5920

rtoa d'kos]a dcs]j 'mqj ; vvxl g-nj v,-b ,gvdtlkole7a o0v'-kf lt4kom6 f/ia j ' xt9e]k;lt|a [lt|6 o 8 37'dkolqj 'glu ,7;k,ltg\u rk[ py '{-kp c]dxj Po7;k,gsa o;Pd 37ltok8h kodko7h k,to5 f 7totz6 h cmo]k;g0Q kIj ;,g;mu xb dlksk]n dkoxt8y [a f'kolkdq o grnj vdkora fmtokIj ;,da o xtg,u odko9a f8A 'xt8y [a f]a f4tme,to6 o lt[a [xu 2015 16 j c0;'v5 fq ,wzq odv'xt-5 ,]a f4t[kogxu fd;h k'7A 'mu I xu 2024 lq dlb dlk 2024-2025 ,- 9tIa [gvq k oa dlb dlk.\j g0Q kIPo 5.920 7q o ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 18.07.2024 ປີທີ 23 ສະບັບທີ 5.975 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ  ອ່ານຕໍ່ໜ້າ 7  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 7  ອ່ານຕໍ່ໜ້າ 7 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 7  ອ່ານຕໍ່ໜ້າ 2 ຂປລ. ເມື່ອບໍ່ດົນມານີ້, ຢູ່ສະຖານ ທູດຝຣັ່ງ ປະຈຳລາວ, ທ່ານນາງ ຊີວ-ແລັງ ຊູອອກ ເອກອັກຄະລັດຖະ ທູດຝຣັ່ງ ປະຈຳ ສປປ ລາວ ໄດ້ ຈັດຕັ້ງສະຫະພັນແມ່ຍິງລາວ ຄົບ ຮອບ 69 ປີ (20/7/1955-20/7/ 2024) ໃນວັນທີ 16 ກໍລະກົດ 2024 ໂດຍມີສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກຳມະການຄະນະ ພັກກະຊວງ, ຮອງຫົວຫນ້າກົມໃຫຍ່ ການເມືອງກອງທັບ, ຜູ້ຊີ້ວຽກງານ ອົງການຈັດຕັ້ງມະຫາຊົນ, ມີຄະນະ ພັກ-ຄະນະບັນຊາກົມ, ຫ້ອງການ, ກອງ, ຄະນະນໍາສະຫະພັນແມ່ຍິງ ພ້ອມດ້ວຍສະມາຊິກ ສະຫະພັນແມ່ ຍິງກົມກອງອ້ອມຂ້າງເຂົ້າຮ່ວມ. ສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນ ຂປລ. ເມື່ອບໍ່ດົນມານີ້ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບມູນ ນິທິເອເຊຍ ຈັດກອງປະຊຸມແລກ ປ່ຽນຄໍາຄິດຄໍາເຫັນວຽກງານໂຄ ສະນາຕ້ານການຄ້າມະນຸດຂອງຂະ ແໜງສື່ມວນຊົນ 4 ແຂວງພາກໃຕ້ ຄື: ແຂວງຈໍາປາສັກ, ສະຫວັນນະ ເຂດ, ສາລະວັນແລະ ແຂວງເຊກອງ ເຊິ່ງຈັດຂຶ້ນຢູ່ ແຂວງຈຳປາສັກ ແລະ 4 ແຂວງພາກເໜືອຈັດຂຶ້ນຢູ່ ແຂວງຫລວງນໍ້າທາ ປະກອບມີ ແຂວງຫລວງພະບາງ, ອຸດົມໄຊ, ]q 'ok,la opkIj ;,,n 37'dkodv'mb ory glf c,j oE0v'{c,j oE]h ko-h k' xt9exu 2024 ltstra oc,j py 'dv'ma [xk4tdt4k,6 og-N v ;a olh k'8A 'vq 'dko9a f8A 'ltstra oc,j py ']k; ຂປລ. ຫ້ອງການສະຫະພັນແມ່ ຍິງກອງທັບຈັດປາຖະກະຖາຫວນ ຄືນມູນເຊຶ້ອການກຳເນີດ ເເລະ ເຕີບ ໃຫຍ່ຂະຫຍາຍຕົວ ຂອງອົງການ ຮ່ວມລົງນາມສັນຍາຊ່ວຍເຫລືອລ້າ ໃຫ້ແກ່ 8 ອົງການຈັດຕັ້ງຂອງລາວ ເພື່ອສົ່ງເສີມຄວາມສະເໝີພາບລະ ຂປລ. ສປປ ລາວ ແລະ ສປ ຈີນ ຈັດພິທີຮ່ວມລົງນາມສັນຍາຮ່ວມ ມືໂຄງການພາຍໃຕ້ກອງທຶນພິເສດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃນ ວັນທີ 16 ກໍລະກົດ 2024 ທີ່ກະ ຊວງການຕ່າງປະເທດ, ຕາງໜ້າໃຫ້ ລັດຖະບານແຫ່ງ ສປປ ລາວ ໂດຍ ທ່ານ ທອງຜ່ານ ສະຫວັນເພັດ ຮອງ ລັດຖະມົນຕີກະຊວງການຕ່າງປະ ເທດ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງສປຈີນໂດຍທ່ານນາງຟັງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີຜູ້ຕ່າງໜ້າຈາກບັນ ດາກົມພາຍໃນກະຊວງການຕ່າງປະ ຜົນການຈັດຕັ້ງປະຕິບັດລັດຖະທຳ ມະນູນ ແຫ່ງ ສປປ ລາວ ສະບັບປີ 2015 ຢູ່ແຂວງອຸດົມໄຊ ໃນວັນທີ 17 ກໍລະກົດ 2024 ໂດຍການ ເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງ ຊາດ, ມີກຳມະການປະຈຳພັກ ແຂວງ, ກຳມະການປະຈຳສະພາປະ ຊາຊົນແຂວງ, ຮອງເຈົ້າແຂວງ, ເຈົ້າເມືອງ, ບັນດາ ສສຊ, ສສຂ ແລະ ພະແນກການຕ່າງໆ ທີ່ກ່ຽວຂ້ອງ ອ້ອມຂ້າງແຂວງເຂົ້າຮ່ວມ ເພື່ອ ພ້ອມກັນສະຫລຸບຕີລາຄາການຈັດ ຕັ້ງປະຕິບັດລັດຖະທໍາມະນູນ ໃນ ທ່ານ ສົມມາດ ພົນເສນາ ຂປລ. ຄະນະກຳມະການລະດັບ ຊາດ ປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ ຈັດກອງປະຊຸມປະເມີນ ສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ຂປລ. ໃນລະຫວ່າງວັນທີ 1213 ກໍລະກົດ 2023 ຜ່ານມາ, ທີ່ ນະຄອນຫລວງປັກກິ່ງ, ສປ ຈີນ, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດ  ອ່ານຕໍ່ໜ້າ 7 ຂປລ. ອົງການໄອຍະການປະ ຊາຊົນສູງສຸດ ໄດ້ຈັດປາຖະກະຖາ ເລົ່າມູນເຊື້້ອ 3 ເອກະສານສຳຄັນ ຂອງພັກຂອງຊາດ ຄື: ວັນເກີດປະ ທານສຸພານຸວົງຄົບຮອບ115(13/ 7/1909 -13/7/2024),ວັນ ເຊັນສັນຍາມິດຕະພາບ ແລະ ການ ຮ່ວມມືລາວ-ຫວຽດນາມຄົບຮອບ 47 ປີ (18/7/1977-18/7/ 2024) ແລະ ວັນສ້າງຕັ້ງສາຍພົວ ພັນການທູດ ລາວ-ຫວຽດນາມ ຄົບຮອບ 62 ປີ (5/9/1962-5/9/ 2024) ໃນວັນທີ 17 ກໍລະກົດ 2024 ໃຫ້ກຽດເຜີຍແຜ່ເອກກະສານ ໂດຍສະຫາຍ ໄຊຊະນະ ໂຄດພູທອນ ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກ, ຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ, ເທດ ແລະ ກະຊວງຂະແໜງການ ທີ່ໄດ້ຮັບໂຄງການຊ່ວຍເຫລືອ ຈາກ ກອງທຶນດັ່ງກ່າວເຂົ້າຮ່ວມເປັນສັກ ຄີພິຍານ. ໃນປີ 2024 ນີ້, ສປປ ລາວ ຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມລະດັບ ສູງຄັ້ງທີສອງ ຂອງເວທີປຶກສາຫາລື ກ່ຽວກັບການປະຕິບັດງານສາກົນ ເພື່ອການພັດທະນາຮ່ວມກັນພາຍໃຕ້ ຂໍ້ລິເລີ່ມດ້ານການພັດທະນາສາກົນ ທີ່ສະເໜີໂດຍ ທ່ານ ສີຈິ້ນຜິງ ປະ ທານປະເທດ ແຫ່ງ ສະທາລະນະ ລັດ ປະຊາຊົນຈີນ ໂດຍການເປັນເຈົ້າ ພາບຂອງ ອົງການຮ່ວມມືເພື່ອການ ພັດທະນາສາກົນຂອງ ສປ ຈີນ, ມີບັນດາການນຳຂັ້ນສູງຂອງກຸ່ມປະ ເທດເພື່ອນມິດ ຂອງຂໍ້ລິເລີ່ມດ້ານ ທ່ານ ໂພໄຊ ໄຂຄຳພິທູນ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກ ລັດຖະບານ,ບັນດາທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫລວງວຽງຈັນ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ ທຽບເທົ່າກະຊວງ, ສູນກາງແນວ ລາວສ້າງຊາດ, ອົງການນິຕິບັນຍັດ, ອົງການຕຸລາການ, ສະຫະພັນນັກ ຮົບເກົ່າແຫ່ງຊາດລາວ, ບັນດາ ອົງການຈັດຕັ້ງມະຫາຊົນ, ອົງການ ກວດກາແຫ່ງລັດ ແລະ ອົງການ ກວດສອບແຫ່ງລັດເຂົ້າຮ່ວມ. ທ່ານ ບົວຄົງ ນາມມະວົງ ລັດ ຖະມົນຕີ, ຫົວໜ້າຫ້ອງວ່າການສໍາ ນັກງານນາຍົກລັດຖະມົນຕີ ໄດ້ຖະ ຂປລ. ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2024 ໄດ້ ໄຂຂຶ້ນໃນຕອນເຊົ້າວັນທີ 15 ແລະ ປິດລົງໃນຕອນເຊົ້າວັນທີ 17 ກໍລະກົດ 2024 ທີ່ຫໍປະຊຸມແຫ່ງ ຊາດ, ພາຍໃຕ້ການເປັນປະທານ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 18/07/2024 xtgmf]k; ສົກສຶກສາ 2024-2025... ປະເມີນການຈັດຕັ້ງປະຕິບັດ... ລົງນາມສັນຍາຮ່ວມມື... ຜົນກອງປະຊຸມ.... ຂປລ. ໃນສົກສຶກສາ 20242025 ນີ້, ມະຫາວິທະຍາໄລແຫ່ງ ຊາດ (ມຊ) ມີແຜນຈະຮັບເອົາ ນັກສຶກສາໃໝ່ເຂົ້າຮຽນຈຳນວນ 5.920 ຄົນ ເຊິ່ງຈະຈະດໍາເນີນການ ສອບເສັງໃນວັນທີ10ສິງຫາ2024 ນີ້. ປັດຈຸບັນ, ມຊ ມີຫລັກສູດການ ຮຽນທັງໝັດ 244 ຫລັກສູດ. ທ່ານ ເດຊານຸລາດ ແສນດວງ ເດດ ວ່າການແທນອະທິການບໍດີມະ ຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ສຳ ພາດກ່ຽວກັບການກະກຽມຄວາມ ພ້ອມໃນການຈັດການສອບເສັງ ຄັດເລືອກເອົານັກສຶກສາເຂົ້າຮຽນ ໃນສົກສຶກສາດັ່ງກ່າວ ໃນວັນທີ 16 ກໍລະກົດ 2024 ວ່າ: ມະຫາວິທະ ຍາໄລແຫ່ງຊາດ ຈະສອບເສັງຄັດ ເລືອກເອົານັກສຶກສາເຂົ້າຮຽນ ປະ ຈໍາສົກສຶກສາ 2024-2025 ໃນຕົ້ນ ເດືອນສິງຫາ 2024 ນີ້, ປັດຈຸບັນ ໂດຍລວມແລ້ວການກະກຽມຄວາມ ພ້ອມຈັດການສອບເສັງ ແມ່ນດໍາ ເນີນໄປຕາມແຜນທີ່ວາງໄວ້, ພ້ອມຂໍ ອະນຸມັດໂຕເລກໂກຕ້າຮັບນັກສຶກສາ ໃໝ່ນໍາກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍ ມຊ ໄດ້ເລີ່ມ ເປີດຮັບນັກສຶກສາມາລົງທະບຽນ ຜ່ານທາງອອນລາຍແຕ່ວັນທີ 8 ກໍ ລະກົດ-7ສິງຫາ2024, ເປີດໃຫ້ມາ ຮັບບັດເຂົ້າຫ້ອງສອບເສັງ ແຕ່ວັນ ທີ 15 ກໍລະກົດ-7 ສິງຫາ 2024, ສະຖານທີ່ສະໂມສອນໃຫຍ່ ມຊ (ວິ ທະຍາເຂດດົງໂດກ), ຈະຕິດລາຍ ຊື່ນັກສອບເສັງໃສ່ຫ້ອງສອບເສັງ ໃນວັນທີ 9 ສິງຫາ 2024 ແລະ ຈະດໍາເນີນການສອບເສັງໃນວັນທີ 10 ສິງຫາ 2024 ທີ່ຈະມາເຖິງ. ໃນ ຂະນະທີ່ສົກສຶກສາ 2024-2025 ນີ້, ມຊ ມີແຜນຮັບເອົານັກສຶກສາໃໝ່ ເຂົ້າຮຽນຈຳນວນ 5.920 ຄົນ. ທ່ານ ເດຊານຸລາດ ແສນດວງ ເດດ ຍັງໃຫ້ຮູ້ຕື່ມວ່າ: ຜ່ານມາ, ມຊ ມີໂຕເລກຜູ້ສະໝັກຫລາຍກວ່າໂຕ ເລກທີ່ຮັບໄດ້, ພຽງແຕ່ວ່າເສັງແລ້ວ ບໍ່ໄດ້ຕາມຄາດໝາຍເພາະນັກສອບ ເສັງເລືອກບາງສາຂາຫລາຍເກີນ ກໍານົດ ແລະ ບາງສາຂາໜ້ອຍເກີນ ຄາດໝາຍ. ສໍາລັບນັກຮຽນຈົບ ມ7 ນອກຈາກນັກຮຽນທີໄດ້ໂກຕ້າທຶນ ລັດຖະບານ ສັບຊ້ອນມາແຕ່ແຂວງ ແລ້ວ, ທຸກຄົນສະໝັກເຂົ້າຮຽນ ມຊ ຕ້ອງຜ່ານການສອບເສັງ, ຖ້າບໍ່ມາ ເສັງແມ່ນບໍ່ອະນຸຍາດໃຫ້ເຂົ້າຮຽນ ອີກເນື່ອງຈາກວ່າພວກເຮົາຕ້ອງ ການຮັກສາຄຸນນະ ພາບ ການສອບ ເສັງແມ່ນຂັ້ນຕອນການກັ່ນຕອງ, ຖ້າຫາກຕໍ່າກວ່າເກນມາດຕະຖານ ກໍຈະເຮັດໃຫ້ການສອນ-ການຮຽນ ຫຍຸ້ງຍາກອາດຈະບໍ່ມີຄຸນນະພາບ. ໃນນັ້ນ, ມຊ ຍັງໄດ້ເພີ່ມການເອົາ ໃຈໃສ່ໂຄສະນາ-ປະຊາສໍາພັນໃຫ້ພໍ່ ແມ່ນັກຮຽນ ແລະ ນັກຮຽນຮັບຮູ້, ເຂົ້າໃຈກ່ຽວກັບວິຊານັ້ນໆ ວ່າຮຽນ ຈົບແລ້ວສາມາດປະກອບສາຂາອາ ຊີບໃດໄດ້ແດ່ແລະ ໃນສົກປີຕໍ່ໄປ ມຊ ຍັງມີແຜນປັບປຸງຫລັກສູດທີ່ມີຄົນ ສົນໃຈສະໝັກເຂົ້າມາຮຽນໜ້ອຍ ຕື່ມອີກໂດຍຈະພັດທະນາຫລັກສູດ ເຫລົ່ານັ້ນໃຫ້ມີຄວາມຫລາກຫລາຍ ທັກສະ ໃນການປະກອບອາຊີບ (ເປັນລັດຖະກອນຂະແໜງການໃດ ໜຶ່ງກໍໄດ້ ຫລື ປະກອບການເອງເປັນ ອາຊີບໃດໜຶ່ງກໍໄດ້). ຮູບແບບຈັດການສອບເສັງຄັດ ເລືອກເອົານັກສຶກສາສົກສຶກສາ ມຊ ປີນີ້, ຈະໄດ້ສອບເສັງໃນຮູບແບບ ປົກກະຕິຄືປີຜ່ານມາ ໂດຍອີງຕາມ ແຈ້ງການຂອງລັດຖະມົນຕີກະຊວງ ສຶກສາທິການແລະ ກິລາ. ສ່ວນການ ສອບເສັງແມ່ນໄດ້ແບ່ງອອກເປັນ 2 ກຸ່ມຄື: ກຸ່ມ A ສາຍວິທະຍາສາດທໍາ ມະຊາດ, ວິຊາສອບເສັງມີ: ຄະນິດ ສາດ A + ຟິຊິກສາດ, ພາສາລາວ+ ວັນນະຄະດີ+ເຄມີສາດ+ຊີວະສາດ+ ພາສາອັງກິດ ແລະ ກຸ່ມ B ສາຍວິທະ ຍາສາດສັງຄົມ, ວິຊາສອບເສັງມີ: ຄະນິດສາດ B + ພາສາລາວ + ວັນ ນະຄະດີ, ພູມສາດ+ປະຫວັດສາດ+ ພາສາອັງກິດ. ຄາດວ່າຈະປະກາດ ຜົນການສອບເສັງ ໃນວັນທີ 9 ກັນ ຍາ2024ແລະຈະລົງທະບຽນຮຽນ ໃນວັນທີ 10-27 ກັນຍາ 2024. ສຳລັບກຸ່ມ A ສາຍວິທະຍາສາດ ທໍາມະຊາດ ປະກອບມີ 8 ຄະນະວິ ຊາຄື: ຄະນະວິທະຍາສາດສັງຄົມ (ຄວທ), ຄະນະວິທະຍາສາດປ່າ ໄມ້ (ຄປມ), ຄະນະກະເສດສາດ (ຄກສ), ຄະນະສະຖາປັດ(ຄສປ), ຄະນະວິທະຍາສິ່ງແວດລ້ອມ (ຄສວ), ຄະນະວິສະວະກຳສາດ (ຄວສ), ຄະນະຊັບພະຍາກອນນໍ້າ (ຄຊນ) ແລະ ຄະນະສຶກສາສາດ (ຄສສ) (ຄູສາຍທໍາມະຊາດ) ແລະ ກຸ່ມ B ສາຍວິທະຍາສາດສັງຄົມ ປະກອບມີ 6 ຄະນະວິຊາຄື: ຄະນະ ວິທະຍາສາດສັງຄົມ (ຄສຄ), ຄະນະອັກສອນສາດ (ຄອສ), ຄະນະນິຕິສາດ ແລະ ລັດຖະສາດ (ຄນລ), ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ), ຄະນະ ວິທະຍາສາດການກີລາ-ກາຍະກຳ (ຄວກ) ແລະ ຄະນະສຶກສາສາດ (ຄສສ) (ຄູສາຍສັງຄົມ). ຄາດວ່າ ຈະປະກາດຜົນການສອບເສັງໃນ ວັນທີ 9 ກັນຍາ 2024 ແລະ ຈະລົງ ທະບຽນຮຽນ ໃນວັນທີ 10-27 ກັນ ຍາ 2024. ໂອກາດນີ້, ທ່ານ ເດຊານຸລາດ ແສນດວງເດດ ຍັງຮຽກຮ້ອງມາ ຍັງນັກຮຽນທີ່ເສັງຈົບ ມ7 ປີນີ້ ແລະ ປີຜ່ານໆມາທີ່ບໍ່ທັນໄດ້ເຂົ້າຮຽນໃຫ້ ຕັດສິນໃຈເລືອກເຂົ້າມາສອບເສັງ ເພື່ອອະນາຄົດຂອງຕົນເອງ ແລະ ຮຽກຮ້ອງຜູ້ປົກຄອງຊ່ວຍແນະນໍາ ລູກ-ຫລານຂອງຕົນມາສຶກສາໃຫ້ ມີຄວາມຮູ້ກ່ອນປະກອບອາຊີບ, ມີ ວິຊາຊີບຕິດໂຕ ເພື່ອອະນາຄົດທີ່ດີ ຂອງລູກ-ຫລານ. ຂໍ້ມູນ-ພາບ: ວັນເພັງ ໄລຍະ 9ປີທີ່ຜ່ານມາ ໃນທົ່ວປະເທດ ກໍຄື ທົ່ວແຂວງອຸດົມໄຊ ໃຫ້ເຫັນໄດ້ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຜົນສຳເລັດ, ບັນຫາຄົງຄ້າງ ພ້ອມທັງສາເຫດ, ບົດບັນຍັດທີ່ສອດຄ່ອງ ຫລື ບໍ່ສອດ ຄ່ອງ, ບົດຮຽນ ແລະ ບັນຫາຕັ້ງ ຂຶ້ນ ເພື່ອເປັນຂໍ້ມູນໃຫ້ແກ່ການຄົ້ນ ຄວ້າ, ປັບປຸງເນື້ອໃນຂອງລັດຖະ ທຳມະນູນ ສະບັບປີ 2015 ໃຫ້ຖືກ ຕ້ອງ, ຄົບຖ້ວນ, ສອດຄ່ອງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໃຫ້ ປະກົດຜົນເປັນຈິງໄດ້. ທ່ານ ສົມມາດ ພົນເສນາ ໄດ້ມີ ຄຳເຫັນວ່າ: ກອງປະຊຸມປະເມີນຜົນ ການຈັດຕັ້ງປະຕິບັດລັດຖະທຳມະ ນູນຄັ້ງນີ້, ມີຄວາມໝາຍສຳຄັນ ຫລາຍ ເນື່ອງຈາກວ່າການປະເມີນ ຜົນການຈັດຕັ້ງປະຕິບັດລັດຖະທຳ ມະນູນ ແມ່ນການປະເມີນຜົນການ ຈັດຕັ້ງປະຕິບັດນິຕິກຳສູງສຸດຂອງ ລັດເຮົາ ທີ່ເປັນກົດໝາຍພື້ນຖານ ຂອງຊາດ ເຊິ່ງລັດຖະທຳມະນູນສະ ບັບທຳອິດຂອງ ສປປ ລາວ ໄດ້ຖືກ ຮັບຮອງ ແລະ ປະກາດໃຊ້ຢ່າງເປັນ ທາງການ ໃນປີ 1991, ມາຮອດ ປັດຈຸບັນເປັນເວລາ 33 ປີ, ໃນໄລ ຍະຜ່ານມາ ກໍໄດ້ມີການປັບປຸງ 2 ຄັ້ງຄື: ປັບປຸງປີ 2003 ແລະ ປີ 2015. ລັດຖະທຳມະນູນສະບັບ ປີ 2015 ມາຮອດປັດຈຸບັນ ກໍເປັນ ເວລາ 9 ປີ ເຊິ່ງເປັນກົດໝາຍພື້ນ ຖານສຳຄັນຂອງປະເທດຊາດ, ເປັນ ບ່ອນອີງໃຫ້ແກ່ການສ້າງ ແລະ ປັບປຸງກົດໝາຍ ເພື່ອເປັນເຄື່ອງມື ຂອງລັດ ໃນການຄຸ້ມຄອງລັດ, ຄຸ້ມ ຄອງເສດຖະກິດ-ສັງຄົມດ້ວຍກົດ ໝາຍ ແລະ ສ້າງເງື່ອນໄຂພື້ນຖານ ໃຫ້ແກ່ການສ້າງລັດປະຊາທິປະໄຕ ປະຊາຊົນຂອງພວກເຮົາ ໃຫ້ເປັນ ລັດທີ່ປົກຄອງດ້ວຍກົດໝາຍດີຂຶ້ນ ເທື່ອລະກ້າວ. ແຕ່ຜ່ານການປະຕິບັດ, ກໍມີບາງບົດບັນຍັດຂອງລັດຖະທຳ ມະນູນບໍ່ສອດຄ່ອງກັບໜ້າທີ່ການ ເມືອງຂອງພັກ ແລະ ສະພາບການ ພັດທະນາເສດຖະກິດ-ສັງຄົມ ໃນ ປັດຈຸບັນ ແລະ ອື່ນໆ. ສະນັ້ນ, ລັດ ເຮົາ ຈິ່ງຕ້ອງໄດ້ມີການປັບປຸງລັດ ຖະທຳມະນູນ ສະບັບປີ 2015 ໃຫ້ສອດຄ່ອງກັບໜ້າທີ່ການເມືອງ ຂອງພັກ ແລະ ລັດ ໃນໄລຍະໃໝ່. ສະເພາະ ຢູ່ຂັ້ນສູນກາງ ໄດ້ຈັດກອງ ປະຊຸມປະເມີນ ຢູ່ 4 ຈຸດຕາມຂົງ ເຂດວຽກງານ ຄື: ຂົງເຂດອົງການ ຈັດຕັ້ງພັກ, ແນວລາວສ້າງຊາດ, ສະ ຫະພັນນັກຮົບເກົ່າ ແລະ ອົງການ ມະຫາຊົນ; ຂົງເຂດເສດຖະກິດສັງຄົມ; ຂົງເຂດການປົກຄອງ ແລະ ຍຸຕິທໍາ ຫລື ອຳນາດລັດ; ຂົງເຂດ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ແລະ ການຕ່າງປະເທດ ເຊິ່ງ ການປະເມີນຜົນຢູ່ 4 ຈຸດດັ່ງກ່າວ, ແມ່ນໄດ້ສຳເລັດຜົນໃນວັນທີ 12 ກໍລະກົດ 2024 ຜ່ານມາ. ສຳລັບຢູ່ ຂັ້ນທ້ອງຖິ່ນ, ໄດ້ມີແຜນການຈັດ ກອງປະຊຸມປະເມີນຜົນການຈັດ ຕັ້ງປະຕິບັດລັດຖະທໍາມະນູນ ຢູ່ 18 ຈຸດຢູ່ຂັ້ນແຂວງ-ນະຄອນຫລວງ ໂດຍຕິດພັນກັບກອງປະຊຸມສະໄໝ ສາມັນເທື່ອທີ 7 ຂອງສະພາປະຊາ ຊົນ ຂັ້ນແຂວງ ນັບແຕ່ວັນທີ 1730 ກໍລະກົດ 2024 ໃຫ້ສຳເລັດໃນ ຂອບເຂດທົ່ວປະເທດ. ນອກຈາກນີ້, ຍັງຈະໄດ້ດຳເນີນການປະເມີນຜົນ ການປະຕິບັດລັດຖະທຳມະນູນໃນ ຮູບແບບທາບທາມຄວາມເຫັນທົ່ວ ໄປລວມທັງຜ່ານພາຫະນະສື່ມວນ ຊົນຕ່າງໆ. ທ່ານ ຄຳຈັນ ໂສຕາປະເສີດ ກຳ ມະການປະຈຳສະພາແຫ່ງຊາດ, ປະທານກຳມາທິການບັນດາເຜົ່າ ໄດ້ຜ່ານຮ່າງບົດປະເມີນຜົນການ ຈັດຕັ້ງປະຕິບັດລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປີ 2015 ເຊິ່ງໄດ້ຍົກໃຫ້ຫລາຍບັນຫາສຳຄັນ ໂດຍສະເພາະຄວາມສຳຄັນ ແລະ ຄວາມຈຳເປັນ ໃນການປັບປຸງລັດ ຖະທຳມະນູນສະບັບປີ 2015,ລວມ ເຖິງດ້ານດີ, ດ້ານອ່ອນ, ຜົນສຳເລັດ, ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ສືບ ຕໍ່ຈັດຕັ້ງ ປະຕິບັດ ເຊິ່ງການປັບປຸງລັດຖະ ທຳມະນູນເທື່ອນີ້, ແມ່ນສຸມໃສ່ຄົ້ນ ຄວ້າ ແລະ ປັບປຸງບາງໝວດ, ບາງ ມາດຕາ ທີ່ຈຳເປັນ ເປັນຕົ້ນໝວດ ກ່ຽວກັບການປົກຄອງທ້ອງຖິ່ນແລະ ອາດຈະຄົ້ນຄວ້າສະເໜີເພີ່ມບາງ ມາດຕາ ຫລື ບາງຂໍ້ບັນຍັດໃໝ່ທີ່ ເຫັນວ່າມີຄວາມສຳຄັນ ແລະ ຈຳ ເປັນ ເພື່ອໃຫ້ມີເນື້ອໃນທີ່ຖືກຕ້ອງ, ຄົບຖ້ວນ, ສອດຄ່ອງກັບໜ້າທີ່ການ ເມືອງຂອງພັກ ແລະ ລັດ ໃນໄລຍະ ໃໝ່, ໃຫ້ກາຍເປັນກົດໝາຍພື້ນຖານ ສໍາຄັນຂອງປະເທດຊາດ, ເປັນບ່ອນ ອີງໃຫ້ແກ່ການສ້າງ ແລະ ການປັບ ປຸງບັນດາກົດໝາຍ. ການປັບປຸງລັດ ຖະທຳມະນູນ ຄັ້ງນີ້, ແນໃສ່ສືບຕໍ່ ຜັນຂະຫຍາຍແນວທາງປ່ຽນແປງ ໃໝ່ຢ່າງຮອບດ້ານມີຫລັກການຂອງ ພັກ, ເປັນຂໍ້ບັນຍັດຂອງລັດຖະທຳ ມະນູນ ແຫ່ງ ສປປ ລາວ ສະບັບໃໝ່ ເປັນຕົ້ນ ມະຕິຄະນະບໍລິຫານງານ ສູນກາງພັກ ວ່າດ້ວຍການສືບຕໍ່ຍູ້ ແຮງການຜັນຂະຫຍາຍແນວທາງ ປ່ຽນແປງໃໝ່ສູ່ລວງເລິກ, ສ້າງ ການຫັນປ່ຽນທີ່ແຂງແຮງ, ເລິກ ເຊິ່ງ ແລະ ຮອບດ້ານໃນການນໍາ ພາຂອງພັກ; ເປັນບ່ອນອີງພື້ນຖານ ຮັບປະກັນໃຫ້ແກ່ການສ້າງ ແລະ ປັບ ປຸງກົດໝາຍ ໃນຕໍ່ໜ້າ ໃຫ້ເປັນລະ ບົບຄົບຊຸດ, ສອດຄ່ອງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້. ຢ່າງ ໃດກໍຕາມ ການປັບປຸງລັດຖະທຳມະ ນູນສະບັບໃໝ່ ແມ່ນຈະໃຫ້ສຳເລັດ ໃນກາງປີ 2025 ແລະ ສາມາດນຳ ເຂົ້າພິຈາລະນາ, ຮັບຮອງໃນກອງ ປະຊຸມສະໄໝສາມັນ ເທື່ອທີ 9 ຂອງ ສະພາແຫ່ງຊາດ ຊຸດທີ IX. ຂ່າວ-ພາບ: ທະນູທອງ ໄດ້ຮັບອະນຸມັດໂຄງການທັງໝົດ ຈຳນວນ 10 ໂຄງການມູນຄ່າ 2.665.900 ໂດລາສະຫະລັດ, ປະກອບມີໂຄງການຊ່ວຍເຫລືອໃຫ້ ແກ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເຊິ່ງກວມເອົາຫລາຍຂົງເຂດເປັນ ຕົ້ນ ກະສິກຳ, ສິ່ງແວດລ້ອມ, ການ ຄຸ້ມຄອງຊັບພະຍາກອນນໍ້າ, ສາທາ ລະນະສຸກ, ການຄ້າ, ສ້າງຄວາມສາ ມາດໃນການຜະລິດອຸດສາຫະກຳ, ພັດທະນາຊັບພະຍາກອນມະນຸດ ແລະ ສົ່ງເສີມການທ່ອງທ່ຽວ. ຂອບການຮ່ວມມືແມ່ນ້ຳຂອງແມ່ນ້ຳລ້ານຊ້າງ ໄດ້ຖືກສ້າງຕັ້ງຂຶ້ນ ຢ່າງເປັນທາງການໃນວັນທີ 23 ມີນາ 2016 ໂດຍມີເຈດຕະນາລົມ ແລະ ຄວາມໝາຍໝັ້ນຮ່ວມກັນຂອງ ບັນດາປະເທດສະມາຊິກ ເພື່ອສ້າງ ປະຊາຄົມແຫ່ງສັນຕິພາບ ແລະ ຄວາມສົມບູນພູນສຸກ ໃນອະນາຄົດ ຮ່ວມກັນ ໂດຍມີ ສປປ ລາວ, ກຳ ປູເຈຍ, ມຽນມາ, ໄທ, ສສ ຫວຽດ ນາມ ແລະ ສປ ຈີນ ເປັນປະເທດ ເພື່ອນມິດທີ່ດີຕໍ່ກັນມາແຕ່ດົນນານ ມີທີ່ຕັ້ງພູມສາດທີ່ຕິດຈອດກັນດ້ວຍ ພູຜາ ແລະ ແມ່ນ້ຳຮ່ວມສາຍດຽວ ກັນ. ທ່າມກາງສະພາບການຂອງ ໂລກທີ່ຍັງສືບຕໍ່ຜະເຊີນໜ້າຫັນປ່ຽນ ແລະ ສິ່ງທ້າທາຍນາໆປະການ, ຂອບການຮ່ວມມືແມ່ນ້ຳຂອງ-ແມ່ ນ້ຳລ້ານຊ້າງ ໄດ້ສືບຕໍ່ເປັນເວທີ ຮ່ວມມືທາງດ້ານເສດຖະກິດ-ສັງຄົມ ທີ່ສຳຄັນເພື່ອຮັດແໜ້ນການຮ່ວມ ມືຫລາຍຝ່າຍສະໜັບສະໜູນເຊິ່ງ ກັນແລະກັນ ເພື່ອການຮ່ວມມືທີ່ຕ່າງ ຝ່າຍຕ່າງໄດ້ຮັບຜົນປະໂຫຍດ ພ້ອມ ທັງຮ່ວມກັນແກ້ໄຂສິ່ງທ້າທາຍ ຕ່າງໆຂອງພາກພື້ນ ເຊິ່ງໄດ້ປະ ກອບສ່ວນສະໜັບສະໜູນການສ້າງ ປະຊາຄົມອາຊຽນ, ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ, ການຮ່ວມມືໃຕ້-ໃຕ້ ແລະ ເປົ້າໝາຍການພັດທະນາ ແບບຍືນຍົງ ຮອດປີ 2030 ຂອງ ອົງການສະຫະປະຊາຊາດ. ໃນປີ ດຽວກັນ, ສປ ຈີນ ກໍໄດ້ປະກາດສ້າງ ຕັ້ງກອງທຶນພິເສດແມ່ນ້ຳຂອງແມ່ນ້ຳລ້ານຊ້າງ ແລະ ໄດ້ເລິ່ມຈັດ ຕັ້ງປະຕິບັດໃນປີ 2017 ໂດຍມີເປົ້າ ໝາຍເພື່ອຈັດຕັ້ງຜັນຂະຫຍາຍ ເຈດຕະນາລົມ ແລະ ຄວາມໝາຍ ໝັ້ນຂອງບັນດາປະເທດແມ່ນ້ຳ ຂອງ-ແມ່ນ້ຳລ້ານຊ້າງດັ່ງກ່າວຂ້າງ ເທິງໃຫ້ປາກົດຜົນເປັນຈິງ. ໃນໄລ ຍະຜ່ານມາ, ສປປ ລາວ ໄດ້ຮັບທັງ ໝົດ 80 ໂຄງການ ມູນຄ່າ 20 ລ້ານ ກວ່າໂດລາສະຫະລັດແມ່ນໄດ້ຮັບ ໝາກຜົນເປັນຢ່າງດີ. ໃນໂອກາດດັ່ງກ່າວ, ທັງສອງ ຝ່າຍ ສປປ ລາວ ແລະ ສປ ຈີນ ເຊື່ອໝັ້ນວ່າໂຄງການທີ່ໄດ້ຮັບການ ຊ່ວຍເຫລືອງວດໃໝ່ ໃນປີ 2024 ນີ້, ຈະສາມາດປະກອບສ່ວນໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນ້ຳຂອງ ໄດ້ຢ່າງປາ ກົດຜົນເປັນຈິງ ແລະ ມີປະສິດທິ ພາບສູງ, ພ້ອມທັງເປັນການຮັດ ແໜ້ນສາຍພົວພັນການຮ່ວມມື ໃນ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ ນ້ຳລ້ານຊ້າງ ນັບມື້ນັບແໜ້ນແຟ້ນ ຂຶ້ນເປັນກ້າວໆ. ແຫລງຜົນກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ໃນວັນທີ 17 ກໍລະ ກົດ 2024 ວ່າ: ກອງປະຊຸມດັ່ງກ່າວ, ດຳເນີນມາເປັນເວລາສອງມື້ເຄິ່ງ ດ້ວຍຈິດໃຈເຄັ່ງຮ້ອນ ແລະ ດ້ວຍບັນ ຍາກາດແຫ່ງການເສີມຂະຫຍາຍ ຄວາມເປັນເຈົ້າການ, ສຸມສະຕິປັນຍາ ແລະ ຄວາມຮັບຜິດຊອບການເມືອງ ຂອງບັນດາສະມາຊິກລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນ ຫລວງວຽງຈັນ ແລະ ບັນດາອົງການ ຈັດຕັ້ງພັກ-ລັດ ເຂົ້າໃນການຄົ້ນຄວ້າ ແລະ ປະກອບຄຳເຫັນໃນ 3 ວາລະ ທີ່ສໍາຄັນ, ພິເສດກອງປະຊຸມຄັ້ງນີ້, ແມ່ນໄດ້ຮັບຟັງຄຳເຫັນໂອ້ລົມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງ ພັກ, ປະທານປະເທດ ທີ່ໄດ້ໃຫ້ທິດ ຊີ້ນຳສະມາຊິກລັດຖະບານ, ບັນດາ ເຈົ້າແຂວງ ແລະ ເຈົ້າຄອງນະຄອນ ຫລວງວຽງຈັນ ຕ້ອງຍົກສູງຄວາມ ຮັບຜິດຊອບຮ່ວມກັນ ເພື່ອແກ້ໄຂບັນ ຫາທີ່ເຄັ່ງຮ້ອນຂອງເສດຖະກິດ, ເປັນຕົ້ນບັນຫາອັດຕາແລກປ່ຽນ, ອັດຕາເງິນເຟີ້, ລາຄາສິນຄ້າແພງ, ການແກ້ໄຂໜີ້ສິນສາທາລະນະ, ໜີ້ ສິນຕ່າງປະເທດ; ການສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ມີການຜະລິດຢູ່ພາຍ ໃນໃຫ້ຫລາຍ, ໃຫ້ໄວ, ມີປະສິດທິພາບ ແລະ ປະສິດທິຜົນ; ພ້ອມທັງຫັນປ່ຽນ ວິກິດໃຫ້ເປັນໂອກາດ ດ້ວຍການອອກ ມາດຕະການ, ວິທີການໃນການຈັດ ຕັ້ງປະຕິບັດຕົວຈິງ ໃຫ້ເປັນຮູບປະທຳ ໂດຍມີການກຳນົດໜ້າວຽກຈຸດສຸມ, ກໍານົດໄລຍະເວລາໃນການຈັດຕັ້ງ ປະຕິບັດ, ມີການແບ່ງມອບຄວາມ ຮັບຜິດຊອບໃຫ້ບຸກຄົນຄັກແນ່. ສຳລັບຜົນຂອງການຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນຕໍ່ 3 ວາລະໃນກອງປະຊຸມມີວາລະທີ 1. ກອງປະຊຸມເຫັນດີດ້ານຫລັກການ ຮັບຮອງເອົາບັນດາບົດສະຫລຸບ ການຈັດຕັ້ງປະຕິບັດວຽກງານຕົວຈິງ ໃນໄລຍະ 6 ເດືອນຕົ້ນປີ ແລະ ແຜນ ວຽກຈຸດສຸມ 6 ເດືອນທ້າຍປີ 2024 ຂອງລັດຖະບານ ເຊັ່ນ: ວຽກງານ ແຜນການ ແລະ ການລົງທຶນ, ແຜນ ງົບປະມານ, ແຜນເງິນຕາ, ການພັດ ທະນາແຮ່ທາດ, ການພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍໄດ້ຊີ້ນຳບັນດາຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງສືບຕໍ່ຍົກ ສູງຄວາມຮັບຜິດຊອບ ແລະ ຄວາມ ເປັນເຈົ້າການໃນການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງ ຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2024 ທີ່ສະ ພາແຫ່ງຊາດ ໄດ້ມີມະຕິຮັບຮອງ ໃຫ້ເປັນຮູບປະທຳ ແລະ ປະສົບຜົນ ສຳເລັດຫລາຍຂຶ້ນ; ສຸມໃສ່ແກ້ໄຂ ບັນດາຈຸດອ່ອນ, ຂໍ້ຄົງຄ້າງ ແລະ ອຸປະສັກຕ່າງໆ ທີ່ເປັນສິ່ງອຸດຕັນຕໍ່ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ແລະ ໃນຂົງເຂດທີ່ຕົນ ຮັບຜິດຊອບ ເພື່ອຮັບປະກັນສະຖຽນ ລະພາບທາງດ້ານການເມືອງໃຫ້ໜັກ ແໜ້ນ, ສັງຄົມມີຄວາມສະຫງົບປອດ ໄພ ແລະ ມີຄວາມເປັນລະບຽບຮຽບ ຮ້ອຍ; ເສດຖະກິດມີການຂະຫຍາຍ ຕົວ ແລະ ໝັ້ນທ່ຽງບໍ່ໃຫ້ຕົກເຂົ້າໃນສະ ພາບວິກິດ; ຮີບຮ້ອນແກ້ໄຂຄວາມ ບອບບາງທາງດ້ານເສດຖະກິດມະ ຫາພາກ ໃຫ້ກັບສູ່ສະພາບປົກກະຕິ ໂດຍໄວ; ໃຫ້ພ້ອມກັນນໍາເອົາເນື້ອໃນ ຈິດໃຈທິດຊີ້ນຳ ຂອງເລຂາທິການ ໃຫຍ່, ປະທານປະເທດຕໍ່ກອງປະ ຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍສູ່ ວຽກງານຕົວຈິງຢ່າງແຂງແຮງ, ເລິກ ເຊິ່ງ ແລະ ປະກົດຜົນເປັນຮູບປະທຳ ຕົວຈິງ; ໄດ້ກຳນົດທິດທາງ ແລະ ແຜນວຽກຈຸດສຸມຂອງລັດຖະບານ ແຕ່ນີ້ຮອດທ້າຍປີ 2024 ພ້ອມທັງ ມອບຄວາມຮັບຜິດຊອບໃຫ້ບັນດາ ກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນຢ່າງຈະ ແຈ້ງ ເຊິ່ງເນື້ອໃນລະອຽດກອງປະຊຸມ ໄດ້ຊີ້ນຳໃຫ້ຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີກຳນົດເຂົ້າໃນມະ ຕິກອງປະຊຸມລັດຖະບານເປີດກວ້າງ ຄັ້ງນີ້ ເພື່ອເປັນບ່ອນອີງໃຫ້ແກ່ທຸກ ພາກສ່ວນນຳໄປຈັດຕັ້ງປະຕິບັດຢູ່ໃນ ຂອບເຂດຄວາມຮັບຜິດຊອບຂອງ ຕົນໃຫ້ເກີດໝາກເກີດຜົນ ແລະ ບຸກ ທະລຸໃນການແກ້ໄຂບັນຫາຕົວຈິງ. ວາລະທີ 2 ກອງປະຊຸມເຫັນດີ ດ້ານຫລັກການຮັບຮອງເອົາ ລາຍ ງານການແກ້ໄຂບັນຫາເຄັ່ງຮ້ອນ ດ້ານເສດຖະກິດ-ການເງິນ ແລະ ບັນຫາເຄັ່ງຮ້ອນດ້ານສັງຄົມ ໂດຍ ມອບໃຫ້ຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ ປັບປຸງຄືນເນື້ອ ໃນຮ່າງບົດສະຫລຸບຕາມການປະ ກອບຄຳເຫັນຂອງຜູ້ເຂົ້າຮ່ວມກອງ ປະຊຸມໃຫ້ມີເນື້ອໃນຄົບຖ້ວນສົມບູນ ຂຶ້ນ ແລະ ກຳນົດເຂົ້າໃນມະຕິກອງປະ ຊຸມຄັ້ງນີ້ ເພື່ອເປັນບ່ອນອີງໃນການ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ. ພ້ອມທັງຕິດຕາມ, ຊຸກຍູ້ການຈັດຕັ້ງ ປະຕິບັດທິດຊີ້ນຳຂອງລັດຖະບານ ໃນໄລຍະຜ່ານມາ ແລ້ວລາຍງານໃຫ້ ລັດຖະບານຊາບ ຢ່າງເປັນປົກກະຕິ; ໃຫ້ບັນດາກະຊວງທີ່ກ່ຽວຂ້ອງສຸມ ໃສ່ຈັດຕັ້ງປະຕິບັດບັນດາໜ້າວຽກ ຂອງຕົນ ທີ່ລັດຖະບານ ໄດ້ແບ່ງ ຄວາມຮັບຜິດຊອບໃຫ້ຕາມທີ່ໄດ້ກຳ ນົດໄວ້ໃນມະຕິ ສະບັບເລກທີ 17/ລບ, ລົງວັນທີ 12 ທັນວາ 2023 ແລະ ມະຕິຕົກລົງ ສະບັບເລກທີ 05/ລບ, ລົງວັນທີ 21 ພຶດສະພາ 2024ໂດຍ ໃຫ້ມີການສ້າງແຜນຈັດຕັ້ງປະຕິບັດ ໃຫ້ລະອຽດ, ສຸມໃສ່ແກ້ໄຂບັນຫາທີ່ ຄົງຄ້າງ ກໍຄື ປະຕິບັດບັນດາໜ້າວຽກ ທີ່ຍັງບໍ່ທັນສາມາດຈັດຕັ້ງປະຕິບັດ ໄດ້ສຳເລັດ ແລ້ວລາຍງານຄວາມຄືບ ໜ້າ ໃຫ້ລັດຖະບານຊາບ ແລະ ມີທິດ ຊີ້ນຳເປັນແຕ່ລະໄລຍະ. ວາລະທີ 3 ກອງປະຊຸມເຫັນດີ ດ້ານຫລັກການຮັບຮອງເອົາລາຍ ງານຜົນກອງປະຊຸມວຽກງານການ ປົກຄອງທ້ອງຖິ່ນທົ່ວປະເທດ ໃນ ໄລຍະ ປີ 2021-2023 ແລະ ທິດ ທາງຈຸດສຸມ ປີ 2024-2025 ແລະ ມອບໃຫ້ກະຊວງພາຍໃນ ປັບປຸງເນື້ອ ໃນຕາມການປະກອບຄໍາເຫັນຂອງ ສະມາຊິກລັດຖະບານ ໃຫ້ແທດຕົວຈິງ ແລະ ມີເນື້ອໃນຄົບຖ້ວນສົມບູນ. ພ້ອມນີ້, ໃຫ້ມີການສົມທົບແໜ້ນລະ ຫວ່າງກະຊວງກ່ຽວຂ້ອງ ແລະ ອົງ ການປົກຄອງທ້ອງຖິ່ນ ເພື່ອເຮັດໃຫ້ ການແກ້ໄຂບັນຫາຂໍ້ຄົງຄ້າງຕ່າງໆ ມີຄວາມຄືບໜ້າ ແລະ ມີຜົນສຳເລັດ. ສຳລັບແຜນວຽກຈຸດສຸມໃນຕໍ່ໜ້າ ຈະປັບປຸງກົດໝາຍວ່າດ້ວຍການປົກ ຄອງທ້ອງຖິ່ນ ໃນບາງມາດຕາທີ່ເຫັນ ວ່າບໍ່ທັນສອດຄ່ອງ; ແກ້ໄຂບັນຫາ ເຂດເຊື່ອມຕໍ່ລະຫວ່າງ ແຂວງຕໍ່ ແຂວງໃຫ້ຂາດຕົວ ແລະ ຮັບປະກັນ ຄວາມເປັນເອກະພາບໃນທົ່ວປະເທດ; ປັບປຸງທາງດ້ານກົງຈັກການຈັດຕັ້ງ, ການແບ່ງຂັ້ນຄຸ້ມຄອງໃຫ້ຖືກຕ້ອງ ສອດຄ່ອງກັບເງື່ອນໄຂປັດຈຸບັນ; ການ ສ້າງເທສະບານ ແລະ ນະຄອນໃຫ້ ຄົ້ນຄວ້າກໍານົດແຈ້ງໃນການເຄື່ອນ ໄຫວວຽກງານບ ໍລິຫານ ແລະ ບໍລິ ການຕົວເມືອງ ຢ່າງເປັນລະບົບຄົບຊຸດ ໂດຍສະເພາະຊຸກຍູ້ຄວາມເປັນເຈົ້າ ການ ໃນການຄຸ້ມຄອງ ແລະ ຈັດຕັ້ງ ປະຕິບັດນໍາໃຊ້ງົບປະມານໃຫ້ແຕກ ຕ່າງຈາກເມືອງທົ່ວໄປ; ການສ້າງຕັ້ງ ຕາແສງ ໃຫ້ຮີບຮ້ອນຄົ້ນຄວ້າທາງ ດ້ານນິຕິກໍາ ເພື່ອເປັນບ່ອນອີງໃນ ການຈັດຕັ້ງປະຕິບັດ,ເຮັດຢ່າງມີຈຸດ ສຸມ ແລະ ໃຫ້ທົດລອງຢູ່ແຂວງໃດໜຶ່ງ ກ່ອນ; ສືບຕໍ່ເພີ່ມທະວີເອົາໃຈໃສ່ໃນ ວຽກງານ 3 ສ້າງ ໃນການແບ່ງຂັ້ນ ຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນຢ່າງລະອຽດຊັດເຈນ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ມີການ ຫັນປ່ຽນຫລາຍຂຶ້ນ. ເພື່ອເຮັດໃຫ້ທິດທາງວຽກຈຸດສຸມ ກໍຄື ການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານແຫ່ງລັດ ແລະ ແຜນເງິນຕາ ຕິດພັນກັບການປະຕິບັດ 2 ວາລະ ແຫ່ງຊາດ ໂດຍສະເພາະການແກ້ ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດ ຖະກິດ-ການເງິນ ຕາມຄຳເຫັນຊີ້ນຳ ຂອງສະຫາຍເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ໃນມື້ເປີດກອງປະຊຸມໃຫ້ເປັນຮູບປະ ທໍາ, ກອງປະຊຸມໄດ້ຮຽກຮ້ອງມາຍັງ ບັນດາທ່ານສະມາຊິກລັດຖະບານ, ບັນດາທ່ານເຈົ້າແຂວງ ແລະ ທ່ານ ເຈົ້າຄອງນະຄອນຫລວງວຽງຈັນ ນຳ ເອົາເນື້ອໃນຈິດໃຈດັ່ງກ່າວ, ຫັນເປັນ ແຜນປະຕິບັດລະອຽດ, ມີຄາດໝາຍ ຊັດເຈນ, ມີການແບ່ງຄວາມຮັບຜິດ ຊອບ ໃຫ້ການຈັດຕັ້ງ ແລະ ບຸກຄົນ ຢູ່ແຕ່ລະຂັ້ນໃນແຕ່ລະໄລຍະໃຫ້ຈະ ແຈ້ງ, ທັງສອດຄ່ອງກັບເງື່ອນໄຂສະ ພາບຄວາມເປັນຈິງຂອງແຕ່ລະບ່ອນ, ແຕ່ລະວຽກ ໃຫ້ໄດ້ຮັບຜົນສຳເລັດ ເປັນກ້າວໆ. ພ້ອມກັນນັ້ນ, ກໍຕ້ອງ ຍົກສູງຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການໃນການຈັດຕັ້ງ ປະຕິບັດໃຫ້ສູງກວ່າເກົ່າແທ້, ການ ເຮັດວຽກໃຫ້ວາງຄາດໝາຍ,ກຳນົດ ເວລາເຮັດສຳເລັດ ແລະ ເວລາລາຍ ງານຄວາມຄືບໜ້າເປັນແຕ່ລະໄລຍະ, ທັງໃຫ້ມີກົນໄກຕິດຕາມກວດກາຢ່າງ ເປັນປົກກະຕິ. ນອກຈາກນີ້, ກອງປະຊຸມຍັງໄດ້ ຮຽກຮ້ອງມາຍັງອົງການແນວລາວ ສ້າງຊາດ,ສະຫະພັນນັກຮົບເກົ່າ ແລະ 3 ອົງການຈັດຕັ້ງມະຫາຊົນແຕ່ລະ ຂັ້ນຊ່ວຍສຶກສາອົບຮົມການເມືອງແນວຄິດໃຫ້ພົນລະເມືອງ ແລະ ສະ ມາຊິກພັກ-ພະນັກງານຕົນ ໃຫ້ຮັບຮູ້ ແລະ ເຂົ້າໃຈເຖິງສະພາບການຕົວຈິງ ແລະ ຄວາມພະຍາຍາມຂອງລັດຖະ ບານ ໃນການແກ້ໄຂບັນຫາເສດຖະ ກິດການເງິນຂອງປະເທດເຮົາບໍ່ໃຫ້ ຕົກເຂົ້າໃນວິກິດ. ພາບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==