xtgmf]k; 6 15/07/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d m5 ]tdy fdj P;da [la foE c]t la fxj k 8h v'fegou o8k,]t[P[dq f\kp ໂດຍ: ວັນໄຊ ຕະວິນຍານ -u ;y f{;a fmtotme rh v,da oxq dxa dIa dlk]a dltotrN o4ko ;a fmtotme0v'-kf w;h .sh \A o7q ' ໂດຍ: ມາລີດາ -koq o wfh Iv'va ofa [ 4 -kp'k, .og;mu lkdq o * ເປັນອີກໜຶ່ງຄວາມພາກພູມ ໃຈຂ ອງຄົ ນລ າວທົ່ ວປ ະເທດ ທີ່ທ້ າວ ຊານົນ ມະນີຜົນ ຊາຍງາມຈາກ ນະຄອນຫລວງພະບາງ ຕົວແທນ ປະເທດລາວ ເທິງເວທີ Mister Supranational 2024 ສາມາດ ຜ່ານເຂົ້າຮອບ 5 ຄົນສຸດທ້າຍ ໄດ້ ຢ່າງໜ້າພາກພູມໃ ຈແລະນີ້ກໍເປັນຄັ້ງ ທໍາອິດທີ່ຕົວແທນຈາກ ສປປ ລາວ ໄດ້ຖືກເລືອກເປັນ 5 ຄົນ ສຸດທ້າຍ ຂອງການປະກວດມິສເຕີຊູປຣາ. ແຕ່ກວ່າ ຊານົນ ຈະໄດ້ຮັບຕໍາ ແໜ່ງນີ້ກໍບໍ່ແມ່ນເລື່ອງງ່າຍເລີຍ ເພາະຊານົນກໍເຄີຍເປັນເດັກນ້ອຍ ທໍາມະດາຄົນໜຶ່ງທີ່ມີຄວາມຝັນ ແລະ ເປົ້າໝາຍໃນວົງການບັນເທີງ ຊຶ່ງລາວເລີ່ມເປັນນາຍແບບ, ນັກ ສະແດງ ແລະ ນັກຮ້ອງທີ່ມີຊື່ສຽງ ໃນປະເທດລາວ ຫລັງຈາກທີ່ລາວ ມີຊື່ສຽງໃນວົງການບັນເທີງລາວ ແລ້ວ, ຊານົນ ກໍໄດ້ພັດທະນາໂຕ ເອງບໍ່ຢຸດບໍ່ວ່າຈະເປັນການອອກ ກໍາລັງກາຍ, ການຊ້ອມສະແດງ, ຊ້ອມເຕັ້ນແລະຮ້ອງເພງເວົ້າໄດ້ເລີຍ ວ່າເປັນດາລາໜຸ່ມທີ່ຂະຫຍັນສັນ ຫາແນວມາພັດທະນະຕົວເອງຢູ່ຕະ ຫລອດເວລາ ຈົນໂ ອກາດມ າເຖິງທີ່ ຜູ້ໃ ຫຍ່ເຫັນເຖິງສັ ກກະຍະພາບ ຈຶ່ງ ໄດ້ຕິດຕໍ່ມາຫາ ເພື່ອແຕ່ງຕັ້ງໃຫ້ຮັບ ຕຳແໜ່ງMister Supranational Laos 2024 ກ່ອນທີ່ຈະຕັດສິນໃຈ ຮັບຕໍາແໜ່ງລາວກໍເຫັນວ່າບໍລິບົດ ຂອງການປະກວດເວທີ່ນີ້ແມ່ນເປັນ ການສົ່ງເສີມແລະການໄດ້ຕຳແໜ່ງ ເປັນແຮງບັນດານໃຈໃຫ້ກັບຜູ້ຄົນ ຊານົນ ເອງກໍເຫັນວ່າເປັນພາລະ ໜ້າທີ່ອັນຊົງຄຸນຄ່າ ແລະ ສາມາດ ໃຫ້ປະໂຫຍດແກ່ສັງຄົມໄດ້ແທ້ຕົນ ເອງຈຶ່ງຕັດສິນໃຈຮັບໂອກາດທີ່ຖືກ ມອບໃຫ້. ຫລັງຈາກໄດ້ຮັບຕໍາແໜ່ງ ແລ້ວ ລາວກໍຍັງບໍ່ຢຸດການພັດທະ ນາຕົວເອງ, ລາວໄດ້ເລີ່ມເຝິກຊ້ອມ ຮ່າງກາຍຂອງຢ່າງໜັກ ເພື່ອກຽມ ຄວາມພ້ອມໃ ນທຸກໆດ້ານ ຈົນມາມື້ ນີ້ ຈຶ່ງເວົ້າໄ ດ້ວ່າຄວາມພະຍາຍາມ ທີ່ເຮັດມາບໍ່ເສຍລ້າ ເພາະສາມາດ ຮອງອັ ນດັ ບ 4 ຈາກຜູ້ເຂົ້າປະກວດ ມິສເຕີຊູປຣ້າ ອີກ 35 ປະເທດມາ ໃຫ້ໄດ້. ແນວໃດກໍດີ ໃນວັນທີ 19 ກໍ ລະກົດ ທີ່ຈ ະມ າເຖິງນີ້ ແມ່ນກໍານົດ ໃນການເດີນທາງກັບຢ່າງເປັນ ທາງການທີ່ສະໜາມບິນວັດໄຕ ເວລາ 3:00 ສາມາດໄປໃ ຫ້ກໍາລັງ ໃຈ ຊານົນໄດ້. ກະສິກຳ ແລະ ປ່າໄມ້ ແລະ ຂຶ້ນທະ ບຽນວິສາຫະກິດ ຕາມທີ່ໄດ້ກຳນົດ ໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ ແລະກົດໝາຍອື່ນທີ່ກ່ຽວຂ້ອງແລະ ໃຫ້ປະຕິບັດດັ່ງນີ້: ສັດນ້ຳ ແລະ ສັດ ປ່າ ປະເພດຫວງຫ້າມຕ້ອງໄດ້ຮັບ ອະນຸຍາດຈາກລັດຖະບານ; ສັດນ້ຳ ແລະ ສັດປ່າ ປະເພດຄຸ້ມຄອງຕ້ອງ ໄດ້ຮັບອະນຸຍາດຈາກ ກະຊວງກະ ສິກຳ ແລະ ປ່າໄມ້; ສັດນ້ຳ ແລະ ສັດ ປ່າ ປະເພດທົ່ວໄປ ຕ້ອງໄດ້ຮັບອະນຸ ຍາດ ຈາກພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ. ສ່ວນການອະນຸຍາດ ໃຫ້ລ້ຽງ ສັດນ້ຳ ແລະ ສັດປ່າ ທຳມະຊາດ ເພື່ອດຳເນີນທຸລະກິດຕ້ອງປະຕິບັດ ດັ່ງນີ້: ສັດນ້ຳ ແລະ ສັດປ່າ ປະເພດ ຫວງຫ້າມທີ່ໄດ້ກຳນົດໄວ້ໃນບັນຊີ I ແມ່ນລັດຖະບານ ເປັນຜູ້ອະນຸຍາດ ໃຫ້ບຸກຄົນ ຫລື ການຈັດຕັ້ງນຳມາ ລ້ຽງເປັນພໍ່ພັນ ແມ່ພັນ ເພື່ອດຳເນີນ ທຸລະກິດ; ສັດນ້ຳ ແລະ ສັດປ່າ ປະ ເພດຄຸ້ມຄອງ ທີ່ໄດ້ກຳນົດໄວ້ໃນບັນ ຊີ II ແມ່ນ ກະຊວງ ກະສິກຳ ແລະ * ໃນມາດຕາມາດຕາ 34 ຂອງ ກົດໝາຍສັດນໍ້າ ແລະ ສັດປ່າ ໄດ້ ກຳນົດໄວ້ວ່າ: ການດຳເນີນທຸລະ ກິດກ່ຽວກັບສັດນ້ຳ ແລະ ສັດປ່າ ປະ ກອບດ້ວຍກິດຈະການດັ່ງນີ້: ການ ສ້າງສວນສັດ, ການສ້າງຟາມ ສັດ, ການປິ່ນປົວສັດ,ການຄ້າຂາຍ,ການ ເຄື່ອນຍ້າຍ, ການນຳເຂົ້າ, ການສົ່ງ ອອກ, ການສົ່ງອອກຄືນ ແລະ ການ ນຳຜ່ານ, ການສະແດງລະຄອນສັດ, ການສ້າງສາລະຄະດີສັດ. ການດຳເນີນທຸລະກິດດັ່ງກ່າວ ຕ້ອງສອດຄ່ອງກັບລະບຽບກົດ ໝາຍຂອງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ສົນທິ ສັນຍາສາກົນທີ່ ສປປ ລາວ ເປັນ ພາຄີ. ຫາກບຸກຄົນແລະການຈັດຕັ້ງ ທີ່ມີຈຸດປະສົງດຳເນີນທຸລະກິດກ່ຽວ ກັບ ສັດນ້ຳ ແລະ ສັດປ່າ ຕ້ອງ ໄດ້ ຮັບຄວາມເຫັນດີຈາກຂະແໜງການ * ວັດທະນະທໍາ ແມ່ນຄຸນຄ່າ ທາງດ້ານວັດຖຸແລະຈິດໃຈທັງສອງ ຢ່າງນີ້ ແມ່ນຢູ່ໃນພຶດຕິກໍາຂອງສັງ ຄົມລາວ ຈຶ່ງເຮັດໃຫ້ປະເທດລາວ ເຮົາມີຜະລິດຕະພັນຢ່າງຫລວງ ຫລາຍ ນັບແຕ່ບູຮານຈົນມາເຖິງປັດ ຈຸບັນ, ວັດທະນະທໍາທີ່ບັນພະບູລຸດ ລາວເຮົາສ້າງຂື້ນມາໃນແຕ່ລະຍຸກ ສະໄໝຫລາຍອັນມີຄຸນຄາ ໄດ້ຮັບ ການປົກປັກຮັກສາບູລະນະ ໄດ້ ກາຍເປັນມໍລະດົກ ເປັນທີ່ຍ່ອ ຮັບ ຂອງຊາວໂລກ... ພັກປະຊາຊົນປະຕິວັດລາວ ບໍ່ ວ່າຍາມໃດກໍເຫັນຄວາມສໍາຄັນຕໍ່ ວຽກງານວັດທະນະທໍາອັນເປັນມູນ ເຊື້ອອັນດີງາມຂອງຊາດຕົນ. ຖື ວຽກງານວັດທະນະທໍາ ເປັນກໍາລັງ ແຮງຊຸກຍູ້ເພື່ອບັນລຸເປົ້າໝາຍຂອງ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ. ເອົາໃຈໃສ່ນໍາພາ ວຽກງານວັດທະນະທໍາ ເຂົ້າສູ່ຊີວິດ ຈິດໃຈຕົວຈິງຂອງປະຊາຊົນບັນ ດາເຜົ່າ, ທັງປົກປັກຮັກສາບູລະນະ ແລະ ເສີມຂະຫຍາຍວັດທະນະທໍາ ທີ່ເປັນເອກະລັກຂອງຊາດລາວເຮົາ ໃຫ້ດີຍິ່ງຂຶ້ນຊຶ່ງສະແດງອອກໃນມະ ຕິຂອງພັກໃນແຕ່ລະຍຸກ ແຕ່ລະໄໝ ລ້ວນແຕ່ໄດ້ກໍານົດທິດທາງໃນການ ປົກປັກຮັກສາ ເສີມຂະຫຍາຍມູນ ເຊື້ອວັດທະນະທໍາອັນດີງາມຂອງ ຊາດເຮົາ ພ້ອມທັງລົບລ້າງວັດທະ ນະທໍາທີ່ບໍ່ສອດຄ່ອງກັບພື້ນຖານ ວັດທະນະທໍາຂອງຊາດລາວເຮົາ ໃຫ້ໝົດໄປເທື່ອລະກ້າວ. ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງພັກ(ປີ 1991)ໄດ້ກໍານົດ ລັກສະນະພື້ນຖານຂອງວັດທະນະ ທໍາຂອງປະເທດເຮົາມີສາມລັກສະ ນະຄື: ລັກສະນະຊາດ, ລັກສະນະ ມະຫາຊົນ ແລະ ລັກສະນະກ້າວໜ້າ. ລັກສະນະຊາດຂອງ ສປປ ລາວ ຕ້ອງໄດ້ຮັບການກໍ່ສ້າງ ແລະ ຂະ ຫຍາຍຕົວຢູ່ບົນພື້ນຖານ ແລະ ການ ສືບທອດມູນເຊື້ອປະຫວັດສາດວັດ ທະນະທໍາຂອງຊາດ. ເນື້ອໃນການ ເຄື່ອນໄຫວດ້ານວັດທະນະທໍາ, ສິ ລະປະວັນນະຄະດີ, ການນຸ່ງຖື, ສະ ຖາປັດຕະຍະກໍາຕ້ອງສະແດງອອກ ເຖິງເອກະລັກຊອງຊາດ, ຂອງປະ ຊາຊົນບັນດາເຜົ່າ, ຍົກສູງຄຸນຄ່າ ວັດທະນະທໍາຂອງຊາດ ທີ່ບັນພະບູ ລຸດລາວເຮົາເປັນຜູ້ປະດິດສ້າງຂຶ້ນ ມາ ແລະ ປົກປັກຮັກສາສືບທອດມາ ໃຫ້ພວກເຮົາຈົນຮອດຍຸກປັດຈຸບັນ. ໄປຄ່ຽງຄູ່ກັນນີ້, ຕ້ອງຕ້ານແນວຄິດ ອັດຕັນຕົນເອງ, ບູຮານນິຍົມແບບ ກົນຈັກຈົນເກີນໄປ. ມູນເຊື້ອວັດທະນະທໍາ ທີ່ເປັນເອ ກະລັກຂອງຊາດ ຂອງຄົນລາວເຮົາ ທີ່ໄດ້ຮັບການຊູບຫລໍ່ມາແຕ່ໃດໆ ແມ່ນເປັນຄົນມີນໍ້າໃຈມະນຸດສະ ທໍາ, ມີຄວາມຊື່ສັດບໍລິສຸດ, ພິລະ ອາດຫານ, ມີຄວາມເອກອ້າງຕໍ່ຊາດ ຕົນ ແລະ ອື່ນໆ ແຕ່ຍັງຈະຕ້ອງເປັນ ຄົນມີຄວາມກະຕື້ລືລົ້ນ, ມີຫົວຄິດ ປະດິດສ້າງ, ມີວິທະຍາສາດ, ປະຖີ້ມ ຮີດຄອງປະເພນີທີ່ລ້າຫລັງ...ລັກ ສະນະມະຫາຊົນ: ກ່ອນອື່ນໝົດແມ່ນ ເລີ່ມຈາກທັດສະນະທີ່ວ່າ: ມະຫາຊົນ ເປັນຜູ້ສ້າງປະຫວັດສາດ, ວັດທະນະ ທໍາແມ່ນພາລະກິດຂອງທົ່ວປວງ ຊົນ. ໃນສະພາບການປ່ຽນແປງໃໝ່ ນີ້, ບໍ່ຄວນເຂົາໃຈວ່າຈະຕ້ອງປ່ຽນ ແປງໃໝ່ທັງໝົດຕ້ອງກໍາແໜ້ນຢູ່ ບ່ອນວ່າ: ວັດທະນະທໍາຂອງລາວ ເຮົາຕ້ອງຍືນຍົງຄົງຕົວ ແລະ ຂະ ຫຍາຍຕົວໂດຍປະຊາຊົນ, ເພື່ອປະ ຊາຊົນ ແລະ ຮັບໃຊ້ປະຊາຊົນ. ສ່ອງ ແສງຄວາມມຸ່ງມາດປະຖະໜາຊີ ວິດຈິດໃຈຂອງປະຊາຊົນຢ່າງຖືກ ຕ້ອງ. ລັກສະນະກ້າວໜ້າ: ໝາຍ ຄວາມວ່າ: ວັດທະນະທໍາຕ້ອງໄດ້ຮັບ ການກໍ່ສ້າງ, ບູລະນະ, ປັບປຸງ, ເພີ່ມ ພູນຄູນສ້າງແລະຂະຫຍາຍຕົວໂດຍ ມີການຮັບເອົາສິ່ງຍອດຍິ່ງແຫ່ງ ຄວາມສີວິໄລຂອງຍຸກສະໄໝ ແລະ ມີໂລກະທັດວິທະຍາສາດທີ່ກ້າວ ໜ້າຂອງຍຸກສະໄໝ. ເປີດກວ້າງຮັບ ເອົາບັນດາຄຸນຄ່າສິ່ງຍອດຍິ່ງວັດ ທະນະທໍາຂອງມວນມະນຸດ ໂດຍມີ ການຕຶກຕອງຄົ້ນຄວ້າຮອບດ້ານ, ເລືອກເຟັ້ນ ເພື່ອເຮັດໃຫ້ວັດທະນະ ທໍາຂອງຊາດມີຄວາມອຸດົມສົມບູນ ຍິ່ງຂຶ້ນ. ຕ້ານສິ່ງທີ່ເຊື່ອມຊາມລາ ມົກ, ຊອດກະຈາ, ຕ້ານການນໍາເອົາ ວັດທະນະທໍາຂອງຊາດອື່ນມາຄອບ ງໍາ. ແຕ່ສິ່ງສໍາຄັນວັດທະນະທໍາ ຂອງພວກເຮົາ ຕ້ອງຕິດແໜ້ນກັບ ທາດແທ້ວັດທະນະທໍາຂອງລະ ບອບ ໃໝ່ ເຮັດໃຫ້ສັງຄົມລາວມີຄວາມ ກ້າວໜ້າສີວິໄລ. ໃນຍຸກປັດຈຸບັນ,ວັດທະນະທໍາ ຂອງສັງຄົມລາວ ບາງດ້ານມີການ ປ່ຽນແປງໄປ, ຄົນລາວຈໍານວນບໍ່ ໜ້ອຍຫລົງໄຫລວັດທະນະທໍາຂອງ ຕ່າງຊາດ ນັບແຕ່ການດໍາລົງຊີວິດ ນິຍົມໃຊ້ສິນຄ້າຂອງຕ່າງປະເທດ, ການປາກເວົ້າ, ການນຸ່ງຖື, ການນໍາ ໃຊ້ສິດ-ສຽງໃນສື່ສັງຄົມອອນລາຍ, ມີລັກຊະນະດູຖູກຊາດຕົນ, ລືມ ຄວາມຮັກຊາດ-ຮັກບ້ານເກີດເມືອງ ນອນ, ຊາວໜຸ່ມຈໍານວນໜຶ່ງບໍ່ສົນ ໃຈໃນການຄົ້ນຄວ້າຮໍ່າຮຽນ, ຕິດ ການພະນັນຫລິ້ນກິນຟຸ່ຍເຟື່ອຍເລົ່າ ນີ້ເປັນຕົ້ນ. ສະນັ້ນ, ເລີ່ມຈາກສະຖາຄອບ ຄົວ, ອໍານາດການປົກຄອງທຸກຂັ້ນ, ຈົ່ງເພີ່ມທະວີສຶກສາອົບຮົມລູກ ຫລານໃຫ້ເຂົ້າໃຈສະພາບຄວາມ ເປັນຈິງຂອງປະເທດລາວເຮົາໃນ ປັດຈຸບັນ, ກໍາແໜ້ນມູນເຊື້ອວັດທະ ນະທໍາຂອງຊາດຕົນຕາມສາມລັກ ສະນະຄື: ລັກສະນະຊາດ, ລັກສະນະ ມະຫາຊົນ ແລະ ລັກສະນະກ້າວໜ້າ ໄວ້ໃຫ້ໝັ້ນຄົງ. ຕ້ານຕໍ່ວັດທະນະທໍາ ທີ່ບໍ່ຖືກຕ້ອງ, ຜິດເຂວ. ບໍ່ໃຫ້ພວກ ຄົນບໍ່ດີສວຍໃຊ້. ຫັນມາໃຊ້ຮ້າຍ ປ້າຍສີສັງຄົມລາວ. ຈົ່ງພ້ອມກັນປົກ ປັກຮັກສາລະບອບໃໝ່ປະກອບ ສ່ວນສ້າງ ສາພັດທະນາບ້ານເມືອງ ຕາມຄວາມຮູ້ຄວາມສາມາດຂອງ ຕົນໃຫ້ຜ່ານພົ້ນວິກິດການໄປໃຫ້ ໄດ້. ຈັດຕັ້ງປະຕິບັດມະຕິວ່າດ້ວຍ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ໃຫ້ ປະສົບຜົນສໍາເລັດ. ປ່າໄມ້ເປັນຜູ້ອະນຸຍາດໃຫ້ບຸກຄົນ ແລະ ການຈັດຕັ້ງນຳມາລ້ຽງ ເປັນ ພໍ່ພັນ ແມ່ພັນ ເພື່ອດຳເນີນທຸລະກິດ; ສັດປ່າ ປະເພດທົ່ວໄປ ທີ່ໄດ້ກຳນົດ ໄວ້ໃນບັນຊີ III ແມ່ນພະແນກກະສິ ກຳ ແລະ ປ່າໄມ້ ແຂວງ, ນະຄອນ ເປັນຜູ້ອະນຸຍາດ ໃຫ້ບຸກຄົນ ແລະ ການຈັດຕັ້ງນຳມາລ້ຽງເປັນ ພໍ່ພັນ ແມ່ພັນ ເພື່ອດຳເນີນທຸລະກິດ. ສຳ ລັບສັດນ້ຳ ປະເພດທົ່ວໄປສາມາດ ລ້ຽງ ເພື່ອດຳເນີນທຸລະກິດໄດ້ຕາມ ລະບຽບກົດໝາຍ. ການສ້າງສວນສັດ ບຸກຄົນ ຫລື ການຈັດຕັ້ງທີ່ມີຈຸດປະສົງສ້າງສວນ ສັດນ້ຳ ແລະ ສັດປ່າ ເພື່ອທຸລະກິດ ການທ່ອງທ່ຽວ ແລະ ການສຶກສາ ຄົ້ນຄວ້າທາງດ້ານວິທະຍາສາດ ແມ່ນໃຫ້ຂະແໜງການກະສິກຳ ແລະ ປ່າໄມ້ ເປັນຜູ້ອະນຸມັດ ແລະ ຕ້ອງປະຕິບັດຕາມກົດໝາຍວ່າດ້ວຍ ວິສາຫະກິດ ແລະ ກົດໝາຍ ອື່ນທີ່ ກ່ຽວຂ້ອງ. ການສ້າງສວນສັດ ຍັງມີຄວາມ ສຳຄັນ ໃນການປູກຈິດສຳນຶກຂອງ ທົ່ວປວງຊົນ ໃຫ້ຮູ້ຈັກຄຸນປະໂຫຍດ, ຮັກ, ຫວງແຫນ, ອະນຸລັກ, ປົກປັກ ຮັກສາແລະ ພັດທະນາ ສັດນ້ຳ ແລະ ສັດປ່າ ໃຫ້ຍືນຍົງ. ການສ້າງຟາມສັດ ບຸກຄົນ ຫລື ການຈັດຕັ້ງ ທີ່ມີຈຸດປະສົງສ້າງ ຟາມສັດ ດ້ວຍການນຳເອົາ ສັດນ້ຳ ແລະ ສັດປ່າ ປະເພດຄຸ້ມຄອງ ແລະ ປະເພດທົ່ວໄປມາລ້ຽງ ເພື່ອຂະ ຫຍາຍພັນ, ເປັນສິນຄ້າຮັບໃຊ້ພາຍ ໃນແລະສົ່ງອອກຕ່າງປະເທດແມ່ນ ໃຫ້ຂະແໜງການກະສິກຳ ແລະ ປ່າ ໄມ້ເປັນຜູ້ອະນຸຍາດ. ສຳລັບການ ສ້າງຟາມສັດ ປະເພດຫວງຫ້າມ ແມ່ນ ລັດຖະບານເປັນຜູ້ຕົກລົງຕາມ ການສະເໜີ ຂອງກະຊວງກະສິກຳ ແລະ ປ່າໄມ້. ການດຳເນີນທຸລະກິດ ກ່ຽວກັບການສ້າງຟາມສັດດັ່ງກ່າວ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍ ວິສາຫະກິດ ແລະ ກົດໝາຍອື່ນ ທີ່ ກ່ຽວຂ້ອງ. ບຸກຄົນ ແລະ ການຈັດຕັ້ງ ທີ່ດຳ ເນີນການລ້ຽງສັດນ້ຳ ແລະ ສັດປ່າ ຫລືມີໄວ້ໃນຄອບຄອງຢ່າງຖືກຕ້ອງ ນັ້ນ ຕ້ອງເອົາໃຈໃສ່ຮັກສາ ແລະ ປິ່ນປົວສັດເປັນຕົ້ນ ໃນເວລາສັດ ບາດເຈັບ ຫລື ຕິດເຊື້ອພະຍາດຕ້ອງ ນຳເອົາໄປປິ່ນປົວຢ່າງທັນການ. ສຳລັບການດຳເນີນທຸລະກິດ ທີ່ເປັນ ສວນສັດ ຫລື ຟາມສັດ ຕ້ອງມີໜ່ວຍ ງານ ສັດຕະວະແພດປະຈຳ ເພື່ອປິ່ນ ປົວ, ສະກັດກັ້ນ, ຄວບຄຸມແລະຕ້ານ ການລະບາດຂອງພະຍາດສັດ. ການຄ້າຂາຍສັດນ້ຳ ແລະ ສັດ ປ່າ ທີ່ໄດ້ລ້ຽງ ຕ້ອງປະຕິບັດ ດັ່ງນີ້: ສັດນ້ຳ ແລະ ສັດປ່າ ປະເພດຫວງ ຫ້າມ ສາມາດຄ້າຂາຍເລີ່ມແຕ່ສາຍ ພັນລຸ້ນ2 ແລະ ລຸ້ນຕໍ່ໄປ, ສ່ວນພໍ່ພັນ ແມ່ພັນ ແລະ ສາຍພັນລຸ້ນ 1 ແມ່ນ ບໍ່ອະນຸຍາດໃຫ້ຄ້າຂາຍ, ໃຫ້ຮັກສາ ໄວ້ເພື່ອເປັນພໍ່ພັນແມ່ພັນ ຫລື ປ່ອຍ ຄືນສູ່ທຳມະຊາດ. ສັດນ້ຳ ແລະ ສັດ ປ່າ ປະເພດຄຸ້ມຄອງ ແລະ ສັດປ່າ ປະເພດທົ່ວໄປສາມາດຄ້າຂາຍເລີ່ມ ແຕ່ສາຍພັນລຸ້ນ 1 ແລະ ລຸ້ນຕໍ່ໄປ, ສ່ວນພໍ່ພັນແມ່ພັນແມ່ນບໍ່ອະນຸຍາດ ໃຫ້ຄ້າຂາຍ, ໃຫ້ຮັກສາໄວ້ ເພື່ອເປັນ ພໍ່ພັນແມ່ພັນ ຫລື ປ່ອຍຄືນສູ່ທຳມະ ຊາດ. ສັດນ້ຳປະເພດທົ່ວໄປສາມາດ ຄ້າຂາຍໄດ້ຕາມລະບຽບກົດໝາຍ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==