5921

xtgmf]k; 6 19/07/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d dkog7nj voph kp la foE c]t la fxj k 8h v'xt8y [a f8k,dq f\kp ໂດຍ: ເກີດຂວັນໃຈ ມາລີຈັນສີ ໂດຍ: ມາລີດາ ;kflt|k wfh 8ec|j ' ok'lk;crw\]k; ]k;{wm 8A 'gxQ kfb 'f6 foa dmj v'mj P; gruj ,0B ozj ko0t[;o]q fw20h k,-kpcfo * ໃນມາດຕາທີ 41 ຂອງກົດ ໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ໄດ້ກຳນົດໄວ້ວ່າ: ການເຄື່ອນຍ້າຍ ສັດນ້ຳ ແລະ ສັດປ່າ ປະເພດຫວງ ຫ້າມ ແລະ ປະເພດຄຸ້ມຄອງຈາກສະ ຖານທີ່ໜຶ່ງໄປສະຖານທີ່ອື່ນ ຢູ່ ພາຍໃນປະເທດ ຕ້ອງໄປຕາມເສັ້ນ ທາງທີ່ໄດ້ກຳນົດໃຫ້ ແລະ ແຈ້ງ ເອກະສານຕໍ່ເຈົ້າໜ້າທີ່ປະຈຳດ່ານ ກວດກາ ຊຶ່ງປະກອບດ້ວຍ ໃບອະນຸ ຍາດເຄື່ອນຍ້າຍຂອງຂະແໜງການ ກະສິກຳແລະປ່າໄມ້,ໃບຢັ້ງຢືນສຸຂະ ພາບ, ໃບຢັ້ງຢືນຖິ່ນກຳເນີດ, ໃບທະ ບຽນສັດ. ໃນກໍລະນີທີ່ມີການຊື້- ຂາຍສັດ ຫລື ມອບກຳມະສິດສັດ ຕ້ ອງໃຫ້ມີໃບຢັ້ງຢືນຕາມລະບຽບກົດ ໝາຍ. ການເຄື່ອນຍ້າຍສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ແລະ ປະ ເພດຄຸ້ມຄອງຕ້ອງປະຕິບັດດັ່ງນີ້: ການເຄື່ອນຍ້າຍ ລະຫວ່າງບ້ານຕໍ່ ບ້ານ ຕ້ອງໄດ້ຮັບອະນຸຍາດຈາກອົງ ການປົກຄອງບ້ານ ຕາມການສະເໜີ ຂອງໜ່ວຍງານປ່າໄມ້ບ້ານ. ການ ເຄື່ອນຍ້າຍ ລະຫວ່າງເມືອງຕໍ່ເມືອງ ຕ້ອງໄດ້ຮັບອະນຸຍາດຈາກຫ້ອງ ການກະສິກຳ ແລະປ່າໄມ້ເມືອງ, ເທ ສະບານ ຕາມການສະເໜີຂອງອົງ ການປົກຄອງບ້ານ. ການເຄື່ອນຍ້າຍ ລະຫວ່າງແຂວງຕໍ່ແຂວງ ຕ້ອງໄດ້ ຮັບອະນຸຍາດຈາກ ພະແນກກະສິ ກຳ ແລະ ປ່າໄມ້ແຂວງ, ນະຄອນ ຕາມການສະເໜີຂອງຫ້ອງການກະ ສິກຳແລະປ່າໄມ້ເມືອງ, ເທສະບານ. ການເຄື່ອນຍ້າຍສັດດັ່ງກ່າວ ຕ້ອງ ໄດ້ເສຍພັນທະຕາມລະບຽບການ. ການນຳເຂົ້າ, ການສົ່ງອອກ, ການສົ່ງອອກຄືນແລະການນຳຜ່ານ ການນຳເຂົ້າ, ການສົ່ງອອກ, ການ ສົ່ງອອກຄືນ ແລະ ການນຳຜ່ານສັດ ນ້ຳແລະສັດປ່າຫລື ສີ້ນສ່ວນຕ່າງໆ ຂອງສັດດັ່ງກ່າວຕ້ອງປະຕິບັດຕາມ ມາດຕາ 40 ຂອງກົດໝາຍສະບັບນີ້ ແລະ ຍັງຕ້ອງປະຕິບັດດັ່ງນີ້: ການ ນຳເຂົ້າ ສັດນ້ຳ ແລະ ສັດປ່າ ຕ້ອງມີ ໃບອະນຸຍາດສົ່ງອອກຈາກອົງການ ທີ່ກ່ຽວຂ້ອງ ຂອງປະເທດຕົ້ນທາງ, ໃບຢັ້ງຢືນຖິ່ນກຳເນີດ, ໃບຢັ້ງຢືນ ປອດພະຍາດ, ສັນຍາລະຫວ່າງຜູ້ ນຳເຂົ້າ ແລະ ຜູ້ສົ່ງອອກ, ລາຍການ ບັນຊີປະເພດສັດ ແລະ ຈຳນວນສັດ ທີ່ຈະນຳເຂົ້າ, ໃບອະນຸຍາດນຳເຂົ້າ ຂອງຂະແໜງການກະສິກຳ ແລະ ປ່າໄມ້. ການສົ່ງອອກສັດນ້ຳ ແລະ ສັດປ່າ ຕ້ອງມີໃບຢັ້ງຢືນກ່ຽວກັບ ການຂະຫຍາຍພັນ ຫລື ລ້ຽງ, ໃບ ຢັ້ງຢືນຖິ່ນກຳເນດີ, ໃບຢັ້ງຢືນປອດ ພະ ຍາດ, ສັນຍາລະຫວ່າງຜູ້ນຳເຂົ້າ ແລະ ຜູ້ສົ່ງອອກ, ລາຍການບັນຊີປະ ເພດແລະຈຳນວນສັດທີ່ຈະສົ່ງອອກ, ໃບອະນຸຍາດສົ່ງອອກຂອງກະ ຊວງກະສິກຳ ແລະ ປ່າໄມ້, ໃບອະ ນຸຍາດນຳເຂົ້າ ຂອງອົງການທີ່ກ່ຽວ ຂ້ອງຂອງປະເທດ ປາຍທາງ. ການ ສົ່ງອອກຄືນສັດນ້ຳ ແລະ ສັດປ່າ ນອກຈາກເອກະສານທີ່ໄດ້ກຳນົດ ໄວ້ໃນຂໍ້1ຂອງມາດຕານີ້ຍັງຕ້ອງມີ ໃບແຈ້ງຂຶ້ນທະບຽນສັດ, ໃບຢັ້ງຢືນ ກ່ຽວກັບການຂະຫຍາຍພັນ ຫລື ລ້ຽງ, ໃບຢັ້ງຢືນປອດພະຍາດ, ລາຍ ການບັນຊີປະເພດ ແລະ ຈຳນວນ ສັດທີ່ ຈະສົ່ງອອກ, ໃບອະນຸຍາດສົ່ງ ອອກຄືນ ຂອງກະຊວງກະສິກຳ ແລະ ປ່າໄມ້, ໃບອະນຸຍາດນຳເຂົ້າ ຄືນ ຂອງອົງການທີ່ກ່ຽວຂ້ອງຂອງ ປະເທດປາຍທາງ. ການນຳຜ່ານ ສັດນ້ຳ ແລະ ສັດປ່າ ຕ້ອງໄດ້ແຈ້ງ ເອກະສານເຊັ່ນ: ໃບອະນຸຍາດສົ່ງ ອອກ ແລະ ນຳເຂົ້າຂອງ ອົງການທີ່ ກ່ຽວຂ້ອງຂອງປະເທດຕົ້ນທາງ ແລະ ປາຍທາງ, ໃບຢັ້ງຢືນຖິ່ນກຳ ເນີດ, ໃບຢັ້ງຢືນປອດພະຍາດ, ລາຍ ການບັນຊີປະເພດ ແລະ ຈຳນວນ ສັດທີ່ຈະສົ່ງຜ່ານ. ການນຳຜ່ານ ສັດນ້ຳ ແລະ ສັດປ່າ ຕ້ອງໄດ້ຮັບ ການກວດກາ. ການນຳເຂົ້າ, ການ ສົ່ງອອກ, ການສົ່ງອອກຄືນ ແລະ ການນຳຜ່ານສັດດັ່ງກ່າວຕ້ອງໄດ້ ເສຍພັນທະຕາມລະບຽບການ. * ລາວ-ໄທ ຕັ້ງເປົ້າໝາຍໄວ້ ວ່າການເປີດໃຫ້ບໍລິການແລ່ນລົດ ໄຟຂ້າມແດນລະຫວ່າງສອງເທດບໍ່ ພຽງຊຸກຍູ້ການຄ້າ, ການລົງທຶນ, ບໍລິການຂົນສົ່ງເຕີບໃຫຍ່ຂະຫຍາຍ ຕົວແບບກ້າວກະໂດດເທົ່ານັ້ນ ຫາກ ຍັງຈະເຮັດໃຫ້ພາກອຸດສາຫະກໍາ ທ່ອງທ່ຽວລະຫວ່າງລາວ-ໄທ, ອາຊຽນ, ພາກພື້ນ ແລະ ສາກົນມີ ຄວາມຄຶກຄັກເປັນພິເສດ. ອີງຕາມຂໍ້ມູນຈາກສື່ຕ່າງປະ ເທດລາຍງານວ່າ: ທາງລົດໄຟແຫ່ງ ປະເທດໄທ ໄດ້ປະກາດເປັນທາງ ການຈະເປີດບໍລິການລົດໄຟສາກົນ ທີ່ເຊື່ອມຕໍ່ ບາງກອກ ປະເທດໄທ ແລະ ນະຄອນຫລວງວຽງຈັນ ຂອງ ລາວ ໃນວັນທີ 19 ກໍລະກົດ 2024 ນີ້. ຄາດວ່າຄ່າປີ້ລົດໄຟ ໂດຍສານ ສາຍດຽວຈາກບາງກອກໄປວຽງ ຈັນຈະເລີ່ມຕົ້ນປະມານ 300 ບາດ (9ໂດລາ)ຫລືປະມານ210,000 ກີບ ສໍາລັບບ່ອນນັ່ງພັດລົມຊັ້ນສາມ ແລະ ຈະໃຊ້ເວລາເດີນທາງ ປະມານ 10 ຊົ່ວໂມງ. ເມື່ອໄປຮອດຈຸດໝາຍປາຍທາງ ນັກທ່ອງທ່ຽວ ສາມາດນໍາໃຊ້ບໍລິ ການ ຂົນສົ່ງສາທາລະນະຂອງແຕ່ ລະປະເທດຕາມຄວາມສະດວກ ຂອງໃຜມັນສະເພາະຢູ່ ສປປ ລາວ ເພື່ອເດີນທາງໄປຫາຕົວເມືອງ ແລະ ນະຄອນຫລວງວຽງຈັນໄລຍະທາງ 7-9 ກິໂລແມັດ. ນອກຈາກນີ້, ຍັງ ສາມາດຂຶ້ນລົດໄຟຄວາມໄວສູງ ລາວ-ຈີນ ທີ່ສະຖານີລົດໄຟວຽງຈັນ ເພື່ອເດີນທາງໄປແຂວງອື່ນໆ ທາງ ພາກເໜືອໃນລາວ ຫລື ເດີນທາງໄປ ຕໍ່ປະເທດຈີນ. ການທົດລອງການບໍລິການລະ ຫວ່າງສະຖານີອຸດອນທານີ, ໜອງ ຄາຍ ແລະ ວຽງຈັນ ໄດ້ສຳເລັດ ໃນວັນທີ 21 ພຶດສະພາ 2024 ນີ້, ໂດຍບໍ່ມີບັນຫາໃດໆ. ຫວ່າງບໍ່ດົນມານີ້, ກະຊວງ ໂຍ ທາທິການ ແລະ ຂົນສົ່ງ ຮ່ວມກັບ ການລົດໄຟແຫ່ງ ປະເທດໄທ ໄດ້ ເປີດທົດລອງແລ່ນລົດໄຟຈາກ ສະ ຖານີທ່ານາແລ້ງ ຫາ ສະຖານີວຽງ ຈັນຄຳສະຫວາດ ເພື່ອກວດກາດ້ານ ເຕັກນິກ ໃນລະຫວ່າງວັນທີ 14-17 ພຶດສະພາ 2024 ເພື່ອເປັນການກະ ກຽມຄວາມພ້ອມ ໃຫ້ແກ່ການເປີດ ໃຫ້ບໍລິການ ແຕ່ສະຖານີໜອງຄາຍ ຣາຊະອາຈັກໄທ ຫາ ສະຖານີວຽງ ຈັນຄໍາສະຫວາດ ສປປ ລາວ ຢ່າງ ເປັນທາງການ ໂດຍຈະແລ່ນທົດ ລອງ 9 ຖ້ຽວຕໍ່ວັນ ເຊິ່ງເລີ່ມແຕ່ເວ ລາ 08:30-15:30 ໂມງ. ສ່ວນວັນທີ 18-20 ພຶດສະ ພາ 2024 ແມ່ນຈະທົດລອງແລ່ນຂະ ບວນລົດໄຟ ຈາກສະຖານີອຸດອນ ທານີ-ສະຖານີໜອງຄາຍ-ສະຖານີ ທ່ານາແລ້ງ ແລະ ສະຖານີວຽງຈັນ ຄຳສະຫວາດ. ທັງນີ້ ກໍເພື່ອຮັບປະ ກັນຄວາມພ້ອມຮອບດ້ານໃຫ້ແກ່ມື້ ເປີດໃຫ້ບໍລິການ ເຊິ່ງມື້ເປີດໃຫ້ບໍລິ ການຢ່າງເປັນທາງການພາກສ່ວນ ກ່ຽວຂ້ອງຈະແຈ້ງໃຫ້ຊາບຕາມ ພາຍຫລັງ. ທ່ານ ຄອນສະຫວັນ ຄໍາພິວົງ ຫົວໜ້າສະຖານີລົດໄຟທ່ານາແລ້ງ ໃຫ້ໄດ້ຮູ້ໃນວັນທີ 14 ພຶດສະພາ 2024 ນີ້ວ່າ: ມື້ນີ້, ເປັນມື້ທີ່ພວກ ເຮົາເລີ່ມທົດລອງການແລ່ນລົດໄຟ ຈາກສະຖານີທ່ານາແລ້ງ ຫາ ສະ ຖານີຄຳສະຫວາດ ເປັນຄັ້ງທໍາອິດ ທີ່ໃຊ້ຄົນຂັບລົດໄຟຄົນລາວ ໂດຍ ໄດ້ສະຫລັບກັນລະຫວ່າງຄົນຂັບ ຝ່າຍໄທ ແລະ ຝ່າຍລາວ ເຊິ່ງຄົນຂັບ ລົດໄຟໄທ ມາຈອດຢູ່ສະຖານີທ່ານາ ແລ້ງ ແລ້ວປ່ຽນໃຫ້ຄົນຂັບຝ່າຍ ລາວ ຂັບຕໍ່ໄປສະຖານີວຽງຈັນຄຳ ສະຫວາດ. ຜ່ານການທົດລອງໃນມື້ ນີ້, ເຫັນວ່າດຳເນີນໄປດ້ວຍດີ, ທາງ ດ້ານເຕັກນິກແລະ ເສັ້ນທາງບໍ່ມີຫຍັງ ຂັດຂ້ອງ ແລະ ຈະສືບຕໍ່ທົດລອງ ແລ່ນ ໄປຈົນເຖິງວັນທີ 20 ພຶດສະ ພາ 2024. ເຖິງແນວໃດກໍດີ ແຫລ່ງຂ່າວຍັງ ລະບຸວ່າ: ການເປີດໃຫ້ບໍລິການ ເບື້ອງຕົ້ນໄດ້ກໍານົດເວລາດັ່ງນີ້: ຂະ ບວນລົດ 481 ໜອງຄາຍ - ທ່ານາ ແລ້ງ ເວລາອອກ 07:30 ໂມງເວ ລາ ຮອດ 07:45 ໂມງ; ຂະບວນ ລົດ 482 ທ່ານາແລ້ງ-ໜອງຄາຍ ເວລາອອກ10:00ໂມງ ເວລາຮອດ 10:15 ໂມງ; ຂະບວນລົດ 483 ໜອງຄາຍ-ທ່ານາແລ້ງ ເວລາອອກ 14:45 ໂມງ ເວລາຮອດ 15:00 ໂມງ;ຂະບວນລົດ484 ທ່ານາແລ້ງ- ໜອງຄາຍ ເວລາອອກ17:30 ໂມງ ເວລາຮອດ 17:45 ໂມງ; ຂະບວນ ລົດ 26 ໜອງຄາຍ - ກຸງເທບ ເວລາ ອອກ 19:40 ໂມງ ເວລາຮອດ 06:00 ໂມງ. ນອກຈາກນັ້ນ ການລົດໄຟແຫ່ງ ປະເທດໄທໃຫ້ຮູ້ວ່າ: ຂະບວນລົດໄຟ ລະຫວ່າງປະເທດ ຈະເປັນລາຄາປະ ຢັດ ໃຊ້ພຽງແຕ່ Passport ຫລື Border Passອັດຕາຄ່າໂດຍສານ ທ່ານລະ 20 ບາດ ເຊິ່ງຄິດເປັນເງິນ ລາວ 10,000 ກີບ (Rate 1 * ເປັນປີ​ ​ທໍາ​ອິດ ​ສໍາລັບເ​ວທີ​ປະ​ ກວດ ນາງສາວແພໄໝລາວ2024 ເຊິ່ງໄດ້ຮັ​ ບຄ​ ວາມສົ​ ນໃ​ ຈຈາກສັ​ ງຄົມ​ ຢ່າງ​ຫລວງຫລາຍ ​ໂດຍສະເພາະ​ ເອື້ອຍ​ນ້ອງ​ແມ່ຍິງ​ລາວ​ທີ່​ມີ​ຄວາມ​ ພ້ອມ​ດ້ານ ບຸກຄະລິ​ ກໜ້າຕາ ​ແລະ ຄວາມ​ມັກ​ໃ​ ນແພໄໝລາວ ກໍໄ​ ດ້​ປະ​ ກວດ ​ເພື່ອ​ເປັນການ​ຊຸກຍູ້​ສົ່ງ​ເສີມ ວັດທະນະທໍ​ າອັ​ ນລໍ້​ າຄ່​ າຂ​ ອງແ​ ມ່ຍິງ​ ລາວ​ ໃຫ້​ຄຽງຄູ່​ກັບ​ວັດທະນະ​ທໍາ​ ລາວຕ​ ະຫລອດໄ​ ປ. ສໍາ​ ລັບຮອບສຸດ​ ທ້າຍ​ຂອງ​ກອງ​ປະ​ກວດ​ແມ່ນ​ຈັດ​ ຂຶ້ນ​ໃນ​ອາທິດ​ຜ່ານ​ມາ ​ເຊິ່ງຜູ້​ທີ່​ໄດ້​ ຮັບ​ຕໍາ​ແໜ່ງອັນ​ຊົງ​ກຽດນີ້ ​ແມ່ນ ນາງວາດສະໜາ ດວງວິໄລ ສາວ​ ງາມຈາກແຂວງ​ຫລວງ​ພະ​ບາງ. ນາງວາດສະໜາ ດວງວິໄລ ຫລື ໝູນ້ອຍ ນາງສາວແພໄໝລາວ 2024 ​ໃຫ້​ຮູ້​ວ່າ: ພາຍຫລັງ​ທີ່​ໄດ້​ ຮັບ​ຕໍາ​ແໜ່ງນີ້ ຮູ້ສຶກພູມໃຈ ແລະ ດີໃຈຫລາຍທີ່ໄດ້ຮັບຕຳແໜ່ງອັນ ມີກຽດນີ້ ​ເພາະກວ່າຈະມາຮອດ ຈຸດນີ້ໄດ້ຕ້ອງກ້າວຂ້າມຜ່ານຄວາມ ຢ້ານຂອງຕົນເອງ ແລະ ພະຍາຍາມ ຝຶກຝົນຕົນເອງບໍ່ວ່າຈະເປັນກິລິຍາ ທ່າທາງ, ບຸກຄະລິກ, ການເວົ້າຈາ​ ແລະ​ ຮຽນຮູ້ວັດທະນະທໍາລາວ​ເພື່ອ ຄວາມພ້ອມທີ່ຈະເປັນໂຕແມ່ຍິງ​ ລາວ​ໃນການເຜີຍແຜ່ສິລະປະວັດ ການ​ນຸ່ງ​ຖື​ຂອງແມ່ໃຫ້ສັງຄົມ​ ໄດ້​ ຮັບ​ຮູ້​ຫລາຍ​ຂຶ້ນ ​ແຕ່​ມາ​ຮອດ​ປັດຈຸ​ ບັນຕົນ​ເອງ​ໄດ້​ຮັບຕໍາແໜ່ງອັນ ​ມີ ກຽດນ້ີ​ແລ້ວ​ ຖື​ວ່າ ຄວາມ​ຝັນ​ໄ​ ດ້ສໍາ ເລັດໄ​ ປເ​ຄີ່ງໜຶ່ງແ​ ລ້ວ ສະນັ້​ ນ, ຕໍ່ໄປ ຈະ​ພະຍາຍາມ​ພັດທະນາ​ຕົນ​ເອງ​ ຕື່ມໃ​ ນທຸ​ ກໆດ້ານເ​ພື່ອໃ​ ຫ້ປ​ ະສົບຜົ​ ນ ສໍາເ​ລັດໜ້​ າທີວ​່ ຽກງານ ແ​ ລະ ຊີວິດ ໃນ​ອະນາຄົດ. ນາງ ວາດສະໜາ ​ເວົ້າ​ຕື່ມວ່າ: ສຸດ​ທ້າຍ​ຕ້ອງຂໍຂອບໃຈພໍ່ແມ່ ແລະ ຄອບຄົວທີ່ສະໜັບສະໜູນ, ໃຫ້ກຳ ລັງໃຈ, ໃຫ້ຄຳປຶກສາທີ່ດີແກ່ຕົນເອງ ຕະຫລອດ​ມາຈົ​ ນເ​ຮັດໃຫ້ຕົນເອງ​ມີ​ ມື້​ນີ້​ຍ້ອນມີ​ຄອບ​ຄົວ ອີກຢ່​ າງໜຶ່ງຂໍ ຂອບໃຈໂຄງການປະກວດນາງ ສາວແພໄໝລາວທ່ີເປີດໂອກາດໃ​ ຫ້​ ຕົນເ​ອງ ໄດ້ສະແ​ ດງສັກກາຍະພາບ, ຄວາມສາມາດ ຈົນ​ກາຍ​ເປັ​ນໜຶ່ງ​ ໃນ​ຜູ້​ທີ່​ສືບ​ສານ​ວັດທະນະ​ທໍາການ​ ນຸ່ງ​ຖື​ຂອງ​ແມ່ຍິ​ ງ​ລາວ ໃ​ ຫ້​ມີ​ຄວາມ​ ຍືນ​ຍົງຕ​ ະຫລອດ​ໄປ.

RkJQdWJsaXNoZXIy MTc3MTYxMQ==