lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 30/07/2024 xtgmf]k; ປະທານປະເທດ... ສາລະວັນ ປະເມີນຜົນ... ກຊສ ປາຖະກະຖາ... ສອບເສັງເລ່ືອນຂັ້ນພະນັກງານ... ສປປ ລາວ - ຮົງກົງ... ສະຫລອງວັນສ້າງຕັ້ງ... ຫາຍ ຫງວຽນ ຝູ໋ ຈ້ອງ ເລຂາທິ ການໃຫຍ່ຄະນະບໍລິຫານງານສູນ ກາງພັກກອມມູນິດຫວຽດນາມ ຊຶ່ງແມ່ນການສູນເສຍອັນຍິ່ງໃຫຍ່, ສູນເສຍຜູ້ນໍາປະຕິວັດທີ່ອົງອາດກ້າ ແກ່ນຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ. ສະຫາຍ ເລຂາທິການໃຫຍ່, ປະທານປະ ເທດ ຍັງໄດ້ກ່າວເນັ້ນວ່າ ສະຫາຍ ຫງວຽນ ຝູ໋ ຈ້ອງ ແມ່ນສະຫາຍທີ່ ເຄົາລົບຮັກ, ເພື່ອນທີ່ຍິ່ງໃຫຍ່ ແລະ ໃກ້ຊິດສະໜິດສະໜົມຂອງພັກ, ລັດ ແລະ ປະຊາຊົນລາວການຈາກໄປ ຂອງສະຫາຍ ຫງວຽນ ຝູ໋ ຈ້ອງ ກໍແມ່ນຄວາມສູນເສຍຢ່າງໃຫຍ່ ຫລວງຂອງ ພັກ, ລັດ ແລະ ປະຊາ ຊົນລາວ. ສະຫາຍ ໂຕເລິມ ກໍໄດ້ສະແດງ ຄວາມຂອບໃຈຢ່າງສູງມາຍັງສະ ຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍ ພັນລະຍາ ແລະ ຄະນະ ທີ່ໄດ້ເດີນ ທາງມາຮ່ວມພິທີໄວ້ອາໄລ ແລະ ແບ່ງເບົາຄວາມທຸກໂສກນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍ ນ້ອງ ຕໍ່ການຈາກໄປຂອງສະຫາຍ ຫງວຽນ ຝູ໋ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ. ສອງ ຝ່າຍ ໄດ້ຫວນຄືນເຖິງຄຸນງາມຄວາມດີ ຂອງສະຫາຍ ຫງວຽນ ຝູ໋ ຈ້ອງ ຕໍ່ ການພັດທະນາ ແລະ ປົກປັກຮັກ ສາປະເທດຫວຽດນາມ ແລະ ການ ເພີ່ມພູນຄູນສ້າງສາຍພົວພັນສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງປະເທດ, ຈະພ້ອມກັນສືບ ຕໍ່ພາລະກິດຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ ໃນການເພີ່ມທະວີສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານໃຫ້ນັບມື້ນັບກ້າວເຂົ້າສູ່ ລວງເລິກຍິ່ງໆຂຶ້ນ. ໃນຕອນເຊົ້າວັນທີ 26 ກໍລະກົດ 2024, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ພ້ອມຄະນະ ຍັງໄດ້ພົບປະກັບສະ ຫາຍ ຟ້າມມິງຈິງ ນາຍົກລັດຖະມົນ ຕີແຫ່ງ ສສ ຫວຽດນາມ. ໃນການ ພົບປະຄັ້ງນີ້, ສະຫາຍເລຂາທິການ ໃຫຍ່, ປະທານປະເທດໄດ້ກ່າວສະ ແດງຄວາມເສຍໃຈນຳພັກ, ລັດແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ໄດ້ສູນເສຍຜູ້ນຳທີ່ອົງອາດເດັດ ດ່ຽວໃນການປະຕິບັດລະບຽບຫລັກ ການຂອງພັກ, ໂດຍສະເພາະແມ່ນ ວຽກງານປັບປຸງ ແລະ ກໍ່ສ້າງພັກ ໃຫ້ເຂັ້ມແຂງ, ປອດໃສ ກໍຄືວຽກ ງານການປ້ອງກັນ, ຕ້ານການສໍ້ ລາດບັງຫລວງ ແລະ ຕ້ານປະກົດ ການຫຍໍ້ທໍ້ຕ່າງໆ ອັນໄດ້ເຮັດໃຫ້ປະ ເທດຫວຽດນາມ ມີການພັດທະນາ ຢ່າງບໍ່ຢຸດຢັ້ງ, ຖານະບົດບາດຂອງ ຫວຽດນາມ ໄດ້ຮັບການຍົກສູງຂຶ້ນ ຢ່າງຈະແຈ້ງໃນເວທີພາກພື້ນ ແລະ ສາກົນ. ສະຫາຍເລຂາທິການໃຫຍ່, ປະທານປະເທດ ໄດ້ກ່າວຂອບໃຈຕໍ່ ການຊ່ວຍເຫລືອຂອງພັກ, ລັດ ແລະ ປະຊາຊົນຫວຽດນາມໃຫ້ແກ່ ປະຊາຊົນລາວ. ຍົກໃຫ້ເຫັນບັນດາ ນະໂຍບາຍຕ່າງໆທີ່ລັດຖະບານລາວ ກຳລັງສູມໃສ່ ເພື່ອແກ້ໄຂບັນຫາ ຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ. ຕໍ່ການສູນເສຍອັນໃຫຍ່ຫລວງ ຄັ້ງນີ້, ສອງຝ່າຍໄດ້ຖືເອົາການສູນ ເສຍດັ່ງກ່າວກາຍເປັນກໍາລັງແຮງ ເພື່ອສືບຕໍ່ພາລະກິດຂອງສະຫາຍ ຫງວຽນ ຝູ໋ ຈ້ອງ ທີ່ໄດ້ສ້າງປະໄວ້ ໃຫ້ສືບຕໍ່ແຕກດອກອອກຜົນ, ສືບ ຕໍ່ຮັດແໜ້ນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງ ລາວຫວຽດນາມ; ຫວຽດນາມ-ລາວ ໃຫ້ ໜັກແໜ້ນຂຶ້ນຕື່ມ, ສຸມໃສ່ປະຕິບັດ ບັນດາຂໍ້ຕົກລົງໃນລະດັບສູງຂອງ ສອງພັກ, ສອງລັດ ໃຫ້ປະກົດຜົນ ເປັນຈິງ ແລະ ແຕກດອກອອກຜົນ ຍິ່ງໆຂຶ້ນ. ຂ່າວ: ຄຕພ, ພາບ: ຕຸໄລເພັດ ປະເທດຕາງໜ້າລັດຖະບານການາ ດາໃນໂອກາດເດີນທາງມາເຂົ້າ ຮ່ວມກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນຄັ້ງທີ57(AMM) ແລະ ກອງປະຊຸມປິ່ນອ້ອມຕ່າງໆ, ມີບັນດາລັດຖະມົນຕີ, ຮອງລັດຖະ ມົນຕີ ແລະ ເຈົ້າໜ້າທີ່ຈາກຂະແໜງ ການຕ່າງໆ ຂອງ ສປປ ລາວ ແລະ ບັນດາທູຕານຸທູດປະເທດຕ່າງໆ ປະ ຈໍາ ສປປ ລາວ ເຂົ້້າຮ່ວມ. ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ,ທ່ານນາງ MélanieJoly ແລະ ທ່ານເອກອັກຄະລັດຖະທູດ ການາດາປະຈຳສປປລາວໄດ້ກ່າວ ສະແດງຊົມເຊີຍ ແລະ ຕີລາຄາສູງຕໍ່ ຜົນສຳເລັດການພົວພັນຮ່ວມມືອັນ ດີ ລະຫວ່າງ ສປປ ລາວ ແລະ ກາ ນາດາ ຕະຫລອດໄລຍະ 5 ທົດສະ ວັດທີ່ຜ່ານມາ ໂດຍສະເພາະສອງ ຝ່າຍໄດ້ມີການຮ່ວມມືໃນຫລາຍ ຂົງເຂດ ເປັນຕົ້ນ ວຽກງານເກັບກູ້ລະ ເບີດທີ່ບໍ່ທັນແຕກ, ການສຶກສາ, ສາທາລະນະສຸກ, ມູນຄ່າການຄ້າ ລະຫວ່າງ ສອງປະເທດ ໄລຍະປີ 2019-2023 ສາມາດບັນລຸໄດ້ 141.486.316 ໂດລາສະຫະລັດ. ການາດາຍັງໄດ້ມາລົງທຶນໃນຂະ ແໜງຄ້າຂາຍຍົກ-ຄ້າຂາຍຍ່ອຍ, ສ້ອມແປງລົດຍົນ-ລົດຈັກ,ອຸດສາ ຫະກໍາປຸງແຕ່ງ, ກະສິກໍາ-ປ່າ ໄມ້, ການປະມົງ ແລະ ອື່ນໆ. ນອກນັ້ນ, ລາວ ແລະ ການາດາ ຍັງໄດ້ຮ່ວມມືພາຍໃຕ້ຂອບ ອາຊຽນ ໂດຍ ການາດາ ໄດ້ສະໜັບສະໜູນ ວຽກງານ IT ແກ່ ສປປ ລາວ ໃນໄລ ຍະ ກອງປະຊຸມອາຊຽນ 2024. ນອກນີ້, ສປປ ລາວ ຍັງເຮັດໜ້າ ທີ່ເປັນປະເທດປະສານງານອາ ຊຽນ-ການາດາ ເປັນເວລາ 3 ປີເລີ່ມ ແຕ່ເດືອນກໍລະກົດ 2024 ເຖິງປີ 2027. ພິທີສະເຫລີມສະຫລອງດັ່ງ ກ່າວ, ໄດ້ເປັນນິມິດໝາຍອັນດີ ໃຫ້ ແກ່ການເສີມຂະຫຍາຍການພົວພັນ ຮ່ວມມືທີ່ນັບມື້ນັບເພີ່ມຂຶ້ນ ແລະ ເປັນທິດທາງສໍາລັບການ ຮ່ວມມືໃນ ຕໍ່ໜ້າ ລະຫວ່າງ ສອງປະເທດລາວ ແລະການາດາ. ສປປລາວແລະກາ ນາດາ ໄດ້ສ້າງຕັ້ງສາຍພົວພັນການ ທູດນຳກັນ ໃນວັນທີ 15 ມິຖຸນາ 1974. ການປັບປຸງ 2 ຄັ້ງ ຄື: ການປັບປຸງ ປີ2003ແລະປີ2015.ການຈັດຕັ້ງ ປະຕິບັດລັດຖະທໍາມະນູນ ສະບັບປີ 2015 ມາຮອດປັດຈຸບັນ ເປັນເວລາ 9 ປີ ຊຶ່ງໄດ້ເປັນກົດໝາຍພື້ນຖານສໍາ ຄັນຂອງປະເທດຊາດ, ເປັນບ່ອນອີງ ໃຫ້ແກ່ການສ້າງ ແລະ ປັບປຸງບັນ ດາກົດໝາຍ ເພື່ອເປັນເຄື່ອງມືຂອງ ລັດໃນການຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມດ້ວຍກົດໝາຍ. ອີງຕາມຄວາມຮຽກຮ້ອງຕ້ອງ ການ ໃນການຈັດຕັ້ງປະຕິບັດແນວ ທາງປ່ຽນແປງໃໝ່ຢ່າງຮອບດ້ານ ມີຫລັກການຂອງພັກເຮົາໃນໄລຍະ ແຕ່ນີ້ ຫາປີ 2025, ຄະນະບໍລິຫານ ງານສູນກາງພັກ ສະໄໝທີ XI ໄດ້ອອກມະຕິ ສະບັບເລກທີ 05/ ຄບສພ, ລົງວັນທີ 5 ກັນຍາ 2023 ວ່າດ້ວຍການສືບຕໍ່ຍູ້ແຮງການຜັນ ຂະຫຍາຍແນວທາງປ່ຽນແປງໃໝ່ ສູ່ລວງເລິກສ້າງການຫັນປ່ຽນທີ່ ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ, ຕໍ່ມາກົມ ການເມືອງສູນກາງພັກ ກໍໄດ້ອອກ ມະຕິ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ທັງ ສອງມະຕິດັ່ງກ່າວນີ້, ໄດ້ຮຽກຮ້ອງ ໃຫ້ລັດເຮົາຕ້ອງໄດ້ປັບປຸງລັດຖະທໍາ ມະນູນ ແຫ່ງ ສປປ ລາວ ສະບັບປີ 2015 ໃຫ້ສອດຄ່ອງກັບໜ້າທີ່ການ ເມືອງ ຂອງພັກ ແລະ ລັດເຮົາໃນໄລ ຍະໃໝ່. ເພື່ອຄົ້ນຄວ້າ, ປັບປຸງລັດຖະ ທຳມະນູນໃຫ້ທັນເວລາ, ກົມການ ເມືອງສູນກາງພັກໄດ້ອອກມະຕິສະ ບັບເລກທີ 15/ກມສພ, ລົງວັນທີ 22 ພຶດສະພາ 2024 ວ່າດ້ວຍການ ແຕ່ງຕັ້ງຄະນະກໍາມະການລະດັບ ຊາດ ປັບປຸງລັດຖະທໍາມະນູນ. ປັດ ຈຸບັນໄດ້ວາງແຜນການປັບປຸງລັດ ຖະທໍາມະນູນ ແຕ່ນີ້ຫາກາງປີ2025 ເຫັນດີແຕ່ງຕັ້ງກອງເລຂາ ແລະ ອະນຸກຳມະການຕ່າງໆ ເພື່ອຈັດຕັ້ງ ປະຕິບັດວຽກງານເພື່ອຮັບປະກັນ ໃຫ້ແກ່ວຽກງານປັບປຸງລັດຖະທຳ ມະນູນ ໂດຍປະຕິບັດຕາມມາດຕາ 124, 125 ຂອງກົດໝາຍວ່າດ້ວຍ ການສ້າງນິຕິກໍາ ສະບັບເລກທີ 06/ ສພຊ, ລົງວັນທີ 16 ພະຈິກ 2021, ຄະນະກໍາມະການລະດັບຊາດ ປັບ ປຸງລັດຖະທໍາມະນູນ ຈຶ່ງໄດ້ວາງ ແຜນການດຳເນີນການປະເມີນການ ຈັດຕັ້ງປະຕິບັດລັດຖະທຳມະນູນໃນ ຂອບເຂດທົ່ວປະເທດ ແລະ ໃຫ້ສໍາ ເລັດໃນເດືອນກໍລະກົດ 2024 ນີ້. ໃນກອງປະຊຸມຄັ້ງນີ້, ໄດ້ຮັບຟັງ ການສະເໜີບົດສະຫລຸບປະເມີນຜົນ ການຈັດຕັ້ງປະຕິບັດລັດຖະທຳມະ ນູນ ສະບັບປີ 2015 ຂອງຄະນະກໍາ ມະການລະດັບຊາດປັບປຸງລັດຖະ ທໍາມະນູນ, ຮັບຟັງການປະກອບຄຳ ເຫັນຈາກພາກສ່ວນຕ່າງໆ, ລວມ ທັງຂໍ້ສະເໜີຕໍ່ກັບການປັບປຸງເນື້ອໃນ ຂອງລັດຖະທຳມະນູນ. ຂ່າວ-ພາບ: ວຽງສະຫວັນ ລາວ ໃນພາລະກິດຕໍ່ສູ້ປົດປ່ອຍປະ ເທດໃນໄລຍະຜ່ານມາ ໄປພ້ອມກັບ ການລະນຶກເຖິງວັນເຊັນສົນທິສັນ ຍາມິດຕະພາບ-ການຮ່ວມມື ຄົບ ຮອບ 47 ປີ ແລະ ການສ້າງຕັ້ງສາຍ ພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 62 ປີ ກໍຄືມູນເຊື້ອສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ, ລວມ ທັງຮັບຮູ້ເຖິງບາງບັນຫາທີ່ສໍາຄັນ ຂອງລັດຖະບັນຍັດ ຂອງປະທານ ປະເທດ ວ່າດ້ວຍການດໍາເນີນຄະດີ ປົກຄອງ ເພື່ອສືບຕໍ່ເສີມຂະຫຍາຍ ເຂົ້າໃນການນໍາພາ-ຊີ້ນໍາຈັດຕັ້ງປະ ຕິບັດພາລະກິດປົກປົກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ມາ ໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ ການເມືອງ ຂອງສະມາຊິກພັກ-ພະ ນັກງານໃນທົ່ວ ກຊສ ໃຫ້ບັນລຸຕາມ ຄາດໝາຍທີ່ວາງໄວ້. ໃນພິທີໄດ້ສາຍວິດີໂອ (ຟີມ) ສາລະຄະດີ 3 ວັນປະຫວັດສາດ ໃຫ້ບັນດາຜູ້ທີ່ເຂົ້າຮ່ວມໄດ້ຮັບຊົມ ມູນເຊື້ອປະຫວັດສາດການເຄື່ອນ ໄຫວຕົວຈິງ ທີ່ສະແດງເຖິງຄວາມພິ ລະອາດຫານ, ຈິດໃຈຮັກຊາດອັນສູງ ສົ່ງ ແລະ ຜົນງານການເຄື່ອນໄຫວ ປະຕິວັດຂອງປະທານ ສຸພານຸວົງ ຊຶ່ງເປັນແບບຢ່າງທີ່ດີໃນການເຕົ້າ ໂຮມຄວາມສາມັກຄີ ຂອງປະຊາຊົນ ລາວ ບັນດາເຜົ່າຕໍ່ສູ້ຕ້ານສັດຕູຜູ້ຮຸກ ຮານ ແລະ ຄຸນງາມຄວາມດີຂອງ ເພິ່ນພ້ອມດຽວກັນເຫດການປະ ຫວັດສາດແຫ່ງການຕໍ່ສູ້ຂອງປະຊາ ຊົນສອງປະເທດສະແດງເຖິງສາຍ ພົວພັນມິດຕະພາບ, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ນັບແຕ່ອະດີດຈົນ ຮອດປັດຈຸບັນ. ຈາກນັ້ນ, ສະຫາຍ ໄຊນະຄອນ ອິນທະວົງ ກໍໄດ້ຍົກໃຫ້ເຫັນບາງເນື້ອ ໃນສໍາຄັນການລະນຶກເຖິງວັນເກີດ ປະທານ ສຸພານຸວົງ ຊຶ່ງເປັນຜູ້ໜຶ່ງ ທີ່ມີບົດບາດພົ້ນເດັ່ນໃນພາລະກິດ ປະຕິວັດປົດປ່ອຍຊາດ ແລະ ສ້າງ ສາພັດທະນາປະເທດຊາດ, ເປັນຜູ້ ນຳທີ່ມີຄວາມຕື່ນຕົວເສຍສະລະ ຜົນປະໂຫຍດສ່ວນຕົວ ເພື່ອຜົນປະ ໂຫຍດສ່ວນລວມ ຂອງປະເທດຊາດ ແລະ ປະຊາຊົນບັນດາເຜົ່າ, ໄດ້ສ້າງ ຜົນງານອັນລໍ້າຄ່າ, ມີຄຸນງາມຄວາມ ດີຢ່າງຫລວງຫລາຍປະກອບສ່ວນ ເຂົ້າໃນການນໍາພາລວມໝູ່ຂອງພັກ ເພື່ອໄຊຊະນະຂອງພາລະກິດຕໍ່ສູ້ປົດ ປ່ອຍຊາດໃນເມື່ອກ່ອນ. ປະທານ ສຸພານຸວົງ ແມ່ນປັນຍາຊົນຜູ້ຍິ່ງໃຫຍ່ ເປັນເຊື້ອເຈົ້າຜູ້ໜຶ່ງທີ່ມີນໍ້າໃຈຮັກ ຊາດອັນດູດດື່ມ, ຈິດໃຈຕໍ່ສູ້ທີ່ອາດ ຫານກ້າແກ່ນ ແລະ ມີນໍ້າໃຈເສຍ ສະຫລະອັນສູງສົ່ງ ເພື່ອຊາດເພື່ອປະ ຊາຊົນ. ພ້ອມກັນນີ້, ສະຫາຍກໍໄດ້ຫວນ ຄືນເຫດການວັນເຊັນສົນທິສັນຍາ ມິດຕະພາບ-ການຮ່ວມມື ແລະ ການ ສ້າງຕັ້ງສາຍພົວພັນການທູດ ລາວຫວຽດນາມ ມູນເຊື້ອປະຫວັດສາດ ການຮ່ວມມືມາແຕ່ຍາວນານຂອງ ສອງພັກສອງລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ ພາຍ ໃຕ້ການນໍາພາຂອງຜູ້ນຳສອງປະ ເທດທີ່ມີຄວາມກ້າຫານສະຫລາດ ສ່ອງໃສ ເປັນຈິດໜຶ່ງໃຈດຽວກັນ ພ້ອມກັບການຕໍ່ສູ້ປົດປ່ອຍປະປະ ເທດຊາດ ຍາດເອົາເອກະລາດຈາກ ພວກຈັກກະພັດຜູ້ຮຸກຮານ ຈົນສາ ມາດຍາດໄດ້ໄຊຊະນະ ແລະ ສະຖາ ປະນາເປັນປະເທດຕົນຂຶ້ນ, ການ ຮ່ວມ ມືຂອງສອງຊາດລາວ-ຫວຽດ ນາມ ເປັນຕົວແບບແຫ່ງການພົວພັນ ທີ່ຍິ່ງໃຫຍ່ ເປັນການພົວພັນທີ່ບໍລິ ສຸດຜຸດຜ່ອງ ແລະ ຫາຍາກຢູ່ໃນໂລກ ຊຶ່ງຜູ້ນຳພັກ-ລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ກໍໄດ້ ຖະນຸຖະໜອມເພີ່ມພູນຄູນສ້າງນໍ້າ ໃຈສາມັກຄີ, ມິດຕະພາບອັນຍິ່ງ ໃຫຍ່, ການພົວພັນຮ່ວມມືແບບພິເສດ ຢ່າງສະເໝີຕົ້ນສະເໝີປາຍ ເພື່ອ ພ້ອມກັນສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນ ເປັນສິ່ງ ທີ່ສໍາຄັນທີ່ສຸດທີ່ພັກ-ລັດ ແລະ ປະຊາ ຊົນສອງຊາດ ລາວ-ຫວຽດນາມ ຈະສືບຕໍ່ໃນການພົວພັນແລກປ່ຽນ ບົດຮຽນນໍາກັນຢ່າງຮອບດ້ານສ້າງ ຄວາມເຊື່ອໝັ້ນ ເຊິ່ງກັນ ແລະ ກັນ, ພ້ອມທັງປົກປັກຮັກສາ ແລະ ສ້າງ ສາປະເທດຊາດ ຕາມເສັ້ນທາງສັງ ຄົມນິຍົມ. ຍ້ອນແນວນັ້ນ, ໃນໄລຍະ ຜ່ານມາ ພວກເຮົາຈຶ່ງພ້ອມກັນລະ ເຖິງບັນດາວັນສໍາຄັນດັ່ງກ່າວນີ້ ພ້ອມທັງເປັນການສຶກສາອົບຮົມ ໃຫ້ພະນັກງານ-ສະມາຊິກພັກ ໄດ້ ເຊື່ອມຊຶມກຳແໜ້ນມູນເຊື້ອດັ່ງກ່າວ ເປັນບົດຮຽນ ແລະ ເປັນພື້ນຖານ ໃຫ້ແກ່ການຝຶກຝົນຫລໍ່ຫລອມຕົນ ເອງ ໃຫ້ມີຄຸນທາດການເມືອງມີຄຸນ ສົມບັດສິນທໍາປະຕິວັດແລະ ໃຫ້ກາຍ ເປັນພະນັກງານ-ນັກຮົບຮຸ່ນສືບ ທອດທີ່ດີໃນອະນາຄົດ. ໃນໂອກາດດຽວກັນ, ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການເຜີຍແຜ່ລັດຖະ ບັນຍັດຂອງປະທານປະເທດ ວ່າ ດ້ວຍການດໍາເນີນຄະດີປົກຄອງສະ ບັບເລກທີ 001/ປປທ, ລົງວັນທີ 19 ມີນາ 2021 ໄດ້ຮັບຮູ້ເຂົ້າໃຈ ຂັ້ນຕອນການດໍາເນີນຄະດີປົກຄອງ ໃນ ສປປ ລາວ, ເນື່ອງຈາກວ່າຄະດີ ປົກຄອງນັ້ນ ເປັນຄະດີທີ່ມີຈຸດພິເສດ ຫລາຍດ້ານ ແລະ ແຕກຕ່າງກັບຄະ ດີທົ່ວໄປ ໂດຍສະເພາະມີສ່ວນພົວ ພັນກ່ຽວກັບການປະຕິບັດໜ້າທີ່ ວຽກງານ ຂອງພະນັກງານ, ລັດ ຖະກອນ, ອົງການຈັດຕັ້ງລັດຕ່າງໆ ໃນທຸກຂົງເຂດທົ່ວປະເທດ ເປັນຕົ້ນ ການເຄື່ອນໄຫວ ຫລື ການກະທຳ ຜິດທາງປົກຄອງ ທີ່ກະທົບສິດຂອງ ບຸກຄົນ, ນິຕິບຸກຄົນ ຫລືການຈັດຕັ້ງ, ການອອກ, ການໂຈະ ຫລື ການຍົກ ເລີກຂໍ້ຕົກລົງ, ຄໍາສັ່ງ ຫລື ໃບອະນຸ ຍາດກ່ຽວກັບການຜະລິດ, ການລົງ ວິໄນ ຫລື ໃຫ້ອອກຈາກລັດຖະການ, ການຍົກຍ້າຍ ຫລື ການຊັບປ່ຽນໜ້າ ທີ່ ແລະ ການປັບໄໝທາງປົກຄອງ, ຄວາມຮັບຜິດຊອບຂອງລັດຕາມ ທີ່ໄດ້ກຳນົດໃນມາດຕາ 16 ຂອງ ລັດຖະບັນຍັດ ສະບັບນີ້. ຂ່າວ: ກຊສ, ພາບ: ແສງຈັນ ພະນັກງານໄອຍະການປະຊາຊົນ ຂັ້ນ III ທີ່ຈະເລື່ອນຂັ້ນເປັນພະນັກ ງານໄອຍະການປະຊາຊົນຂັ້ນ II ແລະ ການປະເມີນພະນັກງານໄອຍະ ການປະຊາຊົນຂັ້ນ II ທີ່ຈະເລື່ອນຂັ້ນ ເປັນພະນັກງານໄອຍະການປະຊາ ຊົນຂັ້ນ I ປະຈໍາປີ 2024 ໃນວັນທີ 25 ກໍລະກົດ 2024 ໂດຍການເປັນ ປະທານຂອງ ທ່ານ ນາງ ພອນທິບ ສາວະລີ ກໍາມະການຄະນະບໍລິຫານ ງານພັກ, ຫົວໜ້າກົມຈັດຕັ້ງ-ພະ ນັກງານອົງການໄອຍະການປະຊາ ຊົນສູງສຸດ, ມີຮອງຫົວໜ້າກົມຈັດ ຕັ້ງ-ພະນັກງານ, ຄະນະຮັບຜິດຊອບ ສອບເສັງ ແລະ ຜູ້ເຂົ້າຮ່ວມສອບເສັງ ທັງໜົດ 142 ທ່ານ ຍິງ 47 ທ່ານ. ໃນວາລະດັ່ງກ່າວ, ທ່ານນາງ ພອນທິບ ສາວະລີ ໄດ້ເນັ້ນຫລາຍ ບັນຫາທີ່ສຳຄັນ ຕໍ່ນັກສອບເສັງທີ່ ໄດ້ເຂົ້າຮ່ວມສອບເສັງໃນ 7 ພາກ ວິຊາຄື: ຄວາມຮູ້ທົ່ວໄປ, ການຕິດ ຕາມກວດກາທົ່ວໄປ, ການຕິດຕາມ ກວດກາການດຳເນີນຄະດີອາຍາ, ການຕິດຕາມກວດກາດຳເນີນຄະ ດີແພ່ງ, ການຕິດຕາມກວດກາຄ້າຍ ຄຸມຂັງ-ດັດສ້າງ, ຄອມພິວເຕີ ແລະ ພາສາອັງກິດ ເຊິ່ງການສອບເສັງ ໃນຄັ້ງນີ້ໄດ້ເລືອກເຟັ້ນເອົາຜູ້ທີ່ມີມາດ ຖານທີ່ຄົບຖ້ວນ ແລະ ຮັບປະກັນ ໃຫ້ໄດ້ຜູ້ທີ່ມີຄຸນນະພາບແທ້ຈິງ ເພື່ອ ກຽມພ້ອມຮັບໃຊ້ໜ້າທີ່ການເມືອງ ທີ່ຖືກມອບໝາຍ ແລະ ນໍາເອົາຄວາມ ຮູ້, ຄວາມສາມາດ ແລະ ປະສົບການ ໜູນໃຊ້ເຂົ້າໃນການຄົ້ນຄວ້າແກ້ໄຂ ຄະດີໃຫ້ມີຄວາມໂປ່ງໃສ, ຍຸຕິທໍາໄປ ຄຽງຄູ່ກັບດ້ານຄຸນທາດການເມືອງ, ຈັນຍາບັນ, ຈັນຍາທໍາຂອງພະນັກ ງານໄອຍະການປະຊາຊົນໃຫ້ໜັກ ແໜ້ນ ເພື່ອປະຕິບັດໜ້າທີ່ຕິດຕາມ ກວດກາການປະຕິບັດກົດໝາຍ,ສັ່ງ ຟ້ອງຜູ້ຖືກຫາຂຶ້ນສານ, ເຂົ້າຮ່ວມປະ ຊຸມສານ ແລະ ຕາມການມອບໝາຍ. ທັງຮັບປະກັນເນື້ອໃນຄໍາຂວັນ 3 ມີ 4 ຮັບປະກັນ, ປະຕິບັດພາລະບົດ ບາດ, ສິດ ແລະ ໜ້າທີ່ ຂອງພະນັກ ງານໄອຍະການປະຊາຊົນໂດຍສະ ເພາະ ໃຫ້ແກ່ອົງການໄອຍະການປະ ຊາຊົນໃນຂອບເຂດທົ່ວປະເທດໃຫ້ ມີການພັດທະນາ ແລະ ເຕີບໃຫຍ່ເຂັ້ມ ແຂງກ້າວສູ່ທັນສະໄໝເທື່ອລະກ້າວ. ການສອບເສັງເລື່ອນຂັ້ນພະນັກ ງານໄອຍະການປະຊາຊົນ ແລະ ຜູ້ ຊ່ວຍພະນັກງານໄອຍະການປະຊາ ຊົນ ໃນຂອບເຂດທົ່ວປະເທດປະຈໍາ ປີ 2024 ໄດ້ສຳເລັດໃນຕອນເຊົ້າ ວັນທີ 26 ກໍລະກົດ 2024 ຕາມ ຄາດໝາຍທີ່ວາງໄວ້. ຂ່າວ-ພາບ: ອານຸສັກ ລາວ, ທ່ານ ຈອນ ລີ ຫົວໜ້າຄະນະ ບໍລິຫານເຂດປົກຄອງພິເສດຮົງກົງ, ສປ ຈີນ ໄດ້ນໍາພາຄະນະຜູ້ແທນຂັ້ນ ສູງຈາກພາກລັດ ແລະ ພາກທຸລະ ກິດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 28-30 ກໍລະກົດ 2024 ເພື່ອຊຸກຍູ້ ເສີມຂະຫຍາຍການພົວພັນຮ່ວມມື ສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຮົງກົງ. ກອງປະຊຸມພົບປະສອງຝ່າຍ ຢ່າງເປັນທາງການໄດ້ຈັດຂຶ້ນໃນ ຕອນເຊົ້າຂອງວັນທີ 29 ກໍລະກົດ 2024, ທີ່ກະຊວງການຕ່າງປະເທດ, ໂດຍການເປັນປະທານຮ່ວມຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຈອນ ລີ ຫົວໜ້າ ຄະນະບໍລິຫານເຂດປົກຄອງພິເສດ ຮົງກົງ, ສປ ຈີນ. ໃນໂອກາດດັ່ງ ກ່າວ, ສອງຝ່າຍໄດ້ໃຫ້ຄວາມສໍາຄັນ ແລະ ຕີລາຄາສູງຕໍ່ການເດີນທາງມາ ຢ້ຽມຢາມໃນຄັ້ງນີ້ ເຊິ່ງຖືເປັນບາດ ກ້າວສໍາຄັນ ສໍາລັບການຊຸກຍູ້ສົ່ງ ເສີມການຮ່ວມມືລະຫວ່າງ ສປປ ລາວ ແລະ ຮົງກົງ ໃນຕໍ່ໜ້າ; ສອງ ຝ່າຍໄດ້ປຶກສາຫາລືແລະ ແລກປ່ຽນ ຄໍາຄິດຄໍາເຫັນຮ່ວມກັນ ເພື່ອຊຸກ ຍູ້ການພົວພັນຮ່ວມມືສອງຝ່າຍໃນ ດ້ານຕ່າງໆ ເຊັ່ນ: ການຮ່ວມມືດ້ານ ເສດຖະກິດ, ການຄ້າ, ການລົງທຶນ, ການເງິນ, ການທະນາຄານ, ການ ສຶກສາ, ການຄົມມະນາຄົມຂົນສົ່ງ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ດ້ານອື່ນໆ; ສອງຝ່າຍໄດ້ສະ ແດງຄວາມຍິນດີທີ່ເຫັນວ່ານັບແຕ່ ມີການເປີດສາຍການບິນໂດຍກົງ ຈາກຮົງກົງ-ນະຄອນຫລວງວຽງ ຈັນ (ຈໍານວນ 1 ຖ້ຽວ/ອາທິດ) ໃນ ວັນທີ 7 ພຶດສະພາ 2024 ຜ່ານມາ, ໄດ້ເຮັດໃຫ້ການໄປມາຫາສູ່ກັນສະ ດວກຂຶ້ນ, ທັງປະກອບສ່ວນຊຸກຍູ້ ສົ່ງເສີມການພົວພັນດ້ານການຄ້າການລົງທຶນ, ການທ່ອງທ່ຽວ ແລະ ດ້ານອື່ນໆ. ໃນໂອກາດນີ້, ທ່ານສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງຕໍ່ການ ເດີນທາງຢ້ຽມຢາມທາງການ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງ ຂອງຮົງກົງ ໃນຄັ້ງນີ້, ເຊິ່ງຈະເປັນ ການປະກອບສ່ວນສໍາຄັນເຂົ້າໃນ ການຊຸກຍູ້ ແລະ ເສີມຂະຫຍາຍການ ພົວພັນຮ່ວມມື ລະຫວ່າງຂະແໜງ ການຕ່າງໆທີ່ກ່ຽວຂ້ອງຂອງ ສປປ ລາວ ກັບ ຮົງກົງ ກໍຄືການພົວພັນລະ ຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ ມີບາດກ້າວໃໝ່ ແນໃສ່ນໍາເອົາຜົນ ປະໂຫຍດອັນຍືນຍົງມາສູ່ປະຊາຊົນ ສອງຊາດລາວ ແລະ ຈີນ ກໍຄື ຮົງ ກົງ, ພ້ອມທັງສະແດງຄວາມຍິນດີ ທີ່ເຫັນວ່າ ໃນໄລຍະການຢ້ຽມຢາມ ຄັ້ງນີ້, ຄະນະນັກທຸລະກິດຮົງກົງ ຍັງ ໄດ້ພົບປະກັບບັນດາຂະແໜງການ ທີ່ ກ່ຽວຂ້ອງຂອງລາວລວມທັງພົບປະ ກັບພາກທຸລະກິດຂອງລາວ ເຊິ່ງຈະ ເປັນການເປີດໂອກາດ ແລະ ຊ່ອງ ທາງໃນການຮ່ວມມື ເພື່ອດໍາເນີນທຸ ລະກິດຮ່ວມກັນໃນອະນາຄົດ. ພ້ອມ ນັ້ນ, ທ່ານຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ຍັງໄດ້ເຊີນ ຊວນນັກລົງທຶນຮົງກົງໃຫ້ເຂົ້າມາ ລົງທຶນແລະທ່ອງທ່ຽວຢູ່ສປປລາວ ຫລາຍຂຶ້ນ ໂດຍສະເພາະໃນໂອກາດ ປີທ່ອງທ່ຽວລາວ 2024 ນີ້. ໃນໂອກາດດຽວກັນ, ທ່ານຫົວ ໜ້າຄະນະບໍລິຫານເຂດປົກຄອງພິ ເສດຮົງກົງ ຈອນ ລີ ກໍໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນ ແລະ ສະແດງຄວາມຍິນດີທີ່ ຈະໃຫ້ຄວາມຮ່ວມມື ໃນການຊຸກຍູ້ ສົ່ງເສີມການພົວພັນຮ່ວມມືສອງ ຝ່າຍໃນດ້ານຕ່າງໆ ໃຫ້ເປັນຮູບປະ ທໍາ ແລະ ມີປະສິດທິຜົນ ເພື່ອນໍາເອົາ ຜົນປະໂຫຍດມາສູ່ປະຊາຊົນສອງ ຊາດ ລາວ ແລະ ຈີນ ກໍຄື ຮົງກົງ. ພາຍຫລັງສໍາເລັດການພົບປະ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຈອນ ລີ ຫົວໜ້າຄະນະ ບໍລິຫານເຂດປົກຄອງພິເສດຮົງ ກົງ, ສປ ຈີນ ກໍໄດ້ເຂົ້າຮ່ວມເປັນສັກ ຂີພິຍານໃນພິທີລົງນາມເອກະສານ ຮ່ວມກັນຈໍານວນ 12 ສະບັບ ເຊິ່ງ ປະກອບມີ: ການຮ່ວມມືດ້ານການ ສຶກສາ, ເສດຖະກິດ-ການຄ້າ, ການ ຊ່ວຍເຫລືອເຊິ່ງກັນ ແລະ ກັນດ້ານ ພາສີ ແລະ ອື່ນໆ ເພື່ອເປັນກົນໄກຊຸກ ຍູ້ການຮ່ວມມືສອງຝ່າຍໃນຕໍ່ໜ້າ. ໃນວັນດຽວກັນ , ທ່ານ ຈອນ ລີ ຫົວໜ້າຄະນະບໍລິຫານເຂດປົກຄອງ ພິເສດຮົງກົງ, ສປ ຈີນ ແລະ ຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບທ່ານສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ເຂົ້າຮ່ວມງານລ້ຽງຮັບ ຮອງຈັດໂດຍທ່ານຮອງນາຍົກລັດ ຖະມົນຕີ ສະເຫລີມໄຊ ກົມມະສິດ ແລະ ໄດ້ໄປຢ້ຽມຢາມມັດທະຍົມສົມ ບູນວຽງຈັນ, ເຂດພັດທະນາໄຊເສດ ຖາກວມລວມ ແລະ ສະຖານີລົດໄຟ ລາວ-ຈີນ ອີກດ້ວຍ. ຂ່າວ: ກົມການຂ່າວ, ກະຊວງການ ຕ່າງປະເທດ, ພາບ: ເກດສະໜາ
RkJQdWJsaXNoZXIy MTc3MTYxMQ==