5925

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 26/07/2024 xtgmf]k; ຄະນະກຳມະການ... ການນຳພັກ-ລັດ ວາງ... ເລຂາທິການໃຫຍ່... ສູນກາງແນວລາວສ້າງຊາດ... ສໍາລັບການເຊັນປຶ້ມໄວ້ອາໄລ ໂດຍມີເນື້ອໃນສັງຮວມດັ່ງນີ້: ຄະ ນະບໍລິຫານງານສູນກາງພັກປະຊາ ຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສປປ ລາວ ແລະ ສູນກາງແນວລາວສ້າງຊາດ ສະ ແດງຄວາມໂສກເສົ້າສະຫລົດໃຈຕໍ່ ການຈາກໄປ ໂດຍບໍ່ມີວັນກັບຄືນມາ ຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ ອະດີດ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກກອມມູນິດ ຫວຽດນາມ ເຊິ່ງເປັນການສູນເສຍ ຜູ້ນໍາທີ່ສະຫລາດສ່ອງໃສ່, ອົງອາດ ກ້າແກ່ນ ຂອງພັກ, ລັດ ແລະ ປະ ຊາຊົນຫວຽດນາມອ້າຍນ້ອງ. ໃນ ຕະຫລອດຊີວິດຂອງສະຫາຍໃນ ການເຄື່ອນໄຫວປະຕິວັດສະຫາຍ ໄດ້ອຸທິດຊີວິດ, ເຫື່ອແຮງ ແລະ ສະຕິປັນຍາຂອງຕົນຢ່າງບໍ່ຮູ້ອິດຮູ້ ເມື່ອຍຈົນເຖິງວິນາທີ່ສຸດທ້າຍຂອງ ຊີວິດເຂົ້າໃນພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດຫວຽດນາມໂດຍສະເພາະໃນ ພາລະກິດແຫ່ງການປ່ຽນແປງໃໝ່, ນໍາພາປະເທດຫວຽດນາມ ຈະ ເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ ແລະ ສະຫາຍຍັງເປັນຜູ້ນໍາໜ້າໃນການ ປັບປຸງຄວາມໂປ່ງໃສພາຍໃນອົງ ການຈັດຕັ້ງພັກ, ລັດ, ຖັນແຖວພະ ນັກງານ ແລະ ໃນສັງຄົມທົ່ວລະ ບົບການເມືອງຂອງ ຫວຽດນາມ. ການຈາກໄປຂອງສະຫາຍ ຫງວຽນ ຝູ໋ ຈ້ອງ ຄັ້ງນີ້, ບໍ່ພຽງແຕ່ເປັນການ ສູນເສຍອັນຍິ່ງໃຫຍ່ຂອງຄອບຄົວ, ພັກ, ລັດ ແລະ ປະຊາຊົນຫວຽດ ນາມອ້າຍນ້ອງ ເທົ່ານັ້ນ ແຕ່ຍັງເປັນ ການສູນເສຍເພື່ອນມິດທີ່ສະໜິດ ສະໜົມທີ່ສຸດຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເຊັ່ນດຽວ ກັນ. ສະຫາຍຍາມໃດກໍມີຄວາມເປັນ ຫ່ວງເປັນໃຍ ແລະ ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການເສີມສ້າງ, ຮັດແໜ້ນ ແລະ ວາງຮາກຖານສຳ ຄັນ ໃຫ້ແກ່ການເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງ ສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດລາວ-ຫວຽດນາມ ໃຫ້ຈະເລີນ ງອກງາມຍິ່ງໆຂຶ້ນ. ດ້ວຍຄວາມເຊື່ອ ໝັ້ນຢ່າງຍິ່ງວ່າ ພາຍໃຕ້ການນໍາ ພາ-ຊີ້ນໍາອັນສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ, ການບໍລິຫານເດັດດ່ຽວຂອງລັດຖະ ບານ ແລະ ຄວາມເປັນຈິດໜຶ່ງໃຈ ດຽວຂອງປະຊາຊົນຫວຽດນາມ ອ້າຍນ້ອງບັນດາສະຫາຍຈະຫັນເອົາ ບັນຍາກາດແຫ່ງການໂສກເສົ້ານີ້ໃຫ້ ກາຍເປັນເຫງົ້າພະລັງທີ່ໜັກແໜ້ນ ໃນການທ້ອນໂຮມຄວາມສາມັກຄີ ທົ່ວປວງຊົນ ເພື່ອສືບຕໍ່ພັດທະນາປະ ເທດຊາດຫວຽດນາມ ໃຫ້ກາຍເປັນ ປະເທດອຸດສາຫະກໍາ ແລະ ທັນສະ ໄໝ, ປະຊາຊົນຮັ່ງມີຜາສຸກ, ປະເທດ ຊາດມັ່ງຄັ່ງເຂັ້ມແຂງໃນອະນາຄົດ ອັນໃກ້ນີ້. ຄືບໜ້າ ຂອງການຈັດຕັ້ງປະຕິບັດ ບັນດາບຸລິມະສິດການເປັນປະທານ ອາຊຽນ ຂອງ ສປປ ລາວ ທີ່ປິ່ນ ອ້ອມຄໍາຂວັນ: “ເພີ່ມທະວີການ ເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ” ເປັນຕົ້ນ ການສ້າງແຜນ ຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິ ໄສທັດປະຊາຄົມອາຊຽນ 2045 ທີ່ປະກອບດ້ວຍແຜນຍຸດທະສາດປະ ຊາຄົມການເມືອງ-ຄວາມໝັ້ນຄົງ ອາຊຽນ, ແຜນຍຸດທະສາດປະຊາ ຄົມເສດຖະກິດອາຊຽນ, ແຜນຍຸດ ທະສາດປະຊາຄົມວັດທະນະທໍາສັງຄົມອາຊຽນ ແລະ ແຜນຍຸດທະ ສາດການເຊື່ອມຈອດອາຊຽນ. ກອງ ປະຊຸມ, ຍັງໄດ້ປຶກສາຫາລືກ່ຽວກັບ ການສະໝັກເຂົ້າເປັນພາຄີຂອງສົນ ທິສັນຍາໄມຕີຈິດ ແລະ ການຮ່ວມມື ໃນອາຊີຕາເວັນອອກສຽງໃຕ້ ແລະ ໄດ້ສະແດງຄວາມຍິນດີທີ່ອານ ເຊີຣີ, ແຟງລັງ, ລຸກຊໍາບວກ, ແອັດສະ ປາຍ ແລະ ເມັກຊິກ ຈະໄດ້ລົງນາມ ເຂົ້າເປັນພາຄີສົນທິສັນຍາດັ່ງກ່າວ, ໃນເວລາອັນໄວ. ນອກຈາກນີ້, ກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນ ກໍໄດ້ທົບ ທວນຄືນການຈັດຕັ້ງປະຕິບັດຄໍາ ຕົກລົງ 5 ຂໍ້ຂອງຜູ້ນໍາອາຊຽນ, ການພົວພັນລະຫວ່າງອາຊຽນ ແລະ ຄູ່ຮ່ວມມືພາຍນອກ ເຊິ່ງກອງປະ ຊຸມໄດ້ຢໍ້າຄືນຄວາມສໍາຄັນໃນການ ຮັດແໜ້ນການຮ່ວມມື ແລະ ຄວາມ ເປັນແກນກາງຂອງອາຊຽນໃນໂຄງ ສ້າງການຮ່ວມມືພາກພື້ນທີ່ພວມ ຜັນແປໄປ. ນອກນັ້ນ, ລັດຖະມົນຕີ ຕ່າງປະເທດອາຊຽນ ໄດ້ປຶກສາຫາລື ແລກປ່ຽນຄໍາຄິດເຫັນກ່ຽວກັບບັນ ຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັນ ແລະ ມີຄວາມສົນໃຈຮ່ວມກັນ. ໃນຕອນບ່າຍວັນດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີສະເຫລີມໄຊ ກົມມະສິດ ຍັງໄດ້ເປັນປະທານກອງ ປະຊຸມສາມຝ່າຍລະຫວ່າງ ສປປ ລາວ,ກອງເລຂາອາຊຽນແລະນອກ ແວ ເຊິ່ງກອງປະຊຸມໄດ້ຕີລາຄາສູງ ຕໍ່ຄວາມຄືບໜ້າຂອງການຈັດຕັ້ງຜັນ ຂະຫຍາຍການເປັນຄູ່ຮ່ວມຂະແໜງ ການລະຫວ່າງອາຊຽນ ແລະ ນອກ ແວ ນັບແຕ່ການສ້າງຕັ້ງການເປັນ ຄູ່ຮ່ວມຂະແໜງການກັບອາຊຽນ ຂອງນອກແວ ແຕ່ປີ 2015 ເປັນ ຕົ້ນມາ ໂດຍຜ່ານການຈັດຕັ້ງປະຕິ ບັດເອກະສານຊ້ອນທ້າຍ ຂອງແຜນ ປະຕິບັດງານ ອາຊຽນ-ນອກແວ (2021-2025), ພ້ອມທັງໄດ້ປຶກ ສາຫາລືເພື່ອກໍານົດທິດທາງການ ຮ່ວມມືໃນຕໍ່ໜ້າ. ພ້ອມນັ້ນ, ທ່ານຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ຍັງໄດ້ພົບປະສອງ ຝ່າຍກັບບາງປະເທດສະມາຊິກອາ ຊຽນ ແລະ ຄູ່ເຈລະຈາຂອງອາຊຽນ ເພື່ອປຶກສາຫາລືກ່ຽວກັບການຮັດ ແໜ້ນການຮ່ວມມືສອງຝ່າຍນໍາກັນ. 25-26 ກໍລະກົດ 2024. ສະຫາຍ ຫງວຽນ ຝູ໋ຈ້ອງ ໄດ້ປະ ກອບສ່ວນອັນສໍາຄັນເຂົ້າໃນການ ເພີ່ມພູນຄູນສ້າງສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ມາ ໂດຍ ຕະຫລອດ ເຊິ່ງການຈາກໄປຂອງສະ ຫາຍເປັນການສູນເສຍ ເພື່ອນສະ ຫາຍທີ່ໃກ້ຊິດສະໜິດສະໝົມທີ່ສຸດ ຂອງ ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ. ການຈາກໄປຂອງສະຫາຍ ຫງວຽນ ຝູ໋ ຈ້ອງ ເປັນການສູນເສຍ ຜູ້ນໍາປະຕິວັດທີ່ອົງອາດກ້າແກ່ນ ຂອງພັກ, ລັດ ແລະ ປະຊາຊົນຫວຽດ ນາມອ້າຍນ້ອງ ເຊິ່ງໃນຕະຫລອດຊີ ວິດແຫ່ງການເຄື່ອນໄຫວປະຕິວັດ ສະຫາຍ ໄດ້ອຸທິດຊີວິດ, ເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນວຽກງານ, ພາລະກິດປົດປ່ອຍຊາດ, ພາລະກິດ ທ້ອນໂຮມປະເທດຊາດເປັນເອກະ ພາບ ແລະ ພາລະກິດປ່ຽນແປງໃໝ່ ຂອງພັກກອມມູນິດຫວຽດນາມ ໂດຍສະເພາະແມ່ນວຽກງານປັບປຸງ ກໍ່ສ້າງພັກໃຫ້ເຂັ້ມແຂງ, ປອດໃສກໍຄື ວຽກງານການປ້ອງກັນ, ຕ້ານການ ສໍ້ລາດບັງຫລວງ ແລະ ຕ້ານປະກົດ ການຫຍໍ້ທໍ້ຕ່າງໆ ອັນໄດ້ເຮັດໃຫ້ປະ ເທດຊາດຫວຽດນາມມີການພັດ ທະນາຢ່າງບໍ່ຢຸດຢັ້ງ, ຖານະບົດບາດ ຂອງສສຫວຽດນາມໄດ້ຮັບການຍົກ ສູງຂຶ້ນຢ່າງຈະແຈ້ງໃນເວທີພາກພື້ນ ແລະ ສາກົນ. ຂ່າວ: ກິດຕາ,ພາບ: ຂັນໄຊ ອິນລາວັນ ແກ້ວບຸນພັນ ຮອງປະ ທານສູນກາງແນວລາວສ້າງຊາດ, ທ່ານ ຊຸຍ ດິງ ຄັງ ປະທານບໍລິສັດ ກາຣູດາມີເດຍຈໍາກັດ,ມີຄະນະທີ່ປຶກ ສາວຽກງານຂົນຂວາຍປະຊາຊົນ ຂອງສູນກາງແນວລາວສ້າງຊາດ, ບັນດາຫົວໜ້າກົມ, ຮອງກົມອ້ອມ ຂ້າງສູນກາງແນວສ້າງຊາດ, ຜູ້ຕາງ ໜ້າ 3 ອົງກາຈັດຕັ້ງມະຫາຊົນ, ຕາງໜ້າກົມສື່ມວນຊົນກະຊວງຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ຄະນະໂຄສະນາອົບຮົມ ສູນກາງພັກ, ສະພາການຄ້າຈີນປະ ຈໍາລາວ, ສະຖານີວິທະຍຸ CMG ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ວາລະສານ ລາວສ້າງຊາດ ສະ ບັບພິເສດ ເປັນການຮ່ວມກັນສ້າງ ຂຶ້ນລະຫວ່າງກົມໂຄສະນາສູນກາງ ແນວລາວສ້າງຊາດ ແລະ ບໍລິສັດ ກາຣູດາ ມີເດຍ ຈໍາກັດ ເຊິ່ງເປັນສະ ບັບທໍາອິດ, ເປັນນິມິດໝາຍ ແລະ ເປັນໝາກຜົນແຫ່ງການຮ່ວມມື ຂອງທັງສອງຝ່າຍ ແລະ ຈະໄດ້ສືບ ຕໍ່ຮ່ວມກັນພັດທະນາ ວາລະສານ ລາວສ້າງຊາດ ໃຫ້ດີຂຶ້ນເປັນກ້າວໆ ໃຫ້ມີເນື້ອໃນອຸດົມສົມບູນ ແລະ ເຜີຍ ແຜ່ໄດ້ຢ່າງກວ້າງຂວາງສູ່ລະດັບ ສາກົນ; ເພື່ອສົ່ງເສີມການຈັດຕັ້ງຜັນ ຂະຫຍາຍສາຍພົວພັນຮ່ວມມື ລາວຈີນ, ຈີນ-ລາວ ຕາມແຜນການ ຮ່ວມ ມືໜຶ່ງແລວໜຶ່ງເສັ້ນທາງ ແລະ ການ ປະຕິບັດຄູ່ຮ່ວມຊາຕາກໍາ ລາວ-ຈີນ ເຊິ່ງຈະໄດ້ນໍາເອົາບັນດາບົດປະ ກອບຄຳເຫັນ ຈາກພາກສ່ວນຕ່າງໆ ລົງໃນວາລະສານ ສະບັບຕໍ່ໄປ ເຊິ່ງ ຈະໄດ້ພິມອອກເປັນສະບັບທໍາອິດໃນ ເດືອນ 8/2024 ເພື່ອຕ້ອນຮັບກອງ ປະຊຸມສຸດຍອດອາຊຽນ ຄັ້ງທີ 44 ທີ່ ສປປ ລາວເປັນເຈົ້າພາບ ໃນທ້າຍ ປີ 2024. ວາລະສານສະບັບດັ່ງ ກ່າວ, ຈະແຈກຢາຍເປັນຂອງຂວັນ ໃຫ້ແກ່ຜູ້ແທນ 10 ປະເທດອາ ຊຽນ+3 ທີ່ເດີນທາງມາຮ່ວມກອງ ປະຊຸມດັ່ງກ່າວ ໂດຍຈະໄດ້ມີການ ແປເປັນ 3 ພາສາຄື: ພາສາລາວ, ຈີນ, ອັງກິດ. ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງ ການລາຍງານຄວາມເປັນມາ ໂດຍ ຫຍໍ້ກ່ຽວກັບວາລະສານລາວສ້າງ ຊາດ ແລະ ການຮ່ວມມືພັດທະນາວາ ລະສານລາວສ້າງຊາດ. ຈາກນັ້ນ, ໄດ້ຮັບຟັງການປະກອບຄໍາຄິດເຫັນ, ການແລກປ່ຽນບົດຮຽນ, ປະສົບ ການດ້ານຕ່າງໆ ຈາກສະມາຄົມມິດ ຕະພາບລາວ-ຈີນ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ; ສະພາການຄ້າຈີນ ປະຈໍາ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍຈີນ ແລະ ຝ່າຍລາວຕື່ມອີກ. ຂ່າວ: ວຽງສະຫວັນ, ພາບ: ອ່າຍຄຳ ບັນດາຈຸດຝຶກຊ້ອມ, ສະຖານທີ່ພັກ ເຊົ່າ ແລະ ບ່ອນເຮັດວຽກ ເພື່ອຮັບປະ ກັນໃຫ້ແກ່ການຝຶກຊ້ອມຝ່າຍດຽວ ກ່ອນທີ່ຈະເດີນທາງໄປເຂົ້າຮ່ວມ ຝຶກຊ້ອມກອບກູ້ໄພພິບັດ 3 ກອງທັບ ກໍາປູເຈຍ-ລາວ-ຫວຽດນາມ ທີ່ຈະ ຈັດຂຶ້ນໃນລະຫວ່າງເດືອນພະຈິກ 2024 ທີ່ກອງທັບຣາຊະອານາຈັກ ກໍາປູເຈຍ ເປັນເຈົ້າພາບ. ພາຍຫລັງສໍາເລັດການລົງກວດ ກາສະໜາມຕົວຈິງແລ້ວ, ຄະນະຊີ້ ນໍາ ຍັງໄດ້ປຶກສາຫາລືກ່ຽວກັບ ຄວາມພ້ອມດ້ານຕ່າງໆຂອງແຕ່ລະ ພາກສ່ວນ ເຊິ່ງໄດ້ເຫັນດີເປັນເອກະ ພາບໃນການກໍານົດຈຸດຕ່າງໆ. ໃນ ນັ້ນ, ສະໜາມຝຶກຊ້ອມປະກອບມີສະ ໜາມຫັດແອບຊອກຄົ້ນ-ກອບກູ້ຜູ້ ປະສົບໄພທາງນໍ້າ, ສະໜາມຫັດ ແອບຊອກຄົ້ນ-ກອບກູ້ຜູ້ປະສົບໄພ ທາງບົກ, ສະໜາມຫັດແອບການນໍາ ໃຊ້ໂດຣນບິນສໍາຫລວດ ແລະ ຍົກຢ່ອນເຄື່ອງກູ້ໄພ ແລະ ເຄື່ອງບັນເທົາ ທຸກໃຫ້ຜູ້ປະສົບໄພພິບັດທາງນໍ້າ ແລະ ສະຖານທີ່ຮັບປະກັນສະໜາມ ປະກອບມີສະຖານທີ່ພັກເຊົາຂອງ ກໍາລັງຝຶກຊ້ອມ, ສະຖານທີ່ພາກ ສ່ວນເຮັດວຽກງານພະລາທິການ, ເຕັກນິກ ແລະ ສະຖານທີ່ຮັບປະກັນ ດ້ານຕ່າງໆ. ໂອກາດນີ້, ທ່ານ ພົຕ ໄພວັນ ຈັນທະພົມມາ ຍັງໄດ້ຊີ້ນໍາໃຫ້ແຕ່ລະ ພາກສ່ວນຈົ່ງພ້ອມກັນນໍາເອົາເນື້ອ ໃນຈິດໃຈທີ່ໄດ້ເປັນເອກະພາບໃນ ຄັ້ງນີ້, ໄປຈັດຕັ້ງປະຕິບັດໃຫ້ມີປະສິດ ທິຜົນສູງ, ຮັບປະກັນໃຫ້ແກ່ການຝຶກ ຊ້ອມຝ່າຍດຽວ ກ່ອນຈະເຂົ້າຮ່ວມ ຝຶກຊ້ອມກອບກູ້ໄພພິບັດ 3 ກອງທັບ ລາວ ໄດ້ຊີ້ແຈງເພີ່ມເຕີມ ໃຫ້ທົ່ວສັງ ຄົມໄດ້ເຂົ້າໃຈຢ່າງຖືກຕ້ອງວ່າ: ອີງ ຕາມກົດໝາຍວ່າດ້ວຍການຄຸ້ມຄອງ ເງິນຕາຕ່າງປະເທດ (ສະບັບປັບ ປຸງ) ທີ່ມີຜົນບັງຄັບໃຊ້ໃນເດືອນກໍ ລະກົດ ປີ 2022 ໄດ້ກໍານົດເງິນກີບ ເທົ່ານັ້ນ ທີ່ເປັນສື່ກາງໃນການຊໍາ ລະ, ຮັບຊໍາລະທີ່ຖືກຕ້ອງຕາມກົດ ໝາຍ, ທຸກການຕິດປະກາດລາຄາ ສິນຄ້າ, ຊໍາລະ-ຮັບຊໍາລະຄ່າສິນຄ້າ ແລະ ການບໍລິການພາຍໃນ ສປປ ລາວ ຈະຕ້ອງເປັນເງິນກີບ; ການ ແລກປ່ຽນເງິນຕາຕ່າງປະເທດຕ້ອງ ດຳເນີນຜ່ານທະນາຄານທຸລະກິດ ແລະ ໜ່ວຍບໍລິການຂອງທະນາ ຄານທຸລະກິດທີ່ໄດ້ຮັບອະນຸຍາດເທົ່າ ນັ້ນ; ການກຳນົດອັດຕາແລກປ່ຽນ ແມ່ນທະນາຄານທຸລະກິດເປັນຜູ້ ກຳນົດພຽງຜູ້ດຽວ, ການກຳນົດລາ ຄາຄ່າສິນຄ້າ ແລະ ການບໍລິການ ຕ້ອງອີງໃສ່ອັດຕາແລກປ່ຽນຂອງ ທະນາຄານ ຈຶ່ງຖືວ່າຖືກຕ້ອງຕາມ ກົດໝາຍ; ບຸກຄົນ, ນິຕິບຸກຄົນ,ການ ຈັດຕັ້ງສາມາດຄອບຄອງເງິນຕາ ຕ່າງປະເທດ, ມີບັນຊີເງິນຝາກເປັນ ເງິນຕາຕ່າງປະເທດ ແລະ ດຳເນີນ ທຸລະກໍາເງິນຕາຕ່າງປະເທດ ໃຫ້ຖືກ ຕ້ອງກັບຈຸດປະສົງ ແລະ ເປົ້າໝາຍ ທີ່ລະບຽບການກຳນົດ. ສໍາລັບຄວາມຕື່ນຕົວຂອງສັງ ຄົມໃນການສົ່ງເສີມການນໍາໃຊ້ເງິນ ກີບໃນໄລຍະຜ່ານມ, ຂໍໃຫ້ມີຄວາມ ເຂົ້າໃຈຢ່າງຖືກຕ້ອງ, ບໍ່ຄວນຖືເປັນ ປະເດັນທີ່ຈະສ້າງຄວາມສັບສົນແລະ ເຂົ້າໃຈຜິດກັນ ເຊິ່ງເປັນພຽງການ ສະແດງອອກດ້ວຍຄວາມສະໝັກ ໃຈຂອງສັງຄົມ ທີ່ຢາກຊ່ວຍກັນນໍາ ໃຊ້ເງິນກີບ ເຂົ້າໃນການຊໍາລະຢູ່ ພາຍໃນ, ຫລຸດຜ່ອນຄວາມຕ້ອງ ການເງິນຕາຕ່າງປະເທດ ທີ່ມີຄວາມ ຊິນເຄີຍນໍາໃຊ້ກັນຢ່າງຊະຊາຍ ເພື່ອ ຫລຸດຜ່ອນຜົນກະທົບຈາກການ ເໜັງຕີງ ຂອງອັດຕາແລກປ່ຽນ, ເງິນເຟີ້ ແລະ ຕ້ອງການໃຫ້ຜູ້ມີເງິນ ຕາຕ່າງປະເທດ ບໍ່ວ່າຈະເປັນຄົນ ລາວ ແລະ ຄົນຕ່າງປະເທດໄປ ແລກປ່ຽນນໍາທະນາຄານເອົາເງິນ ກີບກ່ອນຈະໃຊ້ຈະຈ່າຍຢູ່ພາຍໃນ ໃຫ້ຖືກຕ້ອງຕາມກົດໝາຍຄືກັບປະ ເທດອື່ນໆທີ່ປະຕິບັດ. ທຸກສະກຸນເງິນ ຕາຂອງ ແຕ່ລະປະເທດກໍລ້ວນແລ້ວ ແຕ່ມີຄວາມໝາຍ, ມີຄຸນຄ່າ ແລະ ນໍາ ໃຊ້ໃຫ້ຖືກຕ້ອງກັບຈຸດປະສົງ ແລະ ເປົ້າໝາຍຕາມກົດໝາຍ ແລະ ລະ ບຽບການທີ່ກ່ຽວຂ້ອງກໍານົດໄວ້. ໂອກາດນີ້, ທະນາຄານແຫ່ງ ສປປ ລາວ ຂໍຮຽກຮ້ອງມາຍັງ ທົ່ວ ສັງ ຄົມ ຈົ່ງໃຫ້ການຮ່ວມມືສົ່ງເສີມ ການນໍາໃຊ້ເງິນກີບໃນການຊໍາລະ ພາຍໃນ ດັ່ງຄໍາຂັວນ: “ຢູ່ເມືອງລາວ ໃຊ້ແຕ່ເງິນກີບ”, ກໍານົດອັດຕາແລກ ປ່ຽນໃຫ້ຖືກຕ້ອງ ແລະ ແລກປ່ຽນ ເງິນຕາກັບທະນາຄານກ່ອນຈະ ໃຊ້ຈ່າຍ ເພື່ອຈັດຕັ້ງປະຕິບັດນິຕິກໍາ ຄຸ້ມຄອງເງິນຕາຕ່າງປະເທດຢ່າງ ທ່ານ ທອງຈັນ ພູມີພັນ ຮອງເລຂາ ຄະນະບໍລິຫານງານສູນກາງຊາວ ໜຸ່ມປະຊາຊົນ ປະຕິວັດລາວ, ທ່ານ ນາງ ແສງແກ້ວ ຫົວໜ້າວິທະຍຸໂທ ລະພາບສູນກາງຈີນ ປະຈໍາລາວ, ມີ ບັນດາຜູ້ສົນທະນາຈາກພາກສ່ວນທີ່ ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ທອງຈັນ ພູມີພັນ ໄດ້ກ່າວ ວ່າ: ການຈັດເວທີສົນທະນາພາຍ ໃຕ້ຫົວຂໍ້ “ການລົງເລິກປະຕິຮູບ ຂອງຈີນໃນຍຸກໃໝ່ກັບໂອກາດຂອງ ໂລກ” ເປັນການແລກປ່ຽນບົດຮຽນ ຂອງ ສປ ຈີນ ແລະ ສປປ ລາວ, ໂອກາດ ແລະ ສິ່ງທ້າທາຍໃນການ ພັດທະນາໃນ ສປປ ລາວ, ສຶກສາ ແລະ ຄົ້ນຄວ້າບັນດາເນື້ອໃນກອງ ປະຊຸມຄົບຄະນະຄັ້ງທີ 3 ຄະນະກຳ ມະການສູນກາງພັກກອມມູນິດຈີນ ສະໄໝ ທີ 20; ການນໍາໃຊ້ໂອກາດ ຜົນສໍາເລັດຂອງກາພົວພັນຮ່ວມ ມືຂອງສອງພັກ, ສອງລັດປະຊາ ຊົນສອງຊາດ ລາວ-ຈີນ, ຈີນ-ລາວ ເຊິ່ງນັບມື້ເຕີບໃຫຍ່ຂະຫຍາຍຕົວ, ບົດຮຽນການປະຕິຮູບຂອງ ສປ ຈີນ ແລະກາລະໂອກາດຂອງສປປລາວ ກໍຄື ຊາວໜຸ່ມລາວ ນໍາມາໝູນໃຊ້ ເຂົ້າໃນວຽກງານຕົວຈິງ ເຊິ່ງຫົວຂໍ້ ທີ່ນໍາມາສົນທະນາ ປະກອບມີ: ການ ຖືເອົາປະຊາຊົນເປັນໃຈກາງ,ການ ປະຕິຮູບຢ່າງຮອບດ້ານຕາມເສັ້ນ ທາງຖືກຕ້ອງ, ການພັດທະນາທີ່ມີ ຄຸນນະພາບສູງຂອງຈີນ ແລະ ປະ ຊາຄົມຮ່ວມຊະຕາກໍາຂອງມວນ ມະນຸດ. ບົນພື້ນຖານມູນເຊື້ອການພົວພັນ ຮ່ວມມືອັນດີລະຫວ່າງ ລາວ-ຈີນ, ການເປັນຄູ່ຮ່ວມມືຍຸດທະສາດຮອບ ດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາ ກໍາ ລາວ-ຈີນ, ຈີນ-ລາວ ກາຍເປັນ ຂີດໝາຍສຳຄັນໃນການພົວພັນລະ ຫວ່າງ ຄະນະຊາວໜຸ່ມ ສອງຊາດ ລາວ ແລະ ສປ ຈີນ, ທັງເປັນການ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ການເສີມຂະຫຍາຍສາຍພົວພັນມິດ ຕະພາບແບບຄູ່ຮ່ວມຍຸດທະສາດ ຮອບດ້ານໝັ້ນຄົງຍາວນານລະ ຫວ່າງສອງພັກ, ສອງລັດ, ປະຊາຊົນ ສອງຊາດ, ອົງການຈັດຕັ້ງຕ່າງໆ ໂດຍສະເພາະສອງອົງການຈັດຕັ້ງ ຊາວໜຸ່ມລາວ ແລະ ສປ ຈີນ. ຂ່າວ-ພາບ: ສົມຫວັງ ຂປລ.ໃນຕອນບ່າຍວັນທີ 25 ກໍລະກົດ2024 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍ ລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ພ້ອມການນຳຂັ້ນສູງ ເຂົ້າວາງພວງມາລາໄວ້ອາໄລສະ ຫາຍ ຫງວຽນ ຝູ໋ ຈ້ອງ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ ທີ່ນະ ຄອນຫລວງຮ່າໂນ້ຍ ສສ ຫວຽດ ນາມ. ຄະນະເດີນທາງມາເຖິງສະຖານ ທີ່ຈັດງານຊາປະນະກິດລະດັບຊາດ ໄດ້ຖືກຕ້ອນຮັບຈາກຄະນະຈັດຕັ້ງ ພິທີຊາປະນະກິດ ໂດຍມີທະຫານ ກອງກຽດຕິຍົດກອງທັບປະຊາຊົນ ຫວຽດນາມນຳໜ້າຂະບວນ ສະຫາຍ ທອງລຸນ ສີສຸລິດ ໄດ້ຈູດທູບສະແດງ ຄວາມເຄົາລົບ ແລ້ວເຂົ້າສູ່ພິທີໄວ້ ອາໄລຕໍ່ການຈາກໄປຢ່າງບໍ່ມີວັນ ກັບຄືນມາຂອງ ສະຫາຍຫງວຽນ ຝູ໋ ຈ້ອງ. ໃນໂອກາດອັນໂສກເສົ້າເສຍ ດາຍນີ້ ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຕາງໜ້າໃຫ້ແກ່ພັກລັດຖະ ບານ ສະພາແຫ່ງຊາດ ອົງການຈັດ ຕັ້ງ ແລະ ປະຊາຊົນລາວບັນດາເຜົ່າ ຂຽນປຶ້ມໄວ້ອາໄລ ເພື່ອສະແດງ ຄວາມໂສກເສົ້າເສຍດາຍອາໄລອາ ວອນຕໍ່ການຈາກໄປຂອງສະຫາຍ ຫງວຽນ ຝູ໋ ຈ້ອງ. ສະຫາຍ ຫງວຽນ ຝູ໋ ຈ້ອງ ເປັນ ຄົນທີ່ມີຄວາມຮູ້ເລິກເຊິ່ງດ້ານທິດ ສະດີ ແລະ ບົດຮຽນອັນໃຫຍ່ຫລວງ ທາງດ້ານພຶດຕິກຳໃນການພັດທະ ນາເສດຖະກິດ-ສັງຄົມຂອງຫວຽດ ນາມ ສະຫາຍ ໄດ້ສຶກສາຢ່າງເລິກ ເຊິ່ງລັດທິມາກ-ເລນິນ ເສັ້ນທາງ ກ້າວຂຶ້ນສັງຄົມນິຍົມ ແລະ ສໍາຄັນ ທີ່ສຸດ ສະຫາຍໄດ້ນໍາເອົາແນວຄິດ ໂຮ່ຈີ່ມິງມາຈັດຕັ້ງນໍາພາສ້າງສາປະ ເທດຊາດນັບມື້ນັບກ້າວຂຶ້ນຢ່າງບໍ່ ຢຸດຢັ້ງ. ການຈາກໄປຂອງສະຫາຍ ເປັນການສູນເສຍຜູ້ນໍາປະຕິວັດທີ່ ອົງອາດກ້າແກ່ນຂອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ. ຕະຫລອດຊີວິດແຫ່ງການເຄື່ອນ ໄຫວປະຕິວັດ ສະຫາຍ ໄດ້ອຸທິດຊີ ວິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນວຽກງານພາລະກິດປົດປ່ອຍ ຊາດ ພາລະກິດທ້ອນໂຮມປະເທດ ຊາດເປັນເອກະພາບ ແລະ ພາລະ ກິດປ່ຽນແປງໃໝ່ຂອງພັກກອມ ມູນິດຫວຽດນາມ ໂດຍສະເພາະ ແມ່ນວຽກງານປັບປຸງກໍ່ສ້າງພັກ ໃຫ້ເຂັ້ມແຂງປອດໃສກໍ່ຄືວຽກ ງານ ການປ້ອງກັນຕ້ານການສໍ້ລາດບັງ ຫລວງ ແລະ ຕ້ານປະກົດການຫຍໍ້ ທໍ້ຕ່າງໆ ອັນໄດ້ເຮັດໃຫ້ປະເທດ ຫວຽດນາມ ມີການພັດທະນາຢ່າງ ບໍ່ຢຸດຢັ້ງ ຖານະບົດບາດຂອງຫວຽດ ນາມກໍ່ໄດ້ຮັບການຍົກສູງຂຶ້ນຢ່າງ ຈະແຈ້ງໃນເວທີພາກພື້ນ ແລະ ສາ ກົນ. ພ້ອມນີ້ສະຫາຍ ຍັງໄດ້ປະກອບ ສ່ວນອັນໃຫຍ່ຫລວງລໍ້າຄ່າ ແລະ ສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງສອງ ພັກສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ; ຫວຽດ ນາມ-ລາວມາໂດຍຕະຫລອດ. ການ ຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ ເປັນການສູນເສຍເພື່ອນສະ ຫາຍທີ່ໃກ້ຊິດສະໜິດສະໝົມທີ່ສຸດ ຂອງພັກລັດແລະ ປະຊາຊົນລາວບັນ ດາເຜົ່າພວກເຮົາ. ຂ່າວ:ຄຕພ +ພາບ:ຕຸໄລເພັດ ພິມເມືອງ ຂໍສະແດງຄວາມອາໄລຮັກຢ່າງ ສຸດຊຶ້ງ ເຖິງ ສະຫາຍ ຫງວຽນ ຝູ໋ ຈ້ອງ ແລະ ຂໍໃຫ້ດວງວິນຍານຂອງ ເພິ່ນ ຈົ່ງໄປສູ່ສຸຄະຕິດ້ວຍເທີນ. ພາບ: ຂັນໄຊ ກອງປະຊຸມລັດຖະມົນຕີ... ຈັດພິທີເອົາທຸງລົງເຄິ່ງເສົາ... ກໍາປູເຈຍ-ລາວ-ຫວຽດນາມ ທີ່ຈະ ຈັດຂຶ້ນໃນເດືອນພະຈິກທີ່ຈະມາເຖິງ ນີ້ ໃຫ້ມີຜົນສຳເລັດຕາມແຜນການ ທີ່ວາງໄວ້. ສັງຄົມຕື່ນຕົວສົ່ງເສີມ... ເຂັ້ມງວດ. ໃນອະນາຄົດອັນໃກ້ນີ້, ທະນາຄານແຫ່ງ ສປປ ລາວ ຈະ ອອກຂໍ້ຕົກລົງ ແລະ ຄຳແນະນໍາລະ ອຽດໃນການຊໍາລະຄ່າສິນຄ້າ, ຄ່າ ບໍລິການ ແລະ ຊໍາລະໜີ້ສິນຢູ່ ສປປ ລາວ ວ່າຄວນປະຕິບັດແບບໃດຈຶ່ງ ສອດຄ່ອງເໝາະສົມເປັນອັນລະ ອຽດຕື່ມ. ຂ່າວ-ພາບ: ກິດຕາ ສົນທະນາແລກປ່ຽນ...

RkJQdWJsaXNoZXIy MTc3MTYxMQ==