5932

xtgmf]k; 4 3]d c]t gsfdko 06/08/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ທ່ານ ໂຖງຢົງເຫີງ ຜູ້ອໍານວຍ ການບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ລາຍງານໃຫ້ຮູ້ຕື່ມວ່າ: ປຈຸບັນບໍລິສັດມີກຳລັງການຜະລິດ ຝຸ່ນໂປຕາສ ບັນລຸໄດ້ 3 ລ້ານໂຕນ/ ປີ, ສະເພາະໃນປີ 2025 ຈະສູ້ຊົນ ໃຫ້ບັນລຸ 5 ລ້ານໂຕນ/ປີ ແລະ ຕາມ ແຜນການໄລຍະຍາວຈະໃຫ້ບັນລຸ 7-10 ລ້ານໂຕນ/ປີ, ເພື່ອຕອບສະ ໜອງການບໍລິການຜະລິດຕະພັນທີ່ ມີຄຸນນະພາບສູງໃຫ້ແກ່ອາຊີ ແລະ ທົ່ວໂລກ, ບໍລິສັດຍັງໄດ້ຈັດຕັ້ງດຳ ເນີນຫລາກຫລາຍກິດຈະກຳວິສາ ຫະກິດ ເພື່ອເສີມສ້າງທີມງານທີ່ສາ ມັກຄີກົມກຽວ ເພື່ອພ້ອມກັນພະຍາ ຍາມສູ້ຊົນໃຫ້ບັນລຸຄາດໝາຍໂຄງ ການປອດໄພ, ສີຂຽວ, ເປັນມິດກັບ ສິ່ງແວດລ້ອມ ແລະ ພັດທະນາຍືນ ຍົງ. ນອກນີ້ໃນເຂດດັ່ງກ່າວຍັງຈະ ໄດ້ສ້າງເປັນນິຄົມອຸດສາຫະກຳໝູນ ວຽນອັດສະລິຍະອາຊີໂປຕາສ ສາ ກົນ ໂດຍແບ່ງອອກເປັນ 3 ພາກ dko]q 'mb o0v'oa dm5 ]tdy f9u o -j ;pcdh w07;k,m5 dpkd0v'xt-k-q o]k; dko]q 'g]y ddkoxt8y I6 [0v'9u o 9tlqj 'zq oltmh vospa 'cfj 8+ mqj ;3]dL ໂດຍ: ດວງຈິດ ສະຫວັດບຸນມີ *** ຕໍ່ຈາກສະບັບກ່ອນ *** ສ່ວນໃຫຍ່ຄື: ສວນອຸດສາຫະກຳ ໂປຕາສ, ສວນອຸດສາຫະກຳອະ ໂປ ຕາສ ແລະ ເມືອງອັດສະລິຍະກວມ ເນື້ອທີ່ລວມປະມານ 2.000 ເຮັກ ຕາ,ຄາດຄະເນການລົງທຶນທັງໝົດ 4,31 ຕື້ໂດລາ. ພ້ອມນັ້ນ, ຄຽງຄູ່ກັບ ເຮັດໜ້າທີ່ທຳການຜະລິດ, ບໍລິສັດ ຍັງໄດ້ປະກອບສ່ວນທາງສັງຄົມ ແລະມອບພັນທະເຂົ້າງົບປະມານໃຫ້ ລັດຖະບານກໍ່ຄືແຂວງຄໍາມ່ວນ,ສ້າງ ວຽກເຮັດງານທຳໃຫ້ແກ່ປະຊາຊົນ ໃນເຂດດັ່ງກ່າວ, ພ້ອມຊ່ວຍເຫລືອ ພັດທະນາ ແລະ ປັບປຸງແກ້ໄຂ ຄວາມທຸກຍາກຂອງປະຊາຊົນບ້ານ ກາບູດ-ຊຽງແຫວນໃຫ້ມີການພັດ ທະນາທີ່ດີຂື້ນ. ສັງລວມແລ້ວ, ມາຮອດປັດຈຸ ບັນ,ບໍລິສັດຊີໂນ-ອາກຣີໂປຕາສໄດ້ ກາຍເປັນຜູ້ຜະລິດຝຸ່ນໂປຕາສທີ່ເຕີບ ໂຕໄວໃນສປປລາວແລະໃຫຍ່ ທີ່ສຸດ ໃນອາຊີຕາເວັນອອກສຽງໃຕ້ ແລະ ໃນຖານະທີ່ເປັນວິສາຫະກິດຕົວ ແບບພາຍໃຕ້ຂໍ້ລິເລີ່ມໜຶ່ງແລວໜຶ່ງ ເສັ້ນທາງ, ຍາມໃດກໍຍຶດໝັ້ນແນວ ຄິດການພັດທະນາ “ເຄົາລົບນັບຖື, ປະສານກົມກຽວ, ການປະຕິບັດຕົວ ຈິງ, ຮັບໄຊຊະນະຮ່ວມກັນ” ເພື່ອ ເປັນຜູ້ຊ່ວຍເຫລືອເສດຖະກິດຂອງ ລາວ, ເປັນຜູ້ຊຸກຍູ້ການພັດທະນາ ຊີວິດການເປັນຢູ່ຂອງປະຊາຊົນ, ເປັນຜູ້ນໍາໜ້າໃນດ້ານກະສິກໍາທັນ ສະໄໝ. ຕັ້ງແຕ່ຊ່ວຍເຫລືອເກັບກ່ຽວ ຈົນເຖິງບໍລິຈາກປຸຍໂປຕາສ, ຕັ້ງ ແຕ່ບັນເທົາຄວາມທຸກຍາກດ້ວຍອຸດ ສາຫະກຳຈົນເຖິງຊ່ວຍເຫລືອໄພພິ ບັດນ້ຳຖ້ວມ, ຕັ້ງແຕ່ສະໜອງທຶນ ກໍ່ສ້າງພັດທະນາບ້ານຈົນເຖິງເປີດ ໂຄງການກະສິກຳທັນສະໄໝ ໂດຍ ຜ່ານບັນດາມາດຕະການ ແລະ ການເຄື່ອນໄຫວທີ່ສ້າງຜົນປະໂຫຍດ ໃຫ້ປະຊາຊົນ, ເພື່ອປັບປຸງຊີວິດການ ເປັນຢູ່ຂອງປະຊາຊົນໃນທ້ອງຖີ່ນ ແລະ ຊຸກຍູ້ການພັດທະນາເສດຖະ ກິດທ້ອງຖິ່ນ ເພື່ອປະກອບສ່ວນອັນ ໃຫຍ່ຫລວງເຂົ້າໃນການກໍ່ສ້າງຄູ່ ຮ່ວມຊາຕາກຳລະຫວ່າງ ລາວ-ຈີນ. *ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກ ກອມມູນິດຈີນ ສະໄໝທີ XX ທີ່ຈັດຂຶ້ນ ຢູ່ນະຄອນຫລວງປັກກິ່ງ ລະຫວ່າງວັນ ທີ 15 ຫາ 18 ກໍລະກົດນີ້ ໂດຍໄດ້ພິຈາ ລະນາ ແລະ ຜ່ານການຮັບຮອງ “ຂໍ້ຕົກ ລົງຂອງຄະນະກຳມະການສູນກາງພັກ ກອມມູນິດຈີນກ່ຽວກັບການລົງເລິກ ການປະຕິຮູບຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ”. ໂດຍປິ່ນອ້ອມຫົວຂໍ້ຊຸກຍູ້ຄວາມທັນ ສະໄໝແບບຈີນຢ່າງແໜ້ນແຟ້ນ, ກອງ ປະຊຸມຄົບຄະນະຄັ້ງນີ້ ໄດ້ວາງຍຸດທະ ສາດ ແລະ ມາດຕະການລົງເລິກການ ປະຕິຮູບຢ່າງຮອບດ້ານຕື່ມອີກ ເຊິ່ງໄດ້ ສົ່ງສັນຍານອັນແຂງແຮງຕໍ່ໂລກທີ່ ຈີນຈະຍຶດໝັ້ນຊູຄັນທຸງຂອງການປະ ຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງ ເດັດດ່ຽວໜຽວແໜ້ນໃນຍຸກໃໝ່. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ຊີ້ໃຫ້ ເຫັນວ່າ: “ ການປະຕິຮູບ ແລະ ເປີດ ປະຕູສູ່ພາຍນອກ ເຊິ່ງເປັນການປະຕິວັດ ເທື່ອທີສອງຂອງຈີນຮອບນີ້, ບໍ່ພຽງແຕ່ ໄດ້ປ່ຽນແປງຈີນຢ່າງເລິກເຊິ່ງເທົ່ານັ້ນ ຫາກຍັງສົ່ງຜົນສະທ້ອນອັນເລິກເຊິ່ງ ໃຫ້ກັບໂລກນໍາອີກ”. ຫວນຄືນຜົນສໍາເລັດທີ່ມີກຽດສະ ຫງ່າການປະຕິຮູບປະເທດຄັ້ງຜ່ານມາ ໃນອະດີດຂອງພັກກອມມູນິດຈີນ ບໍ່ ພຽງເຮັດໃຫ້ຈີນກາຍເປັນຜູ້ນໍາໜ້າ ດ້ານເສດຖະກິດອັນດັບຕົ້ນໆຂອງໂລກ ຫາກຍັງສົ່ງຜົນສະທ້ອນທາງບວກທີ່ ເປັນແກ່ນກາງຂອງການຮັກສາສັນຕິ ພາບ-ຄວາມສະຫງົບ, ການພັດທະນາ ເສດຖະກິດ-ສັງຄົມ, ການເຊື່ອມໂຍງ ເຊື່ອມຈອດ ແລະ ຫລຸດຜ່ອນຄວາມ ທຸກຍາກຮອບດ້ານຕໍ່ປະຊາຄົມໂລກ ຜ່ານໂຄງການພັດທະນາຕ່າງໆໂດຍ ສະເພາະໜຶ່ງແລວໜຶ່ງເສັ້ນທາງປຽບ ດັ່ງເໝືອນ “ເສັ້ນເລືອດໃຫຍ່ຂອງຊາວ ໂລກ” ທີ່ພວມຫລໍ່ລ້ຽງ ແລະ ເຊື່ອມ ຈອດເຂົ້າຫາກັນຢ່າງໝັ້ນຄົງ. ໂດຍປົກ ກະຕິແລ້ວການປະຊຸມທຸກຄັ້ງຂອງຄະ ນະກໍາມະການສູນກາງພັກກອມມູນິດ ຈີນຖືວ່າເປັນເຫດການທີ່ມີຄວາມໝາຍ ຂຽນໂດຍ: ໂດຍ:ເກີດຂວັນໃຈມາລີຈັນສີ ຄວາມສໍາຄັນດ້ານເສດຖະກິດ ແລະ ການເມືອງຮອບດ້ານບໍ່ສະເພາະພາຍ ໃນປະເທດຈີນເທົ່ານັ້ນ ຫາກຍັງສົ່ງຜົນ ຕໍ່ພາກພື້ນອາຊຽນ ແລະ ປະເທດເພື່ອນ ມິດສາກົນຢ່າງແນ່ນອນ. ກ່ອນກອງປະ ຊຸມຄົບຄະນະຄັ້ງທີ 3 ໄຂຂຶ້ນນັ້ນ. ໄອເອັມເອັບ, ທະນາຄານໂລກໄດ້ ຄາດຄະເນໄວ້ວ່າ: ເສດຖະກິດຂອງ ສປ ຈີນ ຈະມີການເຕີບໃຫຍ່ຂະຫຍາຍ ຕົວຫລາຍກວ່າ 5% ໃນປີ 2024 ທ່າມກາງພາວະເສດຖະກິດໂລກຍັງ ຜະເຊີນໜ້າຄວາມຫຍຸ້ງຍາກຈາກພິດ ຮ້າຍໂຄວິດ-19 ແລະ ອື່ນໆແຕ່ ສປ ຈີນ ບໍ່ໄດ້ຢ້ານບໍ່ສັ່ນສະເທືອນ ແລະ ສືບຕໍ່ ວາງແຜນຮັບມືກັບສິ່ງທ້າຍທາຍໃນ ອະນາຄົດຢ່າງເຂັ້ມແຂງດ້ວຍການລົງ ເລິກການປະຕິຮູບຕື່ມອີກເພື່ອຫາຈຸດ ໝາຍປາຍທາງອັນຖືກຕ້ອງທີ່ສຸດຂອງ ພັກກອມມູນິດຈີນ. ເນື້ອໃນຈິດໃຈຂອງກອງປະຊຸມ ດັ່ງ ກ່າວ ໄດ້ຮັບສຽງຕອບຮັບຢ່າງຕັ້ງໜ້າ ຈາກວົງການຕ່າງໆຂອງປະເທດລາວ. ລະຫວ່າງວັນທີ 24 ກໍລະກົດ 2024 ຜ່ານມານີ້, ສູນກາງຊາວໜຸ່ມປະຊາ ຊົນ ປະຕິວັດລາວ (ສຊປປລ) ຮ່ວມ ກັບວິທະຍຸໂທລະພາບສູນກາງແຫ່ງສປ ຈີນ (CMG) ປະຈໍາ ສປປ ລາວ ໄດ້ ຈັດກອງປະຊຸມເວທີສົນທະນາແລກ ປ່ຽນໃນຫົວຂໍ້ການລົງເລິກປະຕິຮູບ ຂອງຈີນໃນຍຸກໃໝ່ກັບໂອກາດຂອງ ໂລກທີ່ນະຄອນຫລວງວຽງຈັນ ຂອງ ສປປລາວ. ແຂກຜູ້ມີກຽດທີ່ເຂົ້າຮ່ວມເວ ທີປຶກສາຫາລືໃນຄັ້ງນີ້ຕ່າງກໍໄດ້ຕີລາ ຄາສູງຕໍ່ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກ ກອມມູນິດຈີນ ພ້ອມທັງກ່າວວ່າ: ບົດ ຮຽນດ້ານການລົງເລິກການປະຕິຮູບ ຕື່ມອີກຂອງຈີນເປັນສະຕິປັນຍາ ແລະ ບົດຮຽນອັນລ້ຳຄ່າຂອງຈີນທີ່ມີຕໍ່ປະ ເທດລາວ. ສະນັ້ນອິດທິພົນຂອງຈີນ ນັບມື້ນັບ ສູງຂຶ້ນເລື້ອຍໆ ແລະ ຮອບດ້ານເຊິ່ງທັງ ໝົດນັ້ນແມ່ນມາຍ້ອນຈີນ ມີແຜນຍຸດທະ ສາດພັດທະນາປະເທດທີ່ໝັ້ນຄົງ ແລະ ມີຄວາມແນ່ນອນສູງ ເຊິ່ງປະເທດອື່ນ ຍາກທີ່ຈະເຮັດໄດ້ ຄືກັບຈີນ ແລະ ຈີນໄດ້ ກາຍເປັນຕົວແບບອັນສຳຄັນໃນການ ປະຕິຮູບຢ່າງຮອບດ້ານ ໃນການພັດທະ ນາປະເທດ, ການສ້າງສັງຄົມນິຍົມຕາມ ສີສັນພິເສດຂອງຈີນ. ນອກຈາກເປັນ ຕົວແບບໃຫ້ບັນດາປະເທດເດີນຕາມສັງ ຄົມນິຍົມແລ້ວ ຍັງເປັນຕົວແບບ ແລະ ທັງເປັນບົດຮຽນອັນດີເລີດໃຫ້ບັນດາ ປະເທດຕ່າງໆໃນໂລກອີກດ້ວຍ ເຊິ່ງ ຂ້າພະເຈົ້າຂໍສັງເຂບດ້ານເນື້ອໃນການ ລົງເລິກປະຕິຮູບຢ່າງຮອບດ້ານຕາມ ເສັ້ນທາງຖືກຕ້ອງດັ່ງນີ້: ບໍ່ວ່າຈະດຳ ເນີນການປະຕິຮູບແນວໃດກໍຕາມຈີນ ຍຶດໝັ້ນລັດທິມາກ-ເລນິນແນວຄິດເໝົາ ເຈີຕຸ່ງ, ທິດສະດີເຕີ້ງສຽວຜິງ ແນວຄິດ ສຳຄັນ 3 ຕົວແທນ ແລະ ທັດສະນະພັດ ທະນາຕາມຫລັກການວິທະຍາສາດ, ຈັດຕັ້ງປະຕິບັດແນວຄິດ ທ່ານ ສີຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດ ຂອງຈີນໃນຍຸກໃໝ່ຢ່າງຮອບດ້ານເຊິ່ງ ໃນກອງປະຊຸມຄັ້ງຫລ້າສຸດໃໝ່ໆນີ້ໄດ້ ເນັ້ນວ່າ: ເປົ້າໝາຍລວມຂອງການລົງ ເລິກປະຕິຮູບຢ່າງຮອບດ້ານຕື່ມອີກນັ້ນ ແມ່ນສືບຕໍ່ປັບປຸງ ແລະ ພັດທະນາລະ ບອບສັງຄົມນິຍົມທີ່ມີສີສັນຂອງຈີນໃຫ້ ສົມບູນ, ຊຸກຍູ້ການຫັນເປັນທັນສະໄໝ ຂອງລະບົບ ແລະ ຄວາມສາມາດດ້ານ ການບໍລິຫານຊາດ. ເສັ້ນທາງສັງຄົມນິ ຍົມທີ່ມີສີສັນພິເສດຂອງຈີນແມ່ນຍຶດ ໝັ້ນໂດຍຖືການພັດທະນາເສດຖະກິດ ເປັນໃຈກາງ, ຊຸກຍູ້ການສ້າງສາເສດ ຖະກິດ, ການສ້າງສາການເມືອງ, ການ ສ້າງສາວັດທະນະທໍາ, ການສ້າງສາສັງ ຄົມ ແລະ ການສ້າງສາອະລິຍະທຳດ້ານ ນິເວດພັດທະນາຢ່າງຮອບດ້ານ; ທັງ ຍຶດໝັ້ນຫລັກການພື້ນຖານ 4 ປະການ, ຍຶດໝັ້ນການປະຕິຮູບ ແລະ ເປີດປະຕູ ສູ່ພາຍນອກ; ທັງປົດປ່ອຍ ແລະ ພັດທະ ນາກຳລັງການຜະລິດທາງສັງຄົມ, ບັນລຸໃຫ້ທົ່ວປວງຊົນສ້າງຄວາມຮັ່ງ ມີຮ່ວມກັນເທື່ອລະກ້າວ ແລະ ຊຸກຍູ້ການ ພັດທະນາຢ່າງຮອບດ້ານຂອງຄົນ. ນີ້ ແມ່ນເສັ້ນທາງແຫ່ງການບັນລຸຄວາມ ທັນສະໄໝສັງຄົມນິຍົມຂອງຈີນ ແລະ ກໍແມ່ນເສັ້ນທາງແຫ່ງການສ້າງຊີວິດ ການເປັນຢູ່ທີ່ດີງາມຂອງປະຊາຊົນຈີນ. ຈີນໄດ້ດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຄົບຮອບ 40 ປີ ແລ້ວ. ນັບແຕ່ຈີນດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກໃນຫລາຍ ປີມານີ້ບໍ່ພຽງແຕ່ປະກອບສ່ວນບາດ ກ້າວສໍາຄັນທີ່ສຸດເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມ, ການແກ້ໄຂ ຄວາມທຸກຍາກ ແລະ ຍົກລະດັບຊີວິດ ການເປັນຢູ່ຂອງຈີນເທົ່ານັ້ນຫາກຍັງ ແບ່ງປັນ ແລະ ຊ່ວຍເຫລືອບັນດາປະ ເທດຕ່າງໆທົ່ວໂລກໃຫ້ມີຄວາມຈະ ເລີນກ້າວໜ້າ, ໄດ້ຮັບການພັດທະນາ ແລະຫລຸດພົ້ນອອກຈາກຄວາມທຸກຍາກ ເປັນກ້າວໆ ໂດຍສະເພາະການສ້າງສັນ ຄູ່ຮ່ວມຊະຕາກໍາຂອງມະນຸດຊາດຂອງ ສປ ຈີນ ແມ່ນເປັນແຜນວາດກໍ່ສ້າງ ໂລກທີ່ສວຍງາມ, ທຸກໆຍຸດທະສາດ ແມ່ນ ເພື່ອຜົນປະໂຫ ຍດລວມຂອງໂລກ ມະນຸດ. ການລົງເລິກການປະຕິຮູບຢ່າງ ຮອບດ້ານຕື່ມອີກຂອງຈີນກໍມີຄວາມ ໝາຍສຳຄັນຕໍ່ປະເທດລາວເຮົາເຊັ່ນ ກັນ. ສໍາລັບ ສປປ ລາວ ແລະ ສປຈີນ ໄດ້ ເລີ່ມຕົ້ນພົວພັນນໍາກັນມາແຕ່ປີ 1959 ແລະສ້າງຕັ້ງສາຍພົວພັນການ ທູດໃນປີ 1961 , ປັດຈຸບັນຄົບຮອບ 63 ປີ, ດ້ວຍຄວາມເອົາໃຈໃສ່ຂອງການ ນໍາສູງສຸດຂອງທັງສອງປະເທດ, ການ ພົວພັນລາວ-ຈີນໄດ້ຂະຫຍາຍຕົວແບບ ກ້າວກະໂດດຈາກການພົວພັນ 4 ດີ, ກ້າວ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບ ດ້ານ ແລະ ໝັ້ນຄົງຍາວນານຈາກນັ້ນ, ໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ເຊິ່ງແມ່ນໄລຍະທີ່ດີທີ່ສຸດ ໃນປະຫວັດສາດແຫ່ງການພົວພັນລະ ຫວ່າງ ສອງປະເທດພວກເຮົາ. ສປ ຈີນ ມີຊາຍແດນຕິດຈອດກັບ ສປປ ລາວ ຍາວເຖິງ 500 ກິໂລແມັດ ການປັກ ຫລັກໝາຍແມ່ນສໍາເລັດສົມບູນແລ້ວ ແຕ່ອັນພົ້ນເດັ່ນທີ່ສຸດໃນການປະກອບ ສ່ວນສ້າງຄູ່ຮ່ວມຊາຕາກໍາ ຄື ຮ່ວມກັນ ພັດທະນາ ແລະ ສ້າງໂຄງການຕ່າງໆ ທີ່ມີຜົນປະໂຫຍດຮ່ວມກັນໂດຍສະເພາະ “ໜຶ່ງແລວໜຶ່ງເສັ້ນທາງ” ຈາກ 150 ປະເທດເຫັນປະເທດລາວເປັນປະເທດ ທໍາອິດທີ່ເຫັນດີສ້າງທາງລົດໄຟ ລາວຈີນ ເຊິ່ງນີ້ກໍແມ່ນການສ້າງຄູ່ຮ່ວມ ຊາຕາກໍາ ລາວ-ຈີນ ແລະ ຈະເປັນຜົນດີ ອອກສູ່ພາຍນອກເຊັ່ນ: ເສັ້ນທາງລົດໄຟ ລາວ-ຈີນ ກໍເປັນການປະກອບສ່ວນ ຊ່ວຍເຫລືອ ແລະ ໃຫ້ການຮ່ວມມືຢ່າງ ຈິງໃຈໃນການສົ່ງເສີມການພັດທະນາ ແລະ ຍົກລະດັບດ້ານຄົມມະນາຄົມ, ໂລຈິສຕິກ, ການພັດທະນາພະລັງງານ ສະອາດ, ກະສິກໍາທັນສະໄຫມ, ການຜະ ລິດ ແລະ ປຸງແຕ່ງທີ່ມີຄຸນນະພາບສູງ, ການຄ້າ, ການລົງທຶນ, ການແລກປ່ຽນ ວັດທະນະທໍາ-ການທ່ອງທ່ຽວ ເພື່ອເຮັດ ໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີ ຂຶ້ນເປັນກ້າວໆເຊິ່ງໝົດນັ້ນຕີລາຄາ ແລະ ເຫັນໄດ້ໝາກຜົນຕົວຈິງບໍ່ໄດ້ນັ່ງ ມະໂນພາບນັບແຕ່ ສປປ ລາວ ແລະ ສປ ຈີນ ໄດ້ຮ່ວມພັດທະນາເສັ້ນທາງ ລົດໄຟ ລາວ-ຈີນ ຈົນສໍາເລັດ ແລະ ເປີດໃຫ້ບໍລິການ ໃນທ້າຍປີ 2021 ເຊິ່ງ ມັນບໍ່ພຽງປ່ຽນສະຖານະ ສປປ ລາວ ຄັ້ງປະຫວັດສາດຈາກປະເທດບໍ່ມີຊາຍ ແດນດ້ານໃດຕິດຈອດກັບທະເລກາຍ ເປັນປະເທດເຊື່ອມໂຍງເຊື່ອມເຊື່ອມ ຈອດກັບພາກພື້ນ-ສາກົນ ແລະ ເປັນປະ ຕູທາງຜ່ານອາຊຽນກັບທ່າແຮງບົ່ມ ຊ້ອນປະຊາກອນລວມເຖິງ 600 ລ້ານ ຄົນ, ເຂົ້າສູ່ ສປ ຈີນ ທີ່ມີປະຊາກອນ ຢ່າງຫລວງຫລາຍເຖິງ 1,4 ຕື້ຄົນ, ສືບຕໍ່ມຸ່ງໜ້າເຂົ້າສູ່ເຂດຕາເວັນອອກ ກາງ ແລະ ເຖິງທະວີບເອີຣົບທີ່ມີປະ ຊາກອນ 500 ລ້ານຄົນ ເຊິ່ງນັ້ນຈະ ກໍ່ໃຫ້ເກີດຜົນປະໂຫຍດຮ່ວມກັນຄວບ ຄຸມຮອບດ້ານ. ສື່ມວນຊົນລາວ... ບໍລິສັດທ່ອງທ່ຽວພັດທະນາ... ດັ່ງກ່າວ ແມ່ນໃຫ້ບໍລິການນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງເທດ ທີ່ມີຄວາມສົນໃຈຢາກເຂົ້າມາທ່ອງ ທ່ຽວຢູ່ ສປປ ລາວ ແລະ ນັກທ່ອງ ທ່ຽວລາວ ຢາກໄປທ່ອງທ່ຽວຕ່າງ ປະເທດ. ທ່ານ ນາງ ສຸດທິດາ ອຸນາພົມ ຜູ້ອໍານວຍການບໍລິສັດທ່ອງທ່ຽວ ພັດທະນາຈໍາປາໃໝ່ ໄດ້ໃຫ້ຮູ້ວ່າ: ບໍ ລິສັດທ່ອງທ່ຽວພັດທະນາຈໍາປາ ໃໝ່ ເລີ່ມດໍາເນີນທຸລະກິດແຕ່ປີ 2003 ເປັນຕົ້ນມາ ແລະ ໄດ້ລົງທຶນພັດທະ ນາສະຖານທີ່ທ່ອງທ່ຽວຢູ່ 2 ແຫ່ງ ຄື: ສະຖານທີ່ທ່ອງທ່ຽວນໍ້າຕົກ ຕາດເຍືອງ ເມືອງຊ່ອງ ແຂວງຈໍາ ປາສັກ ແລະ ສະຖານທີ່ທ່ອງທ່ຽວ ຕາດເລາະ-ຕາດຮັງ ແຂວງສາລະ ວັນ. ການເຂົ້າຮ່ວມງານຕະຫລາດ ນັດສາກົນ,ການຄ້າ,ການທ່ອງທ່ຽວ ແລະ ການລົງທຶນ ຢູ່ສສ ຫວຽດນາມ ໃນຄັ້ງນີ້ ຖືວ່າເປັນໂອກາດອັນດີທີ່ ບໍລິສັດພວກເຮົາ ຈະໄດ້ແລກປ່ຽນ ຂໍ້ມູນຂ່າວສານການທ່ອງທ່ຽວ, ໂຄ ສະນາແຫລ່ງທ່ອງທ່ຽວ ແລະ ບໍລິ ສັດທ່ອງທ່ຽວ ເພື່ອຫາຕະຫລາດ ການນໍາເຂົ້ານັກທ່ອງທ່ຽວ, ຮູບແບບ ການຈັດລາຍການທ່ອງທ່ຽວ,ການ ຮັບ-ສົ່ງນັກທ່ອງທ່ຽວ ແລະ ກ້າວ ທີ່ມະຫາໄລສ້າງຄູ ແຂວງ ເຈີຈຽງ ສປ ຈີນ ໃນລະຫວ່າງວັນທີ 18 ກໍລະກົດ ເຖິງ 31 ສິງຫາ 2024 ໂດຍການເຂົ້າຮ່ວມປິດສຳມະນາ ຂອງທ່ານ ນາງ ຈ່າງ ຈຽນເຊີນ ຮອງອະທິການບໍດີມະຫາວິທະຍາ ໄລສ້າງຄູ ເຈີຈຽງ, ພ້ອມດ້ວຍສຳມະ ນາກອນຈາກ 11 ປະເທດໜຶ່ງແລວ ໜຶ່ງເສັ້ນທາງເຂົ້າຮ່ວມເຊິ່ງໂຄງ ການດັ່ງກ່າວຈັດຂຶ້ນ ໂດຍມະຫາວິ ທະຍາໄລສ້າງຄູເຈີຈຽງແລະໄດ້ຮັບ ການສະໜັບສະໜູນຈາກກະຊວງ *** ຕໍ່ຈາກໜ້າ 1 *** ການຄ້າສປຈີນໂດຍມີຈຸດປະສົງເພື່ອ ແລກປ່ຽນການຮ່ວມມືດ້ານສື່ມວນ ຊົນ ລະຫວ່າງ ສປ ຈີນ ກັບບັນດາ ປະເທດ ໜຶ່ງແລວ ໜຶ່ງເສັ້ນທາງ. ທ່ານ ນາງ ຈ່າງ ຈຽນເຊີນ ຮອງ ອະທິການບໍດີ ມະຫາວິທະຍາໄລ ສ້າງຄູ ເຈີຈຽງ ໄດ້ກ່າວວ່າ: ຜ່ານ ການຝຶກອົບຮົມໄລຍະ 2ອາທິດຜ່ານ ມາ, ນັກສຳມະນາກອນໄດ້ຮຽນຮູ້ ກ່ຽວກັບການພັດທະນາສື່ມວນຊົນ ຂອງຈີນຢ່າງຮອບດ້ານໃນໄລຍະ ປະຫວັດສາດທີ່ແຕກຕ່າງກັນ, ຍຸດ ທະສາດທີ່ມີປະສິດທິຜົນທີ່ສື່ມວນ ຊົນຈີນ ໃຊ້ໃນການເລົ່າເລື່ອງຂອງ ປະເທດຊາດ ແລະ ເສີມຂະຫຍາຍ ພາບການຮ່ວມມືກັບພາກພື້ນ ແລະ ສາກົນ. ຊຸດສຳມະນາດັ່ງກ່າວ, ຜູ້ເຂົ້າ ຮ່ວມໄດ້ແລກປ່ຽນຄວາມຮູ້, ຄວາມ ເຂົ້າໃຈກ່ຽວກັບການເຊື່ອມໂຍງສື່ ມວນຊົນທ້ອງຖິ່ນ, ການຄຸ້ມຄອງສື່ ມວນຊົນ, ອຸດສາຫະກຳວິດີໂອສັ້ນ, ຂະແໜງຮູບເງົາ ແລະ ການສ້າ ງ ຄວາມເຂົ້າໃຈຂອງປະຊາຊົນ ແລະ ຊຸກຍູ້ຄວາມກ້າວໜ້າຂອງສັງຄົມ. ພ້ອມກັນນັ້ນ, ຍັງໄດ້ຮັບຮູ້ເຖິງຄວາມ ເປັນມາສື່ມວນຊົນຂອງປະເທດ ໜຶ່ງແລວໜຶ່ງເສັນທາງ ແລະ ຄວາມ ສຳຄັນຂອງການຮ່ວມມືດ້ານສື່ມວນ ຊົນລະຫວ່າງ ສປ ຈີນ ກັບຄູ່ຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ. ພ້ອມນີ້, ຍັງໄດ້ລົງເລິກການປະຕິບັດຕົວຈິງ ທາງດ້ານການອອກກຳລັງກາຍພື້ນ ເມືອງ(Taichi), ການຂຽນຕົວໜັງ ສື ແລະ ການຢ້ຽມຢາມສະຖານທີ່ ວັດທະນະທຳທີ່ມີຄວາມໝາຍເຊັ່ນ: ສະບູຮານນະຄະດີລຽນຊູ ແລະ ທະ ເລຊາບ ເຊິ່ງສະຖານທີ່ດັ່ງກ່າວແມ່ນ ເປັນສະຖານທີ່ມໍລະດົກທາງວັດທະ ນະທຳ ຂອງ ສປ ຈີນ. ໂອກາດນີ້, ສໍາມະນາກອນ ຈາກ ປະເທດ ກູຢານາ ໄດ້ຕາງໜ້າໃຫ້ສຳ ມະນາກອນທັງໝົດສະແດງຄວາມ ຂອບໃຈແລະ ເພິ່ງພໍໃຈຢ່າງເລິກເຊິ່ງ ຕໍ່ການສຳມະນາໃນຄັ້ງນີ້, ພວກເຮົາ *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ທຸກຄົນໄດ້ຮຽນຮູ້ກ່ຽວກັບວັດທະ ນະທຳຈີນ, ສື່ໃໝ່, ສະພາບການຂອງ ສປ ຈີນ ເຊິ່ງໄດ້ເປີດກວ້າງທັດສະ ນະຂອງຜູ້ເຂົ້າຮ່ວມ, ລວມທັງການ ຢ້ຽມຢາມພິພິທະພັນເຄື່ອງປັ້ນດິນ ເຜົາ ແລະ ສະຖານທີ່ປະຫວັດສາດ ຕ່າງໆ ແລະ ໄດ້ພົບປະແລກປ່ຽນກັບ ບັນດາສື່ມວນຊົນຈາກປະເທດໜຶ່ງ ແລວ ໜຶ່ງເສັ້ນທາງ ໃນດ້ານວັດທະ ນະທໍາ ແລະ ການຊຸກຍູ້ວຽກສື່ມວນ ຊົນຮ່ວມກັນ. ຂ່າວ-ພາບ: ສຸກທະວີ ໄປເຖິງການຊື້-ຂາຍລາຍການທ່ອງ ທ່ຽວເຊິ່ງກັນ ແລະ ກັນ ເປັນຕົ້ນ ບັນ ດາແຂວງທີ່ມີສາຍແດນຕິດຈອດ ກັບ ສປປ ລາວ ໃຫ້ເຂົ້າເຈົ້າໄດ້ຮູ້ຈັກ ຖະສະທີ່ທ່ອງທ່ຽວທີ່ມີຄວາມຫລາກ ຫລາຍທາງດ້ານວັດທະນະທໍາ, ທໍາ ມະຊາດ ແລະ ປະຫວາດສາດທີ່ມີ ຄວາມສວຍສົດງົດງາມ. ທ່ານ ນາງ ສຸດທິດາ ອຸນາພົມ ຍັງໃຫ້ຮູ້ອີກວ່າ: ປັດຈຸບັນ, ບໍລິສັດ ທ່ອງທ່ຽວພັດທະນາ ຈໍາປາໃໝ່ ນອກຈາກບໍລິການໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງເທດແລ້ວ, ຍັງມີສະຖານທີ່ທ່ອງທ່ຽວນໍ້າຕົກ ຕາດເຍືອງ ແລະ ສະຖານທີ່ທ່ອງ ທ່ຽວນໍ້າຕົກຕາດເລາະ-ຕາດຮັງ, ມີການບໍລິການ ຮ້ານອາຫານ ແລະ ຮ້ານກາເຟ ເມື່ອນັກທ່ອງທ່ຽວ ໄດ້ ເຂົ້າໄປສໍາພັດເຖິງກິ່ນອາຍຂອງທໍາ ມະຊາດ, ອາກາດບໍລິສຸດ, ເຫັນນໍ້າ ຕົກຕາດ ທີ່ມີຄວາມສວຍສົດງົດ ງາມທີ່ທໍາມະຊາດສ້າງຂຶ້ນ. ຂ່າວ-ພາບ: ວີລະວັນ ສະຖານທູດຍີ່ປຸ່ນ... ຊຶໂຕມຸ ເອກອັກຄະຣາຊະທູດຢີ່ປຸ່ນ ປະຈຳລາວ ໄດ້ກ່າວວ່າ: ງານລ້ຽງ ດັ່ງກ່າວຈັດຂຶ້ນເພື່ອສະແດງຄວາມ ຍິນດີ ແລະ ໃຫ້ກຳລັງໃຈນັກສຶກ ສາທີ່ກຳລັງຈະເດີນທາງໄປຍີ່ປຸ່ນ, ພ້ອມທັງອວຍພອນໃຫ້ພວກເຂົາປະ ສົບຜົນສຳເລັດໃນການສຶກສາຮໍ່າ ຮຽນ ແລະ ໜ້າທີ່ວຽກງານ ໂດຍໄດ້ ຮັບການສະໜັບສະໜູນງົບປະມານ ຈາກລັດຖະບານຍີ່ປຸ່ນພາຍໃຕ້“ໂຄງ ການທຶນການສຶກສາ ເພື່ອການພັດທະ ນາຊັບພະຍາກອນມະນຸດ (JDS)” ແລະ“ໂຄງການຜູ້ນໍາໜຸ່ມ(YLP)”. ໂຄງການ JDS ເປັນໂຄງການ ທີ່ສະໜອງທຶນການສຶກສາເປັນເວ ລາ 2 ປີ ສໍາລັບລະດັບປະລິນຍາໂທ ແລະ 3 ປີ ສຳລັບປະລິນຍາເອກ ໃຫ້ ແກ່ລັດຖະກອນລາວ ທີ່ມີສ່ວນຮ່ວມ ໃນການພັດທະນາເສດຖະກິດ-ສັງ ຄົມ ເພື່ອສຶກສາຕໍ່ທີ່ປະເທດຍີ່ປຸ່ນ. ນັບ ແຕ່ເລີ່ມຕົ້ນໂຄງການໃນປີ 1999, ມີລັດຖະກອນລາວ ໄດ້ຮັບທຶນການ ສຶກສາດັ່ງກ່າວຫລາຍກວ່າ 500 ຄົນ. ສ່ວນໂຄງການ YLP ມີເປົ້າ ໝາຍໃນການສົ່ງເສີມລັດຖະກອນ ໜຸ່ມ ໃຫ້ກາຍເປັນຜູ້ນຳຂອງປະເທດ ໃນອະນາຄົດ. ນັບແຕ່ປີ 2001 ທີ່ ເລ່ີມຕົ້ນໂຄງການ, ມີລັດຖະກອນ ລາວ ປະມານ 70 ຄົນ ທີ່ໄດ້ຮັບການ ສະໜັບສະໜູນ ຈາກໂຄງການດັ່ງ ກ່າວ ເຊິ່ງເປັນໂຄງການທີ່ສະໜອງ ທຶນການສຶກສາເປັນເວລາ 1 ປີ ເພື່ອ ສຶກສາລະດັບປະລິນຍາໂທ 1 ໃນ 5 ສາຂາວິຊາ ຄື: ນະໂຍບາຍພາກລັດ, ນະໂຍບາຍພາກລັດປະຈຳທ້ອງຖິ່ນ, ບໍລິຫານທຸລະກິດ, ກົດໝາຍ ແລະ ບໍລິຫານສາທາລະນະສຸກ.

RkJQdWJsaXNoZXIy MTc3MTYxMQ==