5921

Ia [I6h ot3p[kpdkoxt8y I6 [0v'9u o.op5 d.\j xtgmf]k; 4 3]d c]t gsfdko 19/07/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *ການປະຕິຮູບແລະເປີດປະຕູສູ່ພາຍ ນອກເປັນນະໂຍບາຍພື້ນຖານແຫ່ງຊາດ ຂອງພັກກອມມູນິດຈີນໃນການບໍລິ ຫານປະເທດ. ນະໂຍບາຍນີ້ແມ່ນໄດ້ສະ ເໜີອອກໃນກອງປະຊຸມຄົບຄະນະຄັ້ງ ທີ 3 ຂອງຄະນະກຳມະການສູນກາງ ພັກກອມມູນິດຈີນ ສະໄໝທີ XI ພາຍ ໃຕ້ການເປັນປະທານຂອງສະຫາຍ ເຕີ້ງສ້ຽວຜິງ ເມື່ອປີ 1978 ແລະ ໄດ້ ຮັບການລົງເລິກຢ່າງຮອບດ້ານຈາກ ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະ ນະກຳມະການສູນກາງພັກກອມມູນິດ ຈີນ ສະໄໝທີ XVIII ພາຍໃຕ້ການເປັນ ປະທານຂອງສະຫາຍ ສີຈິ້ນຜິງ ເມື່ອປີ 2013. ເນື່ອງໃນໂອກາດທີ່ກອງປະ ຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳ ມະການສູນກາງພັກກອມມູນິດຈີນ ສະ ໄໝທີ XX ຈັດຂຶ້ນລະຫວ່າງວັນທີ 15 ຫາ 18 ກໍລະກົດ 2024 ຢູ່ນະຄອນ ຫລວງປັກກິ່ງປະເທດຈີນ, ພວກເຮົາ ຈະນຳສະເໜີໃຫ້ທ່ານຮັບຮູ້ນະໂຍບາຍ ການປະຕິຮູບຂອງຈີນໃນຍຸກໃໝ່. ມື້ນີ້ ສະເໜີຕອນທີ 5 ຫົວຂໍ້: ປະຊາຊົນເປັນ ພື້ນຖານຂອງຊາດ, ເມື່ອພື້ນຖານໝັ້ນ ຄົງແລ້ວຊາດຈະມີຄວາມສະຫງົບ. ໃນທ້າຍປີ 2012 ເຊິ່ງເປັນລະດູໜາວ ຢູ່ພາກເໜືອຂອງຈີນ, ທ່າມກາງອຸນ ຫະພູມທີ່ໜາວຕິດລົບ10 ກວ່າອົງສາ, ສະຫາຍ ສີຈິ້ນຜິງ ໄດ້ເດີນທາງຜ່ານ ຫິມະທີ່ຕົກຢ່າງໜັກໄປຫາເມືອງຟູ້ຜິງ ເຊິ່ງເປັນເມືອງນ້ອຍແຫ່ງໜຶ່ງຂອງ ແຂວງເຫີເປີຍ, ເພິ່ນໄດ້ຍ່າງເຂົ້າໄປໃນ ເຮືອນຂອງຊາວກະສິກອນບ້ານທຸກ ຍາກຫລາຍຫລັງເພື່ອນັ່ງໂອ້ລົມສົນ ທະນາກັບພໍ່ແມ່ປະຊາຊົນຊາວບ້ານ ຢ່າງເລິກເຊິ່ງຈິງໃຈ. ເພິ່ນໄດ້ເດີນທາງ ຫລາຍກວ່າ 700 ກິໂລແມັດ ເພື່ອຢ້ຽມ ຢາມບັນດາຄອບຄົວບ້ານທຸກຍາກ ສອງບ້ານ. ເດືອນ ເມສາ ປີ 2019, ສະຫາຍ ສີຈິ້ນຜິງ ໄດ້ເດີນທາງດ້ວຍພາຫະນະ ຫລາຍຕໍ່ເລີ່ມຈາກຂີ່ເຮືອບິນແລ້ວຕໍ່ ລົດໄຟ ທັງຂີ່ລົດຕາມເສັ້ນທາງ ເພື່ອໃຫ້ ໄປຮອດບ້ານຮົວຊີ່ ຕາແສງຈົ່ງຢີ້ ເມືອງ ສືຈູ້ ກຳແພງນະຄອນຈຸ່ງກິ່ງ ເຊິ່ງເປັນ ບ້ານນ້ອຍ ທີ່ຕັ້ງຢູ່ເຂດພູດອຍ. ບ່ອນນີ້ ເປັນເຂດທຸກຍາກທີ່ຕິດຈອດກັນເປັນ ບໍລິເວນກວ້າງ, ເປັນເຂດທຸກຍາກທີ່ສຸດ ທີ່ສະຫາຍ ສີຈີ້ນຜິງ ມີຄວາມຫ່ວງໃຍ ຫລາຍທີ່ສຸດ. ໃນຖານະເປັນຜູ້ນຳສູງ ສຸດຂອງຈີນ, ສະຫາຍ ສີຈິ້ນຜິງ ໄດ້ລົງ ເຄື່ອນໄຫວຈາກນະຄອນຫລວງປັກກິ່ງ ວັນທີ 29 ທັນວາ 2012, ທ່ານ ສີຈິ້ນຜິງເດີນທາງໄປບ້ານໂລ້ໂຖວ່ານ ເມືອງຟູ້ຜິງແຂວງເຫີເປີຍ ເພື່ອຢ້ຽມຢາມປະຊາຊົນຜູ້ທຸກຍາກ ໄປຮອດຂັ້ນຮາກຖານທ້ອງຖິ່ນຕ່າງໆ ຢູ່ເລື້ອຍໆ, ຈຸດປະສົງກໍເພື່ອກຳແໜ້ນ ສະພາບລວມ, ທັງຄົ້ນຄວ້າໃນສິ່ງທີ່ມີ ລັກສະນະຕົວແບບ, ຈາກນັ້ນຈຶ່ງຈະສາ ມາດກຳໄດ້ຂໍກຸນແຈສຳຄັນ ເພື່ອແກ້ໄຂ ບັນຫາການຮັບປະກັນຊີວິດການເປັນຢູ່ ຂອງປະຊາຊົນ ແລະ ຜ່ານຜ່າຂອດຍາກ ທີ່ສຸດໃນຂະບວນການປະຕິຮູບ ແລະ ການພັດທະນາ. ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ທ້ອງຖິ່ນ, ເພິ່ນໄດ້ຊີ້ນຳ ໃຫ້ພະນັກງານທ້ອງຖິ່ນ ຕ້ອງມີຄວາມ ຮັບຜິດຊອບ ແລະ ມີສະຕິແກ້ໄຂບັນຫາ ຢ່າງເລັ່ງດ່ວນ, ຕ້ອງເຮັດວຽກດ້ວຍ ຄວາມມີນ້ຳໃຈ; ເພິ່ນຍັງໄດ້ບອກກັບພີ່ ນ້ອງປະຊາຊົນວ່າ: ການພັດທະນາຕ້ອງ ອາໄສແຮງຂັບເຄື່ອນທີ່ເກີດຂຶ້ນຈາກ ພາຍໃນ, ອາໄສແຕ່ການຊ່ວຍເຫລືອບໍ່ ແມ່ນວິທີແກ້ໄຂແບບຍືນຍົງ. ທ້ອງຖິ່ນ ໃດໜຶ່ງຕ້ອງມີອຸດສາຫະກຳ, ມີແຮງ ງານ, ກຳລັງທັງພາຍໃນ ແລະ ພາຍ ນອກປະສານສົມທົບກັນຈຶ່ງຈະມີການ ພັດທະນາໄດ້. ພາຍຫລັງໄດ້ຮັບເລືອກຕັ້ງເປັນຜູ້ ນຳສູງສຸດຂອງຈີນແລ້ວ, ສະຫາຍ ສີຈິ້ນຜິງ ໄດ້ໃຊ້ເວລາ8ປີ, ນຳພາປະຊາ ຊົນທົ່ວປະເທດຈີນປະຕິບັດໂຄງການ ເພື່ອຊີວິດການເປັນຢູ່ຂອງປະຊາຊົນ ທີ່ປະຈັກຕາຕໍ່ຊາວໂລກຄື: ລຶບລ້າງ ຄວາມທຸກຍາກຈາກການຊ່ວຍເຫລືອ ແບບການໃຫ້ເລືອດຮອດການຊ່ວຍ ເຫລືອແບບການຜະລິດເລືອດ, ເຊິ່ງ ເຮັດໃຫ້ປະຊາກອນຜູ້ທຸກຍາກຢູ່ເຂດ ຊົນນະບົດຈີນ ເກືອບ 100 ລ້ານຄົນ ໄດ້ຫລຸດພົ້ນອອກຈາກຄວາມທຸກຍາກ, ໄດ້ສ້າງສິ່ງມະຫັດສະຈັນໃນປະຫວັດ ສາດເສດຖະກິດໂລກ, ທັງໄດ້ເຮັດໃຫ້ ຄຳໝັ້ນສັນຍາຂອງພັກກອມມູນິດຈີນ ທີ່ນຳພາປະຊາຊົນລຶບລ້າງຄວາມທຸກ ຍາກ ແລະ ກ້າວໄປສູ່ຄວາມອີ່ມໜຳສຳ ລານບັນລຸຜົນເປັນຈິງ. ທຸກສິ່ງຢ່າງ ທີ່ກ່ຽວກັບຊີວິດການເປັນຢູ່ຂອງປະ ຊາຊົນລ້ວນແຕ່ເປັນເລື່ອງທີ່ສຳຄັນ. ສະຫາຍ ສີຈິ້ນຜີງ ມັກເວົ້າ ຢູ່ເລື້ອຍໆ ວ່າ: “ປະຊາຊົນເປັນພື້ນຖານຂອງ ຊາດ, ເມື່ອພື້ນຖານໝັ້ນຄົງແລ້ວຊາດຈະ ມີຄວາມສະຫງົບ. ຊີວິດການເປັນຢູ່ຂອງ ປະຊາຊົນເປັນພື້ນຖານແຫ່ງຄວາມສຸກ ຂອງປະຊາຊົນ ແລະ ເປັນພື້ນຖານແຫ່ງ ຄວາມກົມກຽວຂອງສັງຄົມ. ຢູ່ນະຄອນຊີ່ວຈິ້ງ ແຂວງຢຸນນານ, ເມື່ອເດືອນຕຸລາ, ສວນໝາກເຜັດ ທີ່ ກວມເນື້ອທີ່ປະມານ 6 ເຮັກຕາຂອງ ບ້ານໂຖ່ເຄີ້ໄດ້ຮັບຜົນເກັບກ່ຽວອັນອຸດົມ ສົມບູນ. ຍຸດທະສາດ “ລຶບລ້າງຄວາມ ທຸກຍາກຢ່າງຖືກເປົ້າໝາຍ” ໄດ້ຜ່ານ ຈາກນະໂຍບາຍຊ່ວຍເຫລືອຕ່າງໆເຊັ່ນ: ພັດທະນາກະສິກຳດ້ວຍອຸດສາຫະກຳ ເປັນຕົ້ນເຮັດໃຫ້ຊາວກະສິກອນກ້າວ ຂຶ້ນສູ່ເສັ້ນທາງສ້າງຄວາມຮັ່ງມີ. ຄ່ານິຍົມການປະຕິຮູບທີ່ປະຊາຊົນ ເປັນພື້ນຖານຂອງຊາດຮອດການຖືປະ ຊາຊົນເປັນໃຈກາງ: ຄຳວ່າ“ປະຊາຊົນ ເປັນພື້ນຖານຂອງຊາດ” ເຊິ່ງໄດ້ບັນ ທຶກຢູ່ໃນປຶ້ມ “ຊ້າງຊູ່” ທີ່ເປັນຕຳລາບູ ຮານຈີນກ່ອນໜ້ານີ້ 5.000 ກວ່າປີ. ສາມາດເວົ້າໄດ້ວ່າແນວຄິດ “ ປະຊາ ຊົນເປັນພື້ນຖານຂອງຊາດ” ໄດ້ໂຮມ ສູນສິ່ງຍອດຍິ່ງຂອງແນວຄິດການ ເມືອງສະໄໝບູຮານຂອງຈີນ, ທັງໄດ້ສະ ແດງໃຫ້ເຫັນເຖິງແນວຄິດການເມືອງ ຂອງຜູ້ມີຄວາມຮູ້ຄວາມສາມາດ ແລະ ຄຸນສົມບັດຂອງແຕ່ລະຍຸກແຕ່ລະສະ ໄໝໃນປະຫວັດສາດຈີນ, ນີ້ຄືເຄົ້າກຳ ທິວທັດຂອງບ້ານຮົວຊີ່ຕາແສງຈົ່ງຢີ້ ເມືອງສືຈູ້ ກຳແພງນະຄອນຈຸ່ງກິ່ງ. ປັດຈຸບັນ, ບ້ານຮົວຊີ່ ມີອຸດສາຫະກຳທີ່ເປັນເສົາຄ້ຳຕ່າງໆ ເຊັ່ນ: ຢາພື້ນເມືອງຈີນ, ພືດຜັກ ແລະ ໝາກໄມ້ທີ່ມີເອກະລັກພິເສດ ເນີດຂອງອຸດົມການແຕ່ຫົວທີ ແລະ ພາລະກຳຂອງຊາວກອມມູນິດຈີນທີ່ຍຶດ ໝັ້ນສະແຫວງຫາຄວາມສຸກໃຫ້ກັບ ປະຊາຊົນ ແລະ ສະແຫວງຫາການຟື້ນ ຟູຄວາມຈະເລີນຮຸ່ນເຮືອງໃຫ້ກັບປະ ຊາຊາດ. ໂດຍຍຶດໝັ້ນອຸດົມການແຕ່ ຫົວທີດັ່ງກ່າວນີ້, ສະຫາຍ ສີຈິ້ນຜິງ ໄດ້ ສະເໜີແນວຄິດການພັດທະນາທີ່ “ຖື ປະຊາຊົນເປັນໃຈກາງ”, ກາຍເປັນ ຄວາມຮຽກຮ້ອງດ້ານຄຸນຄ່າສຳລັບພັກ ກອມມູນິດຈີນໃນການອອກແບບຈາກ ຂັ້ນເທິງສູງສຸດຕໍ່ສະພາບລວມແຫ່ງ ການພັດທະນາເສດຖະກິດ-ສັງຄົມ, ທັງ ເປັນຄ່ານິຍົມດ້ານການລົງເລິກການ ປະຕິຮູບຢ່າງຮອບດ້ານຂອງຈີນ ໃນຍຸກ ໃໝ່. ສະຫາຍ ສີຈິ້ນຜິງ ໄດ້ຊີ້ແຈງແນວ ຄິດດັ່ງກ່າວດ້ວຍຄຳເວົ້າທີ່ເຂົ້າໃຈງ່າຍ ວ່າ: “ຄວາມປາດຖະໜາຂອງປະຊາຊົນ ທີ່ຢາກມີຊີວິດການເປັນຢູ່ທີ່ດີງາມກໍຄື ເປົ້າໝາຍສູ້ຊົນຂອງພວກເຮົາ.” “ການ ລົງເລິກການປະຕິຮູບຢ່າງຮອບດ້ານ ຕ້ອງຖືເອົາການສົ່ງເສີມຄວາມຍຸຕິທຳ ແລະ ຄວາມເປັນທຳຂອງສັງຄົມ, ເພີ່ມ ຄວາມສຸກໃຫ້ກັບປະຊາຊົນເປັນຈຸດ ເລີ່ມຕົ້ນ ແລະ ຈຸດໝາຍ.” ຈາກຈຸດເລີ່ມ ຕົ້ນດັ່ງກ່າວ, ສະຫາຍ ສີຈິ້ນຜິງ ໄດ້ນຳ ພາຈີນໃນຍຸກໃໝ່ດຳເນີນການປະຕິຮູບ ຢ່າງເລິກເຊິ່ງ ແລະ ຮອບດ້ານໃນຂົງ ເຂດຊີວິດການເປັນຢູ່ຂອງປະຊາຊົນ ຄື: ລົງເລິກການປະຕິຮູບໂຄງປະກອບ ດ້ານການຢາແລະສາທາລະນະສຸກ:ຍົກ ສູງລະດັບການປະກັນສຸຂະພາບຂັ້ນ ພື້ນຖານ ແລະ ການປະກັນໄພດ້ານພະ ຍາດຮ້າຍແຮງຢ່າງຕໍ່ເນື່ອງ, ຈັດເອົາ ຢາປິ່ນປົວທີ່ປະຊາຊົນຕ້ອງການຢ່າງ ຮີບດ່ວນເຂົ້າໃນຂອບເຂດການຊຳລະ ດ້ວຍລະບົບປະກັນສຸຂະພາບໃຫ້ຫລາຍ ຂຶ້ນກວ່າເກົ່າ, ການຊຳລະຄ່າກວດພະ ຍາດ ແລະ ຄ່ານອນປິ່ນປົວຢູ່ໂຮງໝໍ ແບບຂ້າມແຂວງໂດຍກົງ. ດຳເນີນ ການປະຕິຮູບໂດຍສັງລວມຢູ່ໂຮງໝໍ ລັດຢ່າງຮອບດ້ານ, ຍົກສູງຄວາມສາ ມາດການບໍລິການຮັກສາສຸຂະພາບ ແລະ ສາທາລະນະສຸກຂອງຂັ້ນເມືອງ ຢ່າງຕໍ່ເນື່ອງ, ປັບປຸງລະບົບການກວດ ພະຍາດ ແລະ ການປິ່ນປົວໂດຍແບ່ງລະ ດັບຊັ້ນ. ການລົງເລິກການປະຕິຮູບ ໂຄງປະກອບ ແລະ ກົນໄກການສຶກສາ: ຊຸກຍູ້ການສຶກສາພາກບັງຄັບຂອງຕົວ ເມືອງ ແລະ ຊົນນະບົດໃຫ້ພັດທະນາ ແບບເຊື່ອມໂຍງເຂົ້າເປັນອັນໜຶ່ງອັນ ດຽວກັນ, ປັບປຸງລະບົບອາຊີວະສຶກ ສາ ແລະ ການອົບຮົບວິຊາຊີບ, ລົງເລິກ ການເຊື່ອມໂຍງອຸດສາຫະກຳແລະການ ສຶກສາ, ການຮ່ວມມືລະຫວ່າງໂຮງ ຮຽນກັບວິສາຫະກິດ, ສົ່ງເສີມຄວາມຍຸ ຕິທຳດ້ານການສຶກສາແລະການຍົກສູງ ຄຸນນະພາບການສຶກສາຕື່ມອີກ. ການລົງເລິກການປະຕິຮູບລະບຽບ ການສຳມະໂນຄົວ: ສ້າງຕັ້ງລະບຽບ ການຈົດທະບຽນສຳມະໂນຄົວຕົວ ເມືອງ ແລະ ຊົນນະບົດໃຫ້ເປັນເອກະ ພາບກັນຢ່າງຮອບດ້ານ, ຍົກເລີກ ຫລື ຜ່ອນຄາຍຂໍ້ຈຳກັດດ້ານນະໂຍບາຍຍົກ ຍ້າຍສຳມະໂນຄົວ ເຊິ່ງໄດ້ທັບມ້າງອຸ ປະສັກດ້ານສຳມະໂນຄົວລະຫວ່າງຕົວ ເມືອງກັບຊົນນະບົດ, ຊ່ວຍຊຸກຍູ້ຂະບວນ ການຫັນເປັນຕົວເມືອງແບບໃໝ່, ກະ ຕຸ້ນພະລັງຊີວິດຊີວາຂອງຜູ້ຄົນໃຫ້ເສີມ ຂະຫຍາຍອອກມາຢ່ງເຕັມສ່ວນ. ນອກນີ້, ການປະຕິຮູບອາກອນລາຍ ໄດ້ສ່ວນບຸກຄົນໄດ້ສ້າງຜົນປະໂຫຍດ ໃຫ້ແກ່ປະຊາຊົນ 250 ລ້ານຄົນ; ປະ ມວນກົດໝາຍແພ່ງເຊິ່ງເປັນກົດໝາຍ ທີ່ຕັ້ງຊື່ດ້ວຍປະມວນກົດໝາຍສະບັບ ທຳອິດຂອງ ສປ ຈີນ ໄດ້ຖືກປະກາດ ໃຊ້;ຈາກ“ການປະຕິວັດຫ້ອງນ້ຳ”ຂອງ ຊົນນະບົດຮອດການຄັດແຍກປະເພດ ຂີ້ເຫຍື້ອແລະອື່ນໆ.ໃນໄລຍະ10ກວ່າປີ ຜ່ານມານີ້, ແຜນການປະຕິຮູບຈຳນວນ 2.000 ກວ່າສະບັບ ໄດ້ກວມເຖິງຂອດ ຕ່າງໆເຊັ່ນ:ການນຸ່ງຫົ່ມ,ການກິນ,ການ ຢູ່ ແລະ ການເດີນທາງເປັນຕົ້ນ, ເຊິ່ງໄດ້ ປົກຄຸມຂົງເຂດຕ່າງໆເຊັ່ນ: ການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ,ສິ່ງ ແວດລ້ອມນິເວດ ແລະ ອື່ນໆ, ທັງໝົດ ນີ້ລ້ວນແຕ່ໄດ້ສ່ອງແສງໃຫ້ເຫັນເຖິງ ຄ່ານິຍົມທີ່ຖືປະຊາຊົນເປັນໃຈກາງ. ເສັ້ນທາງການປະຕິຮູບເພື່ອປະຊາ ຊົນຮອດການອາໄສປະຊາຊົນ: ໃນແນວ ຄິດການພັດທະນາທີ່ຖືປະຊາຊົນເປັນ ໃຈກາງຂອງທ່ານ ສີຈິ້ນຜິງ, ມີຈຸດປະ ດິດສ້າງສຳຄັນຢ່າງໜຶ່ງຄືບໍ່ພຽງແຕ່ ໄດ້ຊີ້ແຈງຢ່າງຈະແຈ້ງກ່ຽວກັບການ ພັດທະນາ ແລະ ການປະຕິຮູບເພື່ອໃຜ? ຍັງໄດ້ຕອບຄຳຖາມທີ່ວ່າການປະຕິຮູບ ແລະ ການພັດທະນາແມ່ນອາໄສໃຜ? ເພິ່ນເວົ້າວ່າ:“ປະຕິຮູບເພື່ອປະຊາຊົນ, ການປະຕິຮູບຈຶ່ງຈະມີຄຸນປະໂຫຍດ, ປະຕິຮູບໂດຍອາໄສປະຊາຊົນ, ການປະ ຕິຮູບຈຶ່ງຈະມີແຮງຂັບເຄື່ອນ. ” ພາຍຫລັງເຂົ້າສູ່ຍຸກໃໝ່ແລ້ວ, ຂໍ້ ຂັດແຍ້ງຕົ້ນຕໍຂອງສັງຄົມຈີນ ໄດ້ເກີດ ການປ່ຽນແປງຄືຫັນຈາກຂໍ້ຂັດແຍ້ງລະ ຫວ່າງຄວາມຕ້ອງການຂອງປະຊາຊົນ ທີ່ມີຕໍ່ວັດຖຸ ແລະ ວັດທະນະທຳທີ່ນັບມື້ ນັບເພີ່ມຫລາຍຂຶ້ນກັບການຜະລິດຂອງ ສັງຄົມທີ່ຫລ້າຫລັງໃນເມື່ອກ່ອນກາຍ ມາເປັນຂໍ້ຂັດແຍ້ງລະຫວ່າງຄວາມ ຕ້ອງການຂອງປະຊາຊົນທີ່ມີຕໍ່ຊີວິດ ການເປັນຢູ່ທີ່ດີງາມກວ່າເກົ່າທີ່ນັບ ມື້ນັບເພີ່ມຂຶ້ນກັບການພັດທະນາທີ່ບໍ່ ດຸນດ່ຽງ ແລະ ບໍ່ເຕັມສ່ວນ. ດ້ານໜຶ່ງ, ຄວາມຕ້ອງການຂອງປະຊາຊົນທີ່ ວັນທີ 26 ມິຖຸນາ2024, ຢູ່ສູນເບິ່ງແຍງຜູ້ອາຍຸສູງແຫ່ງໜຶ່ງຂອງນະຄອນ ສາງຊຸ່ນແຂວງຈີຫລິນ ທາງພາກຕາເວັນອອກສຽງເໜືອປະເທດຈີນ, ແມ່ຕູ້ ຫລວນຊິ້ວຊຸ່ນທີ່ມີອາຍຸ 91 ປີ ພ້ອມກັບພໍ່ຕູ້ຈ້າວກວ່າງ ຜູ້ເປັນສາມີທີ່ມີອາຍຸ 93 ປີພວມ ໄລສົດເພື່ອແນະນຳຊີວິດໃນຍາມໄວຊະລາຂອງຕົນໃຫ້ຊາວໜຸ່ມຮັບຮູ້. ລະບົບປະກັນ ສຸຂະພາບ ແລະ ປະກັນສັງຄົມ ສຳລັບຜູ້ເຖົ້າຂອງຈີນ ທີ່ນັບມື້ນັບ ສົມບູນຂຶ້ນໄດ້ເຮັດ ໃຫ້ຜູ້ເຖົ້າທັງຫລາຍສາມາດຊົມໃຊ້ຊີວິດໃນໄວຊະລາຢ່າງມີຄວາມສຸກ ຢາກມີຊີວິດການເປັນຢູ່ທີ່ດີງາມໃນຍຸກ ໃໝ່ຍິ່ງກວ້າງຂວາງກວ່າເກົ່າ ແລະ ມີ ຄວາມຮຽກຮ້ອງສູງກວ່າເກົ່າເຊິ່ງບໍ່ ພຽງ ແຕ່ຕ້ອງການມີຊີວິດດ້ານວັດຖຸ ແລະ ວັດທະນະທຳທີ່ມີລະດັບສູງກວ່າ ເກົ່າເທົ່ານັ້ນ, ອີກດ້ານໜຶ່ງຍັງຕ້ອງ ການໃຫ້ປະຊາທິປະໄຕ, ການປົກຄອງ ຕາມກົດໝາຍ, ຄວາມຍຸຕິທຳ, ຄວາມ ເປັນທຳ, ຄວາມປອດໄພ, ສິ່ງແວດລ້ອມ ແລະ ດ້ານອື່ນໆໄດ້ຮັບການປັບປຸງໃຫ້ ມີລະດັບສູງຂຶ້ນ ແລະ ສົມບູນຂຶ້ນຢ່າງ ບໍ່ຢຸດຢັ້ງ. ສະນັ້ນ, ສະຫາຍ ສີຈິ້ນຜິງ ໄດ້ນຳພາພັກກອມມູນິດຈີນຊອກຮູ້ ຄວາມຮຽກຮ້ອງຕ້ອງການຂອງປະ ຊາຊົນ ແລະ ຂໍຄຳຄິດຄຳເຫັນຈາກປະ ຊາຊົນ ເພິ່ນເວົ້າວ່າ:“ເສັ້ນທາງທີ່ຖືກ ຕ້ອງມາຈາກໃສ? ມາຈາກປະຊາຊົນ. ພວກເຮົາຕ້ອງເບິ່ງລົງລຸ່ມ, ຖືເອົາ ການອອກແບບຈາກຂັ້ນເທິງສູງສຸດ ໃຫ້ເປັນເອກະພາບກັນກັບການຂໍຄຳ ຄິດຄຳເຫັນຈາກປະຊາຊົນ.” “ເຮັດ ໃຫ້ທຸກຄົນຕ່າງກໍມີໂອກາດພັດທະນາ ຕົນເອງ ແລະ ອຸທິດຕົນເພື່ອສັງຄົມ, ຮ່ວມກັນຊົມໃຊ້ໂອກາດການສ້າງຊີວິດ ໃຫ້ມີຄຸນຄ່າ, ຮ່ວມກັນຊົມໃຊ້ໂອກາດ ທີ່ເຮັດໃຫ້ຄວາມໃຝ່ຝັນບັນລຸຜົນເປັນ ຈິງ, ຮັບປະກັນສິດຂອງປະຊາຊົນໃນ ການມີສ່ວນຮ່ວມຢ່າງສະເໝີພາບ ແລະ ພັດທະນາຢ່າງສະເໝີພາບ, ປົກ ປັກຮັກສາຄວາມຍຸຕິທຳ ແລະ ຄວາມ ເປັນທຳຂອງສັງຄົມ.” ຕົວຢ່າງ: ເພື່ອຮ່າງຂໍ້ສະເໜີວ່າດ້ວຍ ການສ້າງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ14, ລະ ຫວ່າງເດືອນກໍລະກົດຫາເດືອນກັນ ຍາປີ2020, ທ່ານ ສີຈິ້ນຜິງ ໄດ້ໂອ້ລົມ ສົນທະນາກັບເລຂາໜ່ວຍພັກບ້ານ, ຄູສອນເຂດຊົນນະບົດ, ພະນັກງານ ຫລຸດຜ່ອນຄວາມທຸກຍາກ, ແຮງງານ ຊົນນະບົດເຄື່ອນຍ້າຍ, ຄອບຄົວຜູ້ປູກ ພືດພັນທັນຍາຫານຢ່າງຫລວງຫລາຍ, ຜູ້ຂັບລົດບັນທຸກສິນຄ້າ, ອ້າຍບ່າວ ສົ່ງ ເຄື່ອງດ່ວນ, ເຈົ້າຂອງຮ້ານອາຫານ, ຜູ້ເຮັດວຽກກົດໝາຍແລະອື່ນໆ, ເພິ່ນຍັງ ໄດ້ເປັນປະທານກອງປະຊຸມສົນທະນາ ກັບຜູ້ແທນຂັ້ນຮາກຖານ 7 ຄັ້ງ. ອີກຕົວຢ່າງໜຶ່ງຄື: ລະຫວ່າງ ເດືອນເມສາຫາເດືອນພຶດສະພາປີ 2022, ພັກກອມມູນິດຈີນ ໄດ້ຈັດກິດຈະ ກຳຂໍຄຳຄິດຄຳເຫັນຜ່ານທາງອິນເຕີ ເນັດກ່ຽວກັບວຽກງານກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງ ພັກກອມມູນິດຈີນ, ນີ້ເປັນເທື່ອທຳອິດ ໃນປະຫວັດສາດຂອງພັກກອມມູນິດ ຈີນ ທີ່ຂໍຄຳຄິດຄຳເຫັນຢ່າງເປີດເຜີຍ ຕໍ່ທົ່ວພັກ ແລະ ທົ່ວສັງຄົມກ່ຽວກັບກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກ. ໃນກິດຈະກຳຄັ້ງນີ້, ຍອດຈຳນວນການ ເຂົ້າອ່ານໜ້າເພຈຂໍຄວາມເຫັນຜ່ານເວ ທີຕ່າງໆໄດ້ບັນລຸເຖິງ 660 ລ້ານເທື່ອ ໂດຍໄດ້ເກັບກຳຄຳຄິດຄຳເຫັນ ແລະ ຄຳສະເໜີປະເພດຕ່າງໆຈາກການຄອມ ເມັ້ນຫລາຍກວ່າ 8.542.000 ຂໍ້, ໃນ ນີ້, ຜູ້ຄອມເມັ້ນທີ່ໃຊ້ຊື່ແທ້ກວມຫລາຍ ກວ່າ97%. ນອກນີ້, ຮູບແບບບໍລິການແຂວງ ເຈີ້ຈ່ຽງ ທີ່ເຮັດໃຫ້ວິສາຫະກິດ ແລະ ປະ ຊາຊົນໃຊ້ບໍລິການຢູ່ອົງການປົກຄອງ ສາມາດບັນລຸເປົ້າໝາຍທີ່ “ແລ່ນເອກະ ສານຫລາຍສຸດພຽງເທື່ອດຽວເທົ່າ ນັ້ນ”; ການປະຕິຮູບໂຄງປະກອບດ້ານ ການຢາ ແລະ ສາທາລະນະສຸກໂດຍສັງ ລວມຢູ່ນະຄອນສ່ານໝິງ ແຂວງຟູຈ້ຽນ ໄດ້ເຮັດໃຫ້ລາຄາຢາປິ່ນປົວຫລຸດລົງ, ເຮັດໃຫ້ຄຸນນະພາບຊີວິດຂອງປະຊາ ຊົນຍົກສູງຂຶ້ນ ແລະ ອື່ນໆ. ການເພິ່ງພາ ອາໄສປະຊາຊົນດຳເນີນການປະດິດ ສ້າງດ້ານການຄຸ້ມຄອງຮາກຖານໃນ ສັງຄົມ, ມາດຕະການປະຕິຮູບຕ່າງໆທີ່ ຕິດແທດຕົວຈິງ ແລະ ມີປະສິດທິຜົນ ໄດ້ຫັນຈາກການທາບທາມຢູ່ທ້ອງຖິ່ນ ແລ້ວຄ່ອຍໆເຜີຍແຜ່ນຳໃຊ້ໄປໃນທົ່ວ ປະເທດ. ສະຫາຍ ສີຈິ້ນຜິງ ກ່າວເນັ້ນໜັກ ວ່າ: “ພັກຊຸກຍູ້ການລົງເລິກການປະ ຕິຮູບຢ່າງຮອບດ້ານ, ຈຸດປະສົງພື້ນ ຖານກໍເພື່ອສົ່ງເສີມຄວາມຍຸຕິທຳ ແລະ ຄວາມເປັນທຳຂອງສັງຄົມ, ເຮັດໃຫ້ ໝາກຜົນຂອງການປະຕິຮູບ ແລະ ການ ພັດທະນາສ້າງຜົນປະໂຫຍດຫລາຍ ກວ່າເກົ່າໃຫ້ແກ່ປະຊາຊົນທຸກຖ້ວນໜ້າ ຢ່າງຍຸຕິທຳກວ່າເກົ່າ”. ນີ້ຄືອຸດົມການແຕ່ ຫົວທີຂອງຊາວກອມມູນິດຈີນ, ຍັງເປັນ ແຮງຂັບເຄື່ອນໃນການຊຸກຍູ້ການລົງ ເລິກການປະຕິຮູບຢ່າງຮອບດ້ານອອກ ເດີນທາງຄັ້ງໃໝ່ໃນຂະບວນການໃໝ່. ໃນປັດຈຸບັນ, ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນ ກາງພັກກອມມູນິດຈີນ ສະໄໝທີ 20 ພວມດຳເນີນຢູ່, ກອງປະຊຸມຈະສົ່ງສັນ ຍານດ້ານນະໂຍບາຍ ແລະ ມີແຜນ ມາດຕະການຄືແນວໃດ? ເພື່ອຊຸກຍູ້ ການສ້າງສາຄວາມທັນສະໄໝແບບ ຈີນ, ການລົງເລິກການປະຕິຮູບຢ່າງ ຮອບດ້ານທີ່ນຳພາໂດຍທ່ານ ສີຈິ້ນຜິງ ຈະເຂົ້າສູ່ໄລຍະໃໝ່ແບບໃດ? ໃນບົດ ຕໍ່ໄປ, ພວກເຮົາຈະນຳສະເໜີສູ່ທ່ານ ຮັບຮູ້, ເຊີນທ່ານຕິດຕາມຕໍ່ໄປ.

RkJQdWJsaXNoZXIy MTc3MTYxMQ==