5925

xtgmf]k; 3 26/07/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ກອງຄຳ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ບົດສະເໜີ ໂດຍ: ກິດຕາ ໂດຍ: ຢ່າຕົ່ງ gxa og9Q kdko8y f8k,ltrk[vkdkf grnj vIa [,n da [wroE4h ;, c,j py ']k; wfh Ia [dko ra fmtok gruj ,0B ooa [,N glf4tdy fc0;'7e,j ;o 0tspkp8q ;.o]tfa [ 4,52% * ແມ່ຍິງລາວ ມີບົດບາດສຳຄັນ ຕໍ່ການພັດທະນາປະເທດຊາດ, ແມ່ຍິງລາວ ນັບມື້ນັບໄດ້ຮັບການ ພັດທະນາ, ມີບົດບາດສຳຄັນ ແລະ ເປັນທີ່ຍອມຮັບຂອງສັງຄົມ ຍ້ອນ ໄດ້ຮັບໂອກາດ, ໄດ້ຮັບນະໂຍບາຍ ທີ່ຖືກຕ້ອງຈາກພັກ, ລັດຖະບານ ໃນການສົ່ງເສີມແມ່ຍິງລາວໃຫ້ມີ ຄວາມກ້າວໜ້າ, ພັດທະນາໃຫ້ແມ່ ຍິງມີຄວາມຮູ້, ຄວາມສາມາດຮອບ ດ້ານ, ອາດເວົ້າໄດ້ວ່າ ປະເທດຊາດ ຈະພັດທະນາບໍ່ໄດ້ຫາກບໍ່ມີການພັດ ທະນາແມ່ຍິງ, ປັດຈຸບັນ ແມ່ຍິງໄດ້ ຮັບການບັນຈຸເຂົ້າໃນຕຳແໜ່ງພັກລັດໃນແຕ່ລະຂັ້ນຫລາຍຂຶ້ນ. ທ່ານ ນາງ ສິນທະມາລາ ລານາ ວັນສູນຄະນະບໍລິຫານງານ,ຫົວໜ້າ ກົມໂຄສະນາ-ວັດທະນະທຳ ສູນກາງ ສະຫະພັນ ແມ່ຍິິງລາວ ໄດ້ໃຫ້ສຳ ພາດໃນວັນທີ 18 ກໍລະກົດ 2024 ວ່າ: ສູນກາງສະຫະພັນແມ່ຍິງລາວ ໃນຖານະເປັນອົງການຕົວແທນປົກ ປ້ອງສິດຜົນປະໂຫຍດອັນຊອບທຳ ຂອງແມ່ຍິງແລະ ເດັກນ້ອຍມີພາລະ ບົດບາດໃນການເຕົ້າໂຮມຄວາມ ສາມັກຄີ ຂອງເອື້ອຍນ້ອງແມ່ຍິງ ລາວບັນດາເຜົ່າໃນຂອບເຂດທົ່ວປະ ເທດ ເຂົ້າໃນການປະກອບສ່ວນເຂົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ການພັດທະນາແມ່ຍິງ ເອົາໃຈໃສ່ ສຶກສາອົບຮົມ ແລະ ພັດທະນາແມ່ ຍິງ ຕາມ 4 ດ້ານ ທີ່ໄດ້ກຳນົດໄວ້ໃນ ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ (ພັດທະນາ ທາງດ້ານຈິດໃຈຮ່າງກາຍ, ການ ສຶກສາ, ວິຊາຊີບ ແລະ ສີມືແຮງ ງານ) ຕິດພັນກັບການປະຕິບັດຂໍ້ ແຂ່ງຂັນ 3 ດີ (ພົນລະເມືອງດີ, ພັດ ທະນາດີ, ສ້າງຄອບຄົວດີ) ຢ່າງ ເປັນຂະບວນຟົດຟື້ນ, ສະມາຊິກສະ ຫະພັນແມ່ຍິງ ແລະ ແມ່ຍິງຢູ່ຫລາຍ ຂົງເຂດ, ຫລາຍສາຂາອາຊີບໄດ້ຮັບ ການພັດທະນາຢ່າງຮອບດ້ານ ແລະ ມີລະດັບທີ່ສູງຂຶ້ນ, ສາມາດສ້າງ ຄວາມເຊື່ອໝັ້ນໃຫ້ແກ່ການຈັດຕັ້ງ ພັກ-ລັດ ແລະ ເປັນທີ່ຍອມຮັບຂອງ ສັງຄົມ. ໂອກາດນີ້, ທ່ານ ນາງ ສິນທະ ມາລາ ລານາວັນສູນ ຍັງຝາກເຖິງ ເອື້ອຍນ້ອງແມ່ຍິງ ໃນການບໍລິໂພກ ຂໍ້ມູນຂ່າວສານຕ່າງໆ ທີ່ມີຄວາມ ຫລາກຫລາຍຈາກທົ່ວໂລກ ໂດຍສະ * ໃນໄລຍະ 6 ເດືອນຕົ້ນປີເສດ ຖະກິດຂອງແຂວງຄຳມ່ວນ ສືບຕໍ່ ຂະຫຍາຍຕົວໃນລະດັບ 4,52% (ສະພາຮັບຮອງ ໝົດປີໃຫ້ບັນລຸ 5,59%), ລວມຍອດຜະລິດຕະ ພັນພາຍໃນ (GDP) ບັນລຸໄດ້ 13.258 ຕື້ກີບ ເທົ່າກັບ 65% (ສະພາຮັບຮອງໝົດປີ ໃຫ້ບັນລຸ 20.426 ຕື້ກີບ), ລາຍຮັບສະເລ່ຍ ຕໍ່ຫົວຄົນບັນລຸໄດ້ 1.374 ໂດລາ (ສະພາຮັບຮອງໝົດປີໃຫ້ບັນລຸ 2.286 ໂດລາ), ໄດ້ລະດົມແຫລ່ງ ທຶນທົ່ວສັງ ຄົມກວມ 17% ຂອງ GDP ຫລື ເທົ່າກັບ 2.302 ຕື້ກີບ (ສະພາຮັບຮອງໝົ້ດປີ ໃຫ້ໄດ້ 4.980 ຕື້ກີບ ຫລື ເທົ່າກັບ 24% ຂອງGDP, ດ້ານການລົງທຶນແມ່ນ ສາມາດລະດົມແຫລ່ງທຶນເພື່ອການ ພັດທະນາໄດ້ 2.302 ຕື້ກີບ ເທົ່າກັບ 46% ຂອງມະຕິສະພາຮັບຮອງ ໃນນີ້ ການລົງທຶນຂອງລັດ ປະຕິບັດ ໄດ້ 250 ໂຄງການ, ມູນຄ່າ 159 ຕື້ ກີບ ເທົ່າກັບ 35% ຂອງແຜນການ ປີ, ການຊ່ວຍເຫລືອທາງການ ເພື່ອ ການພັດທະນາ 2 ໂຄງການ ມູນຄ່າ 11 ຕື້ກີບ, ການລົງທຶນເອກະຊົນ ພາຍໃນ ແລະ ຕ່າງປະເທດ 40 ໂຄງ ການ ມູນຄ່າ 1.280 ຕື້ກີບ ເທົ່າກັບ 37% ຂອງແຜນການປີ. ຂະນະທີ່ ການລົງທຶນໃນລະບົບ ທະນາຄານ ສາມາດລະດົມທຶນ ໄດ້ ທັງໝົດ 8.550 ຕື້ກີບ ແລະ ປ່ອຍ ສິນເຊື່ອໄດ້ 851 ຕື້ກີບ ລື່ນມະຕິສະ ພາ 11%, ສຳລັບການຈັດເກັບລາຍ ຮັບຕາມແຜນລາຍຮັບງົບປະມານ ຂອງແຂວງທັງລາຍຮັບສູນກາງ ແລະ ທ້ອງຖິ່ນ ມີທັງໝົດ 2.417 ຕື້ ກີບ, ໄລຍະ 6 ເດືອນຕົ້ນ ປີປະຕິບັດ ໄດ້1.971ຕື້ກີບ ເທົ່າກັບ81,52% ຂອງແຜນການປີ ໃນນີ້ລາຍຮັບສູງ ກາງ ແຜນການປີ 1.045 ຕື້ກີບ, ປະຕິບັດໄດ້ 584,81 ຕື້ກີບ ເທົ່າກັບ 55,96%, ລາຍຮັບທ້ອງຖິ່ນແຜນ ການປີ 1.372 ຕື້ກີບ, ປະຕິບັດ ໄດ້ 1.386 ຕື້ກີບ ເທົ່າກັບ 100,98%, ດ້ານວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໄດ້ ສຸມທຶນຮອນ, ງົບປະມານຂອງລັດ, ທຶນຊ່ວຍເຫລືອເພື່ອການພັດທະນາ ຈາກອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສັງຄົມຕ່າງໆເຂົ້າ ໃນການປັບປຸງໂຄງລ່າງພື້ນຖານຢູ່ ເຂດຊົນນະບົດເປັນຕົ້ນ: ການກໍ່ສ້າງ ທາງ, ຂົວ, ຊົນລະປະທານ, ຈັດສັນ ເນື້ອທີ່ທຳການຜະລິດ, ສະໜອງສັດ ລ້ຽງ, ກໍ່ສ້າງຕາຂ່າຍໄຟຟ້າ, ຕິດຕັ້ງ ລະບົບໄຟຟ້າແສງຕາເວັນ, ສ້າງ ໂຮງຮຽນ, ໂຮງໝໍນ້ອຍ, ສຸກສາລາ, ລະບົບການສະໜອງນໍ້າສະອາດ, ສ້າງຕັ້ງກອງທຶນພັດທະນາບ້ານ ແລະ ການຝຶກອົບຮົມວິຊາຊີບໃນ ຂະແໜງການຕ່າງໆ. ຜ່ານການຈັດ ຕັ້ງປະຕິບັດແມ່ນເຮັດໃຫ້ຊີວິດ ການເປັນຢູ່ຂອງປະຊາຊົນໄດ້ຮັບ ການປັບປຸງດີຂຶ້ນ. ໃນປັດຈຸບັນທົ່ວ ແຂວງມີເມືອງພົ້ນທຸກ 6 ເມືອງ, ບ້ານພົ້ນທຸກ 456 ບ້ານ ກວມ 80% ຂອງຈຳນວນບ້ານໃນທົ່ວແຂວງ, ບ້ານທຸກຍາກຍັງເຫລືອ 114 ບ້ານ ກວມ 20%, ຄອບຄົວທຸກຍາກຍັງ ເຫລືອ 16.042 ຄອບຄົວ ກວມ 19,26%, ບ້ານພັດທະນາມີ 230 ບ້ານ ກວມ 40,35%, ຄອບຄົວ ພົ້ນທຸກ 67.230 ຄອບຄົວ ກວມ 80,73%, ຄອບຄົວພັດທະນາມີ 55.338ຄອບຄົວກວມ66,45%, ໄດ້ນໍາໃຊ້ລະບົບໄຟຟ້າ 10 ເມືອງ ກວມ 100%, ບ້ານໄດ້ຊົມໃຊ້ໄຟຟ້າ 554 ບ້ານ ເທົ່າກັບ 97% ແລະ ຄອບຄົວຊົມໃຊ້ໄຟຟ້າ83.066ຄອບ ຄົວ ເທົ່າກັບ 94% ຂອງຈໍານວນ ຄອບຄົວທັງໝົດໃນທົ່ວແຂວງ. ສຳລັບທິດທາງແຜນການ 6 ເດືອນທ້າຍປີ 2024 ແມ່ນສືບຕໍ່ຍຶດ ໝັ້ນ ແລະ ຈັດຕັ້ງປະຕິບັດວຽກງານ ຈຸດສຸມທີ່ກຳນົດໄວ້ໃນມະຕິ ກອງ ປະຊຸມໃຫຍ່ ຄັ້ງທີXຂອງອົງຄະນະ ພັກແຂວງ, ບັນດາມະຕິຂອງຄະນະ ບໍລິຫານງານພັກແຂວງ, ມະຕິກອງ ປະຊຸມສະພາປະຊາຊົນແຂວງ ບົນ ຈິດໃຈສືບຕໍ່ສ້າງການຫັນປ່ຽນຢ່າງ ແຂງແຮງ, ເລິກເຊິ່ງແລະຮອບດ້ານ ຮັບປະກັນໃຫ້ແຂວງຄຳມ່ວນ ມີສະ ຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະ ຫງົບ ແລະ ເປັນລະບຽບຮຽບຮ້ອຍ ດີ, ເສດຖະກິດ-ສັງຄົມຂະຫຍາຍຕົວ ຢ່າງຕໍ່ເນື່ອງ ຕາມທິດຜັນຂະຫຍາຍ ມະຕິ 04 ຂອງກົມການເມືອງສູນ ກາງພັກ ວ່າດ້ວຍການສ້າງເສດຖະ ກິດເອກະລາດ ເປັນເຈົ້າຕົນເອງໃນ ໄລຍະໃໝ່, ສ້າງສະພາບແວດລ້ອມ, ໂຄສະນາດຶງດູດການລົງທຶນ ທັງ ພາຍໃນ ແລະ ຕ່າງປະເທດ ໃຫ້ແຂງ ແຮງກວ່າເກົ່າ, ສຸມໃສ່ການເກັບ ລາຍຮັບງົບ ປະມານ ປີ 2024 ໃຫ້ ໄດ້ຕາມແຜນ ຫລື ລື່ນແຜນໃຫ້ເປັນ ປີທີ 4 ຕິດຕໍ່ກັນ, ເອົາໃຈໃສ່ຄຸ້ມຄອງ ລາຍຈ່າຍໃຫ້ເຂັ້ມງວດ, ສືບຕໍ່ຍູ້ ແຮງການຜະລິດເປັນສິນຄ້າຕາມ ທ່າແຮງຂອງແຂວງ ເປັນຕົ້ນ: ເຂົ້າ, ຊີ້ນ, ປາ, ພືດ, ຜັກ, ໝາກໄມ້ ເພື່ອ ຕອບສະໜອງພາຍໃນ ທົດແທນ ການນໍາເຂົ້າ, ກໍ່ສ້າງຟື້ນຟູໂຄງລ່າງ ພື້ນຖານໃຫ້ແກ່ການຂະຫຍາຍພື້ນ ທີ່ການຜະລິດ, ຊຸກຍູ້, ສົ່ງເສີມຫົວ ໜ່ວຍຈຸລະວິສາຫະກິດ, ວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ ດ້ວຍການສະໜອງດອກເບ້ຍຕໍ່າ, ໂຄສະນາ, ຊຸກຍູ້, ສົ່ງເສີມພະນັກ ງານ-ລັດຖະກອນ ແລະ ປະຊາຊົນ ນໍາໃຊ້ຜະລິດຕະພັນພາຍໃນໃຫ້ ຫລາຍຂຶ້ນ, ເພີ່ມທະວີການຄຸ້ມຄອງ ລາຄາສິນຄ້າທີ່ມີຜົນກະທົບໄວ ຕໍ່ ຊີວິດການເປັນຢູ່ຂອງປະຊາຊົນ, ມີມາດຕະການສະກັດກັ້ນ ການນໍາ ເຂົ້າສິນຄ້າປະເພດຕ່າງໆທີ່ເຮົາມີ ຢູ່ພາຍໃນ. ທັງໝົດນີ້ ແມ່ນການລາຍງານ ຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາ ປະຊາຊົນແຂວງຄຳມ່ວນ ຊຸດທີ II ໃນວັນທີ 24 ກໍລະກົດ 2024 ຜ່ານມາ. ເພາະແມ່ນໄວໜຸ່ມຍິງ-ຊາຍ ຕ້ອງ ຮູ້ຈັກເລືອກເຟັ້ນຂໍ້ມູນຂ່າວສານ ໃຫ້ ມີຄວາມເໝາະສົມກັບບ້ານເຮົາ, ເໝາະສົມກັບວັດທະນະທຳ, ຮີດ ຄອງປະເພນີບ້ານເຮົາ ແຕ່ກໍບໍ່ໄດ້ ໝາຍຄວາມວ່າເຮົາຈະປະຕິເສດ ອັນໃໝ່ທີ່ເກີດຂຶ້ນ, ອັນທີ່ຍອດຍິ່ງ, ອັນທີ່ຈະເລີນ ແລະ ອັນກ້າວໜ້າ ແຕ່ຄວນເລືອກເຟັ້ນເອົາສິ່ງທີ່ມີປະ ໂຫຍດນຳກັບມາໝູນໃຊ້ໃນການ ພັດທະນາຕົນເອງ ໃຫ້ກາຍເປັນຄົນ ດີ, ຄົນເກັ່ງ ແລະ ນຳຄວາມຮູ້ດັ່ງ ກ່າວ, ມາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າ. * ປັດຈຸບັນ ເຫັນວ່າສະພາບອາ ກາດພາຍໃນປະເທດລາວເຮົາໄດ້ມີ ການປ່ຽນແປງ ໂດຍສະເພາະແມ່ນ ໄດ້ເກີດມີຝົນຕົກຕໍ່ເນື່ອງໃນຂອບ ເຂດທົ່ວປະເທດ. ໃນນັ້ນ, ໄດ້ສົ່ງຜົນ ກະທົບຕໍ່ບ້ານ, ເມືອງຈຳນວນໜຶ່ງ ເສຍຫາຍໜັກພໍສົມຄວນ. ດັ່ງກໍລະນີ ໃນວັນທີ23-24ກໍລະກົດປີ2024ຢູ່ ເຂດກຸ່ມບ້ານເມືອງໝ້ວຍ ເມືອງວຽງ ຄໍາ ແຂວງຫລວງພະບາງ ໄດ້ເກີດມີ ຝົນຕົກໜັກຫລາຍຊົ່ວໂມງຕິດຕໍ່ກັນ ເຮັດໃຫ້ປະຊາຊົນບັນດາເຜົ່າຢູ່ບ້ານ ເມືອງໝ້ວຍ, ບ້ານຫ້ວຍໂກນ ແລະ ບ້ານໃກ້ຄຽງປະສົບກັບໄພນໍ້າຖ້ວມ ເນື່ອງຈາກປະລິມານນໍ້າເຊືອງ, ນໍ້າຫ້ວຍໂກນ, ຫ້ວຍມ້າ ແລະ ນໍ້າ ຫ້ວຍຫວີງ ມີປະລິມານເພີ່ມຂຶ້ນ ຫລາຍສ້າງຜົນກະທົບຕໍ່ປະຊາຊົນ ທີ່ດຳລົງຊີວິດຢູ່ເຂດແຄມນ້ຳ. ແນວ ໃດກໍດີ ເພື່ອຮັບມືກັບໄພນ້ຳຖ້ວມທີ່ ອາດເກີດຂຶ້ນ ພວກເຮົາຕ້ອງໄດ້ເປັນ ເຈົ້າການຕິດຕາມສະພາບອາກາດ ຈາກພາກສ່ວນກ່ຽວຂ້ອງເປັນປະ ຈຳ ອັນຈະໄດ້ກຽມຄວາມພ້ອມຮັບ ມືໄພນ້ຳຖ້ວມ. ໄລຍະນີ້ ເຫັນວ່າໄດ້ເກີດມີຝົນ ຕົກໃນຫລາຍທ້ອງຖິ່ນ ອັນໄດ້ສົ່ງ ຜົນກະທົບບໍ່ໜ້ອຍຕໍ່ຊັບສິນລວມ ໂດຍສະເພາະແມ່ນຖະໜົນຫົນທາງ, ເຮືອນຊານບ້ານຊ່ອງ, ຊັບສິບຂອງ ປະຊາຊົນ. ສະພາບຝົນຕົກດັ່ງກ່າວ ມີຫລາຍທ້ອງຖິ່ນອົງການຈັດຕັ້ງ ໄດ້ກະກຽມຄວາມພ້ອມ ເພື່ອຮັບມື ກັບໄພນ້ຳຖ້ວມທີ່ອາດເກີດຂຶ້ນ. ດັ່ງ ຄະນະບໍລິຫານຊາວໜຸ່ມເມືອງໂພນ ທອງ ແຂວງຫລວງພະບາງ ໄດ້ມີ ການແຈ້ງການເຖິງຊາວໜຸ່ມທົ່ວ ເມືອງກະກຽມຄວາມພ້ອມໃນການ ເປັນກຳລັງປະຈັນບານ ເພື່ອຮັບມື ຊ່ວຍເຫລືອກັບໄພພິບັດທີ່ອາດຈະ ເກີດຂຶ້ນເຊັ່ນ: ໄພນ້ຳຖ້ວມ, ດິນເຊາະ ເຈື່ອນແລະ ອື່ນໆ. ເນື່ອງຈາກເກີດ ມີສະພາບຝົນຕົກໜັກຕໍ່ເນື່ອງເປັນ ເວລາຫລາຍວັນຕິດດຕໍ່ກັນເຮັດໃຫ້ ແມ່ນ້ຳຫລາຍສາຍ ໂດຍສະເພາະ ນ້ຳມັດ, ນ້ຳແມນ, ນ້ຳແຊງ ແລະ ແມ່ນ້ຳສາຍອື່ນໆ ມີການໄຫລນອງ ແລະ ມີປະລິິມານເພີ່ມຂຶ້ນຢ່າງໄວ ວາ ເຊິ່ງຈະກໍ່ໃຫ້ເກີດໄພນ້ຳຖ້ວມ ຢ່າງກະທັນຫັນ, ດິນເຊາະເຈື່ອນ, ນ້ຳປ່າໄຫລຊຸ...ຂອບເຂດບ້ານ, ເຮືອນລຽບຕາມແມ່ນ້ຳ, ເຮືອນພັກ, ຮ້ານອາຫານ. ດັ່ງນັ້ນ, ຮຽກຮ້ອງ ໃຫ້ຊ່ວຍລະດົມກຳລັງແຮງໜຸ່ມ, ສະມາຊິກຊາວໜຸ່ມທຸກສະຫາຍ, ຊາວໜຸ່ມຂົງເຂດ ປກຊ-ປກສ, ຊາວ ໜຸ່ມສຳນັກງານ, ຫ້ອງການ, ກົມ ກອງ, ຊາວໜຸ່ມທຸກທົ່ວໜ້າ ຈົ່ງພ້ອມ ກັນກຽມກຳລັງຊາວໜຸ່ມພາຍໃຕ້ ການນຳພາຂອງຕົນ ເພືື່ອກຽມຊ່ວຍ ເຫລືອພໍ່ແມ່ປະຊາຊົນທີ່ອາດຈະພົບ ພໍ້ກັບໄພພິ ບັດທີ່ອາດຈະເກີດຂຶ້ນ ໂດຍສະເພາະແມ່ນຈັດກຽມກຳລັງ ຊ່ວຍຍົກຍ້າຍສິ່ງຂອງໄວ້ບ່ອນປອດ ໄພ ແລະ ຊ່ວຍກັນເຝົ້າລະວັງຕິດ ຕາມສະພາບການຢ່າງໃກ້ຊິດ ຈົນ ກວ່າສະຖານະການຈະກັບຄືນມາ ສູ່ສະພາບປົກກະຕິ. ຂະນະທີ່ກົມອຸຕຸນິຍົມ ແລະ ອຸທົກ ກະສາດໄດ້ແຈ້ງເຕືອນເຖິງປະຊາ ຊົນບັນດາເຜົ່າ, ອົງການປົກຄອງ ທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກ ພາກສ່ວນຈົ່ງມີສະຕິລະວັງຕົວແລະ ກຽມຄວາມພ້ອມຮັບມືຕໍ່ດິນເຈືື່ອນ, ນໍ້າຖ້ວມຊຸທີ່ອາດຈະເກີດຂື້ນໃນໄລ ຍະນີ້ ທັງຕິດຕາມຂ່າວພະຍາກອນ ອາກາດແລະລະດັບນໍ້າຈາກກົມອຸຕຸນິ ຍົມ ແລະ ອຸທົກກະສາດຢ່າງຕໍໍໍ່ເນືື່ອງ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==