xtgmf]k; 4 3]d c]t gsfdko 31/07/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກ ກອມມູນິດຈີນ ສະໄໝທີ XX ທີ່ຈັດ ຂຶ້ນ ຢູ່ນະຄອນຫລວງປັກກິ່ງ ໄດ້ສິ້ນ ສຸດລົງໃນວັນທີ 18 ກໍລະກົດນີ້ ໂດຍ ໄດ້ຮັບຮອງເອົາ “ບົດຖະແຫລງ ຂ່າວຂອງກອງປະຊຸມ” ໂດຍກ່າວ ເນັ້ນໜັກວ່າ: ຕ້ອງຖືເອົາການປະ ຕິຮູບພົ້ນເດັ່ນກວ່າເກົ່າຢ່າງເປັນ ເຈົ້າການ ແລະ ລົງເລິກການປະຕິ ຮູບຢ່າງຮອບດ້ານຕື່ມອີກໂດປິ່ນ ອ້ອມການຊຸກຍູ້ຄວາມທັນສະໄໝ ແບບຈີນ. ສືບຕໍ່ປັບປຸງ ແລະ ພັດທະ ນາລະບອບສັງຄົມນິຍົມທີ່ມີສີສັນ ພິເສດຂອງຈີນ, ຊຸກຍູ້ຄວາມທັນສະ ໄໝຂອງລະບົບ ແລະ ຄວາມສາ ມາດດ້ານການບໍລິຫານຂອງຊາດ”. ເມື່ອ11ປີກ່ອນ, ກອງປະຊຸມຄົບ ຄະນະ ຄັ້ງທີ 3 ຂອງຄະນະກຳມະ ການສູນກາງພັກກອມມູນິດຈີນສະ ໄໝທີ XVIII ໄດ້ເລີ່ມລົງເລິກການ ປະຕິຮູບຢ່າງຮອບດ້ານ, ສູນກາງ ພັກກອມມູນິດຈີນ ທີ່ຖືເອົາ ສະຫາຍ ສີຈິ້ນຜິງ ເປັນແກນນຳໄດ້ຊຸກຍູ້ການ ປະຕິຮູບຄັ້ງປະຫວັດສາດໃນຫລາຍ ຂົງເຂດດ້ວຍຄວາມກ້າຫານ ແລະ ຄວາມສະຫລາດສ່ອງໃສທາງການ ເມືອງອັນຍິ່ງໃຫຍ່ເຊິ່ງໄດ້ເປີດສະ ພາບການໃໝ່ແຫ່ງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຂອງຈີນ. 11 ປີຜ່ານໄປແລ້ວ, ກອງປະຊຸມຄົບ ຄະນະຄັ້ງທີ 3 ຂອງຄະນະກຳມະ ການສູນກາງພັກກອມມູນິດຈີນສະ ໄໝທີ XX ກໍໄດ້ສ້າງຂະບວນການ ອອກເດີນທາງຄັ້ງໃໝ່ ສຳລັບການ ໂດຍ: ດວງພະຈັນ ສູນອາຊີອາຟຣີກາວິທະຍຸໂທລະພາບສູນກາງຈີນ ລົງເລິກການປະຕິຮູບຢ່າງຮອບ ດ້ານຂອງຈີນ. ເດືອນທັນວາປີ 2012, ທ່ານ ສີຈິ້ນຜິງ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ທ້ອງຖິ່ນເປັນຄັ້ງ ທຳອິດພາຍຫລັງກອງປະຊຸມໃຫຍ່ ຄັ້ງທີ XVIII ຂອງພັກກອມມູນິດ ຈີນ, ທ່ານ ສີຈິ້ນຜິງ ໄດ້ລົງໄປເຮັດ ວຽກຢູ່ແຂວງກວາງຕຸ້ງ, ໄດ້ປຸກລະ ດົມໃຫ້ “ຊຸກຍູ້ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກໃຫ້ສືບຕໍ່ກ້າວ ເດີນໄປໜ້າ.” ທ່ານ ສີຈິ້ນຜິງ ຊີ້ ອອກວ່າ: “ການປະຕິຮູບ ແລະ ເປີດ ປະຕູສູ່ພາຍນອກເປັນຍຸດທະສາດ ສຳຄັນທີ່ຕັດສິນຊາຕາກຳຂອງຈີນ ໃນຍຸກປັດຈຸບັນ ແລະ ກໍແມ່ນຍຸດທະ ສາດສຳຄັນທີ່ຕັດສິນຊີ້ຂາດການບັນ ລຸເປົ້າໝາຍສູ້ຊົນ “ 2 ເຫດການປະ ຫວັດສາດສຳຄັນຄົບຮອບຮ້ອຍປີ” ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງ ອັນຍິ່ງໃຫຍ່ຂອງຊົນຊາດຈີນ.” ເດືອນພະຈິກປີ 2013, ກອງປະ ຊຸມຄົບຄະນະຄັ້ງທີ 3 ຂອງສູນກາງ ພັກກອມມູນິດຈີນ ສະໄໝທີ XVIII ໄດ້ຈັດຂຶ້ນຢ່າງສຳເລັດຜົນຢູ່ນະ ຄອນຫລວງປັກກິ່ງ ໂດຍໄດ້ພິຈາ ລະນາ ແລະ ຮັບຮອງເອົາ“ຂໍ້ຕົກ ລົງຂອງສູນກາງພັກກອມມູນິດຈີນ ກ່ຽວກັບບາງບັນຫາສຳຄັນໃນການ ລົງເລິກການປະຕິຮູບຢ່າງຮອບ ດ້ານ” ໂດຍແບ່ງເປັນ 16 ພາກ ສ່ວນ, ມີໜ້າທີ່ລະອຽດ 60 ຂໍ້ ແລະ ມາດຕະການສຳຄັນ 336 ຂໍ້ເຊິ່ງ ໄດ້ວາງແຜນຜັງອັນໃຫຍ່ໂຕມະ ໂຫລານແຫ່ງການລົງເລິກການປະ ຕິຮູບຢ່າງຮອບດ້ານ ແລະ ຖືກເອີ້ນ ວ່າເປັນການຈັດວາງການປະຕິຮູບ ຢ່າງເປັນລະບົບທີ່ຮອບດ້ານທີ່ສຸດ ນັບແຕ່ການສ້າງຕັ້ງສາທາລະນະ ລັດປະຊາຊົນຈີນເປັນຕົ້ນມາ. ເດືອນທັນວາປີ 2013, ກົມ ການເມືອງສູນກາງພັກກອມມູນິດ ຈີນສະໄໝທີ XVIII ໄດ້ຈັດກອງ ປະຊຸມໂດຍໄດ້ຕົກລົງສ້າງຕັ້ງໜ່ວຍ ນຳພາການລົງເລິກການປະຕິຮູບ ຢ່າງຮອບດ້ານຂັ້ນສູນກາງ ແລະ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກເປັນ ຫົວໜ້າໜ່ວຍນຳພາດັ່ງກ່າວ. ການ ສ້າງຕັ້ງອົງການນຳພາທີ່ຮັບຜິດ ຊອບວຽງການການປະຕິຮູບເປັນ ການສະເພາະຂັ້ນສູນກາງພັກ, ນີ້ ເປັນຄັ້ງທຳອິດໃນປະຫວັດສາດ ຂອງພັກກອມມູນິດຈີນ. ພາຍຫລັງ ກອງປະຊຸມຄົບຄະນະຄັ້ງທີ 3 ຂອງ ສູນກາງພັກກອມມູນິດຈີນສະໄໝ ທີ XIX ສິ້ນສຸດລົງແລ້ວ, ໜ່ວຍນຳພາ ການລົງເລິກການປະຕິຮູບຢ່າງ ຮອບດ້ານຂັ້ນສູນກາງໄດ້ປ່ຽນເປັນ ຄະນະກຳມະການສູນກາງ ເພື່ອລົງ ເລິກການປະຕິຮູບຢ່າງຮອບດ້ານ ເຊິ່ງໄດ້ສົ່ງສັນຍານອັນແຂງແຮງ ກວ່າເກົ່າຕໍ່ທົ່ວພັກແລະທົ່ວສັງຄົມທີ່ ຈະຊຸກຍູ້ການລົງເລິກການປະຕິຮູບ ຢ່າງຮອບດ້ານທີ່ແຂງແຮງກວ່າ ເກົ່າ ແລະ ມີມາດຕະການຕິດແທດ ຕົວຈິງກວ່າເກົ່າ. 10 ກວ່າປີຜ່ານມາ, ນະໂຍບາຍ ການປະຕິຮູບ 2.000 ກວ່າຂໍ້ໄດ້ຮັບ ການຈັດຕັ້ງປະຕິບັດເຊິ່ງໄດ້ກວມ ເອົາຂົງເຂດເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ, ການສ້າງ ຄວາມສີວິໄລດ້ານລະບົບນິເວດ ແລະ ອື່ນໆ ແລະ ໄດ້ຮັບຜົນງານທີ່ ໂດດເດັ່ນເຊັ່ນ: ຈັງຫວະການເຕີບໂຕ ຂອງ GDP ຂອງຈີນ ໄດ້ຢູ່ແຖວໜ້າ ຂອງບັນດາກຸ່ມເສດຖະກິດຕົ້ນຕໍ ຂອງໂລກ, ການສ້າງສາລະບົບອຸດ ສາຫະກຳທັນສະໄໝໄດ້ມີຄວາມ ກ້າວໜ້າທີ່ສຳຄັນ, ປະດິດສ້າງໃໝ່ ດ້ານວິທະຍາສາດເຕັກໂນໂລຊີໄດ້ ມີການບຸກທະລຸເລື້ອຍໆ, ລາຍຮັບ ທີ່ສາມາດຈັບຈ່າຍໄດ້ສະເລ່ຍຕໍ່ຫົວ ຄົນຂອງປະຊາຊົນໄດ້ເພີ່ມຂຶ້ນ ເລື້ອຍໆ, ການສ້າງຄວາມສີວິໄລ ທາງລະບົບນິເວດໄດ້ປະສົບຜົນສຳ ເລັດອັນພົ້ນເດັ່ນ ແລະ ອື່ນໆ. ການ ຫັນປ່ຽນດ້ານການປະຕິຮູບຈາກ ການທົດລອງຢູ່ບາງພາກສ່ວນໄດ້ ກ້າວໄປສູ່ການໂຮມເຂົ້າເປັນລະບົບ ແລະ ລົງສູ່ລວງເລິກຢ່າງຮອບດ້ານ, ໂຄງຮ່າງລະບຽບການຂັ້ນພື້ນຖານ ໃນຂົງເຂດຕ່າງໆໄດ້ສ້າງຂຶ້ນໂດຍ ພື້ນຖານ, ຫລາຍຂົງເຂດໄດ້ບັນລຸ ການປ່ຽນແປງຄັ້ງປະຫວັດສາດ ການສ້າງລະບົບຄືນໃໝ່ ແລະ ການ ສ້າງຄວາມເປັນອັນດຽວກັນຄືນ ໃໝ່. ເປົ້າໝາຍການປະຕິຮູບທີ່ສະ ເໜີໃນກອງປະຊຸມຄົບຄະນະຄັ້ງທີ 3 ຂອງສູນກາງພັກກອມມູນິດຈີນສະ ໄໝທີ XVII Iໄດ້ປະຕິບັດຢ່າງສຳ ເລັດຕາມເວລາກຳນົດ. ວັນທີ 21 ເມສາປີ 2023, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະ ກຳມະການສູນກາງພັກກອມມູນິດ ຈີນໄດ້ເປັນປະທານຈັດກອງປະຊຸມ ຄັ້ງທີ 1 ຂອງຄະນະກຳມະການສູນ ກາງເພື່ອລົງເລິກການປະຕິຮູບ ຢ່າງຮອບດ້ານສະໄໝທີ XX. ກອງ ປະຊຸມໄດ້ຫວນຄືນຂະບວນການປະ ຫວັດສາດແຫ່ງການລົງເລິກການ ປະຕິຮູບຢ່າງຮອບດ້ານນັບແຕ່ກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງ ທີ XVIII ຂອງພັກເປັນຕົ້ນມາໂດຍ ຊີ້ອອກຢ່າງເລິກເຊິ່ງວ່າ: “ເມື່ອສັງ ເກດທົ່ວໂລກແລ້ວກໍເຫັນໄດ້ວ່າບໍ່ມີ ປະເທດໃດ ຫລື ພັກການເມືອງໃດ ມີຄວາມກ້າຫານທາງການເມືອງ ແລະ ມີຄວາມຮັບຜິດຊອບທາງ ປະຫວັດສາດແບບນີ້, ກ້າປະຕິວັດ ຕົວເອງຢ່າງກ້າຫານ, ກໍບໍ່ມີປະເທດ ຫລື ພັກການເມືອງໃດສາມາດຊຸກ ຍູ້ການປະຕິຮູບໃນຂອບເຂດທີ່ ກວ້າງຂວາງປານນີ້, ມີຂະໜາດ ໃຫຍ່ປານນີ້ ແລະ ມີຄວາມເຂັ້ມແຂງ ປານນີ້ພາຍໃນໄລຍະສັ້ນປານນີ້. ນີ້ ແມ່ນລັກສະນະພິເສດອັນຈະແຈ້ງ ແລະ ຄວາມດີເລີດອັນພົ້ນເດັ່ນຂອງ ລະບອບສັງຄົມນິຍົມທີ່ມີສີສັນພິ ເສດຂອງຈີນ.”ທິດທາງເປັນຕົວຕັດ ສິນເສັ້ນທາງ, ເສັ້ນທາງເປັນຕົວຕັດ ສິນຊາຕາກຳ. ການລົງເລິກການປະ ຕິຮູບຢ່າງຮອບດ້ານເປັນການປະ ຕິຮູບທີ່ກ້າວເດີນໄປຕາມເສັ້ນທາງ ສັງຄົມນິຍົມທີ່ມີສີສັນພິເສດຂອງ ຈີນຢ່າງບໍ່ຢຸດຢັ້ງ. ຈີນຈະບໍ່ເດີນຕາມ ເສັ້ນທາງເກົ່າແບບປິດປະຕູ ແລະ ແຂງກະດ້າງ, ກໍຈະບໍ່ເດີນຕາມເສັ້ນ ທາງຜິດພາດທີ່ປ່ຽນແປງທາດແທ້ ຂອງຕົນ. ກອງປະຊຸມຄົບຄະນະຄັ້ງ ທີ 3 ຂອງສູນກາງພັກກອມມູນິດ ຈີນສະໄໝທີ XX ຕົກລົງວ່າ: ເມື່ອ ຮອດປີ 2029 ເຊິ່ງເປັນໂອກາດສະ ຖາປະນາ ສາທາລະນະລັດປະຊາ ຊົນຈີນ ຄົບຮອບ 80 ປີ, ຈະສຳເລັດ ໜ້າທີ່ການປະຕິຮູບທີ່ສະເໜີອອກ ໃນຂໍ້ຕົກລົງສະບັບນີ້.ເມື່ອຮອດປີ 2035 ຈະສ້າງໂຄງປະກອບເສດຖະ ກິດຕະຫລາດສັງຄົມນິຍົມໃນລະດັບ ສູງໃຫ້ສຳເລັດຜົນຢ່າງຮອບດ້ານ, ລະບອບສັງຄົມນິຍົມທີ່ມີສີສັນພິ ເສດຂອງຈີນຈະສົມບູນກວ່າເກົ່າ, ບັນລຸການຫັນເປັນທັນສະໄໝຂອງ ລະບົບ ແລະ ຄວາມສາມາດດ້ານ ການບໍລິຫານຂອງຊາດໂດຍພື້ນ ຖານ, ບັນລຸການຫັນເປັນທັນສະໄໝ ສັງຄົມນິຍົມໂດຍພື້ນຖານ. ເປົ້າໝາຍລວມແຫ່ງການລົງ ເລິກການປະຕິຮູບຢ່າງຮອບດ້ານ ຕື່ມອີກແມ່ນສືບຕໍ່ປັບປຸງ ແລະ ພັດ ທະນາລະບອບສັງຄົມນິຍົມທີ່ມີສີ ສັນພິເສດຂອງຈີນ, ປົດປ່ອຍແລະພັດ ທະນກຳລັງການຜະລິດທາງສັງຄົມ ຕື່ມອີກ, ກະຕຸກຊຸກຍູ້ ແລະ ເພີ່ມທະ ວີຄວາມມີຊີວິດຊີວາທາງສັງຄົມ, ຖືເອົາການປະຕິຮູບໂຄງປະກອບ ເສດຖະກິດເປັນການນຳພາ,ຖືເອົາ ການຊຸກຍູ້ຍຸຕິທຳ ແລະ ຄວາມເປັນ ທຳທາງສັງຄົມພ້ອມທັງການສ້າງ ຄວາມສຸກໃຫ້ແກ່ປະຊາຊົນເປັນຈຸດ ເລີ່ມຕົ້ນ ແລະ ເປົ້າໝາຍ ເພື່ອສະ ໜອງກຳລັງຂັບເຄື່ອນອັນແຂງແຮງ ແລະ ການຄ້ຳປະກັນດ້ານລະບຽບ ການໃຫ້ແກ່ຄວາມທັນສະໄໝແບບ ຈີນ. dv'xt-5 ,7q [7tot7A 'mu 3 0v'7totde,tdkol6 odk'ra ddv,,6 oy f9u o ltw\mu XX wfh lh k'g'vow0.\j le]a [dkoxt8y I6 [1j k'Iv[fh ko n j *ພາຍຫລັງສັ່ງຊື້ເຮືອບິນ A330 neo ຈຳນວນ 20 ລຳທີ່ງານວາງສະ ແດງການບິນສາກົນ 2024 (Farnborough International Airshow 2024)ແລ້ວສາຍການບິນຫວຽດເຈັດ (VietJet) ໄດ້ລົງນາມໃນຂໍ້ຕົກລົງ ສຳຄັນກັບ Rolls-Royce ແລະ Lufthansa Technik ຊຶ່ງຜູ້ນຳລະດັບໂລກ ໃນດ້ານການບິນ ແລະ ວິສະວະກຳ. ຈຸດ ໝາຍສຳຄັນນີ້ໄດ້ສ້າງຄວາມມຸ່ງໝັ້ນ ຂອງສາຍການບິນໃຫ້ມີຍືນຍົງລວມ ເຖິງຄວາມເປັນເລີດໃນການປະຕິບັດ ງານຜ່ານການພົວພັນຄູ່ຮ່ວມມືທາງ ຍຸດທະສາດ ແລະ ແຜນການຂະຫຍາຍ ສາຍການບິນ. ໃນນີ້ VietJet ໄດ້ລົງນາມຂໍ້ຕົກ ລົງສຳຄັນກັບ Rolls-Royce ບໍລິສັດ ອຸດສາຫະກຳການບິນອະວະກາດຂອງ ອັງກິດ ເພື່ອສັ່ງຊື້ເຄື່ອງຈັກ Trent 7.000 ຈໍານວນ 40 ເຄື່ອງ ພ້ອມກັບ ການບໍລິການບຳລຸງຮັກສາເຄື່ອງຈັກ Total Care ສຳລັບເຮືອບິນ A33 0neo ຈໍານວນ 20 ລໍາ ທີ່ສັ່ງຊື້ມາໃໝ່ ນີ້. ເຄື່ອງຈັກ Trent 7.000 ຂອງ Rolls-Royce ເປັນເຄື່ອງຈັກທີ່ທັນ ສະໄໝທີ່ມາພ້ອມກັບຄຸນສົມບັດໃນ ການປົກປັກຮັກສາສິ່ງແວດລ້ອມ ແລະ ສະໜັບສະໜູນຄວາມຍືນຍົງດ້ວຍການ ຈະຊ່ວຍຫລຸດການໃຊ້ນ້ຳມັນເຊື້ອໄຟ 14% ຕໍ່ 1 ທີ່ນັ່ງ. ການຫລຸດຜ່ອນການ ປ່ອຍອາຍມົນລະພິດນີ້ຈະຊ່ວຍໃຫ້ສາຍ ການບິນສາມາດຫລີກລ່ຽງການປ່ອຍ ອາຍກາກບອນ (CO2) ໄດ້ຫລາຍ ກວ່າໜຶ່ງແສນໂຕນຕະຫລອດອາຍຸການ ໃຊ້ງານຂອງເຮືອບິນແຕ່ລະລຳ. ພາຍ ໃຕ້ການບໍລິການTotal Careໄດ້ຜ່ານ ຂັ້ນຕອນການກວດສະພາບເຄື່ອງຈັກ ຈາກລະບົບຕິດຕາມທີ່ທັນສະໄໝຂອງ Rolls-Royce. VietJet ມຸ່ງເນັ້ນທີ່ ຈະເພີ່ມປະສິດທິພາບໃນການປະຕິບັດ ງານ,ຄວາມໜ້າເຊື່ອຖືແລະຄວາມພ້ອມ ໃ ນການໃຊ້ງານຂອງເຄື່ອງຈັກ Trent 7.000 ໃນເຮຶອບິນ A330neo. ທ່ານDinh Viet Phuong ຫົວໜ້າ ຝ່າຍບໍລິຫານ VietJet ໄດ້ກ່າວວ່າ: “ການລວມກັນຂອງ ເຄື່ອງຈັກ Trent 7.000 ທີ່ທັນສະໄໝໃສ່ເຮືອບິນ Airbus A330neo ລຸ້ນໃໝ່ຫລ້າສຸດ s;Pfg9a f 0tspkpdkoIj ;,,n da [ 76j Ij ;,.o'ko;k'ltcf'dko[y olkdq o 2024 ພ້ອມກັບການສະໜັບສະໜູນຈາກການ ບໍລິການລະດັບພຣິມຽມ Total Care ຈະຊ່ວຍໃຫ້ VietJet Air ກ້າວເຂົ້າສູ່ ລະດັບເຕັກໂນໂລຊີໃໝ່ໆຍົກລະດັບຄຸນ ນະພາບຂອງສາຍການບິນຢ່າງຫລວງ ຫລາຍ, ເພີ່ມຄວາມໜ້າເຊື່ອຖື ແລະ ມີປະສິດທິພາບຂອງການດໍາເນີນງານ. ໂດຍສະເພາະຢ່າງຍິ່ງແມ່ນການເພີ່ມ ເຄື່ອງຈັກ Rolls-Royce ລຸ້ນໃໝ່ ຫລ້າສຸດທີ່ມີປະສິດທິພາບສູງໃຫ້ສອດ ຄ່ອງກັບຍຸດທະສາດການພັດທະນາ ແບບຍືນຍົງຂອງ VietJet ດ້ວຍເປົ້າ ໝາຍ ESG ເພື່ອບັນລຸການປ່ອຍອາຍ ພິດໃຫ້ເປັນສູນພາຍໃນປີ 2050.” VietJet ຍັງໄດ້ເພີ່ມທະວີການ ຮ່ວມມືກັບເພື່ອນງານລະດັບໂລກໃນ ງານ Farnborough International Airshow 2024 ໂດຍການບັນລຸຂໍໍ້ຕົກ ລົງ Total Component Support (TCS) ແຕ່ຜູ້ດຽວກັບບໍລິສັດ Lufthansa Technik ຊຶ່ງເປັນຜູ້ໃຫ້ບໍ ລິການ MRO ອັນດັບຕົ້ນ ຂອງໂລກຂໍ້ ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ ເດືອນຕຸລາປີ 2024 ເປັນຕົ້ນໄປ ໂດຍ ການກຳນົດມາດຕະການໃໝ່ໃນການ ຮ່ວມມືໄລຍະຍາວລະຫວ່າງສອງບໍລິ ສັດ. ພາຍໃຕ້ຂໍ້ຕົກລົງTCSບໍລິສັດ Lufthansa Technik ຈະຈັດຫາບໍລິ ການອາໄຫລ່ສ່ວນປະກອບສໍາລັບເຮືອ ບິນຂອງ VietJet ເພື່ອຮັບປະກັນ ການປະຕິບັດງານຂອງສາຍການບິນທີ່ ດີເລີດ ແລະ ມາດຕະຖານການບຳລຸງ ຮັກສາສູງສຸດ. ຂໍ້ຕົກລົງນີ້ສະແດງເຖິງ ສັນຍາ TCS ທີ່ໃຫຍ່ທີ່ສຸດຂອງ ບໍລິສັດ Lufthansa Technik ທີ່ໄດ້ຮັບປະກັນ ໃນພາກພື້ນອາຊີຕາເວັນອອກສຽງໃຕ້. ໃນຂະນະທີ່ Rolls-Royce ເປັນບໍລິ ສັດການບິນອະວະກາດ ທີ່ມີຊື່ສຽງຂອງ ອັງກິດເຊີ່ງມີປະຫວັດອັນຍາວນານ ຕັ້ງແຕ່ປີ 1904 ເຊັ່ນດຽວກັນກັບບໍລິ ສັດ Lufthansa Technikເປັນຜູ້ນໍາ ລະດັບໂລກໃນການບໍລິການດ້ານເຕັກ ນິກເຮືອບິນ ທີ່ໄດ້ຮັບຄວາມໄວ້ວາງໃຈ ຈາກສາຍການບິນຕ່າງໆທີ່ກຳລັງຊອກ ຫາ MRO ຊັ້ນນໍາ. VietJet ສືບຕໍ່ລົງທຶນໃນການຈັດ ການແລະການບໍລິການດ້ານເຕັກໂນໂລ ຊີການບິນຂັ້ນສູງຮ່ວມມືກັບ RollsRoyce ກຸ່ມບໍລິສັດLufthansa Technik ແລະ ບັນດາຄູ່ຮ່ວມມືດ້ານ ການບິນຊັ້ນນໍາຂອງໂລກເພື່ອຍົກລະ ດັບມາດຕະຖານຄວາມປອດໄພ ແລະ ຄຸນນະພາບສູງສຸດສາຍການບິນໄດ້ມຸ່ງ ໝັ້ນຂະຫຍາຍເຮືອບິນຢ່າງສະໝ່ຳສະ ເໝີດ້ວຍເຮືອບິນທີ່ມີປະສິດທິພາບປະ ຢັດນ້ຳມັນເຊື້ອໄຟທີ່ມີອັດຕາຄວາມໜ້າ ເຊື່ອຖືດ້ານເຕັກນິກ 99,6% ສົ່ງຜົນໃຫ້ VietJetເປັນສາຍການບິນແນວໜ້າໃນ ພາກພື້ນ ແລະ ທົ່ວໂລກ VietJet ໄດ້ ຮັບລາງວັນຄວາມປອດໄພລະດັບ 7/7 ດາວຈາກAirline Ratings ແລະ ໄດ້ ຮັບການຍົກຍ້ອງໃຫ້ເປັນໜຶ່ງໃນສາຍ ການບິນລາຄາປະຢັດທີ່ປອດໄພທີ່ສຸດ ໃນໂລກນັບແຕ່ປີ 2018 ເປັນຕົ້ນມາ. ສິ່ງດັ່ງກ່າວສ້າງຄວາມໝັ້ນໃຈ ແລະ ຄວາມເຊື່ອໝັ້ນໃຫ້ແກ່ນັກທ່ອງ ທ່ຽວລາວ ທີ່ມີແຜນທີ່ຈະເດີນທາງໄປ ຈຸດໝາຍປາຍທາງທີ່ສຳຄັນອື່ນໆເຊັ່ນ: ອາຊີຕາເວັນອອກສຽງໃຕ້ ແລະ ຕາ ເວັນອອກສຽງເໜືອ, ອົດສະຕຣາລີ, ອິນເດຍແລະ ອື່ນໆໂດຍຜ່ານເສັ້ນທາງ ໃໝ່ຂອງຖ້ຽວບິນ VietJet ໃນຕົ້ນປີນີ້ ທີ່ເຊື່ອມຕໍ່ລະຫວ່າງນະຄອນຫລວງ ວຽງຈັນຫານະຄອນໂຮ່ຈີ່ມິງ ດ້ວຍຖ້ຽວ ບິນໄປກັບ 4 ຖ້ຽວຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ໂດຍ ໃຊ້ເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີເທົ່ານັ້ນ. ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ:ໃນວັນທີ 29 ກໍ ລະກົດ 2024 ຄະນະກຳມະການຄຸ້ມ ຄອງໄພພິບັດຂັ້ນເມືອງຍົມມະລາດ ແຂວງຄໍາມ່ວນ ໂດຍມີທ່ານ ໜູທອງ ໄຊຍະລາດ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ, ທ່ານ ນ້ຳໃຈ ອຸດສາ ຮອງເຈົ້າ ເມືອງໆຍົມມະລາດ ພ້ອມດ້ວຍຄະ ນະໄດ້ລົງຕິດຕາມສະພາບຜົນກະ ທົບ ຈາກລົມພາຍຸໝູນເຂດຮ້ອນທີ່ ກຸ່ມບ້ານນາບໍ່ຊຽງດາວ ແລະ ກຸ່ມ ບ້ານໄຮ່. ເມືອງຍົມມະລາດ ໄດ້ຮັບຜົນກະ ທົບຈາກພະຍຸໝູນເຂດຮ້ອນ ຈາກ ຝົນຕົກໜັກຕິດຕໍ່ກັນຫລາຍວັນ ເຊິ່ງ ໄດ້ເຮັດໃຫ້ຫລາຍຈຸດຂອງ ເມືອງຖືກ ຫລາຍບ້ານເມືອງຍົມມະລາດ... *** ຕໍ່ຈາກໜ້າ 1 *** ນໍ້າຖ້ວມຂັງ ແລະ ໄຫລເຂົ້າຖ້ວມ ເນື້ອທີ່ທຳການຜະລິດຂອງປະຊາ ຊົນໃນແຕ່ລະເຂດເປັນຕົ້ນ ກຸ່ມບ້ານ ນາບໍ່ຊຽງດາວ ແລະ ກຸ່ມບ້ານໄຮ່, ຊຶ່ງນໍ້າໄດ້ໄຫລເຂົ້າຖ້ວມເນື້ອທີ່ນາ ປີ ແລະ ເສັ້ນທາງຄົມມະນາຄົມລະ ຫວ່າງບ້ານຕໍ່ບ້ານໄດ້ຮັບຜົນກະທົບ ໂດຍສະເພາະທາງເຂົ້າບ້ານທົ່ງກອງ ໄດ້ຖືກຕັດຂາດບໍ່ສາມາດສັນຈອນ ໄປມາໄດ້. ປັດຈຸບັນລະດັບນໍ້າເຊບັ້ງໄຟ ແມ່ນຍັງມີທ່າອ່ຽງເພີ່ມຂຶ້ນໃກ້ຮອດ ເຂດເຕືອນໄພແລ້ວ.ຜ່ານການລົງ ຕິດຕາມກວດກາ ແລະ ໄດ້ປະເມີນ ເບື້ອງຕົ້ນ ເຫັນວ່າທົ່ວເມືອງຍົມມະ ລາດ ຖືກນໍ້າຖ້ວມນາປີຫລາຍພໍສົມ ຄວນ (ສ່ວນລາຍລະອຽດທາງ ຂະແໜງການທີ່ກ່ຽວຂ້ອງຍັງເກັບ ກຳຂໍ້ມູນ) ຈະລາຍງານໃຫ້ຮູ້ຕາມ ພາຍຫລັງ.
RkJQdWJsaXNoZXIy MTc3MTYxMQ==