5930

xtgmf]k; 6 02/08/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d [a ofk0= h sh k,.odq f\kp ;j kfh ;pla foE c]t la fxj k ໂດຍ: ເກີດຂວັນໃຈ ມາລີຈັນສີ -k;]k;g0Q kg4y 'vy og8u goa f 5 ]h kod;j k7q o c0;'w-pt[6 ]u dP,dkoles];f rq o]tg,n v' c]t muj 16j vkwlmqj ;xtgmf ຫລື ຢາຂ້າຫຍ້າເກີນກຳນົດ ແລະ ການກະທຳອື່ນ ທີ່ບໍ່ຖືກຕ້ອງຕາມລະ ບຽບກົດໝາຍ;ຈັບຈອງ,ຍ້າຍ,ປ່ຽນ ແປງ ຫລື ທຳລາຍເຄື່ອງໝາຍເຂດ ແດນວັງສະຫງວນ, ເຂດອະນຸລັກ ພັນສັດ ແລະ ຖິ່ນທີ່ຢູ່ອາໄສ; ລ້ຽງ ສັດນ້ຳ ແລະ ສັດປ່າເປັນທຸລະກິດ ຢູ່ ໃນເຂດຕົວເມືອງ ແລະ ເຂດຊຸມຊົນ ຊຶ່ງເຮັດ ໃຫ້ສະພາບແວດລ້ອມເສື່ອມ ເສຍ; ນຳເຂົ້າ, ສົ່ງອອກ, ສົ່ງອອກ ຄືນ, ນຳຜ່ານ ຫລື ເຄື່ອນຍ້າຍສັດ ນ້ຳ ແລະ ສັດປ່າ ທີ່ຕິດເຊື້ອພະຍາດ, ບໍ່ມີຄວາມປອດໄພຕໍ່ສຸຂະພາບຂອງ ສັດ, ນຳສັດດັ່ງກ່າວເຂົ້າໃນເວລາທີ່ ເກືອດຫ້າມຫລືບໍ່ຖືກຕ້ອງຕາມການ ອະນຸຍາດ ແລະ ລະບຽບກົດໝາຍ; ໃຫ້ສິນບົນແກ່ພະນັກງານ ແລະ ເຈົ້າໜ້າທີ່, ປອມແປງ ເອກະສານ ແລະ ຕາປະທັບ; ນາບຂູ່, ກົດໜ່ວງ ຖ່ວງດຶງ ແລະ ຂັດຂວາງການປະຕິ ບັດໜ້າທີ່ຂອງເຈົ້າໜ້າທີ່ ທີ່ປະຕິບັດ ວຽກງານກ່ຽວກັບສັດນ້ຳ ແລະ ສັດ ປ່າ; ມີການກະທຳອື່ນ ທີ່ເປັນການ ລະເມີດລະບຽບກົດ ໝາຍກ່ຽວກັບ ສັດນ້ຳ ແລະ ສັດປ່າ. ນອກຈາກຂໍ້ຫ້າມ ທີ່ໄດ້ກຳນົດ ໄວ້ໃນມາດຕາ 52 ຂອງກົດໝາຍ ສະບັບນີ້ແລ້ວ ໃນມາດຕາທີ 53 ຍັງ ໄດ້ກຳນົດຂໍ້ຫ້າມສຳລັບພະນັກງານ ແລະ ເຈົ້າຫນ້າທີ່ປ່າໄມ້ມີການກະ ທຳດັ່ງນີ້: ສວຍໃຊ້ສິດ ແລະ ໜ້າທີ່ ຕຳແໜ່ງ, ໃຊ້ຄວາມຮຸນແຮງ, ບັງ ຄັບຫລືນາບຂູ່,ຮັບສິນບົເພື່ອຜົນປະ ໂຫຍດສ່ວນຕົວຊຶ່ງກໍ່ຄວາມເສຍ ຫາຍໃຫ້ແກ່ຜົນປະໂຫຍດຂອງລັດ, ລວມໝູ່ແລະບຸກຄົນ; ເປີດເຜີຍຄວາມ ລັບຂອງລັດ ຫລືລັດຖະການ, ປອມ ແປງເອກະສານ, ຂາດຄວາມຮັບ ຜິດຊອບຕໍ່ວຽກງານທີ່ບໍ່ໄດ້ຮັບມອບ ໝາຍ; ດຳເນີນທຸລະກິດກ່ຽວກັບສັດ ນ້ຳ ແລະ ສັດປ່າ ດ້ວຍຕົນເອງ ຫລື ມີຫຸ້ນສ່ວນ. * ໃນກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ໄດ້ລະບຸໄວ້ວ່າ: ບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຫາກ ມີການກະທຳດັ່ງນີ້: ນຳເອົາ ສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ທີ່ ຍັງມີຊີວິດ, ຊາກ, ສີ້ນສ່ວນ ແລະ ອະໄວຍະວະຕ່າງໆ ຂອງສັດອອກ ຈາກຖິ່ນທີ່ຢູ່ອາໄສ ມາໄວ້ໃນຄອບ ຄອງ; ທໍລະມານສັດ ທຸກຮູບແບບ; ລັກລອບຫາ, ລ່າ, ຊື້ຂາຍ ແລະ ມີໄວ້ ໃນຄອບຄອງ ສັດນ້ຳ ແລະ ສັດປ່າ ໂດຍບໍ່ໄດ້ຮັບອະນຸຍາດ; ຫາສັດນ້ຳ ແລະ ລ່າສັດປ່າ ໃນສະຖານທີ່ຫວງ ຫ້າມ, ເຂດອະນຸລັກພັນສັດ, ໃນລະດູ ການຂະຫຍາຍພັນ, ຖືພາມານ ແລະ ລ້ຽງລູກນ້ອຍ; ຜະລິດ, ນຳເຂົ້າ, ຈຳ ໜ່າຍ ແລະ ນຳໃຊ້ເຄື່ອງມື ຫລື ອາ ວຸດຫາປາ ແລະ ລ່າເນື້ອທີ່ມີລັກສະ ນະດັບສູນ ເຊັ່ນ: ປືນທຸກຊະນິດ, ລະ ເບີດ, ທາດເຄມີ, ທາດເບື່ອ, ໄຟຟ້າ, ແສງ ຫລື ສຽງທຽມ ແລະ ອື່ນໆ; ບຸກລຸກທຳລາຍເຂດອະນຸລັກພັນ ສັດ, ວັງສະຫງວນ, ຖິ່ນທີ່ຢູ່ອາໄສ ແລະ ແຫລ່ງອາຫານ ຂອງສັດນ້ຳ ແລະ ສັດປ່າ ໂດຍທາງກົງ ຫລື ທາງ ອ້ອມ ເຊັ່ນ: ດ້ວຍການບຸກເບີກ, ຕັ້ງ ຖິ່ນຖານໃໝ່, ຖາກຖາງປ່າໄມ້, ຈູດ ປ່າ, ຕັດໄມ້, ນຳໃຊ້ຢາປາບສັດຕູພືດ ພາບປະກອບ ໂດຍ: ບຸນທີ * ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ແມ່ນການ ສໍາຫລວດໃຫຍ່ລະດັບຊາດ ທີ່ມີ ຄວາມໝາຍ, ຄວາມສໍາຄັນທີ່ສຸດ ເພາະເປັນການເກັບກຳ ແລະ ຈົດນັບ ພົນລະເມືອງ ເພື່ອຕິດຕາມສະພາບ ການຂະຫຍາຍຕົວ ແລະ ປັດໄຈທີ່ ສົ່ງຜົນກະທົບຕໍ່ກັບການຂະຫຍາຍ ຕົວຂອງພົນລະເມືອງໃນທຸກໆ 10 ປີ. ສະນັ້ນ, ເພື່ອເປັນການກະກຽມ ຄວາມພ້ອມ ແລະ ວາງແຜນຮ່ວມ ກັນ ໃນການຈັດຕັ້ງປະຕິບັດວຽກ ງານດັ່ງກ່າວ ແຂວງໄຊຍະບູລີ ຈຶ່ງ ຈັດກອງປະຊຸມຄະນະຊີ້ນໍາຂັ້ນ ແຂວງຄັ້ງທີ I ຂອງການສໍາຫລວດ ພົນລະເມືອງແລະທີ່ຢູ່ອາໄສຂຶ້ນໃນ ທ້າຍເດືອນກໍລະກົດຜ່ານມາ ໂດຍ ການເປັນປະທານຂອງທ່ານ ພົງສະ ຫວັນ ສິດທະວົງ ເຈົ້າແຂວງໄຊຍະ ບູລີ ທັງເປັນຫົວໜ້າຄະນະຊີ້ນໍາການ ສໍາຫລວດພົນລະເມືອງທີ່ຢູ່ອາໄສ ຂັ້ນແຂວງ, ມີບັນດາຄະນະຊີ້ນໍາຂັ້ນ ແຂວງ, ຫົວໜ້າຄະນະຊີ້ນໍາຂັ້ນ ເມືອງ, ຫົວໜ້າຫ້ອງການສໍາຫລວດ ຂັ້ນເມືອງ 11 ເມືອງ ພ້ອມດ້ວຍພະ ນັກງານຫລັກແຫລ່ງ ແລະ ວິຊາການ ພະແນກແຜນການ ແລະ ການລົງ ທຶນແຂວງເຂົ້າຮ່ວມ. ການຈັດກອງປະຊຸມຄັ້ງນີ້ ເພື່ອ ສ້າງຄວາມຮັບຮູ້ ແລະ ເຂົ້າໃຈແຈ້ງ ຕໍ່ກັບເປົ້າໝາຍ, ວິທີການ ແລະ ຈັດ ວາງວຽກຕ່າງໆໃນແຕ່ລະໄລຍະ ແຕ່ນີ້ຫາມື້ສໍາຫລວດໃຫຍ່ໃຫ້ຖືກ ຕ້ອງສອດຄ່ອງກັບແຜນດໍາເນີນ ງານກອງປະຊຸມໃຫຍ່ 3 ຂັ້ນຂອງ ອົງຄະນະພັກແຂວງທີ່ກໍານົດໄວ້ ໃນແຕ່ລະໄລຍະ, ໄປຄຽງຄູ່ກັບການ ດໍາເນີນການກະກຽມແລະການສໍາ ຫລວດພົນລະເມືອງ ແລະທີ່ຢູ່ອາໄສ ໃນຄັ້ງນີ້ໃຫ້ໄດ້ຮັບຜົນສໍາເລັດສູງ. ການສຳຫລວດພົນລະເມືອງຄັ້ງນີ້ ແມ່ນຈະໄດ້ກໍານົດເອົາຄົວເຮືອນ ເປັນຫົວໜ່ວຍພື້ນຖານຂອງການສຳ ຫລວດ ໂດຍນຳໃຊ້ວິທີການຈົດນັບ ສະມາຊິກຂອງຄົວເຮືອນ ແລະ ທຸກ ຄົນທີ່ອາໄສຢູ່ເປັນປະຈຳ ໃນ ສປປ ລາວ ກວມເອົາພົນລະເມືອງສັນຊາດ ລາວ, ຄົນຕ່າງປະເທດ, ຄົນຕ່າງ ດ້າວແລະຄົນບໍ່ມີສັນຊາດ. ການສໍາ ຫລວດຄັ້ງນີ້ຍັງກວມເອົາທຸກຄົນ ທີ່ເຄື່ອນໄຫວວຽກງານແລະສຶກສາ ຢູ່ຕ່າງປະເທດ, ກອງກຳລັງປ້ອງກັນ ຊາດ, ກອງກຳລັງປ້ອງກັນຄວາມ ສະຫງົບແລະ ຄົນທີ່ບໍ່ມີທີ່ພັກອາໄສ. ວິທິການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສໃນຄັ້ງນີ້ແມ່ນຕ້ອງ ໄດ້ສຳພາດໂດຍກົງນຳຫົວໜ້າຄົວ ເຮືອນຫລື ສະມາຊິກທີ່ມີອາຍຸ 15 ປີ ຂຶ້ນໄປທີ່ສາມາດສະໜອງຂໍ້ມູນຄົວ ເຮືອນຂອງຕົນ. ສໍາລັບເອກະສານ ແລະ ອຸປະ ກອນການສໍາຫລວດແມ່ນຈະນຳ ໃຊ້ລະບົບການເກັບກຳຂໍ້ມູນດ້ວຍ ອຸປະກອນເອເລັກໂຕຣນິກແທັບ ເລັດ(Tablets) ເພື່ອເກັບກຳຂໍ້ມູນ ໂດຍຜ່ານລະບົບໂປຣແກຣມກາປີ (CAPI). ກຳນົດໝາຍຂອງການ ສຳຫລວດແມ່ນການກຳນົດເອົາ ວັນທີ1ມີນາ2025 ເປັນເອກະພາບ ກັນໃນທົ່ວປະເທດ. ໄລຍະເວລາ ການເກັບກຳຂໍ້ມູນຕົວຈິງແມ່ນ 21 ວັນນັບແຕ່ວັນທີ່1-21ມີນາ2025. ໂດຍອີງໃສ່ສະພາບພື້ນທີ່ຕົວຈິງ ຂອງເຂດສຳຫລວດຖ້າເປັນເຂດ ຫ່າງໄກສອກຫລີກ, ເຂດທຸລະກັນ ດານຫລືເຂດທີ່ມີສະພາບການບໍ່ປົກ ກະຕິອາດຈະໄດ້ມີການສຳຫລວດ ກ່ອນເວລາທີ່ໄດ້ກຳນົດໄວ້ເລັກ ນ້ອຍແຕ່ຕ້ອງສໍາເລັດກ່ອນວັນທີ 21 ມີນາ 2025. ໂອກາດນີ້ຍັງໄດ້ມີ ການແຕ່ງຕັ້ງຄະນະຊີ້ນໍາຂັ້ນແຂວງ ແລະ ຄະນະຊີ້ນໍາຂັ້ນເມືອງການສໍາ ຫລວດພົນລະເມືອງ ແລະ ທີ່ຢູ່ອາ ໄສທົ່ວແຂວງໄຊຍະບູລີ ຄັ້ງທີ V ປີ 2025 ໂດຍແມ່ນທ່ານເຈົ້າແຂວງ ເປັນຫົວໜ້າຄະນະຊີ້ນໍາຂັ້ນແຂວງ ແລະ ບັນດາເມືອງແມ່ນເຈົ້າເມືອງ ເປັນຫົວໜ້າຄະນະຊີ້ນໍາຂັ້ນເມືອງ. ພ້ອມທັງແບ່ງຄວາມຮັບຜິດຊອບ ຂອງຄະນະຊີ້ນໍາຂັ້ນແຂວງ ເພື່ອເຮັດ ໃຫ້ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສປີ 2025 ບັນລຸຜົນ ສຳເລັດຕາມຄາດໝາຍທີ່ວາງໄວ້. * ສປປລາວ ເປັນປະເທດໜຶ່ງໃນ ບັນດາ 10 ປະເທດສະມາຊິກອາ ຊຽນ ທີ່ມີປະຊາກອນເຂົ້າເຖິງລະ ບົບອິນເຕີເນັດ ຫລື ເຄື່ອຂ່າຍໂທລະ ຄົມມະນາຄົມ ຫລາຍເຖິງ 5 ລ້ານ ກວ່າຄົນ ທັງໆທີ່ປະຊາກອນມີພຽງ 7 ລ້ານກວ່າຄົນ ຂະນະທີ່ຊາວລາວ ຈໍານວນຫລວງຫລາຍຫັນມາຄ້າ ຂາຍຜ່ານທາງອອນລາຍເພີ່ມຂຶ້ນ ເຊັ່ນກັນ. ຫລ້າສຸດໃນວັນທີ 23 ກໍລະກົດ 2024 ກົມເຕັກໂນໂລຊີດິຈີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ ສານ ແລະ ບໍລິສັດໄຊຍະສິດ ໄອທີ ທີ່ປຶກສາ ຈໍາກັດຜູ້ດຽວ ເຊັນສັນຍາ ຮ່ວມມື ວ່າດ້ວຍການພັດທະນາລະ ບົບອອກອະນຸຍາດ ແບບອອນລາຍ ຂອງຂະແໜງການເຕັກໂນໂລຊີ ແລະການສື່ສານໄດ້ຈັດຂຶ້ນໃນທີ່ນະ ຄອນຫລວງວຽງຈັນ ໂດຍການ ເປັນປະທານຂອງ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ. ທ່ານ ອາລຸນຍະເດດ ສະຣິດທິ ລາດ ຜູ້ອຳນວຍການບໍລິສັດ ໄຊຍະ ສິດ ໄອທີ ທີ່ປຶກສາ ຈໍາກັດ ຜູ້ດຽວ ລາຍງານວ່າ: ການປະຕິຮູບລະບົບ ບໍລິການທັນສະໄໝ ແລະ ກ້າວສູ່ ດິຈີຕອນເປັນວຽກບູລິມະສິດຂອງ ກະຊວງເຕັກໂນໂລຊີ ແລະ ການສື່ ສານ ໂດຍໄດ້ມີວິໄສທັດ ຮອດປີ 2030 ແລະ ຍຸດທະສາດພັດທະນາ ຮອດປີ 2025. ຕິດພັນກັບການປະ ຕິຮູບດັ່ງກ່າວ, ການຄຸ້ມຄອງການ ຈັດເກັບລາຍຮັບເຂົ້າງົບປະມານ ແຫ່ງລັດໃຫ້ຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ ແລະ ສາມາດກວດສອບໄດ້ ຖືເປັນວຽກງານຫລັກທີ່ທາງພັກ ແລະລັດຖະບານຂອງເຮົາໃຫ້ຄວາມ ສໍາຄັນເວົ້າລວມ, ເວົ້າສະເພາະແມ່ນ ວຽກງານການອອກອະນຸຍາດຂອງ ຂະແໜງການເຕັກໂນໂລຊີ ແລະ ການສື່ສານ. ໄລຍະຜ່ານມາເຫັນວ່າ ຍັງບໍ່ມີ ລະບົບ ທີ່ໃຫ້ບໍລິການການອອກອະ ນຸຍາດທີ່ທັນສະໄໝ ແລະ ສາມາດ ຄຸ້ມຄອງການຈັດເກັບລາຍຮັບຄ່າ ທໍານຽມ ແລະ ຄ່າບໍລິການໄດ້ຢ່າງ ມີປະສິດທິພາບ ແລະ ປະສິດທິຜົນ, ລະບົບທີ່ໄດ້ນໍາໃຊ້ໄລຍະຜ່ານມາ ບໍ່ມີການເຊື່ອມຈອດກັນ ກັບລະບົບ ຊໍາລະສະສາງ (FinLINK) ຂອງ ກະຊວງການເງິນ, ຂາດເຄື່ອງມືຫລື ລະບົບໃນການຕິດຕາມກວດກາ ແລະ ບັນຫາອື່ນໆ. ສະນັ້ນ, ເພື່ອເຮັດໃຫ້ວຽກງານ ດັ່ງກ່າວມີທ່າຫັນປ່ຽນໃໝ່ທີ່ດີຂຶ້ນ ແລະ ເປັນການເພີ່ມຖານລາຍຮັບ, ສ້າງຄວາມເຂັ້ມແຂງທາງດ້ານ ການຈັດເກັບຄ່າທໍານຽມ ແລະ ຄ່າບໍ ລິການ, ບໍລິສັດໄຊຍະສິດ ໄອທີ ທີ່ ປຶກສາຈໍາກັດຜູ້ດຽວຂອງພວກເຮົາ ຈຶ່ງສະເໜີຂໍເຂົ້າມາມີສ່ວນຮ່ວມໃນ ການສ້າງແລະປັບປຸງລະບົບທັນສະ ໄໝ ເພື່ອເຮັດໃຫ້ມີຄວາມສະດວກ, ສອດຄ່ອງກັບໜ້າວຽກຕົວຈິງ, ຮັບ ປະກັນຄວາມໂປ່ງໃສ, ສາມາດຈັດ ເກັບລາຍຮັບຄ່າທໍານຽມທາງເຂົ້າ ງົບປະມານແຫ່ງລັດ ໃຫ້ໄດ້ທັນຕາມ ກໍານົດເວລາ, ສິ່ງສໍາຄັນແມ່ນອັດ ຊ່ອງຫວ່າງການຮົ່ວໄຫລ ແລະ ປາ ກົດການຫຍໍ້ທໍ້ໃນຂະແໜງການເຕັກ ໂນໂລຊີ ແລະ ການສື່ສານ. ການຈັດຕັ້ງປະຕິບັດໂຄງການ ຮ່ວມມືໃນຄັ້ງນີ້, ໄດ້ແບ່ງອອກເປັນ 2 ໄລຍະຄື: ໄລຍະທໍາອິດ ແມ່ນຈະ ສຸມໃສ່ການພັດທະນາລະບົບຄຸ້ມ ຄອງການອອກອະນຸຍາດດໍາເນີນທຸ ລະກິດດ້ານເຕັກໂນໂລຊີດິຈີຕອນ ທີ່ທັນສະໄໝ ຫລື ເອີ້ນວ່າ ລະບົບ E-Filing, ຊຶ່ງປະກອບມີທັງໝົດ 3 ໂມດູນ ທີ່ຕ້ອງໄດ້ພັດທະນາ ເປັນລະ ບົບຄົບຊຸດ ແລະ ມີການເຊື່ອມຕໍ່ກັບ ລະບົບ TaxRIS ຂອງກົມສ່ວຍ ສາອາກອນ, ກະຊວງການເງິນ ເພື່ອ ລວມສູນຖານຂໍ້ມູນ ແລະ ລະບົບ ຄຸ້ມຄອງຕິດຕາມການຈັດເກັບລາຍ ຮັບຄ່າທໍານຽມ-ຄ່າບໍລິການ ຂອງ ຂະແໜງການເງິນພາກລັດ ໃນຮູບ ແບບ Real-Time, ພ້ອມທັງໃຫ້ ສາມາດຊໍາລະຜ່ານລະບົບທະນາ ຄານ ໂດຍນຳໃຊ້ລະບົບ E-Wallet ແລະ ລະບົບ Blockchain ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ ສານ, ນຳໃຊ້ລະບົບລາຍ ເຊັນດິຈີ ຕອນ ຫລື ລະບົບ E-Sign ໃນການ ຢັ້ງຢືນເຊັນເອກະສານທາງເອເລັກ ໂຕນິກ. ສຳລັບລະບົບຄັງເງິນ ແມ່ນເປີດ ກວ້າງໃຫ້ທຸກທະນາຄານ ແລະ ລະ ບົບ E-Wallet ທີ່ມີຄວາມພ້ອມສາ ມາດເຊື່ອມຕໍ່ເຂົ້າສູ່ລະບົບໄດ້, ໂດຍ 3 ໂມດູນຫລັກ ປະກອບມີ: 1) ໂມດູນຄຸ້ມຄອງການສົ່ງໃບຄໍາຮ້ອງ ເພື່ອຂໍອອກອະນຸຍາດ ສໍາລັບຜູ້ປະ ກອບການ; 2) ໂມດູນຄຸ້ມຄອງການ ອອກອະນຸຍາດ ສໍາລັບພາກລັດ; ແລະ 3) ໂມດູນຄຸ້ມຄອງການຈັດ ເກັບຄ່າທໍານຽມ ແລະ ຄ່າບໍລິການ. ສ່ວນໄລຍະທີ 2 ແມ່ນຈະສືບຕໍ່ ດໍາເນີນການສຶກສາຄົ້ນຄວ້າ ແລະ ພັດທະນາລະບົບອອກອະນຸຍາດ ແບບອອນລາຍ ໃຫ້ແກ່ບັນດາກົມ ກອງພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ສາມາດນໍາໃຊ້ ໄດ້ໃນຂອບເຂດທົ່ວປະເທດ (ຂັ້ນ ສູນກາງ ແລະ ຂັ້ນທ້ອງຖິ່ນ). ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==