5925

xtgmf]k; 6 26/07/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d 3 -kf X]k;{9u o{wm? [a o]5 gxQ k\kp[= ]y dkoc]j o]q fw20h k,cfo oa [4vps]a '8h voIa [dkogxa oxtmkovk-Po *** ຕໍ່ຈາກສະບັບກ່ອນ *** ໂດຍ: ເກີດຂວັນໃຈ ມາລີຈັນສີ ໂດຍ: ເກີດຂວັນໃຈ ມາລີຈັນສີ II. ເພີ່ມທະວີຄວາມເຂັ້ມແຂງ ການເປັນປະທານອາຊຽນ ຂອງ ສປປ ລາວ ແມ່ນດໍາເນີນໃນປີທີ່ສະ ພາບພູມສາດການເມືອງ ແລະ ພູມສາດ ເສດຖະກິດມີການປ່ຽນແປງຢ່າງສະ ຫລັບສັບຊ້ອນ ແລະ ມີສິ່ງທ້າທາຍ ຫລາຍດ້ານ. ການເພີ່ມທະວີຄວາມເຂັ້ມ ແຂງຈຶ່ງມີຄວາມສຳຄັນເປັນຢ່າງຍິ່ງ ເພື່ອເຮັດໃຫ້ອາຊຽນ ສາມາດຜ່ານຜ່າ ແລະຮັບມືກັບສິ່ງທ້າທາຍຢ່າງມີປະສິດ ທິພາບແລະຍືນຍົງເພື່ອພາລະກິດລວມ ແຫ່ງສັນຕິພາບ, ສະຖຽນລະພາບແລະ ການຮ່ວມມືເພື່ອພັດທະນາ. ບັນດາກິດຈະກໍາແລະຂົງເຂດລຸ່ມນີ້ ແມ່ນແນໃສ່ສະໜັບສະໜູນການ “ເພີ່ມ ທະວີຄວາມເຂັ້ມແຂງ”: 1. ສ້າງແຜນຍຸດທະສາດ ເພື່ອຈັດ ຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045:ປີ2024ເປັນປີສໍາຄັນເພາະອາ ຊຽນ ກ້າວສູ່ໄລຍະສຸດທ້າຍຂອງການ ຈັດຕັ້ງປະຕິບັດວິໄສທັດປະຊາຄົມອາ ຊຽນ 2025. ການທົບທວນ ແລະ ການ ປະເມີນການຈັດຕັ້ງປະຕິບັດ ແຜນແມ່ ບົດປະຊາຄົມການເມືອງ-ຄວາມໝັ້ນ ຄົງອາຊຽນ 2025 ຈະເລີ່ມຕົ້ນໃນປີ 2024 ແລະ ໃຫ້ສໍາເລັດໃນປີ 2025. ວິໄສທັດປະຊາຄົມອາຊຽນ 2045 ໄດ້ຖືກຮັບຊາບໃນກອງປະຊຸມສຸດຍອດ ອາຊຽນຄັ້ງທີ 43. ໃນປີ 2024 ຈະ * 3 ໂຄງການກໍ່ສ້າງເສັ້ນທາງລົດ ໄຟ (ເສັ້ນທາງໄຟລາວ-ຈີນ, ເສັ້ນ ທາງລົດໄຟ ລາວ-ໄທ ແລະ ເສັ້ນທາງ ລົດໄຟລາວ-ຫວຽດນາມ) ປ່ຽນປະ ຫວັດສາດຂອງສປປລາວຈາກປະເທດ ບໍ່ມີຊາຍແດນຕິດຈອດກັບທະເລກາຍ ເປັນປະເທດເຊື່ອມໂຍງເຊື່ອມຈອດກັບ ພາກພື້ນ-ສາກົນ ແລະ ເປັນສູນກາງ ທາງຜ່ານຂອງອາຊຽນ ທີ່ໜ້າສົນໃຈ ຂອງປະຊາຄົມໂລກ. ສປປ ລາວ ມີປະຊາກອນຫລາຍ ກວ່າ 7ລ້ານຄົນ, ເສດຖະກິດສ່ວນໃຫຍ່ ແມ່ນອາໃສພາກອຸດສາຫະກໍາພະລັງ ງານ-ບໍ່ແຮ່, ທ່ອງທ່ຽວ, ກະສິກໍາ ແລະ ອື່ນໆເພື່ອຂັບເຄື່ອນການພັດທະນາ ເສດຖະກິດ-ສັງຄົມ, ການສ້າງວຽກ ເຮັດງານທໍາ ແລະ ແກ້ໄຂຄວາມທຸກ ຍາກ ດັ່ງທີ່ຮູ້ນໍາກັນໃນຊຸມປີ 2018- 2019 ຜ່ານມານັ້ນລັດຖະບານ ໄດ້ ລາຍງານວ່າພາກອຸດສາຫະກໍາ ທ່ອງ ທ່ຽວເປັນໜຶ່ງໃນຍຸດທະສາດ ສໍາຄັນ ຂອງປະເທດ ເຊິ່ງສາມາດສ້າງລາຍ ຮັບເຂົ້າປະເທດເປັນອັນດັບຕົ້ນໆຮອງ ຈາກຂະແໜງພະລັງງານ-ບໍ່ແຮ່ ໃນ ນັ້ນມີນັກທ່ອງທ່ຽວຕ່າງປະເທດ ເຂົ້າ ມາລາວເກືອບ 5 ລ້ານຄົນ, ສ້າງລາຍ ຮັບເຂົ້າປະເທດເກືອບ 700 ລ້ານໂດ ເລີ່ມສ້າງແຜນຍຸດທະສາດ ເພື່ອຈັດຕັ້ງ ປະຕິບັດວິໄສທັດນີ້ເພື່ອໃຫ້ຜູ້ນໍາອາ ຊຽນຮັບຮອງເອົາໃນປີ2025.ຄາດຄະ ເນວ່າຈະມີການອອກຖະແຫລງການ ຮ່ວມຜູ້ນໍາອາຊຽນກ່ຽວກັບການສ້າງ ແຜນຍຸດທະສາດເພື່ອຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2045. 2. ຮັດແໜ້ນຄວາມເປັນແກນກາງ ຂອງອາຊຽນ: ຈະສຸມໃສ່ຂົງເຂດລຸ່ມນີ້: ສປປ ລາວ ຈະສືບຕໍ່ເພີ່ມທະວີການ ພົວພັນຮ່ວມມືກັບພາຍນອກ ເພື່ອປະ ກອບສ່ວນເຂົ້າໃນຄວາມພະຍາຍາມໃນ ການສ້າງປະຊາຄົມອາຊຽນ ກໍຄືການ ປົກປັກຮັກສາສັນຕິພາບ ແລະ ສະຖຽນ ລະພາບ ແລະ ການສົ່ງເສີມການພັດທະ ນາແບບຍືນຍົງ ແລະ ຄວາມສົມບູນພູນ ສຸກ ໂດຍຜ່ານບັນດາກົນໄກທີ່ອາຊຽນ ເປັນຜູ້ນໍາພາຄຽງຄູ່ກັບການຮັກສາ ຄວາມເປັນແກນກາງຂອງອາຊຽນ ໃນ ໂຄງສ້າງການຮ່ວມມືພາກພື້ນທີ່ພວມ ຜັນແປ. ສປປ ລາວ ຈະສືບຕໍ່ຮັດແໜ້ນ ການພົວພັນຮ່ວມມືອາຊຽນ ກັບບັນດາ ຄູ່ເຈລະຈາ, ຄູ່ຮ່ວມຂະແໜງການ ແລະ ຄູ່ຮ່ວມພັດທະນາໂດຍຜ່ານບັນດາຂອບ ການຮ່ວມມື, ແຜນປະຕິບັດງານ, ແນວ ຄວາມຄິດອາຊຽນ ວ່າດ້ວຍ ອິນໂດປາຊີຟິກ, ຂົງເຂດການຮ່ວມມື ແລະ ໂຄງການຮ່ວມມືເພື່ອການພັດທະນາ ບົນພື້ນຖານຜົນປະໂຫຍດຮ່ວມກັນ. ໃນຖານະເປັນປະທານອາຊຽນ ແລະ ປະເທດປະສານງານການພົວພັນຮ່ວມ ມື ອາຊຽນ-ອົດສະຕຣາລີ, ສປປ ລາວ ຈະສຸມໃສ່ເພື່ອຮັບປະກັນຜົນສໍາເລັດ ຂອງກອງປະຊຸມສຸດຍອດສະໄໝພິເສດ ເພື່ອສະເຫລີມສະຫລອງການພົວພັນ ຮ່ວມມື ອາຊຽນ-ອົດສະຕຣາລີ ຄົບ ຮອບ 50 ປີ. ເພື່ອສະໜັບສະໜູນ ການກະກຽມ ເຂົ້າເປັນສະມາຊິກສົມບູນອາຊຽນ ຂອງຕີມໍແລັດສະເຕ, ອາຊຽນ ຈະສືບຕໍ່ ຈັດຕັ້ງປະຕິບັດແຜນດໍາເນີນງານ ແລະ ສືບຕໍ່ເຮັດວຽກເພື່ອໃຫ້ ຕີມໍແລັດສະເຕ ເຂົ້າເປັນພາຄີ ສົນທິສັນຍາວ່າດ້ວຍ ເຂດປອດອາວຸດນິວເຄລຍຢູ່ອາຊີຕາ ເວັນອອກສຽງໃຕ້. ສປປ ລາວ ຈະຍຶດໝັ້ນຄວາມໝາຍ ໝັ້ນຂອງອາຊຽນ ເພື່ອຊ່ວຍ ມຽນມາ ໃນການຊອກຫາວິທີການແກ້ໄຂບັນ ຫາວິກິດການປະຈຸບັນໃນມຽນມາໂດຍ ສັນຕິວິທີ, ຖາວອນແລະແບບຮອບດ້ານ ໂດຍມຽນມາ ເປັນເຈົ້າການ ແລະ ເປັນ ຜູ້ນຳພາເພາະມຽນມາຍັງເປັນສ່ວນ ໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກ ອາຊຽນໂດຍຜ່ານການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ, ການ ທົບທວນແລະຄໍາຕົກລົງຂອງຜູ້ນໍາ ອາຊຽນ ໃນການຈັດຕັ້ງປະຕິບັດ 5 ຂໍ້ ຕົກລົງຂອງຜູ້ນຳອາຊຽນ ທີ່ຮັບຮອງ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ທີ່ພະນົມເປັນ (2022) ແລະ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ທີ່ ຈາກາກຕາ (2023). 3. ການສົ່ງເສີມການຮ່ວມມືດ້ານ ສິ່ງແວດລ້ອມ: ຄວາມເຂັ້ມແຂງຕໍ່ການ ປ່ຽນແປງສະພາບດິນຟ້າອາກາດ ຈະ ສຸມໃສ່ຂົງເຂດບູລິມະສິດ ຊຶ່ງລວມມີ ວຽກງານການອະນຸລັກຊີວະນາໆພັນ ແລະ ການຄຸ້ມຄອງຊັບພະຍາກອນທຳ ມະຊາດ ໃຫ້ຍືນຍົງ; ການສົ່ງເສີມການ ພັດທະນາຕົວເມືອງທີ່ມີຄວາມຍືນຍົງ ດ້ານສິ່ງແວດລ້ອມ; ການແກ້ໄຂັບັນຫາ ການປ່ຽນແປງສະພາບດິນຟ້າອາກາດ ດ້ວຍການຫລຸດຜ່ອນແລະປັບຕົວ;ແລະ ການບໍລິໂພກ ແລະ ການຜະລິດແບບ ຍືນຍົງ. ອາຊຽນ ຈະຕ້ອງໄດ້ຍົກລະດັບ ທາງດ້ານນະໂຍບາຍ ແລະ ການດຳ ເນີນການຂອງຕົນ ລວມທັງການສ້າງ ນະໂຍບາຍພາກພື້ນ ແລະ ການຮ່ວມມື ກັບສາກົນ ເພື່ອສະໜັບສະໜູນການ ອະນຸລັກ ແລະ ການພັດທະນາສິ່ງແວດ ລ້ອມແບບຍືນຍົງ. ພ້ອມນີ້, ກໍເຖິງເວລາ ທີ່ປະຊາຄົມອາຊຽນ ຈະລົງເລິກການ ຮ່ວມມືໃນການຟື້ນຟູເສດຖະກິດ ໂດຍ ຄຳນຶງເຖິງຄວາມຈຳເປັນອັນຮີບດ່ວນ ເພື່ອໃຫ້ມີບັນດາຂໍ້ລິເລີ່ມດ້ານການພັດ ທະນາສີຂຽວ ແລະ ສະອາດ, ສົ່ງເສີມ ຊີວິດການເປັນຢູ່ຂອງປະຊາຊົນຢູ່ທ້ອງ ຖິ່ນ ແລະ ຄວາມໝັ້ນຄົງດ້ານສະບຽງ ອາຫານ ແລະ ຈັດຕັ້ງປະຕິບັດວຽກງານ ຮັບມືການປ່ຽນແປງສະພາບດິນຟ້າ ອາກາດຢ່າງມີປະສິດທິຜົນ. ບັນດາ ກິດຈະກຳ ແລະ ເອກະສານຕ່າງໆ ທີ່ ຈະສະໜັບສະໜູນບູລິມະສິດດັ່ງກ່າວ ມີ: ຖະແຫລງການຮ່ວມອາຊຽນ ວ່າ ດ້ວຍການປ່ຽນແປງສະພາບດິນຟ້າອາ ກາດ ຕໍ່ກອງປະຊຸມລັດພາຄີສົນທິສັນ ຍາວ່າດ້ວຍການປ່ຽນແປງສະພາບ ດິນຟ້າອາກາດ ຄັ້ງທີ 29; ການສ້າງ ແຜນງານກ່ຽວກັບການຈັດຕັ້ງປະຕິ ບັດແຜນແມ່ບົດດ້ານບັນຫາມົນລະ ພິດໝອກຄວັນຂ້າມຊາຍແດນ; ຂອບ ແຜນງານອາຊຽນ ວ່າດ້ວຍເສດຖະ ກິດທີ່ນໍາໃຊ້ຊັບພະຍາກອນໜ້ອຍ ແລະ ປາສະຈາກມົນລະພິດພາດສະຕິກ; ແລະ ແຜນງານການສ້າງຂີດຄວາມສາ ມາດສຳລັບປະເທດສະມາຊິກອາຊຽນ ເພື່ອການເຂົ້າເຖິງກອງທຶນສໍາລັບ ການພັດທະນາສີຂຽວ. 4. ແມ່ຍິງ ແລະ ເດັກນ້ອຍ: ສົ່ງເສີມ ບົດບາດຂອງແມ່ຍິງ ແລະ ເດັກນ້ອຍ ເພື່ອກ້າວໄປສູ່ການຫັນເປັນວິທີການ ຢ່າງເປັນລະບົບ: ບຸລິມະສິດນີ້ຈະສຸມໃສ່ ການສົ່ງເສີມຄວາມສະເໝີພາບຍິງຊາຍ ແລະ ການຍົກສູງບົດບາດຂອງ ແມ່ຍິງແລະ ເດັກຍິງ ໂດຍຜ່ານການຮັບ ຮູ້ກ່ຽວກັບການເບິ່ງແຍງດູແລ ແລະ ການເຮັດວຽກທີ່ບໍ່ໄດ້ຮັບຄ່າຈ້າງ/ຄ່າ ຕອບແທນ, ຊຶ່ງເປັນບັນຫາສໍາຄັນໃນ ຫລາຍປະເທດໃນອາຊີ ລວມທັງປະ ເທດສະມາຊິກອາຊຽນ. ໂດຍທົ່ວໄປ ແລ້ວ, ການໃຊ້ເວລາໃນການເຮັດວຽກ ທີ່ບໍ່ໄດ້ຮັບຄ່າຈ້າງ/ຄ່າຕອບແທນ ຂອງ ແມ່ຍິງ ແລະ ເດັກຍິງ ແມ່ນບໍ່ດຸ່ນດ່ຽງ ກັນ ຖ້າທຽບໃສ່ຜູ້ຊາຍ ແລະ ເດັກຊາຍ, ຊຶ່ງກໍ່ໃຫ້ເກີດຂໍ້ຈໍາກັດຕໍ່ໂອກາດໃນ ດ້ານການສຶກສາ, ການເຮັດວຽກ/ການ ປະກອບອາຊີບ ແລະ ການມີສ່ວນຮ່ວມ ໃນສັງຄົມ. ບັນດາກິດຈະກຳ ແລະ ເອ ກະສານທີ່ຈະສະໜັບສະໜູນບູລິມະ ສິດດັ່ງກ່າວມີ: ກອງປະຊຸມສຸດຍອດ ການນໍາແມ່ຍິງອາຊຽນ ຄັ້ງທີ 3 ພາຍ ໃຕ້ ຫົວຂໍ້: ເສີມຂະຫຍາຍເສດຖະກິດ ແລະ ຄວາມເຂັ້ມແຂງການດູແລແມ່ຍິງ ເພື່ອ ກ້າວໄປສູ່ປະຊາຄົມອາຊຽນຫລັງ ປີ 2025, ແລະ ຖະແຫລງການອາ ຊຽນ ວ່າດ້ວຍການເສີມຂະຫຍາຍເສດ ຖະກິດ ແລະ ຄວາມເຂັ້ມແຂງກ່ຽວກັບ ການດູແລແມ່ຍິງ ເພື່ອກ້າວໄປສູ່ປະຊາ ຄົມອາຊຽນ ຫລັງປີ 2025. 5. ສາທາລະນະສຸກ: ການຫັນໄປ ສູ່ຄວາມເຂັ້ມແຂງທາງດ້ານສາທາລະ ນະສຸກຂອງອາຊຽນ ໃນສະພາບການ ໃໝ່, ການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ສະແດງໃຫ້ເຫັນຄວາມ ບໍ່ເຂັ້ມແຂງຂອງລະບົບສາທາລະນະ ສຸກ ຊຶ່ງມີຜົນຕໍ່ສາທາລະນະສຸກ ແລະ ການພັດທະນາເສດຖະກິດ-ສັງຄົມ. ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນໃນການສົ່ງ ເສີມລະບົບສາທາລະນະສຸກໃຫ້ເຂັ້ມ ແຂງກວ່າເກົ່າ ເພື່ອຮັບປະກັນການຕອບ ໂຕ້ຢ່າງທັນການ, ແລະ ການປະກອບ ສ່ວນຢ່າງວ່ອງໄວ ແລະ ມີປະສິດທິ ພາບໃນການຟື້ນຟູເສດຖະກິດ-ສັງຄົມ. ບັນດາເອກະສານ ແລະ ກິດຈະກຳ ທີ່ຈ ະສະໜັບສະໜູນບູລິມະສິດດັ່ງກ່າວປະ ກອບມີ: ຖະແຫຼງການຂອງຜູ້ນຳອາ ຊຽນກ່ຽວກັບຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບ; ການ ສ້າງແຜນງານຈັດຕັ້ງປະຕິບັດຖະ ແຫລງການຂອງຜູ້ນຳອາຊຽນ ກ່ຽວ ກັບການຢຸດຕິຄວາມບໍ່ເທົ່າທຽມກັນ ແລະ ການກ້າວໄປສູ່ການຢຸດຕິການແຜ່ ລະບາດພະຍາດເອດພາຍໃນປີ 2030; ແລະ ຈັດກິດຈະກໍາສະເຫລີມສະຫລອງ ຄົບຮອບ 10 ປີ ຂອງແຜນການຫລຸດ ຜ່ອນໄພຂົ່ມຂູ່ທາງຊີວະພາບອາຊຽນ, ຄວາມຄືບໜ້າເພື່ອຢຸດຕິໂລກເອດໃນປີ 2030 ແລະ ການມອບລາງວັນເມືອງ ປອດຄວັນຢາສູບໃນພາກພື້ນອາຊຽນ. ເພື່ອສະໜັບສະໜູນການຈັດຕັ້ງປະ ຕິບັດຄຳຂວັນ “ເພີ່ມທະວີການເຊື່ອມ ຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ຈະມີການອອກ ຖະແຫລງການຜູ້ນຳ ອາຊຽນ ວ່າດ້ວຍ ເພີ່ມທະວີການເຊື່ອມ ຈອດແລະຄວາມເຂັ້ມແຂງອາຊຽນໃນ ໂອກາດ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ໃນເດືອນຕຸລາ 2024. ລາວ, ໂຄງການນີ້ແມ່ນໃຊ້ງົບປະມານ ທັງໝົດ 1.650.000.000 ບາດ (ສະກຸນເງິນໄທ), ໃນນີ້ເປັນເງິນກູ້ 70% ແລະ ຊວ່ຍເຫລືອ 30 %. ລົດໄຟຂົນສົ່ງຜູ້ໂດຍສານລາວ-ໄທ ແມ່ນໜຶ່ງໃນບັນດາໂຄງການຮ່ວມມື ຂອງສອງລັດຖະບານ ລາວ ແລະ ໄທ ໃນການສ້າງເງື່ອນໄຂອໍານວຍຄວາມ ສະດວກໃຫ້ແກ່ການສັນຈອນ ໄປ-ມາ ຫາສູ່ກັນຂອງປະຊາຊົນສອງຊາດ ລາວ-ໄທ ແລະ ການຂົນສົ່ງລະຫວ່າງ ປະເທດ ເພື່ອສົ່ງເສີມດ້ານການຄ້າການລົງທຶນ ແລະ ທ່ອງທ່ຽວ ກໍຄືການ ນໍາໃຊ້ທີ່ຕັ້ງຍຸດທະສາດອັນສໍາຄັນຂອງ ສອງປະເທດຢູ່ອະນຸພາກພື້ນລຸ່ມແມ່ນໍ້າ ຂອງ ແລະ ອາຊີຕາເວັນອອກ-ສ່ຽງໃຕ້ ໃນການເຊື່ອມໂຍງ-ເຊື່ອມຈອດພື້ນ ຖານໂຄງລ່າງຕາມແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ, ເໜືອ-ໃຕ້. ແຕ່ເຖິງແນວໃດກໍດີ ສປປ ລາວ ແລະ ສສ ຫວຽດນາມ ກໍເຫັນຄວາມ ສໍາຄັນໃນໂຄງການພັດທະນາເສັ້ນ ທາງລົດໄຟເຊື່ອມຕໍ່ເຊັ່ນກັນ ເມື່ອບໍລິ ສັດ ປີໂຕລຽມເທດດິ້ງ ລາວມະຫາຊົນ, ຕາງຝ່າຍລາວໄດ້ປະກາດວ່າໂຄງ ການກໍ່ສ້າງທາງລົດໄຟ ລາວ-ຫວຽດ ນາມ ທີ່ເຊື່ອມຕໍ່ແຕ່ນະຄອນຫລວງ ວຽງຈັນ ໄປຫາທ່າເຮືອຫວຸ້ງອ່າງ ແຂວງຮາຕິງ, ສສ ຫວຽດນາມ ພວມ ດໍາເນີນການສຶກສາສໍາຫລວດ ແລະ ຊອກຫາແຫລ່ງທຶນເພື່ອກ້າວໄປການ ຈັດຕັ້ງປະຕິບັດ ແລະ ດຳເນີນການກໍ່ ສ້າງຢ່າງເປັນທາງການໃນອະນາຄົດ, ຄາດວ່າຖ້າໂຄງການເສັ້ນທາງລົດໄຟ ລາສະຫະລັດ. ດ້ວຍເຫດນັ້ນພາຍຫລັງ ເສັ້ນທາງລົດໄຟລາວ-ຈີນ ໄດ້ເປີດ ໃຫ້ບໍລິການໃນທ້າຍປີ 2021 ເຫັນໄດ້ ຈະແຈ້ງວ່າມີນັກທ່ອງທ່ຽວເດີນທາງ ເຂົ້າ-ອອກ ເພີ່ມຂຶ້ນແບບກ້າວກະໂດດ ນອກຈາກນັ້ນການຂົນສົ່ງສິນຄ້າ ແລະ ທຸກລະບົບເສັ້ນທາງຕິດພັນກັບພາກ ບໍລິການອື່ນໆກໍຂະຫຍາຍຕົວຢ່າງ ວ່ອງໄວຍ້ອນວ່າການເດີນທາງ ແລະ ຂົນສິນຄ້າດ້ວຍລົດໄຟນັ້ນມີຄວາມສະ ດວກສະບາຍກວ່າ, ປະຢັດເງິນກວ່າ, ປະຢັດເວລາກວ່າ, ບັນທຸກໄດ້ຫລາຍ ກວ່າ ແລະ ມີຄວາມປອດໄພສູງກວ່າ. ເສັ້ນທາງລົດໄຟລາວ-ຈີນ ໄດ້ຮັບ ການຕີລາຄາ ແລະ ຮັບຮູ້ຈະແຈ້ງວ່າເປັນ ໂຄງການຕົວແບບດີເດັ່ນທໍາອິດ ໃນ ການພັດທະນາເສັ້ນທາງລົດໄຟຄວາມ ໄວປານກາງ-ຄວາມໄວສູງໃນ ສປປ ລາວລວມທັງອາຊຽນສະນັ້ນການພັດ ທະນາເສັ້ນທາງລົດໄຟຫວ່າງປະເທດ ໄດ້ສ້າງຄວາມຕື່ນຕົວໃນລະດັບພາກ ພື້ນ ແລະ ສາກົນເປັນຂະບວນຟົດຟື້ນ ເຊິ່ງສອດຄ່ອງກັບນະໂຍບາຍຂອງ ພັກ- ລັດຖະບານລາວ ໃນສົ່ງເສີມການ ພັດທະນາສີຂຽວ ລວມທັງອາຊຽນ ອີກດ້ວຍ. ຫລ້າສຸດ ໃນວັນທີ 20 ກໍລະກົດ 2024 ນີ້ ລັດຖະບານລາວ-ໄທ ກໍໄດ້ ຮ່ວມກັນຈັດພິທີເປີດແລ່ນລົດໄຟຂົນ ສົ່ງຜູ້ໂດຍສານຂ້າມຊາຍແດນລະ ຫວ່າງ ລາວ-ໄທທີ່ສະຖານີລົດໄພບ້ານ ຄໍາສະຫວາດ ເມືອງໄຊເສດຖາ ນະ ຄອນຫລວງວຽງຈັນ ໄປເຖິງ ນະຄອນ ຫລວງບາງກອກຂອງໄທ. ທ່ານ ຫີນເພັດ ຫລ້າຄອນວົງ ຮອງ ຫົວໜ້າກົມທາງລົດໄຟ ກະຊວງ ໂຍທາ ທິການ ແລະ ຂົນສົ່ງລາຍງານວ່າ: ພິທີ ເປີດແລ່ນລົດໄຟຂົນສົ່ງຜູ້ໂດຍສານ ລາວ-ໄທ ແຕ່ບ້ານຄໍາສະຫວາດ ນະ ຄອນຫລວງວຽງຈັນ ຫາ ບາງກອກສະ ຖານີ ກຸງເທບອະພິວັດ, ເປັນໂຄງການ ກໍ່ສ້າງເສັ້ນທາງລົດໄຟ ລາວ-ໄທ ທ່າ ນາແລ້ງ-ຄໍາສະຫວາດ ແມ່ນໄດ້ຮັບ ການສະໜັບສະໜູນຊ່ວຍເຫລືອທາງ ດ້ານງົບປະມານໃຫ້ແກ່ສປປລາວຈາກ ລັດຖະບານໄທ ຜ່ານອົງການ NEDA ຊຶ່ງນອນໃນແຜນຍຸດທະສາດການພັດ ທະນາເສັ້ນທາງລົດໄຟ ເຊື່ອມຕໍ່ ລາວ- ໄທ ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ, ທັງເປັນການຊ່ວຍເຫລືອທີ່ມີ ຄວາມໝາຍຄວາມສຳຄັນ ແລະ ຈະດຶງ ດູດນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ໃຫ້ຫລາຍຂຶ້ນທັງເປັນການພັດ ທະນາໂຄງລ່າງພື້ນຖານ ຂອງ ສປປ ລາວ-ຫວຽດນາມ ເກີດຂຶ້ນແທ້ອາດຈະ ໃຊ້ງົບປະມານລົງທຶນ 4-5 ຕື້ໂດລາ. ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ປີໂຕລຽມເທດດິ້ງລາວ ມະ ຫາຊົນ ເປີດເຜີຍເມື່ອບໍ່ດົນມານີ້ວ່າ: “ຖ້າທຸກຢ່າງເປັນໄປຕາມຄາດໝາຍ ໂຄງການດັ່ງກ່າວຈະເລີ່ມກໍ່ສ້າງໃນ ປາຍປີນີ້ຫລືໄຕມາດທຳອິດໃນປີໜ້າ”. ໂດຍຄາດການໄລຍະທຳອິດໃນການ ກໍ່ສ້າງແມ່ນຈະເລີ່ມກໍ່ສ້າງໃນສ່ວນ ຂອງຊາຍແດນຫວຽດນາມ ຫາ ເມືອງ ທ່າແຂກແຂວງຄຳມ່ວນ ດ້ວຍໄລຍະ ທາງ 139.18 ກິໂລແມັດ ເຊິ່ງຄາດວ່າ ຈະມີການນຳທຶນຈາກສະຖາບັນການ ເງິນສາກົນມາກໍ່ສ້າງໃນພາກສ່ວນນີ້, ໄລຍະທາງລວມທັງໝົດແຕ່ນະຄອນ ຫລວງວຽງຈັນ ສປປ ລາວ ໄປຫາ ທ່າ ເຮືອຫວຸ້ງອ່າງແຂວງຮາຕິງສສຫວຽດ ນາມ ປະມານ 544 ກິໂລແມັດ. ເສັ້ນທາງລົດໄຟລາວ-ຫວຽດນາມ ດັ່ງກ່າວເປັນສ່ວນໜຶ່ງຂອງໂຄງການ Lao Logistics Link (LLL) ເຊິ່ງ ບໍລິສັດ ປີໂຕລຽມເທດດິ້ງລາວມະຫາ ຊົນ ໄດ້ຮັບໄຟຂຽວເປັນຄູ່ຮ່ວມມືກັບ ລັດຖະບານລາວ ແລະ ຫວຽດນາມ ເພື່ອພັດທະນາ ແລະ ດຳເນີນທຸລະກິດ. ການພັດທະນາໂຄງສ້າງທາງລົດ ໄຟລາວ-ຫວຽດນາມແມ່ນໜຶ່ງໃນການ ຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍ ບາຍຂອງພັກ-ລັດ ໃນການບັນລຸວິໄສ ທັດ ຂອງລັດຖະບານລາວ ແລະ ຍຸດທະ ສາດການພັດທະນາປະເທດຊາດ ວ່າ ດ້ວຍການຫັນປ່ຽນລາວທີ່ບໍ່ມີຊາຍແດນ ຕິດກັບທະເລກາຍເປັນປະເທດເຊື່ອມ ໂຍງ-ເຊື່ອມຈອດທາງບົກ ແນໃສ່ການ ສ້າງຜົນປະໂຫຍດສູງສຸດທາງດ້ານເສດ ຖະກິດ-ສັງຄົມ ໃຫ້ແກ່ສອງປະເທດໃນ ການຈັດຕັ້ງປະຕິບັດໂຄງການ.

RkJQdWJsaXNoZXIy MTc3MTYxMQ==