xtgmf]k; 3 31/07/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ແຫລ່ງຂໍ້ມູນຈາກ:ແຂວງເຊກອງ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຈັນ, ພຸດ ໂດຍ:ເຂົ້າຈານນໍ້າ ຂໍ້ມນຈາກ: ຖວທ ເມືອງກາສີ 37'dkor6 ,u ma f c]t -u ;y fdkogxa o16j .o lxx ]k; ,v[g'y ora fmtok[h ko 4 [h ko g,n v'dklu 6 gfn vo8Q oxu 2024 glf4tdy fc0;'g-dv' ln [8+ 0tspkp8q ;[a o]5 6% * ທ່ານ ເຫລັກໄຫລ ສີວິໄລ ກຳ ມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງເຊກອງ ໄດ້ລາຍງານໃຫ້ ຮູ້ວ່າ: ສຳລັບການພັດທະນາເສດ ຖະກິດຂອງແຂວງ, ເຖິງແມ່ນວ່າ ຈະປະເຊີນກັບຄວາມຫຍຸ້ງຍາກ ອັນໜັກໜ່ວງດ້ານການເງິນ-ເງິນ ຕາ ແລະ ລາຄານ້ຳມັນ, ລາຄາສິນ ຄ້າແພງ,ຄະນະພັກແຂວງພວກເຮົາ ກໍສາມາດຢັບຢັ້ງການເກີດວິກິດ ການຮ້າຍແຮງດ້ານເສດຖະກິດ, ທັງ ສາມາດຮັກສາການເຕີບໂຕດ້ານ ເສດຖະກິດໂດຍສະເລ່ຍຄື:ປີ2023 ບັນລຸ 5,5%, ສະເລ່ຍ 3 ປີ ບັນລຸໄດ້ 4,2%,ລາຍຮັບສະເລ່ຍຕໍ່ຫົວຄົນ ບັນລຸ 917 ໂດລາ ໃນ 6 ເດືອນຕົ້ນປີ 2024 ບັນລຸ 6%. ການສ້າງຖານການຜະລິດ ເພື່ອ ທົດແທນການນໍາເຂົ້າ ແມ່ນໄດ້ເກີດ ມີໜໍ່ແໜ່ງ ຄື: ແຂວງສາມາດກຸ້ມຕົນ ເອງ ດ້ານໄຂ່, ຊີ້ນໝູ, ງົວ-ຄວາຍ ແລະ ພືດຜັກຈຳນວນໜຶ່ງ.ການເກັບ ລາຍຮັບເຂົ້າງົບປະມານ ບັນລຸໄດ້ 234,30 ຕື້ກີບ, ການນໍາເຂົ້າສິນ * ໂຄງການພູມີທັດ ແລະ ຊີວິດ ການເປັນຢູ່ໃນສປປລາວແມ່ນໂຄງ ການໜຶ່ງໃນການສົ່ງເສີມການຄຸ້ມ ຄອງປ່າໄມ້ແບບຍືນຍົງ, ປັບປຸງ ການຄຸ້ມຄອງປ່າສະຫງວນ ແລະ ຊຸກຍູ້ສົ່ງເສີມໂອກາດປັບປຸງຊີວິດ ຂອງປະຊາຊົນໃນບັນດາພູມີທັດປ່າ ໄມ້ ທີ່ໄດ້ຖືກຄັດເລືອກເຂົ້າຮ່ວມ ໂຄງການໃນ ສປປ ລາວ. ຢ່າງໃດ ກໍ່ດີບ້ານສີສັງວອນ, ບ້ານນາມອນ, ບ້ານໂພນທ່ຽງ ແລະ ບ້ານນາລັນ ເມືອງກາສີ ແຂວງວຽງຈັນ ກໍ່ແມ່ນ ບັນດາບ້ານເປົ້າໝາຍທີ່ນອນໃນ 5 ເຂດພູມີທັດ ຂອງໂຄງການທີ່ໃຫ້ ຄ້າປະຕິບັດໄດ້ທັງໝົດ 1,14 ລ້ານ ໂດລາ, ການສົ່ງອອກສິນຄ້າບັນລຸ ໄດ້ 86,53 ລ້ານໂດລາ, ເຮັດໃຫ້ ເກີນດຸ່ນການຄ້າ ປະມານ 85,39 ລ້ານໂດລາ, ການສົ່ງອອກສ່ວນ ຫລາຍແມ່ນກະແສໄຟຟ້າ, ຖ່ານຫີນ ແລະ ຜົນຜະລິດກະສິກໍາ ເຊັ່ນ: ມັນ ຕົ້ນແຫ້ງ, ແປ້ງມັນຕົ້ນ, ກາເຟ, ພືດ ຜັກ ແລະ ສັດໃຫຍ່ຈໍານວນໜຶ່ງ.ສະ ພາບການລົງທຶນລວມ: ໃນ6 ເດືອນ ຕົ້ນປີ 2024 ໄດ້ທັງໝົດ 320,26 ຕື້ກີບ, ໃນນັ້ນ ການລົງທຶນຈາກງົບ ປະມານລັດ ໂດຍກົງ 63,30 ຕື້ກີບ, ທຶນຊ່ວຍເຫລືອ ແລະ ກູ້ຢືມ 117,48 ຕື້ກີບ ຫລື 5 ລ້ານໂດລາ, ການລົງ ທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ (ລົງທຶນໃໝ່) 6,34 ລ້ານໂດລາ ຫລື ເທົ່າກັບ 139,48 ຕື້ກີບ, ອັນພົ້ນເດັ່ນໂຄງ ການລົງທຶນຂອງພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ 2 ໂຄງ ການໃຫຍ່ ເປັນຕົ້ນ: ໂຄງການພັດທະ ນາໄຟຟ້າພະລັງງານລົມ (ມູນຊູນ ວິນ) 600 MW ໄດ້ປະຕິບັດໂຄງ ການສໍາເລັດ ໂດຍລວມ 70%, ປະກອບສ່ວນສ້າງວຽກເຮັດງານ ທຳໃຫ້ຄົນລາວກໍຄືຄົນທ້ອງຖິ່ນໄດ້ 2.000 ກວ່າຄົນ. ໂຄງການຂຸດຄົ້ນ ປຸງແຕ່ງແຮ່ຖ່ານຫີນເພື່ອສົ່ງອອກ ແລະ ສ້າງຕັ້ງໂຮງງານໄຟຟ້າຄວາມ ຮ້ອນຖ່ານຫີນຂອງບໍລິສັດພະລັງ ງານໄຟຟ້າເຊກອງຈຳກັດ (ກຸ່ມບໍລິ ສັດພອນສັກ) ນອກຈາກການຂຸດ ຄົ້ນປຸງແຕ່ງຖ່ານຫີນສົ່ງອອກສ້າງ ລາຍຮັບໃຫ້ລັດແລ້ວ ຍັງໄດ້ປະ ກອບສ່ວນສ້າງວຽກເຮັດງານທຳ ໃຫ້ປະຊາຊົນໄດ້ເຖິງ 3.000 ກວ່າ ຄົນສັງລວມແລ້ວ, ທັງສອງບໍລິສັດ ໄດ້ປະກອບສ່ວນສໍາຄັນ ເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ທັງເປັນກຳລັງດັນຊຸກ ຍູ້ເສດຖະກິດ ຂອງແຂວງຂະຫຍາຍ ບົດສະເໜີ ໂດຍ: ກິດຕາ 8ts]vfw]pt 69 xu gvN vpoh v'c,j py ' wfh Ia [ dkora fmtok1j k'8+ gon j v' * ຕະຫລອດ 69 ປີແຫ່ງການ ເຕີບໃຫຍ່ຂະຫຍາຍຕົວ ຂອງແມ່ຍິງ ລາວ ພາຍໃຕ້ການນຳພາຂອງພັກ, ລັດຖະບານກໍຄືອົງ ການຈັດຕັ້ ງສະ ຫະພັນແມ່ຍິງລາວ, ເອື້ອຍນ້ອງແມ່ ຍິງໃນຂອບເຂດ ທົ່ວປະເທດ ໄດ້ຮັບ ການພັດທະນາຕໍ່ເນື່ອງ ແລະ ເຂັ້ມ ແຂງຮອບດ້ານ. ໃນໄລຍະຕໍ່ສູ້ປົດ ປ່ອຍຊາດຕ້ານຈັກກະພັດຜູ້ຮຸກ ຮານ ມາເຖິງໃນໄລຍະສ້າງສາພັດ ທະນາປະເທດຊາດ ໃນປັດຈຸບັນ, ແມ່ຍິງລາວບັນດາເຜົ່າໃນ ທົ່ວປະ ເທດ ຍາມໃດກໍຄຽງບ່າຄຽງໄຫລ່ ຮ່ວມກັບອ້າຍນ້ອງຊາຍ ໃນການປະ ຕິບັດວຽກງານທີ່ຕົນເອງຮັບຜິດ ຊອບດ້ວຍນໍ້າໃຈຮັກຊາດອັນສູງສົ່ງ ເຊິ່ງເຫັນໄດ້ມີຜົນງານອັນໂດດເດັ່ນ ແລະ ໃຫຍ່ຫລວງ, ຫລາຍທ່ານກາຍ ເປັນນັກຮົບແຂ່ງຂັນ ແລະ ວິລະຊົນ ແຫ່ງຊາດ. ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງແຂວງຈຳປາສັກ ໄດ້ໃຫ້ ສຳພາດເມື່ອບໍ່ດົນມານີ້ວ່າ: ພາຍໃຕ້ ການນໍາພາຂອງພັກ ເອື້ອຍນ້ອງແມ່ ຍິງມີສິດສະເໝີພາບສູງຂຶ້ນ, ໃນຂະ ນະດຽວກັນ ເອື້ອຍນ້ອງແມ່ຍິງ ກໍມີ ພັນທະຫລາຍຂຶ້ນ ຖ້າທຽບໃສ່ເອື້ອຍ ນ້ອງແມ່ຍິງ ກ່ອນມີການນຳພາ ຂອງພັກ, ແມ່ຍິງສະໄໝນັ້ນໄດ້ຖືກ ກົດຂີ່ຂູດຮີດບໍ່ໜ້ອຍ ຍ້ອນຮີດຄອງ ປະເພນີທີ່ບໍ່ສອດຄ່ອງ ແລະ ຍ້ອນ ການປົກຄອງໃນເວລານັ້ນເຮັດໃຫ້ ແມ່ຍິງມີຂໍ້ຈຳກັດຫລາຍຢ່າງເປັນ ຕົ້ນ ແມ່ຍິງຕ້ອງເປັນແມ່ເຮືອນແມ່ ຊານ, ຜົວເປັນຊ້າງທ້າວໜ້າ ສ່ວນ ເມຍເປັນຊ້າງທ້າວຫລັງ. ນອກນັ້ນ, ຍັງມີຄວາມເຊື່ອວ່າແມ່ຍິງບໍ່ສາມາດ ຫາເງິນໄດ້, ຕ້ອງເຝົ້າແຕ່ເຮືອນ. ແຕ່ ພາຍຫລັງທີ່ມີພັກນຳພາເອື້ອຍນ້ອງ ແມ່ຍິງ ໄດ້ປະກອບສ່ວນເຂົ້າໃນ ວຽກງານຕ່າງໆ ມາຮອດປັດຈຸບັນ, ແມ່ຍິງໄດ້ກາຍເປັນການນຳຫລາຍ ຂຶ້ນ, ກາຍເປັນກົມການເມືອງ, ຮອງ ປະທານປະເທດ, ລັດຖະມົນຕີ, ເຈົ້າ ເມືອງ, ເປັນນາຍທະຫານ, ເປັນນັກ ການທູດ, ເປັນນັກບໍລິຫານ, ແມ່ຍິງ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນການພັດທະນາເສດຖະກິດ-ສັງ ຄົມ. ສະເພາະແຂວງຈຳປາສັກ ເຫັນ ວ່າແມ່ຍິງ ໄດ້ດຳລົງຕຳແໜ່ງເປັນ ຄະນະປະຈຳ, ຄະນະພັກ, ເຈົ້າເມືອງ ເຊິ່ງໄດ້ສ່ອງແສງໃຫ້ເຫັນວ່າ ເອື້ອຍ ນ້ອງແມ່ຍິງ ລ້ວມແລ້ວແຕ່ມີຄວາມ ຮູ້,ຄວາມສາມາດ,ແມ່ຍິງໃນຍຸກປັດ ຈຸບັນຍັງມີຄວາມອົບອຸ່ນຂຶ້ນ, ແມ່ ຍິງມີຄວາມສົດໃສຂຶ້ນ, ແມ່ຍິງມີສິດ ເສລີພາບສູງຂຶ້ນ, ແມ່ຍິງມີບົດບາດ ຫລາຍຂຶ້ນ ບໍ່ວ່າຈະເປັນບົດບ າດໃນ ເວທີພາຍໃນ ຫລື ເວທີສາກົນ. ໂອກາດນີ້, ທ່ານ ອາລຸນໄຊ ສູນ ນະລາດ ຍັງຝາກເຖິງເອື້ອຍນ້ອງແມ່ ຍິງລາວ ໃນຂອບເຂດທົ່ວປະເທດ ຈົ່ງຮັກສາມູນເຊື້ອອັນດີງາມຂອງ ຕົນ ຄືກັບຮັກສາແກ້ວຕາຂອງຕົນ ໂດຍສະເພາະຄວາມເປັນແມ່ຍິງ ລາວ ໃນການນຸ່ງສິ້ນທີ່ເປັນເອກະ ລັກ, ໃຫ້ສືບຕໍ່ຮັກສາ ແລະ ອະນຸລັກ ໄວ້ ໂດຍສະເພາະແມ່ຍິງຮຸ່ນໜຸ່ມ, ແມ່ຍິງຕ້ອງເຊື່ອໝັ່ນຕໍ່ການນຳພາ ຂອງພັກ, ເຄົາລົບ ແລະ ປະຕິບັດກົດ ໝາຍ, ເຂົ້າຮ່ວມໃນການປະຕິບັດສິດ ເອກະລາດເປັນເຈົ້າຕົນເອງເນື່ອງ ຈາກແມ່ຍິງ ໄດ້ມີບົດບາດຫລາຍຢູ່ ໃນຄົວເຮືອນ ໃນການສ້າງເສດຖະ ກິດຄອບຄົວ. ຕົວໄປຕາມທິດ ທີ່ໄດ້ກຳນົດໄວ້. ບັັນດາອົງການບໍລິຫານລັດທຸກຂັ້ນ ໄດ້ຮັບການປັບປຸງ ໄປຕາມທິດກະ ທັດຮັດ, ສົມເຫດສົມຜົນ, ຫລຸດຜ່ອນ ຂັ້ນຂອດ, ສິ່ງກີດຂວາງທີ່ອັດຕັນໃນ ການພັດທະນາເສດຖະກິດ-ສັງຄົມ, ການບໍລິການຮັບໃຊ້ປະຊາຊົນຫລຸດ ລົງເທື່ອລະກ້າວ, ຖ້າທຽບໃສ່ເມື່ອ ກ່ອນແມ່ນດີຂຶ້ນກວ່າເກົ່າ. ການພົວພັນຮ່ວມມືກັບບັນດາ ປະເທດເພື່ອນມິດຍຸດທະສາດ ສສ ຫວຽດນາມ ຂະຫຍາຍຕົວສູ່ລະດັບ ສູງອັນໃໝ່. ພ້ອມນັ້ນ ຍັງສືບຕໍ່ເປີດ ກວ້າງການຮ່ວມມືສາກົນຫລາກ ຫລາຍຮູບແບບ ແລະ ຫລາຍລະດັບ ບົນພື້ນຖານຢຶດໝັ້ນແນວທາງການ ຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື, ປະ ກອບສ່ວນສໍາຄັນເຂົ້າໃນການປົກ ປັກຮັກສາສັນຕິພາບ, ການຮ່ວມມື ພັດທະນາ ຢູ່ໃນພາກພື້ນ ກໍຄືກັບບັນ ດາແຂວງພາກກາງ ສສ ຫວຽດ ນາມ. ສໍາລັບການລາຍງານຕົວ ແບບດ້ານການຜະລິດ, ການຄຸ້ມ ຄອງບໍລິຫານ, ການກໍ່ສ້າງຮາກ ຖານການເມືອງ ແມ່ນກຳລັງສຸມໃສ່ ໃຫ້ພາກສ່ວນດັ່ງກ່າວກະກຽມດ້ານ ເນື້ອໃນ ເພື່ອຄັດເລືອກ ແລະ ໄປປະ ກອບຄຳເຫັນຕໍ່ກອງປະຊຸມໃຫຍ່ ອົງຄະນະພັກເມືອງ, ຫລັງຈາກນັ້ນ ຈະໄດ້ຄັດເລືອກມາປະກອບຄຳ ເຫັນຢູ່ກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງເຊກອງ, ແລ້ວ ຈຶ່ງຈະໄດ້ສົ່ງໄປປະກອບຄໍາເຫັນ ໃນກອງປະຊຸມໃຫຍ່ ຄັ້ງທີ XI I ຂອງພັກ. ການສະໜັບສະໜູນທຶນໝູນວຽນ ບ້ານລະ 8.000 ໂດລາສະຫະລັດ ຂະແໜງປ່າໄມ້ແຂວງ, ຫ້ອງການກະ ສິກຳ ແລະ ປ່າໄມ້ເມືອງ ພ້ອມດ້ວຍ ອຳນາດການປົກຄອງບ້ານ, ຄອບ ຄົວທຸກຍາກເປົ້າໝາຍເຂົ້າຮ່ວມ. ສຳລັບ 4 ບ້ານເປົ້າໝາຍທີ່ໄດ້ ຮັບເງິນທຶນພັດທະນາມີບ້ານສີສັງ ວອນ, ນາມອນ, ໂພນທ່ຽງ ແລະ ບ້ານນາລັນ ເຊິ່ງໃນຈຳນວນທຶນ ພັດທະນາບ້ານໃນຄັ້ງນີ້ ແມ່ນໄດ້ ມອບໃຫ້ບ້ານລະ 10.000 ໂດລາ ຫລື ປະມານ 220.000.000 ກີບ. ໃນນີ້, ໄດ້ແບ່ງທຶນອອກເປັນ 2 ຮ່ວງ ຄື: 8.000ໂດລາແມ່ນທຶນໝູນວຽນ ຂອງບ້ານ ແລະ 2.000 ໂດລາ ແມ່ນມອບໃຫ້ຄອບຄົວທຸກຍາກ 10 ຄອບຄົວຕໍ່ໜຶ່ງບ້ານ, ລວມທັງ ໝົດ 40 ຄອບຄົວ. ໃຫ້ກຽດຂຶ້ນມອບ ໂດຍທ່ານ ບຸນທ່ຽງ ວິລະພົນ ຫົວ ໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງກາສີ ແລະ ຮັບໂດຍອຳນາດ ການປົກຄອງບ້ານທັງ 4 ບ້ານ. ຂະນະທີ່ ທ່ານ ບົວເກດ ແສນ ພູມີວົງ ຫົວໜ້າຂະແໜງປ່າໄມ້ ແຂວງວຽງຈັນ ໄດ້ອະທິບາຍບົດ ຮຽນ, ແນະນຳກ່ຽວກັບການລົງປື້ມ ບັນຊີຕິດຕາມເງິນໃນທະນາຄານ, ປື້ມບັນຊີເງິນສົດ ແລະ ປະກອບເອ ກະສານ ເພື່ອຂໍເບີກເງິນກອງທຶນກັບ ທະນາຄານ. ຂະນະທີ່ໄດ້ຮຽກຮ້ອງ ໃຫ້ອຳນາດການປົກຄອງບ້ານທັງ 4 ບ້ານ ຈົ່ງພ້ອມກັນນຳໃຊ້ເງິນດັ່ງ ກ່າວໃຫ້ຖືກຕາມເປົ້າໝາຍ, ພ້ອມ ນັ້ນກໍ່ປຸກລະດົມພໍ່ແມ່ປະຊາຊົນພາຍ ໃນບ້ານ ບໍ່ໃຫ້ໄປບຸກລຸກປ່າໄມ້, ທຳ ລາຍປ່າໄມ້ໃນເຂດຫວງຫ້າມ ແລະ ນໍາໃຊ້ເງິນທີ່ໄດ້ຮັບເຂົ້າໃນການ ສ້າງສາພັດທະນາເສດຖະກິດຄອບ ຄົວ ເພື່ອສ້າງພື້ນຖານໃຫ້ຄອບຄົວ ມີຢູ່ມີກິນ ແລະ ພັດທະນາໃຫ້ຄອບ ຄົວຫລຸດພົ້ນອອກຈາກຄວາມທຸກ ຍາກເທື່ອລະກ້າວ. ຂະນະທີ່ທີມງານຂັ້ນແຂວງຂັ້ນເມືອງ ກໍ່ໄດ້ລົງມອບເງິນໃຫ້ແກ່ ຄອບຄົວທຸກຍາກຢູ່ 4 ບ້ານເປົ້າ ໝາຍ ໂດຍມີທ່ານ ຄຳອ້ວນ ສຸວັນ ທອງ ຮອງເຈົ້າເມືອງໆກາສີເຂົ້າ ຮ່ວມມອບເງິນຈຳນວນດັ່ງກ່າວ ແລະ ມີບັນດາພໍ່ແມ່ປະຊາຊົນພາຍ ໃນບ້ານເປົ້າໝາຍເຂົ້າຮ່ວມເປັນ ສັກຂີພິຍານອີກດ້ວຍ. ແຫລ່ງຂໍ້ມູນ: ຖວທ ເມືອງກາສີ. ແລະ ອີກ 2.000 ໂດລາສະຫະລັດ ແບ່ງປັນໃຫ້ 10 ຄອບຄົວທຸກຍາກ ຕາມເງື່ອນໄຂ ເພື່ອນຳໃຊ້ເຂົ້າໃນ ການປັບປຸງຊີວິດການເປັນຢູ່ຂອງ ຄອບຄົວໃຫ້ດີຂຶ້ນ. ເມື່ອມໍ່ໆມານີ້, ທີ່ຫ້ອງການກະ ສິກຳແລະປ່າໄມ້ເມືອງກາສີແຂວງ ວຽງຈັນ ຈັດພິທີມອບເງິນທຶນພັດ ທະນາບ້ານຈາກໂຄງການພູມີທັດ ແລະຊີວິດການເປັນຢູ່ໃນສປປລາວ ໃຫ້ແກ່ 4 ເປົ້າໝາຍຂອງເມືອງກາສີ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ບຸນທ່ຽງ ວິລະພົນ ຫົວໜ້າ ຫ້ອງການກະສິກຳແລະປ່າໄມ້ເມືອງ ແລະ ທ່ານ ບົວເກດ ແສນພູມີວົງ ຫົວໜ້າຂະແໜງປ່າໄມ້ແຂວງວຽງ ຈັນ (ຜູ້ປະສານງານນໍາໂຄງການ ພູມີທັດ ແລະ ຊີວິດການເປັນຢູ່ຂັ້ນ ແຂວງ), ມີບັນດາພະນັກງານໃນ
RkJQdWJsaXNoZXIy MTc3MTYxMQ==