5921

lkprq ;ra o]k;{s;Pfok, 7n lkprq ;ra ory glf muj gxa ogvdt]a dltgrkt.o3]d xtgmf]k; 3 19/07/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me (ເນື່ອງໃນໂອກາດວັນສົນທິສັນຍາມິດຕະພາບລາວ-ຫວຽດນາມ ຄົບຮອບ 47 ປີ, ວັນທີ 18/07/1977-18/07/2024) ໂດຍ: ໄໝຄຳ ຍ້ອມສິນ ບົດສະເໜີ ໂດຍ: ໄໝຄຳຍ້ອມສິນ gd,rtoa ovvo]kp zy fdq f\kp rh v,da o8h ko ຕາມລະບຽບການ. ພ້ອມດຽວກັນ ຕ້ອງເຂັ້ມງວດຈັດຕັ້ງປະຕິບັດຂໍ້ຕົກ ລົງວ່າດ້ວຍການຄຸ້ມຄອງເກມອອນ ລາຍ ສະບັບເລກທີ 948/ປກສ, ລົງ ວັນທີ03ພຶດສະພາ2023 ທີ່ໄດ້ລະ ບຸໄວ້ວ່າ: ໃຫ້ບັນດາເຂດເສດຖະກິດ ພິເສດ, ເຂດເສດຖະກິດສະເພາະ, ວິສາຫະກິດກາຊີໂນ ທີ່ໄດ້ຮັບອະນຸ ຍາດຈາກລັດຖະບານ, ບັນດາຫົວ ໜ່ວຍທຸລະກິດ, ຜູ້ປະກອບການ (ການບໍລິການອິນເຕີເນັດຄາເຟ, ຜູ້ບໍລິການເກມທຸກປະເພດ, ສະໂມ ສອນເກມໄຟຟ້າ, ຜູ້ເປີດບໍລິການ ໂອນ-ຖອນເງິນໄວ ແລະ ອື່ນໆ ທີ່ ເຮັດບໍລິການການສ່ຽງໂຊກຜ່ານ ອິນເຕີເນັດ) ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ມີການໃຫ້ບໍລິ ການເກມອອນລາຍຫລືການພະນັນ ອອນລາຍ ທີ່ບໍ່ຖືກຕ້ອງຕາມກົດ ໝາຍ ແລະ ລະບຽບການ ໃຫ້ໂຈະ ຢຸດເຊົາການໃຫ້ບໍລິການເກມອອນ ລາຍ ທີ່ເປັນການພະນັນແອບແຝງ ທຸກຮູບແບບຢ່າງເຂັ້ມງວດ. ສໍາລັບ ເຂດເສດຖະກິດພິເສດ, ເຂດເສດຖະ ກິດສະເພາະ, ວິສາຫະກິດກາຊີໂນທີ່ ໄດ້ຮັບອະນຸຍາດຈາກລັດຖະບານ, ບັນດາຫົວໜ່ວຍທຸລະກິດ, ຜູ້ປະ ກອບການ ທີ່ໄດ້ດຳເນີນກິດຈະການ ໃນປັດຈຸບັນ ຕ້ອງໄດ້ໃຫ້ການຮ່ວມ ມື ແລະ ຂໍອະນຸຍາດດຳເນີນກິດຈະ ການເກມອອນລາຍນໍາອົງການຄຸ້ມ ຄອງເກມອອນລາຍ ຕາມລະບຽບ ການ ໂດຍຜ່ານສໍານັກງານບໍລິສັດ ບໍລິຫານຈັດການໄຊເບີລາວ ຈຳ ກັດ; ຫ້າມ ບຸກຄົນ, ນິຕິບຸກຄົນ, ພະ ນັກງານ, ລັດຖະກອນ,ທະຫານ, ຕຳ ຫລວດ, ພົນລະເມືອງລາວ, ຄົນ ຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ດຳລົງຊີວິດຢູ່ໃນ ດິນແດນສປປລາວເຂົ້າໃຊ້ບໍລິການ ເກມອອນລາຍຫລືການພະນັນອອນ ລາຍໃນທຸກຊ່ອງທາງ, ທຸກຮູບແບບ ຢ່າງເດັດຂາດ. ການຈັດຕັ້ງປະຕິບັດມາດຕະ ການທີ່ກະຊວງປ້ອງກັນຄວາມສະ ຫງົບວາງອອກ ຈະມີຜົນສັກສິດ ກໍຕໍ່ເມື່ອບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການ, ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງຕ້ອງເປັນເຈົ້າການ ໃນການປະສານສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງ ໃນການຕິດຕາມ ກວດກາ, ສຶກສາອົບຮົມ, ກ່າວ ເຕືອນ, ສະກັດກັ້ນ ແລະ ແກ້ໄຂຕໍ່ກັບ ບຸກຄົນ, ນິຕິບຸກຄົນ ແລະ ບັນດາຫົວ ໜ່ວຍທຸລະກິດ, ຜູ້ປະກອບການ ທີ່ມີການໃຫ້ບໍລິການ ເກມອອນລາຍ ຫລື ການພະນັນອອນລາຍ ທີ່ຍັງມີ ການລະເມີດໃຫ້ນໍາໃຊ້ມາດຕະການ ທາງດ້ານກົດໝາຍ ແລະ ລະບຽບ ການ ຢ່າງເຂັ້ມງວດ. * ການພະນັນອອນລາຍຫລືເກມ ອອນລາຍ ແມ່ນການຫລິ້ນເກມໃນ ຮູບແບບການສ່ຽງໂຊກທາງອອນ ລາຍກຳລັງມີທ່າອ່ຽງຂະຫຍາຍຕົວ ເພີ່ມຂຶ້ນໃນທົ່ວໂລກ ແລະ ມີຫລາຍ ປະເທດ ໄດ້ຫັນມາຄຸ້ມຄອງ ແລະ ຄວບຄຸມບັນຫາດັ່ງກ່າວຢ່າງເປັນ ລະບົບ, ຮອດປັດຈຸບັນນີ້ການພະນັນ ອອນລາຍຢູ່ປະເທດເຮົາ ຍັງສືບຕໍ່ ເຄື່ອນໄຫວຢ່າງເສລີ ແລະ ມີແຫລ່ງ ເງິນຕາເຂົ້າ-ອອກປະເທດ ໂດຍບໍ່ ໄດ້ຮັບການຄຸ້ມຄອງເປັນຈຳນວນ ຫລາຍ ຜູ້ໄດ້ລາຍຮັບແມ່ນ ບຸກຄົນ, ນິຕິບຸກຄົນທີ່ບໍລິການບໍ່ຖຶກກົດໝາຍ ແລະ ລະບຽບການ ພາໃຫ້ລັດເສຍ ຜົນປະໂຫຍດເປັນຈໍານວນຫລວງ ຫລາຍໃນແຕ່ລະປີ ຊຶ່ງມັນໄດ້ກໍ່ໃຫ້ ເກີດມີປະກົດການຫຍໍ້ທໍ້ຫລາຍດ້ານ ເຊັ່ນ: ມີການຕົວະຍົວະ, ຫລອກ ລວງ, ການສໍ້ໂກງ, ມີຂະບວນການ ຟອກເງິນ, ຄ້າໂສເພນີ, ແຮງງານ ເຖື່ອນ, ການກໍ່ອາຊະຍາກຳທາງ ອິນເຕີເນັດ ແລະ ອື່ນໆ ທີ່ເປັນໄພມິດ ໃຫ້ແກ່ສັງຄົມ. ສະນັ້ນ, ເພື່ອເປັນການສະກັດ ກັ້ນ, ແກ້ໄຂ ແລະ ຕ້ານການກໍ່ອາຊະ ຍາກຳໃນທຸກຮູບແບບເປັນຕົ້ນແມ່ນ ການພະນັນອອນລາຍຫລືເກມອອນ ລາຍ ທີ່ບໍ່ຖືກຕ້ອງຢູ່ ສປປ ລາວ ທຸກພາກສ່ວນໃນສັງຄົມ ນັບແຕ່ບັນ ດາກະຊວງ, ອົງການທຽບເທົ່າກະ ຊວງ, ແຂວງ, ນະຄອນຫລວງ, ເຂດ ເສດຖະກິດພິເສດ, ເຂດເສດຖະກິດ ສະເພາະ, ວິສາຫະກິດກາຊີໂນ, ອົງ ການຈັດຕັ້ງສັງຄົມ, ຫົວໜ່ວຍທຸລະ ກິດ, ຜູ້ປະກອບການ, ນິຕິບຸກຄົນ ພາກລັດ ເອກະຊົນແລະ ພໍ່ແມ່ປະຊາ ຊົນບັນດາເຜົ່າ ໃນຂອບເຂດທົ່ວປະ ເທດ ຕ້ອງເປັນເຈົ້າການສະກັດກັ້ນ ແລະແກ້ໄຂເກມອອນລາຍຫລືການ ພະນັນອອນລາຍດ້ວຍການຕິດຕາມ ກວດກາ, ສຶກສາອົບຮົມ,ກ່າວເຕືອນ ແລະ ແຈ້ງຂໍ້ມູນ ໃຫ້ແກ່ເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບ ເພື່ອແກ້ໄຂ ໂດຍ: ເຂົ້າຈານນໍ້າ xj vpc]h ; 8h v'Ij ;,da oxq dxa dIa dlk ພາບປະກອບ * ໃນປະຫວັດສາດຂອງການພົວ ພັນສາກົນ ສາຍພົວພັນມິດຕະພາບທີ່ ເປັນມູນເຊື້ອຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໄດ້ເປັນແວ່ນແຍງ ແບບຢ່າງອັນພົ້ນເດັ່ນ ທີ່ບໍ່ເຄີຍມີມາ ກ່ອນ ໂດຍໄດ້ເອົາຜົນປະໂຫຍດມາ ສູ່ປະຊາຊົນສອງປະເທດ ທັງໃນຂະ ບວນການຕໍ່ສູ້ ເພື່ອເອກະລາດເສລີພາບ ແລະ ຄວາມຮຸ່ງເຮືອງສີວິໄລໃນໄລຍະ ສ້າງສາ ແລະ ພັດທະນາປະເທດຊາດ. ຈຸດພິເສດໃນສາຍພົວພັນລະຫວ່າງ ສອງຊາດລາວ-ຫວຽດນາມແມ່ນພວກ ເຮົາໄດ້ຕໍ່ສູ້ຮ່ວມກັນ ແລະ ໄດ້ຮັບໄຊຊະ ນະໃນໄລຍະດຽວກັນ ຂອງປະຫວັດ ສາດການປະຕິວັດຄື: ໃນປີ1945, ສອງ ປະເທດໄດ້ຢືດອຳນາດການປົກຄອງ, ໃນປີ 1954 ໄດ້ຮັບໄຊຊະນະລ່າເມືອງ ຂຶ້ນຝຣັ່ງ,ປີ1975ໄດ້ຮັບໄຊຊະນະໃນສົງ ຄາມຕໍ່ຕ້ານຈັກກະພັດອາເມລິກາ, ສຳ ເລັດການປະຕິວັດປົດປ່ອຍປະເທດຊາດ ແລະ ປະຕິບັດພາລະກິດປ່ຽນແປງໃໝ່ ຢ່າງມີຜົນສຳເລັດ.ສາຍພົວພັນລະຫວ່າງ ພັກ-ລັດ ແລະ ປະຊາຊົນສອງປະເທດ ແມ່ນສາຍພົວພັນທີ່ຈົງຮັກພັກດີ, ໂປ່ງ ໃສ, ມີຄວາມເຄົາລົບເຊິ່ງກັນ ແລະ ກັນ, ໃຫ້ການຊ່ວຍເຫລືອຢ່າງສຸດອົກສຸດໃຈ, ໝົດຈິດໝົດໃຈ. ຜ່ານຄວາມຍາກເຂັນ ສາຍພົວພັນດັ່ງກ່າວບໍ່ໄດ້ແຕກແຫງທັງ ບໍ່ໄດ້ທັບມ້າງ ເຖິງແມ່ນວ່າພວກກຳລັງ ສັດຕູຈະພະຍາຍາມເຄື່ອນໄຫວຕ້ານ ແລະທຳລາຍ, ກົງກັນຂ້າມສາຍພົວພັນ ນັ້ນນັບມື້ນັບຊື່ສັດຈິງໃຈແໜ້ນແຟ້ນ. ດັ່ງທີ່ ປະທານ ໄກສອນ ພົມວິຫານ ເຄີຍ ໄດ້ກ່າວວ່າ: “ໃນປະຫວັດສາດການ ປະຕິວັດທົ່ວໂລກ ມີຫລາຍແວ່ນແຍງ ແບບຢ່າງອັນດີເດັ່ນກ່ຽວກັບນ້ຳໃຈ ສາກົນກຳມະຊີບ ແຕ່ບໍ່ມີຢູ່ບ່ອນໃດ ແລະ ບໍ່ເຄີຍມີຈັກເທື່ອຄວາມສາມັກຄີ ຮ່ວມ ສຳພັນສູ້ຮົບແບບພິເສດດົນນານ ແລະຮອບດ້ານຄືດັ່ງການພົວພັນລາວຫວຽດນາມຮຸ່ນລູກຫລານຊາວຫວຽດ ນາມ ໄດ້ມາຊ່ວຍເຫລືອປະຊາຊົນລາວ ຕໍ່ສູ້ເພື່ອເອກະລາດເສລີພາບ ແລະ ສ້າງ ຊີວິດໃໝ່ ໄປສູ່ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມສຸກ. ຫລາຍສະຫາຍໄດ້ອຸ ທິດຊີວິດຂອງຕົນສຳຫລັບການປະຕິ ວັດລາວ, ຖືເອົາປະເທດລາວ ເປັນປະ ເທດທີສອງຂອງຕົນ. ໃນທົ່ວດິນແດນ ແຫ່ງປະເທດລາວ, ເລືອດຂອງນັກຮົບ ຫວຽດນາມ ໄດ້ປະສົມເຂົ້າກັບເລືອດ ຂອງພະນັກງານສະມາຊິກພັກນັກຮົບ ແລະ ປະຊາຊົນລາວ. ປະຊາຊົນລາວ ກໍ່ໄດ້ເສຍສະຫລະເລືອດເນື້ອປະກອບ ສ່ວນເຂົ້າໃນການເພີ່ມທະວີ ແລະ ປັບ ປຸງສາຍພົວພັນອັນພິເສດດັ່ງກ່າວ… ເພື່ອປະຕິບັດຄຳໂອວາດສຸດທ້າຍຂອງ ລຸງໂຮ່ ເລືອດເນື້ອຂອງນັກຮົບວິລະຊົນ ຫລວງຫລາຍ, ນ້ຳຕາຂອງບັນດາຜູ້ ເປັນແມ່, ເຫື່ອແຮງຂອງປະຊາຊົນ ຫວຽດນາມ ໄດ້ເສຍສະຫລະເພື່ອພີ່ ນ້ອງຮ່ວມຊາດແລະເພື່ອນຜູ້ຮ່ວມອຸດົມ ການຂອງສອງປະເທດ ພວກເຮົາປາ ຖະໜາຮ່ວມແຮງຮ່ວມໃຈນຳປະຊາຊົນ ຫວຽດນາມ ໃນການປົກປັກຮັກສາ ຄວາມສາມັກຄີແບບພິເສດຕະຫລອດ ກາລະນານ. ຜ່ານຄໍາເວົ້າອັນມີຄວາມໝາຍຂອງ ປະທານ ໄກສອນ ພົມວິຫານນັ້ນ, ການ ນຳລາວຫລາຍຮຸ່ນຄົນກໍໄດ້ສືບຕໍ່ເສີມຂະ ຫຍາຍ ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວຫວຽດນາມ ໃຫ້ບັນລຸຈຸດຍອດຍິ່ງ ແລະ ເຕັມປ່ຽມໄປດ້ວຍນ້ຳໃຈອັນຊື່ສັດຈິງ ໃຈເຊິ່ງກັນ ແລະ ກັນ, ສະໜິດຕິດແໜ້ນ ກັນ ຕໍ່ສູ້ເສຍສະຫລະ ເພື່ອຄວາມເປັນ ເອກະລາດເສລີພາບ ແລະ ພາລະກິດ ສ້າງສາ, ປົກປັກຮັກສາປະເທດ. ໂດຍ ຜ່ານໄລຍະປະຕິວັດທີ່ຫຍຸ້ງຍາກ ແລະ ໄຊຊະນະອັນສະຫງ່າງາມຂອງປະຊາ ຊົນສອງຊາດ ລາວ-ຫວຽດນາມ, ປະ ເທດລາວໄດ້ສະແດງໃຫ້ເຫັນຢ່າງຈະ ແຈ້ງບົດບາດສຳຄັນ ຄຸນຄ່າການປະຕິ ວັດ, ມະນຸດສະທຳ ແລະ ປະສິດທິຜົນ ໃຫຍ່ໆຂອງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ. ໃນອະນາຄົດເຊື່ອໝັ້ນວ່າ, ພວກເຮົາ ຍິ່ງເຫັນໄດ້ຢ່າງຈະແຈ້ງເຖິງຄວາມຈຳ ເປັນໃນການປົກປັກຮັກສາແລະພັດທະ ນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີແບບພິເສດນີ້. ພ້ອມກັນນັ້ນຕ້ອງມີສະຕິລະວັງຕົວຕໍ່ສູ້ ຢ່າງບໍ່ຜ່ອນສັ້ນຜ່ອນຍາວຕໍ່ບັນດາ ຖ້ອຍ ທຳນອງທີ່ປໍລະປັກທຳລາຍສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່ຄວາມສາ ມັກຄີແບບພິເສດການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ. ພ້ອມນີ້ ຫວຽດນາມ ແລະ ລາວຕ້ອງມານະພະ ຍາຍາມກວ່ານີ້ອີກ ເພື່ອກໍ່ສ້າງເສັ້ນ ຊາຍແດນສັນຕິພາບມິດຕະພາບ ແລະ ພັດທະນາ, ສ້າງກົນໄກປ້ອງກັນ ແລະ ແກ້ໄຂບັນດາສິ່ງທ້າທາຍດ້ານຄວາມ ໝັ້ນຄົງຂ້າມຊາຍແດນ ແລະ ຮັກສານ້ຳ ໃຈອັນດີງາມ ລະຫວ່າງ ຊຸມຊົນທີ່ຢູ່ ສອງເບື້ອງຊາຍແດນ. ສອງປະເທດ ກໍ່ຕ້ອງຊອກຫາບັນດາຂົງເຂດທີ່ມີຜົນ ປະໂຫຍດຮ່ວມກັນ ເພື່ອສ້າງພື້ນຖານ ໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ; ເພີ່ມທະວີການສຶກສາ ໃຫ້ແກ່ຮຸ່ນໜຸ່ມກ່ຽວກັບປະຫວັດສາດ ຂອງສອງຊາດ. * ໃນວັນທີ 13 ກໍລະກົດ ຜ່ານມາ ເຫັນວ່າ: ຫລາຍທ້ອງຖິ່ນທາງພາກ ລັດ ແລະ ເອກະຊົນໃນຂອບເຂດທົ່ວ ປະເທດໄດ້ພ້ອມກັນສ້າງຂະບວນ ການປ່ອຍປາ ແລະ ສັດນໍ້າ ເພື່ອສະ ເຫລີມສະຫລອງວັນດັ່ງກ່າວຢ່າງ ຟົດຟື້ນແລະກໍຫວັງວ່າໄດ້ບັນລຸຕາມ ຄາດໝາຍທີ່ວາງໄວ້ ໂດຍສະເພາະ ແມ່ນສູ້ຊົນປ່ອຍປາ ໃຫ້ໄດ້ 64 ບ້ານ ໂຕທີ່ກະຊວງກະສິກຳ ແລະ ປ່າໄມ້ ວາງໄວ້. ຢ່າງໃດກໍຕາມພາຍຫລັງ ປ່ອຍປາ ແລະ ສັດນ້ຳສູ່ທຳມະຊາດ ແລ້ວ ຕ້ອງໄດ້ພ້ອມກັນປົກປັກຮັກ ສາສັດທີ່ປ່ອຍນັ້ນໃຫ້ມີການຂະ ຫຍາຍຕົວ ແລະ ເຕີບໃຫຍ່ ເພື່ອເພີ່ມ ຄວາມອຸດົມທາງທຳມະຊາດເທື່ອ ລະກ້າວ. ດັ່ງພວກເຮົາຮູ້ນຳກັນແລ້ວວ່າ 13 ກໍລະກົດ ເປັນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ຊຶ່ງໃນແຕ່ລະປີ ການຈັດຕັ້ງແຕ່ລະຂັ້ນ ທັງສູນກາງ ແລະ ທ້ອງຖິ່ນລວມທັງພໍ່ແມ່ປະຊາ ຊົນ ໄດ້ຈັດພິທີປ່ອຍປາລົງສູ່ແຫລ່ງ ນໍ້າທຳມະຊາດ ແລະ ເຂດພື້ນທີ່ຂອງ ຕົນ ຢ່າງເປັນຂະບວນຟົດຟື້ນ ໄປ ພ້ອມໆກັບການຍົກສູງຄວາມຮັບ ຜິດຊອບຂອງສັງຄົມທີ່ໄດ້ເອົາໃຈ ໃສ່ຄຸ້ມຄອງ, ປົກປັກຮັກສາ, ພັດທະ ນາ ແລະ ນໍາໃຊ້ແບບຍືນຍົງ. ສຳລັບປີ 2024 ນີ້, ລັດຖະບານ ກໍຄືຂະແໜງການກະສິກຳ ແລະ ປ່າ ໄມ້ກໍໄດ້ວາງແຜນສູ້ຊົນໃນການປ່ອຍ ປາ ແລະ ສັດນໍ້າ ໃຫ້ໄດ້ ທັງໝົດ 64 ລ້ານໂຕ. ແນວໃດກໍດີ ເພື່ອບັນລຸຕົວ ເລກດັ່ງກ່າວຕິດພັນກັບການສົ່ງເສີມ ການລ້ຽງ, ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປາ ແລະ ສັດ ນໍ້າໃຫ້ມີການຂະຫຍາຍຕົວຕາມທິດ ສີຂຽວ ແລະ ຍືນຍົງນັ້ນ. ນອກຈາກ ນີ້ພວກເຮົາທຸກຊັ້ນຄົນຕ້ອງເປັນ ເຈົ້າການປົກປັກຮັກສາ ໂດຍສະ ເພາະຫ້າມນໍາໃຊ້ທາດເບື່ອ, ລະ ເບີດ, ອາວຸດ, ເຄື່ອງໄຟຟ້າ ເພື່ອຫາ ຫລືຈັບສັດນໍ້າແບບດັບສູນ, ເຄື່ອງມື ຫາສັດນໍ້າ ທີ່ມີຄວາມສ່ຽງເຮັດ ໃຫ້ ສັດນໍ້າສູນພັນເປັນຕົ້ນແມ່ນອວນ, ຫລີ່,ມອງຕາຖີ, ໂຕ່ງ,ລອບຂະໜາດ ໃຫຍ່ ແລະ ອື່ນໆ; ຫ້າມຫາ ສັດນໍ້າ ຈາກແຫລ່ງນໍ້າທໍາມະຊາດ ດ້ວຍ ການຕັນຫ້ວຍ, ໂສກ, ປຸງ, ຄອງນໍ້າ, ຂຸດໜອງ ຫລື ດູດໜອງທຳມະຊາດ ທີ່ມີນໍ້າຕະຫລອດປີ; ຮັບເອົາ, ຊື້- ຂາຍ, ຄອບຄອງ ຫລື ຂົນສົ່ງ ສັດນໍ້າ ບັນຊີ 1 ໂດຍບໍ່ໄດ້ຮັບອະນຸຍາດ; ສ້າງສິ່ງກີດຂວາງທາງເດີນຂອງສັ ດນໍ້າ ໂດຍບໍ່ໄດ້ຮັບອະນຸຍາດ; ລ້ຽງ ຫລື ປ່ອຍສັດນໍ້າ ຕ່າງຖິ່ນທີ່ມີຄວາມ ສ່ຽງທໍາລາຍສັດນໍ້າພື້ນເມືອງ ແລະ ລະບົບນິເວດປູກພືດນໍ້າ ທີ່ຈະເປັນ ການທໍາລາຍລະບົບນິເວດ ຫລື ແຫລ່ງລ້ຽງສັດ ໂດຍບໍ່ໄດ້ຮັບອະນຸ ຍາດ; ບຸກລຸກວັງສະຫງວນ ຫລື ເຂດອະນຸລັກພັນສັດນໍ້າ, ເຂດປາອໍ, ແຫລ່ງສັດນໍ້າວາງໄຂ່, ເຂດ ຈະເລີນ ເຕີບໂຕ ຂອງລູກສັດນໍ້າ ໄວອ່ອນ; ຫາສັດນໍ້າ ໃນລະດູວາງໄຂ່; ບໍລິ ໂພກ, ຊື້-ຂາຍ ສັດນໍ້າ ທີ່ຕາຍໂດຍ ບໍ່ຮູ້ສາເຫດ, ເປັນພະຍາດ ຫລື ປົນ ເປື້ອນສານເຄມີຕົກຄ້າງ; ມີພຶດຕິກຳ ອື່ນໆ ທີ່ເປັນການລະເມີດກົດໝາຍ. ແລະ ອື່ນໆ. ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==