08 xtgmf]k; 37ltok c]t [= ]y = dy ko 15/07/2024 gxu fvk7ko]h ko-h k' c]t sh v';k'ltcf'ly o7h k Canon .9dk'ot7vos];';P'9a o ຖ່າຍທອດສົດ ທາງໂທລະພາບລາວແຫ່ງຊາດ (ຊ່ອງ1), ວິທະຍຸກະຈາຍສຽງແຫ່ງຊາດ FM103.7 Mhz Laolottery Live ຂອງທຸກ ວັນຈັນ, ວັນພຸດ ແລະ ວັນສຸກ ເລີ່ມແຕ່ເວລາ 20:00 ເປັນຕົ້ນໄປ zq odkovvd]k';a os;pra fmtok ';fmu 79 vvd7A ';a omu 12 d= ]tdq f 2024 g]d * 38F & 38F $ 38F # 38F @ 38F ! 38mh kp 0 2 9 0 6 5 s;pok,la f 09 ___________ ຄວາຍ 01 ___________ ປານ້ອຍ 12 ___________ ມ້າ 22 ___________ ນົກກາງແກ lts^ kdra fmtok &/$& 19 34 33 16 30 ບໍລິສັດ ເອສໂອເອ (SOA) ຈຳກັດຜູ້ດຽວ ໄດ້ ຈັດພິທີເປີດອາຄານລ້ານຊ້າງ ສຳນັກງານໃຫ້ເຊົ່າ ແລະ ຫ້ອງວາງສະແດງສິນຄ້າແຄນນອນ(Canon) ສາຂາທີ່ໃຫຍ່ ແລະ ທັນສະໄໝທີ່ສຸດ ໃນໃຈກາງ ນະຄອນຫລວງວຽງຈັນ ເພື່ອໃຫ້ກາຍເປັນສູນ ກາງຂອງການບໍລິການທາງດ້ານທຸລະກິດ ແລະ ອຳນວຍຄວາມສະດວກ ໃຫ້ແກ່ຕະຫລາດທີ່ຂະ ຫຍາຍຕົວໃນຕົວເມືອງ. ໂອກາດດັ່ງກ່າວ, ທ່ານ ນິພາ ສາຫະພັນ ປະ ທານບໍລິຫານ ບໍລິສັດ ເອສ ໂອ ເອ ຈຳກັດຜູ້ດຽວ ກ່າວ ວ່າ: ອາຄານລ້ານຊ້າງ ຫລື Lanexang Building ອອກແບບໂດຍທີມງານທະນາຄານ ລາວ-ຝຣັ່ງ ຈາກ ຕ່າງປະເທດ ມີການອອກແບບໃຫ້ໄດ້ມາດຕະຖານ ສາກົນໃນການກໍ່ສ້າງ, ມີລະບົບຮັກສາຄວາມປອດ ໄພສູງ ເຊິ່ງໄດ້ກໍ່ສ້າງສຳເລັດແຕ່ປີ 2019 ໂດຍ ອາຄານແຫ່ງນີ້ ແບ່ງອອກເປັນ 10 ຊັ້ນ ມີການ ຈັດສັນພື້ນທີ່ໃຫ້ເປັນ Co-Working Space ຢູ່ ທີ່ຊັ້ນ 5 ເໝາະສຳລັບນັກທຸລະກິດ Start Up ຫລື SME ໃໝ່ໆ ທີ່ຕ້ອງການພື້ນທີ່ເຮັດວຽກ ໃນ ໃຈກາງເມືອງນະຄອນຫລວງວຽງຈັນ ພ້ອມກັນ ນັ້ນ, ພາຍໃນອາຄານລ້ານຊ້າງ ຍັງມີສູນບໍລິການ Canon ເຊິ່ງເປັນໂຊຣູມທີ່ໃຫຍ່ ແລະ ທັນສະໄໝ ທີ່ສຸດໃນ ສປປ ລາວ ເນື່ອງຈາກທາງບໍລິສັດ ເອສ ໂອ ເອ ຈຳກັດຜູ້ດຽວ ໄດ້ເປັນຕົວແທນຈຳໜ່າຍ Canon ແຕ່ຜູ້ດຽວ ໃນ ສປປ ລາວ ອີກດ້ວຍ. ພາຍໃນ Showroom ຍັງມີການວາງສະແດງ ນະວັດຕະກຳຈາກຜະລິດຕະພັນກ້ອງ ແລະ ປຣິນ ເຕີ ພ້ອມທັງການບໍລິການໃຫ້ຄຳແນະນຳ ແລະ ອັບ ເດດເຕັກໂນໂລຊີ ໂດຍລູກຄ້າສາມາດທົດລອງ ແລະ ສຳຜັດກັບສິນຄ້າກ່ອນການຕັດສິນໃຈເລືອກຊື້. ທ່ານ Hiroshi Yokota ປະທານບໍລິສັດ ແລະ ປະທານກຳມະການບໍລິຫານ ບໍລິສັດ ແຄນນອນ ມາເກັດຕິ້ງ (ປະເທດໄທ) ຈຳກັດ ກ່າວວ່າ: ຮູ້ສຶກ ເປັນກຽດ ແລະ ຍິນດີຢ່າງຍິ່ງ ທີ່ທາງບໍລິສັດແຄນ ນອນ ມາເກັດຕິ້ງ (ປະເທດໄທ) ຈຳກັດ ໄດ້ຮ່ວມ ເປັນພັນທະມິດກັບບໍລິສັດ ເອສໂອເອ ຈຳກັດຜູ້ ດຽວ ໃນປະເທດລາວ ເຊິ່ງນອກຈາກງານໃນຄັ້ງ ນີ້ ຈະເປັນການເປີດ Canon Showroom By SOA ຢ່າງເປັນທາງການແລ້ວ ຍັງເປັນການ ສະເຫລີມສະຫລອງຄວາມສຳພັນເປັນພັນທະ ມິດຂອງທັງສອງທຸລະກິດທີ່ມີມາຢ່າງຍາວນານ ໂດຍຫວັງວ່າໃນອະນາຄົດທັງສອງບໍລິສັດ ຈະຮ່ວມ ກັນສ້າງຄວາມປະທັບໃຈ ແລະ ສ້າງຄວາມເຊື່ອໝັ້ນ ລວມໄປເຖິງມອບສິ່ງ ທີ່ດີໃຫ້ກັບສັງຄົມລາວຕໍ່ໆໄປ. ພິທີດັ່ງກ່າວ, ຈັດຂຶ້ນໃນວັນທີ 12 ກໍລະກົດ 2024 ທີ່ອາຄານລ້ານຊ້າງ (ຂ້າງທະນາຄານ ລາວ-ຝຣັ່ງ)ໂດຍມີທ່ານ ນິພາ ສາຫະພັນ ທ່ານ Hiroshi Yokota ແລະ ທ່ານ ປອ ຄຳຂັນ ນະພາວົງ, ອະດີດ ຫົວໜ້າຫ້ອງການ ກະຊວງ ອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍແຂກຜູ້ມີກຽດຈາກ ບໍລິສັດ ແຄນນອນ ມາເກັດຕິ້ງ (ປະເທດໄທ) ຈຳກັດ ແລະ ແຂກຈາກທາງພາກລັດ ແລະ ເອກະຊົນ ທັງລາວ ແລະ ໄທ ເຂົ້າຮ່ວມ. ທັງນີ້ອາຄານລ້ານຊ້າງ ແລະ Canon ShowroomBy SOA ໄດ້ເລີ່ມ ເປີດໃຫ້ບໍລິການຕັ້ງແຕ່ວັນນີ້ເປັນຕົ້ນໄປ ໂດຍເປີດໃຫ້ທຸກໆທ່ານເຂົ້າຢ້ຽມຊົມ ໄດ້ທຸກມື້ ທ່ານສາມາດຕິດຕໍ່ລາຍລະອຽດເພີ່ມເຕີມໄດ້ທີ່ເບີ 020 55511878 020 99999903 020 56539788.
RkJQdWJsaXNoZXIy MTc3MTYxMQ==