5931

dko]q 'mb o0v'oa dm5 ]tdy f9u o -j ;pcdh w07;k,m5 dpkd0v'xt-k-q o]k; xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** 05/08/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນກໍໄດ້ຍ້ອງຍໍໂຄງ ການດັ່ງກ່າວວ່າ: ເປັນໂຄງການສັນ ຍະລັກທີ່ສຳຄັນອີກໂຄງການໜຶ່ງໃນ ການຮ່ວມມືຕົວຈິງ ລະຫວ່າງພາກ ລັດກັບປະຊາຊົນ ແລະ ວິສາຫະກິດ. ຄຽງຄູ່ກັບບໍລິສັດສຸມໃສ່ພັດທະນາ ວຽກງານຂອງໂຄງການໃຫ້ມີຜົນ ສຳເລັດ ແລະ ປະຕິບັດພັນທະຢ່າງ ຖືກຕ້ອງຕາມສັນຍາກັບລັດຖະ ບານແລ້ວ,ໂຄງການຍັງໄດ້ສຸມໃສ່ ປະກອບສ່ວນແກ້ໄຂຄວາມທຸກຍາກ ຂອງປະຊາຊົນໃນເຂດຕິດກັບໂຄງ ການ ແລະ ບ້ານອ້ອມຂ້າງຢ່າງເປັນ ໃນຊຸມຊົນທ້ອງຖິ່ນໃຫ້ຫລາຍຂຶ້ນ, ລວມເຖິງການປະກອບສ່ວນທາງ ດ້ານສາທາລະນະປະໂຫຍດໃຫ້ແກ່ ສັງຄົມໃຫ້ນັບມື້ໄດ້ຮັບການພັດທະ ນາຢ່າງຕໍ່ເນື່ອງ, ໄປຄຽງຄູ່ກັບການ ພັດທະນາຄຸນນະພາບດ້ານສິ່ງ ແວດລ້ອມ ໂດຍມີການປະສານສົມ ທົບກັບຂະແໜງການລັດທີ່ກ່ຽວ ຂ້ອງແຕ່ລະຂັ້ນ ແລະ ເຊື່ອໝັ້ນວ່າ ທາງບໍລິສັດຈະບັນລຸໝາກຜົນໃນ ການດໍາເນີນທຸລະກິດຕາມແຜນ ການທີ່ວາງໄວ້. dkoxt8y I6 [0v'9u o.op5 d.\j lh k'3vdkf c]t zq oxt3spf8q ;9y '.sh cdj xt-k-q o]k; *ເຖິງແມ່ນວ່າກອງປະຊຸມຄົບຄະ ນະຄັ້ງທີ 3 ຂອງຄະນະກຳມະການສູນ ກາງພັກກອມມູນິດຈີນສະໄໝທີXXໄດ້ ອັດລົງແລ້ວດ້ວຍຜົນສຳເລັດຢ່າງຈົບ ງາມ, ແຕ່ທົ່ວໂລກຍັງໃຫ້ຄວາມສົນໃຈ ຕິດຕາມການຈັດຕັ້ງປະຕິບັດຖະແຫລງ ການຂອງກອງປະຊຸມດັ່ງກ່າວຢ່າງໃກ້ ຊິດ. ທີ່ ສປປ ລາວ ກໍໄດ້ຈັດເວທີສົນທະ ນາພາຍໃຕ້ຫົວຂໍ້ “ການລົງເລິກປະຕິ ຮູບຂອງຈີນໃນຍຸກໃໝ່ກັບໂອກາດຂອງ ໂລກ”, ເມື່ອທ້າຍອາທິດຜ່ານມານັບວ່າ ເປັນກອງປະຊຸມທີ່ສໍາຄັນ ເພື່ອຈັດຕັ້ງ ຜັນຂະຫຍາຍ ແລະ ຮັບເອົາບົດຮຽນທີ່ມີ ຄຸນຄ່າ ຈາກຜົນສຳເລັດຂອງກອງປະ ຊຸມດັ່ງກ່າວໃນຄັ້ງນີ້. ຜ່ານການສົນທະນາແລກປ່ຽນບົດ ຮຽນຮ່ວມກັບວິທະຍາກອນ ແລະ ຜູ້ ເຂົ້າຮ່ວມແບບເຊິ່ງໜ້າແລະຜ່ານວີດີໂອ ທາງໄກ ໄດ້ມີຄວາມເປັນເອກະພາບ ຮ່ວມກັນວ່າ: ຜົນສຳເລັດກອງປະຊຸມພັກ ກອມມູນິດຈີນຄັ້ງນີ້, ກາຍເປັນຂີດໝາຍ ປະຫວັດສາດຂອງຈີນໃນຍຸກໃໝ່. ການ ລົງເລິກການປະຕິຮູບຢ່າງຮອບດ້ານ ຂອງຈີນໃນຍຸກໃໝ່ແມ່ນວິທີການທີ່ ເປັນຂໍກຸນແຈສຳຄັນໃນການຊຸກຍູ້ການ ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະ ຊາຊາດ ແລະ ພາລະກິດອັນຍິ່ງໃຫຍ່ ແຫ່ງການສ້າງສາປະເທດໃຫ້ເຂັ້ມແຂງ ຢ່າງຮອບດ້ານດ້ວຍຄວາມທັນສະໄໝ ແບບຈີນ ເຊິ່ງເປັນການປະກອບສ່ວນ ອັນໃໝ່ໃຫ້ແກ່ມວນມະນຸດເພື່ອຄົ້ນຫາ ເສັ້ນທາງການຫັນເປັນທັນສະໄໝ ແລະ ລະບອບສັງຄົມທີ່ດີກວ່າເກົ່າ, ທັງສ້າງ ໂອກາດໃໝ່ ແລະ ເພີ່ມແຮງຂັບເຄື່ອນ ໃໝ່ໃຫ້ແກ່ການພັດທະນາຂອງປະເທດ ຕ່າງໆຢູ່ໃນໂລກ. ໃນນັ້ນ“ໜຶ່ງແລວໜຶ່ງ ເສັ້ນທາງ” ໄດ້ກາຍເປັນໂອກາດທີ່ດີ ໃຫ້ແກ່ປະເທດທີ່ເຂົ້າຮ່ວມໃນການສ້າງ ລະບົບເຊື່ອມໂຍງເຊື່ອມຈອດໂຄງລ່າງ ດ້ານຕ່າງໆ ແລະ ມີການຮ່ວມມືດ້ານ ການລົງທຶນຮວ່ມກັນຢ່າງບໍ່ຢຸດຢັ້ງ, ເຮັດ ໃຫ້ຕະຫລາດຈີນ ກັບຕະຫລາດໂລກ ມີສາຍພົວພັນກັນຍິ່ງແໜ້ນແຟ້ນກວ່າ ເກົ່າ. ຕາມສະຖິຕິລາຍງານໃຫ້ຮູ້ວ່າ: ມາຮອດປັດຈຸບັນ ຈີນໄດ້ຮ່ວມກັບ 150 ກວ່າປະເທດ ແລະ 30 ກວ່າອົງການ ຈັດຕັ້ງສາກົນ ລົງນາມໃນເອກະສານ ການຮ່ວມມືກ່ຽວກັບການຮ່ວມກັນ ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໂດຍໄດ້ ດຳເນີນໂຄງການຮ່ວມມືຕົວຈິງຫລາຍ ພັນໂຄງການ. ມາຮອດທ້າຍເດືອນມິ ຖຸນາປີ 2024, ຈີນ ໄດ້ຮ່ວມກັບ 40 ກວ່າປະເທດລົງນາມໃນເອກະສານ ການຮ່ວມມືດ້ານຄວາມສາມາດການ ຜະລິດ, ວິສາຫະກິດຈີນ ໄດ້ຮ່ວມມືກັບ ລັດຖະບານ ແລະ ວິສາຫະກິດຂອງປະ ເທດ ທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງ ເສັ້ນທາງ” ສ້າງເຂດນິຄົມອຸດສາຫະ ກຳຫລາຍກວ່າ 70 ແຫ່ງ ຢູ່ບັນດາປະ ໂດຍ: ດວງຈິດ ສະຫວັດບຸນມີ ຮູບປະທຳ. ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກ ລັດຖະມົນຕີກໍໄດ້ຕີລາຄາສູງຕໍ່ຜົນ ງານການເຄື່ອນໄຫວດໍາເນີນທຸລະ ກິດຂອງບໍລິສັດໃນໄລຍະຜ່ານມາ, ພ້ອມທັງສະເໜີມາຍັງບໍລິສັດສ້າງ ຜະລິດຕະພັນຝຸ່ນປຸຍ ເພື່ອໃຫ້ນໍາ ໃຊ້ເຂົ້າໃນການຜະລິດກະສິກໍາ, ພ້ອມ ດຽວກັນນັ້ນ ກໍນໍາໃຊ້ທ່າແຮງດ້ານ ການບໍລິການຂົນສົ່ງພາຍໃນປະ ເທດ, ປະກອບສ່ວນສ້າງບຸກຄະລາ ກອນທາງດ້ານເຕັກນິກວິຊາການ ທີ່ເປັນຄົນລາວ ຢູ່ພາຍໃນໂຮງ ງານ ໃຫ້ມີຄຸນນະພາບ ແລະ ສ້າງວຽກ ເຮັດງານທໍາແກ່ແຮງງານລາວພາຍ *** ຕໍ່ຈາກສະບັບກ່ອນ *** ***ອ່ານຕໍ່ສະບັບໜ້າ *** ໂດຍ: ວິໄລ ມະນີລັດ ຮອງຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ເທດເຫລົ່ານັ້ນ. ພັກ-ລັດ ແລະ ປະຊາຊົນຈີນ ຍາມ ໃດກໍຍຶດໝັ້ນນໍ້າໃຈສາກົນກຳມະຊີບທີ່ ຜ່ອງໃສ, ທຸກແນວທາງນະໂຍບາຍແລະ ທຸກວຽກງານທີ່ໄດ້ກຳນົດອອກມາ, ບໍ່ ສະເພາະແຕ່ເພື່ອປະເທດຊາດ ແລະ ປະ ຊາຊົນຈີນເທົ່ານັ້ນ, ຫາກຍັງໄດ້ຄໍານຶງ ເຖິງອະນາຄົດຂອງປະຊາຊາດ ແລະ ມວນມະນຸດຊາດໃນທົ່ວໂລກຕື່ມອີກ, ໂດຍບໍ່ໄດ້ຈຳແນກການເມືອງ, ລະບອບ ການປົກຄອງ, ຮັ່ງມີ ຫລື ທຸກຈົນ ແມ່ນ ສາມາດພັດທະນາຮ່ວມມືກັນໄດ້ບົນ ພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະ ໂຫຍດ. ໃນນັ້ນລວມມີຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ, ການສ້າງຄູ່ຮ່ວມຊາຕາ ກຳຂອງມວນມະນຸດ, ເວົ້າສະເພາະການ ລົງເລິກປະຕິຮູບຂອງຈີນໃນຍຸກໃໝ່ກັບ ໂອກາດຂອງໂລກຍິ່ງມີຜົນດີໃຫ້ແກ່ ໂລກໃນການພັດທະນາຮວ່ມກັນ, ຮັ່ງມີ ແລະ ຈະເລີນຮຸ່ງເຮືອງຮວ່ມກັນ ແລະ ດ້ວຍຜົນສຳເລັດຂອງກອງປະຊຸມຄົບ ຄະນະຄັ້ງທີ 3 ຂອງຄະນະກຳມະການ ສູນກາງພັກກອມມູນິດຈີນສະໄໝທີ XXທີ່ຮັບຮອງເອົາ “ຂໍ້ຕົກລົງຂອງສູນ ກາງພັກກອມມູນິດຈີນ ກ່ຽວກັບການ ລົງເລິກການປະຕິຮູບຢ່າງຮອບດ້ານ ແມ່ນມີຈຸດປະສົງເພື່ອຊຸກຍູ້ຄວາມທັນ ສະໄໝແບບຈີນ”. ໂດຍລວມ, ໃນສະພາບການ ໃໝ່ທີ່ມີ ທັງກາລະໂອກາດ ແລະ ສິ່ງທ້າທາຍ ຫລາຍປະການທີ່ຄາດການໄດ້ຍາກ, ການພົວພັນລາວ-ຈີນໃນທຸກຂັ້ນ, ທຸກ ຂົງເຂດວຽກງານ, ທຸກລະດັບທັງສູນ ກາງແລະທ້ອງຖິ່ນ,ທັງຢູ່ຕົວເມືອງ, ຊົນ ນະບົດ ແລະ ຕາມຊາຍແດນ ລາວ-ຈີນ, ຈີນ-ລາວ ຍິ່ງຕ້ອງສາມັກຄີກັນເຂົ້າຈັດ ຕັ້ງຜັນຂະຫຍາຍສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ ແລະ ການເປັນຄູ່ ຮ່ວມຍຸດທະສາດຮອບດ້ານໝັ້ນຄົງ ຍາວນານຕາມທິດ4ດີ,ການເປັນຄູ່ຮ່ວມ ຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ນັບ ມື້ນັບໄດ້ຮັບການເສີມຂະຫຍາຍຢ່າງ ຕໍ່ເນື່ອງທັງທາງກວ້າງ ແລະ ທາງເລິກ, ໂດຍສະເພາະຫັນການເຊື່ອມໂຍງເຊື່ອມຈອດເຂົ້າກັນ ລະຫວ່າງນະໂຍ ບາຍ “ໜຶ່ງແລວໜຶ່ງເສັ້ນທາງ”ຂອງ ສປ ຈີນ ທີ່ສະຫາຍ ສີ ຈິ້ນຜິງ ສະເໜີ ອອກມາໃຫ້ຕິດພັນກັບ“ນະໂຍບາຍຫັນ ປະເທດລາວ ໃຫ້ກາຍເປັນປະເທດເຊື່ອມ ໂຍງເຊື່ອມຈອດໃນອະນຸພາກພື້ນ”ຢ່າງ ມີຜົນສຳເລັດ. ຈີນ ແມ່ນຄູ່ການຄ້າໃຫຍ່ ອັນດັບ2 ແລະ ຈຸດໝາຍປາຍທາງການ ສົ່ງອອກໃຫຍ່ອັນດັບ 1 ສຳລັບປະ ເທດລາວ. ຕົວເລິກສະຖິຕິຂອງອົງການ ພາສີແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ຍອດມູນຄ່າການຄ້າຂາເຂົ້າ-ຂາອອກ ລະຫວ່າງ ຈີນ-ລາວ ໃນປີ 2023 ໄດ້ ບັນລຸເຖິງ7,1ຕື້ໂດລາ, ເພີ່ມຂຶ້ນ26,7% ເມື່ອທຽບໃສ່ປີ 2022 ເຊິ່ງໄດ້ສ້າງສະ ຖິຕິສູງສຸດໃນປະຫວັດສາດ. ສະເພາະ ທາງລົດໄຟຈີນ-ລາວ ພາຍໃຕ້ຂອບຂໍ້ລິ ເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນ ໂຄງການຍຸດທະສາດທີ່ສຳຄັນໃນການ ຊຸກຍູ້ການພັດທະນາເສດຖະກິດສັງຄົມ ລາວ, ໄດ້ສ້າງສະພາບແວດລ້ອມທີ່ດີຕໍ່ ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະການຂົນສົ່ງສິນຄ້າຂ້າມຊາດພ້ອມ ທັງໄດ້ປະກອບສ່ວນຕໍ່ການສ້າງໂອ ກາດການປະກອບອາຊີບພາຍໃນປະ ເທດລາວ. ຈາກການຜະລິດອັດສະລິຍະ, ລະບົບ 5G, ລະບົບອິນເຕີເນັດແຫ່ງ ສັບພະສິ່ງຮອດຂະແໜງການກະສິກຳ ກາກບອນຕ່ຳແບບຍືນຍົງ ແລະ ພະລັງ ງານສະອາດ, ຈີນໄດ້ລົງເລິກການປະຕິ ຮູບ ແລະ ເປີດກວ້າງການເປີດປະຕູສູ່ ພາຍນອກຕື່ມອີກ ພ້ອມທັງຊຸກຍູ້ການ ແລກປ່ຽນ ແລະ ແບ່ງປັນເຕັກນິກລ້ຳ ຍຸກ, ທັງໝົດເຫລົ່ານີ້ຈະສາມາດຕອບ ສະໜອງກັບຄວາມຕ້ອງການຂອງລາວ ທີ່ຢາກຫັນປ່ຽນຮູບແບບການພັດທະ ນາໃນປັດຈຸບັນ. ເພື່ອຫລຸດລະດັບອາໄສ ຕໍ່ການນຳເຂົ້ານ້ຳມັນເຊື້ອໄຟ, ຍົກສູງ ຄວາມໝັ້ນຄົງດ້ານພະລັງງານ ແລະ ບັນລຸເປົ້າໝາຍການອະນຸລັກສິ່ງແວດ ລ້ອມ, ໃນຊຸມປີຜ່ານມາ, ລັດຖະບານ ລາວໄດ້ຕັ້ງໜ້າສົ່ງເສີມການໃຊ້ລົດພະ ລັງງານໃໝ່. ຄຽງຄູ່ກັບການຮ່ວມມື ລະຫວ່າງຈີນ-ລາວໄດ້ຂະຫຍາຍຕົວ ກ້າວສູ່ລວງເລິກ, ວິສາຫະກິດລົດພະ ລັງງານໃໝ່ແຫ່ງຕ່າງໆຂອງຈີນ ເຊັ່ນ: ບໍລິສັດ BYD ເປັນຕົ້ນໄດ້ເຂົ້າສູ່ຕະ ຫລາດລາວ ເຊິ່ງໄດ້ສະໜອງການອອກ ເດີນທາງແບບກາກບອນຕ່ຳ, ສະດວກ ແລະ ອັດສະລິຍະໃຫ້ແກ່ປະຊາຊົນລາວ. ນອກນີ້, ຈີນຍັງໄດ້ດຳເນີນການຮ່ວມມື ໃນຂົງເຂດພະລັງງານສະອາດຕ່າງໆ ເຊັ່ນ: ພະລັງງານນ້ຳ, ພະລັງງານແສງ ຕາເວັນ ແລະ ພະລັງງານແຮງລົມກັບ ລາວ ເຊິ່ງໄດ້ຊຸກຍູ້ການຫັນມາໃຊ້ພະລັງ ງານສີຂຽວ, ກາກບອນຕ່ຳ ແລະ ການ ພັດທະນາແບບຍືນຍົງຂອງລາວ ຢ່າງ ແຂງແຮງ. ຈີນ ຍັງໄດ້ຕັ້ງໜ້າເຂົ້າຮ່ວມ ການຮ່ວມມືດ້ານການຫລຸດຜ່ອນຄວາມ ທຸກຍາກໃນສາກົນ, ແນວຄວາມຄິດ “ຫລຸດຜ່ອນຄວາມທຸກຍາກຢ່າງຖືກ ຕ້ອງຕາມເປົ້າໝາຍ”ທີ່ສະເໜີໂດຍທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະ ກຳມະການສູນກາງພັກກອມມູນິດຈີນ ໄດ້ຮັບການຈັດຕັ້ງປະຕິບັດຢູ່ຫລາຍປະ ເທດໃນໂລກ ເຊິ່ງລວມທັງປະເທດລາວ. ລາວກໍໄດ້ຖອດຖອນບົດຮຽນການ ຫລຸດຜ່ອນຄວາມທຸກຍາກນຳຈີນ, ໄດ້ ສ້າງຕັ້ງອົງການຫລຸດຜ່ອນຄວາມທຸກ ຍາກທີ່ຂຶ້ນກັບກະຊວງກະສິກຳປ່າໄມ້, ໄດ້ກຳນົດບ້ານທຸກຍາກທັງໝົດ 1.511 ບ້ານໃນທົ່ວປະເທດ, ດຳເນີນການຫລຸດ ຜ່ອນຄວາມທຸກຍາກຢ່າງຖືກຕ້ອງຕາມ ເປົ້າໝາຍ ໂດຍຜ່ານການຈຳແນກຢ່າງ ຖືກຕ້ອງແມ່ນຢຳຈາກຂັ້ນສູນກາງ, ລາວ ຍັງຈະເຜີຍແຜ່ບົດຮຽນທີ່ສຳເລັດ ຜົນດັ່ງກ່າວໄປສູ່ແຫ່ງຕ່າງໆອີກ. ເຊື່ອ ໝັ້ນວ່າ ບົດຮຽນທີ່ສຳເລັດຜົນດ້ານການ ພັດທະນາຂອງຈີນ ຈະສ້າງຜົນປະ ໂຫຍດໃຫ້ແກ່ປະຊາຊົນລາວໄດ້ຫລາຍ ກວ່າເກົ່າ ແລະ ດີກວ່າເກົ່າ. ພ້ອມນັ້ນ, ສອງຝ່າຍສືບຕໍ່ປະສານ ງານ ແລະ ເຮັດວຽກຮ່ວມກັນຢ່າງໃກ້ ຊິດ ເພື່ອຈັດຕັ້ງຜັນຂະຫຍາຍ “ແຜນ ແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາ ກໍາລາວ-ຈີນ, ຈີນ-ລາວ” ສະບັບໃໝ່ 2024-2028 ໃຫ້ເກີດໝາກຜົນຕົວຈິງ, ຊຸກຍູ້ການເຊື່ອມໂຍງ-ເຊື່ອມຈອດ, ການ ອໍານວຍຄວາມສະດວກໃຫ້ແກ່ການນໍາ ໃຊ້ທາງລົດໄຟ ລະຫວ່າງ ລາວ-ຈີນ ແລະ ຜ່ານດ່ານທາງບົກ ບໍ່ເຕັ່ນ-ບໍ່ຫານ ແລະ ເລັ່ງລັດການພັດທະນາໂຄງການ ປິ່ນອ້ອມແລວເສດຖະກິດ ລາວ-ຈີນ ໃຫ້ ເກີດຜົນປະໂຫຍດສູງສຸດໃຫ້ແກ່ສອງ ປະເທດ, ລວມທັງພາກພື້ນ ແລະ ສາກົນ. ເຊື່ອໝັ້ນວ່າ ສປ ຈີນ ໃນຖານະເປັນ ປະເທດໃຫຍ່ມີການເປີດປະຕູທີ່ມີສີສັນ ພິເສດຢ່າງຮອບດ້ານ, ໄດ້ຊຸກຍູ້ຄວາມ ທັນສະໄໝແບບຈີນ, ຊຸກຍູ້ພາລະກິດອັນ ຍິ່ງໃຫຍ່ທີ່ສ້າງສາປະເທດໃຫ້ເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງ ປະຊາຊາດຢ່າງຮອບດ້ານ ດວ້ຍຄວາມ ທັນສະໄໝແບບຈີນແມ່ນໄດ້ຮັບການ ຊຸກຍູ້ ໃຫ້ກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ ໃນຂະບວນການປະຕິຮູບ ແລະ ເປີດປະ ຕູສູ່ພາຍນອກ, ບໍ່ພຽງແຕ່ຈະຊຸກຍູ້ການ ພັດທະນາຂອງຈີນເທົ່ານັ້ນ, ຫາກຍັງ ຈະເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ປະ ເທດພວມພັດທະນາທັງຫຼາຍ ເຊິ່ງລວມ ທັງລາວ ແລະ ໃນທີ່ສຸດກໍຈະສ້າງຜົນ ປະໂຫຍດໃຫ້ແກ່ການພັດທະນາຂອງ ໂລກເຊັ່ນກັນ. ຂປລ. ບໍລິສັດການບິນຫວຽດ ເຈັດ (Vietjet) (HOSE: VJC) ໄດ້ອອກຖະແຫລງການກ່ຽວກັບ ການເງິນໃນໄລຍະ 6 ເດືອນຕົ້ນປີ 2024 ຊຶ່ງຜົນປະກອບການຂອງ Vietjet ເພີ່ມຂຶ້ນກວ່າໄລຍະກ່ອນ ການລະບາດຂອງພະຍາດໂຄວິດ ໃນ ປີ 2019 ໂດຍສາຍການບິນໄດ້ ຂົນສົ່ງຜູ້ໂດຍສານທັງໝົດ 13,1 ລ້ານຄົນ ດ້ວຍ 70.154 ຖ້ຽວບິນ ທີ່ປອດໄພ, ເຮັດໃຫ້ມີລາຍຮັບສະ ສົມຈາກການຂົນສົ່ງທາງອາກາດ ລວມທີ່32.893ພັນຕື້ດົ້ງ(ປະມານ 28 ພັນຕື້ກວ່າກີບ), ເພີ່ມຂຶ້ນ 31% lkpdko[y os;Pfg9a f ,u zq odew]gdu o7kf\kp 21% 38 ເສັ້ນທາງ ແລະ ເສັ້ນທາງລະ ຫວ່າງປະເທດມີ111 ເສັ້ນທາງ. ໃນ ເດືອນກຸມພາ 2024 Vietjet ໄດ້ ເປີດສາຍການບິນໃໝ່ ທີ່ເຊື່ອມຕໍ່ນະ ຄອນໂຮ່ຈີ່ມິງກັບນະຄອນຫລວງ ວຽງຈັນ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດ ໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ເວລາເດີນ ທາງແມ່ນພຽງແຕ່ 1 ຊົ່ວໂມງ 45 ນາທີ. ອີກທັງໄດ້ເຊື່ອມຕໍ່ເສັ້ນທາງ ການບິນສຳລັບນັກທ່ອງທ່ຽວຈາກ ລາວ ທີ່ຈະເດີນທາງຕໍ່ໄປຍັງຈຸດ ໝາຍປາຍທາງອື່ນໆ ບໍ່ວ່າຈະເປັນ ປະເທດອົດສະຕຣາລີ, ອິນເດຍ, ສ ເກົາຫລີ, ຍີ່ປຸ່ນ, ຈີນ, ອິນໂດເນ ເຊຍ, ໄທ, ສິງກະໂປ, ມາເລເຊຍ, ກາ ຊັກສະຖານ ແລະ ອື່ນໆ. ເມື່ອບໍ່ດົນນີ້, ບໍລິສັດ Vietjet ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ປະກາດຂໍ້ຕົກລົງຊຸກຍູ້ ການເຊື່ອມຕໍ່ທາງອາກາດລະຫວ່າງ ຫວຽດນາມ ແລະ ລາວ. ໃນປັດຈຸ ບັນສາຍການບິນກຳລັງດຳເນີນ ການສ້າງສູນບຳລຸງຮັກສາເຮືອບິນ ທີ່ທັນສະໄໝໃນລະດັບພາກພື້ນ ໂດຍຮ່ວມມືກັບສາຍການບິນລາວ ຢູ່ທີ່ສະໜາມບິນສາກົນວັດໄຕ. ຂະນະດຽວກັນ Vietjet Aviation Academy (VJAA) ໄດ້ ຍຶດໝັ້ນຍຸດທະສາດ ແລະ ສ້າງວິ ໄສທັດພັດທະນາບຸກຄາລະກອນ ດ້ານການບິນຕາມມາດຕະຖານສາ ກົນ. ໃນເຄິ່ງປີທຳອິດVJAAໄດ້ຝຶກ ອົບຮົມໃຫ້ບຸກຄະລາກອນຫລາຍ ກວ່າ43.000ຄົນໃນ3.898ຫລັກ ສູດ, ລວມມີຫລັກສູດນັກບິນ ແລະ ວິ ສະວະກອນເຮືອບິນ (CRS). ສະ ຖາບັນຍັງໄດ້ມອບໃຫ້ຫ້ອງນັກບິນ ຈໍາລອງເພື່ອເສີມຂະຫຍາຍສະຖາ ນະພາບເປັນສູນຝຶກອົບຮົມນັກບິນ ສາກົນອັນດັບຕົ້ນຂອງພາກພື້ນ. Vietjet ໄດ້ຕ້ອນຮັບນັກສຶກສາຝຶກ ງານຫລາຍຄົນມາສຶກສາສະພາບ ແວດລ້ອມໃນການເຮັດວຽກລະດັບ ປະເທດ, ເພື່ອມອບຄວາມຮູ້ ແລະປະ ສົບການຕົວຈິງໃຫ້ກັບເຂົາເຈົ້າ. ສາຍ ການບິນຍັງໄດ້ກຽມຄວາມພ້ອມກັບ ບັນດາມະຫາວິທະຍາໄລກ່ຽວກັບ ການປະຖົມນິເທດການເຮັດວຽກ ໃຫ້ກັບນັກສຶກສາ, ໂດຍແນະນໍາກາ ລະໂອກາດເຮັດວຽກຢູ່ Vietjet. ເພື່ອສະໜັບສະໜູນການຂະ ຫຍາຍຕົວການບິນທົ່ວໂລກ, Vietjet ໄດ້ລົງນາມກັບບໍລິສັດ Airbus ສັ່ງຊື້ເຮືອບິນ A330neo ຈຳນວນ 20 ລຳ ມູນຄ່າ 7,4 ຕື້ໂດລາສະ ຫະລັດທີ່ງານວາງສະແດງການ ບິນສາກົນ (Farnborough) ໃນ ເດືອນກໍລະກົດ 2024 ທີ່ຜ່ານມາ. ພ້ອມນີ້ Vietjet ຍັງໄດ້ຮັບກຽດ ຈາກວາລະສານການເງິນສາກົນ International Finance ໃຫ້ເປັນ “ສາຍການບິນລາຄາທີ່ປະຢັດທີ່ດີ ທີ່ສຸດໃນອາຊີຕາເວັນອອກສຽງ ໃຕ້” ແລະ “ສາຍການບິນດີທີ່ສຸດ ດ້ານການບໍລິຫານການເງິນ ການ ບິນ ຂອງຫວຽດນາມ”; “ສາຍການ ບິນລາຄາທີ່ປະຢັດສຸດພິເສດ”ແລະ “ສາຍການບິນດ້ານການບໍລິການ ເທິງຖ້ຽວບິນໃນລາຄາດີທີ່ສຸດ”ໂດຍ ຈັດອັນດັບໃນ Airline Ratings ແລະ ຕິດຢູ່ໃນລາຍຊື່ 50 ບໍລິສັດທີ່ ດີທີ່ສຸດຂອງ Forbes ໃນຫວຽດ ນາມປະຈຳປີ 2024. ສື່ມວນຊົນ ມີບົດບາດ... ຊາຊົນໂດຍຜ່ານຫລາຍຊ່ອງທາງ ຫລາຍຮູບການ ໃຫ້ມີຄວາມວ່ອງໄວ ແລະ ຮັບປະກັນຄວາມຖືກຕ້ອງເພື່ອ ເປັນການໂຄສະນາເຜີຍແຜ່ເຮັດ ໃຫ້ທົ່ວໂລກໄດ້ຮູ້ເຖິງປະເທດລາວ ຫລາຍຂຶ້ນ. ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນກະຊວງຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ໃຫ້ສໍາພາດຕໍ່ນັດຂ່າວ ສຳນັກຂ່າວສານປະເທດລາວ ໃນ ວັນທີ 1 ສິງຫາ 2024 ເນື່ອງໃນໂອ ກາດວັນສື່ມວນຊົນ ແລະ ການພິມ ຈຳໜ່າຍ ຄົບຮອບ 74 ປີ ໃນວັນ ທີ 13 ສິງຫາ ທີ່ຈະມາເຖິງນີ້ວ່າ: ສື່ມວນຊົນໄດ້ຮັບການສ້າງຕັ້ງຂຶ້ນ ເປັນກອງກຳລັງປະຈັນບານຂອງ ພັກຕໍ່ສູ້ໃນສະໜາມຮົບການເມືອງ ແນວຄິດ, ເປັນອາວຸດອັນແຫລມຄົມ ແລະ ເປັນກະບອກສຽງຂອງພັກ-ລັດ ເພື່ອປຸກລະດົມທົ່ວປວງຊົນຕໍ່ສູ້ປະ ຕິວັດ ກໍຄື ປົກປັກຮັກສາ ແລະສ້າງ ສາພັດທະນາປະເທດຊາດ.ສື່ມວນ ຊົນລາວ ແມ່ນສື່ທີ່ເຄື່ອນໄຫວພາຍ ໃຕ້ການນຳພາໂດຍກົງຮອບດ້ານ ຂອງພັກ, ເປັນກະບອກສຽງຂອງ ພັກ-ລັດ ເຮັດໃຫ້ສັງຄົມໄດ້ຮັບຮູ້ຢ່າງ ຖືກຕ້ອງຄົບຖ້ວນ, ຍ້ອນແນວນັ້ນ ສື່ມວນຊົນຈຶ່ງມີບົດບາດສຳຄັນ ຫລາຍໃນການປະກອບສ່ວນເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດນັບແຕ່ ອະດີດຈົນເຖິງປັດຈຸບັນ ໂດຍສື່ມວນ ຊົນ ເປັນຜູ້ນໍາເອົາແນວທາງແຜນ ນະໂຍບາຍຂອງພັກ-ລັດໂຄສະນາ ເຜີຍແຜ່ລົງສູ່ປະຊາຊົນຜ່ານຊ່ອງ ທາງສື່ດ້ວຍຫລາຍຮູບການຄື: ໜັງ ສືພິມ, ວິທະຍຸ, ໂທລະພາບ ແລະ ຜ່ານສື່ສັງຄົມອອນລາຍເພື່ອໃຫ້ມີ ຄວາມວ່ອງໄວ ແລະ ຮັບປະກັນ ຄວາມຖືກຕ້ອງ. ສະນັ້ນ, ສື່ມວນຊົນ ຕ້ອງສືບຕໍ່ເປັນເຈົ້າການປັບປຸງຕົນ ເອງທາງດ້ານເນື້ອໃນ, ຮູບການໃຫ້ ກະທັດຮັດ, ແທດຕົວຈິງ ແລະ ມີປະ ສິດທິຜົນສູງຂຶ້ນ, ຮັບປະກັນຄວາມ ໝັ້ນຄົງດ້ານຂໍ້ມູນຂ່າວສານ, ຕິດພັນ ກັບການຕິດຕາມກວດກາຜະລິດ ຕະພັນຂອງສື່ມວນຊົນ ແລະ ພິມຈຳ ໜ່າຍໃຫ້ດຳເນີນໄປຖືກທິດເພື່ອຮັບ ໃຊ້ພັກ-ລັດ ແລະ ປະຊາຊົນ; ເອົາໃຈ ໃສ່ເປັນພິເສດຕໍ່ການຕິດຕາມກວດ ກາເນື້ອໃນ, ຫາງສຽງສັງຄົມເປັນ ເຈົ້າການຕອບຕ້ານຢ່າງທັນການ ແລະ ຖືກທິດ ເພື່ອນຳເອົາຂໍ້ມູນຂ່າວ ສານທີ່ເປັນປະໂຫຍດ ແລະ ຖືກຕ້ອງ ລົງສູ່ປະຊາຊົນ ໂດຍຜ່ານພາຫະນະ ຂອງສື່ຫລາຍຮູບແບບ, ຫລາຍສີສັນ ທັນສະໄໝ ແລະ ວ່ອງໄວທັນສະ ພາບການ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ກັບສື່. ທ່ານ ສົມສະຫວາດ ພົງສາ ຍັງ ໃຫ້ຮູ້ອີກວ່າ: ສະເພາະກົມສື່ມວນຊົນ ແມ່ນເຮັດໜ້າທີ່ ເປັນເສນາທິການ ໃຫ້ແກ່ຄະນະລັດຖະມົນຕີ ແລະ ຄຸ້ມ ຄອງບຸກຄະລາກອນສື່ມວນຊົນ. ພ້ອມນີ້, ກົມສື່ມວນຊົນ ມີໜ້າທີ່ຄຸ້ມ ຄອງແຕ່ລະສໍານັກງານສື່ມວນຊົນ ຄື: ໂທລະພາບ, ວິທະຍຸ, ໜັງສືພິມ ແລະ ເພສຂ່າວອອນລາຍຕ່າງໆ ໃນ ການໂຄສະນາເຜີຍແຜ່ຂໍ້ມູນຂ່າວທີ່ ເປັນຄວາມຈິງ ແລະ ຕອບໂຕ້ການ ນໍາໃຊ້ສື່ດັ່ງກ່າວໄປໃນທາງທີ່ຜິດ, ສ້າງຂ່າວປອມປັ່ນປ່ວນ, ສ້າງ ຄວາມແຕກແຍກໃນສັງຄົມ, ຍິ່ງໄປ ກວ່ານັ້ນຍັງໂຄສະນາໃສ່ຮ້າຍປ້າຍ ສີຕໍ່ແນວທາງນະໂຍບາຍອັນຖືກ ຕ້ອງຂອງພັກ ແລະ ລັດຖະບານເຮົາ. ໃນໄລຍະ 1 ປີຜ່ານມາ, ກົມສື່ມວນ ຊົນ ໄດ້ປະກອບສ່ວນວຽກງານເຂົ້າ ໃນວັນສຳຄັນຕ່າງໆຂອງຊາດ, ກອງປະຊຸມລະດັບຊາດ ແລະ ກອງ ປະຊຸມລະດັບສາກົນຕ່າງໆທີ່ຈັດຂຶ້ນ ຢູ່ໃນ ສປປ ລາວ ເຊິ່ງເຮັດໜ້າທີ່ເປັນ ສູນກາງດ້ານການໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານທີ່ຖືກຕ້ອງໃຫ້ສັງ ຄົມໄດ້ຮັບຮູ້. ສໍລັບທິດທາງແຜນ ໃນຕໍ່ໜ້າກົມສື່ມວນຊົນຈະໄດ້ປັບປຸງ ແລະ ພັດທະນາລະບົບເຕັກໂນໂລຊີ ແບບໃໝ່, ເປັນທັນສະໄໝ ແລະ ຍົກ ລະດັບບຸກຄະລາກອນສື່ໃຫ້ມີຄຸນ ນະພາບສູງຂຶ້ນ, ທັງສາມາດວິເຄາະວິໄຈ, ວິຈານບັນຫາຕ່າງໆໃຫ້ສັງ ຄົມໄດ້ຮັບຮູ້ ແລະ ເຮັດໜ້າທີ່ໃນການ ສຶກສາອົບຮົມສັງຄົມໄປພ້ອມໆກັນ ຕາມ 4 ລັກສະນະຂອງສື່ມວນຊົນ ລາວຄື: ລັກສະນະຕົວຈິງ, ລັກສະນະ ສຶກສາອົບຮົມ, ລັກສະນະແນະນໍາ ແລະ ລັກສະນະຕໍ່ສູ້. ພ້ອມທັງສຸມໃສ່ ການສ້າງນິຕິກຳຕ່າງໆທີ່ກ່ຽວຂ້ອງ ກັບວຽກງານສື່ມວນຊົນ, ຄຸ້ມຄອງ ແລະ ໂຄສະນາເຜີຍແຜ່ໃຫ້ສັງຄົມ ໄດ້ຮັບຮູ້ວຽກງານສື່ມວນຊົນໃຫ້ ຫລາຍຂຶ້ນ. ຂ່າວ: ວຽງສະຫວັນ, ພາບ: ຂັນໄຊ ເມື່ອທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາ. ກໍາໄລກ່ອນຫັກອາກອນໃນ ຊ່ວງໄລຍະນີ້ຢູ່ທີ່ 1.174 ພັນຕື້ດົ້ງ (ປະມານ1ພັນຕື້ກີບ), ເພີ່ມຂຶ້ນເຖິງ 690% ເມື່ອທຽບໃສ່ປີຜ່ານມາ. ລາຍຮັບລວມຂອງ Vietjet ໃນ ເຄິ່ງປີ 2024 ຢູ່ທີ່34.016 ພັນຕື້ດົ້ງ (ປະມານ 30 ພັນຕື້ກີບ),ກໍາໄລ ກ່ອນຫັກອາກອນແມ່ນ 1.311 ພັນ ຕື້ດົ້ງ (ປະມານ 1.16 ພັນຕື້ກີບ), ກວມເອົາ 15% ແລະ 433% ເມື່ອ ທຽບປີຕໍ່ປີ, ກໍາໄລຖືວ່າເກີນຄາດ ໝາຍທີ່ວາງໄວ້ເຖິງ 21%. Vietjet ໄດ້ດໍາເນີນງານບໍລິ ການເສັ້ນທາງການບິນຫລາຍກວ່າ 149 ເສັ້ນທາງພາຍໃນປະເທດ ຫວຽດນາມ ແລະ ຕ່າງປະເທດ, ໃນນັ້ນເສັ້ນທາງພາຍໃນປະເທດມີ

RkJQdWJsaXNoZXIy MTc3MTYxMQ==