vk-Po mq [m;o7n o7;k,7n [|h k dko9a f8A 'xt8y [a fs]kp[a oskle7a o ]a f4t[kowm ,v[g'olt|a [lt|6 o ltstdvodkg2;a o.\j c0;'sq ;ra o y Iv'xtmkoxtgmf 8h voIa [ m6 fc[o-y d g0Q k1h P,ve]k vtfu fg]0kmy dko.spj xtmkoxtgmf -5 dp6 h dkoxt8y [a f|h kmu j dkog,n v' 16 j c0;';P'9a o Iv'xtmkoxtgmf 8h voIa [m6 fs;Pfok, g0Q k1h P,ve]k ltskp s';Po /J 6 9h v' xtdv[lj ;o 1j k'.spj s];'8+ lkprq ;ra ory glf ]k;{s;Pfok, IP[IP'goN v.odq f\kp -a [rtpkdvomu j gxa o1k sk]n dkodeoq f7j kcI''ko0A o8j el5 f le]a [ z6 h gIa f;Pd.osq ;|j ;pm5 ]tdy f{dkozt]y f{dko[= ]y dko 7totz6 h cmoIq 'dq ' 9t,k1h P,1k, lxx ]k; grn j vIj ;,,n fh koglf4tdy f [+ cdh ; g]a j 'ra fmtokdkomj v'mj P; .sh dkpgxa o0tc|'glf4tdy f.\j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 25.07.2024 ປີທີ 23 ສະບັບທີ 5.979 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ຂປລ. ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງທ່ານນາງ ຊິວບາຍ ເດີ ກາຕີເອ ດິບ(SilbiledeCartierd’Yves) ເອກອັກຄະລັດຖະທູດວິສາມັນຜູ້ມີ ຂປລ. ທ່ານ ຈອນ ລີ (John Lee) ຫົວໜ້າຄະນະຜູ້ບໍລິຫານເຂດ ບໍລິຫານພິເສດຮົງກົງ(HKSAR) ພ້ອມດ້ວຍຄະນະ ຈະເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 28-30 ກໍລະກົດ ເພື່ອຮັດແໜ້ນສາຍພົວພັນ ມິດຕະພາບ ລະຫວ່າງ ລາວ ແລະ ຮົງກົງ ພ້ອມດຽວກັນນັ້ນ, ຍັງເປັນ ການຮັດແໜ້ນສາຍພົວພັນທາງເສດ ຖະກິດ ລະຫວ່າງ ອາຊຽນ ແລະ ຮົງ ກົງ ໃຫ້ກວ້າງຂວາງຂຶ້ນກວ່າເກົ່າ. ໃນລະຫວ່າງການຢ້ຽມຢາມຄັ້ງ ນີ້, ຄະນະຜູ້ແທນດັ່ງກ່າວ ຈະໄດ້ເດີນ ຂປລ/ສພຊ. ກອງປະຊຸມຮຽບ ຮຽງເນື້ອໃນກົດໝາຍ ວ່າດ້ວຍຊັບ ພະຍາກອນທີ່ເປັນຢາສະບັບສ້າງໃໝ່ ຈັດຂຶ້ນເມື່ອມໍ່ໆມານີ້ ທີ່ແຂວງວຽງ ຈັນ ໂດຍການເປັນປະທານຮ່ວມ ຂອງທ່ານ ບຸນຕາ ເທບພະວົງ ປະ ທານກໍາມາທິການວັດທະນະທໍາສັງຄົມ, ທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການກົດໝາຍແລະ ທ່ານ ບຸນແຝງ ພູມມະໄລສິດ ລັດຖະ ມົນຕີກະຊວງສາທາລະນະສຸກພ້ອມ ດ້ວຍຜູ້ຕາງໜ້າຈາກກຳມາທິການ ຂປລ. ກອງປະຊຸມຄະນະກໍາມະ ການແຮງງານແຫ່ງຊາດຄັ້ງທີ II ຂຶ້ນໃນວັນທີ 24 ກໍລະກົດ 2024 ຂປລ. ວັນທີ23 ກໍລະກົດ 2024 ຜ່ານມາ, ທ່ານ ຈູມມະລີ ໄຊຍະສອນ ອະດີດປະທານປະເທດ ໄດ້ເຄື່ອນ ໄຫວຢ້ຽມຢາມ ແລະ ຊຸກຍູ້ການຈັດ ຕັ້ງປະຕິບັດໜ້າທີ່ການເມືອງຂອງ ຄະນະພັກ-ອົງການປົກຄອງແຂວງ ວຽງຈັນ ຢູ່ເມືອງວັງວຽງ ໂດຍການ ຕ້ອນຮັບຂອງທ່ານ ຄຳພັນ ສິດທິ ດຳພາ ເຈົ້າແຂວງວຽງຈັນ, ມີຄະນະ ພັກ-ຄະນະນໍາແຂວງແລະຄະນະນໍາ ບັນດາເມືອງທົ່ວແຂວງເຂົ້າຮ່ວມ. ໂອກາດນີ້, ທ່ານ ຈູມມະລີ ໄຊຍະສອນ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໃຫ້ການນຳແຂວງ ແລະ ເມືອງສືບຕໍ່ນຳພາ-ຊີ້ນຳການຈັດຕັ້ງ ປະຕິບັດວຽກງານ 3 ສ້າງຄື: ສ້າງ ແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງ ຮອບດ້ານ ແລະ ສ້າງບ້ານເປັນຫົວ ຂປລ. ສະຫາຍ ຫງວຽນ ຝູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກກອມມູນິດ ຫວຽດ ນາມ ໄດ້ປະກອບສ່ວນອັນໃຫຍ່ ຫລວງ, ລໍ້າຄ່າ ແລະ ສໍາຄັນເຂົ້າໃນ ການເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວຫວຽດນາມ, ຫວຽດນາມ-ລາວ ມາ ໂດຍຕະຫລອດ ເຊິ່ງການຈາກໄປ ຂອງສະຫາຍເປັນການສູນເສຍ ເພື່ອນສະຫາຍທີ່ໃກ້ຊິດສະໜິດສະ ໝົມທີ່ສຸດຂອງພັກ, ລັດ ແລະ ປະ ຊາຊົນລາວ ບັນດາເຜົ່າ. ຂປລ. ແຂວງບໍ່ແກ້ວ ເລັ່ງພັດ ທະນາການທ່ອງທ່ຽວ ໃຫ້ເປັນຂະ ແໜງເສດຖະກິດໃໝ່ ໂດຍຈະສຸມໃສ່ ການພັດທະນາແຫລ່ງທ່ອງທ່ຽວ ທຳມະຊາດ, ວັດທະນະທໍາ-ປະຫວັດ ສາດ ຄຽງຄູ່ກັບຍູ້ແຮງພັດທະນາ ຜະລິດຕະພັນສິນຄ້າພື້ນບ້ານທີ່ເປັນ ເອກະລັກ ແລະ ຜະລິດຕະພັນດ້ານ ການບໍລິການທີ່ຫລາກຫລາຍຮັບ ໃຊ້ການທ່ອງທ່ຽວ. ທ່ານ ທອງຈັນ ມະນີໄຊ ເຈົ້າ ແຂວງບໍ່ແກ້ວ ໄດ້ໃຫ້ສຳພາດເມື່ອ ບໍ່ດົນນີ້ວ່າ: ໃນປີທ່ອງທ່ຽວລາວ ປີ 2024 ແຂວງບໍ່ແກ້ວ ຈະນໍາໃຊ້ ບັນດາທ່າແຮງຕ່າງໆຂອງແຂວງ ເຊິ່ງຈະສຸມໃສ່ການສົ່ງເສີມ, ພັດທະ ທ່ານ ນາງ ປານີ ຢາທໍ່ຕູ້ (ຂວາ) ອຳນາດເຕັມ ແຫ່ງ ແບນຊິກ ປະຈຳ ສປປລາວ ເນື່ອງໃນໂອກາດສຳເລັດ ໜ້າທີ່ທາງການທູດ ຢູ່ ສປປ ລາວ ໃນວັນທີ 23 ກໍລະກົດ 2024 ທີ່ນະ ຄອນຫລວງວຽງຈັນ. ທ່ານ ຈູມມະລີ ໄຊຍະສອນ ໜ່ວຍພັດທະນາ. ການສ້າງແຂວງ ຕ້ອງສ້າງຕາມຍຸດທະສາດ 3 ດ້ານ ໃຫຍ່ຄື: ຍຸດທະສາດດ້ານການເມືອງ, ຍຸດທະສາດດ້ານເສດຖະກິດ ແລະ ຍຸດທະສາດດ້ານການທະຫານ. ສ່ວນການສ້າງເມືອງໃຫ້ສ້າງຕາມ 4 ເນື້ອໃນ ຫລື 4 ບຸກທະລຸຄື: ບຸກ ສະຫາຍ ທອງສະຫວັນ ພົມວິ ຫານ ກໍາມະການສູນກາງພັກ, ຫົວ ໜ້າຄະນະພົວພັນຕ່າງປະເທດສູນ ກາງພັກໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 23 ກໍລະກົດ 2024 ຕໍ່ກັບ ຜົນງານ ແລະ ບົດຮຽນດ້ານວຽກ ງານການພົວພັນຂອງພັກທີ່ສະຫາຍ ຫງວຽນ ຝູ໋ ຈ້ອງ ໄດ້ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນວຽກປັບປຸງກໍ່ ສ້າງພັກໃຫ້ເຂັ້ມແຂງ, ການແກ້ໄຂ ບັນຫາການສໍ້ລາດບັງຫລວງ, ປະ ກົດການຍໍ້ທໍ້ຕ່າງໆ, ປະກອບສ່ວນ ເຂົ້າໃນການສ້າງສາພັດທະນາປະ ເທດຫວຽດນາມ ໄປຕາມທິດສັງຄົມ ນິຍົມ. ປັດຈຸບັນ, ສະພາບການພັດ ຢູ່ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ ໂດຍການເປັນປະ ຂປລ. ລັດຖະບານແຫ່ງລາຊະ ອານາຈັກໄທ ມອບເງິນສະໜັບສະ ໜູນ ຈຳນວນ 4.600.000 ບາດ ນາ, ຍົກລະດັບການທ່ອງທ່ຽວພາຍ ໃນແຂວງ ເຊິ່ງໄລຍະຜ່ານມາໄດ້ ການຂຸດຄົ້ນ ແລະ ເກັບກູ້ຊັບສົມບັດ ວັດທະນະທໍາ (ພະພຸດທະຮູບຢູ່ ເມືອງຕົ້ນເຜິ້ງ). ປັດຈຸບັນ, ໄດ້ເອົາ ເຕົ້າໂຮມຢູ່ວັດທອງທິບເມືອງຕົ້ນ ເຜິ້ງ ເປັນບ່ອນທີ່ເຄົາລົບບູຊາຂອງ ປະຊາຊົນບັນດາເຜົ່າ ເຊິ່ງມີນັກທ່ອງ ທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ແລະ ບູຊາຢູ່ວັດ ທອງ ເປັນຈຳນວນຫລວງຫລາຍ ສະເລ່ຍມື້ໜຶ່ງຕໍ່າສຸດ 200 ກວ່າຄົນ, ສູງສຸດ 1.000 ກວ່າຄົນ ເຊິ່ງໄດ້ ກາຍເປັນທ່າແຮງໜຶ່ງທີ່ດຶງດູດເອົາ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງ ອ່ານຕໍ່ໜ້າ 2 ທາງໄປຢ້ຽມຢາມສະຖານທີ່ສໍາ ຄັນທັງໃນ ແລະ ອ້ອມຮອບ ນະຄອນ ຫລວງວຽງຈັນ ເພື່ອສຶກສາຄວາມ ເຂົ້າໃຈກ່ຽວກັບສະພາບການພັດທະ ນາເສດຖະກິດ-ສັງຄົມ ໃນປັດຈຸ ບັນຂອງລາວ ແລະ ຜົນກະທົບຂອງ ການຂະຫຍາຍຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”. ນອກຈາກນີ້, ຄະນະ ຜູ້ແທນ ຈະມີການພົບປະກັບສະພາ ການຄ້າທ້ອງຖິ່ນ ເພື່ອສຶກສາສໍາ ຫລວດ ໂອກາດທາງທຸລະກິດ ໂດຍ ໃຊ້ປະໂຫຍດຈາກບົດບາດຜູ້ເຊື່ອມຕໍ່ ລະດັບສູງຂອງຮົງກົງ ທີ່ເຊື່ອມໂຍງ ຂປລ. ວັນທີ24 ກໍລະກົດ 2024 ນີ້, ທ່ານ ບຸນທອງ ຈິດມະນີ ຜູ້ປະ ຈຳການຄະນະເລຂາທິການສູນກາງ ພັກ,ຮອງປະທານປະເທດແຫ່ງສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມ ອຳລາຂອງ ທ່ານ ຫງວຽນ ບ໋າ ຮຸງ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳລາວ ພາຍຫລັງສຳເລັດການ ປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ບຸນທອງຈິດມະນີ ໄດ້ສະແດງຄວາມ ຍິນດີ ແລະ ຊົມເຊີຍຕໍ່ທ່ານເອກອັກ ຄະລັດຖະທູດຫວຽດນາມ ທີ່ໄດ້ປະ ຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ດ້ວຍຜົນສຳເລັດ, ປະກອບສ່ວນສຳ ຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ, ຄວາມສາ ມັກຄີ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດປະ ທ່ານ ບຸນທອງ ຈິດມະນີ (ຂວາ) ຊາຊົນສອງຊາດລາວ-ຫວຽດນາມ ໃນໄລຍະທີ່ຜ່ານມາ, ຊ່ວຍຊຸກຍູ້ການ ພົວພັນຮ່ວມມືໃນຂົງເຂດ ຕ່າງໆ ຂອງ 2 ປະເທດ ຢ່າງຕັ້ງໜ້າໃຫ້ມີ ບາດກ້າວຂະຫຍາຍຕົວໃໝ່. ພ້ອມ ທັງໄດ້ສະແດງຄວາມຫວັງວ່າທ່ານ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວຄົນໃໝ່ ຈະສືບຕໍ່ຮັກສາ ມູນເຊື້ອໃນການຮ່ວມມື ແລະ ປະ ສານສົມທົບຢ່າງແໜ້ນແຟ້ນກັບ ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ເພື່ອເສີມຂະຫຍາຍສາຍພົວພັນ ມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືລະຫວ່າງ ລາວຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ
7e,j ;o xtg,u odko9a f8A 'xt8y [a f ]a f4tme,to6 o lt[a [xu 2015 lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 25/07/2024 xtgmf]k; ຮອງປະທານປເທດ ຕ້ອນຮັບ... ລັດຖະບານໄທ... ອະດີດເລຂາທິການໃຫຍ່... ສະຫາຍ ຫງວຽນ ຝູ໋ ຈ້ອງ... ບໍ່ແກ້ວ ເລັ່ງພັດທະນາ... ອາຊຽນ ທົບທວນຄືນ... ຮອງປະທານປະເທດຕ້ອນຮັບທູດຫວຽດ... ຂປລ. ວັນທີ23 ກໍລະກົດ 2024 ແຂວງຄຳມ່ວນ ໄດ້ຈັດກອງປະຊຸມ ປະເມີນຜົນການຈັດຕັ້ງປະຕິບັດ ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປີ 2015 ໂດຍການເປັນປະ ທານຂອງທ່ານ ຄຳໃບ ດຳລັດ ຮອງ ປະທານສະພາແຫ່ງຊາດ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງ ຄຳມ່ວນ, ມີບັນດາການນຳຂອງ ແຂວງ, ພະນັກງານການນຳອາວຸ ໂສບຳນານ, ຕາງໜ້າພະແນກການກົມກອງ, ບັນດາການນຳ ເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ຄຳໃບ ດຳລັດ ໄດ້ໃຫ້ຮູ້ວ່າ: ກອງປະຊຸມປະເມີນຜົນການຈັດຕັ້ງ ປະຕິບັດລັດຖະທຳມະນູນຄັ້ງນີ້, ມີຄວາມໝາຍສຳຄັນຫລາຍ,ແມ່ນ ການປະເມີນຜົນການຈັດຕັ້ງປະຕິ ບັດນິຕິກຳສູງສຸດຂອງລັດ ເຊິ່ງເປັນ ກົດໝາຍພື້ນຖານຂອງຊາດ, ລັດຖະ ທໍາມະນູນສະບັບທໍາອິດ ຂອງ ສປປ ລາວ ໄດ້ຖືກຮັບຮອງ ແລະ ປະ ກາດໃຊ້ຢ່າງເປັນທາງການໃນປີ 1991, ມາຮອດປັດຈຸບັນ ແມ່ນເປັນ ເວລາ 33ປີ, ໃນໄລຍະຜ່ານມາກໍໄດ້ ມີການປັບປຸງ 2 ຄັ້ງຄື: ການປັບປຸງ ປີ 2003 ແລະ ປີ 2015 ໄດ້ເປັນ ບ່ອນອີງແກ່ການສ້າງ ແລະ ປັບປຸງ ຂປລ. ໃນວັນທີ 24 ກໍລະກົດ 2024 ນີ້, ສປປ ລາວ ໄດ້ເປັນເຈົ້າ ພາບຈັດກອງປະຊຸມຄະນະກຳມະທິ ການເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສຽງໃຕ້, ກອງ ປະຊຸມພົບປະລະຫວ່າງ ລັດຖະມົນ ຕີຕ່າງປະເທດອາຊຽນ ກັບບັນດາຜູ້ ຕາງໜ້າຄະນະກໍາມາທິການລະ ຫວ່າງ ລັດຖະບານອາຊຽນວ່າດ້ວຍ ສິດທິມະນຸດ ແລະ ກອງປະຊຸມປຶກ ສາຫາລືແບບບໍ່ເປັນທາງການ ລະ ຫວ່າງ ອະດີດປະທານອາຊຽນ,ປະ ທານອາຊຽນໃນປັດຈຸບັນ ແລະ ປະ ທານອາຊຽນໃນອະນາຄົດກ່ຽວ ກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງ ຂອງຜູ້ນໍາອາຊຽນຢູ່ນະຄອນຫລວງ ວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ. ກອງປະຊຸມຄັ້ງນີ້, ໄດ້ທົບທວນ ຄວາມຄືບໜ້າການຈັດຕັ້ງປະຕິບັດ ແຜນງານຂອງສົນທິສັນຍາເຂດ ປອດອາວຸດນິວເຄລຍ ອາຊີຕາເວັນ ອອກສ່ຽງໃຕ້ (2023-2027) ແລະ ໄດ້ປຶກສາຫາລືກ່ຽວກັບການ ເຂົ້າເປັນພາຄີຂອງສົນທິສັນຍາ ເຂດປອດອາວຸດນິວເຄລຍ ອາຊີຕາ ເວັນອອກສຽງໃຕ້ ຂອງຕີມໍແລັດ ສະເຕ. ພ້ອມນີ້, ກອງປະຊຸມໄດ້ຮັບ ຊາບການລາຍງານກ່ຽວກັບການ ຈັດຕັ້ງປະຕິບັດກິດຈະກໍາການຮ່ວມ ມືລະຫວ່າງ ກອງເລຂາອາຊຽນ ແລະກອງເລຂາຂອງອົງກອນເກືອດ ຫ້າມການຄອບຄອງອາວຸດນິວ ເຄລຍ ໃນຂົງເຂດທະວີບອາເມລິກາ ລາຕິນ ແລະ ຄາຣິບຽນ ເພື່ອແລກ ປ່ຽນບົດຮຽນກ່ຽວກັບເຂດປອດ ອາວຸດນິວເຄລຍ. ພ້ອມນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສືບຕໍ່ເປັນປະທານ ບັນດາກົດໝາຍ ເພື່ອເປັນເຄື່ອງມື ຂອງລັດ ໃນການຄຸ້ມຄອງລັດ, ຄຸ້ມ ຄອງເສດຖະກິດ-ສັງຄົມດ້ວຍກົດ ໝາຍ ແລະ ສ້າງເງື່ອນໄຂພື້ນຖານ ໃຫ້ແກ່ການສ້າງລັດປະຊາທິປະໄຕ ປະຊາຊົນ ໃຫ້ເປັນລັດທີ່ປົກຄອງ ດ້ວຍກົດໝາຍດີຂຶ້ນເທື່ອລະກ້າວ. ເຖິງຢ່າງໃດກໍຕາມ ຜ່ານການຈັດ ຕັ້ງປະຕິບັດຕົວຈິງ ຍັງມີບາງບົດບັນ ຍັດຂອງລັດຖະທຳມະນູນບໍ່ທັນສອດ ຄ່ອງກັບໜ້າທີ່ການເມືອງຂອງພັກ ແລະ ສະພາບການພັດທະນາເສດ ຖະກິດ-ສັງຄົມ ໃນໄລຍະປັດຈຸບັນ. ສະນັ້ນ ກົມການເມືອງສູນກາງພັກ ໄດ້ອອກມະຕິ ສະບັບເລກທີ 15/ ກມສພ, ລົງວັນທີ 22 ພຶດສະພາ 2024 ວ່າດ້ວຍການແຕ່ງຕັ້ງຄະນະ ກຳມະການລະດັບຊາດ ເພື່ອຄົ້ນ ຄວ້າ ແລະ ປັບປຸງລັດຖະ ທຳມະນູນ ໃຫ້ທັນເວລາ ໂດຍໄດ້ວາງແຜນການ ປັບປຸງລັດຖະທຳມະນູນ ແຕ່ນີ້ຮອດ ກາງປີ 2025 ແລະ ຄາດວ່າຈະຖືກ ຮັບຮອງໃນທ້າຍປີ 2025 ພ້ອມ ທັງແຕ່ງຕັ້ງກອງເລຂາ ແລະ ອະນຸ ກຳມະການຕ່າງໆ ເພື່ອຈັດຕັ້ງປະຕິ ບັດໃຫ້ສຳເລັດຕາມລະດັບຄາດ ໝາຍທີ່ວາງໄວ້. ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການສະເໜີບົດປະເມີນ ການຈັດຕັ້ງປະຕິບັດລັດຖະທຳມະ ນູນ ສະບັບປີ 2015 ແລະ ຕາງໜ້າ ແຕ່ລະຂົງເຂດວຽກງານຕ່າງໆ ກໍ ໄດ້ປະກອບຄໍາຄິດເຫັນ ເພື່ອແນໃສ່ ເຮັດໃຫ້ການປັບປຸງລັດຖະທຳທະ ນູນສະບັບໃໝ່ ມີເນື້ອໃນຄົບຖ້ວນ, ສົມບູນ, ຖືກຕ້ອງແລະສອດຄ່ອງກັບ ໜ້າທີ່ການເມືອງໃນໄລຍະໃໝ່. ຂ່າວ-ພາບ: ກອງຄຳ ໃນໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຕີລາຄາສູງ ແລະ ສະແດງ ຄວາມຊົມເຊີຍຕໍ່ຜົນສຳເລັດໃນ ການປະຕິບັດໜ້າທີ່ການທູດຂອງ ທ່ານເອກອັກຄະລັດຖະທູດ ທີ່ໄດ້ມີ ການເຄື່ອນໄຫວຢ່າງຫ້າວຫັນໃນ ການສະໜັບສະໜູນ ແລະ ປະກອບ ສ່ວນອັນສຳຄັນ ເຂົ້າໃນການເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປລາວແລະ ແບນຊິກຕະຫລອດ ໄລຍະຜ່ານມາ. ເຊິ່ງລາວ ແລະ ແບນ ຊິກ ໄດ້ສ້າງຕັ້ງສາຍພົວພັນການທູດ ນໍາກັນໃນວັນທີ 2 ທັນວາ 1967. ພ້ອມນີ້, ທ່ານ ຮອງປະທານປະ ເທດ ຍັງໄດ້ອວຍພອນໃຫ້ທ່ານເອກ ອັກຄະລັດຖະທູດ ຈົ່ງເດີນທາງກັບ ຄືນປະເທດ ດ້ວຍຄວາມສະຫວັດດີ ພາບ ແລະ ປະສົບຜົນສຳເລັດໃນ ໜ້າທີ່ວຽກງານໃໝ່ ທີ່ທ່ານທູດຈະ ໄດ້ຮັບຜິດຊອບໃນອະນາຄົດ ແລະ ສະແດງຄວາມຫວັງວ່າ ທ່ານທູດ ຈະສືບຕໍ່ປະກອບສ່ວນ ເຂົ້າໃນການ ສົ່ງເສີມການພົວພັນຮ່ວມມືລະ ຫວ່າງ ສອງປະເທດ ໂດຍສະເພາະ ການຊຸກຍູ້ທ່ານທູດຜູ້ໃໝ່ທີ່ຈະມາຮັບ ໜ້າທີ່ມີຂໍ້ມູນລະອຽດເປັນພື້ນຖານ ໃນການປະຕິບັດໜ້າທີ່ການທູດຢູ່ ສປປລາວແລະສືບຕໍ່ຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມືລະຫວ່າງ ສອງປະເທດ ທີ່ກໍາລັງຈັດຕັ້ງປະຕິ ບັດໃຫ້ມີຄວາມຄືບໜ້າເລື້ອຍໆ. ໂອກາດດຽວກັນນີ້, ທ່ານເອກ ອັກຄະລັດຖະທູດ ກໍໄດ້ສະແດງ ຄວາມຂອບໃຈຕໍ່ລັດຖະບານລາວ ທີ່ໄດ້ເອົາໃຈໃສ່ ແລະ ໃຫ້ການຮ່ວມ ມືຊ່ວຍເຫລືອໃນການປະຕິບັດໜ້າ ທີ່ການທູດຂອງຕົນຕະຫລອດໄລຍະ ເວລາຜ່ານມາ ແລະ ສະແດງຄວາມ ຢືນຢັນວ່າ ຈະສືບຕໍ່ປະກອບສ່ວນ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ແບນຊິກ ແລະ ສປປ ລາວ ຕໍ່ໄປ ເພື່ອພ້ອມກັນສືບຕໍ່ພັດທະນາ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມ ລະຫວ່າງສອງປະ ເທດ ໃຫ້ສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ. ຂ່າວ ສົມຫວັງ, ພາບ ອ່າຍຄໍາ ທະລຸທາງດ້ານຈິນຕະນາການຕ້ອງ ສືບຕໍ່ປັບປຸງໃຫ້ໜັກແໜ້ນຂຶ້ນໄປ ເລື້ອຍໆ; ບຸກທະລຸທາງດ້ານບຸກຄະ ລາກອນ ໃຫ້ສືບຕໍ່ສ້າງຄົນ, ສ້າງກຳ ລັງ ແລະ ສ້າງຊັບພະຍາກອນມະ ນຸດ; ບຸກທະລຸທາງດ້ານເສດຖະ ກິດຕ້ອງແກ້ໄຂດ້ານສິນຄ້າ ເປັນ ຕົ້ນ ການຜະລິດເປັນສິນຄ້າສົ່ງອອກ ຕ່າງປະເທດໃຫ້ຫລາຍ ແລະ ບຸກທະ ລຸທາງດ້ານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຕ້ອງສືບຕໍ່ເຮັດຢ່າງ ຕັ້ງໜ້າ ແລະ ປົກກະຕິ. ສຳລັບການ ສ້າງບ້ານເຊິ່ງເປັນຫົວໜ່ວຍຕ່ຳສຸດ ແລະ ເປັນບ່ອນຈັດຕັ້ງປະຕິບັດຕົວ ຈິງຕ້ອງສຸມໃສ່ຢ່າງຕັ້ງໜ້າສ້າງ ກຸ່ມການຜະລິດຢູ່ແຕ່ລະບ້ານໃຫ້ໄດ້ 3 ກຸ່ມ ເປັນຕົ້ນ ກຸ່ມລ້ຽງສັດ, ປູກຝັງ ແລະ ກຸ່ມບໍລິການ. ຈາກນັ້ນ, ໃຫ້ເລີ່ມ ຫັນຈາກກຸ່ມການຜະລິດໃຫ້ເປັນບໍ ລິສັດຂະໜາດນ້ອຍໃຫ້ໄດ້ໃນປີ 2025-2030. ໂອກາດດຽວກັນ, ທ່ານ ຄຳພັນ ສິດທິດຳພາ ກໍໄດ້ລາຍງານການຈັດ ຕັ້ງປະຕິບັດໜ້າທີ່ການເມືອງຂອງ ແຂວງວຽງຈັນ ໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງດໍາເນີນ ກອງປະຊຸມໃຫຍ່ 3 ຂັ້ນພາຍໃນ ແຂວງ; ການປະຕິບັດວຽກງານກໍ່ ສ້າງຮາກຖານການເມືອງ, ວຽກ ງານພັດທະນາຊົນນະບົດຮອບດ້ານ ຕິດພັນກັບວຽກງານ 3 ສ້າງ ແລະ ສະພາບການພັດທະນາເສດຖະກິດສັງຄົມ ຂອງແຂວງ ຕິດພັນກັບ 2 ວາລະແຫ່ງຊາດ.ຜ່ານມາ,ຄະນະປະ ຈໍາພັກແຂວງໄດ້ລົງຊຸກຍູ້ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນໃນທົ່ວແຂວງເລີ່ມຈາກຂັ້ນຮາກ ຖານບ້ານ, ປັດຈຸບັນແມ່ນສໍາເລັດ ກອງປະຊຸມໃຫຍ່ຂັ້ນບ້ານ 100%. ສໍາລັບການດໍາເນີນກອງປະຊຸມໃຫຍ່ ຂອງໜ່ວຍພັກສໍານັກງານ, ອົງ ການຂັ້ນເມືອງໃນທົ່ວແຂວງໄດ້ຈັດ ຕັ້ງສໍາເລັດແລ້ວ 72% ຂອງຈໍາ ນວນໜ່ວຍພັກທັງໝົດຄາດວ່າຈະ ສໍາເລັດ 100% ໃນເດືອນກັນຍາ 2024, ສຳລັບຮາກຖານພັກອ້ອມ ຂ້າງແຂວງ ແມ່ນຈະໃຫ້ສໍາເລັດ ພາຍໃນເດືອນທັນວາ 2024 ຕາມ ຄາດໝາຍທີ່ກໍານົດໄວ້; ຄະນະພັກຄະນະນໍາແຂວງ ໄດ້ເອົາໃຈໃສ່ວຽກ ງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ລົບລ້າງຄວາມທຸກຍາກຕິດພັນກັບ ວຽກງານ 3 ສ້າງ ສາມາດຮັກສາ ໄດ້ຄວາມສະຫງົບຂັ້ນຮາກຖານ ໂດຍພື້ນຖານ ເຊິ່ງເປັນພື້ນຖານ ໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງແຂວງ ໃນທົ່ວແຂວງ ສາມາດລຶບລ້າງບ້ານທຸກຍາກໄດ້ 100%. ປັດຈຸບັນ, ຍັງມີຄອບຄົວ ທຸກຍາກທັງໝົດ 3.720 ຄອບຄົວ ເທົ່າກັບ 4,72%ຂອງຈໍານວນຄອບ ຄົວທົ່ວແຂວງ. ຂ່າວ-ພາບ: ບຸນມາ ແກ້ວບຸດດາ ປະເທດເຂົ້າມາທ່ຽວຊົມຢ່າງເປັນ ປົກກະຕິ, ທັງເປັນການປະກອບສ່ວນ ສ້າງລາຍຮັບໃຫ້ແກ່ເມືອງ ແລະ ແຂວງ ເປັນຢ່າງດີ. ພ້ອມກັນນີ້, ແຂວງຈະສຸມໃສ່ພັດທະນາສະຖານ ທີ່ດັ່ງກ່າວ ເພື່ອປົກປັກຮັກສາພະເຈົ້າ ໃຫຍ່ໄວ້ໃຫ້ເປັນພື້ນຖານທີ່ແໜ້ນໜາ ແລະ ກາຍເປັນສະຖານທີ່ສັກກາລະ ບູຊາ ແລະ ທ່ອງທ່ຽວທີ່ສວຍງາມ ໃນອະນາຄົດ. ທ່ານ ທອງຈັນ ມະນີໄຊ ໄດ້ໃຫ້ ຮູ້ວ່າ: ເພື່ອເຮັດໃຫ້ວຽກງານທ່ອງ ທ່ຽວ ໄດ້ຮັບການປັບປຸງຍົກລະດັບ ໃຫ້ມີປະສິດພາບສູງກວ່າເກົ່າ ແນ ໃສ່ດຶງດູດນັກທ່ອງທ່ຽວເຂົ້າມາ ແຂວງໃຫ້ຫລາຍຂຶ້ນນັ້ນ, ແຂວງບໍ່ ແກ້ວ ຈະໄດ້ສືບຕໍ່ສົ່ງເສີມ, ພັດທະນາ ແລະ ຍົກລະດັບກ່ຽວກັບການໂຄສະ ນາວຽກງານທ່ອງທ່ຽວໃຫ້ກວ້າງ ຂວາງແລະໃຫ້ມີຫລາກຫລາຍສີສັນ ໂດຍນໍາໃຊ້ພາຫະນະສື່ມວນຊົນ ທາງດ້ານເອເລັກໂຕຣນິກເຊັ່ນ: ອິນ ເຕີເນັດ, ເວັບໄຊ, ຢູທູບ, ວິທະຍຸ, ໂທລະພາບ ແລະ ອື່ນໆ ແລະ ມີຂໍ້ ມູນການທ່ອງທ່ຽວ ທີ່ຊັດເຈນສາ ມາດເຊື່ອມໂຍງກັບບັນດາແຂວງ ອ້ອມຂ້າງແລະປະເທດໃກ້ຄຽງ, ປັບ ປຸງພັດທະນາສະຖານທີ່ທ່ອງທ່ຽວ ໃຫ້ເປັນຜະລິດຕະພັນການທ່ອງ ທ່ຽວ ທີ່ໄດ້ມາດຕະຖານທາງດ້ານ ປະລິມານ ແລະ ຄຸນນະພາບ ເພື່ອ ຮອງຮັບ ແລະ ຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງ ນັກທ່ອງທ່ຽວໃນຕໍ່ໜ້າ, ປັບປຸງຜະ ລິດຕະພັນການທ່ອງທ່ຽວ ເພື່ອຕອບ ສະໜອງກັບຄວາມຮຽກຮ້ອງຕ້ອງ ການຂອງນັກທ່ອງທ່ຽວ ເປັນຕົ້ນ ທຸລະກິດທ່ອງທ່ຽວ, ທຸລະກິດທີ່ພັກ ໂຮງແຮມ, ຮ້ານອາຫານ, ຮ້ານຂາຍ ເຄື່ອງທີ່ລະນຶກ, ຫ້ອງນໍ້າສາທາລະ ນະ ແລະ ອື່ນໆ ເຊິ່ງເປັນປັດໄຈທີ່ສໍາ ຄັນຕໍ່ກັບການດຶງດູດນັກທ່ອງທ່ຽວ; ປັບປຸງລະບົບເສັ້ນທາງຄົມມະນາ ຄົມຂົນສົ່ງ, ລະບົບໂທລະຄົມມະນາ ຄົມ, ໄຟຟ້າ, ນໍ້າປະປາ ເພື່ອໃຫ້ເຂົ້າ ເຖິງແຫລ່ງທ່ອງທ່ຽວ, ພ້ອມທັງຍົກ ລະດັບຄວາມຮູ້ຄວາມສາມາດຂອງ ບຸກຄະລາກອນ ໃນຂະແໜງການ ທ່ອງທ່ຽວນັບທັງພາກລັດ ແລະ ເອກະຊົນ ເປັນຕົ້ນ ແມ່ນດ້ານການສື່ ສານ, ດ້ານປະສົບການ, ຄວາມຊຳ ນານງານໃຫ້ ໄດ້ມາດຕະຖານ ເພື່ອ ຕອບສະໜອງກັບຄວາມຮຽກຮ້ອງ ຕ້ອງການຂອງວຽກງານການທ່ອງ ທ່ຽວໃຫ້ແທດເໝາະໃນໄລຍະໃໝ່. ຂ່າວ: ກິດຕາ, ພາບ: ຂັນໄຊ ກອງປະຊຸມພົບປະລະຫວ່າງລັດຖະ ມົນຕີຕ່າງປະເທດອາຊຽນ ກັບຄະ ນະກໍາມາທິການລະຫວ່າງລັດຖະ ບານອາຊຽນ ວ່າດ້ວຍສິດທິມະນຸດ ເຊິ່ງການພົບປະດັ່ງກ່າວ, ທ່ານ ຢົ້ງ ຈັນທະລັງສີ ໃນນາມປະທານຄະນະ ກຳມາທິການ ລະຫວ່າງລັດຖະບານ ອາຊຽນ ວ່າດ້ວຍສິດທິມະນຸດປີ 2024 ໄດ້ລາຍງານກ່ຽວກັບຄວາມ ຄືບໜ້າຂອງການຈັດຕັ້ງປະຕິບັດ ກິດຈະກໍາບຸລິມະສິດຂອງຄະນະ ກໍາມາທິການດັ່ງກ່າວ ໃນໄລຍະ 1 ປີຜ່ານມາກ່ຽວກັບການປົກປ້ອງສິດ ທິແມ່ຍິງ ແລະ ເດັກນ້ອຍ,ການຕ້ານ ການໃຊ້ຄວາມຮຸນແຮງ, ສິດທິຂອງ ຜູ້ພິການລວມເຖິງການຕ້ານການ ຄ້າມະນຸດ ແລະ ການກະກຽມສ້າງ ແຜນວຽກ 5 ປີ ສະບັບໃໝ່(20262030) ເພື່ອໃຫ້ສອດຄ່ອງກັບວິໄສ ທັດປະຊາຄົມອາຊຽນ 2045. ລັດ ຖະມົນຕີຕ່າງປະເທດອາຊຽນຕີລາ ສູງຕໍ່ຄວາມຄືບໜ້າຂອງການຈັດຕັ້ງ ປະຕິບັດບັນດາກິດຈະກໍາຂອງຄະ ນະກຳມາທິການ ລະຫວ່າງລັດຖະ ບານອາຊຽນ ວ່າດ້ວຍສິດທິມະນຸດ ອັນໄດ້ປະກອບສ່ວນເຂົ້າໃນວຽກ ງານສົ່ງເສີມ ແລະ ປົກປ້ອງສິດທິມະ ນຸດໃນອາຊຽນ ກໍຄື ຂະບວນການ ສ້າງປະຊາຄົມອາຊຽນ ໂດຍລວມ ແລະ ຊຸກຍູ້ໃຫ້ຄະນະກຳມາທິການ ດັ່ງກ່າວ ສືບຕໍ່ປະຕິບັດຕາມພາລະ ບົດບາດຂອງຕົນ ແລະ ຈັດຕັ້ງປະ ຕິບັດບັນດາກິດຈະກຳບູລິມະສິດ ສຳລັບ ປີ 2025 ໃຫ້ສຳເລັດ ແລະ ມີປະສິດທິຜົນ. ໃນຕອນບ່າຍດຽວກັນ,ທ່ານຮອງ ນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ຍັງໄດ້ສືບຕໍ່ເປັນປະທານ ກອງປະຊຸມປຶກສາຫາລືແບບບໍ່ເປັນ ທາງການ ລະຫວ່າງອະດີດປະທານ ອາຊຽນ, ປະທານອາຊຽນໃນປັດ ຈຸບັນ ແລະ ປະທານອາຊຽນໃນອະ ນາຄົດກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງ ຂອງຜູ້ນໍາອາຊຽນ ເຊິ່ງໄດ້ຈັດຂຶ້ນເປັນຄັ້ງທໍາອິດ ເພື່ອ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບ ການຈັດຕັ້ງປະຕິບັດຄຳຕົກລົງ 5 ຂໍ້ຂອງຜູ້ນຳອາຊຽນ. ນອກນັ້ນ, ທ່ານຮອງນາຍົກລັດ ຖະມົນຕີ ຍັງໄດ້ພົບປະສອງຝ່າຍກັບ ບາງປະເທດສະມາຊິກອາຊຽນ ເພື່ອປຶກສາຫາລື ກ່ຽວກັບການເພີ່ມ ທະວີການພົວພັນຮ່ວມມືສອງຝ່າຍ ນໍາກັນ. ທະນາຂອງຫວຽດນາມມີການປ່ຽນ ແປງໄປທາງທີ່ຕັ້ງໜ້າຫລາຍ ໂດຍ ສະເພາະດ້ານເສດຖະກິດເຫັນໄດ້ ວ່ານັບແຕ່ປີ 2015 ລະດັບການຂະ ຫຍາຍຕົວຂອງ GDP ທຽບໃສ່ຫົວ ຄົນຫວຽດນາມ ປະມານ 2.000 ໂດລາສະຫະລັດ ມາເຖິງ 2021 ລະ ດັບການຂະຫຍາຍຕົວຂອງ GDP ທຽບໃສ່ຫົວຄົນຫວຽດນາມປະ ມານເກືອບ 3.000 ໂດລາສະຫະ ລັດ ມາເຖິງໄລຍະມໍ່ໆນີ້, ລະດັບການ ຂະຫຍາຍຕົວຂອງ GDP ແມ່ນສູງ ກວ່າ 4.000 ໂດລາສະຫະລັດ. ຊີ ວິດການເປັນຢູ່ຂອງປະຊາຊົນໄດ້ ຮັບການຍົກລະດັບສູງຂຶ້ນຢ່າງປະ ຈັກຕາ, ປະຊາຊົນຫວຽດນາມມີ ຄວາມຮັ່ງມີຂຶ້ນໃນຈັ່ງວະທີ່ໄວ, ການ ພົວພັນຮ່ວມມືກັບສາກົນເຫັນວ່າ ມີຈັ່ງວະທີ່ດີຂຶ້ນ. ເວົ້າລວມແລ້ວ, ພາຍໃຕ້ການ ນຳພາ-ຊີ້ນໍາຂອງ ສະຫາຍ ຫງວຽນ ຝູ໋ຈ້ອງ ທີ່ເປັນແກນນໍາໃນພັກກອມ ມູນິດຫວຽດນາມ ເຮັດໃຫ້ມີການຫັນ ປ່ຽນຢ່າງຕັ້ງໜ້າ ໂດຍສະເພາະ ການພົວພັນຮ່ວມມືລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ໄດ້ມີການ ພົວພັນແບບພິເສດ ເຊິ່ງການພົວພັນ ດັ່ງກ່າວ, ໄດ້ສ້າງຂຶ້ນດ້ວຍເລືອດ ເນື້ອ, ເຫື່ອແຮງຂອງນັກປະຕິວັດກໍຄື ການນໍາສອງປະເທດໄລຍະທີ່ຜ່ານ ມາ ໃນຂະບວນການຕໍ່ສູ້ເພື່ອຄວາມ ເປັນເອກະລາດແຫ່ງຊາດ ເປັນພື້ນ ຖານໃນການສ້າງການພົວພັນພິເສດ ລະຫວ່າງສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດ ເຊິ່ງສະຫາຍ ເປັນຜູ້ນໍາຜູ້ໜຶ່ງທີ່ໃຫ້ຄວາມສໍາຄັນ ໃນການເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວຫວຽດນາມ, ຫວຽດນາມ-ລາວ. ຂ່າວ-ພາບ: ກິດຕາ ໃຫ້ສະຫະກອນກາເຟວັນໃໝ່ ຢູ່ ແຂວງຫົວພັນ ໃນວັນທີ 24 ກໍລະກົດ 2024ຢູ່ຫໍປະຊຸມແຫ່ງຊາດນະຄອນ ຫລວງວຽງຈັນ, ຕ່າງໜ້າມອບໂດຍ ທ່ານ ນາງ ເອກສິຣິ ປິນຖະຣຸຈິດ ຫົວໜ້າຫ້ອງການກະຊວງການ ຕ່າງປະເທດ ແຫ່ງ ລາຊະອານາຈັກ ໄທ ແລະຮັບໂດຍທ່ານສະໄຫວທອງ ຄູນສະຫວັນປະທານສະຫະກອນກາ ເຟວັນໃໝ່ ໂດຍມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແລະ ທ່ານ ມາຣິດ ສະງ່ຽມພົງ ລັດຖະມົນຕີວ່າການກະຊວງການ ຕ່າງປະເທດ ແຫ່ງ ລາຊະອານາຈັກ ໄທ, ມີພາກສ່ວນກ່ຽວຂ້ອງທັງສອງ ຝ່າຍຮ່ວມເປັນສັກຂີພິຍານ. ເງິນສະໜັບສະໜູນທີ່ໄດ້ຮັບໃນ ຄັ້ງນີ້, ຈະນຳໄປປະກອບສ່ວນກໍ່ສ້າງ ສູນຝຶກອົບຮົມດ້ານກະສິກຳ ແລະ ວິໄຈກາເຟ ຂອງສະຫະກອນກາເຟ ວັນໃໝ່ ທີ່ແຂວງຫົວພັນ ເຊິ່ງເປັນ ໜຶ່ງແຜນງານໃນໂຄງການປູກພືດ ທົດແທນຝິ່ນ ພາຍໃຕ້ໂຄງການຮ່ວມ ມືລະຫວ່າງກະຊວງປ້ອງກັນຄວາມ ສະຫງົບ ແລະ ຫ້ອງການສະຫະປະ ຊາຊາດ ວ່າດ້ວຍຢາເສບຕິດ ແລະ ອາດຊະຍາກຳ (UNODC) ປະຈຳ ສປປ ລາວ. ຂ່າວ: ທະນູທອງ, ພາບ: ເກດສະໜາ ແລະ ມີໝາກຜົນຍິ່ງໆຂຶ້ນ ເພື່ອນໍາ ເອົາຜົນປະໂຫຍດຕົວຈິງມາສູ່ປະຊາ ຊົນສອງຊາດ. ພ້ອມນັ້ນ, ທ່ານຮອງ ປະທານປະເທດ ຍັງໄດ້ອວຍພອນ ໃຫ້ທ່ານທູດເດີນທາງກັບຄືນປະ ເທດດ້ວຍຄວາມສະຫວັດດີພາບ, ປະສົບຜົນສຳເລັດໃນໜ້າທີ່ວຽກ ງານໃໝ່ ແລະ ສະເໜີໃຫ້ທ່ານທູດ ສືບຕໍ່ເປັນຂົວເຊື່ອມຕໍ່ມິດຕະພາບ ທີ່ດີງາມ ລະຫວ່າງສອງປະເທດ ໃຫ້ນັບມື້ໄດ້ຮັບການຂະຫຍາຍຕົວ ຍິ່ງໆຂຶ້ນ. ໂອກາດດຽວກັນ, ທ່ານຫງວຽນ ບ໋າ ຮຸງ ກໍໄດ້ສະແດງຄວາມຂອບ ໃຈເປັນຢ່າງສູງ ທີ່ໄດ້ມີໂອກາດເຂົ້າ ຢ້ຽມອຳລາໃນຄັ້ງນີ້, ພ້ອມທັງໄດ້ຕີ ລາຄາສູງຕໍ່ການພົວພັນຮ່ວມມືລະ ຫວ່າງ ສອງປະເທດຫວຽດນາມລາວ ໃນໄລຍະທີ່ຜ່ານມາ ແລະ ໄດ້ ສະແດງຄວາມຂອບໃຈຕໍ່ພັກ, ລັດ ຖະບານ ແລະ ປະຊາຊົນລາວ ກໍຄື ການຈັດຕັ້ງທຸກຂັ້ນ ທີ່ໄດ້ໃຫ້ການສະ ໜັບສະໜູນຊ່ວຍເຫລືອຕະຫລອດ ໄລຍະທີ່ຕົນປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຈົນໄດ້ຮັບຜົນສຳເລັດ ຢ່າງຈົບງາມ. ຂ່າວ-ພາບ: ກິດຕາ ຄະນະຜູ້ແທນຮົງກົງ... ລະຫວ່າງຈີນ ແລະ ໂລກເຂົ້າກັນ. ທ່ານ ດຣ. ປີເຕີ ເຄ ເອັນ ແລມ (Dr Peter K N Lam) ປະທານ ສະພາພັດທະນາການຄ້າຮົງກົງ (HKTDC)ກ່າວວ່າ:ນັບແຕ່ສະພາ ພັດທະນາການຄ້າຮົງກົງ ໄດ້ສ້າງ ຕັ້ງຂຶ້ນໃນປີ 1966, HKTDC ກໍ ໄດ້ໃຫ້ຄວາມສໍາຄັນຕໍ່ການເຊື່ອມ ຈອດເຊື່ອມໂຍງ ລະຫວ່າງຮົງກົງ ແລະ ໂລກ ຜ່ານທາງທຸລະກິດ ແລະ ການຄ້າຕະຫລອດມາ. ສໍາລັບປີ 2024, ຖືເປັນປີແຫ່ງການແລກ ປ່ຽນຄວາມຮູ້ລະຫວ່າງປະຊາຊົນ ອາຊຽນ-ຈີນ ເຊິ່ງເຮັດໃຫ້ການຢ້ຽມ ຢາມລາວຄັ້ງນີ້ ມີຄວາມໝາຍອັນ ໃຫຍ່ຫລວງ. ຮົງກົງ ໃນຖານະເປັນ ສູນກາງທາງການເງິນ, ການຄ້າ, ການລົງທຶນ ແລະ ການແລກປ່ຽນ ທາງດ້ານວັດທະນະທໍາລະຫວ່າງ ປະເທດທີ່ເຊື່ອມຈອດເຊື່ອມໂຍງກັບ ຈີນແຜ່ນດິນໃຫຍ່ແລະ ໂລກມີຄວາມ ມຸ່ງໝັ້ນ ໃນການເສີມສ້າງສາຍພົວ ພັນອັນສະໜິດແໜ້ນ ລະຫວ່າງຈີນ ແຜ່ນດິນໃຫຍ່ ແລະ ລາວ ດ້ວຍ ການເປີດໂອກາດໃຫ້ທຸລະກິດຂອງ ລາວ ສາມາດເຂົ້າເຖິງຕະຫລາດ ແຜ່ນດິນໃຫຍ່ ໂດຍສະເພາະເຂດພັດ ທະນາກວມລວມໄຊເສດຖາ, ນະ ຄອນຫລວງວຽງຈັນ ແລະ ນະໂຍ ບາຍຍົກເວັ້ນວີຊ່າ 15 ວັນ ສໍາລັບ ນັກທ່ອງທ່ຽວຈີນ ທີ່ຕ້ອງການເດີນ ທາງມາທ່ຽວລາວ, ເຊິ່ງຄາດວ່າ ຈະເປັນການສ້າງໂອກາດອັນໃໝ່ ໃຫ້ທຸລະກິດ ແລະ ການທ່ອງທ່ຽວ ໄດ້. HKTDC ພະຍາຍາມທີ່ຈະປຶກ ສາຫາລື ກ່ຽວກັບໂອກາດທາງການ ຄ້າ ແລະ ເສດຖະກິດ ພ້ອມສົ່ງເສີມ ການແລກປ່ຽນທາງວັດທະນະທໍາ ລະຫວ່າງ ລາວ ແລະ ຮົງກົງຕື່ມອີກ. ຮົງກົງ ມີເປົ້າໝາຍໃນການເພີ່ມ ທະວີການຮ່ວມມືກັບ ສປປ ລາວ ເພື່ອສະໜັບສະໜູນການເຕີບໂຕ ທຸລະກິດຂະໜາດນ້ອຍ ແລະ ຂະ ໜາດກາງ ໃນຂະແໜງການຕ່າງໆ ຂອງລາວເປັນຕົ້ນການທະນາຄານ, ການເງິນດີຈິຕອນ, ໂລຈິສຕິກ ແລະ ອີຄອມເມີສ ໂດຍຊ່ວຍສ້າງຂີດ ຄວາມສາມາດ, ຊອກຫາຄູ່ຮ່ວມມື ແລະ ການເຂົ້າເຖິງຕະຫລາດໃໝ່. ອາຊຽນ ແມ່ນຄູ່ຮ່ວມມືດ້ານ ການຄ້າລາຍໃຫຍ່ອັນດັບສອງຂອງ ຮົງກົງ ໂດຍມີມູນຄ່າການຄ້າທັງ ໝົດ 145 ຕື້ໂດລາສະຫະລັດໃນປີ 2023.
RkJQdWJsaXNoZXIy MTc3MTYxMQ==