lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 31/07/2024 xtgmf]k; ສານ ວັນສາກົນ... ໄຟຟ້າລາວ ສຸມໃສ່... ຊຽງຂວາງ ປະເມີນຜົນ... ຍທຂ ນະຄອນຫລວງ.... ໄຟຟ້າລາວໄດ້ສຸມໃສ່ວຽກງານການ ປັບປຸງ-ຂະຫຍາຍລະບົບສາຍສົ່ງສະຖານີໄຟຟ້າ ແລະ ລະບົບຈຳໜ່າຍ ໄຟຟ້າ ເພື່ອໃຫ້ສາມາດນໍາສົ່ງພະລັງ ງານໄຟຟ້າ ຈາກແຫລ່ງຜະລິດ 98 ແຫ່ງ, ກໍາລັງຕິດຕັ້ງ 4.511,8 MW ໃຫ້ໄປເຖິງຜູ້ຊົມໃຊ້ໄຟຟ້າທົ່ວ ປະເທດ ທີ່ມີກໍາລັງຊົມໃຊ້ໄຟຟ້າສູງ 2025) ໃຫ້ເປັນຮູບປະທໍາເທື່ອລະ ກ້າວ; ສ້າງຄວາມເຂັ້ມແຂງໃຫ້ພະ ນັກງານຜູ້ເຮັດວຽກຕົວຈິງ ເປັນຕົ້ນ ການຝຶກອົບຮົມວຽກງານຕ້ານການ ຄ້າມະນຸດໃຫ້ເຈົ້າໜ້າທີ່ຕຳຫລວດ, ພະນັກງານທີ່ກ່ຽວຂ້ອງ ແຕ່ສູນກາງ ລົງຮອດທ້ອງຖິ່ນ; ສຸມໃສ່ການໂຄ ສະນາປູກຈິດສໍານຶກໃຫ້ສັງຄົມ ດ້ວຍການເຜີຍແຜ່ສື່ໂຄສະນາ, ລະ ຄອນ, ບົດເພງຜ່ານທາງສື່ສັງຄົມ ອອນລາຍ, ວິທະຍຸ, ໂທລະພາບ,ໜັງ ສືພິມ, ວາລະສານ ແລະ ອື່ນໆ ເພື່ອ ໃຫ້ປະຊາຊົນຮັບຮູ້ແລະ ເຂົ້າໃຈຢ່າງ ຖືກຕ້ອງຕໍ່ຄວາມເປັນອັນຕະລາຍ ແລະ ຜົນກະທົບຂອງການຄ້າມະ ນຸດ; ໄດ້ປະຕິບັດມາດຕະການທາງ ດ້ານກົດໝາຍ ຕໍ່ຜູ້ກະທຳຜິດຢ່າງ ເຂັ້ມງວດ ແລະ ປົກປ້ອງຊ່ວຍເຫລືອ ຜູ້ຖືກເຄາະຮ້າຍ, ກຸ່ມສ່ຽງຈາກການ ຄ້າມະນຸດ ທັງຢູ່ພາຍໃນ ແລະ ມາ ຈາກຕ່າງປະເທດ ໃຫ້ເຂົາເຈົ້າໄດ້ ກັບຄືນສູ່ສັງຄົມ ແລະ ຄອບຄົວຢ່າງ ປອດໄພ. ພ້ອມນັ້ນ, ຍັງໄດ້ມີການພົວ ພັນຮ່ວມມືຢ່າງໃກ້ຊິດກັບບັນດາປະ ເທດເພື່ອນມິດ, ປະເທດບ້ານໃກ້ ເຮືອນຄຽງ, ລວມທັງບັນດາອົງການ ຈັດຕັ້ງສາກົນຕ່າງໆ; ຕະຫລອດໄລ ຍະທີ່ຜ່ານມາການພົວພັນແມ່ນມີປະ ສິດທິຜົນ ແລະ ມີຄວາມຄືບໜ້າ ຫລາຍດ້ານທີ່ສຳຄັນ ເຊິ່ງເປັນການ ປະກອບສ່ວນເຮັດໃຫ້ບັນຫາການ ຄ້າມະນຸດ ຖືກສະກັດກັ້ນ ແລະ ແກ້ ໄຂໄດ້ໃນລະດັບອັນແນ່ນອນ ເຮັດ ໃຫ້ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍດີ. ທັງໝົດນັ້ນ, ແມ່ນໝາກຜົນຂອງ ການປະກອບສ່ວນຂອງທຸກພາກ ສ່ວນໃນສັງຄົມເຂົ້າໃນຂະບວນ ການດັ່ງກ່າວ. ໃນໂອກາດນີ້, ຕ່າງໜ້າສູນກາງ ພັກ, ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ຂ້າ ພະເຈົ້າ, ຂໍຍ້ອງຍໍຊົມເຊີຍຄະນະ ກໍາມະການຕ້ານການຄ້າມະນຸດລະ ດັບຊາດ, ລະດັບທ້ອງຖິ່ນ ແລະ ບັນ ດາຂະແໜງການທີ່ກ່ຽວຂ້ອງຕະ ຫລອດຮອດປະຊາຊົນລາວບັນດາ ເຜົ່າໃນທົ່ວປະເທດ ທີ່ໄດ້ຕັ້ງໜ້າເຂົ້າ ຮ່ວມໃນວຽກງານຕ້ານການຄ້າມະ ນຸດຢ່າງຈິງຈັງ. ພ້ອມນີ້, ຂໍສະແດງຄວາມຂອບ ໃຈມາຍັງບັນດາປະເທດເພື່ອນມິດ, ປະເທດບ້ານໃກ້ເຮືອນຄຽງແລະບັນ ດາອົງການຈັດຕັ້ງສາກົນ, ອົງການ ບໍ່ສັງກັດລັດຖະບານ ແລະ ບັນດາຜູ້ ປະກອບການ ທັງພາຍໃນ ແລະຕ່າງ ປະເທດ ທີ່ໄດ້ໃຫ້ການສະໜັບສະໜູນ ລັດຖະບານ ແລະ ປະຊາຊົນເຂົ້າໃນ ວຽກງານຕ້ານການຄ້າມະນຸດໄດ້ ຮັບຜົນດີຕະຫລອດມາ. - ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫລາຍ !. ການຄ້າມະນຸດ ເປັນບັນຫາລວມ ຂອງຊາດແລະຂອງສາກົນ.ດັ່ງນັ້ນ, ອີກເທື່ອໜຶ່ງ ເນື່ອງໃນໂອກາດວັນສາ ກົນເພື່ອຕ້ານການຄ້າມະນຸດ ວັນທີ 30 ກໍລະກົດ 2024 ນີ້, ໃນນາມລັດ ຖະບານຂ້າພະເຈົ້າ, ຂໍຮຽກຮ້ອງມາ ຍັງບັນດາອົງການຈັດຕັ້ງຂອງພັກ, ລັດ, ແນວລາວສ້າງຊາດ, ອົງການ ຈັດຕັ້ງມາຫາຊົນ ແລະ ຫົວໜ່ວຍທຸ ລະກິດ ທັງພາກລັດ, ເອກະຊົນ, ປະ ຊາຊົນໃນ ສປປ ລາວ ຈົ່ງຍົກສູງ ຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີອອກແຮງຈັດຕັ້ງປະຕິ ບັດວຽກງານຕ້ານການຄ້າມະນຸດ, ພ້ອມທັງເອົາໃຈໃສ່ເຮັດວຽກໂຄສະ ນາ ເພື່ອປະຊາຊົນລາວບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈຜົນຮ້າຍຂອງ ການຄ້າມະນຸດ; ມີສະຕິປ້ອງກັນຕົວ ເອງ ແລະ ມີຄວາມຕື່ນຕົວປະກອບ ສ່ວນເຂົ້າໃນວຽກງານຕ້ານການ ຄ້າມະນຸດໃຫ້ຫລາຍຂຶ້ນ. ພ້ອມນັ້ນ, ກໍໃຫ້ເພີ່ມທະວີວຽກງານກວດກາ, ຕິດຕາມ, ຄຸ້ມຄອງການເຂົ້າ-ອອກ ປະເທດຢູ່ບັນດາດ່ານຊາຍແດນ, ກຸ່ມ ສ່ຽງຢູ່ພື້ນທີ່ຫລໍ່ແຫລມ, ເຂດອຸດສາ ຫະກຳ, ກະສິກຳ, ບໍລິການບັນເທີງ ແລະ ພາກສ່ວນອື່ນໆທີ່ນຳໃຊ້ແຮງ ງານ; ເອົາໃຈໃສ່ສ້າງ ແລະ ພັດທະ ນາສີມືແຮງງານ, ສ້າງວຽກເຮັດ ງານທຳ ແລະ ຕະຫລາດແຮງງານ ໃຫ້ມີຄວາມສອດຄ່ອງ; ເພີ່ມທະວີ ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາ ກອນຢູ່ບັນດາຂະແໜງການທີ່ກ່ຽວ ຂ້ອງ ເປັນຕົ້ນ ຂະແໜງການທີ່ຮັບ ຜິດຊອບວຽກງານຕ້ານການຄ້າມະ ນຸດ, ເຈົ້າໜ້າທີ່ປະຈຳດ່ານຊາຍ ແດນ, ພະນັກງານການທູດປະຈຳຢູ່ ຕ່າງປະເທດໃຫ້ຮັບຮູ້ ແລະ ເຂົ້າໃຈ ຢ່າງເລິກເຊິ່ງ; ສືບຕໍ່ພົວພັນຮ່ວມມື ສອງຝ່າຍ, ຫລາຍຝ່າຍກັບອົງການ ຈັດຕັ້ງສາກົນທັງພາຍໃນ ແລະ ຕ່າງ ປະເທດ, ອົງການຈັດຕັ້ງທາງສັງຄົມ ເພື່ອຍາດແຍ່ງການສະໜັບສະໜູນ ປະກອບສ່ວນ ເພື່ອເຮັດວຽກງານ ຕ້ານການຄ້າມະນຸດມີປະສິດທິຜົນ ດີຂຶ້ນ ແລະ ຕອບສະໜອງງົບປະ ມານເຂົ້າໃນວຽກງານດັ່ງກ່າວຢ່າງ ເໝາະສົມ. ຂ້າພະເຈົ້າ, ຫວັງຢ່າງຍິ່ງວ່າ ບັນດາອົງການຈັດຕັ້ງພັກ, ລັດ, ຄູ່ ຮ່ວມພັດທະນາ, ອົງການຈັດຕັ້ງ ສາກົນ, ອົງການຈັດຕັ້ງທາງສັງຄົມ, ສື່ມວນຊົນຈາກທຸກພາກສ່ວນ, ຜູ້ປະ ກອບການທັງພາຍໃນ ແລະ ຕ່າງປະ ເທດ ຈະສືບຕໍ່ໃຫ້ການສະໜັບສະ ໜູນ, ຮ່ວມມືຊ່ວຍເຫລືອເຂົ້າໃນວຽກ ງານແກ້ໄຂບັນຫາການຄ້າມະນຸດ ໃຫ້ຫລຸດໜ້ອຍຖອຍລົງ ແລະ ໝົດ ສິ້ນໄປຈາກ ສປປ ລາວ ກໍຄືພາກພື້ນ ແລະ ສາກົນ. ສຸດ 2.015 MWຢ່າງພຽງພໍ ແລະ ມີຄວາມສະຖຽນລະພາບ. ທ່ານ ວົງສະກຸນ ຍິ່ງຍົງ ຜູ້ອຳ ນວຍການໃຫຍ່ ລັດວິສາຫະກິດໄຟ ຟ້າລາວ ໄດ້ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2024 ຜ່ານມາ ລັດວິ ສາຫະກິດໄຟຟ້າລາວ ໄດ້ສຸມໃສ່ຈັດ ຕັ້ງປະຕິບັດຫລັກການ ແລະ ນະໂຍ ບາຍການດໍາເນີນທຸລະກິດຂອງໄຟ ຟ້າລາວ ໃນໄລຍະໃໝ່, ຕີຖອຍບັນ ດາປາກົດການຫຍໍ້ທໍ້ຕ່າງໆທີ່ກະທົບ ໃສ່ ເພື່ອເປັນພື້ນຖານໃຫ້ການດໍາ ເນີນວຽກງານອື່ນໆໃຫ້ມີປະສິດທິ ຜົນ. ພ້ອມນັ້ນ, ກໍໄດ້ພະຍາຍາມທຸກ ວິທີທາງ ເພື່ອນໍາໃຊ້ທ່າແຮງທີ່ມີຢູ່ ສ້າງລາຍຮັບເພີ່ມເຂົ້າໄຟຟ້າລາວ ຈໍານວນໜຶ່ງ ແລະ ປະຢັດລາຍຈ່າຍ ບໍລິຫານຕ່າງໆ ເພື່ອຫລຸດຜ່ອນລາຍ ຈ່າຍທີ່ບໍ່ຈໍາເປັນລົງ ເຊິ່ງໃນໄລຍະ 6 ເດືອນຕົ້ນປີ 2024 ນີ້, ລັດວິສາ ຫະກິດໄຟຟ້າລາວ ໄດ້ສຸມໃສ່ວຽກ ງານການປັບປຸງ-ຂະຫຍາຍລະບົບ ສາຍສົ່ງ-ສະຖານີໄຟຟ້າແລະລະບົບ ຈຳໜ່າຍໄຟຟ້າ ເພື່ອໃຫ້ສາມາດນໍາ ສົ່ງພະລັງງານໄຟຟ້າ ຈາກແຫລ່ງ ຜະລິດ 98 ແຫ່ງ, ກໍາລັງຕິດຕັ້ງ 4.511,8 MW ໃຫ້ໄປເຖິງຜູ້ຊົມ ໃຊ້ໄຟຟ້າທົ່ວປະເທດ ທີ່ມີກໍາລັງຊົມ ໃຊ້ໄຟຟ້າສູງສຸດ 2.015 MWຢ່າງ ພຽງພໍ ແລະ ມີຄວາມສະຖຽນລະ ພາບ. ມາຮອດປັດຈຸບັນທົ່ວປະເທດ ມີສະຖານີໄຟຟ້າແຮງສູງທັງໝົດ 80 ແຫ່ງ, ລວມກໍາລັງຕິດຕັ້ງທັງໝົດ 8.884 MVA. ໃນນັ້ນ, ມີລະບົບ ສາຍສົ່ງໄຟຟ້າແຮງສູງ 500 kV ລວງຍາວ ທັງໝົດ 372 km/ວົງ ຈອນ, 230 kV ລວງຍາວທັງໝົດ 3.530 km/ວົງຈອນ ແລະ ລະບົບ ສາຍສົ່ງໄຟຟ້າ 115 kV ລວງຍາວ ທັງໝົດ 7.085 km/ວົງຈອນ; ມີລະ ບົບຕາຂ່າຍແຮງດັນກາງ 22 kV35 kV ລວງຍາວທັງໝົດ 37,949 km/ວົງຈອນ, ລະບົບຕາຂ່າຍແຮງ ດັນຕໍ່າ 0.4 kV ລວງຍາວທັງໝົດ 22.262,58 km/ວົງຈອນ, ມີ ໝໍ້ແປງລະບົບຈໍາໜ່າຍທັງໝົດ 39.041 ໜ່ວຍ, ລວມກໍາລັງຕິດ ຕັ້ງ 9.404.983 kVA, ມີຈໍານວນ ໝໍ້ນັບໄຟ ທີ່ຢູ່ໃນການຄຸ້ມຄອງຂອງ ໄຟຟ້າລາວ ທັງໝົດ 1.744.819 ໜ່ວຍ. ພ້ອມນີ້, ລັດວິສາຫະກິດໄຟຟ້າ ລາວ ຍັງໄດ້ສຸມໃສ່ແກ້ໄຂສະພາບ ບັນຫາໄຟຕົກ-ໄຟມອດ-ໄຟບໍ່ພໍເພື່ອ ໃຫ້ປະຊາຊົນໄດ້ຊົມໃຊ້ໄຟຟ້າໄດ້ ຢ່າງໂລ່ງລ່ຽນ ໂດຍໄດ້ສຸມໃສ່ວຽກ ງານການປັບປຸງລະບົບຈໍາໜ່າຍໃນ ຂອບເຂດທົ່ວປະເທດ ໂດຍສະເພາະ ນະຄອນຫລວງວຽງຈັນໃຫ້ມີຄວາມ ຮັບປະກັນສູງຂຶ້ນ ເພື່ອຫລຸດຜ່ອນ ບັນຫາແຮງດັນຕົກ(ໄຟບໍ່ພໍ) ແນໃສ່ ການປັບປຸງປ່ຽນສາຍຈາກສາຍຂະ ໜາດນ້ອຍເປັນສາຍຂະໜາດໃຫຍ່, ເສີມໝໍ້ແປງໄຟຟ້າ ເພື່ອໃຫ້ແທດ ເໝາະກັບສະພາບຂອງການຊົມໃຊ້ ໄຟຟ້າຕົວຈິງໃນແຕ່ລະເຂດ, ເຮັດ ໃຫ້ການສະໜອງໄຟມີທ່າອ່ຽງສະ ຖຽນລະພາບສູງຂຶ້ນແລະຫລຸດຜ່ອນ ບັນຫາແຮງດັນຕົກໄດ້ຫລາຍຈຸດ ໂດຍສະເພາະໃນຂອບເຂດຕົວ ເມືອງນະຄອນຫລວງວຽງຈັນ. ອັນ ທີ່ພົ້ນເດັ່ນ ໄດ້ສໍາເລັດການກະກຽມ ຄວາມພ້ອມໃນການສະໜອງໄຟຮັບ ໃຊ້ກອງປະຊຸມສຸດຍອດອາຊຽນທີ່ ສປປລາວໄດ້ຮັບກຽດເປັນເຈົ້າພາບ ໃນທ້າຍປີນີ້ ເຊິ່ງຄວາມຄືບໜ້າມາ ຮອດປັດຈຸບັນ ໄດ້ສຳເລັດການແຕ່ງ ຕັ້ງຄະນະກຳມະການຮັບຜິດຊອບ ແຕ່ລະໜ້າວຽກ, ສຳເລັດວາງແຜນ ການສະໜອງໄຟ 2 ທິດທາງ ໃຫ້ມີ ຄວາມຮັບປະກັນໃຫ້ບັນດາສະຖານ ທີ່ຈຸດສຸມສໍາຄັນໃນການຈັດງານ ຕ່າງໆຂອງກອງປະຊຸມ ເຊັ່ນ: ຫໍປະ ຊຸມແຫ່ງຊາດ, ບັນດາໂຮງແຮມ, ຮ້ານອາຫານ ແລະ ອື່ນໆ. ນອກນັ້ນ, ຍັງໄດ້ລົງເຮັດວຽກຮ່ວມກັບບັນດາ ໂຮງແຮມໃຫ້ມີລະບົບໄຟສໍາຮອງ ເພື່ອຮັບມືໃນກໍລະນີສຸກເສີນຕ່າງໆ. ສໍາລັບທິດທາງວຽກງານຈຸດສຸມ ໃນ 6 ເດືອນທ້າຍປີ 2024, ລັດວິ ສາຫະກິດໄຟຟ້າລາວ ຈະສືບຕໍ່ຄົ້ນ ຄວ້າ ແລະ ຄັດເລືອກຜູ້ພັດທະນາ ເພື່ອມາພັດທະນາໂຄງການພະລັງ ງານໄຟຟ້າແສງຕາເວັນ ຕາມຈຸດທີ່ ລັດວິສາຫະກິດໄຟຟ້າລາວ ໄດ້ມີ ການສຶກສາ ແລະ ຮັບຮອງຈາກກະ ຊວງພະລັງງານ ແລະ ບໍ່ແຮ່ (ໃນ ກອບ 650 MW) ເພື່ອຮັບປະກັນ ການສະໜອງໄຟພາຍໃນປະເທດ ໃຫ້ພຽງພໍ ໃນໄລຍະເລັ່ງດ່ວນ ປີ 2024-2027 ໃຫ້ສໍາເລັດໂດຍ ໄວ; ຈະສືບຕໍ່ຄົ້ນຄວ້າປັບປຸງນະໂຍ ບາຍການຮັບຊື້ໄຟຈາກພະລັງງານ ແສງຕາເວັນທີ່ຕິດຕັ້ງເທິງຫລັງຄາ (Solar Rooftop) ສໍາລັບພາກ ທີ່ຢູ່ອາໄສ ແນໃສ່ການສົ່ງເສີມ ແລະ ດຶງດູດໃຫ້ຜູ້ຊົມໃຊ້ໄຟຟ້າພາກທີ່ ຢູ່ອາໄສລົງທຶນຕິດຕັ້ງ Solar Rooftop ຊົມໃຊ້ໄຟເອງ; ສືບຕໍ່ເລັ່ງ ຈັດຕັ້ງປະຕິບັດໂຄງການສາຍສົ່ງ 500/230kVອ້ອມນະຄອນຫລວງ ວຽງຈັນ ໃຫ້ສຳເລັດໃນທ້າຍປີ 2024 ໂດຍສະເພາະແລວສາຍສົ່ງ 230 kV ນາບົງ-ດົງໂພສີ ແລະ ຈະ ເພີ່ມທະວີຄວາມເອົາໃຈໃສ່ການສະ ໜອງໄຟໃຫ້ມີຄວາມສະຖຽນລະ ພາບຫລີກລ່ຽງບັນຫາໄຟຕົກ-ໄຟ ມອດເປັນບໍລິເວນກວ້າງເພື່ອຮັບປະ ກັນການສະໜອງໄຟຮັບໃຊ້ກອງປະ ຊຸມສຸດຍອດອາຊຽນ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນປີນີ້. ຂ່າວ: ທະນູທອງ, ພາບ: ຂັນໄຊ ບັດລັດຖະທໍາມະນູນ ສະບັບປີ1991 ມາເປັນເວລາ12ປີເຫັນວ່າມີຄວາມ ຈໍາເປັນຕ້ອງໄດ້ມີການປັບປຸງ ເພື່ອ ຕອບສະໜອງກັບຄວາມຮຽກຮ້ອງ ຕ້ອງການໃນການຈັດຕັ້ງປະຕິບັດ ນະໂຍບາຍປ່ຽນແປງໃໝ່ ໃຫ້ເຂົ້າສູ່ ລວງເລິກ ມາຮອດປີ 2003 ກອງ ປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ V ໄດ້ ພິຈາລະນາຮັບຮອງເອົາລັດຖະທໍາ ມະນູນ ສະບັບປັບປຸງປະກອບມີ 11 ໝວດ ແລະ 98 ມາດຕາ, ແຕ່ຍັງບໍ່ ສອດຄ່ອງໃນການຈັດຕັ້ງປະຕິບັດ ເພື່ອເປັນການປັບປຸງລະບົບອຳນາດ ແຫ່ງລັດ ໃຫ້ມີປະສິດທິພາບສູງ, ສ້າງບາດລ້ຽວໃໝ່ ແກ່ການປົກປັກ ຮັກສາແລະສ້າງປະເທດຊາດ, ການ ເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ໃນໄລຍະໃໝ່ຈຶ່ງໄດ້ ປັບປຸງລັດຖະທໍາມະນູນ ສະບັບປີ 2003 ໃນປີ 2015 ເຊິ່ງເປັນການ ປັບປຸງຄັ້ງທີ 2 ແລະ ໄດ້ຖືກຮັບຮອງ ຈາກກອງປະຊຸມສະໄໝສາມັນເທື່ອ ທີ 10 ຂອງສະພາແຫ່ງຊາດ ຊຸດທີ VII ຊຶ່ງປະກອບມີ 14 ໝວດ ແລະ 119 ມາດຕາ ເພີ່ມຂຶ້ນ 3 ໝວດ ຄື: ໝວດທີ 8 ສະພາປະຊາຊົນທ້ອງ ຖິ່ນ, ໝວດທີ 11 ການກວດສອບ ແຫ່ງຊາດ ແລະ ໝວດທີ 12 ຄະນະ ກຳມະການເລືອກຕັ້ງ ແລະ 21 ມາດ ຕາ.ຜ່ານການສ້າງ,ປະກາດໃຊ້ແລະ ປັບປຸງລັດຖະທໍາມະນູນສອງຄັ້ງທີ່ ຜ່ານມາ ເຮັດໃຫ້ນິຕິກຳສູງສຸດຂອງ ປະເທດ ມີຄວາມຖືກຕ້ອງ, ສອດ ຄ່ອງກັບສະພາບການຕົວຈິງໃນແຕ່ ລະໄລຍະກາຍເປັນພາຫະນະພື້ນ ຖານໃນການຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມ ດ້ວຍກົດໝາຍ ໃຫ້ດີຂຶ້ນ, ສ້າງເງື່ອນໄຂພື້ນຖານ ແກ່ການສ້າງລັດເຮົາໃຫ້ເປັນລັດ ທີ່ປົກຄອງດ້ວຍກົດໝາຍຂອງປະ ຊາຊົນ ໂດຍປະຊາຊົນ ແລະ ເພື່ອປະ ຊາຊົນເທື່ອລະກ້າວ. ຜ່ານການຈັດຕັ້ງລັດຖະທໍາມະ ນູນ ສະບັບປີ 2015, ລັດຖະບານ ໄດ້ສືບຕໍ່ການຜັນຂະຫຍາຍລັດຖະ ທໍາມະນູນປີ 2015 ເປັນກົດໝາຍ ໃນຂົງເຂດຕ່າງໆ ເຊິ່ງມີຈໍານວນ 139 ສະບັບ. ໃນນີ້, ຂົງເຂດເສດຖະ ກິດ 61 ສະບັບ, ຂົງເຂດວັດທະນະ ທຳ-ສັງຄົມ 36 ສະບັບ, ຂົງເຂດ ການປົກຄອງ ແລະ ຍຸຕິທໍາ 28 ສະ ບັບ, ຂົງເຂດປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ 9 ສະບັບ ແລະ ຂົງເຂດຕ່າງປະເທດ 5 ສະບັບ. ໃນກອງປະຊຸມ, ບັນດາຜູ້ຕາງ ໜ້າຈາກແຕ່ລະກຸ່ມ ໄດ້ສະເໜີບົດຄົ້ນ ຄວ້າປະກອບຄໍາຄິດຄໍາເຫັນຕໍ່ບັນ ດາໝວດ ແລະ ມາດຕາ, ພ້ອມທັງ ແລກປ່ຽນເຊິ່ງກັນແລະ ກັນຢ່າງກົງ ໄປກົງມາ ເພື່ອເຮັດໃຫ້ລັດຖະທໍາມະ ນູນ ແຫ່ງ ສປປ ລາວ ສະບັບນີ້ ມີ ເນື້ອໃນຄົບຖ້ວນສົມບູນ ເພື່ອເປັນ ບ່ອນອີງໃນການຈັດຕັ້ງປະຕິບັດ ໃນ ຕໍ່ໜ້າໃຫ້ເກີດດອກອອກຜົນ. ຂ່າວ-ພາບ: ແສງມາລີຕິກ ເກດແກ້ວ ສີຫາລາດ ກໍາມາທິການ ເຕັກໂນໂລຊີ ແລະສິ່ງແວດລ້ອມ ສະພາແຫ່ງຊາດ, ມີຮອງລັດຖະມົນ ຕີກະຊວງ ຍທຂ, ອະດີດລັດຖະມົນ ຕີກະຊວງ ຍທຂ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ບຸນຍະວັດ ນີຣະໄຊຍ໌ ຫົວ ໜ້າພະແນກ ຍທຂ ນວ ໄດ້ໃຫ້ຮູ້ວ່າ: ການຈັດກອງປະຊຸມຄັ້ງນີ້, ເພື່ອປຶກ ສາຫາລືລະດົມຄວາມຄິດ ເພື່ອແກ້ ໄຂບັນຫານໍ້າຖ້ວມຂັງຢູ່ບາງຈຸດ ແລະ ບາງເສັ້ນທາງໃນຕົວເມືອງ ນວ ໃນລະດູຝົນນີ້ ເຊິ່ງເປັນບັນຫາ ເຄັ່ງຮ້ອນ, ເປັນຜົນກະທົບຕໍ່ການສັນ ຈອນໄປມາຂອງປະຊາຊົນ; ເພື່ອ ຊອກວິທີແກ້ໄຂທີ່ຖືກຕ້ອງສອດ ຄ່ອງຕາມສະພາບຄວາມເປັນຈິງໃຫ້ ສໍາເລັດໂດຍໄວ. ເວລາມີຝົນຕົກແຮງ 2-3 ຊົ່ວໂມງຕິດຕໍ່ກັນ ນວ ຜະເຊີນ ກັບບັນຫານໍ້າຖ້ວມຂັງໃນຫລາຍຈຸດ ຕາມເສັ້ນທາງສາຍສໍາຄັນ ແລະ ຊຸມຊົນໃນຕົວເມືອງສົ່ງຜົນກະທົບ ຕໍ່ການສັນຈອນຕາມທ້ອງຖະໜົນ ແລະ ການດຳລົງຊີວິດຂອງປະຊາ ຊົນ ໂດຍສະເພາະເຮັດໃຫ້ເກີດມີ ຄວາມເສຍຫາຍຕໍ່ລະບົບເສັ້ນທາງ, ປະຊາຊົນມີຄວາມຫຍຸ້ງຍາກໃນ ການດຳລົງຊີວິດ ເຊິ່ງສະແດງໃຫ້ ເຫັນເຖິງລະບົບພື້ນຖານໂຄງລ່າງ ຮ່ອງລະບາຍນໍ້າ ພາຍໃນຕົວເມືອງ ບໍ່ມີຄວາມພ້ອມໃນການຮັບມືໃນສະ ພາບທີ່ມີຝົນຕົກໜັກ. ບັນຫາດັ່ງກ່າວ ນີ້, ແມ່ນເກີດມາຈາກຫລາຍປັດໄຈ ເຊັ່ນ:ການປ່ຽນແປງດິນຟ້າອາກາດ, ການເພີ່ມຂຶ້ນຂອງປະລິມານນໍ້າຝົນ, ຍ້ອນງົບປະມານຍັງຈຳກັດເຮັດໃຫ້ ການກໍ່ສ້າງຮ່ອງລະບາຍນໍ້າແຄມ ທາງ ແມ່ນຄິດໄລ່ແຕ່ລະບາຍນໍ້າໜ້າ ທາງ, ການອະນາໄມລວງຮ່ອງລະ ບາຍນໍ້າບໍ່ໄດ້ເຮັດເປັນປົກກະຕິ, ປະ ຊາຊົນບາງຄົນຍັງມີແນວຄິດຢຶດ ເອົາຮ່ອງເຂດສະຫງວນຮ່ອງລະ ບາຍນໍ້າ ເປັນບ່ອນຫາຜົນປະໂຫຍດ ສ່ວນຕົວ, ຍັງຖືເບົາຕໍ່ການຕິດຕາມ ກວດກາການຖົມດິນ ແລະ ການສະ ຫງວນດິນຮ່ອງລະບາຍນໍ້າ (ເວລາ ອອກໃບຕາດິນ) ບໍ່ໄດ້ສະຫງວນດິນ ຮ່ອງນໍ້າໄວ້, ຂາດການມີສ່ວນຮ່ວມ ຈາກປະຊາຊົນ ແລະ ສັງຄົມ. ໄລຍະນໍ້າຖ້ວມຂັງ ໃນຕົ້ນລະດູ ຝົນປີ 2024 ນີ້, ພະແນກ ຍທຂ ນະ ຄອນຫລວງວຽງຈັນໄດ້ສົມທົບກັບ ຫ້ອງການ ຍທຂ ປະຈໍາບັນດາ ເມືອງ ແລະ ຂະແໜງການທີ່ກ່ຽວ ຂ້ອງລົງສຳຫລວດແກ້ໄຂໄດ້ຫລາຍ ຈຸດ ໂດຍສະເພາະໄດ້ອະນາໄມຂີ້ຕົມ ຕາມຮ່ອງລະບາຍນໍ້າແຄມທາງທີ່ ມີນໍ້າຖ້ວມຂັງ, ສົມທົບອໍານາດການ ປົກຄອງບ້ານ, ເມືອງ,ອະນາໄມລວງ ຮ່ອງລະບາຍນໍ້າບາງສາຍໃຫ້ນໍ້າ ໄຫລສະດວກດີ ແລະ ທວງຄືນເອົາ ດິນເຂດສະຫງວນໃນບາງຈຸດຂອງ ເມືອງສີໂຄດຕະບອງ, ເມືອງຈັນທະ ບູລີ ແລະ ເມືອງໄຊເສດຖາ. ອັນນີ້ກໍ ເປັນສ່ວນໜຶ່ງໃນການແກ້ໄຂວຽກ ສະເພາະໜ້າຂອງພະແນກ ຍທຂ ເພື່ອເຮັດໃຫ້ການແກ້ໄຂບັນຫານໍ້າ ຖ້ວມຂັງຕາມເສັ້ນທາງ ແລະ ຕົວ ເມືອງໄດ້ຮັບການແກ້ໄຂໃຫ້ຖືກຈຸດ, ເປັນລະບົບ, ມີຄວາມຍືນຍົງ ແລະ ຮັບປະກັນໄດ້ບໍ່ໃຫ້ເກີດມີສະພາບນໍ້າ ຖ້ວມຂັງອີກໃນເວລາມີຝົນຕົກໜັກ. ດັ່ງນັ້ນການຈັດສຳມະນານີ້ຂຶ້ນ ມາ, ເພື່ອປຶກສາຫາລືລະດົມຄວາມ ຄິດເຫັນຊອກຊ່ອງທາງແກ້ໄຂບັນ ຫາໃຫ້ຖືກກັບສະພາບຄວາມເປັນ ຈິງແນໃສ່ແກ້ໄຂບັນຫາຜົນກະທົບ ທີ່ເກີດຂຶ້ນກັບຜູ້ໃຊ້ລົດໃຊ້ຖະໜົນ ພາຍໃນນະຄອນຫລວງວຽງຈັນ ໃຫ້ ໄດ້ໂດຍໄວ. ຂ່າວ-ພາບ: ຍທຂ ຄະນະກຳມະການລະດັບຊາດ... ຈຸບັນ ແມ່ນໄດ້ມີການປັບປຸງຄັ້ງທີ 2 ເຊິ່ງນັບວ່າເປັນເວລາ 9 ປີມານີ້, ລັດຖະທໍາມະນູນ ສະບັບປີ 2015 ໄດ້ເປັນກົດໝາຍແມ່ພື້ນຖານສໍາຄັນ ຂອງປະເທດຊາດ, ເປັນບ່ອນອີງແກ່ ການສຶກສາ ແລະ ປັບປຸງບັນດາກົດ ໝາຍ ເພື່ອເປັນເຄື່ອງມືໃນການຄຸ້ມ ຄອງລັດ, ຄຸ້ມຄອງເສດຖະກິດ-ສັງ ຄົມດ້ວຍກົດໝາຍ ເຊິ່ງຈຸດປະສົງ ຂອງກອງປະຊຸມຄັ້ງນີ້ແມ່ນເພື່ອສະ ຫລຸບຕີລາຄາການຈັດຕັ້ງປະຕິບັດ ລັດຖະທໍາມະນູນໃນໄລຍະເກືອບ 10 ປີທີ່ຜ່ານມາໃຫ້ແຕ່ລະອົງການ ຈັດຕັ້ງພັກ-ລັດ ເຫັນໄດ້ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຜົນສຳເລັດ, ບັນຫາຄົງ ຄ້າງ ພ້ອມທັງສາເຫດ, ບົດບັນຍັດ ທີ່ສອດຄ່ອງ ຫລື ບໍ່ສອດຄ່ອງ, ບົດ ຮຽນ ແລະ ບັນຫາຕັ້ງຂຶ້ນ ເພື່ອເປັນ ຂໍ້ມູນໃຫ້ແກ່ຄະນະກຳມະການຄົ້ນ ຄວ້າ, ປັບປຸງເນື້ອໃນຂອງລັດຖະທຳ ມະນູນ ສະບັບປີ 2015 ໃຫ້ຖືກ ຕ້ອງ, ຄົບຖ້ວນ, ສອດຄ່ອງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດປາ ກົດຜົນເປັນຈິງໄດ້. ໃນກອງປະຊຸມ, ບັນດາຜູ້ຕາງ ໜ້າອົງການປົກຄອງແຂວງ, ຂະ ແໜງການກ່ຽວຂ້ອງແຕ່ລະອົງການ ຈັດຕັ້ງຂອງແຂວງ ໄດ້ປະກອບຄໍາ ເຫັນ ແລະ ໄດ້ສຸມໃສ່ຄົ້ນຄວ້າຕໍ່ແຕ່ ລະເນື້ອໃນຂອງລັດຖະທຳມະນູນ ຢ່າງມີຈຸດສຸມ ເຊິ່ງເຊື່ອໝັ້ນວ່າຈະ ເປັນຂໍ້ມູນສຳຄັນໃຫ້ແກ່ຄະນະຮັບ ຜິດຊອບນຳໄປຄົ້ນຄວ້າ, ວິເຄາະວິ ໄຈປັບປຸງຄືນ ເພື່ອເຮັດໃຫ້ລັດຖະ ທຳມະນູນດັ່ງກ່າວ ມີເນື້ອໃນຄົບ ຖ້ວນ, ສາມາດຈັດຕັ້ງປະຕິບັດດ້ວຍ ຄຸນນະພາບ, ມີຄວາມສັກສິດສູງ ຂຶ້ນ, ສັງຄົມມີຄວາມສະຫງົບ, ປະ ຊາທິປະໄຕ, ຍຸຕິທຳ, ສີວິໄລ ແລະ ນໍາໃຊ້ໄດ້ຢ່າງສອດຄ່ອງກັບສະພາບ ການພັດທະນາໃນໄລຍະປ່ຽນແປງ ໃໝ່. ກອງປະຊຸມປະເມີນການຈັດ ຕັ້ງປະຕິບັດລັດຖະທຳມະນູນສະບັບ ປີ 2015 ແມ່ນສືບຕໍ່ ເພື່ອເປັນການ ປັບປຸງລະບົບອຳນາດແຫ່ງລັດ ໃຫ້ມີ ປະສິດທິພາບສູງ, ສ້າງບາດລ້ຽວ ໃໝ່ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ການເຊື່ອມໂຍງເສດຖະກິດກັບພາກ ພື້ນ ແລະ ສາກົນໃນໄລຍະໃໝ່ ຈຶ່ງ ໄດ້ປັບປຸງລັດຖະທຳມະນູນ ສະບັບ ປີ 2003, ສະບັບປັບປຸງໃນປີ2015 ຊຶ່ງເປັນການປັບປຸງຄັ້ງທີ 2 ແລະ ໄດ້ຖືກຮັບຮອງຈາກກອງປະຊຸມສະ ໄໝສາມັນ ເທື່ອທີ 10 ຂອງສະພາ ແຫ່ງຊາດ ຊຸດທີ VII, ປະກອບມີ 14 ໝວດ ແລະ 119 ມາດຕາ, ເພີ່ມຂຶ້ນ 3 ໝວດ ຄື: ໝວດ ທີ 8 ສະພາປະຊາ ຊົນທ້ອງຖິ່ນ, ໝວດທີ11 ການກວດ ສອບແຫ່ງລັດ ແລະ ໝວດທີ 12 ຄະ ນະກຳມະການເລືອກຕັ້ງ ແລະ 21 ມາດຕາ. ໂອກາດນີ້, ທ່ານ ລາວປ່າວຊົ່ງ ນະວົງໄຊ ກໍໄດ້ຮຽກຮ້ອງໃຫ້ຜູ້ເຂົ້າ ຮ່ວມເອົາຜົນຂອງກອງປະຊຸມຄັ້ງນີ້ ລາຍງານ ຫລື ແຈ້ງໃຫ້ຄະນະນໍາ ແລະ ພະນັກງານວິຊາການຂອງຕົນ ໄດ້ຮັບຊາບ, ພ້ອມທັງສືບຕໍ່ນໍາພາ ສະມາຊິກພັກ, ພະນັກງານ, ລັດຖະ ກອນໃນອົງການຂອງຕົນຄົ້ນຄວ້າ ສະເໜີຄໍາເຫັນຕໍ່ການປັບປຸງລັດຖະ ທຳມະນູນ ຕາມຄໍາຖາມເຈາະຈີ້ມ ແລ້ວລາຍງານໃຫ້ສະ ພາປະຊາຊົນ ແຂວງ ເພື່ອຈະໄດ້ສັງລວມສົ່ງມາຍັງ ກອງເລຂາ ກໍຄື ຄະນະຮັບຜິດຊອບ ປັບປຸງລັດຖະທຳມະນູນລະດັບຊາດ ໄດ້ເປັນຂໍ້ມູນເພື່ອນໍາມາຄົ້ນວ້າ, ປະ ກອບຄໍາເຫັນຕໍ່ຮ່າງລັດຖະທຳມະ ນູນ ສະບັບປັບປຸງ ເພື່ອສືບຕໍ່ກະ ກຽມ ໃຫ້ແກ່ການນຳອອກທາບ ທາມຄວາມເຫັນປັບປຸງຄືນໃນຕົ້ນປີ 2025 ແລະ ສຳເລັດຕາມແຜນທຸກ ປະການ. ຂ່າວ: ໄພບູນ
RkJQdWJsaXNoZXIy MTc3MTYxMQ==