xtgmf]k; 4 3]d c]t gsfdko ຕໍ່ຈາໜ້າ ຕໍ່ຈາໜ້າ 30/07/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp dkora fmtokglf4tdy fmuj ,u 75 ootrk[l6 '0v'9u o gruj ,de]a 'cI'0a [g7nj vodkoIj ;,,n 9u o{]k; ບົດຖະແຫລງຂ່າວກອງປະຊຸມ ຄົບຄະນະຄັ້ງທີ3 ຂອງຄະນະກຳມະ ການສູນກາງພັກກອມມູນິດຈີນສະ ໄໝທີ XX ທີ່ຫາກໍອົດລົງໄດ້ລະບຸ ວ່າ: ການພັດທະນາທີ່ມີຄຸນນະພາບ ສູງເປັນໜ້າທີ່ສຳຄັນອັນດັບໜຶ່ງໃນ ການສ້າງສາປະເທດສັງຄົມນິຍົມ ທັນສະໄໝຢ່າງຮອບດ້ານ. ຕ້ອງນໍາ ພາການປະຕິຮູບດ້ວຍແນວຄິດການ ພັດທະນາອັນໃໝ່, ຕ້ອງຢືນຢູ່ໄລ ຍະການພັດທະນາອັນໃໝ່. ມະໂນພາບ: hການພັດທະນາ ທີ່ມີຄຸນນະພາບສູງi ແມ່ນສະເໜີ ອອກຢູ່ກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XIX ຂອງພັກກອມມູ ນິດຈີນໃນປີ 2017 ເປັນ ຄັ້ງທຳອິດ ເຊິ່ງສະແດງໃຫ້ເຫັນວ່າ: ເສດຖະກິດ ຂອງຈີນ ໄດ້ຫັນຈາກໄລຍະເຕີບໂຕ ຢ່າງວ່ອງໄວ ໄປສູ່ໄລຍະພັດທະ ນາທີ່ມີຄຸນນະພາບສູງ. ການພັດທະ ນາທີ່ມີຄຸນນະພາບສູງແມ່ນໝາຍ ຄວາມວ່າ: ຈາກການສະແຫວງຫາ ©ດຍ ສຸທິດາ ສÌ ນອາຊີອາÂີາວິທະຍຸ©ທລະາສÌ ນາງຈີນ ປະລິມານ ແລະ ຈັງຫວະການເຕີບ ໂຕ, ຫັນມາເປັນການສະແຫວງຫາ ຄຸນນະພາບ ແລະ ປະສິດທິດຜົນ ເປັນຫລັກ.ໃນໄລຍະຕົ້ນ, ການພັດ ທະນາທີ່ມີຄຸນນະພາບສູງແມ່ນຖື ເອົາການພັດທະນາດ້ານເສດຖະກິດ ເປັນຫລັກ, ປັດຈຸບັນນີ້, ໄດ້ຂະຫຍາຍ ໄປຮອດທຸກຂົງເຂດເຊັ່ນ: ການ ເມືອງ,ວັດທະນະທຳ,ສັງຄົມ,ລະບົບ ນິເວດ, ວິທະຍາສາດເຕັກໂນໂລຊີ, ການສຶກສາ, ສາທາລະນະສຸກ, ການ ບໍລິການທາງສັງຄົມ ແລະ ອື່ນໆ. ເປົ້າໝາຍສຸດທ້າຍຂອງການຊຸກຍູ້ ການພັດທະນາທີ່ມີຄຸນນະພາບສູງ ແມ່ນຄວາມສະຫງົບສຸກຂອງປະ ຊາຊົນ, ຕອບສະໜອງຄວາມຕ້ອງ ການຂອງປະຊາຊົນ ທີ່ມີຕໍ່ຊີວິດການ ເປັນຢູ່ອັນດີທີ່ນັບມື້ນັບເພີ່ມຂຶ້ນ. ພ້ອມດຽວກັນນັ້ນ, ການພັດທະນາ ທີ່ມີຄຸນນະພາບສູງ ຍັງເປັນຄວາມ ຮຽກຮ້ອງຕ້ອງການອັນຈຳເປັນ ໃນການຮັບມືກັບການປ່ຽນແປງ ຢ່າງສະຫລັບສັບຊ້ອນຈາກພາຍ ນອກ.ປັດຈຸບັນນີ້,ສັງຄົມມະນຸດພວມ ຜະເຊີນກັບສິ່ງທ້າທາຍແບບບໍ່ເຄີຍ ມີມາກ່ອນ, ທົ່ວໂລກໄດ້ເຂົ້າສູ່ໄລຍະ ປັ່ນປ່ວນອັນໃໝ່. ທ່ານ ສີຈິ້ນຜິງ ປະທານປະເທດຈີນເຄີຍເນັ້ນໜັກ ວ່າ: ຈີນຕ້ອງຕັ້ງໜ້າຮັບມືກັບສິ່ງ ທ້າຍຈາກການປ່ຽນແປງຂອງພາຍ ນອກ, ຫລີກລ່ຽງແລະແກ້ໄຂຄວາມ ສ່ຽງຕ່າງໆ, ວິທີສໍາຄັນແມ່ນເຮັດ ວຽກງານຂອງຕົນໃຫ້ດີ, ຍົກສູງຄຸນ ນະພາບຂອງການພັດທະນາ, ເພີ່ມ ທະວີກຳລັງແຂ່ງຂັນໃນສາກົນ, ເພີ່ມ ທະວີກໍາລັງສັງລວມແຫ່ງຊາດ. ປັດຈຸບັນນີ້, ຈີນພວມປັບປຸງນະ ໂຍບາຍການພັດທະນາອຸດສາຫະ ກຳທີ່ມີລັກສະນະຍຸດທະສາດ ເຊັ່ນ: ເຕັກໂນໂລຊີຂໍ້ມູນຂ່າວສານລຸ້ນໃໝ່, ປັນຍາປະດິດພະລັງງານໃໝ່ວັດ ຖຸໃໝ່ ແລະ ອື່ນໆໃຫ້ສົມບູນ, ຊີ້ນຳ ໃຫ້ອຸດສາຫະກຳໃໝ່ພັດທະນາໄປ ຢ່າງປອດໃສ ແລະ ເປັນລະບຽບ. ໃນປີທີ່ຜ່ານມາ, ຈີນໄດ້ເລັ່ງລັດການ ປັບປຸງ ແລະ ຍົກລະດັບຂອງອຸດສາ ຫະກຳ, ລົດພະລັງງານໃໝ່, ແບັດເຕີ ລີລີທຽມ, ຜະລິດຕະພັນພະລັງງານ ແສງຕາເວັນໄດ້ກາຍເປັນhຜະລິດ ຕະພັນໃໝ່ 3 ຢ່າງiດ້ານການສົ່ງ ອອກ, ຍອດມູນຄ່າການສົ່ງອອກ ໄດ້ເພີ່ມຂຶ້ນ 30 ເມື່ອທຽບໃສ່ໄລ ຍະດຽວກັນຂອງປີ 2022 ເຊິ່ງໄດ້ ສ້າງພະລັງແຮງຂັບເຄື່ອນໃຫ້ແກ່ ການພັດທະນາຕາມທິດສີຂຽວຂອງ ໂລກ. ໃນນັ້ນ,ຍອດຈຳນວນສົ່ງອອກ ລົດພະລັງງານໃໝ່ຂອງຈີນໃນປີ 2023 ແມ່ນ 1,2 ລ້ານກວ່າຄັນ, ເພີ່ມຂຶ້ນ 77,6 ເມື່ອທຽບໃສ່ໄລ ຍະດຽວກັນປີ2022, ຍອດຈຳນວນ ສົ່ງອອກແມ່ນຫລາຍເປັນອັນດັບ ໜຶ່ງຂອງໂລກ.hຜະລິດຕະພັນໃໝ່ 3 ຢ່າງiດັ່ງກ່າວໄດ້ເພີ່ມພະລັງແຮງ ຂັບເຄື່ອນອັນໃໝ່ໃຫ້ແກ່ການພັດທະ ນາທີ່ມີຄຸນນະພາບສູງຂອງຈີນ, ຍັງໄດ້ອຳນວຍໂອກາດການຮ່ວມ ມືອັນກວ້າງຂວາງໃຫ້ແກ່ຜູ້ລົງທຶນ ທົ່ວໂລກ. ໃນຊຸມປີມໍ່ໆມານີ້ ເຕັກນິກ ພະລັງງານສະອາດຂອງຈີນ ໄດ້ສົ່ງ ອອກໄປຕ່າງປະເທດ ແລະ ໄດ້ສ້າງ ຜົນປະໂຫຍດໃຫ້ແກ່ຫລາຍປະເທດ ຢູ່ໃນໂລກ. ໃນນັ້ນ, ການຮ່ວມມືດ້ານ ພະລັງງານສະອາດລະຫວ່າງຈີນລາວ ໄດ້ປະສົບຜົນສຳເລັດອັນໃຫຍ່ ຫລວງ. ປະເທດລາວ ເປັນໜຶ່ງໃນປະເທດ ທີ່ມີຊັບພະຍາກອນນ້ຳທີ່ອຸດົມສົມ ບູນທີ່ສຸດຢູ່ພາກພື້ນອາຊີຕາເວັນ ອອກສຽງໃຕ້, ພະລັງງານສະອາດ ໄດ້ຮັບຄວາມເອົາໃຈໃສ່ນັບມື້ນັບສູງ ຂຶ້ນໃນທົ່ວໂລກ. ຈີນເປັນແຫລ່ງທຶນ ໃຫຍ່ທີ່ສຸດ ແລະ ຄູ່ການຄ້າໃຫຍ່ອັນ ດັບ 2 ຂອງລາວ, ແມ່ນຜູ້ເຂົ້າຮ່ວມ ແລະ ຜູ້ຊຸກຍູ້ຕົ້ນຕໍໃນການກໍ່ສ້າງ ເຂື່ອນໄຟຟ້ານ້ຳຕົກຢູ່ປະເທດລາວ. ປັດຈຸບັນ, ວິສາຫະກິດຈີນ ໄດ້ລົງທຶນ ສ້າງເຂື່ອນໄຟຟ້າໄປແລ້ວ 18 ແຫ່ງ ຢູ່ລາວ, ມີກຳລັງການຜະລິດໄຟ ຟ້າມີເຖິງ 2.348 ເມກາວັດ ເຊິ່ງໄດ້ ຊຸກຍູ້ການພັດທະນາໃນດ້ານຂະ ແໜງພະລັງງານໄຟຟ້າຂອງລາວ ຢ່າງຕໍ່ເນື່ອງ. ໂຄງການເຫລົ່ານີ້ບໍ່ ພຽງແຕ່ໄດ້ສະໜອງພະລັງງານສະ ອາດຢ່າງໝັ້ນທ່ຽງໃຫ້ແກ່ລາວເທົ່າ ນັ້ນ, ຍັງໄດ້ສ້າງໂອກາດປະກອບ ອາຊີບໃຫ້ແກ່ປະຊາຊົນທ້ອງຖິ່ນ, ພ້ອມທັງໄດ້ສ້າງ ແລະ ບູລະນະເສັ້ນ ທາງ, ຂົວ, ໂຮງຮຽນ ແລະ ພື້ນຖານ ໂຄງລ່າງອື່ນໆໃຫ້ແກ່ທ້ອງຖິ່ນ ຕ່າງໆຂອງລາວເຊິ່ງໄດ້ຊຸກຍູ້ການ ພັດທະນາເສດຖະກິດສັງຄົມຂອງ ທ້ອງຖິ່ນເຫລົ່ານັ້ນເປັນຢ່າງດີ. ລັດ ຖະບານຈີນສະໜັບສະໜູນວິສາຫະ ກິດໃຫ້ຍົກລະດັບອຸດສາຫະກຳດັ້ງ ເດີມດ້ວຍເຕັກໂນໂລຊີດີຈິຕອນອັດ ສະລິຍະ ແລະ ເຕັກໂນໂລຊີສີຂຽວ. ເພີ່ມທະວີການອະນຸລັກສິ່ງແວດ ລ້ອມ ແລະ ປ້ອງກັນຄວາມປອດໄພ. ລັດຖະບານລາວ ໄດ້ເອົາໃຈໃສ່ການ ພັດທະນາຕາມທິດສີຂຽວນັບມື້ນັບ ຫລາຍຂຶ້ນ. ເພື່ອຫລຸດຜ່ອນການນຳ ເຂົ້ານ້ຳມັນເຊື້ອໄຟ, ຍົກລະດັບ ຄວາມໝັ້ນຄົງດ້ານພະລັງງານ, ພ້ອມທັງບັນລຸເປົ້າໝາຍອະນຸລັກສິ່ງ ແວດລ້ອມທຳມະຊາດ, ລັດຖະບານ ລາວ ໄດ້ຕັ້ງໜ້າສົ່ງເສີມການນຳ ໃຊ້ລົດພະລັງງານໄຟຟ້າໃນຊຸມປີ ມໍ່ໆມານີ້. ຄຽງຄູ່ກັບການຮ່ວມມືລະຫວ່າງ ຈີນ-ລາວ ໄດ້ລົງສູ່ລວງເລິກ, ວິສາ ຫະກິດລົດພະລັງງານໄຟຟ້າຂອງ ຈີນຫລາຍແຫ່ງໄດ້ຮ່ວມມືກັບວິສາ ຫະກິດຂອງລາວ. ໃນເດືອນຕຸລາປີ 2019, ບໍລິສັດ #:% ຂອງຈີນ ໄດ້ ຮ່ວມມືກັບບໍລິສັດ .0, ຂອງລາວ ແລະ ກາຍເປັນລົດພະລັງງານໄຟ ຟ້າຍີ່ຫໍ້ທຳອິດຂອງຈີນທີ່ສົ່ງອອກ ໄປປະເທດລາວ. ໃນເດືອນຕຸລາປີ 2020, ບໍລິສັດ (&&-: ຂອງຈີນ ໄດ້ເຊັນສັນຍາໂຄງການລົດພະລັງ ງານໄຟຟ້າກັບບໍລິສັດລາວ ແລະ ໃນທ້າຍປີ 2023, ບໍລິສັດ )POH 2J ຂອງຈີນ ໄດ້ເຊັນສັນຍາກັບລັດ ຖະບານລາວ ເພື່ອເປີດກວ້າງຕະ ຫລາດລົດທີ່ໃຊ້ທາງລັດຖະການ ຂອງລາວ. ເວົ້າເຖິງການຮ່ວມມື ຈີນ-ລາວ ແລ້ວ, ຕ້ອງໄດ້ເວົ້າເຖິງ ໂຄງການລົດໄຟ ຈີນ-ລາວ, ໃນຖາ ນະເປັນໂຄງການສັນຍະລັກແຫ່ງ ການຮ່ວມກັນສ້າງໜຶ່ງແລວໜຶ່ງເສັ້ນ ທາງລະຫວ່າງ ຈີນ-ລາວ, ທາງ ລົດໄຟ ຈີນ-ລາວ ບໍ່ພຽງແຕ່ໄດ້ສ້າງ ຄວາມສະດວກໃຫ້ແກ່ການອອກ ເດີນທາງຂອງປະຊາຊົນທີ່ຢູ່ລຽບ ຕາມເສັ້ນທາງລົດໄຟເທົ່ານັ້ນ, ຍັງ ໄດ້ເສີມຂະຫຍາຍບົດບາດສຳຄັນ ເຂົ້າໃນການຊຸກຍູ້ການຮ່ວມມືດ້ານ ເສດຖະກິດການຄ້າ, ການບຳລຸງ ສ້າງຜູ້ມີຄວາມຮູ້ຄວາມສາມາດ, ການສ້າງວຽກເຮັດງານທຳ, ການ ພັດທະນາອຸດສາຫະກຳການທ່ອງ ທ່ຽວ ແລະ ການພັດທະນາຂອງ ເສດຖະກິດພາກພື້ນອີກດ້ວຍ. ເມື່ອ ຜະເຊີນກັບສະພາບແວດລ້ອມສາ ກົນທີ່ມີການປ່ຽນແປງຢ່າງສະຫລັບ ຊັບຊ້ອນ ແລະ ສິ່ງທ້າທາຍຫລາຍ ປະການ, ຈີນຈະສືບຕໍ່ຍຶດໝັ້ນຍຸດທະ ສາດເປີດປະຕູທີ່ຕ່າງຝ່າຍຕ່າງໄດ້ ຮັບຜົນປະໂຫຍດ, ລົງເລິກການຮ່ວມ ມື ແລະ ການແລກປ່ຽນກັບບັນດາ ປະເທດຢູ່ໃນໂລກ, ອຳນວຍໂອກາດ ຫລາຍກວ່າເກົ່າໃຫ້ແກ່ໂລກດ້ວຍ ການພັດທະນາທີ່ມີຄຸນນະພາບສູງ ຂອງຕົນ. lh k'7;k,g0A ,c0';Pd8y f8k,d;fdk .sh rtoa d'ko 7 c0;'rkdg|n v ຂປລ. ອົງການໄອຍະການປະ ຊາຊົນສູງສຸດ(ອອປສ)ຈັດກອງປະ ຊຸມສ້າງຄວາມເຂັ້ມແຂງວຽກງານ ຕິດຕາມກວດກາທົ່ວໄປ ໃຫ້ພະນັກ ງານອົງການໄອຍະການປະຊາຊົນ 7 ແຂວງພາກເໜືອ ຢູ່ເມືອງຫລວງ ນໍ້າທາ ແຂວງຫລວງນ້ຳທາ ໂດຍ ການເປັນປະທານຂອງທ່ານຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ, ຮອງ ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ, ມີຜູ້ຕາງໜ້າຈາກ ອອປສ, ອົງການໄອຍະການປະຊາ ຊົນ 7 ແຂວງພາກເໜືອ ຄື: ແຂວງ ຜົ້ງສາລີ, ບໍ່ແກ້ວ, ຫລວງນໍ້າທາ, ອຸດົມໄຊ, ໄຊຍະບູລີ, ຫົວພັນ, ຫລວງ ພະບາງ ແລະ ຜູ້ຊ່ຽວຊານທີ່ມາ ຈາກ ສະຖາບັນຊ່ວຍເຫລືອທາງດ້ານ ກົດໝາຍ ແລະ ວິຊາການÓາຊະ ອານາຈັກລຸກຊໍາບວກ, ພ້ອມດ້ວຍ ຄະນະຮັບຜິດຊອບກອງປະຊຸມ ເຂົ້າ ຮ່ວມ. ໂອການດັ່ງກ່າວ, ທ່ານ ຄໍາເພັດ ສົມວໍລະຈິດ ໄດ້ຍົກໃຫ້ເຫັນ ຄວາມ ໝາຍແລະ ຄວາມສຳຄັນຕໍ່ກັບວຽກ ງານການຕິດຕາມກວດກາທົ່ວໄປ ເຊິ່ງແມ່ນໜ້າທີ່ ແລະ ຄວາມຮັບຜິດ ຊອບ ຂອງອົງການໄອຍະການປະ ຊາຊົນ ໃຫ້ໄດ້ຮັບການເຄົາລົບ ແລະ ປະຕິບັດ ຢ່າງຖືກຕ້ອງ ແລະ ເປັນ ເອກະພາບ ໃນຂອບເຂດທົ່ວປະເທດ ໂດຍຮຽກຮ້ອງໃຫ້ຜູ້ແທນກອງ ປະຊຸມ ຈົ່ງພ້ອມກັນແລກປ່ຽນຄຳ ເຫັນຢ່າງເລິກເຊິ່ງ ເພື່ອສ້າງຄວາມ ຮັບຮູ້ທີ່ເປັນເອກະພາບກ່ຽວກັບ ການຕິດຕາມກວດກາທົ່ວໄປ ໂດຍ ສະເພາະກ່ຽວກັບການປະຕິບັດ ກົດໝາຍສະແດງອອກໃນຕົວຈິງ, ການຕິດຕາມກວດກາການປະຕິບັດ ກົດໝາຍ, ການຕິດຕາມກວດກາ ການອອກນິຕິກໍາ, ການປ້ອງກັນ ອາຊະຍາກໍາ, ການຕິດຕາມກວດກາ ການປະຕິບັດຄໍາຕັດສິນຂອງສານ ແລະ ການຕິດຕາມກວດກາການດໍາ ເນີນຄະດີປົກຄອງ ແລະ ບົດຮຽນ ຂອງຕ່າງປະເທດຈໍານວນໜຶ່ງ. ທັງນີ້, ກໍເພື່ອແນໃສ່ຍົກສູງການ ຕິດຕາມກວດກາທົ່ວໄປຂອງອົງ ການໄອຍະການປະຊາຊົນ ຢູ່ ສປປ ລາວ ໃຫ້ມີບາດກ້າວອັນໃໝ່ທີ່ໜັກ ແໜ້ນ ເພື່ອຍົກສູງສະຕິເຄົາລົບ ແລະ ປະຕິບັດກົດໝາຍ, ສ້າງກົນໄກປະ ສານງານກ່ຽວກັບການຕິດຕາມ ກວດກາທົ່ວໄປໃຫ້ມີບາດກ້າວໃໝ່ ອັນໜັກແໜ້ນ, ໄດ້ຮັບຜົນດີ, ຍົກສູງ ຄຸນນະພາບ ຂອງການຕິດຕາມກວດ ກາຂອງອົງການໄອຍະການປະຊາ ຊົນໃນຕໍ່ໜ້າຢ່າງມີປະສິດທິຜົນ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບ ຮ້ອຍ, ສ້າງເງື່ອນໄຂໃຫ້ປະຊາຊົນ ໄດ້ທໍາມາຫາກິນ, ດໍາລົງຊີວິດຢ່າງ ຜາສຸກ, ປະກອບສ່ວນສໍາຄັນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ຂະຫຍາຍຕົວ ແລະ ຈະ ເລີນຮຸ່ງເຮືອງ ຢ່າງບໍ່ຢຸດຢັ້ງຕາມ ທິດສັງຄົມນິຍົມ. ຂ່າວ-ພາບ: ໄອຍະການ ຄະນະກຳມະການ... ໜ່ວຍພັກຕິດຕັ້ງ-ສ້ອມແປງ... ຂປລ. ເມື່ອບໍ່ດົນ ຜ່ານມານີ້, ໜ່ວຍພັກ ຕິດຕັ້ງ-ສ້ອມເເປງທີ່ຂຶ້ນ ກັບຄະນະພັກຮາກຖານບໍລິສັດລາວ ໂທລະຄົມມະນາຄົມມະຫາຊົນເປີດ ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງ ທີ II ໂດຍການເປັນປະທານ ຂອງ ສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍ ລິຫານງານພັກກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ),ເລຂາຄະ ນະພັກຮາກຖານບໍລິສັດລາວໂທລະ ຄົມມະນາຄົມມະຫາຊົນ (ລລທ), ສະ ຫາຍ ລັດຖະບັນຍາ ຂຽວວົງພະ ຈັນ ຮອງເລຂາພັກຮາກຖານ ລລທ, ສະຫາຍ ອາລຸນນະເດດ ບານຈິດ ຄະ ນະປະຈໍາພັກຮາກຖານ ລລທ, ພ້ອມ ດ້ວຍຜູ້ຕາງໜ້າບັນດາໜ່ວຍພັກ, ຕາງໜ້າ3ອົງການຈັດຕັ້ງມະຫາຊົນ ແລະສະມາຊິກພັກສົມບູນຂອງໜ່ວຍ ພັກຕິດຕັ້ງ-ສ້ອມເເປງເຂົ້າຮ່ວມ. ໃນກອງປະຊຸມ, ສະຫາຍ ອານັນ ສຸລິຍະນັນ ກຳມະການໜ່ວຍພັກ ຕິດຕັ້ງ-ສ້ອມເເປງໄດ້ໃຫ້ຮູ້ວ່າ:ໜ່ວຍ ພັກຕິດຕັ້ງ-ສ້ອມເເປງ ໄດ້ຮັບ ການ ຊີ້ນໍາຈາກຄະນະພັກຮາກຖານ ລລທ ເປັນປະຈໍາແລະສະມາຊິກພັກທຸກສະ ຫາຍກໍມີຄວາມສາມັກຄີໃຫ້ຄວາມ ຮ່ວມມືໃນທຸກດ້ານ, ໃນຄະນະທີ່ສະ ພາບການຂອງໂລກທັງຢູ່ ໃນລະດັບ ພາກພື້ນ ແລະ ສາກົນ ເກີດມີຄວາມ ທ້າທາຍໃນຫລາຍດ້ານ ເຊັ່ນ: ການ ລະບາດຂອງພະຍາດໂຄວິດ-19, ບັນຫາການຂັດແຍ່ງທາງດ້ານພູມມີ ປະເທດ ແລະ ຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນເຊິ່ງມັນໄດ້ ຂປລ. ອົງການໄອຍະການປະ ຊາຊົນສູງສຸດຈັດກອງປະຊຸມລາຍ ງານຜົນຄົ້ນຄວ້າ, ການກວດກາ ຂອງກອງເລຂາຄະນະກຳມະການ ອະໄພຍະໂທດ ລະດັບຊາດ ປະຈຳປີ 2024ໃນວັນທີ29 ກໍລະກົດ 2024 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງ ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ, ຫົວໜ້າກອງເລຂາຄະ ນະກຳມະການອະໄພຍະໂທດລະ ດັບຊາດ, ມີຜູ້ຕາງຈາກໜ້າອົງການ ໄອຍະການປະຊາຊົນສູງສຸດ,ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ບົວຄອງ ເພັງສີຫາພັດ ຮອງຫົວໝ້າຄະນະສານອາຍາ, ສານປະຊາຊົນສູງສຸດ ໄດ້ລາຍງານ ຜົນຄົ້ນຄວ້າ, ການກວດກາກ່ຽວກັບ ການຂໍອະໄພຍະໂທດປະຈຳປີ2024 ເຊິ່ງຜ່ານການຄົ້ນຄວ້ານັກໂທດຜູ້ ທີ່ມີເງື່ອນໄຂອະໄພຍະໂທດຫລຸດ ສົ່ງຜົນກະທົບຕໍ່ການພັດທະນາ ເສດ ຖະກິດ-ສັງຄົມຂອງຊາດ ໂດຍສະ ເພາະແມ່ນໄດ້ສົ່ງຜົນກະທົບໂດຍ ກົງຕໍ່ການພັດທະນາວຽກງານການ ດໍາເນີນທຸລະກິດຂອງ ລລທ ກໍ ຄືການບໍລິຫານຈັດການວຽກງານ. ເຖິງແນວໃດກໍຕາມໂດຍໄດ້ຮັບການ ນໍາພາ-ຊີ້ນໍາ ໂດຍກົງຈາກຄະນະພັກ ຮາກຖານ ລລທ ເຮັດໃຫ້ຄະນະ ໜ່ວຍພັກສະມາຊິກ ພັກ-ພະນັກງານ ຂອງໜ່ວຍພັກຕິດຕັ້ງ-ສ້ອມເເປງ ໄດ້ມີຄວາມສາມັກຄີເປັນປຶກແຜ່ນ, ຕັດສິນໃຈສູງຜ່ານຜ່າອຸປະສັກນາໆ ປະການປະຕິບັດໜ້າທີ່ການເມືອງ ທີ່ໄດ້ກໍານົດໄວ້ໃນມະຕິກອງປະຊຸມ ຄັ້ງທີ 7 ຂອງຄະນະພັກຮາກຖານ ລລທ ໂດຍສະເພາະແມ່ນຈັດຕັ້ງ ປະຕິບັດບັນດາຄາດໝາຍທີ່ກໍານົດ ໄວ້ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະໜ່ວຍພັກຕິດຕັ້ງ-ສ້ອມ ເເປງໃຫ້ມີຜົນສໍາເລັດເປັນຢ່າງດີ ເປັນການປະກອບສ່ວນຢ່າງໜັກ ແໜ້ນໃຫ້ແກ່ການພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ. ພ້ອມກັນນີ້, ບັນດາສະມາຊິກພັກ ຈໍານວນ22ສະຫາຍໄດ້ພ້ອມກັນນໍາ ໃຊ້ສິດປະຊາທິປະໄຕຂອງຕົນປ່ອນ ບັດເລືອກຕັ້ງເອົາຄະນະໜ່ວຍພັກ ຕິດຕັ້ງ-ສ້ອມເເປງຊຸດໃໝ່ ເຊິ່ງມີຜູ້ ລົງຮັບສະໝັກເລືອກຕັ້ງຄະນະໜ່ວຍ ພັກຕິດຕັ້ງ-ສ້ອມເເປງຊຸດໃໝ່ ທັງ ໝົດ 5 ສະຫາຍ, ເລືອກໄດ້ 3 ສະ ຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ຄົບຄະນະ ໄດ້ຕົກລົງເຫັນດີຮັບຮອງ ເອົາຄະນະໜ່ວຍພັກຕິດຕັ້ງ-ສ້ອມ ເເປງຊຸດໃໝ່ 3 ສະຫາຍຄື: ເລືອກ ເອົາ ສະຫາຍ ວິລະພອນ ວັງວິລະຈິດ ເປັນເລຂາໜ່ວຍພັກຕິດຕັ້ງ-ສ້ອມ ເເປງ, ສະຫາຍ ສາຍພອນ ຂຸນສຸວັນ ເປັນຮອງເລຂາໜ່ວຍພັກ, ທັງເປັນ ປະທານກວດກາ ແລະ ເລືອກເອົາ ສະຫາຍ ສີຈັນ ອຸ່ນຄຳ ເປັນກໍາມະ ການໜ່ວຍພັກ. ໂອກາດນີ້, ສະຫາຍ ສຸພົນ ຈັນທະວີໄຊ ໄດ້ກ່າວສະແດງຄວາມ ຍ້ອງຍໍຊົມເຊີຍ ຕໍ່ກັບຫລາຍຜົນງານ ຂອງຄະນະໜ່ວຍພັກຕິດຕັ້ງ-ສ້ອມ ເເປງຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ຄະນະໜ່ວຍພັກຕິດ ຕັ້ງ-ສ້ອມເເປງ ຊຸດໃໝ່ເອົາໃຈໃສ່ໃນ ການແບ່ງງານ, ແບ່ງຄວາມຮັບຜິດ ຊອບໃຫ້ລະອຽດຈະແຈ້ງ ເພື່ອເປັນ ບ່ອນອີງໃນການເຕົ້າໂຮມຄວາມ ສາມັກຄີຂອງອ້າຍເອື້ອຍນ້ອງສະ ຜ່ອນໂທດ, ອະໄພຍະໂທດປ່ອຍຕົວ ເພື່ອນຳສະເໜີຕໍ່ຄະນະກຳມະການ ອະໄພຍະໂທດລະດັບຊາດ ພິຈາລະ ນາຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນ ລັດຖະບັນຍັດວ່າດ້ວຍການໃຫ້ອະ ໄພຍະໂທດ ສະບັບເລກທີ 001/ ປປທ, ລົງວັນທີ 20 ມີນາ2018. ພ້ອມນີ້, ກອງປະຊຸມຍັງໄດ້ຜ່ານ 2 ຂໍ້ຕົກລົງຄື: ຂໍ້ຕົກລົງແບ່ງຄວາມຮັບ ຜິດຊອບຂອງກອງເລຂາຄະນະກໍາ ມະການອະໄພຍະໂທດລະດັບຊາດ ສະບັບເລກທີ 56/ກລຂ, ລົງວັນທີ 10 ເມສາ 2024 ຮັບຜິດຊອບຄົ້ນ ຄວ້າຂອງກອງເລຂາຄະນະກໍາມະ ການອະໄພຍະໂທດລະດັບຊາດ ສະ ບັບເລກທີ 67/ກລຂ, ລົງວັນທີ 24 ເມສາ 2024. ໂອກາດນີ້, ທ່ານ ບຸນທັນ ບຸນທະວິໄລ ໄດ້ເນັ້ນໃຫ້ຄະນະກໍາມະ ການອະໄພຍະໂທດລະດັບຊາດ ສືບ ຕໍ່ຄົ້ນຄວ້າກວດກາ ແລະ ສັງລວມ ວຽກງານອະໄພຍະໂທດ ໃຫ້ໄດ້ຮັບ ການຈັດຕັ້ງປະຕິບັດຕາມລັດຖະບັນ ຍັດຂອງປະທານປະເທດ ແລະ ຮຽກ ຮ້ອງໃຫ້ຄະນະກໍາມະການອະໄພ ຍະໂທດລະດັບຊາດ ເປັນເຈົ້າການ ໂຄສະນາສຶກສາອົບຮົມທຸກຊັ້ນຄົນ, ເຫັນໄດ້ແນວທາງມະນຸດສະທໍາ ຂອງພັກ-ລັດຖະບານ ສປປ ລາວ ແນໃສ່ເຮັດໃຫ້ສັງຄົມມີຄວາມສະ ຫງົບ ແລະ ມີຄວາມເປັນລະບຽບ ຮຽບຮ້ອຍ, ສ້າງເງື່ອນໄຂໃນການ ປະກອບສ່ວນເຂົ້າໃນການປົກປັກ ຮັກສາ ແລະ ພັດທະນາປະເທດຊາດ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບຜົນສໍາເລັດຕາມແຜນການທີ່ ວາງໄວ້. ພາບ-ຂ່າວ: ອອປສ ມາຊິກພັກ-ພະນັກງານໃນຂົງເຂດ ຄວາມຮັບຜິດຊອບຂອງຕົນໃຫ້ມີ ຜົນສຳເລັດໃນແຕ່ລະໄລຍະ, ເອົາໃຈ ໃສ່ຕິດຕາມ, ກວດກາ, ຊຸກຍູ້ການ ເຄື່ອນໄຫວວຽກງານ, ເນັ້ນໜັກເຖິງ 6ໜ້າທີ່ຂອງໜ່ວຍພັກ ໂດຍສະເພາະ ແມ່ນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເຊິ່ງເປັນໜ້າ ທີ່ກວມລວມ ແລະ ຢັ້ງຢືນເຖິງດ້ານ ດີ, ດ້ານກ້າວໜ້າ ແລະ ດ້ານອ່ອນໃນ ການເຄື່ອນໄຫວນໍາພາຂອງໜ່ວຍ ພັກຕົນ. ຂ່າວ-ພາບ: ລາວໂທລະຄົມ
RkJQdWJsaXNoZXIy MTc3MTYxMQ==