5928

xtgmf]k; 6 31/07/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d dkoles];frq o]tg,n v' 7A 'mu V 9toe.-h g8a doy dma oltw\ ໂດຍ: ເກີດຂວັນໃຈ ມາລີຈັນສີ ot3p[kpfb 'f6 fdkomj v'mj P; 0v'[a ofkxtgmf.ovk-Po * ລັດຖະບານແຫ່ງ ສປປ ລາວ ມີຄວາມມຸ່ງໝັ້ນຢ່າງສູງ ສືບຕໍ່ຈັດ ຕັ້ງປະຕິບັດການສຳຫລວດພົນລະ ເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ປີ 2025 ແລະ ໄດ້ເປັນເຈົ້າການໃນ ການປະສານສົມທົບກັບທຸກພາກ ສ່ວນ ເພື່ອດຳເນີນການກະກຽມໃຫ້ ແກ່ການຈັດຕັ້ງປະຕິບັດ ການສຳ ຫລວດດັ່ງກ່າວໃຫ້ສຳ ເລັດຕາມວັດ ຖຸປະສົງ ແລະ ລະດັບຄາດໝາຍທີ່ ວາງໄວ້. ການສຳຫລວດ ຄັ້ງທີVນີ້ ແມ່ນສຳຄັນຫລາຍ ເຊິ່ງຈະໄດ້ນຳ ໃຊ້ເປັນພື້ນຖານຕີລາຄາຜົນສຳເລັດ ແລະ ວາງແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດຄັ້ງທີ IXແລະ ຄັ້ງທີ X ກໍຄື ການບັນລຸການຫລຸດ ພົ້ນຈາກສະຖານະພາບປະເທດດ້ອຍ ພັດທະນາ ແລະ ເປົ້າໝາຍພັດທະນາ ແບບຍືນຍົງ ຮອດປີ 2030. ສະນັ້ນ, ເພື່ອເຮັດໃຫ້ບັ້ນສຳ ຫລວດພົນລະເມືອງ ແລະທີ່ຢູ່ອາໄສ ຄັ້ງທີ V ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້ນັ້ນ ລັດຖະບານ ໄດ້ປະສານສົມທົບກັບອົງການຈັດ ຕັ້ງສາກົນ ກໍຄືຄູ່ຮ່ວມພັດທະນາ ໂດຍ: ສຸວັນນະ ຕ່າງໆ ໃນການກະກຽມຂໍ້ມູນທີ່ຈະ ນຳໃຊ້ເຂົ້າໃນການສຳຫລວດ, ລວມ ທັງເຕັກນິກ ແລະ ອຸປະກອນທີ່ນຳ ໃຊ້ກໍຄືຄວາມທັນສະໄໝ ເພື່ອແນໃສ່ ໃຫ້ການສ້າງ ແລະ ນຳໃຊ້ຂໍ້ມູນໃຫ້ ໄດ້ດີຂຶ້ນກວ່າເກົ່າ. ໂດຍເອກະສານ ແລະອຸປະກອນການສໍາຫລວດແມ່ນ ຈະນຳໃຊ້ລະບົບການເກັບກຳຂໍ້ມູນ ດ້ວຍອຸປະກອນເອເລັກໂຕຣນິກ ແທັບເລັດ(Tablets) ເພື່ອເກັບກຳ ຂໍ້ມູນໂດຍຜ່ານລະບົບໂປຣແກຣມ ກາປີ (CAPI). ກຳນົດໝາຍຂອງ ການສຳຫລວດແມ່ນການກຳນົດ ເອົາວັນທີ1ມີນາ2025 ເປັນເອກະ ພາບກັນໃນທົ່ວປະເທດ. ໄລຍະເວ ລາການເກັບກຳຂໍ້ມູນຕົວຈິງແມ່ນ 21 ວັນນັບແຕ່ວັນທີ 1-21 ມີນາ 2025. ສຳລັບບຸກຄະລາກອນໃນ ການເດີນສຳຫລວດພາກສະໜາມ ທີ່ມີປະສົບການຕ້ອງການທັງໝົດ ປະມານ 18.000 ກວ່າຄົນ ເຊິ່ງຈະ ໄດ້ສືບຕໍ່ກະກຽມໃນການປະສານ ສົບທົບກັບບັນດາຄະນະຊີ້ນຳຂັ້ນ ແຂວງ ແລະ ຫ້ອງການສຳຫລວດ ຂັ້ນແຂວງ ໃນການຈັດຫາບຸກຄະ ລະກອນໃຫ້ຖືກຕາມມາດຖານຂອງ ການສຳຫລວດ. ເພື່ອເຮັດໃຫ້ບັ້ນ ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ມີຜົນສຳເລັດ ຕາມຄາດໝາຍທີ່ກຳນົດໄວ້ນັ້ນ ຂໍ ຮຽກຮ້ອງເຖິງທຸກພາກສ່ວນໃນສັງ ຄົມຈົ່ງຊ່ວຍໃຫ້ການສະໜັບສະໜູນ ດ້ວຍຮູບແບບຕ່າງໆຕາມທ່າແຮງ ແລະ ເງື່ອນໄຂທີ່ເໝາະສົມການປະ ກອບສ່ວນຂອງທ່ານຈະເປັນປະ ໂຫຍດອັນມະຫາສານໃຫ້ແກ່ການ ສ້າງສາພັດທະນາປະເທດຊາດ ຕາມ ເປົ້າໝາຍທີ່ພັກ ແລະ ລັດຖະບານ ວາງອອກ. ການສໍາຫລວດພົນລະ ເມືອງ ແລະ ທີ່ຢູ່ອາໄສແມ່ນຕ້ອງນຳ ໃຊ້ງົບປະມານຢ່າງມະຫາສານໃນ ຫລາຍກິດຈະກຳເປັນຕ້ົນ: ການກະ ກຽມການສຳຫລວດ, ການເກັບກຳ ຂໍ້ມູນພາກສະໜາມ, ການກວດແກ້ ແລະ ປຸງແຕ່ງຂໍ້ມູນ ແລະ ການເຜີຍ ແຜ່ການສຳຫລວດເຊິ່ງຄາດວ່າຕ້ອງ ນຳໃຊ້ງົບປະມານ ທັງໝົດ 22,2 ລ້ານໂດລາສະຫະລັດ. ມາຮອດປັດ ຈຸບັນ, ເຖິງວ່າພວກເຮົາສາມາດກະ ກຽມທາງດ້ານການຈັດຕັ້ງ ແລະ ດ້ານວິຊາການມີຄວາມຄືບໜ້າດີ ສົມຄວນ, ແຕ່ກໍຍັງມີສິ່ງທ້າທາຍ ທາງດ້ານງົບປະມານເຊິ່ງເຫັນວ່າ ຍັງບໍ່ທັນພຽງພໍກັບຄວາມຕ້ອງ ການປະມານ 10,8 ລ້ານໂດລາສະ ຫະລັດ ຫລື ປະມານ 49% ເຊິ່ງ ຕ້ອງໄດ້ສືບຕໍ່ຄົ້ນຄວ້າລະດົມແຫລ່ງ ທຶນຈາກຄູ່ຮ່ວມພັດທະນາ ແລະ ອົງ ການຈັດຕັ້ງສາກົນ ເພື່ອປະກອບ ສ່ວນເຂົ້າໃນການສຳຫລວດ. ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ແມ່ນ ໜຶ່ງກິດຈະກໍາຂະໜາດໃຫຍ່ ແລະ ມີ ຄວາມສະຫລັບຊັບຊ້ອນທີ່ສຸດຂອງ ປະເທດ ເຊິ່ງເປັນກິດຈະກໍາທີ່ນັບພົນ ລະເມືອງທຸກຄົນ ຜ່ານການດໍາເນີນ ກິດຈະກໍາຕາມລໍາດັບຢ່າງເຄັ່ງຄັດ. ສະນັ້ນ, ຄວາມຊັກຊ້າໃນການຈັດ ຕັ້ງປະຕິບັດກິດຈະກໍາໃດໜຶ່ງ ກໍຈະ ມີຜົນກະທົບຕໍ່ການດໍາເນີນກິດຈະ ກໍາອື່ນຕາມລຳດັບ. ສະນັ້ນ, ທຸກໆ ຂະແໜງການ ແລະ ທຸກໆຄົນຮຽກ ຮ້ອງໃຫ້ມີສ່ວນຮ່ວມ ແລະ ປະກອບ ສ່ວນເຂົ້າໃນຂະບວນການສໍາຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວ ປະເທດ. * ບັນດາ 10 ປະເທດສະມາຊິກ ອາຊຽນມີຮີດຄອງປະເພນີ ແລະ ວິຖີການດໍາລົງຊີວິດຄ້າຍຄືກັນສະ ໜິດແໜ້ນແຕ່ບູຮານນາການ ສະນັ້ນ ບໍ່ວ່າຈະເປັນການຈັດງານບຸນ, ການ ນຸ່ງຖື, ການກິນຢູ່ ແລະ ເທສະການ ສໍາຄັນມັກຈະແດງອອກຄ້າຍກັນ. ອີງຕາມການລາຍງານຂອງ ASEAN Main Portal ໃນຫົວ ຂໍ້: “ມື້ພັກລັດຖະການຂອງປະເທດ ສະມາຊິກອາຊຽນ ປີ 2024” ພົບ ວ່າ: ໃນປີ 2024 ປະເທດອິນໂດ ເນເຊຍ ຄື ປະເທດທີ່ມີມື້ພັກລັດຖະ ການສູງທີ່ສຸດໃນພາກພື້ນ ດ້ວຍ ຈຳນວນ 27 ວັນ, ໃນຂະນະທີ່ ສປປ ລາວ ແມ່ນມີມື້ພັກລັດຖະການພຽງ ແຕ່ 9 ວັນເທົ່ານັ້ນ ເຊິ່ງໜ້ອຍທີ່ສຸດ ໃນອາຊຽນ. ໃນນັ້ນ 10 ອັນດັບມີ ດັ່ງນີ້: 1. ປະເທດອິນໂດເນເຊຍ 27 ວັນ, 2. ປະເທດກຳປູເຈຍ 22 ວັນ, 3. ປະເທດມຽນມາ 19 ວັນ, ປະ ເທດຟິລິບປິນ 18 ວັນ, 5. ປະເທດ ໄທ 18 ວັນ, 6. ປະເທດ ບຣູໄນ 16 ວັນ, 7. ປະເທດມາເລເຊຍ 16 ວັນ, 8. ປະເທດຫວຽດນາມ 15 ວັນ, 9. ປະເທດສິງກະໂປ 11 ວັນ ແລະ 10. ປະເທດລາວ 9 ວັນ. ໂດຍສະ ເພາະປະເທດອິນໂດເນເຊຍໂດຍຂໍ້ ມູນດັ່ງກ່າວ, ສະແດງໃຫ້ເຫັນເຖິງ ຄວາມຫລາກຫລາຍ ຂອງວັດທະ ນະທຳ ແລະ ສາສະໜາຂອງປະເທດ ເຊິ່ງໄດ້ມີບຸນປະເພນີ ແລະ ວັນສຳ ຄັນຕ່າງໆ ໃຫ້ສະເຫລີມສະຫລອງ. ໃນຂະນະດຽວກັນ, ວັນພັກລັດຖະ ການທີ່ໜ້ອຍກວ່າຂອງປະເທດ ລາວເຮົາ ກໍໄດ້ສະແດງໃຫ້ເຫັນເຖິງ ການກຳນົດ,ຈັດສັນວັນພັກໃຫ້ສອດ ຄ່ອງກັບສະພາບສັງຄົມ, ເສດຖະ ກິດ ແລະ ວັດທະນະທຳທີ່ແຕກຕ່າງ ກັນຂອງບັນດາປະເທດສະມາຊິກ ອາຊຽນ. ແຕ່ເຖິງແນວໃດກໍດີ ປະເທດທີ່ມີ ວັນພັກຫລາຍກວ່າຊາດອື່ນໆຊໍ້າ ພັດມີຕົວເລກການຂະຫຍາຍຕົວ ເສດຖະກິດຂ້ອນຂ້າງດີແລະ ມີການ ຈັບຈ່າຍໃຊ້ດີເຮັດໃຫ້ເສດຖະກິດມີ ການຂັບເຄື່ອນໄດ້ໄວໂດຍສະເພາະ ພາກອຸດສາຫະກໍາທ່ອງທ່ຽວ. ສະ ເພາະ ສປປລາວ, ໄທ, ຫວຽດນາມ, ກໍາປູເຈຍ ເຫັນວ່າການພັກໄລຍະປີ ໃໝ່ຈະໃຊ້ເວລາແກ່ຍາວກວ່າວັນ ພັກອື່ນໆ ເຊິ່ງໄລຍະນັ້ນເສດຖະກິດ ທ່ອງທ່ຽວມີການເໜັງຕີງດີທີ່ສຸດ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==