pm0 ot7vos];';P'9a o ]tfq , 7;k,7y fcdh w0[a oskoE4h ;,.o8q ;g,n v' 7totde,tdko]tfa [-kf xtg,u ozq odkoxt8y [a f ]a f4tme,to6 o lt[a [ xu 2015 16 j va f8txn dtly dvo g,n v'9v,gra f 05 h o0h P;xa dfeg0Q kokxu s]kp[h ko0v'g,n v'pq ,,t]kf wfh Ia [zq odtmq [9kdoE4h ;, lko ;a olkdq ogrn j v8h kodko7h k,to5 f w22h k]k; l5 ,.lj xa [x5 '{0tspkplkplq j '{lt4kou c]t ]t[q [9e|j kp.sh wxg4y 'z6 h -q ,.-h mq j ;xtgmf -P'0;k' xtg,u ozq odko9a f8A 'xt8y [a f ]a f4tme,to6 o lt[a [ xu 2015 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 31.07.2024 ປີທີ 23 ສະບັບທີ 5.983 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີັຸີີັີ mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 7 ອ່ານຕໍ່ໜ້າ 2 * ເນື່ອງໃນໂອກາດວັນສາກົນ ເພື່ອຕ້ານການຄ້າມະນຸດ ວັນທີ 30 ກໍລະກົດ 2024 ໄດ້ໝູນວຽນມາອີກວາລະໜຶ່ງ, ຕາງໜ້າ ໃຫ້ການ ນໍາພັກ, ລັດຖະບານ ແລະ ໃນນາມສ່ວນຕົວ, ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ ໄດ້ ຝາກຄວາມຮັກແພງ ແລະ ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນມາຍັງ ທຸກພາກສ່ວນທີ່ກ່ຽວຂ້ອງທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຕະຫລອດ ຮອດປະຊາຊົນລາວ ບັນດາເຜົ່າໃນທົ່ວປະເທດ. ດັ່ງທີ່ຮູ້ນຳກັນແລ້ວວ່າ, ບັນຫາການຄ້າມະນຸດເປັນອາຊະຍາກໍາທີ່ ຮ້າຍແຮງ, ໄດ້ລະເມີດສິດທິພື້ນຖານ ຂອງພົນລະເມືອງຕາມທີ່ໄດ້ກຳນົດ ໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ກໍຄື ສົນທິສັນຍາສາກົນ ເຊິ່ງໄດ້ ສົ່ງຜົນກະທົບໂດຍກົງຕໍ່ຮ່າງກາຍ, ຊີວິດ, ສຸຂະພາບ, ກຽດສັກສີ ແລະ ຈິດໃຈຂອງຜູ້ຖືກເຄາະຮ້າຍ,ຕໍ່ຄອບຄົວຂອງເຂົາເຈົ້າ, ຕໍ່ການພັດທະນາ ເສດຖະກິດ-ສັງຄົມ, ຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໃນ ສັງຄົມ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນປະເທດໜຶ່ງໃນ ບັນດາປະເທດ ທີ່ໄດ້ຮັບຜົນກະທົບ ຈາກການຄ້າມະນຸດ, ເນື່ອງຈາກທີ່ ຕັ້ງພູມສັນຖານຂອງປະເທດມີ ຄວາມສະດວກໃນການເດີນທາງ ເຂົ້າອອກຂອງພົນລະເມືອງລາວ ແລະ ຕ່າງປະເທດ; ຄວາມຮຽກຮ້ອງຕ້ອງ ການກໍາລັງແຮງງານໃນບາງຂົງເຂດຫົວໜ່ວຍທຸລະກິດນັບມື້ສູງຂຶ້ນ ແລະ ປັດໄຈອື່ນ ທີ່ອໍານວຍແກ່ການເກີດຂຶ້ນຂອງອາຊະຍາກໍາຄ້າມະນຸດ ເປັນຕົ້ນຄວາມທຸກຍາກ, ການຂາດເຂີນປັດໄຈໃນການດຳລົງຊີວິດ, ການ ຂາດສະຕິລະວັງຕົວ, ຄວາມບໍ່ເຂົ້າໃຈແຈ້ງຕໍ່ລະບຽບກົດໝາຍ, ຄວາມ ຮັບຮູ້ຕໍ່ກັບສະພາບການຄ້າມະນຸດຂອງປະຊາຊົນຍັງຈໍາກັດ. ຍ້ອນເຫັນໄດ້ຄວາມເປັນອັນຕະລາຍຂອງການຄ້າມະນຸດ, ສູນ ກາງພັກ, ລັດຖະບານ ຈຶ່ງໄດ້ນຳພາ-ຊີ້ນຳການຈັດຕັ້ງປະຕິບັດວຽກ ງານຕ້ານການຄ້າມະນຸດຢ່າງຈິງຈັງ ເປັນຕົ້ນ ແມ່ນໄດ້ເອົາໃຈໃສ່ໃນ ການປັບປຸງກົງການຈັດຕັ້ງວຽກງານຕ້ານການຄ້າມະນຸດໃຫ້ເປັນລະ ບົບ, ມີຄວາມເຂັ້ມແຂງນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ;ໄດ້ສ້າງ, ປັບປຸງບັນດາຄູ່ມື, ນິຕິກໍາທີ່ກ່ຽວ ຂ້ອງ ເພື່ອເປັນບ່ອນອີງໃນການຈັດ ຕັ້ງປະຕິບັດວຽກງານ, ການຜັນຂະ ຫຍາຍແຜນງານແຫ່ງຊາດ ວ່າດ້ວຍ ການສະກັດກັ້ນ ແລະ ຕ້ານການຄ້າ ມະນຸດ ໄລຍະ 3 (ແຕ່ປີ 2021ການປັບປຸງລັດຖະມູນໃນຄັ້ງນີ້, ເພື່ອສຸມໃສ່ຄົ້ນຄວ້າ ແລະ ປັບປຸງ ບາງໝວດ, ບາງມາດຕາທີ່ຈໍາເປັນ ເປັນຕົ້ນ ໝວດກ່ຽວກັບການປົກ ຄອງທ້ອງຖິ່ນແລະອາດຈະຄົ້ນຄວ້າ ຂປລ. ຄະນະກຳມະການລະດັບ ຊາດ ຈັດກອງປະຊຸມປະເມີນຜົນ ການຈັດຕັ້ງປະຕິບັດລັດຖະທຳມະ ນູນແຫ່ງສປປລາວສະບັບປີ2015 ໃນວັນທີ 29 ກໍລະກົດ 2024 ທີ່ ແຂວງອັດຕະປື ໂດຍເປັນປະທານ ຂອງ ທ່ານ ລາວປ່າວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງຫົວ ໜ້າໂຄສະນາອົບຮົມສູນກາງພັກ, ຄະນະກໍາມະການລະດັບຊາດປັບ ປຸງລັດຖະທໍາມະນູນ, ມີການນຳ ພາບປະກອບ ຂປລ. ກອງປະຊຸມປະເມີນຜົນ ການຈັດຕັ້ງປະຕິບັດລັດຖະທໍາມະ ມູນສະບັບປີ 2015 (ໄລຍະປີ 2015- 2024) ໃນວັນທີ 29 ກໍລະ ກົດ2024ທີ່ແຂວງຊຽງຂວາງໂດຍ ການເປັນປະທານຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດ ຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ຄະ ນະກຳມະການລະດັບຊາດປັບປຸງ ລັດຖະທໍາມະມູນແຫ່ງ ສປປ ລາວ, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງ ຊຽງຂວາງ, ມີການນໍາແຂວງ, ບັນດາພະແນກກົມກອງອ້ອມຂ້າງ ແຂວງ ແລະ ຄະນະກຳມະການລະ ດັບຊາດປັບປຸງລັດຖະທໍາມະນູນ ແຫ່ງ ສປປ ລາວເຂົ້າຮ່ວມ. ສະເໜີເພີ່ມບາງມາດຕາ ຫລື ບາງ ຂໍ້ບັນຍັດໃໝ່ທີ່ເຫັນວ່າມີຄວາມສໍາ ຄັນ ແລະ ຈໍາເປັນສາມາດນໍາເຂົ້າພິ ຈາລະນາ, ຮັບຮອງໃນກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະ ພາແຫ່ງຊາດ ຊຸດທີ IX ໃຫ້ສໍາເລັດ ກາງປີ 2025. ທ່ານ ບຸນຂວາງ ທະວີສັກ ຮອງ ປະທານສານປະຊາຊົນສູງສຸດຕາງ ໜ້າຄະນະກໍາມະການລະດັບຊາດ ປັບປຸງລັດຖະທໍາມະນູນ ແຫ່ງ ສປປ ລາວ ໄດ້ສະເໜີບົດປະເມີນຜົນການ ຈັດຕັ້ງປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2015 (ໄລຍະ2015-2024)ໂດຍໄດ້ຍົກ ໃຫ້ເຫັນວ່າ: ຜ່ານການຈັດຕັ້ງປະຕິ ຂປລ. ພະແນກໂຍທາທິການ ແລະຂົນສົ່ງ(ຍທຂ)ນະຄອນຫລວງ ວຽງຈັນ(ນວ) ຈັດສຳມະນາຫົວຂໍ້: ການແກ້ໄຂບັນຫານໍ້າຖ້ວມຂັງໃນ ຕົວເມືອງ ນວ ໃນວັນທີ 29 ກໍລະ ກົດ 2024 ໂດຍການເຂົ້າຮ່ວມ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະ ມົນຕີກະຊວງຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມ, ທ່ານ ຂອງແຂວງ, ຫົວໜ້າ-ຮອງຫົວໜ້າ ພະແນກການຂັ້ນແຂວງ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ມະນີໂສ ຊາມົນຕີ ຮອງ ປະທານກຳມະການເສດຖະກິດ, ເຕັກໂນໂລຊີແລະສິ່ງແວດລ້ອມ, ສະ ມາຊິກສະພາແຫ່ງຊາດເຂດເລືອກ ຕັ້ງ 17 ໄດ້ລາຍງານການຈັດຕັ້ງປະ ຕິບັດການປະເມີນຜົນລັດຖະທໍາ ມະນູນ ສະບັບປີ 2015 ມາຮອດປັດ ທ່ານ ລາວປ່າວຊົ່ງ ນະວົງໄຊ ທ່ານ ນາງ ສວນສະຫວັນ ວິຍະເກດ ອ່ານຕໍ່ໜ້າ 2 ຂປລ. ລັດວິສາຫະກິດໄຟຟ້າ ລາວ ໄດ້ສະຫລຸບການຈັດຕັ້ງປະຕິ ບັດວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ໃນວັນທີ30 ກໍລະກົດ 2024 ໂດຍມີທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງ ງານ ແລະ ບໍ່ແຮ່, ປະທານສະພາບໍ ລິຫານລັດວິສາຫະກິດໄຟຟ້າລາວ, ມີຄະນະອຳນວຍການ, ພະນັກງານ ຫລັກແຫລ່ງຂອງລັດວິສາຫະກິດ ໄຟຟ້າລາວ, ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງ ຖິ່ນ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ແບບອອນລາຍ. ໃນຂະນະ 6 ເດືອນ ຕົ້ນປີ 2024 ນີ້, ລັດວິສາຫະກິດ
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 31/07/2024 xtgmf]k; ສານ ວັນສາກົນ... ໄຟຟ້າລາວ ສຸມໃສ່... ຊຽງຂວາງ ປະເມີນຜົນ... ຍທຂ ນະຄອນຫລວງ.... ໄຟຟ້າລາວໄດ້ສຸມໃສ່ວຽກງານການ ປັບປຸງ-ຂະຫຍາຍລະບົບສາຍສົ່ງສະຖານີໄຟຟ້າ ແລະ ລະບົບຈຳໜ່າຍ ໄຟຟ້າ ເພື່ອໃຫ້ສາມາດນໍາສົ່ງພະລັງ ງານໄຟຟ້າ ຈາກແຫລ່ງຜະລິດ 98 ແຫ່ງ, ກໍາລັງຕິດຕັ້ງ 4.511,8 MW ໃຫ້ໄປເຖິງຜູ້ຊົມໃຊ້ໄຟຟ້າທົ່ວ ປະເທດ ທີ່ມີກໍາລັງຊົມໃຊ້ໄຟຟ້າສູງ 2025) ໃຫ້ເປັນຮູບປະທໍາເທື່ອລະ ກ້າວ; ສ້າງຄວາມເຂັ້ມແຂງໃຫ້ພະ ນັກງານຜູ້ເຮັດວຽກຕົວຈິງ ເປັນຕົ້ນ ການຝຶກອົບຮົມວຽກງານຕ້ານການ ຄ້າມະນຸດໃຫ້ເຈົ້າໜ້າທີ່ຕຳຫລວດ, ພະນັກງານທີ່ກ່ຽວຂ້ອງ ແຕ່ສູນກາງ ລົງຮອດທ້ອງຖິ່ນ; ສຸມໃສ່ການໂຄ ສະນາປູກຈິດສໍານຶກໃຫ້ສັງຄົມ ດ້ວຍການເຜີຍແຜ່ສື່ໂຄສະນາ, ລະ ຄອນ, ບົດເພງຜ່ານທາງສື່ສັງຄົມ ອອນລາຍ, ວິທະຍຸ, ໂທລະພາບ,ໜັງ ສືພິມ, ວາລະສານ ແລະ ອື່ນໆ ເພື່ອ ໃຫ້ປະຊາຊົນຮັບຮູ້ແລະ ເຂົ້າໃຈຢ່າງ ຖືກຕ້ອງຕໍ່ຄວາມເປັນອັນຕະລາຍ ແລະ ຜົນກະທົບຂອງການຄ້າມະ ນຸດ; ໄດ້ປະຕິບັດມາດຕະການທາງ ດ້ານກົດໝາຍ ຕໍ່ຜູ້ກະທຳຜິດຢ່າງ ເຂັ້ມງວດ ແລະ ປົກປ້ອງຊ່ວຍເຫລືອ ຜູ້ຖືກເຄາະຮ້າຍ, ກຸ່ມສ່ຽງຈາກການ ຄ້າມະນຸດ ທັງຢູ່ພາຍໃນ ແລະ ມາ ຈາກຕ່າງປະເທດ ໃຫ້ເຂົາເຈົ້າໄດ້ ກັບຄືນສູ່ສັງຄົມ ແລະ ຄອບຄົວຢ່າງ ປອດໄພ. ພ້ອມນັ້ນ, ຍັງໄດ້ມີການພົວ ພັນຮ່ວມມືຢ່າງໃກ້ຊິດກັບບັນດາປະ ເທດເພື່ອນມິດ, ປະເທດບ້ານໃກ້ ເຮືອນຄຽງ, ລວມທັງບັນດາອົງການ ຈັດຕັ້ງສາກົນຕ່າງໆ; ຕະຫລອດໄລ ຍະທີ່ຜ່ານມາການພົວພັນແມ່ນມີປະ ສິດທິຜົນ ແລະ ມີຄວາມຄືບໜ້າ ຫລາຍດ້ານທີ່ສຳຄັນ ເຊິ່ງເປັນການ ປະກອບສ່ວນເຮັດໃຫ້ບັນຫາການ ຄ້າມະນຸດ ຖືກສະກັດກັ້ນ ແລະ ແກ້ ໄຂໄດ້ໃນລະດັບອັນແນ່ນອນ ເຮັດ ໃຫ້ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍດີ. ທັງໝົດນັ້ນ, ແມ່ນໝາກຜົນຂອງ ການປະກອບສ່ວນຂອງທຸກພາກ ສ່ວນໃນສັງຄົມເຂົ້າໃນຂະບວນ ການດັ່ງກ່າວ. ໃນໂອກາດນີ້, ຕ່າງໜ້າສູນກາງ ພັກ, ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ຂ້າ ພະເຈົ້າ, ຂໍຍ້ອງຍໍຊົມເຊີຍຄະນະ ກໍາມະການຕ້ານການຄ້າມະນຸດລະ ດັບຊາດ, ລະດັບທ້ອງຖິ່ນ ແລະ ບັນ ດາຂະແໜງການທີ່ກ່ຽວຂ້ອງຕະ ຫລອດຮອດປະຊາຊົນລາວບັນດາ ເຜົ່າໃນທົ່ວປະເທດ ທີ່ໄດ້ຕັ້ງໜ້າເຂົ້າ ຮ່ວມໃນວຽກງານຕ້ານການຄ້າມະ ນຸດຢ່າງຈິງຈັງ. ພ້ອມນີ້, ຂໍສະແດງຄວາມຂອບ ໃຈມາຍັງບັນດາປະເທດເພື່ອນມິດ, ປະເທດບ້ານໃກ້ເຮືອນຄຽງແລະບັນ ດາອົງການຈັດຕັ້ງສາກົນ, ອົງການ ບໍ່ສັງກັດລັດຖະບານ ແລະ ບັນດາຜູ້ ປະກອບການ ທັງພາຍໃນ ແລະຕ່າງ ປະເທດ ທີ່ໄດ້ໃຫ້ການສະໜັບສະໜູນ ລັດຖະບານ ແລະ ປະຊາຊົນເຂົ້າໃນ ວຽກງານຕ້ານການຄ້າມະນຸດໄດ້ ຮັບຜົນດີຕະຫລອດມາ. - ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫລາຍ !. ການຄ້າມະນຸດ ເປັນບັນຫາລວມ ຂອງຊາດແລະຂອງສາກົນ.ດັ່ງນັ້ນ, ອີກເທື່ອໜຶ່ງ ເນື່ອງໃນໂອກາດວັນສາ ກົນເພື່ອຕ້ານການຄ້າມະນຸດ ວັນທີ 30 ກໍລະກົດ 2024 ນີ້, ໃນນາມລັດ ຖະບານຂ້າພະເຈົ້າ, ຂໍຮຽກຮ້ອງມາ ຍັງບັນດາອົງການຈັດຕັ້ງຂອງພັກ, ລັດ, ແນວລາວສ້າງຊາດ, ອົງການ ຈັດຕັ້ງມາຫາຊົນ ແລະ ຫົວໜ່ວຍທຸ ລະກິດ ທັງພາກລັດ, ເອກະຊົນ, ປະ ຊາຊົນໃນ ສປປ ລາວ ຈົ່ງຍົກສູງ ຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີອອກແຮງຈັດຕັ້ງປະຕິ ບັດວຽກງານຕ້ານການຄ້າມະນຸດ, ພ້ອມທັງເອົາໃຈໃສ່ເຮັດວຽກໂຄສະ ນາ ເພື່ອປະຊາຊົນລາວບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈຜົນຮ້າຍຂອງ ການຄ້າມະນຸດ; ມີສະຕິປ້ອງກັນຕົວ ເອງ ແລະ ມີຄວາມຕື່ນຕົວປະກອບ ສ່ວນເຂົ້າໃນວຽກງານຕ້ານການ ຄ້າມະນຸດໃຫ້ຫລາຍຂຶ້ນ. ພ້ອມນັ້ນ, ກໍໃຫ້ເພີ່ມທະວີວຽກງານກວດກາ, ຕິດຕາມ, ຄຸ້ມຄອງການເຂົ້າ-ອອກ ປະເທດຢູ່ບັນດາດ່ານຊາຍແດນ, ກຸ່ມ ສ່ຽງຢູ່ພື້ນທີ່ຫລໍ່ແຫລມ, ເຂດອຸດສາ ຫະກຳ, ກະສິກຳ, ບໍລິການບັນເທີງ ແລະ ພາກສ່ວນອື່ນໆທີ່ນຳໃຊ້ແຮງ ງານ; ເອົາໃຈໃສ່ສ້າງ ແລະ ພັດທະ ນາສີມືແຮງງານ, ສ້າງວຽກເຮັດ ງານທຳ ແລະ ຕະຫລາດແຮງງານ ໃຫ້ມີຄວາມສອດຄ່ອງ; ເພີ່ມທະວີ ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາ ກອນຢູ່ບັນດາຂະແໜງການທີ່ກ່ຽວ ຂ້ອງ ເປັນຕົ້ນ ຂະແໜງການທີ່ຮັບ ຜິດຊອບວຽກງານຕ້ານການຄ້າມະ ນຸດ, ເຈົ້າໜ້າທີ່ປະຈຳດ່ານຊາຍ ແດນ, ພະນັກງານການທູດປະຈຳຢູ່ ຕ່າງປະເທດໃຫ້ຮັບຮູ້ ແລະ ເຂົ້າໃຈ ຢ່າງເລິກເຊິ່ງ; ສືບຕໍ່ພົວພັນຮ່ວມມື ສອງຝ່າຍ, ຫລາຍຝ່າຍກັບອົງການ ຈັດຕັ້ງສາກົນທັງພາຍໃນ ແລະ ຕ່າງ ປະເທດ, ອົງການຈັດຕັ້ງທາງສັງຄົມ ເພື່ອຍາດແຍ່ງການສະໜັບສະໜູນ ປະກອບສ່ວນ ເພື່ອເຮັດວຽກງານ ຕ້ານການຄ້າມະນຸດມີປະສິດທິຜົນ ດີຂຶ້ນ ແລະ ຕອບສະໜອງງົບປະ ມານເຂົ້າໃນວຽກງານດັ່ງກ່າວຢ່າງ ເໝາະສົມ. ຂ້າພະເຈົ້າ, ຫວັງຢ່າງຍິ່ງວ່າ ບັນດາອົງການຈັດຕັ້ງພັກ, ລັດ, ຄູ່ ຮ່ວມພັດທະນາ, ອົງການຈັດຕັ້ງ ສາກົນ, ອົງການຈັດຕັ້ງທາງສັງຄົມ, ສື່ມວນຊົນຈາກທຸກພາກສ່ວນ, ຜູ້ປະ ກອບການທັງພາຍໃນ ແລະ ຕ່າງປະ ເທດ ຈະສືບຕໍ່ໃຫ້ການສະໜັບສະ ໜູນ, ຮ່ວມມືຊ່ວຍເຫລືອເຂົ້າໃນວຽກ ງານແກ້ໄຂບັນຫາການຄ້າມະນຸດ ໃຫ້ຫລຸດໜ້ອຍຖອຍລົງ ແລະ ໝົດ ສິ້ນໄປຈາກ ສປປ ລາວ ກໍຄືພາກພື້ນ ແລະ ສາກົນ. ສຸດ 2.015 MWຢ່າງພຽງພໍ ແລະ ມີຄວາມສະຖຽນລະພາບ. ທ່ານ ວົງສະກຸນ ຍິ່ງຍົງ ຜູ້ອຳ ນວຍການໃຫຍ່ ລັດວິສາຫະກິດໄຟ ຟ້າລາວ ໄດ້ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2024 ຜ່ານມາ ລັດວິ ສາຫະກິດໄຟຟ້າລາວ ໄດ້ສຸມໃສ່ຈັດ ຕັ້ງປະຕິບັດຫລັກການ ແລະ ນະໂຍ ບາຍການດໍາເນີນທຸລະກິດຂອງໄຟ ຟ້າລາວ ໃນໄລຍະໃໝ່, ຕີຖອຍບັນ ດາປາກົດການຫຍໍ້ທໍ້ຕ່າງໆທີ່ກະທົບ ໃສ່ ເພື່ອເປັນພື້ນຖານໃຫ້ການດໍາ ເນີນວຽກງານອື່ນໆໃຫ້ມີປະສິດທິ ຜົນ. ພ້ອມນັ້ນ, ກໍໄດ້ພະຍາຍາມທຸກ ວິທີທາງ ເພື່ອນໍາໃຊ້ທ່າແຮງທີ່ມີຢູ່ ສ້າງລາຍຮັບເພີ່ມເຂົ້າໄຟຟ້າລາວ ຈໍານວນໜຶ່ງ ແລະ ປະຢັດລາຍຈ່າຍ ບໍລິຫານຕ່າງໆ ເພື່ອຫລຸດຜ່ອນລາຍ ຈ່າຍທີ່ບໍ່ຈໍາເປັນລົງ ເຊິ່ງໃນໄລຍະ 6 ເດືອນຕົ້ນປີ 2024 ນີ້, ລັດວິສາ ຫະກິດໄຟຟ້າລາວ ໄດ້ສຸມໃສ່ວຽກ ງານການປັບປຸງ-ຂະຫຍາຍລະບົບ ສາຍສົ່ງ-ສະຖານີໄຟຟ້າແລະລະບົບ ຈຳໜ່າຍໄຟຟ້າ ເພື່ອໃຫ້ສາມາດນໍາ ສົ່ງພະລັງງານໄຟຟ້າ ຈາກແຫລ່ງ ຜະລິດ 98 ແຫ່ງ, ກໍາລັງຕິດຕັ້ງ 4.511,8 MW ໃຫ້ໄປເຖິງຜູ້ຊົມ ໃຊ້ໄຟຟ້າທົ່ວປະເທດ ທີ່ມີກໍາລັງຊົມ ໃຊ້ໄຟຟ້າສູງສຸດ 2.015 MWຢ່າງ ພຽງພໍ ແລະ ມີຄວາມສະຖຽນລະ ພາບ. ມາຮອດປັດຈຸບັນທົ່ວປະເທດ ມີສະຖານີໄຟຟ້າແຮງສູງທັງໝົດ 80 ແຫ່ງ, ລວມກໍາລັງຕິດຕັ້ງທັງໝົດ 8.884 MVA. ໃນນັ້ນ, ມີລະບົບ ສາຍສົ່ງໄຟຟ້າແຮງສູງ 500 kV ລວງຍາວ ທັງໝົດ 372 km/ວົງ ຈອນ, 230 kV ລວງຍາວທັງໝົດ 3.530 km/ວົງຈອນ ແລະ ລະບົບ ສາຍສົ່ງໄຟຟ້າ 115 kV ລວງຍາວ ທັງໝົດ 7.085 km/ວົງຈອນ; ມີລະ ບົບຕາຂ່າຍແຮງດັນກາງ 22 kV35 kV ລວງຍາວທັງໝົດ 37,949 km/ວົງຈອນ, ລະບົບຕາຂ່າຍແຮງ ດັນຕໍ່າ 0.4 kV ລວງຍາວທັງໝົດ 22.262,58 km/ວົງຈອນ, ມີ ໝໍ້ແປງລະບົບຈໍາໜ່າຍທັງໝົດ 39.041 ໜ່ວຍ, ລວມກໍາລັງຕິດ ຕັ້ງ 9.404.983 kVA, ມີຈໍານວນ ໝໍ້ນັບໄຟ ທີ່ຢູ່ໃນການຄຸ້ມຄອງຂອງ ໄຟຟ້າລາວ ທັງໝົດ 1.744.819 ໜ່ວຍ. ພ້ອມນີ້, ລັດວິສາຫະກິດໄຟຟ້າ ລາວ ຍັງໄດ້ສຸມໃສ່ແກ້ໄຂສະພາບ ບັນຫາໄຟຕົກ-ໄຟມອດ-ໄຟບໍ່ພໍເພື່ອ ໃຫ້ປະຊາຊົນໄດ້ຊົມໃຊ້ໄຟຟ້າໄດ້ ຢ່າງໂລ່ງລ່ຽນ ໂດຍໄດ້ສຸມໃສ່ວຽກ ງານການປັບປຸງລະບົບຈໍາໜ່າຍໃນ ຂອບເຂດທົ່ວປະເທດ ໂດຍສະເພາະ ນະຄອນຫລວງວຽງຈັນໃຫ້ມີຄວາມ ຮັບປະກັນສູງຂຶ້ນ ເພື່ອຫລຸດຜ່ອນ ບັນຫາແຮງດັນຕົກ(ໄຟບໍ່ພໍ) ແນໃສ່ ການປັບປຸງປ່ຽນສາຍຈາກສາຍຂະ ໜາດນ້ອຍເປັນສາຍຂະໜາດໃຫຍ່, ເສີມໝໍ້ແປງໄຟຟ້າ ເພື່ອໃຫ້ແທດ ເໝາະກັບສະພາບຂອງການຊົມໃຊ້ ໄຟຟ້າຕົວຈິງໃນແຕ່ລະເຂດ, ເຮັດ ໃຫ້ການສະໜອງໄຟມີທ່າອ່ຽງສະ ຖຽນລະພາບສູງຂຶ້ນແລະຫລຸດຜ່ອນ ບັນຫາແຮງດັນຕົກໄດ້ຫລາຍຈຸດ ໂດຍສະເພາະໃນຂອບເຂດຕົວ ເມືອງນະຄອນຫລວງວຽງຈັນ. ອັນ ທີ່ພົ້ນເດັ່ນ ໄດ້ສໍາເລັດການກະກຽມ ຄວາມພ້ອມໃນການສະໜອງໄຟຮັບ ໃຊ້ກອງປະຊຸມສຸດຍອດອາຊຽນທີ່ ສປປລາວໄດ້ຮັບກຽດເປັນເຈົ້າພາບ ໃນທ້າຍປີນີ້ ເຊິ່ງຄວາມຄືບໜ້າມາ ຮອດປັດຈຸບັນ ໄດ້ສຳເລັດການແຕ່ງ ຕັ້ງຄະນະກຳມະການຮັບຜິດຊອບ ແຕ່ລະໜ້າວຽກ, ສຳເລັດວາງແຜນ ການສະໜອງໄຟ 2 ທິດທາງ ໃຫ້ມີ ຄວາມຮັບປະກັນໃຫ້ບັນດາສະຖານ ທີ່ຈຸດສຸມສໍາຄັນໃນການຈັດງານ ຕ່າງໆຂອງກອງປະຊຸມ ເຊັ່ນ: ຫໍປະ ຊຸມແຫ່ງຊາດ, ບັນດາໂຮງແຮມ, ຮ້ານອາຫານ ແລະ ອື່ນໆ. ນອກນັ້ນ, ຍັງໄດ້ລົງເຮັດວຽກຮ່ວມກັບບັນດາ ໂຮງແຮມໃຫ້ມີລະບົບໄຟສໍາຮອງ ເພື່ອຮັບມືໃນກໍລະນີສຸກເສີນຕ່າງໆ. ສໍາລັບທິດທາງວຽກງານຈຸດສຸມ ໃນ 6 ເດືອນທ້າຍປີ 2024, ລັດວິ ສາຫະກິດໄຟຟ້າລາວ ຈະສືບຕໍ່ຄົ້ນ ຄວ້າ ແລະ ຄັດເລືອກຜູ້ພັດທະນາ ເພື່ອມາພັດທະນາໂຄງການພະລັງ ງານໄຟຟ້າແສງຕາເວັນ ຕາມຈຸດທີ່ ລັດວິສາຫະກິດໄຟຟ້າລາວ ໄດ້ມີ ການສຶກສາ ແລະ ຮັບຮອງຈາກກະ ຊວງພະລັງງານ ແລະ ບໍ່ແຮ່ (ໃນ ກອບ 650 MW) ເພື່ອຮັບປະກັນ ການສະໜອງໄຟພາຍໃນປະເທດ ໃຫ້ພຽງພໍ ໃນໄລຍະເລັ່ງດ່ວນ ປີ 2024-2027 ໃຫ້ສໍາເລັດໂດຍ ໄວ; ຈະສືບຕໍ່ຄົ້ນຄວ້າປັບປຸງນະໂຍ ບາຍການຮັບຊື້ໄຟຈາກພະລັງງານ ແສງຕາເວັນທີ່ຕິດຕັ້ງເທິງຫລັງຄາ (Solar Rooftop) ສໍາລັບພາກ ທີ່ຢູ່ອາໄສ ແນໃສ່ການສົ່ງເສີມ ແລະ ດຶງດູດໃຫ້ຜູ້ຊົມໃຊ້ໄຟຟ້າພາກທີ່ ຢູ່ອາໄສລົງທຶນຕິດຕັ້ງ Solar Rooftop ຊົມໃຊ້ໄຟເອງ; ສືບຕໍ່ເລັ່ງ ຈັດຕັ້ງປະຕິບັດໂຄງການສາຍສົ່ງ 500/230kVອ້ອມນະຄອນຫລວງ ວຽງຈັນ ໃຫ້ສຳເລັດໃນທ້າຍປີ 2024 ໂດຍສະເພາະແລວສາຍສົ່ງ 230 kV ນາບົງ-ດົງໂພສີ ແລະ ຈະ ເພີ່ມທະວີຄວາມເອົາໃຈໃສ່ການສະ ໜອງໄຟໃຫ້ມີຄວາມສະຖຽນລະ ພາບຫລີກລ່ຽງບັນຫາໄຟຕົກ-ໄຟ ມອດເປັນບໍລິເວນກວ້າງເພື່ອຮັບປະ ກັນການສະໜອງໄຟຮັບໃຊ້ກອງປະ ຊຸມສຸດຍອດອາຊຽນ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນປີນີ້. ຂ່າວ: ທະນູທອງ, ພາບ: ຂັນໄຊ ບັດລັດຖະທໍາມະນູນ ສະບັບປີ1991 ມາເປັນເວລາ12ປີເຫັນວ່າມີຄວາມ ຈໍາເປັນຕ້ອງໄດ້ມີການປັບປຸງ ເພື່ອ ຕອບສະໜອງກັບຄວາມຮຽກຮ້ອງ ຕ້ອງການໃນການຈັດຕັ້ງປະຕິບັດ ນະໂຍບາຍປ່ຽນແປງໃໝ່ ໃຫ້ເຂົ້າສູ່ ລວງເລິກ ມາຮອດປີ 2003 ກອງ ປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ V ໄດ້ ພິຈາລະນາຮັບຮອງເອົາລັດຖະທໍາ ມະນູນ ສະບັບປັບປຸງປະກອບມີ 11 ໝວດ ແລະ 98 ມາດຕາ, ແຕ່ຍັງບໍ່ ສອດຄ່ອງໃນການຈັດຕັ້ງປະຕິບັດ ເພື່ອເປັນການປັບປຸງລະບົບອຳນາດ ແຫ່ງລັດ ໃຫ້ມີປະສິດທິພາບສູງ, ສ້າງບາດລ້ຽວໃໝ່ ແກ່ການປົກປັກ ຮັກສາແລະສ້າງປະເທດຊາດ, ການ ເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ໃນໄລຍະໃໝ່ຈຶ່ງໄດ້ ປັບປຸງລັດຖະທໍາມະນູນ ສະບັບປີ 2003 ໃນປີ 2015 ເຊິ່ງເປັນການ ປັບປຸງຄັ້ງທີ 2 ແລະ ໄດ້ຖືກຮັບຮອງ ຈາກກອງປະຊຸມສະໄໝສາມັນເທື່ອ ທີ 10 ຂອງສະພາແຫ່ງຊາດ ຊຸດທີ VII ຊຶ່ງປະກອບມີ 14 ໝວດ ແລະ 119 ມາດຕາ ເພີ່ມຂຶ້ນ 3 ໝວດ ຄື: ໝວດທີ 8 ສະພາປະຊາຊົນທ້ອງ ຖິ່ນ, ໝວດທີ 11 ການກວດສອບ ແຫ່ງຊາດ ແລະ ໝວດທີ 12 ຄະນະ ກຳມະການເລືອກຕັ້ງ ແລະ 21 ມາດ ຕາ.ຜ່ານການສ້າງ,ປະກາດໃຊ້ແລະ ປັບປຸງລັດຖະທໍາມະນູນສອງຄັ້ງທີ່ ຜ່ານມາ ເຮັດໃຫ້ນິຕິກຳສູງສຸດຂອງ ປະເທດ ມີຄວາມຖືກຕ້ອງ, ສອດ ຄ່ອງກັບສະພາບການຕົວຈິງໃນແຕ່ ລະໄລຍະກາຍເປັນພາຫະນະພື້ນ ຖານໃນການຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມ ດ້ວຍກົດໝາຍ ໃຫ້ດີຂຶ້ນ, ສ້າງເງື່ອນໄຂພື້ນຖານ ແກ່ການສ້າງລັດເຮົາໃຫ້ເປັນລັດ ທີ່ປົກຄອງດ້ວຍກົດໝາຍຂອງປະ ຊາຊົນ ໂດຍປະຊາຊົນ ແລະ ເພື່ອປະ ຊາຊົນເທື່ອລະກ້າວ. ຜ່ານການຈັດຕັ້ງລັດຖະທໍາມະ ນູນ ສະບັບປີ 2015, ລັດຖະບານ ໄດ້ສືບຕໍ່ການຜັນຂະຫຍາຍລັດຖະ ທໍາມະນູນປີ 2015 ເປັນກົດໝາຍ ໃນຂົງເຂດຕ່າງໆ ເຊິ່ງມີຈໍານວນ 139 ສະບັບ. ໃນນີ້, ຂົງເຂດເສດຖະ ກິດ 61 ສະບັບ, ຂົງເຂດວັດທະນະ ທຳ-ສັງຄົມ 36 ສະບັບ, ຂົງເຂດ ການປົກຄອງ ແລະ ຍຸຕິທໍາ 28 ສະ ບັບ, ຂົງເຂດປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ 9 ສະບັບ ແລະ ຂົງເຂດຕ່າງປະເທດ 5 ສະບັບ. ໃນກອງປະຊຸມ, ບັນດາຜູ້ຕາງ ໜ້າຈາກແຕ່ລະກຸ່ມ ໄດ້ສະເໜີບົດຄົ້ນ ຄວ້າປະກອບຄໍາຄິດຄໍາເຫັນຕໍ່ບັນ ດາໝວດ ແລະ ມາດຕາ, ພ້ອມທັງ ແລກປ່ຽນເຊິ່ງກັນແລະ ກັນຢ່າງກົງ ໄປກົງມາ ເພື່ອເຮັດໃຫ້ລັດຖະທໍາມະ ນູນ ແຫ່ງ ສປປ ລາວ ສະບັບນີ້ ມີ ເນື້ອໃນຄົບຖ້ວນສົມບູນ ເພື່ອເປັນ ບ່ອນອີງໃນການຈັດຕັ້ງປະຕິບັດ ໃນ ຕໍ່ໜ້າໃຫ້ເກີດດອກອອກຜົນ. ຂ່າວ-ພາບ: ແສງມາລີຕິກ ເກດແກ້ວ ສີຫາລາດ ກໍາມາທິການ ເຕັກໂນໂລຊີ ແລະສິ່ງແວດລ້ອມ ສະພາແຫ່ງຊາດ, ມີຮອງລັດຖະມົນ ຕີກະຊວງ ຍທຂ, ອະດີດລັດຖະມົນ ຕີກະຊວງ ຍທຂ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ບຸນຍະວັດ ນີຣະໄຊຍ໌ ຫົວ ໜ້າພະແນກ ຍທຂ ນວ ໄດ້ໃຫ້ຮູ້ວ່າ: ການຈັດກອງປະຊຸມຄັ້ງນີ້, ເພື່ອປຶກ ສາຫາລືລະດົມຄວາມຄິດ ເພື່ອແກ້ ໄຂບັນຫານໍ້າຖ້ວມຂັງຢູ່ບາງຈຸດ ແລະ ບາງເສັ້ນທາງໃນຕົວເມືອງ ນວ ໃນລະດູຝົນນີ້ ເຊິ່ງເປັນບັນຫາ ເຄັ່ງຮ້ອນ, ເປັນຜົນກະທົບຕໍ່ການສັນ ຈອນໄປມາຂອງປະຊາຊົນ; ເພື່ອ ຊອກວິທີແກ້ໄຂທີ່ຖືກຕ້ອງສອດ ຄ່ອງຕາມສະພາບຄວາມເປັນຈິງໃຫ້ ສໍາເລັດໂດຍໄວ. ເວລາມີຝົນຕົກແຮງ 2-3 ຊົ່ວໂມງຕິດຕໍ່ກັນ ນວ ຜະເຊີນ ກັບບັນຫານໍ້າຖ້ວມຂັງໃນຫລາຍຈຸດ ຕາມເສັ້ນທາງສາຍສໍາຄັນ ແລະ ຊຸມຊົນໃນຕົວເມືອງສົ່ງຜົນກະທົບ ຕໍ່ການສັນຈອນຕາມທ້ອງຖະໜົນ ແລະ ການດຳລົງຊີວິດຂອງປະຊາ ຊົນ ໂດຍສະເພາະເຮັດໃຫ້ເກີດມີ ຄວາມເສຍຫາຍຕໍ່ລະບົບເສັ້ນທາງ, ປະຊາຊົນມີຄວາມຫຍຸ້ງຍາກໃນ ການດຳລົງຊີວິດ ເຊິ່ງສະແດງໃຫ້ ເຫັນເຖິງລະບົບພື້ນຖານໂຄງລ່າງ ຮ່ອງລະບາຍນໍ້າ ພາຍໃນຕົວເມືອງ ບໍ່ມີຄວາມພ້ອມໃນການຮັບມືໃນສະ ພາບທີ່ມີຝົນຕົກໜັກ. ບັນຫາດັ່ງກ່າວ ນີ້, ແມ່ນເກີດມາຈາກຫລາຍປັດໄຈ ເຊັ່ນ:ການປ່ຽນແປງດິນຟ້າອາກາດ, ການເພີ່ມຂຶ້ນຂອງປະລິມານນໍ້າຝົນ, ຍ້ອນງົບປະມານຍັງຈຳກັດເຮັດໃຫ້ ການກໍ່ສ້າງຮ່ອງລະບາຍນໍ້າແຄມ ທາງ ແມ່ນຄິດໄລ່ແຕ່ລະບາຍນໍ້າໜ້າ ທາງ, ການອະນາໄມລວງຮ່ອງລະ ບາຍນໍ້າບໍ່ໄດ້ເຮັດເປັນປົກກະຕິ, ປະ ຊາຊົນບາງຄົນຍັງມີແນວຄິດຢຶດ ເອົາຮ່ອງເຂດສະຫງວນຮ່ອງລະ ບາຍນໍ້າ ເປັນບ່ອນຫາຜົນປະໂຫຍດ ສ່ວນຕົວ, ຍັງຖືເບົາຕໍ່ການຕິດຕາມ ກວດກາການຖົມດິນ ແລະ ການສະ ຫງວນດິນຮ່ອງລະບາຍນໍ້າ (ເວລາ ອອກໃບຕາດິນ) ບໍ່ໄດ້ສະຫງວນດິນ ຮ່ອງນໍ້າໄວ້, ຂາດການມີສ່ວນຮ່ວມ ຈາກປະຊາຊົນ ແລະ ສັງຄົມ. ໄລຍະນໍ້າຖ້ວມຂັງ ໃນຕົ້ນລະດູ ຝົນປີ 2024 ນີ້, ພະແນກ ຍທຂ ນະ ຄອນຫລວງວຽງຈັນໄດ້ສົມທົບກັບ ຫ້ອງການ ຍທຂ ປະຈໍາບັນດາ ເມືອງ ແລະ ຂະແໜງການທີ່ກ່ຽວ ຂ້ອງລົງສຳຫລວດແກ້ໄຂໄດ້ຫລາຍ ຈຸດ ໂດຍສະເພາະໄດ້ອະນາໄມຂີ້ຕົມ ຕາມຮ່ອງລະບາຍນໍ້າແຄມທາງທີ່ ມີນໍ້າຖ້ວມຂັງ, ສົມທົບອໍານາດການ ປົກຄອງບ້ານ, ເມືອງ,ອະນາໄມລວງ ຮ່ອງລະບາຍນໍ້າບາງສາຍໃຫ້ນໍ້າ ໄຫລສະດວກດີ ແລະ ທວງຄືນເອົາ ດິນເຂດສະຫງວນໃນບາງຈຸດຂອງ ເມືອງສີໂຄດຕະບອງ, ເມືອງຈັນທະ ບູລີ ແລະ ເມືອງໄຊເສດຖາ. ອັນນີ້ກໍ ເປັນສ່ວນໜຶ່ງໃນການແກ້ໄຂວຽກ ສະເພາະໜ້າຂອງພະແນກ ຍທຂ ເພື່ອເຮັດໃຫ້ການແກ້ໄຂບັນຫານໍ້າ ຖ້ວມຂັງຕາມເສັ້ນທາງ ແລະ ຕົວ ເມືອງໄດ້ຮັບການແກ້ໄຂໃຫ້ຖືກຈຸດ, ເປັນລະບົບ, ມີຄວາມຍືນຍົງ ແລະ ຮັບປະກັນໄດ້ບໍ່ໃຫ້ເກີດມີສະພາບນໍ້າ ຖ້ວມຂັງອີກໃນເວລາມີຝົນຕົກໜັກ. ດັ່ງນັ້ນການຈັດສຳມະນານີ້ຂຶ້ນ ມາ, ເພື່ອປຶກສາຫາລືລະດົມຄວາມ ຄິດເຫັນຊອກຊ່ອງທາງແກ້ໄຂບັນ ຫາໃຫ້ຖືກກັບສະພາບຄວາມເປັນ ຈິງແນໃສ່ແກ້ໄຂບັນຫາຜົນກະທົບ ທີ່ເກີດຂຶ້ນກັບຜູ້ໃຊ້ລົດໃຊ້ຖະໜົນ ພາຍໃນນະຄອນຫລວງວຽງຈັນ ໃຫ້ ໄດ້ໂດຍໄວ. ຂ່າວ-ພາບ: ຍທຂ ຄະນະກຳມະການລະດັບຊາດ... ຈຸບັນ ແມ່ນໄດ້ມີການປັບປຸງຄັ້ງທີ 2 ເຊິ່ງນັບວ່າເປັນເວລາ 9 ປີມານີ້, ລັດຖະທໍາມະນູນ ສະບັບປີ 2015 ໄດ້ເປັນກົດໝາຍແມ່ພື້ນຖານສໍາຄັນ ຂອງປະເທດຊາດ, ເປັນບ່ອນອີງແກ່ ການສຶກສາ ແລະ ປັບປຸງບັນດາກົດ ໝາຍ ເພື່ອເປັນເຄື່ອງມືໃນການຄຸ້ມ ຄອງລັດ, ຄຸ້ມຄອງເສດຖະກິດ-ສັງ ຄົມດ້ວຍກົດໝາຍ ເຊິ່ງຈຸດປະສົງ ຂອງກອງປະຊຸມຄັ້ງນີ້ແມ່ນເພື່ອສະ ຫລຸບຕີລາຄາການຈັດຕັ້ງປະຕິບັດ ລັດຖະທໍາມະນູນໃນໄລຍະເກືອບ 10 ປີທີ່ຜ່ານມາໃຫ້ແຕ່ລະອົງການ ຈັດຕັ້ງພັກ-ລັດ ເຫັນໄດ້ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຜົນສຳເລັດ, ບັນຫາຄົງ ຄ້າງ ພ້ອມທັງສາເຫດ, ບົດບັນຍັດ ທີ່ສອດຄ່ອງ ຫລື ບໍ່ສອດຄ່ອງ, ບົດ ຮຽນ ແລະ ບັນຫາຕັ້ງຂຶ້ນ ເພື່ອເປັນ ຂໍ້ມູນໃຫ້ແກ່ຄະນະກຳມະການຄົ້ນ ຄວ້າ, ປັບປຸງເນື້ອໃນຂອງລັດຖະທຳ ມະນູນ ສະບັບປີ 2015 ໃຫ້ຖືກ ຕ້ອງ, ຄົບຖ້ວນ, ສອດຄ່ອງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດປາ ກົດຜົນເປັນຈິງໄດ້. ໃນກອງປະຊຸມ, ບັນດາຜູ້ຕາງ ໜ້າອົງການປົກຄອງແຂວງ, ຂະ ແໜງການກ່ຽວຂ້ອງແຕ່ລະອົງການ ຈັດຕັ້ງຂອງແຂວງ ໄດ້ປະກອບຄໍາ ເຫັນ ແລະ ໄດ້ສຸມໃສ່ຄົ້ນຄວ້າຕໍ່ແຕ່ ລະເນື້ອໃນຂອງລັດຖະທຳມະນູນ ຢ່າງມີຈຸດສຸມ ເຊິ່ງເຊື່ອໝັ້ນວ່າຈະ ເປັນຂໍ້ມູນສຳຄັນໃຫ້ແກ່ຄະນະຮັບ ຜິດຊອບນຳໄປຄົ້ນຄວ້າ, ວິເຄາະວິ ໄຈປັບປຸງຄືນ ເພື່ອເຮັດໃຫ້ລັດຖະ ທຳມະນູນດັ່ງກ່າວ ມີເນື້ອໃນຄົບ ຖ້ວນ, ສາມາດຈັດຕັ້ງປະຕິບັດດ້ວຍ ຄຸນນະພາບ, ມີຄວາມສັກສິດສູງ ຂຶ້ນ, ສັງຄົມມີຄວາມສະຫງົບ, ປະ ຊາທິປະໄຕ, ຍຸຕິທຳ, ສີວິໄລ ແລະ ນໍາໃຊ້ໄດ້ຢ່າງສອດຄ່ອງກັບສະພາບ ການພັດທະນາໃນໄລຍະປ່ຽນແປງ ໃໝ່. ກອງປະຊຸມປະເມີນການຈັດ ຕັ້ງປະຕິບັດລັດຖະທຳມະນູນສະບັບ ປີ 2015 ແມ່ນສືບຕໍ່ ເພື່ອເປັນການ ປັບປຸງລະບົບອຳນາດແຫ່ງລັດ ໃຫ້ມີ ປະສິດທິພາບສູງ, ສ້າງບາດລ້ຽວ ໃໝ່ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ການເຊື່ອມໂຍງເສດຖະກິດກັບພາກ ພື້ນ ແລະ ສາກົນໃນໄລຍະໃໝ່ ຈຶ່ງ ໄດ້ປັບປຸງລັດຖະທຳມະນູນ ສະບັບ ປີ 2003, ສະບັບປັບປຸງໃນປີ2015 ຊຶ່ງເປັນການປັບປຸງຄັ້ງທີ 2 ແລະ ໄດ້ຖືກຮັບຮອງຈາກກອງປະຊຸມສະ ໄໝສາມັນ ເທື່ອທີ 10 ຂອງສະພາ ແຫ່ງຊາດ ຊຸດທີ VII, ປະກອບມີ 14 ໝວດ ແລະ 119 ມາດຕາ, ເພີ່ມຂຶ້ນ 3 ໝວດ ຄື: ໝວດ ທີ 8 ສະພາປະຊາ ຊົນທ້ອງຖິ່ນ, ໝວດທີ11 ການກວດ ສອບແຫ່ງລັດ ແລະ ໝວດທີ 12 ຄະ ນະກຳມະການເລືອກຕັ້ງ ແລະ 21 ມາດຕາ. ໂອກາດນີ້, ທ່ານ ລາວປ່າວຊົ່ງ ນະວົງໄຊ ກໍໄດ້ຮຽກຮ້ອງໃຫ້ຜູ້ເຂົ້າ ຮ່ວມເອົາຜົນຂອງກອງປະຊຸມຄັ້ງນີ້ ລາຍງານ ຫລື ແຈ້ງໃຫ້ຄະນະນໍາ ແລະ ພະນັກງານວິຊາການຂອງຕົນ ໄດ້ຮັບຊາບ, ພ້ອມທັງສືບຕໍ່ນໍາພາ ສະມາຊິກພັກ, ພະນັກງານ, ລັດຖະ ກອນໃນອົງການຂອງຕົນຄົ້ນຄວ້າ ສະເໜີຄໍາເຫັນຕໍ່ການປັບປຸງລັດຖະ ທຳມະນູນ ຕາມຄໍາຖາມເຈາະຈີ້ມ ແລ້ວລາຍງານໃຫ້ສະ ພາປະຊາຊົນ ແຂວງ ເພື່ອຈະໄດ້ສັງລວມສົ່ງມາຍັງ ກອງເລຂາ ກໍຄື ຄະນະຮັບຜິດຊອບ ປັບປຸງລັດຖະທຳມະນູນລະດັບຊາດ ໄດ້ເປັນຂໍ້ມູນເພື່ອນໍາມາຄົ້ນວ້າ, ປະ ກອບຄໍາເຫັນຕໍ່ຮ່າງລັດຖະທຳມະ ນູນ ສະບັບປັບປຸງ ເພື່ອສືບຕໍ່ກະ ກຽມ ໃຫ້ແກ່ການນຳອອກທາບ ທາມຄວາມເຫັນປັບປຸງຄືນໃນຕົ້ນປີ 2025 ແລະ ສຳເລັດຕາມແຜນທຸກ ປະການ. ຂ່າວ: ໄພບູນ
xtgmf]k; 3 31/07/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ແຫລ່ງຂໍ້ມູນຈາກ:ແຂວງເຊກອງ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຈັນ, ພຸດ ໂດຍ:ເຂົ້າຈານນໍ້າ ຂໍ້ມນຈາກ: ຖວທ ເມືອງກາສີ 37'dkor6 ,u ma f c]t -u ;y fdkogxa o16j .o lxx ]k; ,v[g'y ora fmtok[h ko 4 [h ko g,n v'dklu 6 gfn vo8Q oxu 2024 glf4tdy fc0;'g-dv' ln [8+ 0tspkp8q ;[a o]5 6% * ທ່ານ ເຫລັກໄຫລ ສີວິໄລ ກຳ ມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງເຊກອງ ໄດ້ລາຍງານໃຫ້ ຮູ້ວ່າ: ສຳລັບການພັດທະນາເສດ ຖະກິດຂອງແຂວງ, ເຖິງແມ່ນວ່າ ຈະປະເຊີນກັບຄວາມຫຍຸ້ງຍາກ ອັນໜັກໜ່ວງດ້ານການເງິນ-ເງິນ ຕາ ແລະ ລາຄານ້ຳມັນ, ລາຄາສິນ ຄ້າແພງ,ຄະນະພັກແຂວງພວກເຮົາ ກໍສາມາດຢັບຢັ້ງການເກີດວິກິດ ການຮ້າຍແຮງດ້ານເສດຖະກິດ, ທັງ ສາມາດຮັກສາການເຕີບໂຕດ້ານ ເສດຖະກິດໂດຍສະເລ່ຍຄື:ປີ2023 ບັນລຸ 5,5%, ສະເລ່ຍ 3 ປີ ບັນລຸໄດ້ 4,2%,ລາຍຮັບສະເລ່ຍຕໍ່ຫົວຄົນ ບັນລຸ 917 ໂດລາ ໃນ 6 ເດືອນຕົ້ນປີ 2024 ບັນລຸ 6%. ການສ້າງຖານການຜະລິດ ເພື່ອ ທົດແທນການນໍາເຂົ້າ ແມ່ນໄດ້ເກີດ ມີໜໍ່ແໜ່ງ ຄື: ແຂວງສາມາດກຸ້ມຕົນ ເອງ ດ້ານໄຂ່, ຊີ້ນໝູ, ງົວ-ຄວາຍ ແລະ ພືດຜັກຈຳນວນໜຶ່ງ.ການເກັບ ລາຍຮັບເຂົ້າງົບປະມານ ບັນລຸໄດ້ 234,30 ຕື້ກີບ, ການນໍາເຂົ້າສິນ * ໂຄງການພູມີທັດ ແລະ ຊີວິດ ການເປັນຢູ່ໃນສປປລາວແມ່ນໂຄງ ການໜຶ່ງໃນການສົ່ງເສີມການຄຸ້ມ ຄອງປ່າໄມ້ແບບຍືນຍົງ, ປັບປຸງ ການຄຸ້ມຄອງປ່າສະຫງວນ ແລະ ຊຸກຍູ້ສົ່ງເສີມໂອກາດປັບປຸງຊີວິດ ຂອງປະຊາຊົນໃນບັນດາພູມີທັດປ່າ ໄມ້ ທີ່ໄດ້ຖືກຄັດເລືອກເຂົ້າຮ່ວມ ໂຄງການໃນ ສປປ ລາວ. ຢ່າງໃດ ກໍ່ດີບ້ານສີສັງວອນ, ບ້ານນາມອນ, ບ້ານໂພນທ່ຽງ ແລະ ບ້ານນາລັນ ເມືອງກາສີ ແຂວງວຽງຈັນ ກໍ່ແມ່ນ ບັນດາບ້ານເປົ້າໝາຍທີ່ນອນໃນ 5 ເຂດພູມີທັດ ຂອງໂຄງການທີ່ໃຫ້ ຄ້າປະຕິບັດໄດ້ທັງໝົດ 1,14 ລ້ານ ໂດລາ, ການສົ່ງອອກສິນຄ້າບັນລຸ ໄດ້ 86,53 ລ້ານໂດລາ, ເຮັດໃຫ້ ເກີນດຸ່ນການຄ້າ ປະມານ 85,39 ລ້ານໂດລາ, ການສົ່ງອອກສ່ວນ ຫລາຍແມ່ນກະແສໄຟຟ້າ, ຖ່ານຫີນ ແລະ ຜົນຜະລິດກະສິກໍາ ເຊັ່ນ: ມັນ ຕົ້ນແຫ້ງ, ແປ້ງມັນຕົ້ນ, ກາເຟ, ພືດ ຜັກ ແລະ ສັດໃຫຍ່ຈໍານວນໜຶ່ງ.ສະ ພາບການລົງທຶນລວມ: ໃນ6 ເດືອນ ຕົ້ນປີ 2024 ໄດ້ທັງໝົດ 320,26 ຕື້ກີບ, ໃນນັ້ນ ການລົງທຶນຈາກງົບ ປະມານລັດ ໂດຍກົງ 63,30 ຕື້ກີບ, ທຶນຊ່ວຍເຫລືອ ແລະ ກູ້ຢືມ 117,48 ຕື້ກີບ ຫລື 5 ລ້ານໂດລາ, ການລົງ ທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ (ລົງທຶນໃໝ່) 6,34 ລ້ານໂດລາ ຫລື ເທົ່າກັບ 139,48 ຕື້ກີບ, ອັນພົ້ນເດັ່ນໂຄງ ການລົງທຶນຂອງພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ 2 ໂຄງ ການໃຫຍ່ ເປັນຕົ້ນ: ໂຄງການພັດທະ ນາໄຟຟ້າພະລັງງານລົມ (ມູນຊູນ ວິນ) 600 MW ໄດ້ປະຕິບັດໂຄງ ການສໍາເລັດ ໂດຍລວມ 70%, ປະກອບສ່ວນສ້າງວຽກເຮັດງານ ທຳໃຫ້ຄົນລາວກໍຄືຄົນທ້ອງຖິ່ນໄດ້ 2.000 ກວ່າຄົນ. ໂຄງການຂຸດຄົ້ນ ປຸງແຕ່ງແຮ່ຖ່ານຫີນເພື່ອສົ່ງອອກ ແລະ ສ້າງຕັ້ງໂຮງງານໄຟຟ້າຄວາມ ຮ້ອນຖ່ານຫີນຂອງບໍລິສັດພະລັງ ງານໄຟຟ້າເຊກອງຈຳກັດ (ກຸ່ມບໍລິ ສັດພອນສັກ) ນອກຈາກການຂຸດ ຄົ້ນປຸງແຕ່ງຖ່ານຫີນສົ່ງອອກສ້າງ ລາຍຮັບໃຫ້ລັດແລ້ວ ຍັງໄດ້ປະ ກອບສ່ວນສ້າງວຽກເຮັດງານທຳ ໃຫ້ປະຊາຊົນໄດ້ເຖິງ 3.000 ກວ່າ ຄົນສັງລວມແລ້ວ, ທັງສອງບໍລິສັດ ໄດ້ປະກອບສ່ວນສໍາຄັນ ເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ທັງເປັນກຳລັງດັນຊຸກ ຍູ້ເສດຖະກິດ ຂອງແຂວງຂະຫຍາຍ ບົດສະເໜີ ໂດຍ: ກິດຕາ 8ts]vfw]pt 69 xu gvN vpoh v'c,j py ' wfh Ia [ dkora fmtok1j k'8+ gon j v' * ຕະຫລອດ 69 ປີແຫ່ງການ ເຕີບໃຫຍ່ຂະຫຍາຍຕົວ ຂອງແມ່ຍິງ ລາວ ພາຍໃຕ້ການນຳພາຂອງພັກ, ລັດຖະບານກໍຄືອົງ ການຈັດຕັ້ ງສະ ຫະພັນແມ່ຍິງລາວ, ເອື້ອຍນ້ອງແມ່ ຍິງໃນຂອບເຂດ ທົ່ວປະເທດ ໄດ້ຮັບ ການພັດທະນາຕໍ່ເນື່ອງ ແລະ ເຂັ້ມ ແຂງຮອບດ້ານ. ໃນໄລຍະຕໍ່ສູ້ປົດ ປ່ອຍຊາດຕ້ານຈັກກະພັດຜູ້ຮຸກ ຮານ ມາເຖິງໃນໄລຍະສ້າງສາພັດ ທະນາປະເທດຊາດ ໃນປັດຈຸບັນ, ແມ່ຍິງລາວບັນດາເຜົ່າໃນ ທົ່ວປະ ເທດ ຍາມໃດກໍຄຽງບ່າຄຽງໄຫລ່ ຮ່ວມກັບອ້າຍນ້ອງຊາຍ ໃນການປະ ຕິບັດວຽກງານທີ່ຕົນເອງຮັບຜິດ ຊອບດ້ວຍນໍ້າໃຈຮັກຊາດອັນສູງສົ່ງ ເຊິ່ງເຫັນໄດ້ມີຜົນງານອັນໂດດເດັ່ນ ແລະ ໃຫຍ່ຫລວງ, ຫລາຍທ່ານກາຍ ເປັນນັກຮົບແຂ່ງຂັນ ແລະ ວິລະຊົນ ແຫ່ງຊາດ. ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງແຂວງຈຳປາສັກ ໄດ້ໃຫ້ ສຳພາດເມື່ອບໍ່ດົນມານີ້ວ່າ: ພາຍໃຕ້ ການນໍາພາຂອງພັກ ເອື້ອຍນ້ອງແມ່ ຍິງມີສິດສະເໝີພາບສູງຂຶ້ນ, ໃນຂະ ນະດຽວກັນ ເອື້ອຍນ້ອງແມ່ຍິງ ກໍມີ ພັນທະຫລາຍຂຶ້ນ ຖ້າທຽບໃສ່ເອື້ອຍ ນ້ອງແມ່ຍິງ ກ່ອນມີການນຳພາ ຂອງພັກ, ແມ່ຍິງສະໄໝນັ້ນໄດ້ຖືກ ກົດຂີ່ຂູດຮີດບໍ່ໜ້ອຍ ຍ້ອນຮີດຄອງ ປະເພນີທີ່ບໍ່ສອດຄ່ອງ ແລະ ຍ້ອນ ການປົກຄອງໃນເວລານັ້ນເຮັດໃຫ້ ແມ່ຍິງມີຂໍ້ຈຳກັດຫລາຍຢ່າງເປັນ ຕົ້ນ ແມ່ຍິງຕ້ອງເປັນແມ່ເຮືອນແມ່ ຊານ, ຜົວເປັນຊ້າງທ້າວໜ້າ ສ່ວນ ເມຍເປັນຊ້າງທ້າວຫລັງ. ນອກນັ້ນ, ຍັງມີຄວາມເຊື່ອວ່າແມ່ຍິງບໍ່ສາມາດ ຫາເງິນໄດ້, ຕ້ອງເຝົ້າແຕ່ເຮືອນ. ແຕ່ ພາຍຫລັງທີ່ມີພັກນຳພາເອື້ອຍນ້ອງ ແມ່ຍິງ ໄດ້ປະກອບສ່ວນເຂົ້າໃນ ວຽກງານຕ່າງໆ ມາຮອດປັດຈຸບັນ, ແມ່ຍິງໄດ້ກາຍເປັນການນຳຫລາຍ ຂຶ້ນ, ກາຍເປັນກົມການເມືອງ, ຮອງ ປະທານປະເທດ, ລັດຖະມົນຕີ, ເຈົ້າ ເມືອງ, ເປັນນາຍທະຫານ, ເປັນນັກ ການທູດ, ເປັນນັກບໍລິຫານ, ແມ່ຍິງ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນການພັດທະນາເສດຖະກິດ-ສັງ ຄົມ. ສະເພາະແຂວງຈຳປາສັກ ເຫັນ ວ່າແມ່ຍິງ ໄດ້ດຳລົງຕຳແໜ່ງເປັນ ຄະນະປະຈຳ, ຄະນະພັກ, ເຈົ້າເມືອງ ເຊິ່ງໄດ້ສ່ອງແສງໃຫ້ເຫັນວ່າ ເອື້ອຍ ນ້ອງແມ່ຍິງ ລ້ວມແລ້ວແຕ່ມີຄວາມ ຮູ້,ຄວາມສາມາດ,ແມ່ຍິງໃນຍຸກປັດ ຈຸບັນຍັງມີຄວາມອົບອຸ່ນຂຶ້ນ, ແມ່ ຍິງມີຄວາມສົດໃສຂຶ້ນ, ແມ່ຍິງມີສິດ ເສລີພາບສູງຂຶ້ນ, ແມ່ຍິງມີບົດບາດ ຫລາຍຂຶ້ນ ບໍ່ວ່າຈະເປັນບົດບ າດໃນ ເວທີພາຍໃນ ຫລື ເວທີສາກົນ. ໂອກາດນີ້, ທ່ານ ອາລຸນໄຊ ສູນ ນະລາດ ຍັງຝາກເຖິງເອື້ອຍນ້ອງແມ່ ຍິງລາວ ໃນຂອບເຂດທົ່ວປະເທດ ຈົ່ງຮັກສາມູນເຊື້ອອັນດີງາມຂອງ ຕົນ ຄືກັບຮັກສາແກ້ວຕາຂອງຕົນ ໂດຍສະເພາະຄວາມເປັນແມ່ຍິງ ລາວ ໃນການນຸ່ງສິ້ນທີ່ເປັນເອກະ ລັກ, ໃຫ້ສືບຕໍ່ຮັກສາ ແລະ ອະນຸລັກ ໄວ້ ໂດຍສະເພາະແມ່ຍິງຮຸ່ນໜຸ່ມ, ແມ່ຍິງຕ້ອງເຊື່ອໝັ່ນຕໍ່ການນຳພາ ຂອງພັກ, ເຄົາລົບ ແລະ ປະຕິບັດກົດ ໝາຍ, ເຂົ້າຮ່ວມໃນການປະຕິບັດສິດ ເອກະລາດເປັນເຈົ້າຕົນເອງເນື່ອງ ຈາກແມ່ຍິງ ໄດ້ມີບົດບາດຫລາຍຢູ່ ໃນຄົວເຮືອນ ໃນການສ້າງເສດຖະ ກິດຄອບຄົວ. ຕົວໄປຕາມທິດ ທີ່ໄດ້ກຳນົດໄວ້. ບັັນດາອົງການບໍລິຫານລັດທຸກຂັ້ນ ໄດ້ຮັບການປັບປຸງ ໄປຕາມທິດກະ ທັດຮັດ, ສົມເຫດສົມຜົນ, ຫລຸດຜ່ອນ ຂັ້ນຂອດ, ສິ່ງກີດຂວາງທີ່ອັດຕັນໃນ ການພັດທະນາເສດຖະກິດ-ສັງຄົມ, ການບໍລິການຮັບໃຊ້ປະຊາຊົນຫລຸດ ລົງເທື່ອລະກ້າວ, ຖ້າທຽບໃສ່ເມື່ອ ກ່ອນແມ່ນດີຂຶ້ນກວ່າເກົ່າ. ການພົວພັນຮ່ວມມືກັບບັນດາ ປະເທດເພື່ອນມິດຍຸດທະສາດ ສສ ຫວຽດນາມ ຂະຫຍາຍຕົວສູ່ລະດັບ ສູງອັນໃໝ່. ພ້ອມນັ້ນ ຍັງສືບຕໍ່ເປີດ ກວ້າງການຮ່ວມມືສາກົນຫລາກ ຫລາຍຮູບແບບ ແລະ ຫລາຍລະດັບ ບົນພື້ນຖານຢຶດໝັ້ນແນວທາງການ ຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື, ປະ ກອບສ່ວນສໍາຄັນເຂົ້າໃນການປົກ ປັກຮັກສາສັນຕິພາບ, ການຮ່ວມມື ພັດທະນາ ຢູ່ໃນພາກພື້ນ ກໍຄືກັບບັນ ດາແຂວງພາກກາງ ສສ ຫວຽດ ນາມ. ສໍາລັບການລາຍງານຕົວ ແບບດ້ານການຜະລິດ, ການຄຸ້ມ ຄອງບໍລິຫານ, ການກໍ່ສ້າງຮາກ ຖານການເມືອງ ແມ່ນກຳລັງສຸມໃສ່ ໃຫ້ພາກສ່ວນດັ່ງກ່າວກະກຽມດ້ານ ເນື້ອໃນ ເພື່ອຄັດເລືອກ ແລະ ໄປປະ ກອບຄຳເຫັນຕໍ່ກອງປະຊຸມໃຫຍ່ ອົງຄະນະພັກເມືອງ, ຫລັງຈາກນັ້ນ ຈະໄດ້ຄັດເລືອກມາປະກອບຄຳ ເຫັນຢູ່ກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງເຊກອງ, ແລ້ວ ຈຶ່ງຈະໄດ້ສົ່ງໄປປະກອບຄໍາເຫັນ ໃນກອງປະຊຸມໃຫຍ່ ຄັ້ງທີ XI I ຂອງພັກ. ການສະໜັບສະໜູນທຶນໝູນວຽນ ບ້ານລະ 8.000 ໂດລາສະຫະລັດ ຂະແໜງປ່າໄມ້ແຂວງ, ຫ້ອງການກະ ສິກຳ ແລະ ປ່າໄມ້ເມືອງ ພ້ອມດ້ວຍ ອຳນາດການປົກຄອງບ້ານ, ຄອບ ຄົວທຸກຍາກເປົ້າໝາຍເຂົ້າຮ່ວມ. ສຳລັບ 4 ບ້ານເປົ້າໝາຍທີ່ໄດ້ ຮັບເງິນທຶນພັດທະນາມີບ້ານສີສັງ ວອນ, ນາມອນ, ໂພນທ່ຽງ ແລະ ບ້ານນາລັນ ເຊິ່ງໃນຈຳນວນທຶນ ພັດທະນາບ້ານໃນຄັ້ງນີ້ ແມ່ນໄດ້ ມອບໃຫ້ບ້ານລະ 10.000 ໂດລາ ຫລື ປະມານ 220.000.000 ກີບ. ໃນນີ້, ໄດ້ແບ່ງທຶນອອກເປັນ 2 ຮ່ວງ ຄື: 8.000ໂດລາແມ່ນທຶນໝູນວຽນ ຂອງບ້ານ ແລະ 2.000 ໂດລາ ແມ່ນມອບໃຫ້ຄອບຄົວທຸກຍາກ 10 ຄອບຄົວຕໍ່ໜຶ່ງບ້ານ, ລວມທັງ ໝົດ 40 ຄອບຄົວ. ໃຫ້ກຽດຂຶ້ນມອບ ໂດຍທ່ານ ບຸນທ່ຽງ ວິລະພົນ ຫົວ ໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງກາສີ ແລະ ຮັບໂດຍອຳນາດ ການປົກຄອງບ້ານທັງ 4 ບ້ານ. ຂະນະທີ່ ທ່ານ ບົວເກດ ແສນ ພູມີວົງ ຫົວໜ້າຂະແໜງປ່າໄມ້ ແຂວງວຽງຈັນ ໄດ້ອະທິບາຍບົດ ຮຽນ, ແນະນຳກ່ຽວກັບການລົງປື້ມ ບັນຊີຕິດຕາມເງິນໃນທະນາຄານ, ປື້ມບັນຊີເງິນສົດ ແລະ ປະກອບເອ ກະສານ ເພື່ອຂໍເບີກເງິນກອງທຶນກັບ ທະນາຄານ. ຂະນະທີ່ໄດ້ຮຽກຮ້ອງ ໃຫ້ອຳນາດການປົກຄອງບ້ານທັງ 4 ບ້ານ ຈົ່ງພ້ອມກັນນຳໃຊ້ເງິນດັ່ງ ກ່າວໃຫ້ຖືກຕາມເປົ້າໝາຍ, ພ້ອມ ນັ້ນກໍ່ປຸກລະດົມພໍ່ແມ່ປະຊາຊົນພາຍ ໃນບ້ານ ບໍ່ໃຫ້ໄປບຸກລຸກປ່າໄມ້, ທຳ ລາຍປ່າໄມ້ໃນເຂດຫວງຫ້າມ ແລະ ນໍາໃຊ້ເງິນທີ່ໄດ້ຮັບເຂົ້າໃນການ ສ້າງສາພັດທະນາເສດຖະກິດຄອບ ຄົວ ເພື່ອສ້າງພື້ນຖານໃຫ້ຄອບຄົວ ມີຢູ່ມີກິນ ແລະ ພັດທະນາໃຫ້ຄອບ ຄົວຫລຸດພົ້ນອອກຈາກຄວາມທຸກ ຍາກເທື່ອລະກ້າວ. ຂະນະທີ່ທີມງານຂັ້ນແຂວງຂັ້ນເມືອງ ກໍ່ໄດ້ລົງມອບເງິນໃຫ້ແກ່ ຄອບຄົວທຸກຍາກຢູ່ 4 ບ້ານເປົ້າ ໝາຍ ໂດຍມີທ່ານ ຄຳອ້ວນ ສຸວັນ ທອງ ຮອງເຈົ້າເມືອງໆກາສີເຂົ້າ ຮ່ວມມອບເງິນຈຳນວນດັ່ງກ່າວ ແລະ ມີບັນດາພໍ່ແມ່ປະຊາຊົນພາຍ ໃນບ້ານເປົ້າໝາຍເຂົ້າຮ່ວມເປັນ ສັກຂີພິຍານອີກດ້ວຍ. ແຫລ່ງຂໍ້ມູນ: ຖວທ ເມືອງກາສີ. ແລະ ອີກ 2.000 ໂດລາສະຫະລັດ ແບ່ງປັນໃຫ້ 10 ຄອບຄົວທຸກຍາກ ຕາມເງື່ອນໄຂ ເພື່ອນຳໃຊ້ເຂົ້າໃນ ການປັບປຸງຊີວິດການເປັນຢູ່ຂອງ ຄອບຄົວໃຫ້ດີຂຶ້ນ. ເມື່ອມໍ່ໆມານີ້, ທີ່ຫ້ອງການກະ ສິກຳແລະປ່າໄມ້ເມືອງກາສີແຂວງ ວຽງຈັນ ຈັດພິທີມອບເງິນທຶນພັດ ທະນາບ້ານຈາກໂຄງການພູມີທັດ ແລະຊີວິດການເປັນຢູ່ໃນສປປລາວ ໃຫ້ແກ່ 4 ເປົ້າໝາຍຂອງເມືອງກາສີ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ບຸນທ່ຽງ ວິລະພົນ ຫົວໜ້າ ຫ້ອງການກະສິກຳແລະປ່າໄມ້ເມືອງ ແລະ ທ່ານ ບົວເກດ ແສນພູມີວົງ ຫົວໜ້າຂະແໜງປ່າໄມ້ແຂວງວຽງ ຈັນ (ຜູ້ປະສານງານນໍາໂຄງການ ພູມີທັດ ແລະ ຊີວິດການເປັນຢູ່ຂັ້ນ ແຂວງ), ມີບັນດາພະນັກງານໃນ
RkJQdWJsaXNoZXIy MTc3MTYxMQ==