gsfdko{dkora fmtok a xtgmf]k; ( *** ຕໍ່ຈາກໜ້າ 1***ໍ່ ຈ ໜ້າ *** ຕໍ່ຈາກໜ້າ 1***ໍ່ ຈ ໜ້າ *** ຕໍ່ຈາກໜ້າ 1***ໍ່ ຈ ໜ້າ 18/07/2024 ແລກປ່ຽນຄວາມເຫັນ...່ັ ສະຫະພັນແມ່ຍິງກອງທັບ...ັ່ິັ ກາງສະຫະພັນແມ່ຍິງລາວ, ຫົວໜ້າ ຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ຫວນຄືນປະຫວັດມູນເຊື້ອການ ກຳເນີດ, ການເຕີບໃຫຍ່ຂະຫຍາຍ ຕົວ ແລະ ຜົນງານການເຄື່ອນໄຫວ ຂອງອົງການຈັດຕັ້ງສະຫະພັນແມ່ ຍິງລາວ ກໍຄື ແມ່ຍິງລາວບັນດາເຜົ່າ ທີ່ໄດ້ອຸທິດຕົນ ເພື່ອພາລະກິດຕໍ່ສູ້ ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ ຄືພາລະກິດພັດທະນາແມ່ຍິງຕະ ຫລອດໄລຍະ 69 ປີ ເຊິ່ງເອື້ອຍ ນ້ອງແມ່ຍິງລາວໃນເມື່ອກ່ອນແມ່ນ ໄດ້ປະກອບສ່ວນອຸທິດເຫື່ອແຮງ, ສະຕິປັນຍາ ເຂົ້າໃນພາລະກິດຕໍ່ສູ້ກູ້ ຊາດຄຽງບ່າຄຽງໄຫລ່ກັບເພດຊາຍ ດ້ວຍຄວາມອົງອາດກ້າຫານ, ຈົນ ມາຮອດ ວັນທີ 20 ກໍລະກົດ 1955 ພັກ ໄດ້ຈັດຕັ້ງໜ່ວຍຄົ້ນຄວ້າແມ່ຍິງ ຂຶ້ນ ກໍຄື ຕົ້ນກໍາເນີດຂອງອົງການ ຈັດຕັ້ງສະຫະພັນແມ່ຍິງລາວ ໃນ ປັດຈຸບັນ, ເພື່ອນໍາພາແມ່ຍິງໃນທົ່ວ ປະເທດປະກອບສ່ວນເຂົ້າໃນພາ ລະກິດຕໍ່ສູ້ປົດປ່ອຍຊາດ, ແມ່ຍິງ ລາວຈໍານວນບໍ່ໜ້ອຍຖືກສັດຕູຈັບ ຄຸມຂັງ, ທຸບຕິທໍລະມານ, ຖືກບັງ ຄັບໃຫ້ໄຂຄວາມລັບແຕ່ແມ່ຍິງເດັດ ຂາດບໍ່ຍອມຈໍານົນ, ບໍ່ຍອມໄຂ ຄວາມລັບ, ເດັດດ່ຽວຕໍ່ສູ້ຢ່າງພິລາດ ອາດຫານ, ອັນໄດ້ ເຮັດໃຫ້ແມ່ປ້ານ້າ ອາຂອງແມ່ຍິງລາວໄດ້ຮັບນາມະ ຍົດເປັນວິລະຊົນແຫ່ງຊາດ, ນັກຮົບ ແຂ່ງຂັນ ແລະ ໄດ້ຮັບຄັດເລືອກ ໃຫ້ເປັນແບບຢ່າງທີ່ດີເດັ່ນປະກອບ ສ່ວນເຂົ້າໃນຂົງເຂດວຽກງານ ຕ່າງໆ ພ້ອມທັງໄດ້ຮັບການຍ້ອງຍໍ ຈາກພັກ ແລະ ລັດຖະບານຫລາຍ ລະດັບ. ພາຍຫລັງປະເທດຊາດ ທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານ ນາງ ສຸລິວອນໄຊ ພຣົມມາລາ ຕາງໜ້າມູນນິທິເອເຊຍ, ມີຜູ້ຕາງໜ້າ ພະແນກ ຖວທ ແຕ່ລະແຂວງ, ກະຊວງປ້ອງກັນຄວາມສະຫງົບ, ສູນໃຫ້ຄຳປຶກສາປົກປ້ອງແມ່ຍິງ ແລະ ເດັກນ້ອຍສູນກາງສະຫະພັນ ແມ່ຍິງລາວ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ບຸນເພັງ ສຸພາບ ໄດ້ໃຫ້ຮູ້ ວ່າ: ເພື່ອເປັນການໂຄສະນາເຜີຍ ແຜ່ແນວທາງນະໂຍບາຍຂອງພັກ- ລະບຽບກົດໝາຍຂອງລັດ ຕໍ່ກັບ ການປ້ອງກັນ ແລະ ຕ້ານການຄ້າມະ ນຸດໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈ ຢ່າງກວ້າງຂວາງ ເຖິງພິດໄພ ແລະ ຜົນຮ້າຍຂອງການຄ້າມະນຸດ ໂດຍສະເພາະສື່ມວນຊົນໃຫ້ຮັບຮູ້ ເຂົ້າໃຈຢ່າງເລິກເຊິ່ງ ບົນພື້ນຖານ ການປະສານສົມທົບແໜ້ນ ແລະ ຮ່ວມມືກັບຫລາຍພາກສ່ວນທັງ ພາກລັດ, ເອກະຊົນ ແລະ ອົງການ ຈັດຕັ້ງສາກົນຂັ້ນຕ່າງໆ ເພື່ອນໍາ ເອົາແນວທາງນະໂຍບາຍຂອງພັກກົດໝາຍຂອງລັດຕໍ່ກັບການສະ ກັດ ກັ້ນ ແລະ ຕ້ານການຄ້າມະນຸດຫັນ ລົງສູ່ຊຸມຊົນທ້ອງຖິ່ນ ກຸ່ມເປົ້າໝາຍ ໃຫ້ທົ່ວເຖິງ ເພື່ອເຮັດໃຫ້ປະຊາຊົນ ລາວບັນດາເຜົ່າ ມີສະຕິລະວັງຕົວ ຕໍ່ກັບເລ່ຫລ່ຽມ, ກົນອຸບາຍຂອງ ພວກຄົນບໍ່ດີ ເປັນຕັ້ນ ແມ່ນຂະບວນ ການຄ້າມະນຸດຢູ່ພາຍໃນ ແລະ ຕ່າງ ປະເທດ. ທ່ານ ບຸນເພັງ ສຸພາບ ຍັງໃຫ້ຮູ້ ອີກວ່າ: ຍາມໃດ ພັກ-ລັດຖະບານ ກໍເອົາໃຈໃສ່ຊີ້ນໍາໃຫ້ເຫັນໄດ້ເຖິງ ຜົນຮ້າຍຂອງການຄ້າມະນຸດ, ມີຜົນ ກະທົບຕໍ່ຄວາມບໍ່ເປັນລະບຽບຮຽບ ຮ້ອຍໃນສັງຄົມ ແລະ ກົດໜ່ວງ ຖ່ວງດຶງການສ້າງສາພັດທະນາ ປະ ເທດຊາດ. ສະນັ້ນ, ພວກເຮົາ ຈົ່ງ ຊ່ວຍກັນເປັນຫູເປັນຕາ ເປັນກະ ບອກສຽງໃນການໂຄສະນາເຜີຍ ແຜ່ຂໍ້ມູນຂ່າວສານຕ່າງໆ ຜ່ານບັນ ດາສື່ມວນຊົນເຊັ່ນ: ໂທລະພາບ, ໜັງສືພິມ, ການຈັດລາຍການຂອງ ໂຄສົກວິທະຍຸໃຫ້ມີການສອດແຊກ ເອົາຂໍ້ມູນຂ່າວສານ ຫລື ບັນດາບົດ ເພງ, ຂັບ, ລໍາ ອື່ນໆ ທີ່ພົວພັນເຖິງ ວຽກງານຕ້ານການຄ້າມະນຸດເຂົ້າ ນໍາ ເພື່ອເປັນກະບອກສຽງ, ເປັນສື່ ກາງໃຫ້ສັງຄົມໄດ້ຮັບຮູ້ເຂົ້າໃຈ ແລະ ມີສະຕິລະວັງຕົວ. ໄດ້ຮັບການປົດປ່ອຍແມ່ຍິງລາວ ບັນດາເຜົ່າໄດ້ສືບຕໍ່ເສີມຂະຫຍາຍ ທາດແທ້ມູນເຊື້ອອັນສະຫງ່າງາມ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາຂອງພັກ-ລັດ ແມ່ຍິງລາວໃນຂອບເຂດທົ່ວປະ ເທດສາມາດຈັດຕັ້ງປະຕິບັດພາລະ ບົດບາດ ແລະໜ້າທີ່ການເມືອງຂອງ ຕົນ, ພ້ອມທັງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຂອງຜູ້ແທນແມ່ຍິງ ລາວ ແຕ່ລະຄັ້ງມາເປັນ ແຜນງານ, ໂຄງການຢ່າງລະອຽດ ແລະ ໄດ້ ຮັບຜົນສໍາເລັດໃນແຕ່ລະໄລຍະ. ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອຶ່ນສະຫາຍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ຍາດມາໄດ້ໃນໄລຍະຜ່ານມາຂອງ ອົງການຈັດຕັ້ງສະມາຊິກສະຫະພັນ ແມ່ຍິງກອງທັບ ກໍຄື ສະຫະພັນແມ່ ຍິງແຕ່ລະສະຫາຍ ຈົ່ງກຳແໜ້ນໄດ້ ພາລະບົດບາດ, ໜ້າທີ່ ແລະ ເສີມຂະ ຫຍາຍທາດແທ້ມູນເຊື້ອຜົນງານ ການເຄື່ອນໄຫວ ຂອງບັນດາແມ່ຍິງ ຮຸ່ນກ່ອນສ້າງມາເຂົ້າໃນການເຄື່ອນ ໄຫວປະຕິບັດໜ້າທີ່ໃນປັດຈຸບັນ ຢ່າງມີວິທະຍາສາດ, ປະດິດສ້າງ ເຮັດໃຫ້ບົດບາດຊື່ສຽ ງຂອງແມ່ຍິງ ລາວ ກໍຄື ແມ່ຍິງກອງທັບສູງເດັ່ນ ຂຶ້ນ. ນອກນີ້ ສະຫາຍຍັງເນັ້ນໜັກໃຫ້ ຄະນະນຳສະຫະພັນເເມ່ຍິງ ຈົ່ງພ້ອມ ກັນເປັນເຈົ້າການປັບປຸງກໍ່ສ້າງອົງ ການຈັດຕັ້ງສະຫະພັນແມ່ຍິງ, ນຳ ພາສະມາຊິກສະຫະພັນແມ່ຍິງໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງ, ມີເເບບ ເເຜນວິທີໃນການເຮັດວຽກ, ຕັ້ງໜ້າ ປະຕິບັດເນື້ອໃນຂໍ້ແຂ່ງຂັນແມ່ຍິງ 3 ດີ ໃຫ້ເປັນຂະບວນການຟົດຟື້ນ ກວ້າງຂວາງຍິ່ງໆຂຶ້ນໆ. ຂ່າວ: ສຸກສາຄອນ ມີຄະນະບໍລິຫານງານພັກ, ຄະນະ ໜ່ວຍພັກຫ້ອງການ,ບັນດາກົມ, ສະ ຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອ ຍະການ ແລະ ຄະນະພະແນກເຂົ້າ ຮ່ວມ. ໂອກາດນີ້, ສະຫາຍ ໄຊຊະນະ ໂຄດພູທອນ ໄດ້ຍົກໃຫ້ເຫັນເຖິງປະ ຫວັດຄວາມເປັນມາຂອງປະທານ ສຸພານຸວົງ ເຊິ່ງທ່ານເປັນປັນຍາຊົນ ຜູ້ຍິ່ງໃຫຍ່, ເປັນເຊື້ອເຈົ້າຜູ້ໜຶ່ງທີ່ມີ ນ້ຳໃຈຮັກຊາດອັນດູດດື່ມ, ຈິດໃຈຕໍ່ ສູ້ທີ່ອາດຫານກ້າແກ່ນ ແລະ ນ້ຳໃຈ ເສຍສະຫລະອັນສູງສົ່ງ ເພື່ອຊາດ ເພື່ອປະຊາຊົນ, ເປັນໜຶ່ງໃນບັນດາຜູ້ ນຳຂອງພັກ-ລັດເຮົາ ທີ່ໄດ້ສ້າງຜົນ ງານອັນລ້ຳຄ່າ, ມີຄຸນງາມຄວາມ ດີຢ່າງຫລວງຫລາຍປະກອບສ່ວນ ເຂົ້າໃນການນຳພາລວມໝູ່ຂອງພັກ, ແນວລາວຮັກຊາດ ເພື່ອໄຊຊະນະ ຂອງພາລະກິດຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ກໍຄື ພາລະກິດປົກປັກ ຮັກສາລະບອບໃໝ່ ເພື່ອຄວາມເປັນ ຢູ່ຂອງປະຊາຊົນລາວບັນດາເຜົ່າ. ພ້ອມກັນນີ້, ຜູ້ເຂົ້າຮ່ວມຍັງໄດ້ ຮັບຟັງການເຜີຍແຜ່ເອກະສານວັນ ເຊັນສັນຍາມິດຕະພາບ-ການຮ່ວມ ມືແລະ ວັນສ້າງຕັ້ງສາຍພົວພັນການ ທູດ ລາວ-ຫວຽດນາມ ທີ່ມີຄວາມ ສາມັກຄີແບບພິເສດລະຫວ່າງສອງ ພັກ-ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດ, ຫວຽດ-ລາວ ບົນພື້ນຖານຮັດແໜ້ນສາຍພົວພັນ ແລະ ຮ່ວມມືຮອບດ້ານປະກອບພາ ລະກິດສອງໜ້າທີ່ຍຸດທະສາດຄືປົກ ປັກຮັກສາ ແລະ ສ້າງສາປະເທດ ຊາດ ແນໃສ່ເຮັດໃຫ້ສັງຄົມມີຄວາມ ສະຫງົບປອດໄພ, ເປັນລະບຽບຮຽບ ຮ້ອຍ ແລະ ເຂັ້ມແຂງເທື່ອລະກ້າວ. ຂ່າວ-ພາບ: ອອປສ ຫວ່າງ ຍິງ-ຊາຍ ພາຍໃຕ້ແຜນງານ ກອງທຶນຝຣັ່ງ ສຳລັບອົງການຈັດ ຕັ້ງທາງສັງຄົມ (FEF-OSC) ປະ ຈຳປີ 2024, ປະກອບມີ 8 ໂຄງ ການທີ່ຖືກຄັດເລືອກ ແລະຈະຈັດ ຕັ້ງປະຕິບັດໃນ 6 ແຂວງຄື: ແຂວງ ບໍ່ແກ້ວ, ສະລະວັນ, ວຽງຈັນ, ສະ ຫວັນນະເຂດ, ຜົ້ງສາລີ ແລະ ແຂວງ ຊຽງຂວາງ ເຊິ່ງໂຄງການທີ່ຖືກຄັດ ເລືອກໃນລາວ ແມ່ນສຸມໃສ່ການ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ ຍິງ, ສົ່ງເສີມການສ້າງຄວາມເຂັ້ມ ແຂງດ້ານເສດຖະກິດແກ່ແມ່ຍິງແລະ ການປັບປຸງການເຂົ້າເຖິງການສຶກ ສາທີ່ມີຄຸນນະພາບຂອງແມ່ຍິງ ແລະ ເດັກຍິງ ລວມທັງ ຄວາມຍຸຕິທຳ ແລະ ວັດທະນະທຳ. ກອງທຶນ FEF-OSC ໄດ້ ເລືອກຫົວຂໍ້ ສົ່ງເສີມຄວາມສະເໝີ ພາບ ຍິງ-ຊາຍ ເຊິ່ງເປັນສ່ວນໜື່ງ ຂອງຍຸດທະສາດແຫ່ງຊາດ ແລະ ລະດັບໂລກ ຂອງລັດຖະບານຝຣັ່ງ ທີ່ແນໃສ່ສົ່ງເສີມສິດທິແມ່ຍິງ ແລະ ຄວາມສະເໝີພາບ ລະຫວ່າງ ຍິງຊາຍ. ບັນຫາຄວາມສະເໝີພາບ ຍິງ-ຊາຍ ນອກຈາກຈະຖືກກຳນົດ ເປັນບູລິມະສິດໜຶ່ງໃນທຸກໂຄງການ ຂອງປະເທດຝຣັ່ງ, ການສົ່ງເສີມ ຄວາມສະເໝີພາບລະຫວ່າງ ຍິງຊາຍ ຍັງເປັນຫົວໃຈສຳຄັນ ແລະ ເປັນເປົ້າໝາຍຫລັກຂອງແຜນງານ ກອງທຶນດັ່ງກ່າວ. ສຳລັບ 8 ໂຄງ ການທີ່ຖືກຄັດເລືອກໃນປີນີ້, ປະ ກອບມີ: ສະມາຄົມເພື່ອການພັດ ທະນາ ແລະ ສົ່ງເສີມຄວາມເປັນຜູ້ ນຳຂອງແມ່ຍິງ(ADPWL) ຕາງ ໜ້າ ໂດຍທ່ານ ນາງ ບົວຄຳ ສີທະວົງ ໄດ້ຮັບທຶນຊ່ວຍເຫລືອຈຳນວນ 328 ລ້ານກວ່າກີບ ເພື່ອຈັດຕັ້ງ ປະ ຕິບັດໂຄງການທີ່ແນໃສ່ຢຸດຕິການ ໃຊ້ຄວາມຮຸນແຮງຕໍ່ຜູ້ໃຫ້ບໍລິການ ທາງເພດ ແລະ ຊ່ວຍໃຫ້ພວກ ເຂົາໄດ້ເຂົ້າເຖິງການບໍລິການສຸຂະ ພາບໃນນະຄອນຫລວງວຽງຈັນ; ສະມາຄົມເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ (ADWLE) ຕາງໜ້າໂດຍ ທ່ານນາງ ອິນທະນາ ບຸບຜາສະຫວັນ ລົງນາມ ຮັບທຶນຊ່ວຍເຫລືອ 448 ລ້ານກວ່າ ກີບ ໂດຍມີເປົ້າໝາຍຊ່ວຍເຫລືອ ແມ່ ຍິງ ແລະ ເດັກນ້ອຍ ດ້ອຍໂອກາດ ໃຫ້ໄດ້ຮັບການບໍລິການສຸຂະພາບ ໂດຍບໍ່ເສຍຄ່າ, ໃຫ້ການຊ່ວຍເຫລືອ ແກ່ຜູ້ເຄາະຮ້າຍຈາກການໃຊ້ຄວາມ ຮຸນແຮງທາງເພດ (VBG) ແລະ ຊ່ວຍເຫລືອແມ່ຍິງໃນການປົກປ້ອງ ສິດທິດ້ານກົດໝາຍດ້ວຍການ ຈົດທະບຽນສົມລົດໃຫ້ຖືກຕ້ອງຕາມ ກົດໝາຍ ; ສະມາຄົມສົ່ງເສີມ ການອະນຸລັກສິລະປະວັນນະຄະດີ (APPAL) ຕາງໜ້າຮັບທຶນໂດຍ ທ່ານ ສຸກພັນສາ ພູຜາສຸກ ຈຳນວນ 227 ລ້ານກີບ ເພື່ອຊ່ວຍເຫລືອນັກ ສິລະປິນ ແລະ ນັກກະວີໃນການສ້າງ ຜົນງານສິລະປະ ທີ່ສະທ້ອນເຖິງ ຄວາມສະເໝີພາບ ຍິງ-ຊາຍໃນສັງ ຄົມລາວ; ສະມາຄົມຮ່ວມມື ເພື່ອ ການພັດທະນາ ແລະ ສົ່ງເສີມພູມ ປັນຍາທ້ອງຖິ່ນ (COSKA) ຕາງ ໜ້າໂດຍ ທ່ານ ມະນີວອນ ວໍຣະຈັກ ຮັບທຶນຊ່ວຍເຫລືອ 500 ລ້ານກີບ ເພື່ອຈັດຕັ້ງປະຕິບັດໂຄງການຢູ່ ແຂວງຜົ້ງສາລີ ໃນການສ້າງຄວາມ ເຂັ້ມແຂງດ້ານເສດຖະກິດໃຫ້ແກ່ ຊາວໜຸ່ມເພດຍິງ ແລະ ຊ່ວຍເຫລືອ ໃນການປ້ອງກັນການໃຊ້ຄວາມຮຸນ ແຮງທາງເພດ. ພ້ອມນີ້, ຍັງມີມູນນິທິຊ່ວຍເຫລືອ ຄົນທຸກຍາກ ແຫ່ງ ສປປ ລາວ ສາ ຂາຊຽງຂວາງ(FAPPL XK) ຕາງໜ້າໂດຍ ທ່ານ ນາງ ຂັນຄຳ ໄຊຍາລາດ ລົງນາມຮັບເງິນຊ່ວຍ ເຫລືອເກືອບ 500 ລ້ານກີບ ເພື່ອ ຈັດຕັ້ງປະຕິບັດໂຄງການທີ່ມີເປົ້າ ໝາຍຫລັກ ຄືເສີມສ້າງຄວາມສາ ມາດດ້ານການເຮັດທຸລະກິດ ແລະ ທັກສະຄວາມສາມາດຂອງການ ເປັນຜູ້ນຳແກ່ແມ່ຍິງຊົນເຜົ່າ; ສະ ມາຄົມນໍ້າໃຈຊຸມຊົນ (NCA) ຕາງ ໜ້າໂດຍປະທານສະມາຄົມທ່ານ ສຸກກະເສີມ ໂພທິສານຈາກແຂວງ ບໍ່ແກ້ວ ຮ່ວມລົງນາມຮັບທຶນຊ່ວຍ ເຫລືອເກືອບ 500 ລ້ານກີບ ເພື່ອ ຈັດຕັ້ງປະຕິບັດໂຄງການທີ່ມີເປົ້າ ໝາຍໃຫ້ການສຶກສາທີ່ມີຄຸນນະ ພາບແກ່ເດັກຍິງຊົນເຜົ່າ ແລະ ປົກ ປ້ອງພວກເຂົາຈາກການໃຊ້ຄວາມ ຮຸນແຮງທຸກຮູບແບບລວມທັງການ ແຕ່ງງານກ່ອນໄວອັນຄວນ; ສະມາ ຄົມແສງສະຫວ່າງຕາງໜ້າ ໂດຍ ທ່ານນາງ ວິຣິດ ຄັດຕິຍະວົງ ຮ່ວມ ລົງນາມຮັບເງິນຊ່ວຍເຫລືອເກືອບ 500 ລ້ານກີບ ເພື່ອຈັດຕັ້ງປະຕິບັດ ໂຄງການທີ່ມີເປົ້າໝາຍສະໜັບສະ ໜູນຊ່ວຍເຫລືອຜູ້ເຄາະຮ້າຍ ແລະ ແມ່ຍິງທີ່ສ່ຽງຕໍ່ການຄ້າມະນຸດ ແລະ ຄວາມຮຸນແຮງໃນຄອບຄົວຢູ່ແຂວງ ສະຫວັນນະເຂດ ໃຫ້ສາມາດກັບ ຄືນສູ່ສັງຄົມໄດ້ຢ່າງຍືນຍົງ; ກອງ ທຶນພັດທະນາແມ່ຍິງ (WDF) ຕາງໜ້າໂດຍ ທ່ານ ນາງ ວຽງເພັດ ພົງຈະເລີນ ຈາກແຂວງສາລະວັນ ຮ່ວມລົງນາມຮັບເງິນຊ່ວຍເຫລືອ 500 ລ້ານກີບ ເພື່ອຈັດຕັ້ງປະຕິບັດ ໂຄງການພັດທະນາບ້ານຕົວແບບ ດ້ານຄວາມສະ ເໝີພາບ ຍິງ-ຊາຍ (MGV) ແລະ ການປ້ອງກັນການ ໃຊ້ຄວາມຮຸນແຮງໃນຄອບຄົວ ແລະ ການແຕ່ງງານກ່ອນໄວອັນຄວນ. ກອງປະຊຸມຄະນະກຳມະການ ຄັດເລືອກ FEF-OSC 2024 ຈັດ ຂຶ້ນໃນວັນທີ 21 ມິຖຸນາ 2024 ຜ່ານມາ ເຊິ່ງປະກອບມີບັນດາຄູ່ ຮ່ວມພັດທະນາ ຊ່ຽວຊານບັນຫາອົງ ການຈັດຕັ້ງທາງສັງຄົມຂອງລາວ ແລະ ບັນຫາຄວາສະເໝີພາບຍິງຊາຍ ເຊັ່ນ: ອົງການຝຣັ່ງ ເພື່ອການ ພັດທະນາ (AFD), ອົງການຮ່ວມ ມືສາກົນເພື່ອການພັດທະນາປະ ເທດເຢຍລະມັນ (GIZ) ແລະ ອົງ ການສະຫະປະຊາຊາດເພື່ອການ ພັດທະນາ (UNDP). ທຸກອົງການ ຈັດຕັ້ງທີ່ໄດ້ຮັບທຶນຊ່ວຍເຫລືອລ້າ ໃນປີ 2024 ນີ້. ສາມາດສະເໜີຂໍທຶນ ຊ່ວຍເຫລືອໄລຍະ 2 ໄດ້ ໃນຕົ້ນປີ 2025, ລວມທັງບັນດາອົງການຈັດ ຕັ້ງທາງສັງຄົມທີ່ບໍ່ໄດ້ຖືກຄັດເລືອກ ແລະ ອົງການຈັດຕັ້ງທີ່ຍັງບໍ່ໄດ້ສະ ໝັກຂໍທຶນຊ່ວຍເຫລືອໃນປີນີ້. ຂໍ້ມູນ-ພາບ: ສະຖານທູດຝຣັ່ງ ປະຈຳລາວ ບໍ່ແກ້ວ ແລະ ແຂວງຫລວງນໍ້າທາ ໂດຍເປັນປະທານຮ່ວມຂອງ ທ່ານ ບຸນເພັງ ສຸພາບ ຮອງຫົວໜ້າຫ້ອງ ການກະຊວງຖະແຫລງຂ່າວ, ວັດ ຄະນະຜູ້ແທນລາວ...ູ້ ການພັດທະນາສາກົນ ແລະ ຜູ້ຕາງ ໜ້າຈາກບັນດາສະຖານທູດ, ອົງ ການເຄືອຂ່າຍສະຫະປະຊາຊາດ, ອົງການຈັດຕັ້ງສາກົນ ແລະ ສະຖາ ບັນການເງິນສາກົນຕ່າງໆເຂົ້າຮ່ວມ. ກອງປະຊຸມໄດ້ປຶກສາຫາລືກ່ຽວ ກັບມາດຕະການ ແລະ ແນວທາງປະ ຕິບັດຕ່າງໆ ເພື່ອຊຸກຍູ້ສົ່ງເສີມການ ຮ່ວມມືເພື່ອການພັດທະນາຮ່ວມກັນ ຂອງປະເທດກຳລັງພັດທະນາ ກໍຄື ວິທີການແກ້ໄຂບັນດາສິ່ງທ້າທາຍ ຕ່າງໆ ທີ່ກີດຂວາງການພັດທະນາ ເສດຖະກິດ-ສັງຄົມຢູ່ໃນໂລກ ໂດຍ ສະເພາະພາຍໃຕ້ຂອບຂໍ້ລິເລີ່ມດ້ານ ການພັດທະນາສາກົນ ເພື່ອເປັນການ ປະກອບສ່ວນສຳຄັນໃນການເລັ່ງ ລັດການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນ ຍົງໃຫ້ບັນລຸຜົນເປັນຈິງ ໃນປີ2030; ກອງປະຊຸມໄດ້ສຸມໃສ່ປຶກສາຫາລື 5 ຫົວຂໍ້ຫລັກຄື: ຮ່ວມມືກັນ ເພື່ອ ສ້າງການຫັນເປັນທັນສະໄໝຂອງ ປະເທດກໍາລັງພັດທະນາ: ເສັ້ນທາງ ໃໝ່, ວິໄສທັດອັນໃໝ່; ເວທີປຶກສາ ຫາລືກ່ຽວກັບວິທີການດ້ານນະວັດ ຕະກຳ ເພື່ອເລັ່ງລັດການພັດທະນາ ແບບຍືນຍົງ: ການຈັດຕັ້ງປະຕິບັດ ຂັ້ນປະເທດ, ພາກພື້ນ ແລະ ສາກົນ ເພື່ອອະນາຄົດທີ່ດີຂຶ້ນ; ການຂ້າມ ຜ່ານທາງດ້ານພະລັງງານ ແລະ ການພັດທະນາແບບຍືນຍົງ; ການ ເຂົ້າຮ່ວມຂອງຜູ້ຈັດຕັ້ງປະຕິບັດ ຈາກຫລາຍພາກສ່ວນໃນການຮ່ວມ ມືເພື່ອການພັດທະນາສາກົນ ແລະ ການເຕົ້າໂຮມ ຄົນຮຸ່ນຕ່າງໆ: ຄວາມ ຮັບຜິດຊອບຂອງຊາວໜຸ່ມສາກົນ ຮ່ວມກັນໃນຍຸກດີຈິຕອນ ເຊິ່ງບັນດາ ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະ ຊຸມໄດ້ຢືນຢັນຄືນເຖິງຄວາມໝາຍ ໝັ້ນທາງດ້ານການເມືອງຂອງຕົນ ໃນການມີສ່ວນຮ່ວມຂອງທຸກພາກ ສ່ວນທີ່ກ່ຽວຂ້ອງທັງພາກລັດ, ພາກ ເອກະຊົນ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ເພື່ອ ຮ່ວມມືກັນໃນວຽກງານການພັດທະ ນາເສດຖະກິດ-ສັງຄົມ ຢູ່ໃນສາກົນ ກໍຄືການຈັດຕັ້ງປະຕິບັດຂໍ້ລິເລີ່ມ ດ້ານການພັດທະນາສາກົນໃຫ້ມີປະ ສິດທິພາບ ແລະ ປະສິດທິຜົນ. ໂອກາດດັ່ງກ່າວ, ທ່ານ ໂພໄຊ ໄຂຄຳພິທູນ ຍັງໄດ້ພົບປະສອງຝ່າຍ ກັບທ່ານຢາງ ເວີຍຊຸນ(Mr.Yang Weiqun),ຮອງປະທານອົງການ ຮ່ວມມືເພື່ອການພັດທະນາສາກົນ ຂອງ ສປ ຈີນ ເພື່ອປຶກສາຫາລືກ່ຽວ ກັບການສົ່ງເສີມການຮ່ວມມືສອງ ຝ່າຍໃນດ້ານການເມືອງ, ເສດຖະ ກິດ ແລະ ວັດທະນະທຳ-ສັງຄົມ ເຊິ່ງ ເປັນການສືບຕໍ່ເສີມຂະຫຍາຍສາຍ ພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດ ທະສາດຮອບດ້ານໝັ້ນຄົງຍາວ ນານ ຕາມທິດ 4 ດີ ແລະ ການເປັນຄູ່ ຮ່ວມຊາຕາກຳ ລາວ-ຈີນ, ຈີນລາວ ລະຫວ່າງສອງປະເທດ ກໍຄື ການຮ່ວມມືໃນຂອບອາຊຽນ ເຊິ່ງ ຜ່ານມາສປປລາວໄດ້ຮັບການຊ່ວຍ ເຫລືອ ພາຍໃຕ້ຂໍ້ລິເລີ່ມດ້ານການ ພັດທະນາສາກົນ ຂອງ ສປ ຈີນ ທັງ ໃນຂອບການຮ່ວມມືສອງຝ່າຍ ແລະ ໂດຍຜ່ານການຮ່ວມມືຫລາຍຝ່າຍ. ກອງປະຊຸມຄັ້ງນີ້, ເປັນສ່ວນ ໜຶ່ງຂອງການດຳເນີນງານ ເພື່ອຜັນ ຂະຫຍາຍ ຂໍ້ລິເລີ່ມດ້ານການພັດທະ ນາສາກົນ ຂອງປະທານ ສີ ຈິ້ນຜິງ ທີ່ໄດ້ນໍາສະເໜີຕໍ່ກອງປະຊຸມສະມັດ ຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 76 ໃນເດືອນກັນຍາປີ 2021. ຂໍ້ລິເລີ່ມດັ່ງກ່າວ,ໄດ້ຍຶດຖື ເອົາການພັດທະນາເປັນບູລິມະສິດ ຫລັກໂດຍຖືເອົາປະຊາຊົນເປັນໃຈ ກາງ, ທຸກຄົນລ້ວນແລ້ວແຕ່ໄດ້ຮັບ ຜົນປະໂຫຍດ, ນຳໃຊ້ນະວັດຕະກຳ ໃໝ່ເປັນສິ່ງຂັບເຄື່ອນການພັດທະນາ ໂດຍການຢູ່ຮ່ວມກັນຢ່າງກົມກຽວ ລະຫວ່າງມະນຸດ ແລະ ທຳມະຊາດ ເຊິ່ງກວມເອົາ 8 ຂົງເຂດວຽກງານ ບູລິມະສິດທີ່ສອດຄ່ອງກັບເປົ້າໝາຍ ການພັດທະນາແບບຍືນຍົງຄື:ການ ຫລຸດຜ່ອນຄວາມທຸກຍາກ; ການຄໍ້າ ປະກັນດ້ານສະບຽງອາຫານ; ການ ຮັບມືກັບພະຍາດລະບາດ ແລະ ວັກ ຊິນ; ການສະໜອງເງິນເພື່ອການ ພັດທະນາ; ການປ່ຽນແປງດິນຟ້າອາ ກາດ ແລະ ການພັດທະນາສີຂຽວ; ການຫັນເປັນອຸດສາຫະກໍາທີ່ທັນ ສະໄໝ; ເສດຖະກິດດິຈີຕອນ ແລະ ການເຊື່ອມໂຍງໃນຍຸກດິຈີຕອນ. ຂ່າວ-ພາບ: ກຕທ *** ຕໍ່ຈາກໜ້າ 1***ໍ່ ຈ ໜ້າ ສະຖານທູດຝຣັ່ງ...ູັ່ *** ຕໍ່ຈາກໜ້າ 1***ໍ່ ຈ ໜ້າ ພະນັກງານຫລັກແຫລ່ງ...ັັ່ ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊສົມບູນ ໃຫ້ຮູ້ວ່າ: ທ່ານ ນາງ ສາ ຄອນ ຮຸ່ງບຸນຍວງ ພ້ອມດ້ວຍຄະນະ ຕາງໜ້າຄອບຄົວການນຳ ແຂວງ ໄຊສົມບູນ ໄດ້ນຳເອົາເຄື່ອງນຸ່ງ (ເສື້ອໂປໂລ) ທີ່ໄດ້ຮັບການສະໜັບ ສະໜູນ ຈາກບັນດາບໍລິສັດ ຈຳນວນ 420 ຜືນ ລວມມູນຄ່າ ທັງໝົດ 47.900.000 ກີບມອບໃຫ້ພະແນກ ສຶກສາທິການ ແລະ ກິລາແຂວງ ໄຊສົມບູນ ໃນວັນທີ 15 ກໍລະກົດ 2024 ຕາງໜ້າຮັບໂດຍ ທ່ານ ລີປາວ ໄຊຍະຊ້າງ ຮອງຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງ ພ້ອມດ້ວຍຄະນະທັງສອງ ພາກສ່ວນເຂົ້າຮ່ວມ. ຈຸດປະສົງ ກໍເພື່ອນຳໃຊ້ເຄື່ອງ ດັ່ງກ່າວເຂົ້າໃນການເຄື່ອນໄຫວ ວຽກງານກິດຈະກຳການສ້າງຂະ ບວນການສະເຫລີມສະຫລອງວັນ ສຳຄັນຕ່າງໆ ຂອງພັກ-ຂອງຊາດ ກໍຄືວັນກິລາ-ກາຍະກຳແຫ່ງຊາດ ຄົບຮອບ 58 ປີ (13 ກໍລະກົດ 1966-13 ກໍລະກົດ 2024) ໃຫ້ ເປັນຂະບວນການຟົດຟື້ນ. ໂອກາດດຽວກັນນີ້, ບໍລິສັດ ຖັງ ເລີນມາຍນິ້ງ ຍັງໄດ້ປະກອບສ່ວນ 30.800.000 ກີບ ແລະ ບໍລິສັດ ລູກຢ້າວ ຮ່ວມກັບບໍລິສັດສີສະເກດ ປະກອບສ່ວນ 17.100.000 ກີບ ໃຫ້ພະແນກສຶກສາທິການ ແລະ ກິລາແຂວງໄຊສົມບູນຕື່ມອີກ. ໂອກາດນີ້, ທ່ານ ລີປາວ ໄຊຍະ ຊ້າງ ກໍໄດ້ກ່າວສະແດງຄວາມຂອບ ໃຈມາຍັງບໍລິສັດ ແລະ ຄອບຄົວ ການນຳ ທີ່ໄດ້ບິແບ່ງນໍ້າໃຈຊຸກຍູ້ ພະນັກງານພະແນກສຶກສາທິການ ແລະ ກິລາ ຫວັງຢ່າງຍິ່ງວ່າໃນ ໂອກາດຕໍ່ໄປຍັງຈະໄດ້ຮັບການສະ ໜັບສະໜູນຈາກບັນດາທ່ານຕື່ມອີກ. ຂ່າວ-ພາບ: ບັງອອນ ເພັດມະນີ່ າັ ງັ ດີ 7v[7q ;dkooe c0;'w-lq ,[6 o ,v[g7n j v'o5 j ' .sh rtcodlb dlkmy dko c]t dy ]kc0;'
RkJQdWJsaXNoZXIy MTc3MTYxMQ==