5924

xtgmf]k; 3 25/07/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບÊ ດສະ§ໜີ ©ດຍ ຢ່າຕÊ່ ງ ຮິບໂຮມໂດຍ: ພະກາ 7e;j kG wdj gdj p{gdh pdj v,{ pj v,gpq k .orklk]k; ໂດຍ: ຄ້ອງໃໝ່ 7;k,\kpfh koxts;a flkf0v'la opkg-u co; xu 1954 8+ dko15 f8y lq '7k, 16j s;Pfok, gru j ,mt;u dkocdh w0[a osk dkog'y o{g'y o8k xt8y [a fco;mk' lv9 ໃນໂອກາດວັນເຊັນສັນຍາເຊີ ແນວ ໄດ້ໝູນວຽນມາຮອດອີກເທື່ອ ໜຶ່ງ21ກໍລະກົດປີ1954-21ກໍລະ ກົດ ປີ 2024 ນີ້, ທ່ານ ໂພສີແກ້ວ ມະນີວົງ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ໃຫ້ ສຳພາດຕໍ່ສໍານັກຂ່າວສານຫວຽດ ນາມ ແລະ ສຳນັກຂ່າວສານປະເທດ ລາວວ່າ: ວັນທີ21ກໍລະກົດ1954, ສັນຍາເຊີແນວໄດ້ລົງນາມພາຍຫລັງ ດຳເນີນການເຈລະຈາເປັນເວລາ 75 ວັນຢ່າງເຄັ່ງຕຶງ ແລະ ສັບສົນ. ຖືກຕາມການຕີລາຄາ ຂອງປະທານ ໂຮ່ຈີ່ມິງ “ກອງປະຊຸມ ເຊີແນວ ໄດ້ ສິ້ນສຸດ. ການທູດຂອງເຮົາຍາດໄດ້ ໄຊຊະນະອັນໃຫຍ່ຫລວງ”, ເປັນຄັ້ງ ທໍາອິດໃນປະຫວັດສາດຂອງຊາດ ຫວຽດນາມ, ບັນດາສິດໂດຍພື້ນ ຖານ ຂອງຊາດຫວຽດນາມ ແມ່ນ ເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນໄດ້ ຢັ້ງຢືນໃນສົນທິສັນຍາສາກົນ, ບັນ ດາປະເທດທີ່ເຂົ້າຮ່ວມກອງປະຊຸມ ເຊີແນວ ໄດ້ເຄົາລົບ ແລະ ຮັບຮອງ ເອົາ. ນີ້ກໍ່ແມ່ນໝາກຜົນຕໍ່ສູ້ຢ່າງພິ ລະອາດຫານຂອງປະຊາຊົນຫວຽດ ນາມ ພາຍໃຕ້ການນຳພາຂອງພັກ ໃນຕະຫລອດການຕໍ່ສູ້ຕ້ານລັດທິລ່າ ເມືອງຂຶ້ນຢ່າງຍືດເຍື້ອຍາວນານ ເຊິ່ງຈຸດສູງແມ່ນໄຊຊະນະດຽນ ບຽນຝູ “ດັງກ້ອງກັງວານໄປທົ່ວຫ້າ ທະວີບ, ສັ່ນສະເທື່ອນໄປທົ່ວໂລກ. ພ້ອມກັບໄຊຊະນະດຽນບຽນຝູ, ສັນຍາເຊີແນວ ໄດ້ລະດົມກຳລັງໃຈ ປະຊາຊົນບັນດາປະເທດທີ່ຖືກກົດຂີ່ ຂູດຮີດລຸກຮືຂຶ້ນຕໍ່ສູ້ປົດປ່ອຍຊາດ, ເປີດສາກໃຫ້ແກ່ໄລຍະຖືກລົ້ມລະ ລາຍຂອງລັດທິລ່າເມືອງຂຶ້ນໃນທົ່ວ ໂລກ. ນີ້ກໍ່ແມ່ນໝາກຜົນຂອງແນວ ທາງຖືກຕ້ອງ-ແນວທາງປະຕິວັດ, ແນວທາງຕໍ່ສູ້, ແນວທາງພົວພັນ ຕ່າງປະເທດພາຍໃຕ້ການນຳພາ ຢ່າງສະຫລາດສ່ອງໃສຂອງພັກ ກອມມູນິດຫວຽດນາມ ແລະ ປະ ທານ ໂຮ່ຈີ່ມິງ. ເປັນສົນທິສັນຍາກຳ ນົດໃຫ້ພວກລ່າເມືອງຂຶ້ນຕ້ອງຍອມ ຢຸດຕິສົງຄາມຢູ່ຫວຽດນາມ-ລາວກຳປູເຈຍ. ເຊັນສັນຍາເຊີແນວ ບໍ່ ພຽງແຕ່ແມ່ນຂີດໝາຍປະຫວັດ ສາດຂອງຊາດຫວຽດນາມເທົ່ານັ້ນ ຫາກຍັງມີຄວາມໝາຍຍຸກສະໄໝ. ຍ້ອນວ່ານີ້ແມ່ນໄຊຊະນະລວມຂອງ 3 ຊາດອິນດູຈີນ ແລະ ປະຊາຊົນ ທີ່ ຮັກຫອມສັນຕິພາບໃນໂລກ. ສັນ ຍານີ້ ກໍ່ແມ່ນໄຊຊະນະດຽນບຽນຝູ ທີ່ໄດ້ລະດົມກຳລັງໃຈໃຫ້ບັນດາ ຊາດທີ່ຖືກກົດຂີ່ຂູດຮີດລຸກຮືຂຶ້ນຕໍ່ ສູ້ປົດປ່ອຍຊາດ, ເປີດສາກໃຫ້ແກ່ ໄລຍະຖືກລົ້ມລະລາຍຂອງລັດທິລ່າ ເມືອງຂຶ້ນໃນທົ່ວໂລກ. ທ່ານຮອງລັດຖະມົນຕີ ຖວທ ກ່າວຕື່ມວ່າ: ເມື່ອຫວນຄືນຂະບວນ ການຕໍ່ສູ້ກູ້ຊາດຕ້ານການຮຸກຮານ ຂອງຈັກກະພັດລ່າເມືອງຂຶ້ນແບບ ເກົ່າ ທີ່ໄດ້ກຳເນີດຂຶ້ນກ່ອນປີ 1954 ນັ້ນ, ພວກເຂົາໄດ້ດໍາເນີນການເຄື່ອນ ໄຫວໂຈມຕີທຸກຮູບແບບ ເພື່ອຫວັງ ດັບມອດກໍາລັງການປະຕິວັດຂອງ 3 ປະເທດອິນດູຈີນ. ການຮ່ວມສໍາ ພັນສູ້ຮົບຂອງ 3 ປະເທດອິນດູຈີນ ເພື່ອຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ໄດ້ດຳເນີນໄປຢ່າງລະອິດລະອ້ຽວ ແລະຂ້ຽວຂາດ, ເຕັມໄປດ້ວຍຄວາມ ເສຍສະຫລະອັນສູງສົ່ງ ໃນທີ່ສຸດ ກໍ່ສາມາດຕີຊະນະໃນແຕ່ລະບັ້ນຮົບ ໂດຍສະເພາະແມ່ນໄຊຊະນະຂອງ ບັ້ນຮົບດຽນບຽນຝູ ຢູ່ພາກເໜືອ ຫວຽດນາມ ທີ່ເປັນບັ້ນຮົບສຳຄັນ ເຮັດໃຫ້ຈັກກະພັດລ່າເມືອງຂຶ້ນ ຕ້ອງ ຍອມຈຳນົນ, ຍອມປົດອາວຸດ, ຍອມ ເຂົ້າໂຕະເຈລະຈາ, ຍອມຖອນຕົວ ອອກຈາກແຫລມອິນດູຈີນ ຢູ່ກອງ ປະຊຸມເຊີແນວໃນປີ 1954. ໄຊຊະ ນະຂອງສົນທິສັນຍາເຊີແນວໄດ້ສ້າງ ກຳລັງແຮງໃຫ້ຂະບວນການປະ ຕິວັດ ຕໍ່ສູ້ກູ້ຊາດຂອງລາວ ກໍ່ຄືຂອງ ບັນດາປະເທດຕ່າງໆທີ່ຕົກຢູ່ພາຍໃຕ້ ການປົກຄອງຂອງພວກລ່າເມືອງ ຂຶ້ນແບບເກົ່າ ແລະ ປະເທດອື່ນໆ ໄດ້ ເຫັນເປັນບົດຮຽນ ແລະ ກຳລັງໃຈ ລຸກຮືຂຶ້ນຕໍ່ສູ້ຂັບໄລ່ພວກລ່າເມືອງ ຂຶ້ນອອກຈາກດິນແດນຂອງຕົນ. ພາຍຫລັງສິ້ນສຸດສົງຄາມຕ້ານ ພວກລ່າເມືອງຂຶ້ນແບບເກົ່າຢູ່ອິນດູ ຈີນ ໂດຍພວກຈັກກະພັດຍອມເຊັນ ສັນຍາເຊີແນວ ໄດ້ບໍ່ພໍເທົ່າໃດ, ຫວຽດ ນາມກໍ່ຄືລາວແລະກໍາປູເຈຍຊໍ້າພັດ ຈໍາເປັນຕ້ອງສືບຕໍ່ດໍາເນີນການຕໍ່ສູ້ ປະຕິວັດຕ້ານກັບ ພວກລ່າເມືອງຂຶ້ນ ແບບໃໝ່ ທີ່ມີກໍາລັງແຮງທາງດ້ານ ອາວຸດຍຸດໂທປະກອນທີ່ທັນສະໄໝ ກວ່າ. ພາລະກິດຕໍ່ສູ້ກູ້ຊາດໃນໄລຍະ ນີ້ ແມ່ນຂ້ຽວຂາດເຕັມໄປດ້ວຍນໍ້າ ໃຈເສຍສະຫລະອັນສູງສົ່ງ ຂອງ ກອງທັບ ແລະ ປະຊາຊົນຫວຽດ ນາມ ກໍ່ຄືລາວ ແລະ ກໍາປູເຈຍ. ພາຍ ໃຕ້ການນໍາພາຂອງພັກກອມມູນິດ ຫວຽດນາມ ອັນມີປະທານ ໂຮ່ຈີ່ມິງ ເປັນຄັນທຸງນໍາໜ້າ, ຢູ່ ລາວ ກໍ່ມີພັກ ປະຊາຊົນລາວ ເຊິ່ງແມ່ນ ປະທານ ໄກສອນ ພົມວິຫານ ເປັນແກນນໍາ ພ້ອມບັນດາຜູ້ນໍາແນວລາວ ອິດສະ ຫລະ ແລະ ຢູ່ກໍາປູເຈຍ ກໍ່ມີພັກປະ ຊາຊົນ ກໍາປູເຈຍ ນໍາພາພາລະກິດ ຕໍ່ສູ້ກູ້ຊາດ ໂດຍມີສັດຕູໂຕດຽວກັນ. ດ້ວຍບົດຮຽນການຕໍ່ສູ້ທາງດ້ານ ທະຫານ, ການເມືອງ, ການຕ່າງ ປະເທດ ທີ່ເປັນບົດຮຽນ ແລະ ປະ ສົບຜົນສໍາເລັດ ສືບທອດມູນເຊື້ອ ໄຊຊະນະດຽນບຽນຝູ ແລະ ໄຊຊະ ນະສົນທິສັນຍາເຊີແນວມາແລ້ວ ນັ້ນ ເຮັດໃຫ້ຂະບວນການຕໍ່ສູ້ຕ້ານ ພວກລ່າເມືອງຂຶ້ນແບບໃໝ່ ມີໄຊ ຊະນະເປັນກ້າວໆມາ ຈົນສາມາດ ປົດປ່ອຍປະເທດຊາດ ທ້ອນ ໂຮມ ປະເທດຫວຽດນາມ ເປັນອັນໜຶ່ງ ອັນດຽວ. ຂະນະທີ່ລາວ ແລະ ກໍາ ປູເຈຍ ກໍ່ສາມາດປົດປ່ອຍປະເທດ ຊາດ ໄດ້ຢ່າງສົມບູນ ໃນປີ 1975 ປີດຽວກັນ. ແນວໃດກໍດີ ນອກຈາກທີ່ກ່າວ ມານັ້ນແລ້ວ, ຍັງມີຫລາຍອັນທີ່ໜ້າ ສົນໃຈທີ່ທ່ານຮອງລັດຖະມົນຕີ ຖວທ ໃຫ້ສຳພາດ ເຊິ່ງສະບັບນີ້ ຂໍສະເໜີພຽງເທົ່ານີ້ ແລະ ສະບັບໜ້າ ຈະມາສະເໜີໃຫ້ທ່ານຜູ້ອ່ານຕື່ມ. ຄໍາວ່າ: ໄກ່ເກ່ຍ ແລະ ເກ້ຍກ່ອມ ເປັນຄໍາທີ່ລາວຮັບມາຈາກພາສາອື່ນ ມາໃຊ້ປະມານສີ່ທົດສະວັດຜ່ານມາ. ຄໍາວ່າ “ເກ້ຍກ່ອມ” ໃນພາສາລາວມີ ຄວາມໝາຍແຈ້ງພຽງຄໍາວ່າ: ກ່ອມ ເຊິ່ງເປັນຄໍາເດີມ;ສ່ວນຄໍາວ່າ ເກ້ຍແລະ ໄກ່ ເປັນສ່ວນຂະຫຍາຍຄໍາກິລິຍາ. ໃນນີ້ ເຖິງວ່າ “ໄກ່” ມີຄວາມໝາຍສະ ເພາະທີ່ໝາຍ ເຖິງໂຕໄກ່ ແຕ່ໃນກໍລະນີ ນີ້ ຄໍາວ່າ ໄກ່ແມ່ນບໍ່ມີຄວາມໝາຍ, ພຽງແຕ່ເປັນຄໍາຊ່ວຍກິລິຍາ ເຮັດໜ້າ ທີ່ຂະຫຍາຍ ເຊິ່ງວາງໄວ້ດ້ານໜ້າ ຂອງຄໍາ ເມື່ອປະກອບຄໍາວ່າ: ກ່ອມ ເປັນເກ້ຍກ່ອມ ແລະ ປະກອບຄໍາວ່າ ໄກ່ ເປັນໄກ່ເກ່ຍ ແຕ່ລະຄໍາມີຄວາມໝາຍ ແລະ ໃຊ້ໃນກໍລະນີຕ່າງໆ ຄື: ໄກ່ເກ່ຍ ໝາຍເຖິງ ເຮັດໃຫ້ລະຫວ່າງບຸກຄົນ ຫລື ແຕ່ລະຝ່າຍສາມາດຕົກລົງກັນໄດ້ ຫລື ໃຫ້ເກີດຄວາມປອງດອງກັນ ໃນ ເລື່ອງທີ່ມີການຂັດແຍ້ງ. ຄໍານີ້ ໃຊ້ໃນ ກໍລະນີເຮັດໃຫ້ສອງຝ່າຍມີຄວາມ ຂັດແຍ້ງກັນ ມັກໄດ້ແກ່ ການຍາດຊີງ ຜົນປະໂຫຍດ ຈົນບຸກຄົນທີສາມໄດ້ເຂົ້າ ໄປເວົ້າວ່າໃຊ້ວິທີເພື່ອໃຫ້ຝ່າຍທີ່ຂັດ ແຍ້ງກັນສາມາດຕົກລົງກັນໄດ້ຫລື ເກີດ ຄວາມຖືກຕ້ອງກັນ. ຕົວຢ່າງ: ອໍານາດ ການປົກຄອງບ້ານ...ໄດ້ໄກ່ເກ່ຍໃຫ້ ສອງຜົວເມຍທີ່ມັກຜິດຖຽງກັນໃຫ້ ການສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ ດ້ວຍກໍາລັງແຮງບົ່ມຊ້ອນພາຍ ໃນ ເພື່ອເປັນພື້ນຖານການສ້າງເສດຖະ ກິດ ແມ່ນຄວາມຈໍາເປັນອັນພາວະວິໄສ ກ້າວຕາມທິດພັດທະນາຍືນຍົງ. ທ່າມ ກາງສະພາບພາກພື້ນ ແລະ ສາກົນຜັນ ແປໄປຢ່າງສັບສົນຄາດເດົາຍາກ, ການ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຮອບດ້ານ ຈະເປັນການສ້າງພູມຕ້ານ ທານທີ່ແຂງແຮງໃຫ້ແກ່ພວກເຮົາເປັນ ຢ່າງດີ. ແນວຄິດຊີ້ນໍາສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ ຫລື ສອຈ ແມ່ນຖືກຕ້ອງທີ່ສຸດ, ຜົນສໍາເລັດຈະ ຫລາຍ-ໜ້ອຍ, ໄວ-ຊ້າ ແມ່ນຂຶ້ນກັບຄົນ ລາວພວກເຮົາທຸກຄົນວ່າຈະພ້ອມກັນ ຄືແນວໃດ. ເຖິງຢ່າງໃດກໍ່ເຊື່ອໝັ້ນວ່າ ດ້ວຍບົດຮຽນຜ່ານມາ ທັງບັນດາຜົນ ສໍ າເລັດອັນທີ່ເປັນພື້ນຖານແລ້ວນັ້ນ ແລະ ບັນດາສິ່ງທີ່ຖອດຖອນໄດ້ ເພື່ອແກ້ໄຂ ປັບປຸງ, ພວກເຮົາຈະພ້ອມກັນມີຜົນສໍາ ເລັດອັນສໍາຄັນບັນລຸເປົ້າໝາຍເປັນ ກ້າວໆຢ່າງແນ່ນອນ, ສໍາຄັນພວກເຮົາ ມີຄວາມມຸ່ງໝັ້ນຕັ້ງໃຈ, ສາມັກຄີພາຍ ໃນເຂັ້ມແຂງ, ອອກແຮງພັດທະນາຢ່າງ ບໍ່ຢຸດຢັ້ງ. ເວົ້າສະເພາະບັນຫາການຖື ຄອງເງິນກີບ, ຄຸ້ມຄອງການຖືຄອງ ແລະ ໃຊ້ຈ່າຍທີ່ຂາດການຄຸ້ມຄອງເງິນ ຕາຕ່າງປະເທດ ຕ້ອງໄດ້ຮັບການແກ້ ໄຂຢ່າງເຄັ່ງຄັດ. ທິດຊີ້ນໍາ ສອຈ ກໍານົດຈະແຈ້ງ: ການສ້າງເສດຖະກິດ ເອກະລາດ ເປັນ ເຈົ້າຕົນເອງ ເລີ່ມຈາກຕໍ່າຫາສູງ, ຈາກ ນ້ອຍຫາໃຫຍ່ ແຕ່ຕ້ອງບົນພື້ນຖານ ການບຸກບືນສູ້ຊົນສູງສຸດ ແລະ ຕ້ອງໃຊ້ ເວລາອັນເໝາະສົມ ດ້ວຍຈິດໃຈເຄັ່ງ ຮ້ອນ, ບໍ່ອະນຸຍາດໃຫ້ແກ່ຍາວ ໂດຍບໍ່ມີ ບາດກ້າວເດີນທີ່ຈະແຈ້ງ ແລະ ປ່ອຍປະ ຕາມເປັນຕາມເກີດໄດ້ອີກ. ດັ່ງນັ້ນກ່ອນ ອື່ນໝົດຕ້ອງບຸກທະລຸດ້ານຈິນຕະນາ ການ, ສ້າງຄວາມຮັບຮູ້ເຂົ້າໃຈ ຂອງ ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບ ອາວຸດ ແລະ ທົ່ວປວງຊົນ ຕໍ່ການສ້າງ ຄວາມເປັນເຈົ້າດ້ານຄວາມຮັບຮູ້ ເພື່ອ ຂຸດຄົ້ນນໍາໃຊ້ໃນສິ່ງທີ່ມີຢູ່ ຂອງປະເທດ ຊາດແລະສັງຄົມລາວ, ໃນສິ່ງທີ່ເຮົາສາ ມາດເຮັດໄດ້, ຮູ້ອີງໃສ່ທ່າແຮງບົ່ມຊ້ອນ ຂອງປະເທດ, ຮູ້ວາງແຜນ ໃນການຂຸດ ຄົ້ນ, ຄຸ້ມຄອງ, ນໍາໃຊ້ຊັບພະຍາກອນ ຂອງຊາດ ໃຫ້ອອກມາເປັນທຶນຮອນ ຢ່າງມີປະສິດທິຜົນ, ສ້າງໃຫ້ຄົນລາວ ເປັນເຈົ້າຫລາຍຂຶ້ນ ໃນການຮູ້ຫາເງິນ ຢ່າງເປັນລະບົບ, ຮູ້ສະສົມ ແລະ ນໍາໃຊ້ ທຶນ ຢ່າງປະຢັດ, ຮູ້ຕໍ່ຍອດ ແລະ ສ້າງ ມູນຄ່າເພີ່ມຂຶ້ນໃໝ່ຢ່າງບໍ່ຢຸດຢັ້ງ. ອີກ ດ້ານໜຶ່ງຕ້ອງໃຫ້ຄົນລາວຮູ້ຊອກຄົ້ນ ຫາລາຍຮັບ ແລະ ຮູ້ສະສົມ, ປະຢັດທັງ ຮູ້ໃຊ້ຈ່າຍຢ່າງຄຸ້ມຄ່າ ແລະ ເກີດດອກ ອອກຜົນ, ຮູ້ຈັກຂຸດຄົ້ນ-ປົກປ້ອງ ຕະ ຫລາດພາຍໃນ ແລະ ກ້າເຂົ້າເຖິງ-ຍາດ ແຍ່ງສ່ວນແບ່ງຈາກຕະຫລາດສາກົນ, ຮູ້ຈັກເຂົ້າເຖິງເຕັກໂນໂລຊີໃໝ່ ທີ່ທັນ ສະໄໝ ຂອງຍຸກສະໄໝ ແລະ ນໍາໃຊ້ສິ່ງ ທີ່ໂລກມີແຕ່ເຮົາຍັງຂາດໃຫ້ໄດ້ຢ່າງ ສົມສ່ວນ ແລະ ມີການເລືອກເຟັ້ນ..., ເດັດດ່ຽວຫັນເອົາເສດຖະກິດ ຂອງປະ ເທດເຮົາອອກສູ່ໂລກ, ນໍາໃຊ້ຊັບພະຍາ ກອນທີ່ມີຢູ່ໃຫ້ກຸ້ມຄ່າ,ທັງພັດທະນາ,ທັງ ຊອກເອົາຄວາມຮູ້ ແລະ ໂອກາດໃໝ່ໆ ຂອງໂລກມານໍາໃຊ້, ຍາດແຍ່ງທຶນຮອນ, ເຕັກໂນໂລຊີ ຈາກພາຍນອກກະທົບໃສ່ ໃຫ້ອອກ ເປັນຜະລິດຕະພັນ, ສ້າງຍີ່ຫໍ້ ສິນຄ້າທີ່ມີຄຸນນະພາບອອກສູ່ຕະຫລາດ ໂລກໃຫ້ຫລາຍຂຶ້ນ ແລະ ເປັນເຈົ້າການ ຄິດໄລ່-ໄຕ່ຕອງ ການນໍາເອົາຜະລິດຕະ ພັນຈາກພາຍນອກມາຊົມໃຊ້ຢ່າງມີຈຸດ ສຸມ ແລະ ມີການເລືອກເຟັ້ນ. ເປົ້າໝາຍທີ່ຕ້ອງບັນລຸ ຂອງການ ສ້າງເສດຖະກິດ ເອກະລາດ ເປັນເຈົ້າ ຕົນເອງ ແມ່ນເຮັດໃຫ້ຄົນລາວ, ສັງຄົມ ລາວ ຍົກລະດັບວິຖີຊີວິດ ແລະ ວິທີການ ທໍາມາຫາກິນແບບໃໝ່, ສາມາດເສີມ ຂະຫຍາຍຫົວຄິດ ປະດິດສ້າງ, ຄວາມດຸ ໝັ່ນຂະຫຍັນພຽນ, ເປັນຜູ້ປະກອບການ ທີ່ເຂັ້ມແຂງ, ເປັນເຈົ້າຕົນເອງ; ຍົກສູງ ສະມັດຕະພາບການຜະລິດ, ຮູ້ສ້າງ ສາພັດທະນາດ້ວຍສະຕິປັນຍາ, ດ້ວຍ ຄວາມສາມາດທີ່ຢືນຢູ່ ແລະ ເດີນໜ້າ ດ້ວຍລໍາຂາຂອງຕົນເອງ ຢ່າງເປັນເຈົ້າ ການແລະ ສາມາດແຂ່ງຂັນໄດ້; ມີຄ່ານິ ຍົມສິນຄ້າລາວໃຫ້ຫລາຍຂຶ້ນ; ຮູ້ນໍາໃຊ້ ຊັບພະຍາກອນທີ່ພວກເຮົາມີໃຫ້ເປັນ ທຶນຮອນ, ແຕ່ຊັບພະຍາກອນຂອງຊາດ ຕ້ອງໄດ້ຮັບການປົກປັກຮັກສາ ແລະ ສາມາດນໍາໃຊ້ໄດ້ຢ່າງຍືນຍົງ ແລະ ຍາວນານ, ເຮັດໃຫ້ປະຊາຊົນລາວ ໄດ້ ຮັບຜົນປະໂຫຍດຈາກການພັດທະນາ ຢ່າງຍຸຕິທໍາ, ສ້າງຄວາມຮັ່ງມີທົ່ວເຖິງ ແລະ ມີຄວາມຍືນຍົງໄປຕາມໆກັນ. ຢ່າງໃດກໍ່ດີ, ໃນທ່າມກາງສະພາບ ທີ່ພວກເຮົາພວມສຸມໃສ່ປະຕິບັດບັນດາ ທິດຊີ້ນໍາ ສອຈ ຢ່າງເອົາການເອົາງານ ໃນທຸກລົງເຂດວຽກງານ ແລະ ທົ່ວສັງ ຄົມ, ບົນໂລກອອນລາຍ ກໍ່ມີພວກຄົນ ບໍ່ຫວັງດີຕໍ່ປະເທດເຮົາ ກໍ່ພະຍາຍາມ ໂຄສະນາຊວນເຊື່ອຕ່າງໆນາໆທັບ ຖົມລະບົບອັນຖືກຕ້ອງຂອງພວກເຮົາ ດ້ວຍການບິດເບືອນຄວາມຈິງໃນບັນ ດາດ້ານທີ່ພວກເຮົາພວມດໍາເນີນຢ່າງ ມີໝາກຜົນ, ເຢາະເຢີ້ຍສຽດສີຢ່າງຫລັບ ຫູຫລັບຕາ ເພື່ອຫວັງສະກັດກັ້ນພວກ ເຮົາ, ຫວັງແຍກຄວາມສາມັກຄີພາຍ ໃນ, ດູໝິ່ນກຽດ, ຄວາມສາມາດຂອງ ຄົນລາວ ແລະ ອື່ນໆ ເຊິ່ງຄົນລາວຈໍາ ນວນຫລາຍຮູ້ດີວ່ານັ້ນແມ່ນບຸກຄົນບໍ່ ຫວັງດີຕໍ່ຊາດ, ເປັນໄມ້ມືຂອງສັດຕູທໍາ ລາຍຊາດ...ບັນຫາໜຶ່ງທີ່ຖືກຕັ້ງຂຶ້ນ ກໍ່ ແມ່ນການແກ້ໄຂບັນຫາການຖືຄອງ ເງິນກີບ, ຄຸ້ມຄອງການຖືຄອງ ແລະ ໃຊ້ ຈ່າຍ-ການຄຸ້ມຄອງເງິນຕາຕ່າງປະ ເທດ ເຊິ່ງເປັນຄວາມທ້າທາຍບ່ໍໜ້ອຍ, ເນື່ອງຈາກວ່າຜ່ານມາວຽກງານນີ້ກໍ່ມີ ຂໍ້ຂາດຕົກບົກພ່ອງບໍ່ໜ້ອຍແກ່ຍາວມາ ໂດຍສະເພາະແມ່ນການໃຊ້ຈ່າຍເງິນ ຕາຕ່າງປະເທດສະຊາຍ, ທັງທີ່ພວກ ເຮົາມີລະບຽບກົດມາຍຄຸ້ມຄອງຄັກແນ່ ແລ້ວ. ແນວໃດກໍ່ດີ ໃນບັນດາບັນຫາທີ່ ຖືກຕັ້ງຂຶ້ນວ່າພວກເຮົາຈະແກ້ໄຂໄດ້ ຕໍ່ປະເດັນດັ່ງກ່າວ ກໍ່ມີຫລາຍໍຄາ ເຫັນ ຂອງຄົນລາວຜູ້ຮັກຊາດ ຜ່ານການ ອອກຄໍາເຫັນໃນໂລກອອນລາຍ ສ່ວນ ຫລາຍກໍ່ແມ່ນສະໜັບສະໜູນພາກລັດ ໃນການແກ້ໄຂບັນຫາການຖືຄອງເງິນ ຕາ ແລະ ຖືເອົາການໃຊ້ຈ່າຍເປັນເງິນ ກີບຕາມລະບຽບກົດໝາຍ ເຊິ່ງເຫດຜົນ ອັນຫລາກຫລາຍກໍ່ແມ່ນເພື່ອປະຕິບັດ ແນວຄິດຊີ້ນໍາ ສອຈ ທີ່ຖືກຕ້ອງນັ້ນໃຫ້ ເປັນຈິງ ແລະ ຍືນຍົງໃນຖານະຊາດໜຶ່ງ ທີ່ມີເອກະລາດ ອະທິປະໄຕ ແລະ ຜືນ ແຜ່ນດິນອັນຄົບຖ້ວນ. ມະຕິ 04/ກມສພ ວ່າດ້ວຍ ສອຈ ກໍານົດແຈ້ງ: “ເພີ່ມທະວີການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ, ສ້າງຄວາມເຂັ້ມແຂງ ໃຫ້ແກ່ ການຜະລິດ, ການບໍລິການ, ລະບົບ ການເງິນ-ເງິນຕາ ແລະ ການຄຸ້ມຄອງ ບໍລິຫານລັດ ເພື່ອເປັນພື້ນຖານໃຫ້ແກ່ ການສ້າງເສດຖະກິດ ເອກະລາດ ເປັນ ເຈົ້າຕົນເອງ ຢ່າງມີບາດກ້າວເດີນ ທີ່ ໜັກແໜ້ນ”. ໃນນັ້ນເນັ້ນປັບປຸງ ກົນໄກ ການເຄື່ອນໄຫວຂອງທະນາຄານ ເພື່ອ ສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມ ຄອງເງິນຕາ, ວຽກງານສິນເຊື່ອ ເພື່ອ ຊຸກຍູ້ການຜະລິດ ແລະ ການບໍລິການ, ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ກຸ່ມຜະລິດ ແລະ ສະຫະກອນ, ສຸມໃສ່ສ້າງໃຫ້ໄດ້ຄວາມ ເປັນເຈົ້າດ້ານວຽກງານເງິນຕາແຫ່ງ ຊາດ ເຊິ່ງເປັນອົງປະກອບພື້ນຖານ ສໍາຄັນ ຂອງຄວາມເປັນເຈົ້າທີ່ແທ້ຈິງ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຄື: ຍົກສູງການຖືຄອງ ເງິນກີບ, ຄຸ້ມຄອງການຖືຄອງ ແລະ ໃຊ້ ຈ່າຍທີ່ຂາດການຄຸ້ມຄອງເງິນຕາຕ່າງ ປະເທດໃຫ້ເຄັ່ງຄັດ, ຮັດກຸມເຂົ້າຕື່ມ, ກະ ຈາຍຄວາມສ່ຽງດ້ານການນໍາໃຊ້ເງິນ ຕາຕ່າງປະເທດ ເພື່ອບໍ່ໃຫ້ສະກຸນເງິນ ໃດໜຶ່ງຜູກມັດ, ຜູກຂາດ; ເຮັດໃຫ້ລະ ບົບການເງິນ-ເງິນຕາຂອງປະເທດເຮົາ ກາຍເປັນການເງິນເອກະລາດ ເປັນເຈົ້າ ຕົນເອງ, ເຮັດໃຫ້ລະບົບທະນາຄານ ເປັນແຫລ່ງ ສໍາຄັນໃນການສະສົມທຶນ ໂດຍສ້າງຄວາມເຕີບໃຫຍ່ຂອງຄັງ ສໍາ ຮອງເງິນຕາຕ່າງປະເທດ ເພື່ອຄໍ້າຈູນ ລະບົບເສດຖະກິດ-ການເງິນ ຂອງປະ ເທດເຮົາ”. ອີງຕາມກົດໝາຍວ່າດ້ວຍການຄຸ້ມ ຄອງເງິນຕາຕ່າງປະເທດໄດ້ກໍານົດມີ ແຕ່ເງິນກີບເທົ່ານັ້ນ ທີ່ເປັນສື່ກາງໃນ ການຊໍາລະທີ່ຖືກຕ້ອງຕາມກົດໝາຍ (LeHal Tender) ໃນດິນແດນ ສປປ ລາວ ຄືກັບປະເທດອື່ນໃນໂລກ. ຜູ້ໃດມີ ເງິນຕາຕ່າງປະເທດ ບໍ່ວ່າສະກຸນໃດຈະ ເປັນຄົນລາວ ຫລື ຕ່າງປະເທດ ຕ້ອງ ແລກປ່ຽນເອົາເງິນກີບນໍາທະນາຄານ ກ່ອນຈະໃຊ້ຈ່າຍ ແລະ ສາມາດຄອບ ຄອງ ເງິນຕາຕ່າງປະເທດ, ມີບັນຊີເງິນ ຝາກເປັນເງິນຕາຕ່າງປະເທດ ແລະ ດໍາ ເນີນທຸລະກໍາການເງິນໄດ້ປົກກະຕິຕາມ ເປົ້າໝາຍທີ່ກໍານົດໃນລະບຽບການ ກ່ຽວຂ້ອງ. ຖືກຕ້ອງກັນ. ເກ້ຍກ່ອມໝາຍເຖິງໃຊ້ຄໍາເວົ້າເພື່ອ ຊັກຈູງບຸກຄົນໃດໜຶ່ງປ່ຽນໃຈ ຫລື ຕົກ ລົງໃຈຕໍ່ສິ່ງໃດໜຶ່ງ ເຊິ່ງເຄີຍຂັດ ຫລື ຕ້ານຢັນຫລືບໍ່ທັນໄດ້ຄິດຫຍັງມາກ່ອນ. ຄໍານີ້ ໃຊ້ກັບສອງກໍລະນີ ຄື: ກໍລະນີທີ່ ໜຶ່ງໝາຍເຖິງການຂັດແຍ້ງ ລະຫວ່າງ ບຸກຄົນຫລືລະຫວ່າງຝ່າຍທີ່ຕົກລົງດ້ານ ຜົນປະໂຫຍດນໍາກັນບໍໄດ້ ຫລື ການຂັດ ແຍ້ງທີ່ບຸກຄົນໃດໜຶ່ງຮຽກເອົາຄ່າທີ່ ຕ້ອງໄຊ້ແທນຈາກໃຜຜູ້ໜຶ່ງຫລາຍເກີນ ໄປຈົນຝ່າຍໜຶ່ງຮັບບໍ່ໄດ້ແລ້ວມີບຸກຄົນ ທີ່ສາມໄດ້ເຂົ້າໄປໃຊ້ຄໍາເວົ້າຊັກຊວນ ໃຫ້ລະຫວ່າງບຸກຄົນ, ລະຫວ່າງ ຝ່າຍ ຕົກລົງກັນ. ກໍລະນີນີ້ ປະກອບມີສາມ ຝ່າຍ ຄືສອງຝ່າຍຄູ່ຂັດແຍ້ງ ແລະ ຝ່າຍ ເຮັດການເກ້ຍກ່ອມ. ກໍລະນີທີ່ສອງໝາຍ ເຖິງ ຜູ້ໜຶ່ງມີຄວາມຕ້ອງການສິ່ງໃດ ໜຶ່ງ ເຊິ່ງສິ່ງນັ້ນແມ່ນກ່ຽວຂ້ອງ ຫລື ຢູ່ ກັບບຸກຄົນໃດໜຶ່ງອີກ, ຜູ້ທີ່ຕ້ອງການ ໄດ້ພະຍາຍາມເຂົ້າ ເຖິງບຸກຄົນນັ້ນແລ້ວ ໃຊ້ຄໍາເວົ້າຊັກຊວນອວນໃຈໃຫ້ຜູ້ນັ້ນ ຕົກລົງ, ຍິນຍອມຕົກລົງໃຫ້. ກໍລະນີມີ ພຽງສອງຝ່າຍຄື ຜູ້ເກ້ຍກ່ອມ ແລະ ຜູ້ ຖືກເກ້ຍກ່ອມ. ຕົວຢ່າງ: ລຸງສີໄດ້ ເກ້ຍ ກ່ອມກັບນາງສອນເພື່ອໃຫ້ຕົກລົງຂາຍ ດິນນາຕອນນັ້ນໃຫ້ຕົນ...ກໍລະນີນີ້ ມັກ ໃຊ້ໃນກະໂຕບຸກຄົນເປັນສໍາຄັນ, ແຕ່ກໍ່ ໃຊ້ໃນກໍລະນີທີ່ເປັນວຽກງານຂອງສັງ ຄົມໄດ້. ຍ່ອມເຍົາ ເປັນຄໍາຄຸນນາມ ໝາຍ ເຖິງ ບໍ່ໂພດ, ບໍ່ເກີນ ຫລື ອ່າວບໍ່ແພງ, ອ່າວຖືກເບົາບາງ.ຄໍານີ້ມັກໃຊ້ກັບການ ຄ້າຂາຍ, ໃຊ້ກັບລາຄາວ່າ:ລາຄາຍ່ອມ ເຍົາ. ຄໍານີ້ ໄດ້ປາກົດໃຊ້ໃນພາສາລາວ ຊົ່ວໄລຍະກ່ອນປີ 2000 ເປັນຕົ້ນມາ, ມີການໃຊ້ຢ່າງກວ້າງຂວາງໃນການ ໂຄສະນາສິນຄ້າ ເຊິ່ງພາສາໄທໃຊ້ຄໍາ ນີ້ມາດົນແລ້ວ. ຄໍາວ່າ “ຍ່ອມ” ໃນພາສາລາວ ມີ ຄວາມໝາຍວ່າ ບ່ອນເລັກໆນ້ອຍໆ, ເປັນວົງເລັກວົງນ້ອຍຫລາຍວົງຫລື ເລັກໆໜ້ອຍໆ, ມັກໃຊ້ເອີ້ນໃຫ້ຝົນທີ່ຕົກ ບ່ອນລະເລັກລະໜ້ອຍໃນຊົ່ວເວລາ ດຽວກັນ ວ່າ ຝົນຕົກເປັນຍ່ອມໆ; ໃຊ້ ເອີ້ນໃຫ້ຫຍ້າ, ຜົມ ຫລື ສິ່ງທີ່ເປັນເສັ້ນໆ ປົ່ງອອກເປັນບ່ອນໆລະເລັກລະໜ້ອຍ ເຊັ່ນ ຫຍ້າປົ່ງເປັນຍ່ອມໆ, ຜົມປົ່ງເປັນ ຍ່ອມໆ... ຄໍາວ່າ ເຍົາ ຄົງເປັນຄໍາທີ່ຮັບມາ ຈາກພາສາຈີນເດີມແປວ່າອ່ອນ,ນ້ອຍ. ຄໍາທັງສອງເຄີຍໃຊ້ປະກອບກັນວ່າຍ່ອມ ເຍົາ ໝາຍເຖິງ ເບົາບາງ, ບໍ່ໜັກໜາ. ຂໍ້ມູນອ້າງອີງຈາກ ວັດຈະນານຸກົມ ຄໍາພ້ອງໃຄວາມໝາຍ ແລະ ສໍານວນ ລາວ ຈັດພິມໂດຍ ສະຖານບັ້ນຄົ້ນຄວ້າ ວິະຍາສາດສັງຄົມແຫ່ງຊາດ, ຈັດທໍາ ໂດຍ ທ່ານ ສົມແສງ ໄຊຍະວົງ. ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ.

RkJQdWJsaXNoZXIy MTc3MTYxMQ==