lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 06/08/2024 xtgmf]k; ປຶ້ມ ແລະ ສິ່ງພິມຕ່າງໆ... ເປີດນຳໃຊ້ລະບົບ... ລາວ-ຫວຽດນາມ ສືບຕໍ່... ຫາລືການສ້າງນິຕິກຳ... ]a f4t,q o8u dt-;' 4;m 8h voIa [ z6 h 8k'|h kvq 'dkovtokw,3]dxt9e]k;7q o.\j 7totoe vvxl csj ' lxx ]k; g0Q k1h P,0j eoa [ okpq d]a f4t,q o8u csj ' ik-tvkok9a ddex6 g9p ຂປລ. ໃນວັນທີ 2 ສິງຫາ 2024 ທີ່ນະຄອນຫລວງວຽງຈັນ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດ ຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບ ທ່ານ ທີໂມຕີ ອາມສຣອງ (Timothy Armstrong) ຜູ້ຕາງໜ້າອົງການອະນາ ໄມໂລກ ປະຈໍາ ສປປ ລາວ ຄົນໃໝ່ ໃນໂອກາດຖືກແຕ່ງຕັ້ງມາປະຈໍາຢູ່ ສປປ ລາວ. ໂອກາດນີ້, ທ່ານ ນາງ ສວນສະ ຫວັນ ວິຍະເກດ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ທີໂມຕີ ອາມສຣອງ ທີ່ໄດ້ຮັບ ການແຕ່ງຕັ້ງເປັນຜູ້ຕາງໜ້າອົງ ການອະນາໄມໂລກ ປະຈໍາ ສປປ ລາວຄົນໃໝ່, ພ້ອມທັງອວຍພອນໃຫ້ ທ່ານ ທີໂມຕີ ອາມສຣອງ ຈົ່ງປະ ສົບຜົນສຳເລັດໃນການປະຕິບັດໜ້າ ທີ່ຢູ່ ສປປ ລາວ ຊຶ່ງຈະເປັນການສືບ ຕໍ່ເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງລາວ ແລະ ອົງການອະນາໄມໂລກ ທີ່ເຄີຍ ມີມາແລ້ວນັ້ນໃຫ້ນັບມື້ຂະຫຍາຍ ຕົວກ້າວສູ່ລວງເລິກແລະແໜ້ນແຟ້ນ ຍິ່ງໆຂຶ້ນໂດຍສະເພາະດ້ານການ ຮ່ວມມືໃນຂົງເຂດຖະແຫລງຂ່າວ ແລະ ທ່ອງທ່ຽວ ໃຫ້ນັບມື້ມີການຂະ ຫຍາຍຕົວຍິ່ງໆຂຶ້ນ. ພ້ອມກັນນີ້, ທ່ານ ທີໂມຕີ ອາມ ສຣອງ ກໍໄດ້ສະແດງຄວາມຂອບ ໃຈເປັນຢ່າງສູງຕໍ່ທ່ານລັດຖະມົນຕີ ຖວທ ທີ່ໄດ້ໃຫ້ການຕ້ອນຮັບອັນອົບ ອຸ່ນ ແລະ ໃຫ້ຄຳໝັ້ນສັນຍາວ່າຈະ ສືບຕໍ່ສຸມທຸກຄວາມພະຍາຍາມ ເພື່ອ ປະກອບສ່ວນເຂົ້າໃນການຮັດແໜ້ນ ສາຍພົວພັນທີ່ດີ ລະຫວ່າງ ສປປ ລາວ ແລະ ອົງການອະນາໄມໂລກ ທີ່ມີມາແລ້ວນັ້ນໃຫ້ເຕີບໃຫຍ່ຂຶ້ນ ເລື້ອຍໆ. ຂ່າວ: ສົມຫວັງ, ພາບ: ອ່າຍຄໍາ ຂປລ. ໃນວັນທີ 31 ກໍລະກົດ 2024, ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ (ອອປສ) ພ້ອມດ້ວຍຄະນະໄດ້ເຂົ້າ ຢ້ຽມຂໍ່ານັບທ່ານຮຸນມາເນັດນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ຣາຊະອານາຈັກ ກຳປູເຈຍ. ໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຂອບ ໃຈທີ່ທ່ານນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກກໍາປູເຈຍ ໄດ້ໃຫ້ ການຕ້ອນຮັບໃນຄັ້ງນີ້ ພ້ອມທັງໄດ້ ນຳເອົາຄຳຢື້ຢາມຖາມຂ່າວຂອງ ທ່ານປະທານປະເທດ, ທ່ານນາຍົົກ ລັດຖະມົນຕີ ແຫ່ງ ສປປ ລາວ ມາ ຍັງທ່ານນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມ ກັນນັ້ນ, ກໍໄດ້ສະແດງຄວາມຊົມເຊີຍ ເປັນຢ່າງສູງທີ່ທ່ານ ຮຸນ ມາເນັດ ໄດ້ ຮັບເລືອກຕັ້ງເປັນນາຍົກລັດຖະມົນ ຕີ ແຫ່ງຣາຊະອານາຈັກກໍາປູເຈຍ ແລະ ຜົນສໍາເລັດຂອງລັດຖະບານ ແລະ ປະຊາຊົນກໍາປູເຈຍ ທີ່ຍາດມາ ໄດ້ໃນການສ້າງສາພັດທະນາປະ ເທດຊາດຂອງຕົນ ພາຍໃຕ້ການນໍາ ພາຂອງທ່ານຢ່າງມີປະສິດທິຜົນ. ພ້ອມກັນນັ້ນ, ກໍໄດ້ແຈ້ງຈຸດປະສົງ ແລະ ລາຍງານຜົນຂອງການປຶກສາ ຫາລື ແລະ ການແລກປ່ຽນບົດຮຽນ ລະຫວ່າງຜູ້ແທນຂັ້ນສູງຂອງອົງ ການໄອຍະການປະຊາຊົນສູງສຸດ ແຫ່ງສປປລາວແລະ ຜູ້ແທນຂັ້ນສູງ ຂອງອົງການໄອຍະການສູງສຸດ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມທັງການລົງນາມໃນບົດບັນທຶກ ຊ່ວຍຈໍາ ທີ່ໄດ້ພ້ອມກັນລົງນາມ ໃນຕອນເຊົ້າຂອງວັນທີ 31 ກໍລະ ກົດ 2024 ນີ້ ທີ່ໄດ້ລະບຸວ່າ: ຈະສືບ ຕໍ່ແລກປ່ຽນການຢ້ຽມຢາມທາງ ການຂອງຄະນະຜູ້ແທນຂັ້ນສູງ ແລະ ການແລກປ່ຽນຂັ້ນວິຊາການ; ການຮ່ວມມືວຽກງານໄອຍະການ ໂດຍສະເພາະ ກ່ຽວກັບບັນຫາສົ່ງ ຜູ້ຮ້າຍຂ້າມແດນ, ການຮ່ວມມືທາງ ອາຍາ; ການຈັດກອງປະຊຸມສໍາມະ ນາວິທະຍາສາດກ່ຽວກັບວຽກງານ ໄອຍະການ ແລະ ການຈັດກອງປະ ຊຸມຊາຍແດນຂອງສອງປະເທດ. ໃນໂອກາດດັ່ງກ່າວ, ທ່ານ ຮຸນ ມາເນັດ ກໍໄດ້ຍ້ອງຍໍຊົມເຊີຍຜົນສຳ ເລັດ ແລະ ຈະໃຫ້ການສະໜັບສະ ໜູນການຮ່ວມມືດັ່ງກ່າວເປັນຢ່າງດີ ພ້ອມທັງອວຍພອນໃຫ້ການເຮັດ ວຽກຂອງຄະນະຜູ້ແທນ ສປປ ລາວ ຢູ່ຣາຊະອານາຈັກກຳປູເຈຍໃນຄັ້ງ ນີ້ປະສົບຜົນສຳເລັດ ແລະ ເດີນທາງ ກັບປະເທດດ້ວຍຄວາມສະຫວັດ ດີພາບ. ຂ່າວ-ພາບ: ອອປສ ທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນສອງຝ່າຍ ເຂົ້າຮ່ວມ. ກອງປະຊຸມ, ໄດ້ຮັບຟັງການລາຍ ງານສະພາບການຜັນຂະຫຍາຍ ການຮ່ວມມືໃນໄລຍະຜ່ານມາ, ພ້ອມ ທັງປຶກສາຫາລືການຮ່ວມມືໃນອະ ນາຄົດ ໃນທ່າມກາງບັນຍາກາດ ແຫ່ງຄວາມສາມັກຄີມິດຕະພາບ, ບົນຈິດໃຈຮັບຜິດຊອບສູງແລະຮ່ວມ ກັນພັດທະນາໃນຍຸກດີຈິຕອນ ໂດຍ ໄດ້ເປັນເອກະພາບ ຄື: ສອງຝ່າຍ ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ ໝາກຜົນການຮ່ວມມືລະຫວ່າງສະ ພາບັນດິດ ວິທະຍາສາດ ແລະ ເຕັກ ໂນໂລຊີ ແຫ່ງ ສສ ຫວຽດນາມ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ ສານ ແຫ່ງ ສປປ ລາວ ໃນໄລຍະ ຜ່ານມາ; ເຫັນດີຊຸກຍູ້ໃຫ້ສໍາເລັດ ໂຄງການ “ກໍ່ສ້າງສູນຂໍ້ມູນ ແລະ ການສື່ສານທາງໄພພິບັດ (ແຜ່ນ ດິນໄຫວ)ໃຫ້ແກ່ສປປລາວ”ບົນພື້ນ ຖານຫ້ອງທົດລອງຮ່ວມລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ ສານ ສປປ ລາວ ແລະ ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ; ສອງຝ່າຍຈະປະ ສານສົມທົບກັນຢ່າງແໜ້ນແຟ້ນ ຄົ້ນຄວ້າຢ່າງມີປະສິດທິພາບຕໍ່ບັນ ດາອຸປະກອນຫ້ອງທົດລອງ, ຜັນຂະ ຫຍາຍວຽກງານກໍ່ສ້າງ, ຄົ້ນຄວ້າທີ່ ກ່ຽວຂ້ອງ; ສ້າງປະຖົມປັດໄຈ ເພື່ອ ຊຸກຍູ້ປັບປຸງໃຫ້ສົມບູນ ເພື່ອນໍາເຂົ້າ ບັນຊີໂຄງການທີ່ໄດ້ຮັບອະນຸມັດ ງົບປະມານຈັດຕັ້ງປະຕິບັດໄລຍະ 2026-2027 ໃນກອງປະຊຸມຄັ້ງ ທີ 47 ຄະນະຮ່ວມມືທະວິພາຄີລະ ຫວ່າງ ສອງລັດຖະບານກ່ຽວກັບ ການຮ່ວມມືສອງຝ່າຍ ລາວ-ຫວຽດ ນາມ ປີ 2025; ສະພາບັນດິດວິທະ ຍາສາດ ແລະ ເຕັກໂນໂລຊີ ຊ່ວຍ ເຫລືອກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການພັດທະນາຊັບ ພະຍາກອນມະນຸດ ແລະ ສ້າງຄວາມ ເຂັ້ມແຂງທາງດ້ານວິຊາການປະ ກອບດ້ວຍ: ການຮ່ວມມືສ້າງຫລັກ ສູດຝຶກອົບຮົມໃຫ້ແກ່ພະນັກງານ ໃນຂົງເຂດວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ, ຈັດຝຶກອົບຮົມ ໃນຫົວຂໍ້ຕ່າງໆ ແລະ ແລກປ່ຽນ ປະສົບການຊ່ຽວຊານ, ນັກວິທະຍາ ສາດ ແລະ ພະນັກງານຄົ້ນຄວ້າໃນ ການພັດທະນາເຕັກໂນໂລຊີດິຈິ ຕອນ; ແລກປ່ຽນຮ່ວມມືດ້ານລະບົບ ເກັບຂໍ້ມູນອອນລາຍ ຫລື cloud computing, ກ້າວໄປເຖິງປະສານ ສົມທົບກັນສ້າງໂຄງການສູນແຫ່ງ ຊາດ ດ້ານການຈັດເກັບຂໍ້ມູນຂ່າວ ສານ ແລະ ລະບົບເກັບຂໍ້ມູນອອນ ລາຍ; ໃຫ້ການຊ່ວຍເຫລືອກະຊວງ ເຕັກໂນໂລຊີ ແລະ ການສື່ສານໃນ ການສ້າງບັນດານິຕິກຳ, ບັນດາມາດ ຖານເຕັກນິກ, ພັດທະນາຊັບພະຍາ ກອນມະນຸດ ກ່ຽວກັບການຄຸ້ມຄອງ Big Data ແລະ ບັນດາການເຄື່ອນ ໄຫວຮ່ວມມືອື່ນໆ ທີ່ສອງຝ່າຍໃຫ້ ຄວາມສົນໃຈ. ໃນຕອນທ້າຍຂອງກອງປະຊຸມ, ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະ ມົນຕີກະຊວງເຕັກໂນໂລຊີແລະການ ສື່ສານ ສປປ ລາວ ແລະ ທ່ານ ເຈົາ ວັນ ມິງ ປະທານສະພາບັນດິດວິທະ ຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ກໍໄດ້ຮ່ວມລົງນາມໃນ ບົດບັນທຶກກອງປະຊຸມ ພົບປະຄັ້ງທີ 3 ໂດຍມີຄະນະຜູ້ແທນທັງສອງຝ່າຍ ຮ່ວມເປັນສັກຂີພິຍານ. ຂ່າວ: ສົມຫວັງ, ພາບ: ອ່າຍຄໍາ ແຫ່ງຊາດ ເພື່ອປັບປຸງສະພາບແວດ ລ້ອມ ໃນການດຳເນີນທຸລະກິດ ແລະ ອຳນວຍຄວາມສະດວກແກ່ການ ຄ້າຂ້າມແດນຊຶ່ງການເປີດນຳໃຊ້ລະ ບົບອອກໃບຢັ້ງຢືນແຫລ່ງກຳເນີດ ສິນຄ້າທາງເອເລັກໂຕຣນິກ ຖືເປັນ ບາດກ້າວສຳຄັນ ໃນການອໍານວຍ ຄວາມສະດວກ ໃຫ້ພາກທຸລະກິດ ຂອງ ສປປ ລາວ ໂດຍສະເພາະການ ປັບປຸງຂັ້ນຕອນໃຫ້ມີຄວາມງ່າຍ ດາຍ, ຊ່ວຍສ້າງຄວາມເຂັ້ມແຂງໃຫ້ ພາກທຸລະກິດເຂົ້າເຖິງຕະຫລາດ ໃໝ່ໆ ແລະ ປະກອບສ່ວນເຂົ້າໃນ ການເຕີບໃຫຍ່ ຂອງຂະແໜງການ ສົ່ງອອກຂອງພວກເຮົາ. ທ່ານ ນາງ ນາງ ແຮັດເຕີ ວາ ເຣຍອາວາ (Heather Variava) ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈໍາ ສປປ ລາວ ໄດ້ສະ ແດງຄວາມຍິນດີນໍາລັດຖະບານ ສປປ ລາວ ໂດຍສະເພາະແມ່ນກະ ຊວງອຸດສາຫະກຳແລະການຄ້າສຳ ລັບຄວາມເປັນຜູ້ນຳ ໃນການສ້າງ ຄວາມອາດສາມາດແກ່ການແຂ່ງ ຂັນຂອງພາກທຸລະກິດ ຜ່ານການ ປັບປຸງລະບົບອອກໃບຢັ້ງຢືນແຫລ່ງ ກຳເນີດສິນຄ້າ ທາງເອເລັກໂຕຣ ນິກ (e-CO), ພ້ອມທັງຊົມເຊີຍ ໃນຄວາມພະຍາຍາມຮ່ວມກັນ ລະ ຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ໃນການສົ່ງເສີມສະ ພາບແວດລ້ອມທີ່ເອື້ອອຳນວຍແກ່ ການເຕີບໂຕຂອງພາກທຸລະກິດໃຫ້ ຫລາຍຂຶ້ນ. ລະບົບອອກໃບຢັ້ງຢືນແຫລ່ງກຳ ເນີດສິນຄ້າທາງເອເລັກໂຕຣນິກ ແມ່ນຄຸ້ມຄອງໂດຍກົມການຄ້າຕ່າງ ປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ຊຶ່ງເປີດໃຫ້ບໍລິການແກ່ບັນ ດາທຸລະກິດ, ວິສາຫະກິດຂະໜາດ ນ້ອຍແລະ ກາງ ໃຫ້ສາມາດຍື່ນຂໍໃບ ຢັ້ງຢືນແຫລ່ງກຳເນີດສິນຄ້າຢ່າງ ເປັນທາງການໄດ້ທາງອອນລາຍ ພ້ອມນີ້, ລະບົບດັ່ງກ່າວ, ຍັງມີບົດ ບາດສຳຄັນສຳລັບການຄ້າລະ ຫວ່າງປະເທດ ເນື່ອງຈາກສາມາດ ສະແດງຫລັກຖານແຫລ່ງກຳເນີດ ຂອງສິນຄ້າ ເຮັດໃຫ້ສິນຄ້າມີສິດທິ ພິເສດໃນການສົ່ງອອກສິນຄ້າຂ້າມ ແດນ ລະຫວ່າງປະເທດ. ສຳລັບ ພາກສ່ວນໃດທີ່ສົນໃຈ ໃນການອອກໃບຢັ້ງຢືນແຫລ່ງກຳ ເນີດສິນຄ້າ ທີ່ໄດ້ຮັບສິດທິພິເສດສາ ມາດສອບຖາມລາຍລະອຽດເພີ່ມ ຕື່ມ ໄດ້ທີ່ພະແນກຄຸ້ມຄອງແຫລ່ງ ກຳເນີດສິນຄ້າກົມການຄ້າຕ່າງປະ ເທດກະຊວງອຸດສາຫະກຳ ແລະ ການຄ້າ ຫລື ໂທ: 021450255 ຫລື ສຶກສາຂໍ້ມູນໄດ້ທີ່ເວັບໄຊ້ https://www.ecolao.gov.la/. ຂ່າວ: ທະນູທອງ ຂໍ້ມູນ-ພາບ: ສູນຂໍ້ ມູນຂ່າວສານທາງການຄ້າຂອງລາວ ກຳລຸ່ມກົດໝາຍ ສື່ມວນຊົນມາດຕາ 36 ແລະ ມາດຕາ 37 (ຂໍ້ຕົກລົງວ່າ ດ້ວຍນັກວິຊາການ ດ້ານສື່ມວນຊົນ ແລະ ຄູ່ຮ່ວມງານ) ໃນ 8 ໝວດ 24 ມາດຕາ ໂດຍອີງຕາມກົດໝາຍ ວ່າດ້ວຍ ສື່ມວນຊົນ (ສະບັບປັບ ປຸງ) ເລກທີ 01/ສພຊ, ລົງວັນທີ 04 ພະຈິກ 2016, ອີງຕາມດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງກະຊວງຖະແຫລງ ຂ່າວ, ວັດທະນະທຳແລະທ່ອງທ່ຽວ ເລກທີ 95/ນຍ, ລົງວັນທີ 09 ມີນາ 2017 ເພື່ອກໍານົດຫລັກການ, ລະ ບຽບການ ແລະ ມາດຕະການກ່ຽວ ກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ, ການຕິດຕາມກວດ ການັກວິຊາການດ້ານສື່ມວນຊົນ ແລະ ຜູ້ຮ່ວມງານເພື່ອເສີມຂະຫຍາຍ ບົດບາດ, ຍົກສູງຄຸນນະພາບຂອງ ສື່ມວນຊົນໃຫ້ກ້າວໜ້າ ແລະ ທັນສະ ໄໝ ພ້ອມທັງເສີມຂະຫຍາຍປະຊາ ທິປະໄຕ ແລະ ສິດເປັນເຈົ້າປະເທດ ຊາດຂອງປະຊາຊົນລາວບັນດາເຜົ່າ ແນໃສ່ຮັບປະກັນ ການປະຕິບັດສິດ ເສລີພາບດ້ານສື່ມວນຊົນຂອງພົນ ລະເມືອງລາວ, ສາມາດເຊື່ອມໂຍງ ພາກພື້ນແລະ ສາກົນ, ປະກອບສ່ວນ ເຂົ້າພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ພ້ອມນີ້, ນັກວິຊາການ ດ້ານສື່ມວນຊົນ ຕ້ອງ ເປັນຄົນທີ່ມີຄວາມຮູ້, ຄວາມສາມາດ ແລະ ປະສົບການດ້ານສື່ມວນຊົນ ຂະແໜງຕ່າງໆ ທີ່ປະຕິບັດງານ ໃນ ອົງການສື່ມວນຊົນ ເພື່ອຮັບໃຊ້ການ ສ້າງຜະລິດຕະພັນສື່ມວນຊົນ. ສຳ ລັບວິຊາການດ້ານສື່ມວນຊົນປະ ກອບມີ: ນັກວິຊາການເນື້ອໃນ, ນັກວິ ຊາການເຕັກນິກ ແລະ ນັກວິຊາການ ບໍລິຫານ. ສ່ວນດ້ານຜູ້ຮ່ວມງານ ແມ່ນບຸກຄົນບໍ່ສັງກັດອົງການສື່ ມວນຊົນທີ່ມີຄວາມຮູ້, ຄວາມສາ ມາດ ແລະ ປະສົບການດ້ານສື່ມວນ ຊົນໃນການສະໜອງຂ່າວ, ບົດ, ຮູບ ນິ້ງ, ຮູບເໜັງຕີງ, ລາຍການວິທະ ຍຸ, ລາຍການໂທລະພາບ ຫລື ຂໍ້ມູນ ຂ່າວສານປະເພດຕ່າງໆ ໃຫ້ອົງການ ສື່ມວນຊົນ ຕາມສັນຍາພ້ອມທັງໄດ້ ຮັບຄ່າແຮງງານ ແລະ ນະໂຍບາຍ ຕ່າງໆ ຈາກອົງການສື່ມວນຊົນ ແລະ ການຈັດຕັ້ງກ່ຽວຂ້ອງຕາມກົດ ໝາຍ ແລະ ລະບຽບການ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມ ຍັງ ໄດ້ຮັບຟັງການຜ່ານບັນດາຂໍ້ກຳນົດ ນິຕິກຳລຸ່ມກົດໝາຍສື່ມວນຊົນມາດ ຕາ 36 ແລະ ມາດຕາ 37 (ຂໍ້ຕົກ ລົງວ່າດ້ວຍນັກວິຊາການດ້ານສື່ ມວນຊົນ ແລະ ຄູ່ຮ່ວມງານ) ພ້ອມ ທັງປະກອບຄຳຄິດເຫັນໃສ່ໃນບົດ ກົດໝາຍດັ່ງກ່າວ ໃນ 8 ໝວດ 24 ມາດຕາ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ຊັດເຈນຂຶ້ນ ໃນການຈັດຕັ້ງປະຕິບັດ ວຽກງານສື່ມວນຊົນອີກດ້ວຍ. ຂ່າວ: ວຽງສະຫວັນ, ພາບ: ຂັນໄຊ ກາດວັນສື່ມວນຊົນ ແລະ ວັນພິມຈຳ ໜ່າຍ ຄົບຮອບ 74 ປີ ໃນວັນທີ 5 ສິງຫາ 2024 ນີ້ວ່າ: ກົມວັນນະຄະດີ ແລະ ພິມຈຳໜ່າຍມີບົດບາດໃນການ ຄຸ້ມຄອງ, ປົກປັກຮັກສາ, ສົ່ງເສີມ ການປະດິດແຕ່ງວັນນະກຳພັດທະ ນາການພິມຈຳໜ່າຍ, ຫໍສະໝຸດແລະ ສົ່ງເສີມການອ່ານ ຊຶ່ງໃນໄລຍະຜ່ານ ມາ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນ ການຊຸກຍູ້ສົ່ງເສີມວຽກງານວັນນະ ຄະດີ ແລະ ການພິມຈຳໜ່າຍໃຫ້ມີ ບາດກ້າວຂະຫຍາຍຕົວເລື້ອຍໆມາ. ສຳລັບຜົນງານທີ່ພົ້ນເດັ່ນ ແລະ ຍາດ ມາໄດ້ໃນປີຜ່ານມາແມ່ນໄດ້ສໍາ ເລັດການປັບປຸງກົດໝາຍວ່າດ້ວຍ ການພິມຈໍາໜ່າຍ (ສະບັບປັບປຸງ) ເລກທີ 44/ສພຊ, ລົງວັນທີ 17 ກໍລະກົດ 2023 ນຳໃຊ້ເປັນເຄື່ອງມື ແລະ ເປັນບ່ອນອີງທີ່ສຳຄັນທາງ ດ້ານຫລັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ຕິດ ຕາມ, ກວດກາວຽກງານການພິມ ຈຳໜ່າຍ ເຮັດໃຫ້ວຽກງານພິມຈຳ ໜ່າຍຂະຫຍາຍຕົວ, ພັດທະນາ ແລະ ເຄື່ອນໄຫວຢ່າງແຂງແຮງ. ປັດຈຸບັນ, ມີ 44 ໂຮງພິມ ແລະ 15 ສຳນັກພິມ, ມີຮ້ານຈຳໜ່າຍປຶ້ມສິ່ງພິມເກີດຂຶ້ນແລະ ເຄື່ອນໄຫວຢ່າງ ມີຊີວິດຊີວາ, ມີຂະແໜງຄົ້ນຄວ້າ ຈັດພິມປຶ້ມການຮຽນ-ການສອນ, ມີ ປຶ້ມຜົນງານການຄົ້ນຄວ້າຂອງບັນ ດາຂະແໜງການວິຊາການ, ປຶ້ມແປ, ປຶ້ມວັນນະຄະດີປະເພດຕ່າງໆ ຈຳ ນວນຫລາຍ, ມີອົງການຈັດຕັ້ງເຄື່ອນ ໄຫວ ເຮັດວຽກງານພິມຈຳໜ່າຍ ຄື: ສະມາຄົມການພິມ, ສະມາຄົມນັກ ປະພັນລາວ, ສະມາຄົມຫໍສະໝຸດ ລາວ ແລະ ກຸ່ມສຳນັກພິມເກີດຂຶ້ນ ເພື່ອສົ່ງເສີມຂະແໜງການພິມ ຈຳ ໜ່າຍ ແລະ ສົ່ງເສີມການອ່ານດ້ວຍ ຫລາຍຮູບການ. ນອກຈາກນີ້, ວຽກ ງານການພິມຈຳໜ່າຍ ຍັງໄດ້ມີການ ຮ່ວມມືກັບເພື່ອນມິດຍຸດທະສາດ ໂດຍສະເພາະ ສສ ຫວຽດນາມ ໃນ ການຈັດຝຶກອົບຮົມວຽກງານພິມ ຈໍາໜ່າຍສ້າງຄວາມເຂັ້ມແຂງ ໃຫ້ ພະນັກງານລາວ ແລະ ວຽກງານ ການແລກປ່ຽນຈັດພິມປຶ້ມແປດີເດັ່ນ ຂອງບັນດາສຳນັກພິມຂອງລາວ ແລະ ສຳນັກພິມ ສປ ຈີນ ຈຳນວນ ຫລາຍຫົວເລື່ອງ ພ້ອມທັງໄດ້ຮັບ ການຊຸກຍູ້ການຈັດພິມປຶ້ມນິທານ, ປຶ້ມອ່ານເສີມຂອງບັນດາອົງການ ຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ເພື່ອມອບໃຫ້ຫ້ອງສະໝຸດໂຮງຮຽນ ສາມັນ ໃນຂອບເຂດເປົ້າໝາຍຂອງ ໂຄງການແລະເຄື່ອນໄຫວວຽກງານ ສົ່ງເສີມການອ່ານ ຢູ່ບັນດາແຂວງ ຈຳນວນໜຶ່ງ. ໃນປີ 2024, ວຽກ ງານການຈັດພິມປຶ້ມ ສາມາດອອກ ທະບຽນພິມປຶ້ມ ໄດ້ 704 ຫົວເລື່ອງ ມີ 3.049.549 ຫົວ, ສິ່ງພິມອື່ນໄດ້ 319.900 ສະບັບ. ໃນແຕ່ລະປີມີ ບົດປະພັນວັນນະຄະດີປະເພດກະວີ, ເລື່ອງສັ້ນລົງພິມແລະໂຄສະນາໃນສື່ ແລະ ສິ່ງພິມຕ່າງໆ ປະມານ 2.000 ບົດ. ຄຽງຄູ່ໄປກັບຜົນສຳເລັດ ແລະ ທ່າແຮງທີ່ມີດັ່ງກ່າວນັ້ນ, ວຽກງານ ປຶ້ມ ແລະ ສິ່ງພິມຕ່າງໆ ຍັງມີສິ່ງຄົງ ຄ້າງແລະທ້າທາຍເປັນຕົ້ນ ປັດຈຸບັນ ໄດ້ມີຕົ້ນສະບັບປຶ້ມຄົ້ນຄວ້າວິຊາ ການຂະແໜງການຕ່າງໆ, ປຶ້ມບົດ ປະພັນວັນນະຄະດີ, ໜັງສືຜູກໃບ ລານ, ພັບສາ (ປື້ມເກົ່າແກ່ທີ່ເຮັດ ດ້ວຍເຈ້ຍສາ), ປຶ້ມເກົ່າແກ່ທີ່ບັນທຶກ ຫລັກຖານທາງປະຫວັດສາດຂອງ ຊາດລາວ ເປັນຈຳນວນຫລວງ ຫລາຍຍັງບໍ່ທັນມີການຈັດພິມເຜີຍ ແຜ່ຍ້ອນຂາດທຶນພິມ; ຍັງຂາດການ ລົງທຶນໃສ່ການສ້າງລະບົບບໍລິການ ຫໍສະໝຸດ ດີຈິຕອນ ຫລື ບໍລິການ ການອ່ານດ້ວຍເອເລັກໂຕຣນິກເພື່ອ ຫລຸດຜ່ອນງົບປະມານການຈັດພິມ ເປັນເຫລັ້ມ, ຫລຸດຜ່ອນຄ່າຂົນສົ່ງ ແລະ ຫລຸດຜ່ອນມົນລະພິດ. ທ່ານ ນາງ ຈັນເພັດ ຄຳຟອງ ກ່າວຕື່ມວ່າ: ຕໍ່ກັບທິດທາງແຜນ ການຕໍ່ໜ້າວຽກງານພິມຈຳໜ່າຍຍັງ ຕ້ອງເອົາໃຈໃສ່ ຢ່າງຕັ້ງໜ້າສືບຕໍ່ໂຄ ສະນາເຜີຍແຜ່ກົດໝາຍວ່າດ້ວຍ ການພິມ ແລະ ຈຳໜ່າຍ ໃຫ້ທົ່ວເຖິງ, ປະຕິບັດນະໂຍບາຍສົ່ງເສີມວຽກ ງານພິມຈຳໜ່າຍໃຫ້ເຕີບໃຫຍ່ຂະ ຫຍາຍຕົວດ້ວຍຫລາຍຮູບແບບເພື່ອ ຜະລິດປຶ້ມ, ສິ່ງພິມ ແລະ ຈຳໜ່າຍ ດ້ວຍຮູບການຕ່າງໆ ລົງສູ່ປະຊາຊົນ ຢ່າງທົ່ວເຖິງ; ສືບຕໍ່ຊຸກຍູ້ນັກຄົ້ນ ຄວ້າ, ນັກປະພັນ, ນັກປະດິດແຕ່ງ ຄົ້ນຄວ້າຂຽນປຶ້ມ, ສິ່ງພິມ ໃຫ້ຮັບໃຊ້ ແກ່ຫລາຍເປົ້າໝາຍຍິ່ງຂຶ້ນ ເພື່ອສະ ໜອງການຜະລິດຢູ່ໂຮງພິມຂອງ ພາກລັດແລະ ເອກະຊົນພາຍໃນ; ສືບ ຕໍ່ປັບປຸງນິຕິກຳລຸ່ມກົດໝາຍການ ຄຸ້ມຄອງວຽກງານການພິມຈຳໜ່າຍ ແລະ ຫໍສະໝຸດ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດໃຫ້ສະດວກ ຂຶ້ນ; ສືບຕໍ່ເກັບກຳສະຖິຕິໂຮງພິມ, ຮ້ານພິມ, ຮ້ານຈຳໜ່າຍປຶ້ມ, ຫໍສະ ໝຸດ, ຫ້ອງສະໝຸດ, ຫ້ອງອ່ານນັບແຕ່ ຂັ້ນສູນກາງລົງຮອດທ້ອງຖິ່ນ ເພື່ອ ເປັນຂໍ້ມູນວາງແຜນວິໄຈ ແລະ ພັດ ທະນາວຽກງານການພິມຈຳໜ່າຍ ໃຫ້ສອດຄ່ອງ ເໝາະສົມກັບສະພາບ ການຂະຫຍາຍຕົວຂອງປະເທດ ເຮົາ. ເຖິງຢ່າງໃດກໍດີ, ເພື່ອເຮັດສໍາ ເລັດໜ້າທີ່ອັນສໍາຄັນດັ່ງກ່າວອົງ ການພິມຈໍາໜ່າຍຍັງມີຄວາມຕ້ອງ ການການສະໜັບສະໜູນ ຈາກພາກ ລັດ, ພາກເອກະຊົນ, ທຸລະກິດ ແລະ ສັງຄົມ ເປັນຕົ້ນ ການມີນະໂຍບາຍ ຕໍ່ຂະແໜງການການພິມຈໍາໜ່າຍ ເພື່ອຜ່ອນຜັນຄ່າໃຊ້ຈ່າຍການນຳ ເຂົ້າອຸປະກອນການຈັດພິມ,ການຜະ ລິດຂອງບັນດາສຳນັກພິມ, ໂຮງພິມ ເພື່ອການຈັດພິມປຶ້ມ ແລະ ສິ່ງພິມ ໃຫ້ຫລາຍ ເພື່ອເຮັດໃຫ້ວຽກງານ ການພິມຈໍາໜ່າຍ ມີການເຕີບໃຫຍ່ ຂະຫຍາຍຕົວ, ເຂັ້ມແຂງ ໄດ້ຮັບການ ພັດທະນາ ແລະ ມີຄວາມຍືນຍົງ. ຂ່າວ: ກິດຕາ, ພາບ: ຍຸພິນ
RkJQdWJsaXNoZXIy MTc3MTYxMQ==