5917

ມາຮອດປີ 2013 ຄືປີຕໍ່ມາທີ່ ສະຫາຍ ສີຈິ້ນຜິງ ເດີນທາງໄປປູກຕົ້ນ ໄຮຢູ່ນະຄອນເຊີ່ນເຈີ້ນ, ກອງປະຊຸມ ຄົບຄະນະຄັ້ງທີ 3 ຂອງຄະນະກຳມະ ການສູນກາງພັກກອມມູນິດຈີນ ສະ ໄໝທີXVIII ໄດ້ໄຂຂຶ້ນ, ຄະນະນຳຊຸດ ໃໝ່ຂອງພັກກອມມູນິດຈີນ ຈະສືບຕໍ່ ຊຸກຍູ້ການປະຕິຮູບຄືແນວໃດ, ໄດ້ ກາຍເປັນຈຸດສຸມທີ່ດຶງດູດຄວາມສົນ ໃຈ ຂອງທົ່ວໂລກ. ເພາະວ່າໃນເວລາ ນັ້ນ, ຈີນໄດ້ກ້າວໄປເຖິງຈຸດສຳຄັນອັນ ໃໝ່ໃນປະຫວັດສາດ ແລະ ພວມຜະ ເຊີນກັບບັນຫາໃໝ່ທີ່ສຳຄັນຕ່າງໆ. ຢູ່ພາຍໃນປະເທດຈີນ, ຫລັງຈາກ ໄດ້ຜ່ານການເຕີບໂຕຢ່າງວ່ອງໄວ ມາເປັນເວລາຫລາຍສິບປີແລ້ວ, ບັນ ຫາຫຍຸ້ງຍາກດ້ານການເຕີບໂຕໄດ້ ຄ່ອຍໆປາກົດຂຶ້ນ, ຄວາມຕ້ອງການ ຂອງປະຊາຊົນທີ່ມີຕໍ່ຊີວິດການເປັນຢູ່ ໄດ້ປາກົດມີຈຸດພິເສດທີ່ມີຫລາຍຮູບ ແບບ, ບັນຫາດ້ານການພັດທະນາ ທີ່ບໍ່ດຸນດ່ຽງ ແລະ ບໍ່ເຕັມສ່ວນໄດ້ພົ້ນ ເດັ່ນຂຶ້ນ. ເມື່ອເບິ່ງໃນທົ່ວໂລກແລ້ວ ເຫັນວ່າ: ໂລກພວມຜະເຊີນກັບສະ ພາບການປ່ຽນແປງຢ່າງໃຫຍ່ຫລວງ ແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີ, ການປະຕິວັດດ້ານວິທະຍາສາດເຕັກ ນິກ ແລະ ອຸດສາຫະກຳຮອບໃໝ່ພວມ ພັດທະນາຂຶ້ນ, ລັດທິປົກປ້ອງການຄ້າ ກັບກະແສແນວຄິດຕ້ານໂລກາພິວັດ ໄດ້ເພີ່ມຂຶ້ນ. ໂດຍຜະເຊີນໜ້າກັບສິ່ງທ້າທາຍ ຕ່າງໆຈາກທັງພາຍໃນປະເທດ ແລະ ຕ່າງປະເທດ, ສະຫາຍ ສີຈິ້ນຜິງ ທີ່ ຫາກໍ່ດຳລົງຕຳແໜ່ງເປັນເລຂາທິ ການໃຫຍ່ຄະນະກຳມະການສູນກາງ ພັກກອມມູນິດຈີນໄດ້ 1 ປີ ໄດ້ໄຈ້ແຍກ ສະພາບການ, ກຳແໜ້ນທິດທາງປະ ຫວັດສາດອັນໃໝ່ແຫ່ງການພັດທະ ນາຈີນ, ໂດຍນຳໃຊ້ຄຳປຽບທຽບອັນ ມີຊີວິດຊີວາມາພັນລະນາຂະບວນ ການປະຕິຮູບຂອງຈີນວ່າໄດ້ເຂົ້າສູ່ “ເຂດນ້ຳເລິກ”ແລ້ວ. ພາຍໃຕ້ການກຳນົດທິດທາງໃໝ່ ດັ່ງກ່າວ, ກອງປະຊຸມຄົບຄະນະຄັ້ງ ທີ 3 ຂອງຄະນະກຳມະການສູນກາງ ພັກກອມມູນິດຈີນ ສະໄໝທີ XVIII ໄດ້ຜ່ານຮັບຮອງ “ຂໍ້ຕົກລົງຂອງພັກ ກອມມູນິດຈີນ ກ່ຽວກັບບາງບັນຫາ ສຳຄັນດ້ານການລົງເລິການປະຕິຮູບ ຢ່າງຮອບດ້ານ” ທີ່ສະຫາຍ ສີຈິ້ນຜິງ ຮ່າງຂຶ້ນດ້ວຍຕົນເອງ. ຫລັງຈາກ ກອງປະຊຸມຄົບຄະນະຄັ້ງທີ 3 ຂອງ ຄະນະກຳມະການສູນກາງພັກກອມ ມູນິດຈີນ ສະໄໝທີ XI ເມື່ອປີ 1978, ໄດ້ຊຸກຍູ້ການປະຕິຮູບຂອງຈີນແບບ ໄຂສັງກາດໃໝ່ອີກຄັ້ງໜຶ່ງ, ເປີດຍຸກ ໃໝ່ແຫ່ງການລົງເລິກການປະຕິຮູບ ຢ່າງຮອບດ້ານ ແລະ ຊຸກຍູ້ການປະ ຕິຮູບດ້ວຍການອອກແບບຢ່າງເປັນ ລະບົບໂດຍລວມ ແລະ ຖືເອົາຂໍ້ຕົກ ລົງດັ່ງກ່າວເປັນຈຸດເລີ່ມຕົ້ນໃໝ່ ແລະ ຢູ່ພາຍໃຕ້ການນຳພາຂອງ ສະຫາຍ ສີຈິ້ນຜິງ, ຈີນໄດ້ເປີດຂະບວນການ ລົງເລິກການປະຕິຮູບຢ່າງຮອບ ດ້ານ, ລົງໄປເຖິງບ່ອນເລິກທີ່ສຸດຂອງ “ເຂດນ້ຳເລິກ”. ມີຄົນຢາກຖາມວ່າ: ການລົງເລິກ ການປະຕິຮູບຢ່າງຮອບດ້ານ,ຈະຮອບ ດ້ານຢູ່ບ່ອນໃດ? ແລະ ເລິກລົງຮອດ ໃສ? ໃນຖານະເປັນຜູ້ນຳພາການປະ ຕິຮູບໃນຍຸກໃໝ່, ສະຫາຍ ສີຈິ້ນຜິງ ໄດ້ໃຫ້ຄຳຕອບ. ໃນເມື່ອການປະຕິຮູບ ຂອງຈີນໄດ້ກ້າວເຂົ້າສູ່ “ເຂດນ້ຳ ເລິກ” ແລ້ວ, ທາງດ້ານໜ້າຂອງການ ປະຕິຮູບໄດ້ເຕັມໄປດ້ວຍອຸປະສັກ ແລະ ຄວາມຫຍຸ້ງຍາກລຳບາກ, ຜູ້ ປະຕິຮູບຈະແບກຫາບພາລະກຳອັນ ໜັກໜ່ວງຫລາຍ. ສະຫາຍ ສີຈິ້ນຜິງ ເຄີຍຍົກເອົາບົດກະວີຂອງທ່ານ ຊູຊື້, ທີ່ເປັນນັກກະວີທີ່ມີຊື່ສຽງໃນລາຊະ ວົງຊົ້ງເມື່ອ 900 ກວ່າປີກ່ອນຄື: “ຟ້ານສີຈື້ໜານເອີຖູສີຈື້ຢວນ”, ເຊິ່ງ ໄດ້ສະແດງໃຫ້ເຫັນເຖິງສຽງໃນໃຈ ຂອງຜູ້ປະຕິຮູບໃນຍຸກໃໝ່ ຄື: ຜ່ານ ຜ່າຂອດຫຍຸ້ງຍາກທີ່ສຸດ, ສະແຫວງ ຫາເປົ້າໝາຍອັນຍິ່ງໃຫຍ່ ແລະ ສູງ ສົ່ງທີ່ສຸດ. ໃນຖານະເປັນນັກທິດສະດີ ແລະ ນັກປະຕິບັດຕົວຈິງ, ສະຫາຍ ສີຈິ້ນຜິງ ໄດ້ຈັດວາງໜ້າທີ່ການປະຕິຮູບທີ່ພວມ ຢູ່ໃນ “ເຂດນ້ຳເລິກ” ນັ້ນຄວນ “ຂ້າມ ນ້ຳ” ຄືແນວໃດ, ທັງໄດ້ອອກແຮງ ແກ້ໄຂບັນຫາຍຸ້ງຍາກດ້ານເລິກ ຄື: “ຂົວ ຫລື ເຮືອ”, ແຜນຍຸດທະສາດ ການລົງເລິກການປະຕິຮູບຢ່າງຮອບ ດ້ານທີ່ເພິ່ນສະເໜີອອກມານັ້ນມີ ບ່ອນອີງດ້ານທິດສະດີວິທະຍາສາດ, ທັງມີຊ່ອງທາງທີ່ມີປະສິດທິຜົນ. ໄດ້ ສ້າງໃຫ້ເປັນແຜນການປະຕິຮູບທີ່ມີ ເນື້ອໃນອຸດົມສົມບູນທີ່ສຸດ, ຮອບດ້ານ ທີ່ສຸດ ແລະ ເປັນລະບົບທີ່ສຸດນັບແຕ່ ຈີນ ປະຕິບັດນະໂຍບາຍການປະຕິຮູບ ແລະ ເປີດປະຕູສູ່ພາຍນອກເມື່ອປີ 1978 ເປັນຕົ້ນມາ. ອີງຕາມແຜນການດັ່ງກ່າວ, ໂດຍໝາຍໝັ້ນເປົ້າໝາຍລວມແຫ່ງ ການລົງເລິກການປະຕິຮູບຢ່າງຮອບ ດ້ານ, ກ່ອນອື່ນ, ສະຫາຍ ສີຈິ້ນຜິງ ໄດ້ສ້າງແຜນວາດການຊຸກຍູ້ການກໍ່ ສ້າງລະບຽບການ ແລະ ລະບົບການ ບໍລິຫານປະເທດໃນຍຸກໃໝ່, ຖືເອົາ ການຊຸກຍູ້ການຫັນເປັນທັນສະໄໝ ດ້ານລະບົບ ແລະ ຄວາມສາມາດການ ບໍລິຫານປະເທດເປັນແກນກາງ, ເພິ່ນ ໄດ້ຍຶດໝັ້ນຫລັກການ “ຜູ້ມີປັນຍາ ນ້ອຍຊ່າງແກ້ໄຂບັນຫາຕົວຈິງບາງ ຢ່າງເທົ່ານັ້ນ, ຜູ້ມີປັນຍາໃຫຍ່ຈະ ແກ້ໄຂບັນຫາດ້ວຍການສ້າງລະບຽບ ການ” ຊຶ່ງເປັນປັດຊະຍາຂອງຄົນ ຈີນ ໃນການບໍລິຫານປະເທດແບບ ດັ້ງເດີມ, ເນັ້ນໜັກການກໍ່ສ້າງດ້ານລະ ບຽບການທີ່ເປັນຫລັກ. ນີ້ກໍຄືຈຸດພິ ເສດທີ່ພົ້ນເດັ່ນທີ່ສຸດຂອງນະໂຍບາຍ ຮູບຖ່າຍທາງອາກາດຂອງສວນສາທາລະນະຢູ່ເຂດໃໝ່ສົງອ່ານ. ເດືອນ ເມສາ ປີ2017, ຈີນໄດ້ຕົກລົງສ້າງຕັ້ງເຂດໃໝ່ສົງອ່ານ, ເຂດໃໝ່ສົງອ່ານບໍ່ ພຽງແຕ່ເປັນຕົວເມືອງແຫ່ງໜຶ່ງທີ່ມີເອກະລັກແບບອັດສະລິຍະ ສີຂຽວ ແລະ ການປະດິດສ້າງ ເທົ່ານັ້ນ, ຍັງມີຄວາມໝາຍເປັນແບບຢ່າງສຳລັບການສ້າງ ຄວາມທັນສະໄໝແບບຈີນ ກໍເປັນແບບຢ່າງຂອງຈີນສຳລັບຕົວເມືອງທັນສະ ໄໝລະດັບໂລກນຳອີກ. ການລົງເລິກການປະຕິຮູບຢ່າງຮອບ ດ້ານ. ສຳລັບການບໍລິຫານປະເທດ, ລະບຽບການຈະເສີມຂະຫຍາຍບົດ ບາດທີ່ມີລັກສະນະເປັນພື້ນຖານ, ໂດຍ ລວມ ແລະ ຍາວນານ. ຈາກນັ້ນ, ສະ ຫາຍ ສີຈິ້ນຜິງ ໄດ້ສະເໜີມາດຕະ ການປະຕິຮູບ 190 ຂໍ້ທີ່ມີຄວາມໝາຍ ສຳຄັນຕໍ່ການປົກຄອງປະເທດຕາມ ກົດໝາຍ, ເຮັດໃຫ້ການປົກຄອງປະ ເທດຕາມກົດໝາຍກາຍເປັນການຮັບ ປະກັນດ້ານລະບຽບການທີ່ເຂັ້ມແຂງ ທີ່ສຸດຂອງການລົງເລິກການປະຕິ ຮູບຢ່າງຮອບດ້ານ, ນີ້ສາມາດເວົ້າ ໄດ້ວ່າໄດ້ແກ້ໄຂບັນຫາກ່ຽວກັບ “ຂົວ” ແລ້ວ. ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງ ພັກກອມມູນິດຈີນ ສະໄໝທີ XIX ໄດ້ພິຈາລະນາ ແລະ ຮັບຮອງຂໍ້ຕົກລົງ ແລະ ແຜນການກ່ຽວກັບການລົງ ເລິກການປະຕິຮູບຂອງພັກ ແລະ ອົງການຈັດຕັ້ງຂອງລັດ, ໄດ້ເປີດສາກ ການປະຕິຮູບອົງການຈັດຕັ້ງຂອງລັດ ທີ່ມີຂະໜາດໃຫຍ່ທີ່ສຸດພາຍຫລັງປະ ຕິບັດນະໂຍບາຍການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ຊຶ່ງໄດ້ຮັບປະ ກັນດ້ານອົງການຈັດຕັ້ງເພື່ອລົງ ເລິກການປະຕິຮູບຢ່າງຮອບດ້ານ, ທັງ ສາມາດເວົ້າໄດ້ວ່າໄດ້ແກ້ໄຂບັນຫາ “ເຮືອ” ແລ້ວ. ປີນີ້, ກ່ອນຈະຈັດ ກອງປະຊຸມຄົບຄະນະຄັ້ງທີ 3 ຂອງ ຄະນະກຳມະການສູນກາງພັກກອມມູ ນິດຈີນສະໄໝທີ XX, ສະຫາຍ ສີຈິ້ນ ຜິງ ໄດ້ໂອ້ລົມກັບນັກວິສາຫະກິດ, ທັງ ເປັນປະທານພິຈາລະນາແຜນການປະ ຕິຮູບຫລາຍສະບັບເຊັ່ນ: “ຄວາມເຫັນ ກ່ຽວກັບການບູລະນະລະບຽບການ ວິສາຫະກິດຍຸກປັດຈຸບັນທີມີສີສັນພິ ເສດ ຂອງຈີນ” ເປັນຕົ້ນ, ເພິ່ນໄດ້ສະ ເໜີວ່າ: “ການລົງເລິກການປະຕິຮູບ ຢ່າງຮອບດ້ານ, ຕ້ອງກຳແໜ້ນຫົວ ຂໍ້ຫລັກທີ່ວ່າຄວາມທັນສະໄໝແບບ ຈີນ.” ຊຶ່ງໄດ້ສົ່ງສັນຍານອັນຈະແຈ້ງ ຂອງກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກ ກອມມູນິດຈີນສະໄໝທີ XX ສະນັ້ນສາມາດເຫັນໄດ້ຢ່າງງ່າຍ ດາຍວ່າ: ໃນໄລຍະ 10 ກວ່າປີຜ່ານ ມາ ພາຍຫລັງຈີນກ້າວເຂົ້າສູ່ຍຸກໃໝ່, ສະຫາຍ ສີຈິ້ນຜິງ ໄດ້ຈັດເອົາການ ລົງເລິກການປະຕິຮູບຢ່າງຮອບດ້ານ ເຂົ້າໃນແຜນຍຸດທະສາດລວມແຫ່ງ ການບໍລິຫານປະເທດ,ອອກແບບຈາກ ຂັ້ນເທິງສູງສຸດຕໍ່ການລົງເລິກການ ປະຕິຮູບຢ່າງຮອບດ້ານ, ໄດ້ຊຸກຍູ້ການ ປະຕິຮູບທີ່ຮອບດ້ານ, ເລິກເລິ່ງ ແລະ ມີລັກສະນະຂັ້ນພື້ນຖານ, ເຮັດໃຫ້ການ ປະຕິຮູບຂອງຈີນໄດ້ເກີດການປ່ຽນ ແປງຢ່າງມີລັກສະນະປະຫວັດສາດ ຈາກການທາບທາມໃນບາງພາກ ສ່ວນ, ຜ່ານຜ່າອຸປະສັກຈົນກາຍເປັນ ລະບົບ ແລະ ລົງເລິກຢ່າງຮອບດ້ານ. ເປີດປະຕູສູ່ພາຍນອກຂອງຈີນ ຢູ່ກັບ ບ່ອນທີ່ນຳໜ້າດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກກ່ອນ ໝູ່ໃນທົ່ວປະເທດຈີນ ເພື່ອສືບຕໍ່ຊຸກ ຍູ້ພາລະກິດນີ້ສູ່ພາຍນອກໃຫ້ຂະ ຫຍາຍຕົວໄປຂ້າງໜ້າ.” ນີ້ແມ່ນການ ເຄື່ອນໄຫວຢ້ຽມຢາມ ຂອງສະຫາຍ ສີຈິ້ນຜິງ ເພື່ອຕາມຫາຮອຍບາດກ້າວ ເດີນຂອງຜູ້ຮຸ່ນກ່ອນ,ສະຫາຍສີຈິ້ນຜິງ ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ“ການ ປະຕິຮູບເສດຖະກິດ ແລະ ເປີດປະຕູສູ່ ພາຍນອກເປັນມາດຕະການທີ່ເປັນ ຂໍກຸນແຈສຳຄັນທີ່ຕັດສິນຊາຕາກຳ ຂອງຈີນໃນຍຸກປັດຈຸບັນ”, ເພິ່ນໄດ້ ອອກຄຳສັ່ງ ເພື່ອປຸກລະດົມຂົນຂວາຍ ທົ່ວພັກ ແລະ ປະຊາຊົນທົ່ວປະເທດ ໃຫ້ປະຕິບັດການປະຕິຮູບ ແລະ ເປີດ ປະຕູສູ່ພາຍນອກຢ່າງບໍ່ຢຸດຢັ້ງໃນ ຍຸກໃໝ່. ຈີນມີຄຳສຸພາສິດວ່າ: “ຢັ່ງຫີນ ຂ້າມນ້ຳ” ເປັນຄຳເວົ້າທີ່ສ່ອງແສງ ໃຫ້ເຫັນເຖິງສະຕິປັນຍາຂອງປະຊາ ຊົນຈີນ, ໝາຍຄວາມວ່າ: ເວລາຂ້າມ ນ້ຳ, ຢັ່ງກ້ອນຫີນເພື່ອຢຽບໃຫ້ໝັ້ນ ກ່ອນແລ້ວຈຶ່ງຢ່ວງບາດກ້າວຕໍ່ໄປ. ນີ້ແມ່ນວິທີສຳຄັນທີ່ໃຊ້ໃນການປະ ຕິຮູບແລະ ເປີດປະຕູສູ່ພາຍນອກທີ່ນຳ ພາໂດຍທ່ານ ເຕີ້ງສ້ຽວຜິງ. ຕໍ່ກັບ ການປະຕິຮູບ ແລະ ເປີດປະຕູສູ່ພາຍ ນອກທີ່ເປັນພາລະກິດໃໝ່ໆທີ່ບໍ່ເຄີຍ ມີມາກ່ອນໃນປະຫວັດສາດ, “ປັດຈຸ ບັນຍັງຢູ່ໃນໄລຍະການທາບທາມ, ນ້ຳເລິກ ຫລືຕື້ນຍັງບໍ່ຮູ້ແຈ້ງເທື່ອ, ຕ້ອງຄ່ອຍຍ່າງໄປເບິ່ງໄປແຕ່ລະກ້າວ, ຂາສອງເບື້ອງຕ້ອງຍ່າງໄປຢ່າງໝັ້ນ ທ່ຽງຫາກໄປຜິດແລ້ວຕ້ອງຖອຍຄືນ ຫລັງແລ້ວຍ່າງໄປໃໝ່, ຢ່າລົ້ມລົງ ນ້ຳໄປ.” ອັນນີ້ກໍແມ່ນຄຳອະທິບາຍຢ່າງ ມີຊີວິດຊີວາກ່ຽວກັບວິທີການແບບ “ຢັ່ງຫີນຂ້າມນ້ຳ” ຊຶ່ງໄດ້ລະບຸໄວ້ໃນ ເອກະສານທາງການຕອນທີ່ຈີນຫາ ກໍ່ປະຕິບັດການປະຕິຮູບ ແລະ ເປີດ ປະຕູສູ່ພາຍນອກເມື່ອຕົ້ນຊຸມປີ1980, ຄຳອະທິບາຍດັ່ງກ່າວໄດ້ຊີ້ແຈງຢ່າງ ຖືກຕ້ອງລະອຽດວ່າ ພາຍໃຕ້ກໍລະນີທີ່ ບໍ່ມີປະສົບການພຽງພໍແມ່ນຄວນກ້າວ ເດີນໄປຂ້າງໜ້າແບບທາບທາມຄື ແນວໃດ. ຜູ້ທີ່ຮູ້ດີກ່ຽວກັບພັກກອມມູນິດ ຈີນບໍລິຫານປະເທດຄືແນວໃດອາດ ຈະຮູ້ວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດຂອງພັກກອມມູນິດຈີນ ແມ່ນ ທຸກໆ 5 ປີຈັດຂຶ້ນຄັ້ງໜຶ່ງ ເພື່ອປຶກສາ ຫາລື ແລະ ຕົກລົງບັນຫາສຳຄັນຂອງ ພັກ, ຕາມປົກກະຕິແລ້ວ, ລະຫວ່າງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຈີນ ສອງຄັ້ງ, ຈະຈັດກອງປະຊຸມຄົບ ຄະນະຂອງຄະນະກຳມະການສູນ ກາງພັກກອມມູນິດຈີນ 7 ເທື່ອ, ຈະ ວາງແຜນການກ່ຽວບຸກຄະລາກອນ, ສັງຄົມ, ເສດຖະກິດ, ການກໍ່ສ້າງພັກ ແລະຂົງເຂດອື່ນໆ, ແຕ່ສິ່ງທີ່ທ່ານອາດ ຈະບໍ່ຮູ້ນັ້ນກໍຄື: ເດືອນທັນວາປີ1978, ກອງປະຊຸມຄົບຄະນະຄັ້ງທີ 3 ຂອງ ຄະນະກຳມະການສູນກາງພັກກອມມູ ນິດຈີນສະໄໝທີ XI ທີ່ຈັດຂຶ້ນພາຍ ໃຕ້ການເປັນປະທານຂອງ ສະຫາຍ ເຕີ້ງສຽວຜິງ ໄດ້ເປີດໄລຍະທີ່ “ປະຕິ ຮູບຢູ່ພາຍໃນ ແລະ ເປີດປະຕູສູ່ພາຍ ນອກ” ແບບໄຂສັງກາດໃໝ່, ຊຸກຍູ້ ໃຫ້ເສດຖະກິດສັງຄົມຈີນພັດທະນາ ຢ່າງຕໍ່ເນື່ອງ ແລະ ວ່ອງໄວ. ຫລັງ ຈາກນັ້ນ, ຫົວຂໍ້ປຶກສາຫາລືຂອງກອງ ປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະ ກຳມະການສູນກາງພັກກອມມູນິດຈີນ ແຕ່ລະສະໄໝ ລ້ວນແຕ່ໄດ້ສຸມໃສ່ ການລົງເລິກ ແລະ ຊຸກຍູ້ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຄືແນວໃດ. ຕົວຢ່າງວ່າກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນ ກາງພັກກອມມູນິດຈີນສະໄໝທີ XII ທີ່ຈັດຂຶ້ນໃນປີ1984 ໄດ້ວາງແຜນນະ ໂຍບາຍການປະຕິຮູບໂຄງປະກອບ ເສດຖະກິດທີ່ຖືເອົາຕົວເມືອງເປັນຈຸດ ສຸມ; ກອງປະຊຸມຄັ້ງທີ 3 ຂອງຄະນະ ກຳມະການສູນກາງພັກກອມມູນິດຈີນ ສະໄໝທີ XIV ທີ່ຈັດຂຶ້ນໃນປີ 1993, ໄດ້ຊຸກຍູ້ການປະຕິຮູບໂຄງປະກອບ ເສດຖະກິດຕະຫລາດສັງຄົມນິຍົມ. ການປະຕິຮູບ ແລະ ເປີດປະຕູສູ່ພາຍ ນອກຈຶ່ງໄດ້ກາຍເປັນນະໂຍບາຍພື້ນ ຖານແຫ່ງຊາດດ້ານການບໍລິຫານ ປະເທດຂອງພັກກອມມູນິດຈີນ. xtgmf]k; 4 3]d c]t gsfdko 15/07/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ນະໂຍບາຍການປະຕິຮູບ... *** ຕໍ່ຈາກໜ້າ 1 *** *ການປະຕິຮູບ ແລະ ເປີດປະຕູສູ່ ພາຍນອກເປັນນະໂຍບາຍພື້ນຖານ ແຫ່ງຊາດຂອງພັກກອມມູນິດຈີນໃນ ການບໍລິຫານປະເທດ. ນະໂຍບາຍນີ້ ແມ່ນເລີ່ມສະເໜີ ໃນກອງປະຊຸມຄົບ ຄະນະຄັ້ງທີ 3 ຂອງສູນກາງພັກກອມ ມູນິດຈີນ ສະໄໝທີ XI ພາຍໃຕ້ການ ເປັນປະທານຂອງສະຫາຍ ເຕີ້ງສ້ຽວ ຜິງ ເມື່ອ ປີ1978 ແລະ ໄດ້ຮັບການ ລົງເລິກຢ່າງຮອບດ້ານຈາກກອງປະ ຊຸມຄົບຄະນະຄັ້ງ ທີ 3 ຂອງສູນກາງ ພັກກອມມູນິດຈີນ ສະໄໝທີ XVIII ພາຍໃຕ້ການເປັນປະທານຂອງສະ ຫາຍ ສີຈິ້ນຜິງ ເມື່ອປີ 2013. ໃນໂອກາດກອງປະຊຸມຄົບຄະ ນະຄັ້ງທີ 3 ຂອງຄະນະກຳມະການ ສູນກາງພັກກອມມູນິດຈີນ ສະໄໝ ທີXXຈະຈັດຂຶ້ນລະ ຫວ່າງວັນທີ 15 ຫາ 18 ກໍລະກົດ 2024 ຢູ່ນະຄອນ ຫລວງ ປັກກິ່ງ ປະເທດຈີນ, ພວກເຮົາ ໄດ້ເຜີຍແຜ່ບົດຮຽນຕ່າງໆ ເພື່ອຍົກ ໃຫ້ເຫັນໂຍບາຍການປະຕິຮູບຂອງ ຈີນ ໃນຍຸກໃໝ່ ເພື່ອເປັນການຖອດ ຖອນບົດຮຽນໃນການສ້າງສາພັດທະ ນາປະເທດຊາດ. ສະຫາຍ ເຕີ້ງສ້ຽວຜິງ ຜູ້ນຳພາ ການປະຕິຮູບ ແລະ ເປີດປະຕູສູ່ພາຍ ນອກຂອງຈີນ ເມື່ອປີ 1979 ໄດ້ນໍາ ພາສ້າງນະຄອນເຊີ່ນເຈີ້ນ ແຂວງ ກວາງຕຸ່ງ ຊຶ່ງເວລານັ້ນເປັນຕົວເມືອງ ນ້ອຍແຄມທະເລ ມີປະຊາກອນພຽງ 30.000 ຄົນ ເປັນເຂດເສດຖະກິດ ພິເສດແຫ່ງທຳອິດຂອງຈີນ, ໃນເວ ລາ 30 ປີ ເມືອງແຫ່ງນີ້ ໄດ້ຖືກພັດທະ ນາໃຫ້ກາຍເປັນມະຫານະຄອນທີ່ທັນ ສະໄໝອັນດັບຕົ້ນຂອງໂລກທີ່ມີປະ ຊາກອນເກືອບ 18.000.000 ຄົນ. ອັດຕາການເຕີບໂຕຂອງລວມຍອດ ຜະລິດຕະພັນພາຍໃນ ຫລື GDP ສະເລ່ຍແລ້ວບັນລຸເຖິງ 24,8% ຕໍ່ ປີຖືວ່າໄດ້ສ້າງສິ່ງມະຫັດສະຈັນທີ່ ເຮັດໃຫ້ຊາວໂລກອັດສະຈັນໃຈຖືໄດ້ ວ່າ ເຊີ່ນເຈີ້ນ ໄດ້ກາຍເປັນຕົວແບບ ຂອງການປະຕິຮູບ ແລະ ເປີດປະຕູສູ່ ພາຍນອກຂອງຈີນ. ຢູ່ເທິງພູສູງຂອງນະຄອນ ເຊີ່ນ ເຈີ້ນ ມີຕົ້ນພູໄຮ ສອງຕົ້ນ ທີ່ມີຄວາມ ໝາຍສຳຄັນ ຊຶ່ງຕົ້ນໜຶ່ງປູກ ໂດຍສະ ຫາຍ ເຕີ້ງສ້ຽວຜິງ ປູກ ພາຍຫລັງນະ ຄອນເຊີ່ນເຈີ້ນ ໄດ້ຮັບການພັດທະ ນາຢ່າງຮອບດ້ານ ໃນປີ 1992 ໃນ ໂອກາດໄປຢ້ຽມຢາມ ເມືອງດັ່ງກ່າວ ເ ພື່ອເປັນສັນຍະລັກຜົນສໍາ ເລັດ ແຫ່ງການສ້າງສາພັດທະນາມະຫາ ນະຄອນແຫ່ງນີ້, ອີກຕົ້ນໜຶ່ງ ແມ່ນ ສະຫາຍ ສີຈິ້ນຜິງ ຜູ້ນຳສູງສຸດ ຂອງ ຈີນປູກ ໃນເວລາທີ່ເພິ່ນລົງເຄື່ອນ ໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງກວາງຕຸ້ງ ເມື່ອວັນທີ 8 ທັນ ວາ 2012 ຊຶ່ງເປັນມື້ທີ 24 ຫລັງ ຈາກເພິ່ນໄດ້ຮັບເລືອກຕັ້ງເປັນເລຂາ ທິການໃຫຍ່ຄະນະກຳມະການສູນ ກາງພັກກອມມູນິດຈີນເປັນຄັ້ງທຳ ອິດ. ມື້ນັ້ນ, ສະຫາຍ ສີຈິ້ນຜິງ ໄດ້ວາງ ກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນທອງ ຂອງສະຫາຍ ເຕີ້ງສ້ຽວຜິງ ແລ້ວ ໄດ້ກົ້ມຫົວໄວ້ອາໄລດ້ວຍຄວາມເຄົາ ລົບນັບຖືເປັນຢ່າງສູງ ພ້ອມທັງໄດ້ ຈ້ອງເບິ່ງພາບຂອງທົ່ວນະຄອນ ເຊີ່ນເຈີ້ງ ຢູ່ເທິງຈອມພູ. ໃນການຢ້ຽມຢາມ ເຊີ່ນເຈີ້ນຄັ້ງ ນັ້ນ, ສະຫາຍ ສີຈິ້ນຜິງໄດ້ເວົ້າວ່າ: “ມາກວາງຕຸ້ງເທື່ອນີ້ ຈຸດປະສົງກໍ ເພື່ອທົບທວນຄືນຂະບວນວິວັດປະ ຫວັດການປະຕິຮູບເສດຖະກິດ ແລະ *** ຕໍ່ຈາກໜ້າ 1 *** ເຜີຍແຜ່ການກະກຽມ... ຊາເຂົ້າ-ອອກປະເທດ, ການກຽມ ຄວາມພ້ອມຂອງສະໜາມບິນ, ຄວາມພ້ອມຂອງສູນຂ່າວ ແລະ ແຜນການເຄື່ອນໄຫວອື່ນໆ. ພາຍຫລັງໄດ້ຮັບຟັງການເຜີຍ ແຜ່ຄວາມຄືບໜ້າດ້ານຕ່າງໆແລ້ວ, ບັນດາຜູ້ເຂົ້າຮ່ວມກອງປະຊຸມຍັງ ໄດ້ໄປຢ້ຽມຊົມສະຖານທີ່ປະຊຸມຕົວ ຈິງຢູ່ຫໍປະຊຸມແຫ່ງຊາດ ໂດຍສະ ເພາະບັນດາຫ້ອງປະຊຸມ, ຫ້ອງຮັບ ແຂກ, ຫ້ອງທີ່ຈັດໃຫ້ແຕ່ລະປະເທດ, ຫ້ອງອາຫານ, ຫ້ອງງານລ້ຽງ ແລະ ຫ້ອງອື່ນໆ ທີ່ຈະຮັບໃຊ້ໃນໄລຍະ ກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ ໃນຄັ້ງນີ້. ໃນໂອກາດກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ຄັ້ງນີ້, ຈະມີກອງປະຊຸມລະດັບລັດ ຖະມົນຕີຕ່າງປະເທດປິ່ນອ້ອມອື່ນໆ ກັບປະເທດຄູ່ເຈລະຈາ, ຄູ່ຮ່ວມມືຂະ ແໜງການ ແລະ ຄູ່ຮ່ວມມືໃນຂອບ ແມ່ນໍ້າຂອງ, ລວມແລ້ວຈະມີກອງ ປະຊຸມລະດັບລັດຖະມົນຕີປະມານ 25 ກອງປະຊຸມ ແລະ ມີລັດຖະມົນ ຕີຕ່າງປະເທດ ແລະ ຕາງໜ້າ 35 ປະເທດເຂົ້າຮ່ວມ. ຄະນະຜູ້ແທນທີ່ ຈະເດີນທາງມາເຂົ້າຮ່ວມກອງປະ ຊຸມ ແມ່ນມີຫລາຍກວ່າ 1.000 ທ່ານ ແລະ ມີນັກຂ່າວຈາກພາຍໃນ ແລະ ຕ່າງປະເທດ ມາເກັບກຳຂ່າວ ຫລາຍກ່ວາ 500 ທ່ານ. ພາບ: ຂັນໄຊ ຢູ່ກຳແພງນະຄອນຈຸ່ງກິ່ງ, ຜູ້ພິພາກສາລົງສູ່ຊົນນະບົດ ເພື່ອອະທິບາຍຄວາມ ຮູ້ກ່ຽວກັບກົດໝາຍແພ່ງ ກົດໝາຍວ່າດ້ວຍຄອບຄົວໃຫ້ແມ່ຍິງເຜົ່າຖູເຈ່ຍ. ເມືອງຕ້າເຟີ່ງນະຄອນຢຽນເສີງແຂວງຈ່ຽງຊູ ເປັນໜຶ່ງໃນບັນດາຖານຜະ ລິດອຸປະກອນຜະລິດໄຟຟ້າພະລັງງານລົມທາງທະເລທີ່ມີກຳລັງການຜະລິດສັງ ລວມໃຫຍ່ທີ່ສຸດຢູ່ໃນໂລກ. ໃນໄລຍະ10 ປີຜ່ານມາ, ຈີນໄດ້ຍຶດໝັ້ນແນວຄິດການ ພັດທະນາດ້ວຍຄຸນນະພາບສູງ ແລະ ການພັດທະນາຕາມທິດສີຂຽວ, ກຳລັງຕິດ ຕັ້ງໄຟຟ້າພະລັງງານລົມນັບລວມແລ້ວໄດ້ກ້າວຂຶ້ນເປັນອັນດັບໜຶ່ງຂອງໂລກ. ກຳມະກອນພວມເຮັດວຽກຢູ່ໂຮງງານຜະລິດອຸປະກອນຂະໜາດໃຫຍ່ແຫ່ງໜຶ່ງ ຂອງເຂດພາກຕາເວັນອອກສຽງເໜືອຈີນ.

RkJQdWJsaXNoZXIy MTc3MTYxMQ==