5924

xtgmf]k; 6 25/07/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d o; 8A 'gxQ kfb 'f6 foa dmj v'mj P; .sh wfh 8 clo7q o .oxu oU ໂດຍ: ມາລິດາ ໂດຍ: ເກີດຂວັນໃຈ ມາລີຈັນສີ ພາເຂົ້າໃດ ຖ້າມີອາຫານປະ ເພດຈີ່ໜັງ, ເອາະຫລາມໃສ່ໜັງ, ອ່ອມຂີ້ເຫລັກໃສ່ໜັງ ແລະ ອື່ນໆ ຖື ວ່າແມ່ນສຸດຍອດພາເຂົ້າຂອງຄົນ ລາວ ຍິ່ງແມ່ນໜັງແປຮູບຍີ່ຫໍ້ສາວ ໄຕດຳ ຍິ່ງແຊບຊ້ອຍເຮັດໃຫ້ຜູ້ກິນ ໝົດເຂົ້າຫລາຍປັ້ນ. ໂດຍສະເພາະ ໃນຍາມເຊົ້າໆອາກາດຝົນຟ້າເປັນ ແບບນີ້ຍິ່ງເໝາະກັບການຈີ່ໜັງບ່າຍ ເຂົ້າໜຽວຮ້ອນໆຈ້ຳແຈ່ວບອງ, ແຈ່ວປາບ້ຳ ກໍ່ເພີ່ມຄວາມແຊບນົວ ໄປອີກ. ດັ່ງຄຳເວົ້າທີ່ໄທເຮົາເຈົ້າ ຂ້ອຍ ມັກເວົ້າຢອກກັນວ່າ: ພີ່ນ້ອງ ທາງເມຍ-ຜົວມາພໍ້ຈົນບໍ່ຢາກເອີ້ນ ກິນນຳພຸ້ນລະ. ມື້ນີ້ “ຄໍລຳສົ່ງເສີມທຸລະກິດ ໜັງສືພິມປະເທດລາວ”ຂໍພາທ່ານ ຜູ້ອ່ານໄປຮູ້ກັບ ຜະລິດຕະພັນໜັງ ສຳເລັດຮູບສາວ ໄຕດຳ ຂອງນາງ ມານີວອນ ປ້ອງຄໍາໄລ ຫລື ນາງ zt]y f8tra o|a 'cxI6 [lk;w8fe c-[-h vp8h v'wfh ]v' ຕຸກຕາ ວ່າມີຄວາມເປັນມາແນວໃດ ຈຶ່ງສາມາດເຮັດໃຫ້ການດຳເນີນ ທຸລະກິດດັ່ງກ່າວ ໄປໄດ້ດີ ແລະ ໄດ້ ຮັບຄວາມສົນໃຈຈາກສັງຄົມ ໂດຍ ສະເພາະແມ່ນຜູ້ມັກອາຫານພື້ນ ບ້ານແບບລາວໆເຮົາ ໂດຍ ນາງ ມານີວອນ ເລົ່າສູ່ຟັງວ່າ: ຈຸດເລີ່ມ ຕົ້ນທີ່ໄດ້ມາເຮັດຜະລິດຕະພັນໜັງ ແປຮູບແມ່ນເກີດຈາກຄວາມມັກ ກິນ, ມັກແຕ່ງກິນ ໂດຍສະເພາະ ແມ່ນປະເພດອາຫານພື້ນບ້ານທີ່ມີ ໜັງເປັນສ່ວນປະກອບເຫັນວ່າ ມີ ຄວາມແຊບຊ້ອຍ ຖືກສົບ ຖືກປາກ ຈຶ່ງເກີດມີຄວາມຄິດຢາກສ້າງຜະ ລິດຕະພັນແປຮູບໜັງ ເພື່ອສ້າງ ເສດຖະກິດຄອບຄົວ ເຊິ່ງເບື້ອງຕົ້ນ ການປະກອບທຸລະກິດດັ່ງກ່າວ ແມ່ນໄດ້ລອງຜິດລອງຖືກມາເປັນ ເວລາດົນຈຶ່ງມາໄດ້ສູດທີ່ເໝາະສົມ ໃນປັດຈຸບັນ ທີ່ໄດ້ຮັບຄວາມນິຍົມ ຈາກສັງຄົມ. ສຳລັບຕະຫລາດໃນການຂາຍ ແມ່ນໄດ້ຂາຍທາງອອນລາຍກໍຄື ເຟສບຸກ “ຮ້ານແຈÏ ບເນາະສາວໄຕ ດໍາ” ໃນແຕ່ລະເດືອນບໍ່ຕໍ່າກວ່າ 700-800 ກິໂລ. ນອກນີ້, ຍັງມີສິນ ຄ້າປະເພດແຈ່ວໝາກແຂ່ນໃສ່ໜັງ ແລະ ແຈ່ວບອງບໍ່ຫວານ, ໜັງເຜົາ ສໍາເລັດຮູບ ແລະ ນຳໄປປຸງແຕ່ງອາ ຫານປະເພດເອາະຫລາມ, ອ່ອມຂີ້ ເຫລັກ ຫລື ກິນກັບແຈ່ວ ກໍແຊບ ແຕ່ ຕ້ອງຈີ່ຄືນເພື່ອຄວາມອ່ອນ. ຂະນະ ທີ່ວັດຖຸດິບທີ່ນໍາມາແປຮູບ ແມ່ນໄດ້ ຄັດເອົາໜັງເກດດີ ເພື່ອແປຮູບເປັນ ຜະລິດຕະພັນໜັງຕ່າງໆ. ນອກຈາກ ຈໍາໜ່າຍທັງພາຍໃນແລ້ວ ຍັງໄດ້ ສົ່ງໄປຈຳໜ່າຍ ຢູ່ຕ່າງປະເທດຕາມ ຄວາມຕ້ອງການຂອງລູກຄ້າຕື່ມອີກ. ນາງ ມານີວັນ ຍັງໃຫ້ຮູ້ວ່າ: ສະ ເພາະຜະລິດຕະພັນໜັງຂອງຮ້ານ ເຮົາ ຈຸດເດັ່ນຫລັກໆກໍຄືມີຄວາມ ອ່ອນ, ບໍ່ແຂງ, ບໍ່ຫຍາບ, ລົດຊາດ ແຊບ ເວລາທອດເຮົາຈະໃສ່ສີໄຄ, ໃບຂີ້ຫູດຈຶ່ງເຮັດໃຫ້ຫລາຍຄົນທີ່ໄດ້ ກິນຕິດໃຈໃນລົດຊາດ ຕ້ອງມາເປັນ ລູກຄ້າຂາປະຈໍາ ເນື່ອງຈາກວ່າ ພວກເຮົາໄດ້ເອົາໃຈໃສ່ໃນຂັ້ນຕອນ ການຜະລິດໜັງ ນັບແຕ່ການຄັດ ເລືອກວັດຖຸດິບ ແລະ ຂັ້ນຕອນການ ຜະລິດຕ່າງໆ ຈຶ່ງໄດ້ສິນຄ້າທີ່ມີຄຸນ ນະພາບ. ພ້ອມນີ້, ຜະລິດຕະພັນ ໜັງແປຮູບຍັງປະກອບໄປ ດ້ວຍສະ ໝຸນໄພ ທີ່ມີຄຸນປະໂຫຍດຕໍ່ສຸຂະ ພາບ ແລະ ປາສະຈາກສານກັນບູດ. ເອົາເປັນວ່າຖ້າຫາກທ່ານໃດ ຢາກພິສູດຄວາມແຊບໜັງຊົງເຄື່ອງ ສູດສາວໄຕດຳ ກໍສາມາດຕິດຕໍ່ໄດ້ ທີ່ເບີ 020 5546 1966 ຫລື ເພສ ຮ້ານແຈÏ ບເນາະສາວໄຕດໍາ ນະຄອນຫລວງວຽງຈັນ ຕັ້ງ ເປົ້າຈະສູ້ຊົນດຶງດູດນັກທ່ອງທ່ຽວ ໃຫ້ໄດ້ຢ່າງໜ້ອຍ 8 ແສນຄົນ ເຂົ້າ ມາທ່ຽວພາຍໃນນະຄອນຫລວງ ວຽງຈັນ ສໍາລັບປີ 2024 ຂະນະທີ່ ພະແນກແຜນການແລະການລົງທຶນ ນະຄອນຫລວງວຽງຈັນ ລາຍງານ ຫລ້າສຸດວ່າພຽງ 5 ເດືອນ ຕົ້ນປີ 2024 ໄດ້ມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ ດ້ານທີ່ພັກໂຮງແຮມ ຢູ່ ນວ ເພີ່ມຂຶ້ນ ແລະ ບັນລຸຈຳນວນ 16 ແຫ່ງ. ທ່ານ ນາງ ວຽງພັນ ແກ້ວຄຸນສີ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະ ຄອນຫລວງວຽງຈັນ ໄດ້ລາຍງານ ໃນກອງປະຊຸມສະໄໝສາມັນ ເທື່ອ ທີ 7 ຂອງສະພາປະຊາຊົນ ນະຄອນ ຫລວງວຽງຈັນ(ນວ)ຜ່ານມາວ່າ: ສະຖິຕິສິ່ງຮອງຮັບດ້ານການທ່ອງ ທ່ຽວຂອງ ນວ ມີສະຖານທີ່ພັກ ແຮມ ຈຳນວນ 609 ແຫ່ງ, ຮ້ານອາ ຫານ ແລະ ພັດຕະຄານ 217 ແຫ່ງ, ສະຖານທີ່ທ່ອງທ່ຽວ 81 ແຫ່ງ, ບໍ ລິສັດທ່ອງທ່ຽວ 260 ແຫ່ງ, ສະ ຖານບັນເທີງ 37 ແຫ່ງ, ຮ້ານນວດ ແລະ ສະປາ 23 ແຫ່ງ. ນອກນີ້, ໃນ 5 ເດືອນ ຕົ້ນປີ 2024 ໄດ້ມີນັກລົງທຶນທັງພາຍໃນ ແລະຕ່າງປະເທດລົງທຶນເຂົ້າໃນທຸ ລະກິດການທ່ອງທ່ຽວ ຈຳນວນ 58 ຫົວໜ່ວຍ, ມີມູນຄ່າທັງໝົດ 1.111 ຕື້ກວ່ກີບ. (ທຸລະກິດດ້ານທີ່ພັກແຮມ 16 ຫົວໜ່ວຍ, ທຸລະກິດອາຫານເຄື່ອງດື່ມ 20 ຫົວໜ່ວຍ, ບໍລິສັດ ທ່ອງທ່ຽວ 16 ຫົວໜ່ວຍ, ສະ ຖານທີ່ທ່ອງທ່ຽວ 2 ຫົວໜ່ວຍ ແລະ ທຸລະກິດນວດ ແລະສະປາ 4 ຫົວ ໜ່ວຍ). ນະຄອນຫວງວຽງຈັນ ເປັນ ເມືອງ ເອກຂອງ ສປປ ລາວ ເຊິ່ງ ມີປະຊາກອນເກືອບ 1 ລ້ານຄົນ ອາ ໃສຢູ່. ນອກຈາກນັ້ນ, ຍັງມີແຫລ່ງ ທ່ອງທ່ຽວ ທີ່ມີຊື່ສຽງໂດ່ງດັງ ຢ່າງຫລວງຫລາຍເຊັ່ນ: ພະທາດ ຫລວງ, ວັດສີສະເກດ, ປະຕູໄຊ, ວັດ ສີເມືອງ, ວັດຊຽງຄວນ, ສູນການ ຄ້າສາກົນ ແລະ ອື່ນໆ ເຊິ່ງທັງໝົດ ນັ້ນກາຍເປັນຈຸດໝາຍຂາຍສໍາຄັນ ຂອງນະຄອນຫລວງ. ›າບປະ‹ອບ ›າບປະ‹ອບ

RkJQdWJsaXNoZXIy MTc3MTYxMQ==