5925

xtgmf]k; 4 3]d c]t gsfdko 26/07/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp * ວັນທີ 24 ກໍລະກົດນີ້ ເວທີສົນທະ ນາພາຍໃຕ້ຫົວຂໍ້ “ການລົງເລິກປະຕິ ຮູບຂອງຈີນໃນຍຸກໃໝ່ກັບໂອກາດຂອງ ໂລກ” ທີ່ມີວິທະຍຸໂທລະພາບສູນກາງ ຈີນ (CMG) ແລະ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ) ເປັນ ເຈົ້າພາບໄດ້ຈັດຂຶ້ນຢູ່ນະຄອນຫລວງ ວຽງຈັນ ເຊິ່ງທ່ານ ເຊິ້ນ ຫາຍ ຊົງ ຮອງ ຫົວໜ້າຄະນະໂຄສະນາອົບຮົມສູນກາງ ພັກກອມມູນິດຈີນ, ປະທານວິທະຍຸໂທ ລະພາບສູນກາງຈີນ ໄດ້ປະກອບຄຳ ເຫັນໂດຍຜ່ານວິດີໂອ. ທ່ານ ທອງຈັນ ພູມີພັນ ຮອງເລຂາຄະນະບໍລິຫານງານ ສຊປລ ໄດ້ເປັນກຽດເຂົ້າຮ່ວມເວທີສົນ ທະນາແລະກ່າວຄຳເຫັນໃນໂອກາດດັ່ງ ກ່າວ. ບັນດາເຈົ້າໜ້າທີ່ນັກວິຊາການ ຈາກກະຊວງອຸດສາຫະກຳແລະການ ຄ້າ, ກະຊວງກະສິກຳ ແລະ ປະໄມ້, ສະ ຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ, ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດ ລາວ ກໍ່ຄືຜູ້ຕາງໜ້າຈາກບໍລິສັດລົດໄຟ ລາວ-ຈີນ ແລະ ໂຮງຮຽນປະຖົມບ້ານ ໜອງປີງ ທີ່ເປັນໂຄງການຕົວແບບແຫ່ງ ການຮ່ວມມືລະຫວ່າງ ລາວ-ຈີນ ພ້ອມກັບນັກຂ່າວຈາກສື່ຕ່າງໆຂອງ ລາວລວມທັງໝົດຫລາຍກວ່າ 100 ທ່ານ ໄດ້ມີການລົງເລິກແລກປ່ຽນຄຳ ເຫັນໂດຍປິ່ນອ້ອມຫົວຂໍ້ຕ່າງໆ ເຊັ່ນ: ກອງປະຊຸມຄົບຄະນະຄັ້ງທີ 3 ຂອງ ຄະນະກຳມະການສູນກາງພັກກອມມູ ນິດຈີນ ສະໄໝທີ XX ທີ່ຫາກໍ່ສຳເລັດ ລົງຢ່າງໄດ້ຮັບຜົນເຕັມເມັດເຕັມໜ່ວຍ, ຄວາມທັນສະໄໝແບບຈີນກັບໂອກາດ ຂອງລາວກໍ່ຄືຂອງໄວໜຸ່ມລາວ. ໃນເວລາກ່າວຄຳເຫັນຜ່ານທາງ ວິດີໂອ, ທ່ານ ເຊີ້ນຫາຍຊົງ ກ່າວວ່າ: ກອງປະຊຸມຄົບຄະນະຄັ້ງທີ 3 ຂອງ ຄະນະກຳມະການສູນກາງພັກກອມມູ ນິດຈີນ ສະໄໝທີ XX ທີ່ໄດ້ຮັບຄວາມ ສົນໃຈຢ່າງກວ້າງຂວາງຈາກທົ່ວໂລກ ຫາກໍສຳເລັດລົງຢ່າງມີໄຊຢູ່ນະຄອນ ຫລວງປັກກິ່ງ ເຊິ່ງກາຍເປັນຂີດໝາຍ ປະຫວັດສາດຂອງຈີນ ໃນຍຸກໃໝ່. ການ ລົງເລິກການປະຕິຮູບຢ່າງຮອບດ້ານ ຂອງຈີນໃນຍຸກໃໝ່ແມ່ນວິທີການທີ່ເປັນ ຂໍກຸນແຈສຳຄັນໃນການຊຸກຍູ້ການຟື້ນຟູ ຄວາມຈະເລີນຮຸ່ງເຮືອງຂອງປະຊາ ຊາດ ແລະ ພາລະກິດອັນຍິ່ງໃຫຍ່ແຫ່ງ ການສ້າງສາປະເທດໃຫ້ເຂັ້ມແຂງຢ່າງ ຮອບດ້ານດ້ວຍຄວາມທັນສະໄໝ ແບບ ຈີນ ເຊິ່ງປະກອບສ່ວນອັນໃໝ່ໃຫ້ w0g;mu lq omtok]ts;j k' ]k;{9u o rkp.8h sq ;0= dko]q 'g]y dxt8y I6 [0v'9u o.op5 d.\j da [3vdkf0v'3]d h “ “ ແກ່ມວນມະນຸດເພື່ອຄົ້ນຫາເສັ້ນທາງ ການຫັນເປັນທັນສະໄໝ ແລະ ລະບອບ ສັງຄົມທີ່ດີກວ່າເກົ່າ, ສ້າງໂອກາດໃໝ່ ແລະ ເພີ່ມແຮງຂັບເຄື່ອນໃໝ່ໃຫ້ແກ່ ການພັດທະນາຂອງປະເທດຕ່າງໆຢູ່ ໃນໂລກ. ທ່ານ ທອງຈັນ ພູມີພັນ ຮອງເລຂາ ຄະນະບໍລິຫານງານ ສຊປລ ໄດ້ສະແດງ ຄວາມຊົມເຊີຍຕໍ່ຜົນສໍາເລັດການດໍາ ເນີນກອງປະຊຸມຄົບຄະນະຄັ້ງທີ 3 ຄະ ນະກໍາມະການສູນກາງພັກກອມມູນິດ ຈີນ ສະໄໝທີ XX ແລະ ກ່າວວ່າ, ບັນ ດາຜູ້ແທນເວທີສົນທະນາສອງປະເທດ ຖືເອົາເວທີສົນທະນານີ້ ແບ່ງປັນຄວາມ ຮູ້, ປະສົບການຜ່ານຂົງເຂດວຽກງານ ຕ່າງໆ, ຈັດເວທີສົນທະນາຊາວໜຸ່ມຜ່ານ ຫົວຂໍ້ຕ່າງໆ ເພື່ອສ້າງແຮງບັນດານໃຈ, ເປັນກໍາລັງແຮງອັນສໍາຄັນທີ່ດີ ແລະ ນໍາເອົາບົດຮຽນຜົນປະໂຫຍດມາໃຫ້ແກ່ ສອງພັກ, ສອງລັດພວກເຮົາ. ເຊື່ອໝັ້ນ ວ່າບັນດາບົດຮຽນ ແລະ ເນື້ອໃນຜ່ານ ຫົວຂໍ້ຕ່າງໆໃນກອງປະຊຸມຄົບຄະນະ ຄັ້ງທີ 3 ຄະນະກໍາມະການສູນກາງພັກ ກອມມູນິດຈີນ ສະໄໝທີ XX ຈະເປັນ ບົດຮຽນອັນລໍ້າຄ່າ, ສ້າງເງື່ອນໄຂ ແລະ ສະພາບແວດລ້ອມໃຫ້ແກ່ຊາວໜຸ່ມ ລາວ ມີອຸດົມການໜັກແໜ້ນມີຄ່ານີຍົມ ທີ່ຖືກຕ້ອງ, ມີຄວາມຮູ້ຄວາມສາມາດ ຄຽງຄູ່ກັບຍຸກສະໄໝ ກາຍເປັນຜູ້ສືບ ທອດທີ່ດີຂອງພັກ ແລະ ຖືເອົາມະຕິກອງ ປະຊຸມໃຫຍ່ ຂອງການນໍາພາຂອງພັກ ກອມມູນິດຈີນ ແລະ ພັກປະຊາຊົນປະ ຕິວັດລາວນໍາມາຜັນຂະຫຍາຍແລະນໍາ ໃຊ້ເຂົ້າໃນວຽກງານໃຫ້ມີປະສິດທິພາບ ປະສິດທິຜົນສູງ. ທ່ານ ອາໂນສັກ ແພງທິມມະວົງ ຮອງຫົວໜ້າກົມພັດທະນາຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຕີລາ ຄາສູງຕໍ່ການຊ່ວຍເຫລືອຂອງຈີນໄດ້ ປະກອບສ່ວນໃຫ້ປະຊາຊົນລາວພົ້ນ ຈາກຄວາມທຸກຍາກ, ທ່ານແນະນຳວ່າ, ພວກຂ້າພະເຈົ້າເຫັນວ່າ, ການຊ່ວຍ ເຫລືອ ຈາກຈີນເຮັດໃຫ້ວຽກງານພັດ ທະນາຊົນນະບົດໃນລາວຫລຸດພົ້ນ ອອກຈາກຄວາມທຸກຍາກເທື່ອລະກ້າວ ແລະ ທິດທາງໃນຕໍ່ໜ້າແມ່ນຈະສືບຕໍ່ ຮ່ວມມືກັບ ສປ ຈີນ ໂດຍສະເພາະການ ຈັດຕັ້ງທິດນໍາກັບສອງພັກສອງລັດ ຂອງພວກເຮົາໂດຍ ພັກ ປປ ລາວ ໄດ້ ຖືເອົາວຽກງານພັດທະນາຊົນນະບົດ ເປັນບູລິມະສິດສໍາຄັນມັນເປັນຄວາມ ຮຽກຮ້ອງຕ້ອງການຂອງພໍ່ແມ່ປະຊາ ຊົນຂອງປະເທດມິດສະຫາຍທີ່ຮ່ວມ ຊາຕາກໍາພວກເຮົາມີຄວາມໝາຍຕໍ່ ການສ້າງສາພັດທະນາປະເທດຊາດ ຂອງພວກເຮົາ. ເພື່ອໃຫ້ວຽກງານໄດ້ຮັບການຈັດ ຕັ້ງເປັນຮູບປະທໍາພັກໄດ້ອອກຄໍາສັ່ງ 097 ໃນການພັດທະນາຊົນນະບົດແກ້ ໄຂຊົນນະບົດຕາມ 6 ທິດນໍາ 12 ໜ້າທີ່ ເປັນບ່ອນອີງລວມທັງທິດທາງການ ຮ່ວມມືກັບປະເທດໂດຍສະເພາະ ສປ ຈີນ ໃນຕໍ່ໜ້າຈະມີການສືບຕໍ່ແກ້ໄຂ ຄວາມທຸກຍາກ ລາວ-ຈີນ ໄລຍະສອງ ຢູ່ນະຄອນຫລວງວຽງຈັນ ແລະ ແຂວງ ຫລວງພະບາງສ້າງບ້ານກາຍເປັນບ້ານ ທ່ານ ເຊີ້ນຫາຍຊົງ ກ່າວຄຳເຫັນຜ່ານທາງວິດີໂອ ທ່ານ ອາໂນສັກ ແພງທິມມະວົງ ປະກອບຄຳເຫັນ ທ່ານ ທອງດົມ ອິນທະພົນ ປະກອບຄຳເຫັນ ອາຈານ ພັນທອງ ຄຳທອງມີ ປະກອບຄໍຳເຫັນ ທ່ານນາງ ວົງທອງ ກ່າວຄຳເຫັນ ທ່ານນາງ ດາວອນ ບຸດທະນຸວົງ ປະກອບຄຳເຫັນ ທ່ານ ວິລະວົງ ສຸດທະນິລະໄຊ ກ່າວຄຳເຫັນ ທ່ານ ບຸນຍົງ ເພັດວິໄຊ ປະກອບຄຳເຫັນ ທ່ານ ອາກຸ່ຍ ລໍວັນໄຊ ກ່າວຄຳເຫັນ ທ່ານ ທອງຈັນ ພູມີພັນ ປະກອບຄຳເຫັນ ພົ້ນທຸກ ແລະ ບ້ານພັດທະນາເທື່ອລະ ກ້າວໃນ 2024 ສ້າງຄອບຄົວພົ້ນທຸກ ໃຫ້ໄດ້ 3.500 ກວ່າຄອບຄົວ. ມີ ສປ ຈີນ ຊ່ວຍເຫລືອເຊື່ອໝັ້ນວ່າການປະ ຕິຮູບຮອບດ້ານຂອງ ສປ ຈີນ ນີ້ ພວກ ເຮົາຈະສາມາດສືບຕໍ່ຮ່ວມມືກັນ ເພື່ອ ແກ້ໄຂຄວາມທຸກຍາກໃຫ້ກັບປະຊາ ຊົນລາວກໍຄືປະເທດອ້ອມຂ້າງທັງ ສ້າງໃຫ້ປະຊາຊົນລາວກໍຄືປະຊາຊົນໃນ ທົ່ວໂລກປະກອບສ່ວນສໍາຄັນໃນສະ ຫັດສະວັດກໍຄື ເອັຟຊີຈີນການພັດທະນາ ທີ່ຍືນຍົງນັ້ນ. ທ່ານ ນາງ ດາວອນ ບຸດທະນຸວົງ ຄະນະລັດທິສັງຄົມນິຍົມສະຖາບັນການ ເມືອງການປົກຄອງແຫ່ງຊາດປະກອບ ຄຳເຫັນໃນເວທີສົນທະນາຄັ້ງນີ້ວ່າ: ຈາກການສະເໜີອອກ “ການລົງເລິກ ດຳເນີນການປະຕິຮູບຢ່າງຮອບດ້ານ” ໃນກອງປະຊຸມໃຫຍ່ຄັ້ງທີ18 ຂອງພັກ ກອມມູນິດຈີນສູ່ການ “ສ້າງຄວາມ ທັນສະໄໝແບບຈີນ” ໃນກອງປະຊຸມ ໃຫຍ່ຄັ້ງທີ 20 ຂອງພັກກອມມູນິດຈີນ ເມື່ອປີ 2022 ມາຮອດກອງປະຊຸມຄົບ ຄະນະຄັ້ງທີ 3 ຂອງພັກກອມມູນິດຈີນ ຊຸດທີ XX ທີ່ສະເໜີອອກມາວ່າຈະ “ລົງເລິກການປະຕິຮູບຢ່າງຮອບດ້ານ ຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝ ແບບຈີນ”, ພວກເຮົາໄດ້ເຫັນວ່າ, ທ່ານ ສີຈີ້ນຜິງ ແມ່ນໄດ້ສະເໜີອອກແນວ ທາງການລົງເລິກປະຕິຮູບການເປີດປະ ຕູສູ່ໂລກພາຍນອກເຊິ່ງເດີນຕາມທາງ ຢ່າງຖືກຕ້ອງຕະຫລອດມາຍັງຍຶດໝັ້ນ ການເດີນຕາມເສັ້ນທາງສັງຄົມນິຍົມ ຕາມສີສັນຂອງຈີນ ສ້າງເສດຖະກິດສັງ ຄົມ ແລະ ລະບົບນິເວດຢ່າງຮອບດ້ານ ເປັນຈຸດທີ່ເນື້ອໃນໜຶ່ງທີ່ລວມໄປທັງ ການປະຕິຮູບການເປີດປະຕູສູ່ພາຍ ນອກ ແລະ ບັນລຸຄວາມຮັ່ງມີຕໍ່ປະຊາ ຊົນຢ່າງຮອບດ້ານ ແລະ ເດີນຕາມ ສີສັນສັງຄົມນິຍົມຂອງຈີນ ແລະ ມີ ຄວາມພາກພູມໃຈທີ່ສຸດເຮັດແນວໃດ ເພື່ອເຮັດໃຫ້ປະຊາຊົນມີການພັດທະ ນາຊີວິດການເປັນຢູ່ດີຂຶ້ນກວ່າເກົ່າບໍ່ ໄດ້ມີການລອກລຽນແບບຈາກປະເທດ ອື່ນໆ ແລະ ເປັນອັນພິເສດທີ່ສຸດສໍາ ລັບປະເທດຈີນ ການພັດທະນາທີ່ມີຄຸນ ນະພາບສູງ ເຊິ່ງຖືປະຊາຊົນເປັນໃຈ ກາງເພີ່ມຄວາມຜາສຸກໃຫ້ແກ່ປະຊາຊົນ ສ້າງຄວາມທັນສະໄໝໃຫ້ແກ່ສັງຄົມ ແລະ ປະຊາຊົນຈີນ ແລະ ເປັນບົດຮຽນ ໃຫ້ແກ່ພວກເຮົາ. ທັງໝົດນີ້ບໍ່ແມ່ນແຕ່ ໃຫ້ປະຊາຊົນຈີນ ແມ່ນທົ່ວປວງຊົນທັງ ຊາດຂອງໂລກໃຈເຖິງເພີ່ງໄດ້ເປັນແບບ ຢ່າງຄວາມສາມັກຄີນໍ້າໃຈຮັກຊາດ ຄວາມເປັນແບບຢ່າງໃນການນໍາພາ ຂອງພັກນັບມື້ນັບສູງຂື້ນຂອງພັກ. ການ ປະຕິຮູບຮອບດ້ານຂອງຈີນກາຍເປັນ ບົດຮຽນທີ່ດີທີ່ສຸດໃຫ້ແກ່ ສປປ ລາວ ໃນເວລາປະກອບຄຳເຫັນໃນເວທີ ສົນທະນາຄັ້ງນີ້, ທ່ານ ບຸນຍົງ ເພັດວິໄຊ ຮອງຫົວໜ້າກົມສື່ມວນຊົນໜຸ່ມລາວ ໄດ້ ມີຄຳເຫັນຕໍ່ການປະຕິຮູບ ເພື່ອປະຊາ ຊົນ, ທ່ານກ່າວວ່າ, ໃນກອງປະຊຸມຄົບ ຄະນະ ຄັ້ງທີ 3 ຂອງຄະນະກໍາມະການ ສູນກາງພັກກອມມູນິດຈີນ ທ່ານ ສີຈີ້ນ ຜິງ ເລຂາທິການໃຫຍ່ຄະນະກໍາມະການ ສູນກາງພັກກອມມູນິດຈີນ, ປະທານປະ ເທດຈີນໄດ້ກ່າວວ່າ“ເຮັດເພື່ອປະຊາຊົນ ການປະຕິຮູບຈຶ່ງມີຄວາມໝາຍ, ອາໃສ ປະຊາຊົນ ການປະຕິຮູບ ຈຶ່ງມີແຮງ ຂັບເຄື່ອນ”. ຈາກມູນເຊື້ອການພົວພັນຮ່ວມມືທີ່ ດີງາມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ແລະ ການ ເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ-ລາວ ຫວັງຢ່າງຍິ່ງວ່າ ໃນຕໍ່ໜ້າ ແລະ ຍາວ ນານ ສປປ ລາວ ຈະໄດ້ຮັບການຊຸກຍູ້ ຊ່ວຍເຫລືອດ້ານຕ່າງໆຈາກ ສປ ຈີນ ຢ່າງເປັນຮູບປະທໍາຫລາຍຂຶ້ນ ເພື່ອນໍາ ເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດລາວ-ຈີນ,ຈີນ-ລາວໃຫ້ນັບມື້ ຈະເລີນງອກງາມຂຶ້ນໄປເລື່ອຍໆ. ໃນຫລາຍປີມໍ່ໆມານີ້,ນະໂຍບາຍປະ ຕິຮູບ ແລະ ເປີດປະຕູສູ່ພາຍນອກຂອງ ຈີນໄດ້ເຮັດໃຫ້ຈີນມີການພັດທະນາ ຢ່າງວ່ອງໄວ, ຈີນທີ່ເປີດປະຕູສູ່ພາຍ ນອກນັ້ນ ກໍ່ເປັນໂອກາດທີ່ດີສຳລັບປະ ເທດຕ່າງໆທີ່ຢາກພັດທະນາປະເທດ ຕົນເອງ, ສະເພາະລາວແລ້ວກໍ່ເຊັ່ນກັນ, ທ່ານ ວິລະວົງ ສຸດທະນິລະໄຊ ຫົວໜ້າ ພະແນກອຳນວຍຄວາມສະດວກທາງ ດ້ານການຄ້າ, ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກຳ ແລະ ການຄ້າ ແນະນຳໃຫ້ຮູ້ວ່າ: ສປປ ລາວ ແລະ ສປ ຈີນ ມີການພົວພັນເສດຖະກິດ-ການ ຄ້າມາແຕ່ດົນນານແລ້ວ, ສປ ຈີນ ແມ່ນ ຄູ່ຄ້າຕົ້ນຕໍຂອງ ສປປ ລາວ ໂດຍສະ ເພາະການສົ່ງອອກສິນຄ້າ ຂອງ ສປປ ລາວ ໄປ ສປ ຈີນ ນັບມື້ນັບຫລາຍຂຶ້ນ ຍ້ອນນະໂຍບາຍພິເສດຕ່າງໆທີ່ ສປ ຈີນ ມອບໃຫ້ ສປປ ລາວ. ການສ້າງສຳເລັດ ແລະ ນຳໃຊ້ລົດ ໄຟ ລາວ-ຈີນ ເຮັດໃຫ້ປະລິມານການ ຄ້າ, ການຂົນສົ່ງສິນຄ້າຫລາຍຂຶ້ນ. ການທີ່ ສປປ ລາວ ເຮົາມີລົດໄຟ ລາວຈີນ ໄດ້ເຊື່ອມຈອດກັບຫລາຍປະເທດໃນ ພາກພື້ນອາຊຽນ ແລະ ທັງເຊື່ອມຈອດ ໄປຮອດເອີໂຣບ ແລະ ຫລາຍປະເທດ ໃນທົ່ວໂລກ ເຊິ່ງເຮັດໃຫ້ການຄ້າ, ການ ລົງທຶນ ແລະ ການທ່ອງທ່ຽວຂອງ ສປປ ລາວ ມີບາດກ້າວຂະຫຍາຍຕົວ. ໃນເວລາຕີລາຄາຕໍ່ຄຳເຫັນຂອງ ການນຳຈີນກ່ຽວກັບການສ້າງປະຊາ ຄົມຮ່ວມຊາຕາກຳ, ທ່ານ ອາກຸ່ຍ ລໍວັນໄຊ ຮອງຫົວໜ້າຫ້ອງການສະຖາ ບັນວິທະຍາສາດເສດຖະກິດ ແລະ ສັງ ຄົມກ່າວວ່າ, ການສ້າງຄູ່ຮ່ວມຊາຕາກໍາ ຂອງມະນຸດຊາດຂອງສປຈີນແມ່ນເປັນ ແຜນວາດກໍ່ສ້າງໂລກທີ່ສວຍງາມ, ທຸກໆຍຸດທະສາດແມ່ນເພື່ອຜົນປະ ໂຫຍດລວມຂອງໂລກມະນຸດ. ໃນປີ 2013 ປະທານສີຈິ້ນຜິງໄດ້ສະເໜີການ ສ້າງສາຄູ່ຮ່ວມຊາຕາກໍາຂອງມວນມະ ນຸດແບບລັກສະນະສ້າງສັນ ແລະ ໄດ້ ເຂົ້າໃຈນໍາກັນແລ້ວວ່າ: ການສ້າງຄູ່ ຮ່ວມຊາຕາກໍາຂອງມວນມະນຸດຊາດ ບໍ່ແມ່ນການແທນທີ່ລະບົບໜຶ່ງດ້ວຍລະ ບົບອື່ນ ແລະ ບໍ່ແມ່ນການແທນທີ່ອະ ລິຍະທໍາໜຶ່ງດ້ວຍອະລິຍະທໍາອື່ນ. ແມ່ນ ການແບ່ງປັນສິດຜົນປະໂຫຍດ ແລະ ຄວາມຮັບຜິດຊອບແບບມີສ່ວນຮ່ວມ ທີ່ຍິ່ງໃຫຍ່ທີ່ສຸດ, ເພື່ອການຢູ່ຮ່ວມກັນ ແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ຕົວຢ່າງໂຄງການ “ໜຶ່ງແລວ ໜຶ່ງເສັ້ນ ທາງ”ກໍ່ແມ່ນການປະຕິບັດການສ້າງ ຄູ່ຮ່ວມຊາຕາກໍາມວນມະນຸດຊາດ, ເຮົາເຫັນໄດ້ໃນໄລຍະ 10 ປີ ຈີນໄດ້ລົງ ນາມເຊັນເອກະສານຮ່ວມມືກັບ 151 ປະເທດແລະ 32 ອົງການຈັດຕັ້ງສາ ກົນຈໍານວນ 200 ກວ່າສະບັບ. ມີໂຄງ ການຮ່ວມມື3.000ກວ່າໂຄງການ, ງົບ ປະມານການ ລົງທຶນ 1.000 ຕື້ໂດລາ, ສ້າງວຽກເຮັດງານທໍາໃຫ້ທ້ອງຖິ່ນ 421.000ຄົນ. ສະນັ້ນ, ເງື່ອນໄຂໂລກາ ພິວັດເປັນສິ່ງຈໍາເປັນຈະຕ້ອງມີການ ຮ່ວມມືແບບຫລາຍຝ່າຍ, ໂລກາພິວັດໄດ້ ເຮັດໃຫ້ມວນມະນຸດຊາດຢູ່ໃນຊາຕາ ກໍາລວມ. ທ່ານ ທອງດົມ ອິນທະພົນ, ຫົວ ໜ້າພະແນກຈີນ, ກົມອາຊີປາຊີຟິກ ແລະ ອາຟິລິກາ ຄະນະພົວພັນຕ່າງປະເທດ ສູນກາງພັກ ປະຊາຊົນ ປະຕິວັດລາວ ກໍ່ໄດ້ສະແດງຄຳເຫັນຂອງຕົນເອງຕໍ່ ຄວາມໝາຍເລິກເຊິ່ງຂອງການສ້າງ ຕັ້ງປະຊາຄົມຮ່ວມຊາຕາກຳ,ໂດຍທ່ານ ກ່າວວ່າ, ປະຊາຄົມຮ່ວມຊາຕາກຳຂອງ ມວນມະນຸດ ເປັນໝາກຜົນຂອງການ ພັດທະນາຂອງຈີນ, ການລົງເລິກການ ປະຕິຮູບຢ່າງຮອບດ້ານທີ່ພັກກອມມູນິດ ຈີນ ໄດ້ສະເໜີອອກໃນກອງປະຊຸມຄົບ ຄະນະ ຄັ້ງທີ 3 ສະໄໝທີ XX ຍິ່ງເປັນ ການສ້າງເງື່ອນໄຂອັນສຳຄັນໃຫ້ແກ່ ການສ້າງປະຊາຄົມຮ່ວມຊາຕາກຳ ຂອງມວນມະນຸດ, ສ້າງກາລະໂອກາດ ອັນສຳຄັນໃຫ້ແກ່ບັນດາປະເທດໃນທົ່ວ ໂລກ ໃຫ້ມີສະຖຽນລະພາບທາງດ້ານ ການເມືອງ-ຄວາມໝັ້ນຄົງ, ມີການພັດ ທະນາທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ເອື້ອເຟື້ອເພື່ອແຜ່ກັນ, ມີການ ເຊື່ອມໂຍງທາງດ້ານອາລິຍະທຳ ທີ່ທຸກ ຊາດສາມາດຢູ່ຮ່ວມກັນຢ່າງກົມກຽວ, ປອງດອງ ແລະ ໂອບອ້ອມອາລີເຊິ່ງກັນ ແລະ ກັນ; ເປັນການສ້າງໂລກທີ່ໜ້າຢູ່ ຍິ່ງຂຶ້ນ, ມີສັນຕິພາບ ແລະ ຄວາມສວຍ ສົດງົດງາມ. ສປປ ລາວ ຍາມໃດກໍຍຶດໝັ້ນຢ່າງ ສະເໝີຕົ້ນສະເໝີປາຍຕໍ່ທັດສະນະຂອງ ຕົນຕໍ່ ສປ ຈີນ, ມີຄວາມຕັ້ງໜ້າໃນການ ປະກອບສ່ວນໃນການສ້າງປະຊາຄົມ ຮ່ວມຊາຕາກຳຂອງມວນມະນຸດ ທີ່ຈີນ ສະເໜີອອກ ແລະ ພ້ອມໃຫ້ການສະໜັບ ສະໜູນຢ່າງຕັ້ງໜ້າຕໍ່ບັນດາແນວຄິດ ແລະ ຂໍ້ລິເລີ່ມຕ່າງໆ ບໍ່ວ່າຈະເປັນຂໍ້ລິ ເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ”, ຂໍ້ລິເລີ່ມ ວ່າດ້ວຍຄວາມໝັ້ນຄົງ, ການພັດທະນາ ແລະ ອາລິຍະທຳ ທົ່ວໂລກທີ່ເປັນ 3 ເສົາ ຄ້ຳສຳຄັນຂອງການສ້າງປະຊາຄົມ ຮ່ວມຊາຕາກຳຂອງມວນມະນຸດ ກໍຄື ບັນດາຂໍ້ລິເລີ່ມໃນດ້ານອື່ນໆ ທີ່ຈີນໄດ້ ສະເໜີອອກ. ມືລະຫວ່າງ ສອງປະເທດ ລາວ-ຈີນ ທີ່ ນັບມື້ນັບຫລາຍຂື້ນມີສ່ວນຊຸກຍູ້ການ ພັດທະນາໃນຫລາຍດ້ານບໍ່ວ່າຈະເປັນ ທາງດ້ານເສດຖະກິດ-ການທ່ອງທ່ຽວ- ດ້ານຄວາມຮູ້ວັດທະນະທຳ ແລະ ອື່ນໆ ໃນນາມຂ້າພະເຈົ້າເປັນໄວໜຸ່ມທີ່ບັນຈຸ ໃນໜ່ວຍງານຂອງທາງລົດໄຟ ລາວຈີນ ໃນໂຄງການນີ້ກໍ່ເປັນອີກໂຄງການ ໜຶ່ງທີ່ສຳຄັນຫລາຍໄດ້ຊ່ວຍພັດທະນາ ດ້ານການປະກອບອາຊີບໃຫ້ແກ່ໄວ ໜຸ່ມລາວເຮົາ-ສ້າງສັງຄົມທີ່ດີໃຫ້ໄວ ໜຸຸ່່ມເປັນຈຳນວນຫລາຍສ້າງຄວາມຮູ້ ຄວາມສາມາດໃນການປະກອບອາຊີບ. ຂ້າພະເຈົ້າຫວັງວ່າທຸກໂຄງການທີ່ໄດ້ ຮ່ວມມືກັນລະຫວ່າງລາວ-ຈີນຈະມີບົດ ບາດອັນສຳຄັນສະເພາະຕົນເຊັ່ນກັນນີ້ ທີ່ຊ່ວຍຊຸກຍູ້ຂັບເຄື່ອນເສດຖະກິດຂອງ ທັງສອງປະເທດ ລາວ-ຈີນ ໃຫ້ນັບມື້ ນັບດີຂຶ້ນໃນອະນາຄົດອັນຍາວໄກ. ອາຈານ ພັນທອງ ຄໍາທອງມີ ແມ່ນ ຜູ້ອໍານວຍການໂຮງຮຽນໜອງປີງ ເຊິ່ງ ເປັນໂຮງຮຽນແຫ່ງໜຶ່ງທີ່ສ້າງຕັ້ງຂຶ້ນ ພາຍໃຕ້ການຊ່ວຍເຫລືອຂອງຈີນ. ອາ ຈານ ພັນທອງ ບອກວ່າ, ການຮ່ວມມື ໜຶ່ງແລວໜຶ່ງເສັ້ນທາງແມ່ນຊ່ວຍໃຫ້ ໂຮງຮຽນໄດ້ຮັບການພັດທະນາຂຶ້ນ ຫລາຍດ້ານ, ປັດຈຸບັນຈຳນວນນັກຮຽນ ເພີ່ມຂຶ້ນຫລາຍ, ນັກຮຽນໄດ້ຮຽນຮູ້ ພາ ສາຈີນ, ຄູອາຈານ ແລະ ນ້ອງນັກຮຽນ ໄດ້ແລກປ່ຽນວັດທະນະທໍາເຊິ່ງກັນ ແລະ ກັນ. ຈາກໂຄງການໂຮງຮຽນປະຖົມ ບ້ານໜອງປິງ, ເຮັດໃຫ້ພວກເຮົາເຫັນ ໄດ້ຄວາມສໍາຄັນຂອງປະຊາຊົນຊາວ ຈີນທີ່ມີຕໍ່ລູກຫລານທາງດ້ານພື້ນຖານ ໂຄງລ່າງຖາວອນ ແລະ ສະດວກສະ ບາຍໃນການມາຮໍ່າຮຽນ. ໃນຫລາຍປີມານີ້ພາຍໃຕ້ການຊີ້ນຳ ນຳພາຂອງເນື້ອໃນຈິດໃຈເປັນເອກະ ພາບກັນລະຫວ່າງການນຳສອງປະ ເທດລາວຈີນ, ປະທເທດລາວກັບປະ ເທດ ຈີນແມ່ນໄດ້ຮ່ວມມືກັນສ້າງ ຫລາຍໆ ໂຄງການທີ່ສົ່ງຜົນສະທ້ອນ ທີ່ດີມາຍັງການພັດທະນາຂອງທັງ ສອງປະເທດ ເຊັ່ນ: ໂຄງການລົດໄຟ ລາວ-ຈີນ ແລະ ໂຮງຮຽນປະຖົມບ້ານ ໜອງປິງ. ທ່່ານ ນາງ ວົງທອງ ເປັນຕົວແທນ ຂອງບໍລິສັດລົດໄຟ ລາວ-ຈີນ, ນາງກໍ່ ເປັນໜຶ່ງໃນບັນດາໄວໜຸ່ມລາວທີ່ໄດ້ມີ ສ່ວນປະກອບເຂົ້າໃນພາລະກິດອັນ ຍິ່ງໃຫຍ່ແຫ່ງການຮ່ວມມືລະຫວ່າງ ລາວ-ຈີນ, ນາງໄດ້ເລົ່າຄວາມຮູ້ສຶກ ຂອງຕົນວ່າ: ໃນປັດຈຸບັນໂຄງການຮ່ວມ

RkJQdWJsaXNoZXIy MTc3MTYxMQ==