gzu pczj dkodP,dv'xt-5 ,]a f4t,q o8u 8j k'xtgmfvk-Po 7A 'mu 57 .sh cdj [a ofkm6 8ko5 m6 f 7totz6h cmo0A ol6 'ra d37g,38t 1h P,1k, c]t gIa f;Pd16 j lxx ]k; xj vpxk7n ol6j cs]j 'oEme,t-kf lts]v';a oxj vpxk c]t la foEcsj '-kf leg]a fdv'xt-5 ,ltw\lk,a ogmn j vmu 7 0v'ltrkxt-k-q oot7vos];';P'9a o -5 fmu II ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 15.07.2024 ປີທີ 23 ສະບັບທີ 5.972 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ ອ່ານຕໍ່ໜ້າ 2 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf ot3p[kpdkoxt8y I6 [ 0v'9u o.op5 d.\j ຂປລ. ສປປ ລາວ ມີຄວາມພ້ອມ ຮອບດ້ານ ໃນການເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນ ຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມອື່ນໆ ທີ່ກ່ຽວຂ້ອງ ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 21-27 ກໍລະກົດ 2024 ຢູ່ຫໍປະຊຸມ ແຫ່ງຊາດ, ນະຄອນຫລວງວຽງຈັນ. ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ ໄດ້ໃຫ້ ສຳພາດຕໍ່ສື່ມວນຊົນ ໃນວັນທີ 11 ກໍລະກົດ 2024 ກ່ຽວກັບການກະ ກຽມຄວາມພ້ອມ ເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນ ຂປລ. ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ສາຍການບິນຫວຽດເຈັດ (vietjet) ຂອງ ສສ ຫວຽດນາມ ໄດ້ບັນ ລຸຂໍ້ຕົກລົງເພີ່ມທະວີການເຊື່ອມຕໍ່ການຂົນ ຂປລ. ໃນວັນທີ 12 ກໍລະກົດ 2024ນີ້, ກະຊວງການຕ່າງປະເທດ ໃນນາມອະນຸກໍາມະການກອງເລຂາ ຄະນະຊີ້ນຳລະດັບຊາດ ເພື່ອກະ ກຽມແລະດໍາເນີນການເປັນປະທານ ອາຊຽນ ປີ 2024 ຈັດເຜີຍແຜ່ກ່ຽວ ກັບການກະກຽມກອງປະຊຸມລັດ ຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ບັນດາກອງປະຊຸມທີ່ກ່ຽວ ຂ້ອງທີ່ຈະຈັດຂຶ້ນໃນວັນທີ 21-27 ກໍລະກົດ 2024 ທີ່ຈະມາເຖິງນີ້, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫລວງ ວຽງຈັນ ໃຫ້ແກ່ບັນດາທູຕານຸທູດ ປະເທດສະມາຊິກອາຊຽນ, ຄູ່ຮ່ວມ ເຈລະຈາອາຊຽນແລະຄູ່ຮ່ວມມືພາຍ ນອກອາຊຽນ ທີ່ຈະເຂົ້າຮ່ວມບັນ ສົ່ງທາງອາກາດລະຫວ່າງປະເທດ ລາວ-ຫວຽດນາມ ໂດຍພິທີດັ່ງກ່າວ ໄດ້ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໂດຍການເປັນສັກຂີພະຍານຂອງ ທ່ານ ທອງລຸນ ສີສຸລິດ ປະທານປະ ເທດ ແຫ່ງ ສປປ ລາວ ແລະ ທ່ານ ໂຕ ເລິມ ປະທານປະເທດ ແຫ່ງ ສສ ຫວຽດນາມພ້ອມແຂກຜູ້ມີກຽດລະດັບ ສູງຂອງທັງສອງປະເທດເຂົ້າຮ່ວມ. ສາຍການບິນຫວຽດເຈັດ ຈະ ຮ່ວມມືກັບກົມການບິນພົນລະເຮືອນ ຂອງລາວ ເພື່ອຈັດຕັ້ງປະຕິບັດໂຄງ ການທີ່ກ່ຽວຂ້ອງກັບການບິນ ແລະ ຂະຫຍາຍການເຄື່ອນໄຫວການ lkpdko[y os;Pfg9a f [a o]5 0= 8q d]q 'pq d]tfa [dko0q olqj ' mk'vkdkf ]ts;j k' lxx ]k; c]t ll s;Pfok, h dv'xt-5 ,;Pd'kodkoxq d7v' mh v'4y j omq j ;xtgmf 7A 'mu I lxx ]k; dP,rh v,Iv[fh kogxa og9Q krk[ dv'xt-5 ,]a f4t,q o8u 8j k'xtgmfvk-Po 7A 'mu 57 ດາກອງປະຊຸມດັ່ງກ່າວໂດຍການ ເປັນປະທານຂອງທ່ານ ຈາຕຸລົງ ບົວສີສະຫວັດ ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ ໂດຍມີ ຜູ້ຕາງໜ້າຈາກກົມພິທີການທູດ,ກົມ ການຂ່າວ, ກົມກົງສຸນ ແລະ ກົມເສດ ຖະກິດ, ກະຊວງການຕ່າງປະເທດ ແລະ ກົມການບິນພົນລະເຮືອນ, ກະ ຊວງໂຍທາທິການ ແລະ ຂົນສົ່ງເຂົ້າ ຮ່ວມບັນຍາຍ. ການຈັດເຜີຍແຜ່ໃນຄັ້ງນີ້, ເພື່ອ ແຈ້ງກ່ຽວກັບການກະກຽມດ້ານພາ ລະທິການຕ່າງໆເຊັ່ນ: ສະຖານທີ່ຈັດ ກອງປະຊຸມ, ສະຖານທີ່ພັກເຊົາ, ພາຫະນະຮັບໃຊ້, ຂັ້ນຕອນການຂໍວິ ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 7 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 7 -q ,g-u pzq oleg]a fdkoIj ;,,n Iv[fh ko ]k;{s;Pfok, .ow]pt.\j *ການເດີນທາງຢ້ຽມຢາມທາງລັດຖະກິດຂອງສະຫາຍ ໂຕ ເລິມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມ ດ້ວຍຄະນະຜູ້ແທນຂັ້ນສູງ ເປັນການເພີ່ມທະວີ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ. ໃນພິທີພົບປະຂອງການຂັ້ນສູງ ລາວ-ຫວຽດນາມ ສະຫາຍ ທອງລຸນ ສີສຸລິດ ໄດ້ຕີລາຄາສູງທີ່ ສະຫາຍ ໂຕ ເລິມ ໄດ້ເລືອກເອົາສປປ ລາວ ເປັນປະເທດທຳອິດໃນການເຄື່ອນໄຫວຕ່າງປະເທດຂອງຕົນ ໃນຕຳ ແໜ່ງປະທານປະເທດ, ອັນໄດ້ສະແດງໃຫ້ເຫັນເຖິງການຖືສໍາຄັນ ຂອງພັກ-ລັັດ ຫວຽດນາມ ທີ່ມີຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ. ພ້ອມນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບຕີລາ ຄາສູງຕໍ່ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ, ຫວຽດ ນາມ-ລາວ, ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ແລະ ຂໍ້ຕົກ ຂປລ. ໃນວັນທີ 12 ກໍລະກົດ 2024 ທີ່ ສໍານັກງານຫ້ອງວ່າການ ສູນກາງພັກ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານ ທ່ານ ທອງລຸນ ສີສຸລິດ (ຂວາ) ງານສູນກາງພັກ ປປລາວ, ປະທານ ປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າ ຢ້ຽມຂ່ຳນັບຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໂດຍທ່ານໄດ້ຍົກໃຫ້ເຫັນຄວາມຄືບ ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນນະ ຄອນຫລວງວຽງຈັນ (ສປນວ) ຊຸດທີ II ໄດ້ປິດລົງດ້ວຍຜົນສຳເລັດ ອັນຈົບງາມພາຍຫລັງດຳເນີນມາ ແຕ່ວັນທີ 8-12 ກໍລະກົດ 2024 ໃຫ້ ກຽດເຂົ້າຮ່ວມມີ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງ ຊາດ, ມີເຈົ້າຄອງ, ຮອງເຈົ້ານະຄອນ ຫລວງວຽງຈັນ (ນວ), ພ້ອມດ້ວຍ ບັນດາສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນ ຫລວງວຽງຈັນ, ສະມາຊິກສະພາ ປະຊາຊົນ ນະຄອນຫລວງວຽງຈັນ, ການນໍາພັກ-ລັດ ຂັ້ນນະຄອນຫລວງ ວັນທີ 8 ທັນວາ 2012, ສະຫາຍ ສີຈິ້ນຜິງ ປູກຕົ້ນໄຮຢູ່ສວນ ສາທາລະນະຫລຽນຮວາຊ່ານ ນະຄອນເຊີ່ນເຈິ້ນ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ໂອກາດດັ່ງກ່າວ,ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ ໄດ້ກ່າວ ປິດກອງປະຊຸມວ່າ: ການດໍາເນີນ ທ່ານ ສະເຫລີມໄຊ ກົມມະສິດ ອ່ານຕໍ່ໜ້າ 2 ຂປລ. ກະຊວງພາຍໃນ ແລະ ຫ້ອງວ່າ ການສໍານັກງານນາຍົກລັດຖະມົນຕີຈັດກອງ ປະຊຸມວຽກງານການປົກ ຄອງທ້ອງຖິ່ນທົ່ວປະເທດ ຄັ້ງທີ I ໄລຍະ ປີ 20212023ແລະທິດທາງ,ແຜນ ວຽກຈຸດສຸມຮອດປີ 2025 ໃນວັນທີ 12 ກໍລະກົດ 2024 ພາຍໃຕ້ການເປັນ ປະທານ ຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນໍາວຽກ ງານຂົງເຂດການປົກຄອງ ແລະ ວັດທະນະທໍາ-ສັງ ຄົມ, ມີບັນດາທ່ານລັດຖະ ອ່ານຕໍ່ໜ້າ 4
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 15/07/2024 xtgmf]k; ສປປ ລາວ ກຽມພ້ອມ... ຄະນະຜູ້ແທນຂັ້ນສູງພັກ.. ປ່ອຍປາ ຄືນສູ່ແຫ່ງນ້ຳ... ສາຍການບິນຫວຽດເຈັດ.... ຊົມເຊີຍຜົນສຳເລັດ.... ຂົນສົ່ງທາງອາກາດໃນລາວ ເຊິ່ງ ຄາດວ່າຈະສ້າງວຽກເຮັດງານທຳ ໃຫ້ບຸກຄະລາກອນໃນຂະແໜງການ ບິນໄດ້ເຖິງ 2.500 ຄົນ, ສາຍການ ບິນຍັງມີແຜນຈະສ້າງຕັ້ງສູນຝຶກ ອົບຮົມ ແລະ ພັດທະນາໃນປະເທດ ລາວ ຮ່ວມກັບສະຖາບັນຝຶກອົບຮົມ ການບິນຫວຽດເຈັດ ເພື່ອຕິດຕາມ ກວດກາການຝຶກອົບຮົມພະນັກງານ ໃໝ່ໃນລະດັບສາກົນ. ຂະນະທີ່ກົມ ການບິນພົນລະເຮືອນລາວຈະໃຫ້ ການສະໜັບສະໜູນດ້ານບໍລິຫານ, ກົດໝາຍ ແລະ ສິ່ງອຳນວຍຄວາມ ສະດວກຕະຫລອດຈົນເຖິງການ ປະສານງານກັບພາກສ່ວນຕ່າງໆ ເພື່ອອໍານວຍຄວາມສະດວກໃນ ການຈັດຕັ້ງປະຕິບັດໂຄງການ. ຄວາມມຸ່ງໝັ້ນຂອງສາຍການ ບິນຫວຽດເຈັດ ໃນການຂະຫຍາຍ ການເຊື່ອມຕໍ່ທາງອາກາດຢູ່ປະເທດ ລາວຈະນຳສະເໜີທາງເລືອກຖ້ຽວ ບິນທີ່ມີລາຄາປະຢັດ ແລະ ການບໍລິ ການທີ່ມີຄຸນນະພາບໃຫ້ແກ່ນັກທ່ອງ ທ່ຽວລາວ ແລະ ຕ່າງປະເທດ ທີ່ເຂົ້າ ມາທ່ຽວຊົມ. ການຂະຫຍາຍຕົວທຸ ລະກິດຂອງສາຍການບິນມາປະ ເທດລາວໃນຕົ້ນປີນີ້ມີຖ້ຽວບິນເຊື່ອມ ຕໍ່ນະຄອນຫລວງວຽງຈັນ ຫາ ນະ ຄອນໂຮ່ຈີ່ມິງ ດ້ວຍສີ່ຖ້ຽວບິນໄປ ກັບຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ດ້ວຍເວລາ ໃນການບິນພຽງ 1 ຊົ່ວໂມງ 45 ນາ ທີ. ບັນດາຂໍ້ຕົກລົງນີ້ແນໃສ່ການຊຸກ ຍູ້ເສດຖະກິດ ແລະ ພັດທະນາສັງ ຄົມ, ສົ່ງເສີມການຄ້າ, ການເຊື່ອມຕໍ່ ການທ່ອງທ່ຽວ ແລະ ການແລກ ປ່ຽນວັດທະນະທຳລະຫວ່າງປະ ເທດລາວກັບປະເທດຕ່າງໆໃນພາກ ພື້ນ. ກະຊວງໂຍທາທິການ ແລະ ຂົນ ສົ່ງໄດ້ຊົມເຊີຍການສະໜັບສະໜູນ ແລະ ຄວາມສາມາດຂອງສາຍການ ບິນຫວຽດເຈັດ ຊຶ່ງເປັນສາຍການ ບິນສາກົນທີ່ມີການຂະຫຍາຍຕົວ ຂອງເຄືອຂ່າຍການບິນໄດ້ຢ່າງວ່ອງ ໄວ. ຂໍ້ຕົກລົງດັ່ງກ່າວຍັງສອດຄ່ອງ ກັບເປົ້າໝາຍ ແລະ ທິດທາງລວມ ຂອງລັດຖະບານທັງສອງປະເທດ ທີ່ລະບຸໄວ້ໃນບົດບັນທຶກວ່າດ້ວຍ ການຮ່ວມມືຍຸດທະສາດດ້ານຄົມ ມະນາຄົມ ໃນໄລຍະ 2016-2025. ໃນປີ 2023, ສາຍການບິນ ຫວຽດເຈັດ ໄດ້ເປີດສູນຝຶກອົບຮົມ ເຮືອບິນລະດັບພາກພື້ນ ໂດຍມີການ ຮ່ວມມືກັບສາຍການບິນລາວແອ ລາຍ, ພ້ອມທັງໄດ້ເປີດເສັ້ນທາງບິນ ທຳອິດລະຫວ່າງລາວ ແລະ ຫວຽດ ນາມ ຊຶ່ງເຊື່ອມຕໍ່ລະຫວ່າງນະຄອນ ຫລວງວຽງຈັນ ແລະ ນະຄອນໂຮ່ ຈີ່ມິງຊຶ່ງເປັນທາງເລືອກໃຫ້ນັກທ່ອງ ທ່ຽວໄດ້ເດີນທາງທີ່ສະດວກ. ປັດຈຸ ບັນປະເທດຫວຽດນາມ ແມ່ນໜຶ່ງ ໃນບັນດານັກລົງທຶນ ແລະ ຄູ່ຮ່ວມມື ການຄ້າອັນດັບຕົ້ນຂອງ ສປປ ລາວ ທີ່ມີ 255 ໂຄງການລົງທຶນລວມມູນ ຄ່າທັງໝົດ 5,5 ຕື້ໂດລາສະຫະລັດ. ໂຄງການດັ່ງກ່າວໄດ້ສຸມໃສ່ອຸດສາ ຫະກໍາການຂົນສົ່ງ, ການທ່ອງທ່ຽວ, ວິທະຍາສາດເຕັກໂນໂລຊີແລະ ອື່ນໆ ຊຶ່ງເປັນການສົ່ງເສີມການແລກປ່ຽນ ການຄ້າການພັດທະນາແບບຍືນຍົງ ແລະ ການແບ່ງປັນຄວາມຈະເລີນ ຮຸ່ງເຮືອງຂອງ ສປປ ລາວ, ສສ ຫວຽດນາມ ແລະ ພາກພື້ນ. ທ່ານ ນັດສຶໂອະ ຢາມາ ກູຈິ ປະທານ ພັກໂຄ ເມໂຕະ, ສະມາຊິກສະພາສູງ ຍີ່ປຸ່ນ ພ້ອມຄະນະໃນໂອກາດເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 1113 ກໍລະກົດ 2024. ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມ ຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມ ເຊີຍຕໍ່ການມາຢ້ຽມຢາມ ສປປ ລາວ ຂອງຄະນະໃນຄັ້ງນີ້ ເຊິ່ງຈະເປັນ ໂອກາດອັນດີໃຫ້ແກ່ສອງຝ່າຍໄດ້ ປຶກສາຫາລື ແລະ ແລກປ່ຽນຄໍາຄິດ ຄໍາເຫັນກ່ຽວກັບການເສີມຂະຫຍາຍ ສາຍພົວພັນມິດຕະພາບ ລະຫວ່າງ ພັກ ປປ ລາວ ແລະ ພັກໂຄເມໂຕະ, ປະກອບສ່ວນເພີ່ມພູນຄູນສ້າງສາຍ ພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ໃຫ້ມີບາດ ກ້າວຂະຫຍາຍຕົວໃໝ່ໃນຕໍ່ໜ້າກໍຄື ໂອກາດຄົບຮອບ 70 ປີ ການສ້າງ ຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ໃນປີ 2025 ທີ່ຈະມາເຖິງນີ້. ທ່ານ ທອງລຸນ ສີສຸລິດ ໄດ້ແຈ້ງ ໃຫ້ຝ່າຍແຂກຊາບ ສະພາບພົ້ນເດັ່ນ ຂອງ ພັກ-ລັດ ລາວ ໂດຍສະເພາະ ຜົນສໍາເລັດໃນການຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ສະໄໝ ທີ XI ໄລຍະທ້າຍສະໄໝ ຂອງພັກ ປປ ລາວ, ຜົນສຳເລັດໃນການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9, ການປະຕິບັດ 2 ວາລະແຫ່ງຊາດ, ການເປັນປະທານໝູນວຽນອາ ຊຽນຂອງ ສປປ ລາວ ໃນປີ 2024; ສະແດງຄວາມຂອບໃຈຕໍ່ພັກ ໂຄ ເມໂຕະ ໃນນາມເປັນພັກຮ່ວມລັດ ຖະບານ ທີ່ໄດ້ຊ່ວຍຊຸກຍູ້ລັດຖະບານ ຍີ່ປຸ່ນ ໃຫ້ການຊ່ວຍເຫລືອ ແລະ ສະ ໜັບສະໜູນທາງດ້ານການພັດທະ ນາ(ODA),ການພັດທະນາຊັບພະ ຍາກອນມະນຸດ, ໂຄງລ່າງພື້ນຖານ, ດ້ານສາທາລະນະສຸກ, ດ້ານກະສິ ກໍາ ແລະ ປ່າໄມ້, ການເກັບກູ້ລະເບີດ ບໍ່ທັນແຕກ (UXO) ແລະ ອື່ນໆ ໃຫ້ແກ່ ສປປ ລາວ ໃນຕະຫລອດ ໄລຍະຜ່ານມາ, ລວມທັງການສະ ໜັບສະໜູນການເປັນປະທານອາ ຊຽນ ຂອງ ສປປ ລາວ ໃນປີ 2024. ໃນໂອກາດດັ່ງກ່າວ, ທ່ານ ນັດສຶໂອະ ຢາມາກູຈິ ໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນໃນການມາຢ້ຽມຢາມ ສປປ ລາວ ເປັນຄັ້ງທໍາອິດໃນຄັ້ງນີ້, ເປັນ ການປະກອບສ່ວນອັນສໍາຄັນເຂົ້າ ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຍີ່ປຸ່ນ-ລາວ; ແຈ້ງໃຫ້ຊາບກ່ຽວກັບ ສະພາບພົ້ນເດັ່ນພາຍໃນພັກໂຄເມ ໂຕະ, ປະເທດຍີ່ປຸ່ນ ໂດຍສະເພາະຜົນ ສຳເລັດໃນການສ້າງສາ ແລະ ພັດ ທະນາເສດຖະກິດ-ສັງຄົມຂອງຍີ່ ປຸ່ນ, ການເຄື່ອນໄຫວຕ່າງປະເທດ ທີ່ພົ້ນເດັ່ນໃນໄລຍະຜ່ານມາ. ຍິນດີ ສືບຕໍ່ຊຸກຍູ້ລັດຖະບານຍີ່ປຸ່ນໃນການ ຊ່ວຍເຫລືອແກ່ ສປປ ລາວ ໃນດ້ານ ຕ່າງໆ ໂດຍສະເພາະການພັດທະ ນາ (ODA), ການເກັບກູ້ລະເບີດບໍ່ ທັນແຕກ (UXO) ແລະ ອື່ນໆ. ສອງຝ່າຍຕີລາຄາສູງຕໍ່ສາຍພົວ ພັນຄູ່ຮ່ວມຍຸດທະສາດລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ໃນໄລຍະ ຜ່ານມາ ແລະ ຍິນດີສືບຕໍ່ເພີ່ມທະວີ ຊຸກຍູ້ສົ່ງເສີມການໄປມາຫາສູ່ກັນ ລະຫວ່າງ ພັກ ປປ ລາວ ແລະ ພັກ ໂຄເມໂຕະ ກໍຄື ລະຫວ່າງ ປະຊາຊົນ ສອງຊາດ, ປະກອບສ່ວນຊຸກຍູ້ການ ພົວພັນຮ່ວມມື ລະຫວ່າງສອງປະ ເທດລາວ-ຍີ່ປຸ່ນແລະ ນໍາເອົາຜົນປະ ໂຫຍດຕົວຈິງ ມາສູ່ປະຊາຊົນສອງ ຊາດ ໃຫ້ນັບມື້ນັບຫລາຍຂຶ້ນ. ນອກ ນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄຳ ຄິດເຫັນກ່ຽວກັບສະພາບການພາກ ພື້ນ ແລະ ສາກົນຈຳນວນໜຶ່ງທີ່ສອງ ຝ່າຍມີຄວາມສົນໃຈຮ່ວມກັນ. ໃນໄລຍະຢ້ຽມຢາມລາວ, ຄະນະ ຜູ້ແທນຍັງໄດ້ພົບປະເຮັດວຽກສອງ ຝ່າຍກັບ ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງ, ເລຂາ ທິການສູນກາງພັກ, ປະທານຄະ ນະກວດກາສູນກາງພັກ, ພົບປະກັບ ທ່ານ ສະເຫລີມໄຊ ກົມມະສິດ ກຳ ມະການກົມການເມືອງ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ, ທ່ານ ສົມມາດ ພົນເສນາ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແລະ ທ່ານ ໃບຄຳ ຂັດທິຍະ ກຳມະການ ສູນກາງພັກ,ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງ ຄົມ ເຊິ່ງສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນກ່ຽວກັບ ການພົວພັນຮ່ວມມືສອງຝ່າຍ, ເອກະ ພາບກັນກ່ຽວກັບທິດທາງການຮ່ວມ ມືໃນຕໍ່ໜ້າ ໂດຍສະເພາະການເພີ່ມ ທະວີການຮ່ວມມື ແລະ ແລກປ່ຽນ ການຢ້ຽມຢາມເຊິ່ງກັນ ແລະ ກັນລະ ຫວ່າງ ສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ລາວ-ຍີ່ປຸ່ນ, ຍີ່ປຸ່ນລາວ ເພື່ອປະກອບສ່ວນເຂົ້າໃນການ ເພີ່ມພູນຄູນສ້າງສາຍພົວພັນມິດຕະ ພາບ ກໍຄື ສາຍພົວພັນຄູ່ຮ່ວມຍຸດທະ ສາດ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການພັດ ທະນາຢ່າງບໍ່ຢຸດຢັ້ງ, ທັງເປັນການ ປະກອບສ່ວນສຳຄັນເຂົ້າໃນພາລະ ກິດເສີມສ້າງສັນຕິພາບ, ມິດຕະ ພາບແລະ ການຮ່ວມມື ເພື່ອການພັດ ທະນາໃນພາກພື້ນ ແລະ ໃນໂລກ. ຂປລ. ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບອົງການປົກຄອງນະ ຄອນຫລວງວຽງຈັນ ຈັດກິດຈະກຳ ປ່ອຍປາຄືນສູ່ທຳມະຊາດຢູ່ຄອງນ້ຳ ບ້ານຮ່ອງສຸພາບ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໃນວັນທີ 13 ກໍລະກົດ 2024 ເພື່ອສະເຫລີມ ສະຫລອງວັນປ່ອຍປາ ແລະ ສັດ ນໍ້າແຫ່ງຊາດ ຄົບຮອບ 27 ປີ ໂດຍມີ ທ່ານ ບຸນທອງ ຈິດມະນີ ຮອງປະ ທານປະເທດ, ທ່ານ ລິນຄໍາ ດວງ ສະຫວັນ ລັດຖະມົນຕີກະຊວງກະສິ ກໍາ ແລະ ປ່າໄມ້, ທ່ານ ອາດສະພັງ ທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ, ພ້ອມດ້ວຍບັນ ດາການນຳຂັ້ນສູນກາງ, ນະຄອນ ຫລວງວຽງຈັນ, ເອກອັກຄະລັດຖະ ທູດ ຮົງກາລີປະຈຳລາວ, ຜູ້ຕາງໜ້າ ອົງການຈັດຕັ້ງສາກົນ, ພະນັກງານລັດຖະກອນ ຈາກທຸກພາກສ່ວນ, ຕະ ຫລອດຮອດປະຊາຊົນ ແລະ ນ້ອງ ນ້ອຍເຍົາວະຊົນເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ກິແກ້ວ ສິງນາວົງຮອງລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້ໄດ້ໃຫ້ຮູ້ວ່າ: ປາທີ່ນຳມາປ່ອຍ ໃນຄັ້ງນີ້, ມີທັງ ໝົດ 400.000 ໂຕ. ໃນນັ້ນ ມີປາ ປາກ, ປາເຄິງ, ປາກົດ, ປາເໝັ້ນ, ປາເພ້ຍ, ປາອີໄທ, ປາວຽນໄຟ ແລະ ປາຊະນິດອື່ນໆ ເຊິ່ງໃນປີນີ້, ກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ສົມທົບກັບ ອົງການປົກຄອງແຂວງ, ນະຄອນ ຫລວງ ມີແຜນຈະປ່ອຍປາຄືນສູ່ ແຫລ່ງນໍ້າທຳມະຊາດໃນຂອບເຂດ ທົ່ວປະເທດ ໃຫ້ໄດ້ 64 ລ້ານໂຕ. ພ້ອມກັນນີ້,ວັນທີ13ກໍລະກົດຍັງກົງ ກັບວັນເກີດຂອງປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງປວງ ຊົນລາວທັງຊາດ ຄົບຮອບ 115 ປີ ອີກດ້ວຍ. ສະນັ້ນ, ການສະຫລອງ ວັນດັ່ງກ່າວ, ໄດ້ຈັດຂຶ້ນທຸກໆປີ ເພື່ອເປັນການຈາລຶກເຖິງບຸນຄຸນ ແລະ ຄຸນງາມຄວາມດີທີ່ທ່ານ ໄດ້ ອຸທິດຕົນໃຫ້ແກ່ພາລະກິດແຫ່ງການ ຕໍ່ສູ້ກູ້ຊາດ ກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງພວກເຮົາ, ພ້ອມທັງເປັນການ ປູກຈິດສຳນຶກ ໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນຮຸ່ນຫລັງ ກໍຄືທົ່ວສັງ ຄົມ ໃຫ້ເຫັນຄວາມສຳຄັນຂອງການ ອະນຸລັກປາ ແລະ ສັດນໍ້າ ແນໃສ່ ເພີ່ມຄວາມອຸດົມສົມບູນ ແລະ ໃຫ້ມີ ຄວາມຍືນຍົງຕະຫລອດໄປ. ທ່ານ ກິແກ້ວ ສິງນາວົງ ຍັງໃຫ້ ຮູ້ອີກວ່າ: ວັນທີ 13 ກໍລະກົດ ຂອງ ທຸກໆປີແມ່ນວັນປ່ອຍປາ ແລະ ສັດ ນໍ້າແຫ່ງຊາດ ທີ່ໄດ້ກຳນົດໃນກົດ ໝາຍວ່າດ້ວຍສັດນໍ້າ ແລະ ການປະ ມົງ ເຊິ່ງໃນໄລຍະຜ່ານມາກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ປະສານສົມ ທົບກັບທຸກພາກສ່ວນທັງຂັ້ນສູນ ກາງ ແລະ ທ້ອງຖິ່ນ ໃຫ້ຄວາມສຳ ຄັນຕໍ່ວັນດັ່ງກ່າວ ດ້ວຍການໂຄສະ ນາເຜີຍແຜ່ກົດໝາຍ ແລະ ບັນດານິ ຕິກຳຕ່າງໆທີ່ກ່ຽວຂ້ອງຢ່າງກວ້າງ ຂວາງໃນຂອບເຂດທົ່ວປະເທດ ເພື່ອ ເຮັດໃຫ້ທຸກພາກສ່ວນໃນສັງຄົມ ເຂົ້າໃຈ ແລະ ເອົາໃຈໃສ່ຕໍ່ວຽກງານ ການພັດທະນາ, ການອະນຸລັກ, ການ ຄຸ້ມຄອງ ແລະ ນຳໃຊ້ປາ ແລະ ສັດ ນໍ້າ ໃຫ້ມີຄວາມຍືນຍົງ ເພື່ອປະກອບ ສ່ວນເຂົ້າໃນການຄໍ້າປະກັນສະບຽງ ອາຫານ ແລະ ໂພຊະນາການ, ພ້ອມ ທັງຜະລິດເປັນສິນຄ້າ ເພື່ອສ້າງລາຍ ຮັບໃຫ້ປະຊາຊົນລາວນັບມື້ຫລາຍ ຂຶ້ນ.ຢ່າງໃດກໍຕາມໃນປີ 2021ຜ່ານ ມາ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ສົມທົບກັບພາກສ່ວນຕ່າງໆທີ່ ກ່ຽວຂ້ອງປ່ອຍປາໄດ້ 58 ລ້ານໂຕ, ປີ 2022 ໄດ້ 61 ລ້ານໂຕ ແລະ ປີ 2023 ປ່ອຍໄດ້ 62 ລ້ານໂຕ ເຊິ່ງຂະ ແໜງກະສິກຳ ແລະ ປ່າໄມ້ ໄດ້ເອົາ ໃຈໃສ່ພັດທະນາ, ຊຸກຍູ້-ສົ່ງເສີມພື້ນ ຖານການຜະລິດແນວພັນປາ-ແນວ ພັນສັດນ້ຳ ເຊິ່ງທົ່ວປະເທດມີສູນ, ສະຖານີທີ່ຜະລິດລູກປາ ຂອງລັດ ຫລາຍກວ່າ 50 ແຫ່ງ, ຟາມຜະລິດ ລູກປາ ຂອງເອກະຊົນ ຫລາຍກວ່າ 140 ແຫ່ງ ແລະ ການຜະລິດລູກປາ ແບບຄອບຄົວມີຫລາຍກວ່າ 400 ແຫ່ງ, ສາມາດສະໜອງແນວພັນ ປາ ໃຫ້ສັງຄົມໄດ້ໂດຍພື້ນຖານ 290 ລ້ານກວ່າໂຕ ຫລື ເທົ່າກັບ 73% ຂອງຄວາມຕ້ອງການພາຍໃນ. ບັນ ດາສູນດັ່ງກ່າວ, ໄດ້ຄົ້ນຄວ້າທົດລອງ ລ້ຽງ ແລະ ຂະຫຍາຍພັນປາ ແລະ ສັດນໍ້າພື້ນເມືອງໄດ້ຫລາຍຊະນິດ ເປັນຕົ້ນ ປາເຄິງ, ປາກົດ, ປາເໝັ້ນ ແລະ ປາເຂັງ. ພ້ອມກັນນັ້ນ, ບັນດາ ທ້ອງຖິ່ນກໍໄດ້ເອົາໃຈໃສ່ການອະນຸ ລັກສັດນ້ຳ ດ້ວຍການສ້າງວັງສະ ຫງວນ ຕາມແຫລ່ງນ້ຳທຳມະຊາດ ຕ່າງໆ. ມາຮອດປັດຈຸບັນໃນທົ່ວປະ ເທດ ມີວັງສະຫງວນປາ ຫລາຍກວ່າ 1.100ວັງ.ໃນນັ້ນ,ມີຄະນະຄຸ້ມຄອງ ວັງສະຫງວນແລ້ວ 890 ວັງ. ພ້ອມ ນີ້, ຍັງໄດ້ເຄື່ອນໄຫວວຽກງານຄຸ້ມ ຄອງ ແລະ ປົກປັກຮັກສາປາ ແລະ ສັດນໍ້າ ຮ່ວມກັບພາກພື້ນ ແລະ ສາ ກົນຢ່າງຕັ້ງໜ້າ ເພື່ອສ້າງ ແລະ ຄຸ້ມ ຄອງວັງສະຫງວນ, ຄຸ້ມຄອງຊະນິດ ພັນປາທີ່ໃກ້ຈະສູນພັນ ແລະ ອະນຸ ລັກສັດນໍ້າອື່ນໆ. ໂອກາດນີ້, ທ່ານ ກິແກ້ວ ສິງນາວົງ ຍັງໄດ້ຕາງໜ້າໃຫ້ຂະ ແໜງກະສິກຳ-ປ່າໄມ້ ຮຽກຮ້ອງມາ ຍັງພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ໃນທົ່ວສັງຄົມຈົ່ງ ພ້ອມກັນຮ່ວມແຮງຮ່ວມໃຈຄຸ້ມ ຄອງ, ພັດທະນາ, ອະນຸລັກຮັກສາປາ ແລະ ສັດນໍ້າ ໂດຍສະເພາະສຸມໃສ່ ການປ່ອຍປາ ແລະ ສັດນໍ້າ ຄືນສູ່ ແຫລ່ງນໍ້າທໍາມະຊາດ ເພີ່ມຄວາມ ອຸດົມສົມບູນທາງດ້ານຊະນິດພັນ ແລະ ຈໍານວນປະຊາກອນຂອງປາ ແລະ ສັດນໍ້າ ທີ່ເປັນມໍລະດົກທາງທໍາ ມະຊາດຂອງຊາດ ໃຫ້ຊົມໃຊ້ແບບ ຍືນຍົງ ແລະ ໃຫ້ເປັນມໍລະດົກຕົກ ທອດຮອດເຊັ່ນລູກເຊັ່ນຫລານຂອງ ພວກເຮົາຕະຫລອດໄປ. ພ້ອມນັ້ນ, ກໍຮຽກຮ້ອງມາຍັງຜູ້ປະກອບການ ແລະ ພໍ່ແມ່ປະຊາຊົນ ຈົ່ງພ້ອມກັນ ລົງທຶນໃສ່ການລ້ຽງປາ ແລະ ສັດນໍ້າ ໃຫ້ຫລາຍຂຶ້ນ ແລະ ຖືກຕ້ອງຕາມ ກົດໝາຍ ເພື່ອເປັນການສ້າງເສດຖະ ກິດ, ສ້າງລາຍຮັບໃຫ້ຄອບຄົວ ແລະ ປະເທດຊາດໃຫ້ຫລາຍຂຶ້ນ. ຂ່າວ-ພາບ: ທະນູທອງ ໜ້າໃນການກະກຽມເປັນເຈົ້າພາບ ຈັດກອງປະຊຸມດັ່ງກ່າວ. ມາຮອດ ປັດຈຸບັນ, ບັນດາອະນຸກຳມະການ ຮັບຜິດຊອບແຕ່ລະໜ້າວຽກ ກໍຄື ຂະແໜງການທີ່ກ່ຽວຂ້ອງໄດ້ສຸມ ໃສ່ກະກຽມຄວາມພ້ອມຮອບດ້ານ ເຊັ່ນ: ດ້ານເນື້ອໃນ, ດ້ານສະຖານທີ່ ພັກເຊົາ, ຍານພາຫະນະຮັບໃຊ້ກອງ ປະຊຸມ, ການໂຄສະນາ, ການປະດັບ ປະດາ, ການປັບປຸງຖະໜົນຫົນທາງ ແລະ ສະໜາມບິນ, ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ, ການສື່ສານ ແລະ ອິນເຕີເນັດ, ບຸກ ຄະລາກອນ, ແຜນງົບປະມານ, ສະ ຖານທີ່ທ່ອງທ່ຽວ ແລະ ອື່ນໆ ທີ່ມີ ຄວາມຈຳເປັນ ເຊິ່ງເຫັນວ່າມີຄວາມ ຄືບໜ້າເປັນຢ່າງດີໃນທຸກດ້ານ ແລະ ມີຄວາມພ້ອມຢ່າງຮອບດ້ານ ໃນ ການເປັນປະທານ ແລະ ເຈົ້າພາບ ກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ ຄັ້ງທີ 57 ແລະ ກອງ ປະຊຸມອື່ນໆ ທີ່ກ່ຽວຂ້ອງທີ່ຈະຈັດ ຂຶ້ນໃນທ້າຍເດືອນກໍລະກົດນີ້. ທ່ານ ສະເຫລີມໄຊ ກົມມະສິດ ຍັງໃຫ້ຮູ້ອີກວ່າ: ການເປັນປະທານ ອາຊຽນ ຂອງ ສປປ ລາວ ໃນປີ 2024 ນີ້, ແມ່ນພາຍໃຕ້ຄຳຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ຫລື ພາ ສາອັງກິດແມ່ນ “ASEAN: Enhacning Connectivity and Resilience”ເຊິ່ງໄດ້ກຳນົດ 9 ບຸລິ ມະສິດ ສຳລັບການເປັນປະທານອາ ຊຽນ ເພື່ອຜັນຂະຫຍາຍຄຳຂວັນ ປະທານອາຊຽນດັ່ງກ່າວ ເຊິ່ງປະ ກອບມີ 2 ກຸ່ມຄື: ພາຍໃຕ້ “ເພີ່ມ ທະວີການເຊື່ອມຈອດອາຊຽນ” ມີ 4 ບຸລິມະສິດ ແລະ ພາຍໃຕ້ “ເພີ່ມ ທະວີຄວາມເຂັ້ມແຂງອາຊຽນ” ມີ 5 ບຸລິມະສິດ. ກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ ຄັ້ງທີ 57 ຈະໄດ້ ຮັບຮອງເອົາຖະແຫລງການຂອງ ລັດຖະມົນຕີຕ່າງປະເທດ ຫລື Joint Communiqué ເຊິ່ງປັດຈຸບັນ, ໜ່ວຍງານວິຊາການກຳລັງເຈລະ ຈາຮ່າງຖະແຫລງການດັ່ງກ່າວ ແລະ ເຫັນວ່າມີຄວາມຄືບໜ້າດີ. ພ້ອມນີ້, ຍັງຈະໄດ້ສຸມໃສ່ປຶກສາຫາລື ການຈັດຕັ້ງປະຕິບັດວິໄສທັດປະຊາ ຄົມອາຊຽນ 2025 ແລະ ການສ້າງ ແຜນຍຸດທະສາດ ເພື່ອຈັດຕັ້ງປະ ຕິບັດວິໄສທັດປະຊາຄົມອາຊຽນ 2045 ເຊິ່ງ ສປປ ລາວ ເຮົາໄດ້ເປັນ ປະທານຮ່ວມກັບມາເລເຊຍ ໃນນາມ ປະທານອາຊຽນ ຜູ້ຕໍ່ໄປນຳພາການ ຮ່າງແຜນຍຸດທະສາດ ເພື່ອຈັດຕັ້ງ ວິໄສທັດປະຊາຄົມ 2045 ເຊິ່ງປະ ກອບດ້ວຍແຜນຍຸດທະສາດປະຊາ ຄົມການເມືອງ-ຄວາມໝັ້ນຄົງ ອາ ຊຽນ, ແຜນຍຸດທະສາດປະຊາຄົມ ເສດຖະກິດອາຊຽນ, ແຜນຍຸດທະ ສາດປະຊາຄົມວັດທະນະທຳ-ສັງ ຄົມອາຊຽນ ແລະ ແຜນຍຸດທະສາດ ການເຊື່ອມຈອດອາຊຽນ. ສຳລັບ ການຮ່ວມມືລະຫວ່າງອາຊຽນ ກັບ ພາຍນອກ,ອາຊຽນກໍຈະໄດ້ຮ່ວມກັບ 11 ຄູ່ເຈລະຈາ ທົບທວນການຮ່ວມ ມື ແລະ ກໍານົດແຜນການຮ່ວມມືໃນ ຕໍ່ໜ້າ ແນໃສ່ປະກອບສ່ວນເຂົ້າໃນ ຂະບວນການສ້າງປະຊາຄົມອາ ຊຽນ ໃນໂອກາດນີ້, ສປປລາວກໍຈະ ໄດ້ເປັນປະທານຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນອົດສະຕຣາລີ ໃນນາມປະເທດປະ ສານງານ (2021-2024). ຫລັງ ຈາກນັ້ນ, ສປປ ລາວ ກໍຈະຮັບໜ້າທີ່ ເປັນປະເທດປະສານງານສໍາລັບອາ ຊຽນ-ການາດາ (2024-2027) ແລະ ເປັນປະທານຮ່ວມອາຊຽນ ບວກສາມ, ເປັນປະທານກອງປະ ຊຸມລັດຖະມົນຕີຕ່າງປະເທດ ຂອງ ກອງປະຊຸມສຸດຍອດອາຊີຕາເວັນ ອອກ(EAS ເຊິ່ງມີ19ປະເທດເຂົ້າ ຮ່ວມ) ແລະ ກອງປະຊຸມເວທີພາກ ພື້ນອາຊຽນ ຄັ້ງທີ 31 ມີ 27 ປະ ເທດເຂົ້າຮ່ວມ. ນອກຈາກນີ້, ກໍຍັງຈະມີກອງປະ ຊຸມປິ່ນອ້ອມອື່ນໆກັບປະເທດຄູ່ຮ່ວມ ມືຂະແໜງການຕ່າງໆ ແລະ ຄູ່ຮ່ວມ ມືແມ່ນໍ້າຂອງນຳອີກ. ສັງລວມແລ້ວ ຈະມີກອງປະຊຸມປະມານ 25 ກອງ ປະຊຸມ ແລະ ມີລັດຖະມົນຕີຕ່າງປະ ເທດຕາງໜ້າ 35 ປະເທດເຂົ້າຮ່ວມ. ສໍາລັບເອກະສານທີ່ຈະຮັບຮອງ, ຮັບ ຊາບ ແລະ ຈະອອກໃນກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ນີ້ ມີປະມານ 29 ສະບັບ. ໃນນັ້ນ, ເອກະສານທີ່ຈະຮັບຮອງມີ 14ສະບັບ, ເອກະສານທີ່ຈະຮັບຊາບ ມີ 10 ສະບັບ ແລະ ເອກະສານທີ່ ຈະ ອອກມີ 5 ສະບັບ ໃນນີ້ລວມມີຖະ ແຫລງການຮ່ວມຂອງລັດຖະມົນ ຕີຕ່າງປະເທດອາຊຽນ ຄັ້ງທີ 57 ເຊິ່ງຖືວ່າເປັນເອກະສານທີ່ສຳຄັນ ອັນໜຶ່ງ ຂອງກອງປະຊຸມ. ນອກນັ້ນ, ກໍມີເອກະສານສຳຄັນອື່ນໆ ເປັນ ຕົ້ນບັນດາຖະແຫລງການຮ່ວມ ຕ່າງໆລະຫວ່າງ ອາຊຽນ ແລະ ຄູ່ເຈ ລະຈາຂອງອາຊຽນ ພວມຢູ່ໃນຂັ້ນ ຕອນການປຶກສາຫາລືລະຫວ່າງອາ ຊຽນ ແລະ ຄູ່ເຈລະຈາທີ່ກ່ຽວຂ້ອງ. ກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ ຄັ້ງທີ 57 ມີຄວາມ ສຳຄັນຫລາຍ ເພາະຈະເປັນການກະ ກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນຄັ້ງທີ44ແລະ45ກໍຄືກອງ ປະຊຸມສຸດຍອດອື່ນໆກ່ຽວຂ້ອງທີ່ ຈະຈັດຂຶ້ນໃນວັນທີ 8-11 ຕຸລາ 2024 ແລະ ຜົນສໍາເລັດຂອງການ ເປັນເຈົ້າພາບ ແລະ ເປັນປະທານ ກອງປະຊຸມດັ່ງກ່າວ, ຈະເປັນການ ຍົກສູງບົດບາດຂອງ ສປປ ລາວ ໃນ ເວທີພາກພື້ນ ແລະ ສາກົນ. ພ້ອມກັນ ນັ້ນ, ກໍເປັນການສ້າງໂອກາດໃນ ການຊຸກຍູ້ ແລະ ສົ່ງເສີມການຄ້າ, ການລົງທຶນ, ທ່ອງທ່ຽວ ແລະ ໂຄ ສະນາເຜີຍແຜ່ຮີດຄອງປະເພນີອັນ ດີງາມຂອງຊາດລາວ ໃຫ້ບັນດາ ຄະນະຜູ້ແທນ ແລະ ນັກຂ່າວຈາກປະ ເທດສະມາຊິກອາຊຽນ, ຄູ່ເຈລະຈາ ແລະ ຄູ່ຮ່ວມມືພາຍນອກອາຊຽນ, ທັງເປັນການສົ່ງເສີມປີທ່ອງທ່ຽວ ລາວ 2024 ຕື່ມອີກ. ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ຮຽກຮ້ອງໃຫ້ທົ່ວ ສັງຄົມ ກໍຄື ປະຊາຊົນລາວບັນດາ ເຜົ່າ ມີຄວາມເຂົ້າໃຈພາລະບົດບາດ ອັນສໍາຄັນໃນການທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ແລະ ປະ ທານກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ ຄັ້ງທີ 57, ພ້ອມທັງ ໃຫ້ປະກອບສ່ວນເປັນເຈົ້າພາບທີ່ດີ ແລະ ພ້ອມກັນຮັກສາຄວາມສະ ຫງົບ, ອຳນວຍຄວາມສະດວກ, ຮັກສາຄວາມສະອາດ, ຄວາມເປັນ ລະບຽບຮຽບຮ້ອຍໃນສັງຄົມເພື່ອ ເຮັດໃຫ້ການນຳເນີນກອງປະຊຸມ ດັ່ງກ່າວ, ປະສົບຜົນສຳເລັດຢ່າງ ຈົບງາມ. ຂ່າວ: ທະນູທອງ, ພາບ: ຂັນໄຊ ລົງຮ່ວມມືສອງຝ່າຍ ໃນທຸກໆດ້ານໃນໄລຍະຜ່ານມາ ກໍຄື ຜົນຂອງ ກອງປະຊຸມລະຫວ່າງສອງລັດຖະບານທີ່ໄດ້ເປັນເອກະພາບຮ່ວມກັນ, ສະແດງອອກຄື: ການຮ່ວມມືທາງດ້ານການເມືອງ ແລະ ການຕ່າງ ປະເທດສືບຕໍ່ມີຄວາມໜັກແໜ້ນ, ໝັ້ນທ່ຽງ ແລະ ນັບມື້ມີຄວາມໃກ້ຊິດ ສະໜິດສະໜົມ ສ້າງໄດ້ຄວາມເຊື່ອໝັ້ນ ເຊິ່ງກັນ ແລະ ກັນ ໃນລະດັບສູງ, ມີການ ໄປມາ ແລະ ພົບປະລະຫວ່າງການນໍາຂັ້ນສູງ ແລະ ທຸກລະດັບເປັນ ປົກກະຕິ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບນັບ ມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ມີປະສິດທິພາບດ້ວຍຫລາຍຮູບ ການ ແລະ ວິທີການຕ່າງໆ ທີ່ແໜ້ນແຟ້ນ, ມີຄວາມໃກ້ຊິດເພື່ອຮັບມືກັບ ສະພາບການໃໝ່ທີ່ນັບມື້ນັບຜັນແປຢ່າງສະຫລັບສັບຊ້ອນ ແລະ ຮັກສາ ໄດ້ຊາຍແດນລາວ-ຫວຽດນາມ ໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ ແລະ ພັດທະນາແບບຍືນຍົງ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ, ການສຶກສາ, ການທ່ອງ ທ່ຽວ ແລະ ອື່ນໆ ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ນໍາເອົາຜົນປະ ໂຫຍດຢ່າງເປັນຮູບປະທໍາມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ເປັນຢ່າງດີ; ການພົວພັນຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ລວມເຖິງອົງການຈັດຕັ້ງມະຫາຊົນ ແລະ ລະຫວ່າງປະຊາ ຊົນກັບປະຊາຊົນ ກໍນັບມື້ນັບໃກ້ຊິດສະໜິດສະໜົມ ແລະ ມີປະສິດຜົນ. ພ້ອມນີ້, ສອງຝ່າຍ ໄດ້ຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ໃນການເພີ່ມທະວີ ແລະ ຮັດ ແໜ້ນປະສານສົມທົບກັນຢ່າງໃກ້ຊິດ ເພື່ອຜັນຂະຫຍາຍການຮ່ວມມືຮອບ ດ້ານໃນທຸກຂົງເຂດວຽກງານ ເປັນຕົ້ນ ການຮ່ວມມືທາງດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມຈອດດ້ານພື້ນຖານໂຄງລ່າງ, ເຕັກໂນ ໂລຊີ, ວັດທະນະທໍາ-ສັງຄົມ, ການສຶກສາ, ການທ່ອງທ່ຽວ ແລະ ອື່ນໆ. ຜົນສໍາເລັດຂອງການຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ຂອງສະຫາຍ ໂຕ ເລິມ ຄັ້ງນີ້ ຈະປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມອ້າຍນ້ອງ ທີ່ມີມາ ແຕ່ດົນນານແລ້ວນັ້ນ ໃຫ້ມີຄວາມແໜ້ນເເຟ້ນ ຈະເລີນງອກງາມ ແລະ ເກີດ ດອກອອກຜົນຍິ່ງໆຂຶ້ນ.
RkJQdWJsaXNoZXIy MTc3MTYxMQ==