງເຂດ ປົກຄອງພິເສດ ຮົງກົງ ສປ ຈີນ ເຊິ່ງ ສອງຝ່າຍ ລາວ ແລະ ຂະແໜງການ ກ່ຽວຂ້ອງຂອງເຂດປົກຄອງພິເສດ ດັ່ງກ່າວ ໄດ້ຢືນຢັນຄວາມໝາຍໝັ້ນ ໃນການປະສານສົມທົບ ແລະ ເຮັດ ວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຊຸກ ຍູ້ສົ່ງເສີມການພົວພັນ ແລະ ການ ຮ່ວມມືໃນວຽກງານພັດທະນາການ ສຶກສາ, ກິລາ, ຊາວໜຸ່ມກໍຄືການສົ່ງ ເສີມການໄປມາຫາສູ່ເຊິ່ງກັນ ແລະ ກັນຂອງພາກລັດ ແລະ ປະຊາຊົນ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່, ອັນຈະເປັນການສົ່ງເສີມການຮ່ວມ ມືດ້ານເສດຖະກິດ ກໍຄື ການຄ້າ, ການລົງທຶນຢູ່ສປປ ລາວ ແລະ ການ ສົ່ງເສີມການທ່ອງທ່ຽວ ລະຫວ່າງ ສປປ ລາວ ແລະ ເຂດປົກຄອງພິ ເສດຮົງກົງ ສປ ຈີນ ໃນຕໍ່ໜ້າ. ການຢ້ຽມຢາມເຂດປົກຄອງ ພິເສດ ຮົງກົງ ສປ ຈີນ ຂອງຄະນະ ຜູ້ແທນລາວ ຄັ້ງນີ້, ໄດ້ກາຍເປັນຂີດ ໝາຍສໍາຄັນ ສໍາລັບການພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ເຂດປົກຄອງພິເສດຮົງ ກົງ ສປ ຈີນ ອັນໄດ້ເປັນການຊຸກຍູ້ ສົ່ງເສີມການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຜົນການຢ້ຽມຢາມ ທາງການ ຢູ່ ສປປ ລາວ ຂອງ ທ່ານ ຈອນ ລີ ຫົວໜ້າຄະນະບໍລິຫານເຂດ ປົກຄອງພິເສດ ຮົງກົງ ສປ ຈີນ ໃນ ທ້າຍເດືອນກໍລະກົດ 2024 ທີ່ຜ່ານ ມາ ໃຫ້ເປັນຮູບປະທໍາເທື່ອລະກ້າວ ໂດຍສະເພາະການຊຸກຍູ້ສົ່ງເສີມ ການພົວພັນ ແລະ ຍາດແຍ່ງການ ຮ່ວມມື ຈາກເຂດປົກຄອງພິເສດດັ່ງ ກ່າວ ໃຫ້ແກ່ສປປ ລາວ ໃນຂະແໜງ ການສຶກສາ ກໍຄືການພັດທະນາການ ສຶກສາ ແລະ ຊາວໜຸ່ມໃນຕໍ່ໜ້າ. ຊຽນ ໃນດ້ານຕ່າງໆລວມທັງດ້ານ ວັດທະນະທຳທີ່ມີບົດບາດສຳຄັນ ໃນການເພີ່ມທະວີສ້າງສາຍພົວພັນ ລະຫວ່າງລັດຖະບານກໍຄືປະຊາຊົນ ດ້ວຍກັນ, ທັງໄດ້ສັງເກດຕີລາຄາ ຄວາມທ້າທາຍຂອງສະພາບການ ປ່ຽນແປງສາກົນ ແລະ ຄວາມຈຳ ເປັນໃນການຮ່ວມມືກັນໃນປັດຈຸ ບັນ. ນອກຈາກນັ້ນ, ທ່ານຍັງໄດ້ຍົກ ໃຫ້ເຫັນເຖິງບົດບາດ ແລະ ການ ໃຫ້ຄວາມສຳຄັນໃນການເສີມຂະ ຫຍາຍການຮ່ວມມືໃນດ້ານຕ່າງໆ ຜ່ານຊ່ອງທາງການທູດຂອງຮົງ ກາລີ ກັບບັນດາປະເທດ ໃນພາກພື້ນ ອາຊຽນ ຊຶ່ງຮົງກາລີ ເປັນປະເທດ ທຳອິດຈາກພາກພື້ນເອີລົບກາງ ແລະ ຕາເວັນອອກທີ່ສະແດງເຈດຈຳ ນົງເຂົ້າຮ່ວມສົນທິສັນຍາໄມຕີຈິດ ແລະ ການຮ່ວມມື ຫລື TAC ລວມ ທັງການໄດ້ເປີດສຳນັກງານສະຖານ ທູດຂອງຕົນໃນພາກພື້ນອາຊຽນ ເພີ່ມຂຶ້ນຕື່ມ ຊຶ່ງເປັນການຢືນຢັນວ່າ ຮົງກາລີ ມີຄວາມປາຖະໜາໃນການ ຮ່ວມມືກັບອາຊຽນ ໃຫ້ນັບມື້ນັບມີ ການຂະຫຍາຍຕົວເພີ່ມຂຶ້ນ. ໃນໂອກາດດັ່ງກ່າວ, ທ່ານ ຄໍາພອນ ວົງສັນຕິ ເອກອັກຄະລັດ ຖະທູດ ສປປ ລາວ ປະຈຳ ຮົງກາລີ ໄດ້ໃຫ້ກຽດຂຶ້ນລັ່ນຄ້ອງ ແລະ ກ່າວ ເປີດງານຢ່າງເປັນທາງການໃນຖາ ນະເປັນປະທານໝູນວຽນ ອາຊຽນ ປີ 2024 ໂດຍທ່ານໄດ້ຍົກໃຫ້ເຫັນ ເຖິງປະຫວັດຄວາມເປັນມາຂອງ ອາຊຽນ, ບົດບາດຄວາມສຳຄັນ ແລະ ການຮ່ວມມືໃນຂອບສອງຝ່າຍ ລະຫວ່າງອາຊຽນແລະ ສະຫະພາບ ເອີຣົບ ກໍຄື ຮົງກາລີ ທີ່ມີການຮ່ວມມື ກັນຫລາຍຂຶ້ນໃນໄລຍະຜ່ານມາ ທາງດ້ານການຄ້າ, ການສຶກສາ, ວັດ ທະນະທຳ ແລະ ດ້ານອື່ນໆລວມທັງ ທິດທາງການຮ່ວມມືກັນໃນຕໍ່ໜ້າ. ນອກຈາກນີ້, ຍັງໄດ້ຍົກໃຫ້ເຫັນເຖິງ ຜົນສຳເລັດໃນການເປັນປະທານ ໝູນວຽນອາຊຽນຂອງ ສປປ ລາວ ໃນໄລຍະຜ່ານມາໂດຍຫຍໍ້, ທັງ ແຈ້ງບຸລິມະສິດຂອງການເປັນປະ ທານອາຊຽນປີ 2024 ຄື: “ເພີ່ມທະ ວີການເຊືຶ່ອມຈອດ ແລະ ສ້າງຄວາມ ເຂັ້ມແຂງອາຊຽນ” ຫລື ASEAN Enhancing connectivity and Resilence ຊຶ່ງກົງກັບຈຸດປະສົງ ຂອງການຈັດງານສະຫລອງວັນ ຄົບຮອບການສ້າງຕັ້ງ ອາຊຽນ ຄົບ ຮອບ 57 ປີ ໃນປີ 2024, ທັງຖືໂອ ກາດຈັດງານວາງສະແດງເຜີຍແຜ່ ວັດທະນະທໍາອາຊຽນໃນໂອກາດ ດຽວກັນ. ການສະຫລອງຄົບຮອບວັນ ສ້າງຕັ້ງອາຊຽນ ແມ່ນໄດ້ປະຕິບັດ ເປັນປົກກະຕິທຸກປີ ໂດຍມີການສັບ ປ່ຽນກັນເປັນປະທານເປີດງານ ຕາມການໝູນວຽນຂອງປະເທດສະ ມາຊິກອາຊຽນ ໃນແຕ່ລະປີໂດຍ ໄດ້ເຊື້ອເຊີນແຂກຈາກພາກສ່ວນ ກ່ຽວຂ້ອງທັງພາກລັດ ແລະ ເອກະ ຊົນເຂົ້າຮ່ວມ. ສະເພາະປີ 2024 ແມ່ນໄດ້ຮັບການຮ່ວມມື ແລະ ສະ ໜັບສະໜູນທາງດ້ານສະຖານທີ່ ຈາກໂຮງແຮມ Hilton ຊຶ່ງມີ່ທີ່ຕັ້ງ ຢູ່ເຂດໃຈກາງນະຄອນຫລວງບູດາ ແປສ ທີ່ມີນັກທ່ອງທ່ຽວຜ່ານໄປມາເປັນຈຳນວນຫລາຍ, ການຈັດ ງານດັ່ງກ່າວໄດ້ດໍາເນີນນັບແຕ່ວັນ ທີ 8-18 ສິງຫາ 2024 ຈຶ່ງຈະສໍາ ເລັດ ເພື່ອເປີດໂອກາດໃຫ້ຊາວຕ່າງ ປະເທດໄດ້ສຶກສາຂໍ້ມູນ ແລະ ວັດ ທະນະທຳຂອງອາຊຽນ ທີ່ຈັດວາງ ສະແດງເປັນຫ້ອງວາງສະແດງຂອງ ແຕ່ລະປະເທດອາຊຽນ. ໃນຕອນ ທ້າຍ, ທ່ານທູດ ຄໍາພອນ ວົງສັນຕິ ຕາງໜ້າໃຫ້ບັນດາທູດອາຊຽນ ອວຍພອນໃຫ້ການ ເປັນປະທານ ໝູນວຽນ ຂອງສະຫະພາບເອີຣົບ ຂອງຮົງກາລີ ປະສົບຜົນສຳເລັດ ຕາມເປົ້າໝາຍທີ່ຕັ້ງໄວ້. ສະເພາະສະຖານທູດ ສປປ ລາວ ປະຈຳຮົງກາລີ ໃນປີ 2024 ໄດ້ມີການຈັດເຜີຍແຜ່ຂໍ້ມູນການ ທ່ອງທ່ຽວ, ວັດທະນະທຳການນຸ່ງຖື, ການສະແດງບົດຟ້ອນຊົນເຜົ່າກ້ຽວ ສຽງແຄນລາວຈາກທີມນັກສຶກ ສາລາວ ທີ່ໄດ້ຮັບທຶນການສຶກສາ ຈາກການຮ່ວມມືສອງຝ່າຍຂອງລັດ ຖະບານລາວ-ຮົງກາລີ ກໍຄື ສາກົນ, ທັງສະແດງການເປົ່າແຄນລາວຈາກ ນັກສິລະປະຄົນ ຮົງກາລີເຜີຍແຜ່ ຮີດຄອງປະເພນີອັນດີງາມເປັນ ເອກະລັກຂອງຊາດ ຊຶ່ງເຫັນວ່າໄດ້ ຮັບຄວາມສົນໃຈ ແລະ ຕອບຮັບ ເປັນຢ່າງດີຈາກຜູ້ເຂົ້າຮ່ວມງານ ຢ່າງຫລວງຫລາຍ. ກາພັກ-ລັດຮອງປະທານ ສນຊ ໄດ້ ໃຫ້ສໍາພາດ ໃນໂອກາດວັນສ້າງ ຕັ້ງສູນກາງແນວລາວສ້າງຊາດ ຄົບ ຮອບ 74 ປີ (13 ສິງຫາ 195013 ສິງຫາ 2024) ກ່ຽວກັບການ ກຳເນີດ, ເຕີບໃຫຍ່ຂະຫຍາຍຕົວຕະ ຫລອດໄລຍະ 74 ປີຜ່ານມາຂອງ ແນວລາວສ້າງຊາດ ເຊິ່ງສູນກາງ ແນວລາວສ້າງຊາດ ສາມາດເປີດ ກວ້າງແນວໂຮມແຫ່ງຊາດ ຢ່າງ ກວ້າງຂວາງໃນທົ່ວປະເທດ, ທັງ ຮ່ວມສຳພັນສູ້ຮົບກັບຫວຽດນາມ ແລະກຳປູເຈຍ, ຍາດແຍ່ງການຊ່ວຍ ເຫລືອສະໜັບສະໜູນຈາກສາກົນ ເປັນຕົ້ນ ບັນດາປະເທດສັງຄົມນິຍົມ. ພ້ອມນີ້, ຍັງດຳເນີນການຕໍ່ສູ້ຕ້ານ ລັດທິລ່າເມືອງຂຶ້ນແບບໃໝ່ ແລະ ລູກແຫລ່ງຕີນມືຂອງພວກເຂົາ, ທັງຮ່ວມສຳພັນກັບກຳລັງເປັນກາງ ຮັກຊາດ, ທັງຕໍ່ສູ້ດ້ວຍອາວຸດສົມທົບ ກັບການຕໍ່ສູ້ດ້ວຍການເມືອງ, ກົດ ໝາຍ ແລະ ການຕ່າງປະເທດ,ທັງຕໍ່ ສູ້ປິດລັບສົມທົບກັບການຕໍ່ສູ້ເປີດ ເຜີຍ, ທັງຕໍ່ສູ້ທັງເຈລະຈາແລະລວມ ລາວເຖິງ 3 ຄັ້ງ, ຕີຊະນະສັດຕູເທື່ອ ລະກ້າວ, ເທື່ອລະບັ້ນຮົບກ້າວຂຶ້ນ ຍາດເອົາໄຊຊະນະຢ່າງສົມບູນດ້ວຍ ການໂຄ້ນລົ້ມອຳນາດການປົກຄອງ ລ່າເມືອງຂຶ້ນແບບໃໝ່ ແລະລະບອບ ສັກດີນາຢ່າງສິ້ນເຊີງ ແລະ ສະຖາ ປະນາ ສປປ ລາວ ຂຶ້ນໃນວັນທີ2 ທັນວາ 1975, ພາປະເທດຊາດກ້າວ ເດີນຕາມເສັ້ນທາງສັນຕິພາບ, ເອກະ ລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ. ໃນໄລຍະ ໃໝ່ນີ້, ແນວລາວສ້າງຊາດ ບໍ່ໄດ້ ເຮັດພາລະບົດບາດນຳພາ ແລະ ຄຸ້ມ ຄອງລັດຄືໃນໄລຍະກ່ອນ, ແຕ່ແນວ ລາວສ້າງຊາດ ຍັງມີພາລະບົດ ບາດສຳຄັນຍິ່ງ ໃນຖານະເປັນອົງ ການສຳພັນທາງການເມືອງຂອງ ລະບອບປະຊາທິປະໄຕ ປະຊາຊົນ, ເປັນບ່ອນເຕົ້າໂຮມຄວາມສາມັກຄີ ທົ່ວປວງຊົນ ແລະ ສຶກສາອົບຮົມປະ ຊາຊົນບັນດາເຜົ່າ,ຊັ້ນຄົນ,ສາສະໜາ ລວມທັງຄົນເຊື້ອຊາດລາວຢູ່ຕ່າງ ປະເທດ ເພື່ອປະກອບສ່ວນເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ. ຕະຫລອດໄລຍະແຫ່ງການ ເຄື່ອນໄຫວຂອງແນວລາວສ້າງຊາດ 74 ປີທີ່ຜ່ານມາ, ມັນຍິ່ງຮຽກຮ້ອງ ໃຫ້ພວກເຮົາຈົ່ງພ້ອມກັນສືບຕໍ່ເສີມ ຂະຫຍາຍມູນເຊື້ອດັ່ງກ່າວ ເປັນຕົ້ນ ເພີ່ມທະວີກ້ອນກໍາລັງມະຫາສາມັກ ຄີຢ່າງແໜ້ນແຟ້ນກວ່າເກົ່າ ບົນພື້ນ ຖານຄວາມເປັນເອກະພາບໃນອຸ ຄວາມຊົມເຊີຍຕໍ່ຜົນງານຂອງອາ ຊຽນ ໃນໄລຍະຜ່ານ 57 ປີຜ່ານມາ ໃນການເປັນສູນກາງທາງດ້ານເສດ ຖະກິດຂອງພາກພື້ນ ແລະ ສາກົນ, ທັງໄດ້ຍົກໃຫ້ເຫັນເຖິງຄວາມສຳ ຄັນຂອງການຮ່ວມມືລະຫວ່າງສະ ຫະພາບເອີຣົບ ກໍຄື ຮົງກາລີ ກັບອາ ດົມການແຫ່ງການສ້າງປະເທດຊາດ ໃຫ້ຮັ່ງມີເຂັ້ມແຂງ, ປະຊາຊົນຮັ່ງມີ ຜາສຸກ ແລະ ສັງຄົມມີປະຊາທິປະ ໄຕ, ສີວິໄລ ແລະ ຍຸຕິທໍາ; ຖືຄວາມ ສາມັກຄີເປັນອັນໜຶ່ງອັນດຽວຂອງ ທົ່ວປວງຊົນ ເພາະຄວາມສາມັກຄີ ເປັນໝາກຫົວໃຈໃນການຕັດສິນ ການຄົງຕົວແລະ ຂະຫຍາຍຕົວຂອງ ຊາດ; ສືບຕໍ່ປຸກລະດົມກໍາລັງແຮງ ຂອງປະຊາຊົນບັນດາເຜົ່າ, ທຸກຊັ້ນ ຄົນ, ສາສະໜາ ແລະ ເພດ-ໄວເຂົ້າ ຮ່ວມ ແລະ ປະກອບສ່ວນເຂົ້າໃນທຸກ ຂະບວນການທີ່ສໍາຂອງຊາດຢ່າງ ຫ້າວຫັນ; ໂຄສະນາ, ສຶກສາອົບຮົມ, ປຸກລະດົມເສີມຂະຫຍາຍສິດເປັນ ເຈົ້າຂອງປະຊາຊົນບັນດາເຜົ່າໃນ ການປະຕິບັດແນວທາງ, ນະໂຍ ບາຍ, ລັດຖະທໍາມະນູນ, ກົດໝາຍ ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດແຕ່ລະໄລຍະ. ທ່ານນາງ ສີພະຈັນນັນທະວົງສາ ຍັງໃຫ້ຮູ້ອີກວ່າ: ນັບແຕ່ປີ 20202030 ເປັນໄລຍະເວລາທີ່ສໍາຄັນທີ່ ສຸດຂອງພັກ, ລັດ, ແນວລາວສ້າງ ຊາດແລະ ປະຊາຊົນລາວບັນດາເຜົ່າ ຊຶ່ງມີທັງຂໍ້ສະດວກ ແລະ ສິ່ງທ້າ ທາຍທົດສອບໃຫຍ່ຫລວງ ເລັ່ງ ທວງໃຫ້ພວກເຮົາຕ້ອງບາກບັ່ນບຸກ ບືນຜ່ານຜ່າພາປະເທດຊາດຫລຸດ ພົ້ນອອກຈາກສະພາວະດ້ອຍພັດ ທະນາ, ສ້າງບາດລ້ຽວໃໝ່ໃນການ ພັດທະນາປະເທດຕາມທິດຍືນຍົງ ແລະ ສີຂຽວ, ກ້າວຂຶ້ນສູ່ຈຸດໝາຍສັງ ຄົມນິຍົມຢ່າງໜັກແໜ້ນ. ດ້ວຍເຫດ ນັ້ນ, ມັນຮຽກຮ້ອງໃຫ້ແນວລາວ ສ້າງຊາດ ຕ້ອງໄດ້ສືບຕໍ່ເສີມຂະ ຫຍາຍມູນເຊື້ອອັນສະຫງ່າອົງອາດ ຂອງຕົນໃຫ້ແຂງແຮງກວ່າເກົ່າ, ຈັດຕັ້ງຜັນຂະຫຍາຍ 9 ຂໍ້ແຂ່ງຂັນ, 4 ການຫັນປ່ຽນໃໝ່ ແລະ 4 ເສີມ ສ້າງຂອງວຽກງານແນວໂຮມໃຫ້ ໜັກແໜ້ນ, ເຂັ້ມແຂງ, ເຄື່ອນໄຫວ ມີປະສິດທິພາບ, ປະສິດທິຜົນ; ສືບຕໍ່ ສ້າງ, ປັບປຸງ ແລະ ເພີ່ມທະວີຄວາມ ສາມັກຄີປອງດອງທີ່ເປັນປຶກແຜ່ນ ຂອງທຸກຊົນເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດໄວຢູ່ພາຍໃນປະເທດ ແລະ ສືບຕໍ່ສົ່ງເສີມໃຫ້ພີ່ນ້ອງຊາວລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດ ມີສ່ວນ ຮ່ວມໃນພາລະກິດສ້າງສາປະເທດ ຊາດໃຫ້ຫລາຍຂຶ້ນ; ເສີມຂະຫຍາຍ ຢ່າງແຂງແຮງ ແລະ ເຕັມສ່ວນບົດ ບາດຂອງແນວລາວສ້າງຊາດເຂົ້າ ໃນການຕິດຕາມ, ກວດກາ, ໃຫ້ຄໍາ ປຶກສາການປະຕິບັດລັດຖະທຳມະ ນູນ ແລະ ກົດໝາຍຂອງບັນດາອົງ ການອຳນາດລັດຂັ້ນຕ່າງໆ. ຢາກ ເຮັດໄດ້ຄືແນວນັ້ນ, ອົງການແນວ ລາວສ້າງຊາດທຸກຂັ້ນ ຕ້ອງໄດ້ສືບ ຕໍ່ປັບປຸງຕົນເອງໃນທຸກດ້ານໃຫ້ ໜັກແໜ້ນ, ເຂັ້ມແຂງ, ຍົກລະດັບ ຄວາມສາມາດໃນການປະຕິບັດພາ ລະບົດບາດ, ໜ້າທີ່ວຽກງານໃຫ້ໄດ້ ຕາມທີ່ກົດໝາຍໄດ້ກຳນົດໄວ້. ຂ່າວ: ສົມຫວັງ ກ່າວໂດຍມີທ່ານ ສະໄໝ ໂພທິສານ ເຈົ້າເມືອງຄົງເຊໂດນ, ທ່ານ ນາງ ສອນທິດາ ອຸນາພົມ ປະທານບໍລິສັດ ພັດທະນາແຫລ່ງທ່ອງທ່ຽວຕາດ ເຍືອງຈໍາກັດ, ທ່ານຮອງເຈົ້າເມືອງ, ມີອຳນາດການປົກຄອງບ້ານ, ຜູ້ປະ ກອບການຂາຍປີ້ງໄກ່ນາປົ່ງ ເຂົ້າ ຮ່ວມ. ທ່ານ ນາງ ສອນທິດາ ອຸນາພົມ ໄດ້ມີຄໍາເຫັນວ່າ: ເພື່ອເປັນການສົ່ງ ເສີມໃຫ້ຜູ້ປະກອບການມີລາຍຮັບ ເພີ່ມຂຶ້ນ ແລະ ຮອງຮັບໃຫ້ແກ່ນັກ ທ່ອງທ່ຽວ. ຂະນະດຽວກັນ, ກໍຍ້ອນ ໄດ້ຮັບຄວາມໄວ້ວາງໃຈຈາກອົງ ການປົກຄອງເມືອງຄົງເຊໂດນ, ຍ້ອນເຫັນໄດ້ທ່າແຮງທີ່ສຳຄັນ ແລະ ກາລະໂອກາດຕ່າງໆ ເພື່ອຊຸກຍູ້, ສົ່ງເສີມພໍ່ແມ່ປະຊາຊົນ, ຜູ້ປະກອບ ການຟື້ນຟູ, ພັດທະນາການບໍລິການ ປີ້ງໄກ່ນາປົ່ງ ໃຫ້ກ້າວໄປສູ່ຄຸນນະ ພາບໃໝ່ທີ່ໄດ້ຮັບມາດຕະຖານ ໃຫ້ມີ ບາດກ້າວໃໝ່, ມີການຫັນປ່ຽນຢ່າງ ຈິງຈັງ, ຂອງຜູ້ປະກອບການປິ້ງໄກ່ ນາປົ່ງ ຊຸກຍູ້ໃຫ້ພ້ອມພຽງກັນປັບປຸງ ໄປຕາມກົນໄກ ເປັນຕົ້ນ ປັບປຸງຮ້ານ ບໍລິການຂາຍປິ້ງໄກ່ໃຫ້ເປັນລະບຽບ ຮຽບຮ້ອຍ, ຕົບແຕ່ງໜ້າຮ້ານໃຫ້ເປັນ ເອກະລັກສະເພາະ ໂດຍເອົາວັດສະດຸ ເປັນຂອງພື້ນບ້ານ, ເພື່ອປັບປຸງການ ບໍລິການໃຫ້ດີຂຶ້ນ, ພ້ອມການນຸ່ງຖື ຂອງຜູ້ປະກອບການໃຫ້ເປັນເອກະ ລັກດຽວກັນ ເຊິ່ງໃນເບື້ອງຕົ້ນບັນ ດາຜູ້ປະກອບການ10 ກວ່າຮ້ານ ເຂົ້າຮ່ວມຈະລິເລີ່ມການປັບປຸງໃນ ກາງເດືອນ ແລະ ສໍາເລັດໃນມໍ່ໆ. ໃນໂອກາດນີ້, ທ່ານ ສະໄໝ ໂພທິສານໄດ້ໃຫ້ຮູ້ວ່າ: ເພື່ອເປັນການ ສົ່ງເສີມອາຊີບທີ່ເປັນມູນເຊື້ອ, ສ້າງ ວຽກເຮັດ ແລະ ສ້າງລາຍໄດ້ໃຫ້ປະ ຊາຊົນ ໄປຄຽງຄູ່ກັບການເຊື່ອມໂຍງ ວົງຈອນການທ່ອງທ່ຽວລະຫວ່າງ ແຂວງພາກໃຕ້ຈໍາປາສັກ-ສາລະວັນ ແລະ ກະກຽມຄວາມພ້ອມຮອບດ້ານ ໃນການຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດທີ່ຈະ ເດີນທາງມາທ່ອງທ່ຽວ ສປປ ລາວ ກໍຄື ບັນດາແຂວງພາກໃຕ້. ບ້ານນາ ປົ່ງ, ເມືອງຄົງເຊໂດນ ຖືວ່າເປັນ ແຫລ່ງທ່ອງທ່ຽວວັດທະນະທຳ ດ້ານອາຫານ ທີ່ມີເອກະລັກທ້ອງຖິ່ນ ແລະ ມີຊື່ສຽງ ເປັນທີ່ນິຍົມຊົມຊອບ ຈາກສັງຄົມມາເປັນເວລາດົນນານ. ການຮ່ວມມືກັບພາກທຸລະກິດ ມີປະ ສົບການດ້ານການພັດທະນາແບບ ປະຊາຊົນມີສ່ວນຮ່ວມມາຊ່ວຍພັດ ທະນາເຂດດັ່ງກ່າວ ເພື່ອສ້າງຄວາມ ເຂັ້ມແຂງ, ຍົກລະດັບມາດຕະຖານ ອາຫານທ້ອງຖິ່ນ ກ້າວເຂົ້າສູ່ມາດ ຕະຖານສາກົນ ເພື່ອກະກຽມຄວາມ ພ້ອມການເປັນເຈົ້າພາບທີ່ດີ ຕ້ອນ ຮັບນັກທ່ອງທ່ຽວ ທີ່ຈະເດີນທາງ ເຂົ້າມາທ່ອງທ່ຽວ ຢ່າງຫລວງ ຫລາຍ ໃນປີ 2024 ທີ່ ສປປ ລາວ ເຮົາຈະເປັນເຈົ້າພາບກອງປະຊຸມ ທ່ອງທ່ຽວອາຊຽນ ແລະ ສ້າງບັນ ຍາກາດ ໃຫ້ເປັນການທ່ອງທ່ຽວ ການບໍລິການຄ້າ-ຂາຍໃຫ້ຄຶກຄື້ນ ຄືດັ່ງຄໍາຂວັນທີ່ວ່າ “ໝາກພ້າວ ນາໄຊ, ປີ້ງໄກ່ນາປົ່ງ, ເຫລົ້າຂາວ ເມືອງຄົງລຳວົງສາລະວັນ” ເຊື່ອມ ໂຍງກັບແຫລ່ງທ່ອງທ່ຽວອື່ນໆ ໃຫ້ ຟົດຟື້ນຂະຫຍາຍຕົວ ແລະ ຍືນຍົງ. ພ້ອມນີ້, ທ່ານເຈົ້າເມືອງຍັງໄດ້ ຮຽກຮ້ອງເຖິງຜູ້ປະກອບການຊາວ ຄ້າຂາຍປິ້ງໄກ່ນາປົ່ງ ໃຫ້ມີສ່ວນ ຮ່ວມເປັນເຈົ້າການໃນການຍົກລະ ດັບມາດຕະຖານປີ້ງໄກ່ນາປົ່ງໃຫ້ມີ ຄຸນນະພາບໃໝ່ ໃນການຕ້ອນຮັບ ລູກຄ້າ ເປັນຕົ້ນ ປັບປຸງຄຸນນະພາບ ຂອງຮ້ານ, ປັບປຸງດ້ານສາທາລະ ນະ, ປັບປຸງການນຸ່ງຖື ແລະ ການບໍລິ ການຕ່າງໆ ເພື່ອໃຫ້ລູກຄ້າໄດ້ຮັບ ຄວາມເພິ່ງພໍໃຈ ເພື່ອໃຫ້ເປັນຈຸດບໍລິ ການທີ່ໂດດເດັ່ນ ຂອງແຂກພາຍໃນ ແລະ ຕ່າງປະເທດເດີນທາງຜ່ານ ໄປມາຈຸດນີ້. ພ້ອມກັນນີ້, ກໍເພື່ອກະ ກຽມການຮອງຮັບເປີດດ່ານສາກົນ ດ່ານປາກແຊງ-ປາກຕະພານ ລະ ຫວ່າງ ເມືອງນະຄອນເພັງແຂວງສາ ລະວັນ ແລະ ອໍາເພີນາຕານ ແຂວງ ອຸບົນລາດສະຖານີ ຣາຊະອານາຈັກ ໄທ ໃນທ້າຍເດືອນສິງຫານີ້. ຂ່າວ-ພາບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==