5931

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 05/08/2024 xtgmf]k; ນາຍົກລັດຖະມົນຕີ... ມອບລາງວັນ... ຜະລິດຕະພັນ... ຮອງນາຍົກລັດຖະມົນຕີ... ໂທລະເລກ... ຂປລ. ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈັດພິທີມອບໃບ ຍ້ອງຍໍໃຫ້ແກ່ຜູ້ຊະນະເລີດການປະ ກວດແຕ້ມຮູບເຍົາວະຊົນສາກົນ ພາຍໃຕ້ຫົວຂໍ້ “ສະບາຍດີເສັ້ນທາງ ສາຍໄໝ” (ປະເທດລາວ) ປະຈໍາປີ 2024 ຂຶ້ນໃນວັນທີ 2 ສິງຫາ ຜ່ານ ມາ ໂດຍມີ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ທ່ານ ຈັນທະພອນ ຫລວງປະເສີດ ຮອງອໍານວຍການ ໂຮງຮຽ ນຫລວງປະເສີດ, ພ້ອມ ດ້ວຍຜູ້ເຂົ້າປະກວດ, ຄູ-ອຈານ ແລະ ຜູ້ປົກຄອງເຂົ້າຮ່ວມ. ການປະກວດ ປະກວດໃນຄັ້ງນີ້, ເປີດໂອກາດໃຫ້ເຍົາວະຊົນອາຍຸລະ ຫວ່າງ 5-18 ປີ ສົ່ງຮູບແຕ້ມຂອງ ຕົນ ເຂົ້າຮ່ວມປະກວດ ນັບແຕ່ວັນທີ 22-31 ກໍລະກົດ 2024, ມີຜູ້ເຂົ້າ ປະກວດ ທັງໝົດ 10 ຄົນ ເຊິ່ງແຕ່ ລະຜົນງານສະແດງອອກໃຫ້ເຫັນ ເຖິງວັດທະນະທຳ, ປະຫວັດສາດ, ການໄປມາຫາສູ່ ຫລື ການໃຊ້ຊີວິດ ໃນປັດຈຸບັນ ຂອງບັນດາປະເທດ ຕາມເສັ້ນທາງສາຍໄໝ ທີ່ມີປະຫວັດ ສາດທີ່ຍາວນານ ແລະ ຮຸ່ງເຮືອງ ເປັນເສັ້ນທາງຊີວິດທາງດ້ານການ ຄ້າທີ່ດຶງດູດອະລິຍະທຳຕ່າງໆເຂົ້າ ຫາກັນ ແລະ ໄດ້ຮັບການພັດທະນາ, ການສ້າງຕັ້ງ ແລະ ການປົກປັກຮັກ ສາຈາກປະເທດແລະປະຊາຊົນລຽບ ຕາມ ເສັ້ນທາງສາຍໄໝ. ຜ່ານການປະກວດ, ທ້າວ ເທບ ປັນຍາ ສີລິມຸກ ແລະ ນາງ ວິສາ ເພັດ ດາວົງ ໄດ້ລາງວັນ 1 ໄດ້ຮັບໂມງ ອັດສະລິຍະ ມູນຄ່າ 1.000.000 ກີບ, ພ້ອມໃບຢັ້ງຢືນຈາກສູນວັດ ທະນະທໍາຈີນປະຈໍາລາວໃຫ້ກຽດ ມອບໂດຍ ທ່ານນາງ ຫລີຢີ່ຜິງ,ສ່ວນ ລາງ ວັນທີ 2 ມີ 3 ລາງວັນ ໄດ້ຮັບ ກະເປົາມູນຄ່າ 500.000 ກີບ ພ້ອມ ໃບຢັ້ງຢືນ ແລະ ລາງວັນທີ 3 ມີ 5 ລາງວັນໄດ້ຮັບຊຸດເຄື່ອງຂຽນມູນ ຄ່າ 300.000 ກີບ ພ້ອມໃບຢັ້ງຢືນ ແລະ ອຸປະກອນການຮຽນ. ຂ່າວ:ກິດຕາ, ພາບ: ເກດສະໜາ ຮ່ວມຜ່ານລະບົບກອງປະຊຸມທາງ ໄກ. ໃນໂອກາດນີ້, ທ່ານ ພົນຕີຄຳກິ່ງ ຜຸ້ຍຫລ້າມະນີວົງ ຮອງລັດຖະມົນ ຕີ, ຫົວໜ້າກົມໃຫຍ່ຕຳຫລວດ, ກະຊວງປ້ອງກັນຄວາມສະຫງົບໄດ້ ລາຍງານໃຫ້ທ່ານນາຍົກລັດຖະມົນ ຕີ ຊາບໂດຍຫຍໍ້ກ່ຽວກັບຜົນການດຳ ເນີນກອງປະຊຸມຄັ້ງນີ້ ໃນຕອນເຊົ້າ ທີ່ຜ່ານມາ ເຫັນວ່າ: ກອງປະຊຸມໄດ້ ຮັບຟັງການນໍາສະເໜີຄວາມສໍາຄັນ ຂອງໂຄງການສ້າງຖານຂໍ້ມູນພົນ ລະ ເມືອງແລະບັດປະຈໍາຕົວຢູ່ສປປ ລາວ; ປະສົບການຢູ່ ສສ ຫວຽດ ນາມ ໃນການຈັດຕັ້ງປະຕິບັດໂຄງ ການຖານຂໍ້ມູນແຫ່ງຊາດກ່ຽວກັບ ພົນລະເມືອງ ແລະ ໂຄງການຜະລິດ, ອອກບັດ ແລະ ຄຸ້ມຄອງສໍາມະໂນ ຄົວ; ໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຄະ ນະຮັບຜິດຊອບຈັດຕັ້ງປະຕິບັດໂຄງ ການ ແລະ ແຜນການຜັນຂະຫຍາຍ ໂຄງການ;ການກະກຽມຄວາມພ້ອມ ໃນການຈັດຕັ້ງປະຕິບັດໂຄງການ ກໍ່ສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວ ຢູ່ ສປປ ລາວ; ການ ຫັນເປັນດີຈິຕອນຂອງ ສປປ ລາວ ແລະ ການປະກອບຄໍາຄິດເຫັນຂອງ ຜູ້ແທນກອງປະຊຸມເຫັນວ່າມີເນື້ອ ໃນທີ່ສ້າງສັນ, ມີຄວາມເປັນເອກະ ພາບສູງ, ຮັບຮູ້-ເຂົ້າໃຈ ແລະ ເຊື່ອມ ຊຶມຕໍ່ໂຄງການດັ່ງກ່າວເປັນຢ່າງດີ. ຈາກນັ້ນ, ທ່ານນາຍົກລັດຖະ ມົນຕີ ກໍໃຫ້ກຽດໂອ້ລົມ ແລະ ຊີ້ນຳຕໍ່ ກອງປະຊຸມເອົາໃຈໃສ່ບາງດ້ານສຳ ຄັນຕື່ມ ເປັນຕົ້ນ ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ນະ ຄອນຫລວງວຽງຈັນ ແລະ ບັນດາ ແຂວງໃນຂອບເຂດທົ່ວປະເທດ: ຍົກ ສູງຄວາມຮັບຜິດຊອບຂອງຕົນໃນ ການຈັດຕັ້ງປະຕິບັດຂຶ້ນທະບຽນພົນ ລະເມືອງ ດ້ວຍການນຳພາ-ຊີ້ນຳ ແລະ ສຶກສາອົບຮົມພະນັກງານ-ລັດ ຖະກອນທີ່ຢູ່ໃນຄວາມຮັບຜິດຊອບ ຂອງຕົນ ໃຫ້ມີຄວາມຮັບຮູ້ແລະ ເຂົ້າ ໃຈ, ໃຫ້ການຮ່ວມມື, ຊ່ວຍເຫລືອ ແລະ ສະໜັບສະໜູນໃນການຈັດຕັ້ງ ປະຕິບັດໂຄງການນີ້ຢ່າງເຂັ້ມງວດ, ມີປະສິດທິພາບ ແລະ ປະສິດທິຜົນ; ເປັນເຈົ້າການຢ່າງຕັ້ງໜ້າໃນການ ທົບທວນລະບຽບ, ລະບອບບໍລິຫານ, ແກ້ໄຂຂອດທີ່ເປັນຂໍ້ຫຍຸ້ງຍາກທາງ ດ້ານບໍລິຫານໃຫ້ກະທັດຮັດ ແລະ ຫັນເປັນດີຈິຕອນ; ເປັນເຈົ້າການ ຢ່າງຕັ້ງໜ້າໃນການສະຫລຸບຕີລາ ຄາ, ປະເມີນຜົນ, ສ້າງບົດລາຍງານ, ເກັບກໍາສະຖິຕິແລະ ຜົນສໍາເລັດຂອງ ການຈັດຕັ້ງປະຕິບັດເປັນແຕ່ລະວັນ, ອາທິດ, ເດືອນ, ໄຕມາດ, 6 ເດືອນ ແລະ1ປີໂດຍມອບໃຫ້ກະຊວງປ້ອງ ກັນຄວາມສະຫງົບ ສັງລວມລາຍ ງານລັດຖະບານ ແຕ່ລະໄລຍະ; ຂຶ້ນ ແຜນງົບປະມານຮັບໃຊ້ໃນການ ເຄື່ອນໄຫວວຽກງານຂຶ້ນທະບຽນ ພົນລະເມືອງ ໂດຍນຳໃຊ້ງົບປະມານ ຂອງລັດຖະບານ ສົມທົບກັບງົບປະ ມານ ໄດ້ຈາກການຊ່ວຍເຫລືອຂອງ ສັງຄົມ ແລະ ອື່ນໆ ຕາມກົດໝາຍ ແລະລະບຽບການ;ຄົ້ນຄວ້າປະຕິບັດ ນະໂຍບາຍຕ່າງໆ ຕໍ່ກັບຜູ້ທີ່ມີຜົນ ງານໃນການເຄື່ອນໄຫວຈັດຕັ້ງປະຕິ ບັດວຽກງານຂຶ້ນທະບຽນພົນລະ ເມືອງ ໂດຍມອບໃຫ້ບັນດາກະຊວງ, ອົງການ, ນະຄອນຫລວງ ແລະ ແຂວງ ເປັນຜູ້ຄົ້ນຄວ້າ ໂດຍສົມທັບ ກັບກະຊວງປ້ອງກັນຄວາມສະຫງົບ ເພື່ອສະເໜີຕໍ່ລັດຖະບານພິຈາລະນາ ເປັນແຕ່ລະໄລຍະຢ່າງຖືກຕ້ອງ ແລະ ເໝາະສົມ. ໃຫ້ບັນດາທ່ານລັດຖະມົນຕີ, ຫົວໜ້າອົງການລັດທຽບເທົ່າກະ ຊວງ, ເຈົ້ານະຄອນຫລວງວຽງຈັນ ແລະ ບັນດາທ່ານເຈົ້າແຂວງຮັບຜິດ ຊອບໂດຍກົງຕໍ່ລັດຖະບານໃນການ ນຳພາ, ຊີ້ນຳສ້າງແຜນການຈັດຕັ້ງ ປະຕິບັດຂຶ້ນທະບຽນພົນລະເມືອງຢູ່ ຂັ້ນຂອງຕົນ, ທັງກະກຽມຄວາມ ພ້ອມຮອບດ້ານໃນການເຊື່ອມໂຍງ ຖານຂໍ້ມູນໂດຍສອດຄ່ອງກັບສະ ພາບ, ຈຸດພິເສດຂອງຂະແໜງການ ແລະ ທ້ອງຖິ່ນຕົນ; ໃຫ້ກະຊວງພາຍ ໃນສົມທົບກັບກະຊວງປ້ອງກັນ ຄວາມສະຫງົບກ່ຽວກັບການຫັນ ເປັນດີຈິຕອນພົນລະເມືອງ ເພື່ອຮັບ ປະກັນມີນ ິຕິກຳຮອງຮັບ, ມີມາດຕະ ຖານທາງດ້ານວິຊາສະເພາະດີ ແລະ ເຮັດໜ້າທີ່ຕົ້ນຕໍໃນການສະກັດກັ້ນ ແລະ ຕ້ານອາດຊະຍາກໍາ ກໍຄືການ ຮັກສາຄວາມສະຫງົບ ແລະ ຄວາມ ເປັນລະບຽບຮຽບຮ້ອຍໃນສັງຄົມ ຂອງປະເທດເຮົາ. ໃຫ້ກະຊວງປ້ອງກັນຄວາມສະ ຫງົບ: ເປັນເຈົ້າການຈັດຕັ້ງປະຕິບັດ ແລະ ເປັນເສນາທິການໃຫ້ແກ່ລັດ ຖະບານໃນການສ້າງ ແລະ ປັບປຸງ ກົດໝາຍ, ນິຕິກຳ, ສ້າງ ແລະບຳລຸງ ບຸກຄະລາກອນ, ກະກຽມຄວາມ ພ້ອມທາງດ້ານພື້ນຖານໂຄງລາງ, ການພັດທະ ນາລະບົບຊອບແວແລະ ຄວາມພ້ອມຮອບດ້ານ ໃນການ ຈັດ ຕັ້ງປະຕິບັດການຂຶ້ນທະບຽນພົນ ລະເມືອງ ເພື່ອຕິດຕາມ,ກວດກາ,ສະ ຫລຸບຕີລາຄາ, ປະເມີນຜົນ ແລະ ຊຸກ ຍູ້ບັນດາຂະແໜງການ ແລະ ພາກ ສ່ວນກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖີ່ນ ໃຫ້ສຳເລັດຕາມຈຸດປະສົງ, ຄາດໝາຍແລະກຳນົດເວລາທີ່ວາງ ໄວ້; ນໍາພາ, ຊີ້ນຳ, ຄຸ້ມຄອງ, ຕິດຕາມ ກວດກາ ໃນການຂຶ້ນທະບຽນພົນລະ ເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງ ປະເທດ ແລະ ຄົນບໍ່ມີສັນຊາດ ທີ່ໄດ້ ຮັບອະນຸຍາດຂຶ້ນທະບຽນ ໃນຂອບ ເຂດທົ່ວປະເທດ ຢ່າງເຂັ້ມງວດ ແລະ ນໍາໃຊ້ມາດຕະການຢ່າງເດັດຂາດ ແລະ ເຂັ້ມງວດຕໍ່ຜູ້ທີ່ບໍ່ໃຫ້ການຮ່ວມ ມືຕໍ່ເຈົ້າໜ້າທີ່ໃນການຂຶ້ນທະບຽນ ພົນລະເມືອງ ຢ່າງເຂັ້ມງວດຕາມ ທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ; ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ຕິບັດໜ້າທີ່ການທູດ ຢູ່ ສປປ ລາວ, ພ້ອມທັງຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫລຽນກາ ມິດຕະພາບ ໃຫ້ແກ່ທ່ານເອກອັກຄະ ລັດຖະທູດ ເພື່ອເປັນການຍ້ອງຍໍຊົມ ເຊີຍຕໍ່ຜົນງານການປະກອບສ່ວນ ເຂົ້າໃນການເສີມຂະຫຍາຍການ ພົວພັນມິດຕະພາບ ແລະ ການຮ່ວມ ມືອັນດີ ທີ່ມີມາຍາວນານ ລະຫວ່າງ ສອງປະເທດ ລາວ-ເຢຍລະມັນ. ພ້ອມນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ທ່ານ ນາງ ອັນເນັດ ຄະນົບລັອກ ຕໍ່ຜົນສໍາເລັດໃນການ ປະຕິບັດໜ້າທີ່ການທູດຢ່າງສົມ ກຽດຂອງ ທ່ານ ຢູ່ ສປປ ລາວ ຕະ ຫລອດໄລຍະ3ປີ(2021-2024) ແລະ ຕີລາຄາສູງຕໍ່ການເຄື່ອນໄຫວ ຢ່າງຫ້າວຫັນຂອງທ່ານທູດ ອັນເນັດ ຄະນົບລັອກ ທີ່ໄດ້ປະກອບສ່ວນສຳ ຄັນໃນການຊຸກຍູ້ແລະເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີທີ່ມີມາແຕ່ຍາວນານ ລະຫວ່າງ ສອງປະເທດ ທັງຂອບ ສອງຝ່າຍ ແລະ ຫລາຍຝ່າຍໃຫ້ນັບມື້ ນັບດີຂຶ້ນ ໂດຍຜ່ານຫລາຍກິດຈະກຳ ການຮ່ວມມື ເປັນຕົ້ນ ໄດ້ປະກອບ ສ່ວນຊຸກ ຍູ້ຢ່າງຫ້າວຫັນ ແລະຕັ້ງ ໜ້າໃຫ້ລັດຖະບານ ເຢຍລະມັນ ພິຈາ ລະນາເອົາ ສປປ ລາວ ເຂົ້າໃນບັນຊີ ປະເທດບຸລິມະສິດ ທີ່ໄດ້ຮັບການ ຊ່ວຍເຫລືອຈາກເຢຍລະມັນໃນຂອບ ສອງຝ່າຍຄືນໃນປີ 2022 ເຊິ່ງຫລັງ ຈາກນັ້ນ, ລັດຖະບານ ເຢຍລະມັນ ກໍ ໄດ້ປະກາດສືບຕໍ່ໃຫ້ການຊ່ວຍເຫລືອ ແກ່ ສປປ ລາວ ໃນໂຄງການທີ່ມີຢູ່ ແລ້ວ ຈຳນວນ 38 ລ້ານເອີໂຣ; ການ ສະເຫລີມສະຫລອງວັນສ້າງຕັ້ງ ສາຍພົວພັນການທູດ ຄົບຮອບ 65 ປີ ລະຫວ່າງ ສອງປະເທດ ລາວເຢຍລະມັນ ໃນປີ 2023; ປະກອບ ສ່ວນຊຸກຍູ້ການຢ້ຽມຢາມຂອງການ ນໍາຂັ້ນສູງສອງຝ່າຍໃນຫລາຍລະ ດັບ. ພິເສດໃນປີ 2024 ນີ້, ທ່ານ ໂທບີອັສ ລິນເນີ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ເຢຍລະມັນ ກໍໄດ້ມາຢ້ຽມຢາມເຮັດວຽກ ຢູ່ສປປ ລາວ ແລະ ໃນປີ2022 ທ່ານ ຢໍເຄິນ ຟລາສບາດ ຮອງລັດຖະມົນຕີກະ ຊວງຮ່ວມມືເສດຖະກິດ ແລະ ການ ພັດທະນາ ເຢຍລະມັນ ໄດ້ເດີນທາງ ມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ແລະ ອື່ນໆ. ພ້ອມນີ້, ໃນໄລຍະທີ່ມີການແພ່ລະ ບາດຂອງພະຍາດໂຄວິດ-19, ທ່ານ ທູດ ອັນເນັດ ຄະນົບລັອກ ຍັງເປັນ ຂົວຕໍ່ທີ່ສໍາຄັນໃນການຊຸກຍູ້ເອົາການ ຊ່ວຍເຫລືອຈາກລັດຖະບານເຢຍລະ ມັນໃຫ້ແກ່ລັດຖະບານລາວເຊັ່ນ: ສະ ໜອງວັກຊິນ ແລະ ອຸປະກອນການ ແພດທີ່ຈຳເປັນເພື່ອສະກັດກັ້ນ ແລະ ປ້ອງກັນເຊື້ອພະຍາດໂຄວິດ-19. ພ້ອມກັນນັ້ນ, ທ່ານ ອັນເນັດ ຄະນົບ ລັອກ ຍັງໄດ້ປະກອບສ່ວນອັນສໍາ ຄັນໃນການເຕົ້າໂຮມຄວາມສາມັກຄີ ແລະ ຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສະມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ສະມາຄົມ ມິດຕະພາບເຢຍລະມັນ-ລາວ ຢ່າງ ເປັນປົກກະຕິ ແລະ ໄດ້ລະດົມຂົນ ຂວາຍທຶນຊ່ວຍເຫລືອຈາກລັດຖະ ບານ ເຢຍລະມັນ ເພື່ອປະກອບສ່ວນ ເຂົ້າໃນການສົ່ງເສີມການພົວພັນ ຮ່ວມມືສອງຝ່າຍໃຫ້ສືບຕໍ່ໄດ້ຮັບ ການເສີມຂະຫຍາຍຢ່າງເປັນປົກກະ ຕິ ເຊິ່ງເປັນການປະກອບສ່ວນເຂົ້າ ໃນການພັດທະນາເສດຖະກິດ-ສັງ ຄົມ ຂອງ ສປປ ລາວ. ນອກຈາກນີ້, ສອງຝ່າຍຍັງໄດ້ຕີ ລາຄາການພົວພັນຮ່ວມມືລະຫວ່າງ ສອງປະເທດ ລາວ-ເຢຍລະມັນ ໂດຍສະເພາະທ່ານຮອງນາຍົກລັດ ຖະມົນຕີ ໄດ້ຕີລາຄາສູງຕໍ່ການສະ ໜັບສະໜູນ ແລະ ຊ່ວຍເຫລືອອັນ ລ້ຳຄ່າຂອງລັດຖະບານ ແລະ ປະຊາ ຊົນ ເຢຍລະມັນ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ເປັນຕົ້ນ ການ ພັດທະນາ ເສດຖະກິດແບບຍືນຍົງ, ການພັດທະນາຊົນນະບົດແລະ ວຽກ ງານອາຊີວະສຶກສາເປັນຂະແໜງ ການທີ່ພົ້ນເດັ່ນທີ່ສຸດ. ການຊ່ວຍ ເຫລືອດັ່ງກ່າວ, ໄດ້ປະກອບສ່ວນອັນ ສຳຄັນ ເຂົ້າໃນການສ້າງສາພັດທະ ນາເສດຖະກິດ-ສັງຄົມ ຂອງລັດຖະ ບານລາວ, ພ້ອມທັງເປັນການເສີມ ຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງສອງປະເທດ ໃຫ້ມີບາດ ກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ. ໃນໂອກາດດຽວກັນ, ທ່ານທູດ ອັນເນັດ ຄະນົບລັອກໄດ້ສະແດງ ຄວາມຂອບ ຈຢ່າງຈິງໃຈມາຍັງລັດ ຖະບານ ກໍຄື ປະຊາຊົນລາວລວມ ທັງກະຊວງການຕ່າງ ປະ ເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື,ສະ ໜັບສະໜູນຊ່ວຍເຫລືອ ແລະ ອຳ ນວຍຄວາມສະດວກເປັນຢ່າງດີຕະ ຫລອດໄລຍະການປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວ ໃນຄັ້ງນີ້, ຈົນ ໄດ້ຮັບຜົນສຳເລັດອັນຈົບງາມ, ພ້ອມທັງໄດ້ສະແດງຄວາມປິຕິຍິນດີ ແລະ ຂອບໃຈຢ່າງຈິງໃຈຕໍ່ລັດຖະ ບານລາວ ທີ່ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນ ງານຂອງທ່ານທູດຈົນໄດ້ຮັບການ ປະດັບຫລຽນກາມິດຕະພາບເຊິ່ງ ເປັນສັນຍາລັກທີມີຄວາມໝາຍສຳ ຄັນໃນການຊຸກຍູ້ ແລະ ຮັດແໜ້ນ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີທີ່ມີມາແຕ່ຍາວນານ ລະຫວ່າງ ສອງປະເທດ ເຢຍລະມັນລາວ ໃຫ້ ແຕກດອກອອກຜົນຍິ່ງໆ ຂຶ້ນ ແລະ ຫວັງຢ່າງຍິ່ງວ່າຈະໄດ້ກັບ ມາຢ້ຽມຢາມ ສປປ ລາວ ອີກຄັ້ງ. ໃນຕອນທ້າຍ,ທ່ານສະເຫລີມໄຊ ກົມມະສິດ ໄດ້ອວຍພອນໃຫ້ທ່ານ ເອກອັກຄະລັດຖະທູດຈົ່ງເດີນທາງ ກັບປະເທດດ້ວຍຄວາມສະຫວັດດີ ພາບ, ປະສົບຜົນສຳເລັດທຸກປະການ ໃນການປະຕິບັດພາລະໜ້າທີ່ໃໝ່ ແລະ ຍິນດີຕ້ອນຮັບການມາຢ້ຽມ ຢາມ ສປປ ລາວ ຂອງທ່ານທູດໃນ ໂອກາດໜ້າຕື່ມອີກ. ພາບ: ອ່າຍຄຳ ຕໍ່ຄວາມຮູ້ຄວາມສາມາດ ແລະ ບົດ ຮຽນປະສົບການອັນອຸດົມສົມບູນ ແລະ ຜົນງານອັນພົ້ນເດັ່ນຂອງສະ ຫາຍໃນການຊີ້ນໍາ-ນໍາພາຕະຫລອດ ໄລຍະຜ່ານມາ. ຂ້າພະເຈົ້າມີຄວາມ ເຊື່ອໝັ້ນຢ່າງໜັກແໜ້ນວ່າພາຍ ໃຕ້ການນໍາພາອັນຖືກຕ້ອງ ແລະ ສະ ຫລາດສ່ອງໃສຂອງ ພັກກອມມູນິດ ຫວຽດນາມ ທີ່ມີກຽດສະຫງ່າໂດຍ ມີສະຫາຍເປັນຜູ້ນໍາໜ້າ, ປະຊາຊົນ ຫວຽດນາມອ້າຍນ້ອງຈະສືບຕໍ່ຍາດ ໄດ້ຜົນສໍາເລັດອັນໃໝ່ໃຫຍ່ຫລວງ ກວ່າເກົ່າ ໃນພາລະກິດປ່ຽນແປງ ໃໝ່,ຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ກອມມູນິດຫວຽດນາມ ຢ່າງມີໄຊ ເພື່ອບັນລຸເປົ້າໝາຍສ້າງປະເທດສສ ຫວຽດນາມ ໃຫ້ກາຍເປັນປະເທດ ອຸດສາຫະກໍາ ຕາມທິດທັນສະໄໝ, ເຮັດໃຫ້ປະຊາຊົນຮັ່ງມີ, ປະເທດຊາດ ເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ, ສີວິໄລ ແລະ ກາຍເປັນປະເທດທີ່ພັດ ທະນາຕາມທິດສັງຄົມນິຍົມ. ພວກ ຂ້າພະເຈົ້າຂໍຢືນຢັນວ່າຈະສືບຕໍ່ຮ່ວມ ມືຢ່າງໃກ້ຊິດກັບສະຫາຍ ແລະບັນ ດາສະຫາຍການນໍາພັກ, ລັດຫວຽດ ນາມ ໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມລາວ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນໃນທຸກຂົງເຂດວຽກ ສື່ມວນຊົນລາວ ແລະ ວັນພິມຈຳ ໜ່າຍ ຄົບຮອບ 74 ປີ ໂດຍມີເປົ້າ ໝາຍຍົກລະດັບຄວາມຮູ້ໃຫ້ສື່ມວນ ຊົນລາວ ໃນການເຂົ້າໃຈກ່ຽວກັບ ການປ່ຽນແປງຂອງເຕັກໂນໂລຊີ, ສິ່ງທ້າທາຍຕ່າງໆ, ຄູ່ກັບການຮຽນ ຮູ້, ການໜູນໃຊ້ເຕັກໂນໂລຊີໃໝ່ ເປັນຕົ້ນ ນຳໃຊ້ປັນຍາປະດິດຊ່ວຍ ໃນການຫລຸດຜ່ອນເວລາ ແລະ ຂັ້ນ ຕອນຕ່າງໆ ເຂົ້າໃນວຽກງານຜະລິດ ແລະ ບັນນາທິການຂ່າວ ຊຶ່ງການ ນໍາໃຊ້ເອໄອ ແນໃສ່ເພື່ອສ້າງເງື່ອນ ໄຂໃຫ້ຜູ້ອ່ານ, ຜູ້ຊົມໄດ້ຮັບຂໍ້ມູນຂ່າວ ສານວ່ອງໄວ, ມີເນື້ອໃນອຸດົມສົມ ບູນ, ຖືກຕ້ອງ, ຊັດເຈນແລະສາມາດ ດຶງດູດຄວາມສົນໃຈຂອງຜູ້ບໍລິໂພກ ຂໍ້ມູນຂ່າວສານ, ສອດຄ່ອງກັບແນວ ທາງຂອງພັກ-ລັດ, ສະພາບຄວາມ ເປັນຈິງ ແລະ ຄວາມຕ້ອງການ ຂອງສັງຄົມ. ພ້ອມນີ້, ຜູ້ເຂົ້າຮ່ວມຈະໄດ້ຮູ້ ກ່ຽວກັບການຫັນເປັນດີຈິຕອນຂອງ ສື່ມ່ວນຊົນ, ການນໍາໃຊ້ສື່ສັງຄົມ ອອນລາຍ ແລະ ການຕອບໂຕ້ຂ່າວ ປອມ, ຂ່າວຫລອກລວງຈາກຊ່ຽວ ຊານຜູ້ທີ່ມີຄວາມຮູ້, ປະສົບການ ຈາກພາກລັດ ແລະ ເອກະຊົນ. ນອກ ຈາກນີ້, ຍັງໄດ້ຮັບຟັງບົດຮຽນ ແລະ ບົດບາດຂອງສື່ມວນຊົນກ່ຽວກັບ ການຊຸກຍູ້ ແລະ ສົ່ງເສີມການພັດທະ ນາປະເທດຊາດຕາມທິດສີຂຽວ ແລະ ຍືນຍົງ. ການຈັດເສວະນາໃນຄັ້ງນີ້, ແນ ໃສ່ເພື່ອແລກປ່ຽນຖອດຖອນບົດ ຮຽນທາງດ້ານວິຊາສະເພາະ ເຊິ່ງ ກັນ ແລະ ກັນ ທັງເປັນການສົ່ງເສີມ ການພັດທະນາສື່ມວນຊົນລາວ ໃຫ້ ກ້າວໜ້າໄປຕາມການປ່ຽນແປງສະ ພາບແວດລ້ອມຂອງສື່ມວນຊົນ, ສາມາດເປັນແຫລ່ງຂໍ້ມູນຂ່າວສານ ທີ່ໜ້າເຊື່ອຖືໄດ້, ເປັນແຫລ່ງສາລະ ບັນເທີງ, ເວທີສົນທະນາຂອງປະ ຊາຊົນຄຽງຄູ່ກັບການສືກສາອົບຮົມ ປະຊາຊົນ, ເປັນຂົວຕໍ່ລະຫວ່າງລັດ ກັບປະຊາຊົນ ແນໃສ່ເພື່ອສົ່ງເສີມ ການມີສ່ວນຮ່ວມຂອງທຸກພາກ ສ່ວນໃນສັງຄົມ ເຂົ້າໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ຂ່າວ: ກິດຕາ, ພາບ: ຂັນໄຊ ຫວຽດນາມ ທີ່ມີຄວາມສົນໃຈ ແລະ ເປີດກວ້າງຕະຫລາດພາຍໃນໄປສູ່ ການສົ່ງອອກຕາມທ່າແຮງທີ່ເຮົາມີ ໃຫ້ຊາວຕ່າງຊາດໄດ້ເຫັນສີໄມ້ລາຍ ມືອັນປານີດທີ່ເປັນວິຖີການດໍາລົງ ຊີວິດຂອງຊົນເຜົ່າໃນລາວດ້ວຍ ການແກະສະຫລັກໄມ້ ເພື່ອໃຫ້ນັກ ທ່ອງທ່ຽວເຫັນແລ້ວ ຢາກເຂົ້າໄປ ພັນລາວ ແລະ ຜະລິດຕະພັນການ ທ່ອງທ່ຽວ ຈາກ ສປປ ລາວ 10 ກວ່າຫ້ອງວາງສະແດງ ແລະ 16 ກວ່າຫົວໜ່ວຍທຸລະກິດຈາກແຂວງ ສະຫວັນນະເຂດ, ສາລະວັນ, ເຊ ກອງ, ຈໍາປາສັກ ແລະ ແຂວງອັດຕະ ປື ເຂົ້າຮ່ວມ. ສ່ວນຜູ້ປະກອບການ ທຸລະກິດການທ່ອງທ່ຽວປະກອບ ມີ: ໂຮງແຮມແລນມາກເເມ່ຂອງ ລີເວີໄຊ, ສະຖານທີ່ທ່ອງທ່ຽວນໍ້າຕົກ ຕາດເຍືອງ, ບໍລິສັດທ່ອງທ່ຽວພັດ ທະນາຈໍາປາໃໝ່, ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ, ການບິນລາວ, ບໍລິສັດລາວໂທລະຄົມ, ບໍລິສັດທ່ອງ ທ່ຽວເວີນວາຍ, ບໍລິສັດທ່ອງທ່ຽວ ກຣິນດິດໂຄເວີລີ, ໂຮງແຮມ ແລະ ຮ້ານອາຫານຫວງຄິມ, ແດນສະ ຫວັນນໍ້າງື່ມລີສອດ, ໂຮງແຮມຈັນ ທະປັນຍາ ໂດຍມີທ່ານ ສຸພັນ ຫາ ດາວເຮືອງ ກົງສູນໃຫຍ່ແຫ່ງ ສປປ ລາວ ປະຈໍານະຄອນດາໜັງ, ທ່ານ ຄົມດວງຈັນທາຫົວໜ້າກົມໂຄສະນາ ການທ່ອງທ່ຽວກະຊວງຖະແຫລງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສປປ ລາວ, ທ່ານ ຫງວຽນຮວ່າງ ລອງຮອງລັດຖະມົນຕີ ກະຊວງອຸດ ສາຫະກຳ ແລະ ການຄ້າ ສສ ຫວຽດ ນາມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ໂຮກິ່ມິງ ຮອງປະທານຄະ ນະກຳມະການປະຊາຊົນນະຄອນ ດາໜັງໄດ້ໃຫ້ຮູ້ວ່າ: ງານຕະຫລາດ ນັດປີນີ້, ໄດ້ຮັບການສະໜັບສະໜູນ ແລະ ເຂົ້າຮ່ວມຢ່າງຫລວງຫລາຍ ຈາກບັນດາວິສາຫະກິດ ແລະ ອົງ ການຈັດຕັ້ງສາກົນ ພ້ອມດ້ວຍບັນດາ ລາຍການສະແດງ ແລະ ການບໍລິ ການທີ່ຫລາກຫລາຍ ແລະ ອຸດົມສົມ ບູນ ເພື່ອແນະນຳ ແລະ ສົ່ງເສີມຜະ ລິດຕະພັນຊຸກຍູ້ບັນດາຄູ່ຮ່ວມມືລົງ ທຶນແລະຊຸກຍູ້ການຮ່ວມມືໃນຫລາຍ ຂົງເຂດ ເຊິ່ງຈະນຳຜົນປະໂຫຍດຕົວ ຈິງໃຫ້ແກ່ປະຊາຄົມວິສາຫະກິດ; ສ້າງຂົວຕໍ່ໃຫ້ບັນດາຫົວໜ່ວຍ, ວິ ສາຫະກິດ ແລະ ບັນດາບໍລິສັດຊຸກຍູ້ ບັນດາຜະລິດຕະພັນສຳຄັນ, ຜະລິດ ຕະພັນ ໂອດັອບ, ເພື່ອເຂົ້າເຖິງຜູ້ບໍລິ ໂພກ; ສ້າງລະບົບຕ່ອງໂສ້ການສະ ໜອງຈາກການຜະລິດພາຍໃນໃຫ້ ມີຄວາມເຂັ້ມແຂງ, ສ້າງເຄືອຄ່າຍ ສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວເຖິງການບໍລິໂພກ, ຊຸກຍູ້ການບໍລິໂພກພາຍໃນ, ເປີດ ກວ້າງຕະຫລາດພາຍໃນໄປສູ່ການ ສົ່ງອອກຕາມແລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ. ງານຄັ້ງນີ້, ຍັງເປັນການເພີ່ມທະ ວີສາຍພົວພັນການຮ່ວມມືການສ້າງ ຄວາມໝັ້ນໃຈໃຫ້ແກ່ຜູ້ປະກອບການ ທຸລະກິດທ່ອງທ່ຽວ, ທຸລະກິດປີ່ນ ອ້ອມໃນງານຕະຫລາດນັດສາກົນ ການຄ້າ, ການລົງທຶນ ແລະ ການ ທ່ອງທ່ຽວ ໄດ້ມີການພົບປະແລກ ປ່ຽນບົດຮຽນຮ່ວມກັນ, ໄດ້ຂຸດຄົ້ນ ທ່າເເຮງຜະລິດຕະພັນການທ່ອງ ທ່ຽວເຊິ່ງກັນ ເເລະ ກັນ. ສໍາລັບ ສປປ ລາວ ແມ່ນເປັນການສົ່ງເສີມທຸ ລະກິດການທ່ອງທ່ຽວລາວ ໃຫ້ມີໂອ ກາດເເລກປ່ຽນຂໍ້ມູນຂ່າວສານທ່ອງ ທ່ຽວ, ຮູບເເບບການຈັດລາຍການ ທ່ອງທ່ຽວ, ການຮັບ-ສົ່ງນັກທ່ອງ ທ່ຽວ ເເລະ ກ້າວໄປເຖິງການຊື້- ຂາຍລາຍການທ່ອງທ່ຽວເຊິ່ງກັນ ເເລະ ກັນ ເຊິ່ງເປັນຮູບເເບບໜຶ່ງຂອງ ການໂຄສະນາຜະລິດຕະພັນການ ທ່ອງທ່ຽວ, ທັງເປັນການໂຄສະນາ ໃຫ້ປີທ່ອງທ່ຽວລາວ 2024 ຕື່ມອີກ. ສໍາລັບຜະລິດຕະພັນ ແລະ ສິນ ຄ້າທີ່ນຳມາວາງສະແດງ ແລະ ວາງ ສະແດງໃນງານຄັ້ງນີ້ ປະກອບມີ: ເຄື່ອງໄຟຟ້າ, ເອເລັກໂຕຣນິກ-ໂທ ລະຄົມມະນາຄົມ, ອຸປະກອນເຕັກໂນ ໂລຊີ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງ ເຟີນີເຈີໄມ້, ຕົບແຕ່ງພາຍໃນ, ຫັດຖະ ກໍາ, ສິນຄ້າບໍລິໂພກເຊັ່ນ: ອາຫານ, ເຄື່ອງດື່ມ, ແຜ່ນແພ, ຢາ, ເຄື່ອງ ສຳອາງ, ການບໍລິການທ່ອງທ່ຽວ, ການຂົນສົ່ງ ແລະ ການສຶກສາ. ຂ່າວ-ພາບ: ວີລະວັນ ລາວເຂົ້າຮ່ວມຕະຫລາດນັດ... ທ່ອງທ່ຽວສປປລາວໃຫ້ຫລາຍຂຶ້ນ. ທ່ານ ນາງ ທິບພະຈັນ ລໍວົງສີ ນວນ ຍັງໄດ້ກ່າວຕື່ມວ່າ: ໂຮງງານ ຫັດຖະກໍາເຟີນີເຈີ ຄົບວົງຈອນສ້າງ ຕັ້ງມາແຕ່ປີ 2013 ຢູ່ບ້ານໂພນ ເມືອງລະມາມ ແຂວງເຊກອງ ແລະ ໄດ້ຮັບເຄື່ອງໜາຍໜຶ່ງເມືອງໜຶ່ງ ຜະລິດຕະພັນ ໃນປີ 2015, ປັດຈຸບັນ ມີຜະລິດຕະພັນທັງໝົດ52ລາຍການ ແລະ ຍັງໄດ້ຜະລິດຕາມລູກຄ້າສັ່ງ. ຂ່າວ-ພາບ: ວີລະວັນ ເສວະນາການນຳໃຊ້... ງານ ເພື່ອນໍາເອົາຜົນປະໂຫຍດຕົວ ຈິງມາສູ່ປະຊາຊົນສອງຊາດພວກ ເຮົາ ກໍຄື ປະກອບສ່ວນເຂົ້າໃນການ ເສີມສ້າງສັນຕິພາບ, ສະຖຽນລະ ພາບແລະ ການຮ່ວມມື ເພື່ອການພັດ ທະນາຢູ່ໃນພາກພື້ນ ແລະ ໃນໂລກ. ໃນໂອກາດອັນມີຄວາມໝາຍນີ້, ຂໍ ອວຍພອນໃຫ້ສະຫາຍຈົ່ງມີສຸຂະ ພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ມີຜົນສໍາເລັດອັນໃຫຍ່ຫລວງ ໃນພາລະກິດທີ່ມີກຽດສູງສົ່ງຂອງ ສະຫາຍ.

RkJQdWJsaXNoZXIy MTc3MTYxMQ==