07 xtgmf]k; gsfdko{dkora fmtok a 15/07/2024 zQ 'lk]u fegou odv'xt-5 ,7q [7tot [= ]y sko'kora dc0;' 7A 'mu 9 ຂປລ. ແຫລ່ງຂ່າວຈາກ ແຂວງ ຜົ້ງສາລີ ໃຫ້ຮູ້ວ່າ: ກອງປະຊຸມຄົບ ຄະນະ ຂອງຄະນະບໍລິຫານງານພັກ ແຂວງຜົ້ງສາລີ ຄັ້ງທີ 9 ສະໄໝທີ XI ໄຂຂຶ້ນໃນທ້າຍອາທິດຜ່ານ ມາ ທີ່ຫ້ອງວ່າການແຂວງຜົ້ງສາລີ ໂດຍການເປັນປະທານຂອງສະຫາຍ ຄຳຜອຍວັນນະສານກຳມະການສູນ ກາງພັກ, ເລຂາຄະນະບໍລິຫານງານ ພັກແຂວງ, ເຈົ້າແຂວງໆຜົ້ງສາລີ, ມີບັນດາຄະນະບໍລິຫານງານພັກ ແຂວງ, ບັນດາເລຂາຄະນະພັກຮາກ ຖານ, ໜ່ວຍພັກອ້ອມຂ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ຄຳຜອຍ ວັນນະສານ ໄດ້ເຜີຍແຜ່ເຊື່ອມຊຶມບາງເນື້ອໃນ ຈິດໃຈຊີ້ນຳ ຂອງມະຕິກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ແລະ ມະຕິ ເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນ ເອງໃນໄລຍະໃໝ່. ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ ຮັບຟັງການສະເໜີເອກະສານທີ່ສຳ ຄັນ ເປັນຕົ້ນຮ່າງບົດສະຫລຸບຕີລາ ຄາ ການຈັດຕັ້ງປະຕິບັດມະຕິກອງ ປະຊຸມຄົບຄະນະຄັ້ງທີ 8 ຂອງຄະ ນະບໍລິຫານງານພັກ ແຂວງ ສະໄໝ ທີ XI; ຮ່າງບົດສະຫລຸບການຈັດຕັ້ງ ປະຕິບັດແຜນພັດທະນາ ເສດຖະກິດ- ສັງຄົມ,ແຜນງົບປະມານໃນ6ເດືອນ ຕົ້ນປີ ແລະ ສະເໜີທິດທາງ 6 ເດືອນ ທ້າຍປີ 2024 ຕິດພັນກັບການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ນໍາ ສະເໜີປຶກສາຫາລື ແລະ ໃຫ້ທິດຊີ້ນໍາ ສຳເລັດກອງປະຊຸມສະໄໝ...ັຸ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຖະກິດ-ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນ ການ 6 ເດືອນທ້າຍປີ 2024 ຂອງ ນະຄອນຫລວງ, ຕິດພັນກັບການ ກະ ກຽມຄວາມພ້ອມ ໃນການເປັນເຈົ້າ ພາບການດໍາເນີນກອງປະຊຸມອາ ຊຽນ ຂອງ ນວ; ຮັບຮອງເອົາບົດ ລາຍງານກ່ຽວກັບການຈັດຕັ້ງປະ ຕິບັດບັນດາຄາດໝາຍການພັດທະ ນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກ ຢູ່ ນວ. ກອງປະຊຸມໄດ້ຮັບຟັງການລາຍ ງານບາງບັນຫາສໍາຄັນພື້ນຖານ ເປັນຕົ້ນ ຮັບຟັງລາຍງານການຈັດ ຕັ້ງປະຕິບັດ ແລະ ການຊົດເຊີຍໂຄງ ການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 230 ກິໂລໂວນແຕ່ສະຖານີເພຍ ລາດ-ສະຖານີໄຟຟ້ານາຊາຍທອງ ນວ; ຮັບຟັງການລາຍງານກ່ຽວກັບ ມາດຕະການໃນການຈັດຕັ້ງປະຕິ ບັດວຽກງານ ສ ສະຫວ່າງ; ຮັບຟັງ ການລາຍງານກ່ຽວກັບຄວາມຄືບ ໜ້າ ໃນການຈັດຕັ້ງປະຕິບັດໂຄງ ການປັບປຸງ ແລະ ສ້ອມແປງເສັ້ນ ທາງຫລວງແຫ່ງຊາດ ເລກທີ13 ເໜືອ ຊ່ວງສາມແຍກສີໄຄ-ສີເກີດ; ຮັບຟັງການລາຍງານກ່ຽວກັບມາດ ຕະການຕ້ານ ແລະ ແກ້ໄຂບັນຫານໍ້າ ຖ້ວມຂັງ ໃນ ນວ; ຮັບຟັງການລາຍ ງານກ່ຽວກັບການດໍາເນີນການຈັດ ຕັ້ງປະຕິບັດການຜັນຂະຫຍາຍ ແລະ ຊຸກຍູ້ ສົ່ງເສີມການທ່ອງທ່ຽວຢູ່ ນວ; ຮັບຟັງການລາຍງານກ່ຽວກັບການ ຈັດຕັ້ງປະຕິບັດການຊົດເຊີຍໃຫ້ປະ ຊາຊົນທີ່ຖືກຜົນກະທົບຈາກໂຄງ ການພັດທະນາເນື້ອທີ່ດິນ 51,1 ເຮັກຕາ ຂອງໂຄງການທ່າບົກ-ທ່າ ນາແລ້ງ ແລະ ເຂດໂລຈິສຕິກ; ຮັບ ຟັງການລາຍງານກ່ຽວກັບມາດຕະ ການຊຸກຍູ້ສົ່ງເສີມການຜະລິດເປັນ ສິນຄ້າໃຫ້ສາມາດຕອບສະໜອງ ສະບຽງອາຫານ ແລະ ສະກັດກັ້ນ ການນໍາເຂົ້າສິນຄ້າ ຈາກພາຍນອກ; ຮັບຟັງການລາຍງານກ່ຽວກັບ ຄວາມຄືບໜ້າ ໃນການຈັດຕັ້ງປະຕິ ບັດການລົບລ້າງໃບຕາດິນ16 ຕອນ ທີ່ນອນໃນເຂດໂຄງການພັດທະນາ ສໍາປະທານບຶງສາລາຄໍາຂອງບໍລິ ສັດມິດຕະພາບພັດທະນາການກະ ເສດຈໍາກັດ ຢູ່ເມືອງຫາດຊາຍຟອງ; ຮັບຟັງການລາຍງານການເກັບກໍາ ຂໍ້ມູນການບຸກລຸກຈັບຈອງ ແລະ ອອກໃບຕາດິນ ຢູ່ເຂດປ່າສະຫງວນ ແຫ່ງຊາດພູພະນັງ ແລະ ຮັບຟັງການ ກອງປະຊຸມວຽກງານ...ຸ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ມົນຕີ-ຮອງລັດຖະມົນຕີ, ເລຂາທິ ການສະພາ ແຫ່ງຊາດ, ເຈົ້າແຂວງ- ຮອງເຈົ້າ ແຂວງ, ຮອງເຈົ້າຄອງ ນະຄອນຫລວງວຽງຈັນ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ສະຫລຸບຕີ ລາຄາຄືນການຈັດຕັ້ງປະຕິບັດວຽກ ງານຂອງອົງການປົກຄອງທ້ອງ ຖິ່ນ ໃນໄລຍະທີ່ຜ່ານມາ ໂດຍສະ ເພາະການຈັດຕັ້ງຜັນຂະຫຍາຍແນວ ທາງຂອງພັກ ແລະ ນະໂຍບາຍຂອງ ລັດສູ່ວຽກງານຕົວຈິງຢູ່ບັນດາຮາກ ຖານທ້ອງຖິ່ນ ໂດຍສຸມໃສ່ຊອກໃຫ້ ເຫັນດ້ານດີ ທີ່ຈະຕ້ອງໄດ້ສືບຕໍ່ຮັກ ສາ ແລະ ເສີມຂະຫຍາຍໃຫ້ກວ້າງ ອອກ, ດ້ານອ່ອນ-ຂໍ້ຄົງຄ້າງທີ່ຈະ ຕ້ອງໄດ້ສຸມໃສ່ແກ້ໄຂຢ່າງຈິງຈັງ. ພ້ອມນັ້ນ, ກໍເພື່ອວາງທິດທາງ ແຜນການໃຫ້ແກ່ການພັດທະນາ ການປົກຄອງທ້ອງຖິ່ນໃນຊຸມປີຕໍ່ ໜ້າໂດຍສະເພາະການປະຕິບັດບັນ ດາຄາດໝາຍໃຫຍ່ທີ່ສູນກາງພັກໄດ້ ກໍານົດໄວ້ ໃນມະຕິຂອງຄະນະບໍລິ ຫານງານສູນກາງພັກ ວ່າດ້ວຍສືບຕໍ່ ຍູ້ແຮງ ການຜັນຂະຫຍາຍແນວທາງ ປ່ຽນແປງໃໝ່ສູ່ລວງເລິກສ້າງການ ຫັນປ່ຽນທີ່ເຂັ້ມແຂງ, ເລິກເຊິ່ງ ແລະ ຮອບດ້ານໃນການນໍາພາຂອງພັກໃຫ້ ເປັນຮູບປະທໍາ, ທັງເປັນການປະ ກອບສ່ວນເຂົ້າໃນການປັບປຸງລັດຖະ ທໍາມະນູນ ແຫ່ງ ສປປ ລາວໃຫ້ສອດ ຄ່ອງ ແລະ ຄົບຖ້ວນສົມບູນກວ່າເກົ່າ. ກອງປະຊຸມໄດ້ຮັບຟັງລາຍງານ ແລະ ການສະເໜີບັນດາເນື້ອໃນສຳ ຄັນ ຈາກຜູ້ຕາງໜ້າຂະແໜງການ ຂັ້ນສູນກາງ ແລະ ທ້ອງຖິ່ນ ຈຳນວນ ໜຶ່ງ ເປັນຕົ້ນ ບົດສະຫລຸບວຽກງານ ການປົກຄອງທ້ອງຖິ່ນທົ່ວປະເທດ ຄັ້ງທີ I ໄລຍະ ປີ2021-2023 ແລະ ທິດທາງ, ແຜນວຽກຈຸດສຸມຮອດ ປີ 2025; ການຄຸ້ມຄອງບໍລິຫານ ລັດຕິດພັນການພັດທະນານະຄອນ ຫລວງວຽງຈັນ ໃນໄລຍະໃໝ່ຕາມ ມະຕິ 107/ກມສພ, ລົງວັນທີ 30 ເມສາ 2020; ບົດຮຽນ ແລະ ຜົນ ການຈັດຕັ້ງປະຕິບັດດຳລັດ 414/ ລບ, ລົງວັນທີ 10 ທັນວາ 2019 ແລະ ວຽກງານເຂດແດນເຊື່ອມ ຕໍ່ຂອງ ແຂວງໄຊສົມບູນ; ການ ກະກຽມການສ້າງຕັ້ງຕາແສງຂອງ ແຂວງ ສະຫວັນນະເຂດ; ການຈັດ ຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ຂອງແຂວງສາລະ ວັນ; ການຄຸ້ມຄອງບໍລິຫານລັດຂອງ ອົງການປົກຄອງແຂວງຫລວງ ພະບາງ ຕາມພາລະບົດບາດທີ່ກໍາ ນົດໄວ້ໃນ ກົດໝາຍ; ການຄຸ້ມຄອງ ແລະ ປະສານງານໃນເຂດເສດຖະ ກິດພິເສດ ສາມຫລ່ຽມຄໍາ; ການ ປັບປຸງກົງຈັກການຈັດຕັ້ງ ແລະ ກໍານົດຕໍາແໜ່ງງານຂອງແຂວງ ໄຊຍະບູລີ; ພາລະບົດບາດຂອງ ອົງການປົກຄອງ ພາຍຫລັງສ້າງ ຕັ້ງເປັນນະຄອນປາກເຊ; ການກະ ກຽມການສ້າງຕັ້ງເທສະບານເມືອງ ທ່າແຂກ; ການຈັດສັນງົບປະມານ ຕິດພັນກັບການແບ່ງຂັ້ນຄຸ້ມຄອງ ຂອງຂະແໜງການເງິນ; ການແບ່ງ ຂັ້ນຄຸ້ມຄອງ ທີ່ຕິດພັນກັບຂະແໜງ ໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງແຜນການ ແລະ ການ ລົງ ທຶນ; ການກຳນົດຊື່ເອີ້ນອົງການປົກ ຄອງທ້ອງຖິ່ນ ແລະ ຊື່ເອີ້ນຫົວໜ້າ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ຕາມທິດນຳທີ່ກຳນົດໃນມະຕິ ສະບັບ ເລກທີ 05/ຄບສພ, ລົງວັນທີ 05 ກັນຍາ 2023. ນອກຈາກນີ້, ບັນ ດາຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ ປະກອບຄໍາເຫັນຕໍ່ບັນດາເນື້ອໃນຫົວ ຂໍ້ທີ່ໄດ້ນໍາມາສະເໜີໃນກອງປະຊຸມ ຄັ້ງນີ້ຢ່າງກົງໄປກົງມາ ດ້ວຍຄວາມ ຮັບຜິດຊອບສູງເອົາຈິງເອົາຈັງ, ຊອກເຫັນບັນຫາ ແລະ ເຮັດໃຫ້ບັນ ຫາຕ່າງໆທີ່ຕັ້ງຂຶ້ນມານັ້ນ ໄດ້ຮັບ ການຄົ້ນຄວ້າຢ່າງເລິກເຊິ່ງ, ລະອຽດ ຖີ່ຖ້ວນ ແລະ ມີທາງອອກທີ່ເປັນຮູບ ປະທຳຕົວຈິງ ເພື່ອສ້າງການຫັນ ປ່ຽນຢ່າງແຂງແຮງ, ເລິກເຊິ່ງ,ຮອບ ດ້ານໃນວຽກງານການປົກຄອງ ທ້ອງຖິ່ນ ຕາມທິດທາງທີ່ກອງປະ ຊຸມໃຫຍ່ ຂອງພັກວາງອອກ. ໃນໂອກາດນີ້, ທ່ານຮອງນາ ຍົກລັດຖະມົນຕີ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ, ຕີລາຄາສູງຕໍ່ເນື້ອ ໃນ ແລະ ພາກສ່ວນຮັບຜິດຊອບໃນ ການກະກຽມ ແລະ ເຂົ້າຮ່ວມກອງ ປະຊຸມ. ໃນຕໍ່ໜ້າເພື່ອສືບຕໍ່ປັບປຸງ ອົງການປົກຄອງທ້ອງຖິ່ນ ໃຫ້ມີ ຄວາມເຂັ້ມແຂງໜັກແໜ້ນ, ສອດ ຄ່ອງເໝາະສົມ ແລະ ສາມາດເຄື່ອນ ໄຫວປະຕິບັດໜ້າທີ່ຢ່າງມີປະສິດ ທິພາບ; ຮັບປະກັນໃຫ້ການຄຸ້ມຄອງ ລັດ, ຄຸ້ມຄອງ ແລະ ພັດທະນາເສດ ຖະກິດ-ສັງຄົມ ດຳເນີນໄປບົນພື້ນ ຖານລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການ ກໍຄືກົດໝາຍ ວ່າ ດ້ວຍການປົກຄອງທ້ອງຖິ່ນເຮັດ ໃຫ້ທ້ອງຖິ່ນສາມາດປະຕິບັດພາລະ ບົດບາດຄຸ້ມຄອງບໍລິຫານລັດ ແລະ ແກ້ໄຂວຽກງານໃນເຂດແຄວ້ນ ທ້ອງຖິ່ນຕົນຢ່າງມີປະສິດທິພາບ, ມີການພັດທະນາຢ່າງຮອບດ້ານ, ມີຄວາມສະຫງົບປອດໄພ, ຊິວິດ ການເປັນຢູ່ຂອງປະຊາຊົນໄດ້ຮັບ ການປົວແປງດີຂຶ້ນເປັນກ້າວໆ, ທ່ານຮອງນາຍົກລັດຖະມົນຕີ ໄດ້ ເນັ້ນໜັກໃຫ້ເອົາໃຈໃສ່ວຽກງານ ບາງດ້ານ ເປັນຕົ້ນ ການປັບປຸງການ ແບ່ງຂັ້ນຄຸ້ມຄອງ ເພື່ອສ້າງຄວາມ ເຂັ້ມແຂງຂອງລະບົບບໍລິຫານລັດ ໃນໄລຍະໃໝ່ ຕ້ອງໄດ້ສືບຕໍ່ປັບປຸງ ແກ້ໄຂ ໂດຍສະເພາະດ້ານວິທີການ ແລະ ມາດຕະການຈັດຕັ້ງປະຕິບັດ ມອບໃຫ້ບັນດາກະຊວງ, ອົງການ ຂັ້ນສູນກາງ ສົມທົບກັບຂະແໜງ ການຂອງຕົນ ຢູ່ຂັ້ນທ້ອງຖິ່ນກວດ ກາຄືນການແບ່ງງານ, ແບ່ງຄວາມ ຮັບຜິດຊອບ ແລະ ກວດກາຄືນບັນ ດານິຕິກໍາອັນໃດທີ່ບໍ່ສອດຄ່ອງໃນ ເງື່ອນໄຂປັດຈຸບັນ ແລະ ອັນໃດບໍ່ ທັນມີ ກໍ່ຕ້ອງໄດ້ຄົ້ນຄວ້າສ້າງຂຶ້ນຕື່ມ ເພື່ອເຮັດໃຫ້ການຄຸ້ມຄອງ ບໍລິຫານ, ການພັດທະນາປະເທດດໍາເນີນ ໄປ ດ້ວຍດີ, ທົ່ວເຖິງ ແລະ ຖືກຕ້ອງ; ການສ້າງຕັ້ງເທສະບານຕ້ອງໄດ້ ພ້ອມກັນຈັດຕັ້ງປະຕິບັດ, ບໍ່ໃຫ້ລັ່ງ ເລ, ສົງໃສ ແລະ ຕັ້ງບັນຫາຂຶ້ນອີກ. ພ້ອມກັນນີ້ ເພື່ອຮັບປະກັນໃຫ້ເທສະ ບານ ສາມາດເຄື່ອນໄຫວວຽກງານ ບໍລິຫານ ແລະ ບໍລິການຕົວເມືອງ ໄດ້ຢ່າງເປັນລະບົບຄົບຊຸດ, ມີປະສິດ ທິພາບ, ປະສິດທິຜົນມີຄວາມຈໍາ ເປັນຕ້ອງໄດ້ມີນິຕິກໍາຮອງຮັບ ໂດຍ ສະເພາະ ແມ່ນວຽກງານການເງິນ ຂອງເທສະບານ ເຊິ່ງກະຊວງການ ເງິນ ຈະຕ້ອງໄດ້ຮີບຮ້ອນຄົ້ນຄວ້າ ພິຈາລະນາ ເພື່ອໃຫ້ເທສະບານ ແລະ ນະຄອນ ມີຄວາມສະດວກ, ຄ່ອງ ຕົວໃນການນໍາໃຊ້ງົບປະມານ ເພື່ອ ຊຸກຍູ້ຄວາມເປັນເຈົ້າການ ໃນການ ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດນໍາໃຊ້ ງົບປະມານຢູ່ເທສະບານ, ນະຄອນ ໃຫ້ແຕກຕ່າງຈາກເມືອງທົ່ວໄປແລະ ຮັບປະກັນສະຖຽນລະພາບດ້ານ ການສະໜອງງົບປະມານ ໃນທົ່ວ ປະເທດ; ໃຫ້ກະຊວງພາຍໃນສົມ ກັບພາກສ່ວນກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ຮີບຮ້ອນຄົ້ນຄວ້າ ສ້າງນິຕິກໍາ ເພື່ອກະກຽມໃຫ້ແກ່ການ ສ້າງຕັ້ງຕາແສງ ໃຫ້ມີຄວາມສອດ ຄ່ອງ ແລະ ເໝາະສົມ ເປັນຕົ້ນດ້ານ ກົງຈັກການຈັດຕັ້ງ, ຂອບເຂດສິດ ແລະ ໜ້າທີ່ໃນການບໍລິຫານລັດ, ການສ້າງຕັ້ງຕາແສງຕ້ອງເຮັດຢ່າງ ມີຈຸດສຸມ, ມີແຜນການລະອຽດ, ຈາກນັ້ນ ຈຶ່ງສະຫລຸບຖອດຖອນ ບົດຮຽນ ແລະ ຂະຫຍາຍໄປທົ່ວ ປະເທດ; ການປົກຄອງໃນເຂດທີ່ ເປັນຕົວເມືອງ ແລະ ເຂດຊົນນະບົດ ແມ່ນມີຄວາມແຕກຕ່າງກັນ ໂດຍ ສະເພາະດ້ານພາລະບົດບາດ ແລະ ໜ້າທີ່ ເຊິ່ງມີຄວາມຈໍາເປັນຢ່າງຍິ່ງ ຕ້ອງມີກົນໄກ ຄຸ້ມຄອງບໍລິຫານ ແລະ ມີຮູບແບບການປົກຄອງສະ ເພາະທີ່ແທດເໝາະ. ສະນັ້ນ, ບັນດາ ກະຊວງ, ອົງການ ທີ່ກ່ຽວຂ້ອງຂັ້ນ ສູນກາງຕ້ອງ ໄດ້ເອົາໃຈໃສ່ຄົ້ນຄວ້າ ຢ່າງລະອຽດຖີ່ຖ້ວນ ເພື່ອແນໃສ່ ສ້າງໃຫ້ເຂດດັ່ງກ່າວກາຍເປັນຫົວ ຈັກແກ່ດຶງການພັດທະນາຂອງ ເຂດແຄວ້ນ ແລະ ຂອງປະເທດບົນ ພື້ນຖານຮັບປະກັນ ໄດ້ຄວາມສະ ອາດຈົບງາມ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ. ຂ່າວ: ກົມປະຊາສໍາພັນ ຫສນຍ ພາບ: ຂັນໄຊ ລາຍງານ ກ່ຽວກັບວຽກງານທີ່ຕິດ ພັນກັບກອງບັນຊາການປ້ອງກັນ ຄວາມສະຫງົບ ນວ. ພ້ອມນີ້, ຍັງໄດ້ຮັບຮອງເອົາ ຮ່າງຂໍ້ຕົກລົງວ່າດ້ວຍ ການຮັບຮອງ ເອົາລາຄາຫົວໜ່ວຍທົດແທນຕໍ່ ຊັບສິນທີ່ໄດ້ຮັບຜົນກະທົບຈາກໂຄງ ການປັບປຸງ ແລະ ສ້ອມແປງເສັ້ນ ທາງຫລວງແຫ່ງຊາດເລກ ທີ 13 ໃຕ້; ຮັບຮອງເອົາບົດລາຍ ງານການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ສະໄໝສາມັນ ເທື່ອທີ 6 ຂອງສະພາ ປະຊາຊົນ ນວ ຊຸດທີ II ວ່າດ້ວຍການ ຮັບຮອງເອົາບົດລາຍງານການ ເຄື່ອນໄຫວວຽກງານປີ 2023 ແລະ ແຜນການຈຸດສຸມປີ 2024 ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນພາກກາງ, ອົງ ການໄອຍະການປະຊາຊົນ ແລະ ສານປະຊາຊົນ ນະຄອນຫລວງ ວຽງຈັນສະບັບເລກທີ005/ສປນວ, ລົງວັນທີ 10 ມັງກອນ 2024 ໃນ ໄລຍະ 6 ເດືອນຕົ້ນປີ 2024; ຮັບ ຟັງການລາຍງານກ່ຽວກັບການ ຈັດຕັ້ງປະຕິບັດຄໍາຕັດສິນຂອງ ສານໄລຍະ 6 ເດືອນຕົ້ນປີ 2024 ແລະ ການຈັດຕັ້ງປະຕິບັດດໍາລັດ ສະ ບັບ ເລກທີ 280/ນຍ, ລົງວັນທີ 09 ສິງຫາ 2022 ວ່າດ້ວຍຊັບສິນທີ່ ຖືກຍຶດ, ອາຍັດ ແລະ ຮິບເປັນຂອງ ລັດ; ຮັບຮອງເອົາບົດລາຍງານການ ຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຂອງສະພາປະຊາຊົນ ນວ, ຕິດພັນກັບແຜນການເຄື່ອນໄຫວພົບ ປະປະຊາຊົນ ແລະ ເຜີຍແຜ່ຜົນສໍາ ເລັດກອງປະຊຸມສະໄໝສາມັນ ເທື່ອ ທີ 7 ຂອງສະພາແຫ່ງຊາດຊຸດ ທີ IX ແລະ ສະພາປະຊາຊົນນະຄອນ ຫລວງວຽງຈັນ ຊຸດທີ II. ນອກຈາກນີ້, ກອງປະຊຸມຍັງ ໄດ້ຮັບຟັງການຊີ້ແຈງບາງບັນຫາ ສໍາຄັນຈໍານວນໜຶ່ງທີ່ພົວພັນກັບສະ ພາບພົ້ນເດັ່ນຂອງສັງຄົມ ແລະ ຕິດ ພັນກັບຊີວິດການເປັນຢູ່ຂອງປະ ຊາຊົນ ເຊິ່ງຜູ້ແທນໄດ້ຊັກຖາມ ແລະ ຍົກຂຶ້ນໃນກອງປະຊຸມ ຈາກອົງການ ປົກຄອງ, ສານປະຊາຊົນ, ອົງການ ໄອຍະການປະຊາຊົນ ແລະ ພາກ ສ່ວນທີ່ກ່ຽວຂ້ອງຕໍ່ບັນຫາທີ່ໄດ້ມີ ການລາຍງານ ແລະ ຊີ້ແຈງທີ່ກ່າວ ມານັ້ນ, ກອງປະຊຸມໄດ້ມອບໃຫ້ອົງ ການປົກຄອງນະຄອນຫລວງ ວຽງ ຈັນ, ພະແນກການ, ສານປະຊາ ຊົນ, ອົງການໄອຍະການປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ ຈັດຕັ້ງປະຕິບັດບັນດາເນື້ອໃນ, ວິທີການ, ມາດຕະການໃນການ ຈັດຕັ້ງປະຕິບັດ ແລະ ແກ້ໄຂບາງ ບັນຫາບັນຫາຕ່າງໆທີ່ໄດ້ລາຍງານ, ຊີ້ແຈງແຕ່ລະຫົວຂໍ້ ແລະ ໃຫ້ຄໍາໝັ້ນ ສັນຍາ ໃນກອງປະຊຸມຄັ້ງນີ້ ໃຫ້ ມີປະສິດທິຜົນ ແລະ ມີຜົນສັກສິດ, ພ້ອມທັງມີການລາຍງານຄືນໃຫ້ ສະພາປະຊາຊົນ ນວ ເປັນລາຍລັກ ອັກສອນ ເພື່ອສະພາປະຊາຊົນ ກໍຄື ສະມາຊິກສະພາປະຊາຊົນຈະສືບຕໍ່ ຕິດຕາມກວດກາຢ່າງໃກ້ສິດຕື່ມອີກ. ຜົນສໍາເລັດກອງປະຊຸມໃນຄັ້ງນີ້, ແມ່ນໝາກຜົນຂອງການລວມສູນ ສະຕິປັນຍາ, ການຍົກສູງຄວາມ ຮັບຜິດຊອບທາງດ້ານການເມືອງ, ຄວາມເປັນເຈົ້າການຂອງບັນດາ ທ່ານສະມາຊິກສະພາແຫ່ງຊາດ ປະ ຈໍາເຂດເລືອກຕັ້ງທີ 1 ແລະ ສະ ມາຊິກສະພາປະຊາຊົນນະຄອນ ຫລວງວຽງຈັນ ໃນການຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນ ຫາສໍາຄັນພື້ນຖານຂອງ ນວ, ແມ່ນ ການຕັດສິນໃຈສູງຂອງອົງການ ປົກຄອງ, ບັນດາພະແນກການ, ອົງການທີ່ກ່ຽວຂ້ອງໃນການສືບ ຕໍ່ຈັດຕັ້ງປະຕິບັດແຜນການທີ່ແຕ່ ລະອົງການໄດ້ຮັບຜິດຊອບ ໃນການ ແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນທີ່ ນວ ພວມ ຜະເຊີນຢູ່ໃນປັດຈຸບັນ ເພື່ອສືບຕໍ່ ຈັດຕັ້ງບັນດາແຜນກການ ແລະ ຄາດໝາຍຂອງແຜນການປີ 2024 ໃຫ້ບັນລຸຜົນ. ໂອກາດນີ້, ທ່ານ ອານຸພາບ ຕຸ ນາລົມ ຍັງໄດ້ໄດ້ຮຽກຮ້ອງມາຍັງ ຄະນະປະຈໍາສະພາປະຊາຊົນ, ບັນ ດາຄະນະກໍາມະການ, ຄະນະເລຂາ ທິການ, ອົງການປົກຄອງ, ສານ ປະຊາຊົນ, ອົງການໄອຍະການປະ ຊາຊົນ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1, ສະມາຊິກ ສະພາປະຊາຊົນ ນວ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ໃຫ້ພ້ອມກັນຜັນ ຂະຫຍາຍບັນດາມະຕິກອງປະຊຸມ ຄັ້ງນີ້ ທີ່ໄດ້ຮັບຮອງ ເຂົ້າໃນການປະ ຕິບັດວຽກໃນຂອບເຂດຄວາມຮັບ ຜິດຊອບຂອງຕົນ ໃຫ້ໄດ້ຮັບຜົນສໍາ ເລັດເປັນຢ່າງດີ. ຂ່າວ: ທະນູທອງ, ພາບ: ເກດ ກອງປະຊຸມສະໄໝສາມັນ ເທື່ອ ທີ 7 ຂອງສະພາປະຊາຊົນ ນະຄອນ ຫລວງວຽງຈັນ ຊຸດທີ II ໄດ້ຄົ້ນ ຄວ້າພິຈາລະນາ, ປະກອບຄໍາເຫັນ, ຕັ້ງຄໍາຊັກຖາມ ແລະ ຄໍາສະເໜີ, ແນະນໍາວິທີການແກ້ໄຂບັນຫາຂໍ້ຄົງ ຄ້າງຢ່າງມີປະຊາທິປະໄຕ, ມີເຫດ ມີຜົນ, ເຈາະຈົງເຂົ້າແຕ່ລະບັນຫາ ຢ່າງ ລະອຽດຖີ່ຖ້ວນ ແລະ ມີຄວາມ ເປັນເອກະພາບສູງຂອງບັນດາສະ ມາຊິກສະພາແຫ່ງຊາດ ປະຈໍາເຂດ ເລືອກຕັ້ງທີ 1 ແລະ ສະມາຊິກສະ ພາປະຊາຊົນ ນະຄອນຫລວງວຽງ ຈັນ ໃນຖານະເປັນຕົວແທນຂອງ ປະຊາຊົນຊາວນະຄອນຫລວງ ເພື່ອ ຄົ້ນຄວ້າ, ພິຈາລະນາ ແລະ ໄດ້ຮັບ ຮອງເອົາບັນຫາສໍາຄັນ ຂອງ ນວ ໃນຫລາຍບັນຫາສຳຄັນ ເປັນຕົ້ນ ຮັບຮອງເອົາບົດລາຍງານຂອງອົງ ການປົກຄອງ ນວ ກ່ຽວກັບການ ຈັດຕັ້ງປະຕິບັດແຜນພັດທະນາເສດ ກ່ຽວກັບການລະດົມແຫລ່ງທຶນ ເຂົ້າ ໃສ່ການຈັດຕັ້ງປະຕິບັດຄາດໝາຍ ຂອງມະຕິ, ຄາດໝາຍຂອງແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025); ຮັບ ຟັງຮ່າງບົດສະຫລຸບຕີລາຄາ ການ ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າ ດ້ວຍການສະກັດກັ້ນ ແລະ ການ ແກ້ໄຂບັນຫາຢາເສບຕິດ, ຮັບຟັງ ການລາຍງານ ສະເໜີການປັບປຸງ ຄຸນນະພາບຂອງການສຶກສາ ແລະ ການແກ້ໄຂບັນຫາການປະລະຂອງ ນັກຮຽນ. ພ້ອມກັນນີ້, ຜູ້ເຂົ້າຮ່ວມ ຍັງໄດ້ພ້ອມກັນຄົ້ນຄວ້າປະກອບ ຄຳຄິດຄຳເຫັນ ໃສ່ບັນດາເນື້ອໃນ ເອກະສານ ທີ່ໄດ້ນຳເໜີຕໍ່ກອງປະ ຊຸມຄັ້ງນີ້ ເພື່ອພ້ອມກັນຫາວິທີແກ້ໄຂ ຈຸດອ່ອນຂໍ້ຄົງຄ້າງ ເພື່ອນຳພາ-ຊີ້ ນຳ ໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ໄດ້ຮັບຜົນສຳເລັດ.
RkJQdWJsaXNoZXIy MTc3MTYxMQ==