5915

75 o'k,7;k,fu muj gxa ove,t8t{pyj '.spj 0v'ltskp dy , vy o -5 ' z6 h oemu j py j '.spj 0v'xt-k-q o lxx gdq ks]u xtgmf]k; 4 3]d c]t gsfdko *** ຕໍ່ຈາກສະບັບກ່ອນ*** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 11/07/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ພວກຂ້າພະເຈົ້າ ຈະສືບຕໍ່ເສີມຂະ ຫຍາຍສາຍພົວພັນມິດຕະພາບທີ່ ເປັນມູນເຊື້ອທີ່ສ້າງຕັ້ງຂຶ້ນໂດຍການ ນຳໃນເມື່ອກ່ອນ ໃຫ້ກ້າວຂຶ້ນສູ່ລະ ດັບສູງອັນໃໝ່ ສົມກັບຄວາມມຸ່ງ ມາດປາດຖະໜາຂອງຜູ້ນຳສອງປະ ເທດພວກເຮົາແລະຕາມຄວາມຮຽກ ຮ້ອງຕ້ອງການຂອງຍຸກສະໄໝໃໝ່. ໃນປັດຈຸບັນ, ສາຍພົວພັນມິດຕະ ພາບສອງປະເທດພວກເຮົາ ໄດ້ກ້າວ ເຂົ້າສູ່ໄລຍະອັນໃໝ່ແຫ່ງການພັດ ທະນາ ພາຍໃຕ້ການເອົາໃຈໃສ່ອັນ ເລິກເຊິ່ງຂອງສະຫາຍ ກິມ ເຈິງ ອຸນ, ເລຂາທິການໃຫຍ່ພັກແຮງງານ ເກົາຫລີ, ປະທານກິດຈະການແຫ່ງ ລັດ ແຫ່ງ ສປປ ເກົາຫລີ ແລະ ສະ ຫາຍ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ ຄະນະບໍລິຫານງານສູນກາງ ພັກປະຊາຊົນປະຕິວັດລາວ, ປະ ທານປະເທດ ແຫ່ງ ສປປ ລາວ. ໃນຊຸມປີຜ່ານມານີ້, ການພົວພັນ ສອງຝ່າຍໄດ້ຮັບການຮັດແໜ້ນຢ່າງ ສະໝ່ຳສະເໝີ ຊຶ່ງສະແດງອອກໃນ ການແລກປ່ຽນສານຊົມເຊີຍລະ ຫວ່າງການນຳສອງປະເທດພວກ ເຮົາ ແລະ ໃນການແລກປ່ຽນການ ຢ້ຽມຢາມເຊິ່ງກັນ ແລະ ກັນຂອງ ຄະນະຜູ້ແທນການນຳພັກ, ລັດ ຂອງ ສອງປະເທດ ຢ່າງເປັນປົກກະຕິ ຊຶ່ງ ອັນພົ້ນເດັ່ນແມ່ນການຢ້ຽມຢາມ ສປປລາວແລະ ເຮັດວຽກກັບຄະນະ ພົວພັນຕ່າງປະເທດສູນກາງພັກປະ ຊາຊົນປະຕິວັດລາວ ແລະ ເຂົ້າຢ້ຽມ ຂໍ່ານັບສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ ຂອງຄະນະຜູ້ແທນ ຂັ້ນສູງຂອງພັກແຮງງານເກົາຫລີ ທີ່ນຳໂດຍ ສະຫາຍ ຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກ ແຮງງານເກົາຫລີ ໃນທ້າຍເດືອນມີ ນາ 2024 ທີ່ຜ່ານມາ. ພວກຂ້າພະ ເຈົ້າເຊື້ອໝັ້ນວ່າ ການພົວພັນຮ່ວມມື (ເນື່ອງໃນໂອກາດຄົບຮອບ 30 ປີ ແຫ່ງການມໍລະນະກຳ ຂອງສະຫາຍ ກິມ ອິນ ຊຸງ ຜູ້ນຳທີ່ຍິ່ງໃຫຍ່ ຂອງປະຊາຊົນເກົາຫລີ) ດັ່ງກ່າວນີ້ຈະສືບຕໍ່ໄດ້ຮັບການຮັດ ແໜ້ນ ແລະ ພັດທະນາຢ່າງບໍ່ຢຸດ ຢັ້ງດ້ວຍຄວາມພະຍາຍາມຮ່ວມກັນ ຂອງສອງປະເທດພວກເຮົາ. ໃນປັດຈຸບັນ, ປະຊາຊົນ ສປປ ເກົາຫລີ ຍົກສູງມະຕິກອງປະຊຸມ ໃຫຍ່ ຄັ້ງທີ 8 ຂອງພັກ ແລະ ດໍາເນີນ ການສູ້ຊົນຢ່າງມີຂະບວນຟົດຟື້ນ ເພື່ອສ້າງຄວາມຮັບປະກັນອັນໜັກ ແໜ້ນໃຫ້ແກ່ການຈັດຕັ້ງຜັນຂະ ຫຍາຍແຜນການພັດທະນາເສດ ຖະກິດແຫ່ງຊາດໄລຍະ 5 ປີ ໃຫ້ສຳ ເລັດຜົນ ໂດຍສືບຕໍ່ເສີມຂະຫຍາຍຂະ ບວນການສູ້ຊົນຂອງທົ່ວປວງຊົນ ຢ່າງກວ້າງຂວາງ ເພື່ອເປີດໄລຍະ ໃໝ່ໃນການກໍ່ສ້າງສັງຄົມນິຍົມ. ຍ້ອນມີ ສະຫາຍ ກິມ ເຈິງ ອຸນ, ເລຂາທິການໃຫຍ່ພັກແຮງງານເກົາ ຫລີ, ປະທານກິດຈະການ ແຫ່ງລັດ ແຫ່ງສາທາລະນະລັດ ປະຊາຊົນປະ ຊາທິປະໄຕເກົາຫລີ, ຄຸນງາມຄວາມ ດີອັນຍິ່ງໃຫຍ່ຂອງ ສະຫາຍ ກິມ ອິນ ຊຸງ ແລະ ສະຫາຍ ກິມ ເຈິງ ອິນ ຈະ ຍືນຍົງຕະຫລອດໄປ ແລະ ແຜນ ການກໍ່ສ້າງສັງຄົມນິຍົມທີ່ຮັ່ງມີ, ເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ ຂອງສະຫາຍ ຈະໄດ້ຮັບການປະຕິ ບັດຢ່າງແນ່ນອນ. m6 f]k; pn j olko8k8A '8+ xtmkokmy [= fu csj ' lkmk]tot]a f c-a d[u ຂປລ. ວັນທີ 5 ກໍລະກົດ 2024 ຜ່ານມາ, ທີ່ສຳນັກງານປະທານາ ທິບໍດີ ສ ແຊັກບີ, ນະຄອນຫລວງ ເບນກຣາດ (Belgrade),ປະເທດ ສ ແຊັກບີ, ທ່ານ ຄໍາພອນ ວົງສັນຕິ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສປປ ລາວ ໄດ້ ຍື່ນສານຕາຕັ້ງຕໍ່ທ່ານ ອາເລັກ ຊານດາວູຊິກ (H.E.Mr.Aleksandar Vučić) ປະທານາທິບໍດີແຫ່ງ ສາທາລະນະລັດ ແຊັກບີ ເພື່ອດຳລົງ ຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດປະຊາທິປະໄຕ ປະ ຊາຊົນລາວ ຄົນໃໝ່ ປະຈຳ ສ ແຊັກ ບີ ເຊິ່ງມີສຳນັກງານຕັ້ງຢູ່ນະຄອນ ຫລວງ ບູດາແປສ, ປະເທດຮົງກາຣີ. ການເຂົ້າຮ່ວມພິທີດັ່ງກ່າວ, ປະ ກອບມີບັນດາທ່ານເອກອັກຄະລັດ ຖະທູດ ທີ່ບໍ່ມີສຳນັກງານສະຖານ ທູດຕັ້ງຢູ່ ສ ແຊັກບີ ເຂົ້າຮ່ວມທັງໝົດ 14 ປະເທດ ຄື: ສາທາລະນະລັດ ເຊຍຣາເລອອນ (Sierra Leone), ໄທ, ນາມີເບຍ, ອາຟຣິກາໃຕ້,ຊອກ ດານີ (Jordan), ບຸຣຸນດີ (Burundi), ຊໍາບີ (Zambia), ກາເມີ ຣຸນ(Cameroon), ຕັງຊານີ (Tanzania), ເປຣູ, ລິດຕົວນີ, ກົວເຕມາລາ, ລຸກຊໍາບວກ ແລະ ສປປ ລາວ. ພາຍຫລັງສຳເລັດພິທີ, ທ່ານ ເອກອັກຄະລັດຖະທູດລາວຄົນໃໝ່ ໄດ້ພົບປະໂອ້ລົມກັບທ່ານປະທານາ ທິບໍດີ ໂດຍໄດ້ຕີລາຄາສູງຕໍ່ການ ພົວພັນທີ່ດີລະຫວ່າງ ສປປ ລາວ ແລະ ສ ແຊັກບີທີ່ມີມາແຕ່ດົນນານ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງ ສາຍພົວພັນການທູດນຳກັນ ໃນວັນ ທີ 25 ກັນຍາ 1962 ເປັນຕົ້ນມາ ເຊິ່ງສອງຝ່າຍໄດ້ມີຄວາມພະຍາ ຍາມເສີມຂະຫຍາຍສາຍພົວພັນ ແລະການຮ່ວມມືຢູ່ໃນເວທີພາກພື້ນ ແລະ ສາກົນ ລວມທັງການພົວພັນ ສອງຝ່າຍໂດຍສະເພາະວຽກງານ ການສຶກສາ, ການທ່ອງທ່ຽວ ແລະ ເສດຖະກິດໃຫ້ຂະຫຍາຍຕົວ ເພີ່ມ ຂຶ້ນ. ພ້ອມກັນນີ້, ທ່ານເອກອັກຄະ ລັດຖະທູດກໍໄດ້ນຳເອົາຄວາມຢື້ຢາມ ຖາມຂ່າວອັນອົບອຸ່ນພ້ອມດ້ວຍພອນ ໄຊອັນປະເສີດຈາກທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ທ່ານ ອາເລັກ ຊານດາ ວູຊິກ ແລະ ຜ່ານທ່ານໄປຍັງລັດຖະ ບານ ແລະ ປະຊາຊົນ ແຊັກບີ ທຸກ ທົ່ວໜ້າ. ນອກຈາກນັ້ນ, ທ່ານເອກ ອັກຄະລັດຖະທູດ ຍັງໄດ້ນໍາເອົາ ຄໍາເຊື້ອເຊີນຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງທ່ານປະທານາທິບໍດີ ສ ແຊັກບີ ເພື່ອໄປຢ້ຽມຢາມ ສປປ ລາວຢ່າງເປັນທາງການໃນໂອກາດ ທີ່ເໝາະສົມ. ໃນໂອກາດດັ່ງກ່າວ, ທ່ານ ອາເລັກຊານດາ ວູຊິກ ກໍໄດ້ສະແດງ ຄວາມຍິນດີ ແລະ ຊົມເຊີຍທ່ານ ຄໍາພອນ ວົງສັນຕິ ໃນການດໍາລົງ ຕໍາແໜ່ງເປັນເອກອັກຄະລັດຖະທູດ ສປປ ລາວ ຄົນໃໝ່ປະຈຳ ສ ແຊັກບີ ແລະ ໄດ້ສະແດງຄວາມຂອບໃຈຕໍ່ ຄໍາອວຍພອນ ແລະ ການເຊື້ອເຊີນ ຈາກປະທານປະເທດ ແຫ່ງ ສປປ ລາວ, ພ້ອມທັງສົ່ງຄຳຢື້ຢາມຖາມ ຂ່າວອັນອົບອຸ່ນ ແລະ ອວຍພອນໄຊ ອັນປະເສີດມາຍັງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ລັດຖະ ບານ ແລະ ປະຊາຊົນລາວ ທຸກທົ່ວ ໜ້າແລະອວຍພອນໃຫ້ທ່ານເອກອັກ ຄະລັດຖະທູດ ແຫ່ງ ສປປ ລາວ ຄົນ ໃໝ່ປະຕິບັດໜ້າທີ່ການທູດຂອງຕົນ ດ້ວຍຜົນສຳເລັດໃນການສົ່ງເສີມ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືລະຫວ່າງ ສອງປະເທດໃຫ້ ຂະຫຍາຍຕົວໃນຕໍ່ໜ້າ. ທາບທາມຄວາມເຫັນ... 5 ເດືອນຕົ້ນປີ ນວ... ກົມສູ້ຮົບ ຫັດແອບ..... ມີນັກລົງທຶນ ທັງພາຍໃນ ແລະ ຕ່າງ ປະເທດ ເຂົ້າມາລົງທຶນ ໃນທຸລະກິດ ການທ່ອງທ່ຽວ 58 ຫົວໜ່ວຍ. ທ່ານນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ນະຄອນ ຫລວງວຽງຈັນ ໄດ້ໃຫຮູ້ໃນກອງປະ ຊຸມສະໄໝສາມັນ ເທື່ອທີ 7 ຂອງສະ ພາປະຊາຊົນ ນວ ຊຸດທີ II ໃນວັນ ທີ 9 ກໍລະກົດ 2024 ນີ້ວ່າ: ໃນ 5 ເດືອນຕົ້ນປີ 2024 ນີ້, ນະຄອນ ຫລວງວຽງຈັນ ມີນັກທ່ອງທ່ຽວເຂົ້າ ມາທ່ອງທ່ຽວທັງໝົດ 674.196 ເທື່ອຄົນ ເພີ່ມຂຶ້ນ 26,31%, ທຽບ ໃສ່ໄລຍະດຽວກັນ ຂອງປີຜ່ານມາ. ໃນນັ້ນ, ລາຍຮັບທົ່ວສັງຄົມເພີ່ມ ຂຶ້ນ 44,02%, ສົມທຽບໃສ່ໄລຍະ ດຽວກັນຂອງປີຜ່ານມາ, ທຽບໃສ່ ແຜນການປີປະຕິບັດໄດ້ 67,42%. ພ້ອມກັນນີ້, ກໍມີນັກລົງທຶນທັງພາຍ ໃນ ແລະ ຕ່າງປະເທດເຂົ້າມາລົງ ທຶນ ໃນທຸລະກິດການທ່ອງທ່ຽວທັງ ໝົດ 58 ຫົວໜ່ວຍ. ໃນນັ້ນ, ທຸລະ ກິດດ້ານທີ່ພັກແຮມ 16 ຫົວໜ່ວຍ, ທຸລະກິດອາຫານ-ເຄື່ອງດື່ມ 20 ຫົວໜ່ວຍ, ບໍລິສັດທ່ອງທ່ຽວ 16 ຫົວໜ່ວຍ, ສະຖານທີ່ທ່ອງທ່ຽວ 2 ຫົວໜ່ວຍ ແລະ ທຸລະກິດນວດ ແລະ ສະປາ 4 ຫົວໜ່ວຍ. ທ່ານນາງ ວຽງພອນ ແກ້ວຄູນສີ ຍັງໃຫ້ຮູ້ອີກວ່າ: ການທ່ອງທ່ຽວ ແມ່ນຂະແໜງບໍລິການ ທີ່ຕິດພັນກັບ ຫລາຍພາກສ່ວນລວມທັງພາກລັດ ແລະ ທຸລະກິດທີ່ເປັນຜູ້ສະໜອງ ການບໍລິການ ໃຫ້ແກ່ທຸລະກິດການ ທ່ອງທ່ຽວ ເຊິ່ງໃນໄລຍະຜ່ານມາ ພະແນກຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວນະຄອນຫລວງ ວຽງຈັນ ໄດ້ເປັນເຈົ້າການປະສານ ສົມທົບກັບພາກສ່ວນກ່ຽວຂ້ອງໃນ ການດຳເນີນຈັດຕັ້ງປະຕິບັດ, ຜັນ ຂະຫຍາຍ ແລະ ຊຸກຍູ້ສົ່ງເສີມການ ປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນ ປີ 2024 ນີ້, ການຫັດແອບຈະໄດ້ ດຳເນີນ ເປັນແຕ່ລະໄລຍະນັບແຕ່ ວັນທີ 8 ກໍລະກົດ 2024 ເປັນຕົ້ນໄປ ຈົນສໍາເລັດກອງປະຊຸມສຸດຍອດ ອາຊຽນ ເຊິ່ງການຝຶກແອບດັ່ງກ່າວ, ມີທັງກາງເວັນ ແລະ ກາງຄືນຕາມ ແຜນທີ່ໄດ້ກຳນົດໄວ້. ດັ່ງນັ້ນ,ຈຶ່ງແຈ້ງໃຫ້ປະຊາຊົນໃນ ນະຄອນຫລວງວຽງຈັນ ກໍຄືມວນ ຊົນໃນຂອບເຂດທົ່ວປະເທດບໍ່ໃຫ້ ແຕກຕື່ນຕໍ່ການຫັດແອບໃນຄັ້ງນີ້. ຂ່າວ: ທະນູທອງ ສປປ ລາວ ສະຫລອງ... ອຸທະວົງ ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ແລະ ທ່ານ ບາກທິຢໍ ຄາດິເຣິບ ຜູ້ຕາງໜ້າ ອົງການສະຫະປະຊາຊາດກອງ ທຶນສຳລັບປະຊາກອນ(UNFPA) ປະຈຳ ສປປ ລາວ, ມີຜູ້ຕາງໜ້າ ຈາກພາກລັດ, ສະຖານທູດ, ຄູ່ ຮ່ວມພັດທະນາ, ອົງການຈັດຕັ້ງສັງ ຄົມ, ສື່ມວນຊົນ, ພາກເອກະຊົນ ແລະ ໄວໜຸ່ມ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ນາງ ພອນວັນ ອຸທະວົງ ໄດ້ມີຄໍາເຫັນວ່າ: ການສະເຫລີມ ສະຫລອງວັນປະຊາກອນໂລກ ປີນີ້, ສອດຄ່ອງກັບບົດລາຍງານສະ ຖານະພາບປະຊາກອນໂລກ ພາຍ ແຂວງພາກໃຕ້ ແລະ ຄະນະຮັບຜິດ ຊອບສ້າງຮ່າງກົດໝາຍວ່າດ້ວຍ ສັງຄົມສົງເຄາະເຂົ້າຮ່ວມ. ທັງນີ້, ກໍເພື່ອຍົກສູງຄຸນນະພາບການບໍລິ ການນະໂຍບາຍດ້ານວຽກງານສັງ ຄົມສົງເຄາະໃຫ້ມີປະສິດທິຜົນ ແລະ ການມີສ່ວນຮ່ວມຈາກສັງຄົມໃຫ້ ສູງຂຶ້ນ. ກອງປະຊຸມ, ໄດ້ຮັບຟັງການ ລາຍງານຄວາມຄືບໜ້າຂອງໂຄງ ຮ່າງກົດໝາຍ ວ່າດ້ວຍສັງຄົມສົງ ເຄາະ. ຈາກນັ້ນ, ຜູ້ແທນກອງປະຊຸມ ໄດ້ພ້ອມກັນປຶກສາຫາລືປະກອບ ຄຳຄິດເຫັນ, ອະທິບາຍຊີ້ແຈງຕໍ່ບັນ ດາມາດຕາຂອງຮ່າງກົດໝາຍວ່າ ດ້ວຍສັງຄົມສົງເຄາະ ເຊິ່ງປະກອບ ມີ 11 ພາກ, 66 ມາດຕາ. ໂອກາດນີ້, ທ່ານລີປາວຢາງ ໄດ້ ໃຫ້ຮູ້ວ່າ: ການສ້າງຮ່າງກົດໝາຍ ວ່າດ້ວຍສັງຄົມສົງເຄາະນີ້ ເປັນການ ຈັດຕັ້ງຜັນຂະຫຍາຍນະໂຍບາຍ ສັງຄົມ ຂອງພັກ-ລັດຖະບານກ່ຽວ ກັບ ການສ້າງສັງຄົມສາມັກຄີປອງ ດອງ, ສີວິໄລ ແລະ ຍຸຕິທຳ ໂດຍສະ ເພາະແມ່ນການຜັນຂະຫຍາຍບາງ ທັດສະນະຂອງພັກ ໃນກອງປະຊຸມ ໃຫຍ່ ຄັ້ງທີ 11 ຂອງພັກ ຕໍ່ວຽກສະ ຫວັດດີການສັງຄົມທີ່ວ່າ: ຍົກສູງຄຸນ ນະພາບ ແລະ ຄວາມສາມາດຂອງ ວຽກສັງຄົມສົງເຄາະ, ປັບປຸງ ແລະ ສ້າງເງື່ອນໄຂອັນຈຳເປັນເພື່ອຊ່ວຍ ເຫລືອຜູ້ດ້ອຍໂອກາດ ເພີ່ມທະວີ ບົດບາດຂອງລັດກັບການເຂົ້າຮ່ວມ ຈາກສັງຄົມ ໃຫ້ກວ້າງຂວາງ ແລະ ທັງແມ່ນການຍົກລະດັບນິຕິກຳໃຕ້ ກົດໝາຍຂຶ້ນມາເປັນກົດໝາຍ ໂດຍ ສະເພາະແມ່ນດຳລັດ 169/ລບ ໃຫ້ມີຜົນບັງຄັບໃຊ້ທົ່ວໄປ, ທັງເປັນ ການຍົກລະດັບຄວາມຮັບຜິດຊອບ ຂອງລັດຕໍ່ສັງຄົມແນໃສ່ຈັດຕັ້ງ ປະຕິບັດແຜນການສ້າງກົດໝາຍ ຂອງກະຊວງ ຮສສ ກໍຄືສະພາແຫ່ງ ຊາດໂດຍສະເພາະແມ່ນການສຸມ ໃສ່ຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023- 2025 ຂອງຄະນະປະຈຳສະພາ ແຫ່ງຊາດ ສະບັບເລກ ທີ 02/ ຄປຈ.ກກໝ, ລົງວັນທີ 28 ທັນວາ 2022 ໃຫ້ສຳເລັດຕາມແຜນການ ທີ່ວາງໄວ້. ພ້ອມນີ້, ທ່ານປະທານກອງປະ ຊຸມຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ກອງປະຊຸມ ແລະ ຄະນະຮັບຜິດ ຊອບ ແຕ່ລະຂະແໜງການ ແລະ ທ້ອງຖິ່ນຊ່ວຍກັນປະກອບຄວາມຄິດ ເຫັນທີ່ເປັນປະໂຫຍດໃຫ້ຄະນະຮັບ ຜິດຊອບນໍາໄປປັບປຸງເນື້ອໃນຮ່າງ ກົດໝາຍວ່າດ້ວຍສັງຄົມສົງເຄາະ ສະບັບນີ້ ໃຫ້ຄົບຖ້ວນ, ອຸດົມສົມບູນ, ສາມາດນໍາໄປປັບປຸງ ເພື່ອນໍາສະ ເໜີເຂົ້າຜ່ານກອງປະຊຸມລັດຖະບານ ແລະ ສະພາແຫ່ງຊາດ ຕາມແຜນທີ່ ກໍານົດໄວ້. ຂໍ້ມູນ-ພາບ: ຂ່າວສານ ຮສສ ໃຕ້ຫົວຂໍ້ “ສານຕໍ່ຄຳໝາຍໝັ້ນ: ຢຸດຕິຄວາມບໍ່ສະເໝີພາບດ້ານສິດ ທິສຸຂະພາບທາງເພດ ແລະ ສຸຂະ ພາບຈະເລີນພັນ” ເຊິ່ງສະແດງ ໃຫ້ເຫັນວ່າ ຄວາມສາມາດປັບໂຕ ຂອງຄອບຄົວ, ຊຸມຊົນ ແລະ ປະ ເທດບໍ່ໄດ້ເກີດຈາກສາຍພົວພັນຂອງ ບຸກຄົນໃດໜຶ່ງແຕ່ເກີດຈາກການ ເຊື່ອມໂຍງແລະການຫລໍ່ຫລອມເຂົ້າ ກັນ ຂອງສັງຄົມໂດຍລວມ. ພ້ອມນີ້, ທ່ານຍັງໄດ້ຕາງໜ້າໃຫ້ກະຊວງ ແຜນການ ແລະ ການລົງທຶນ ກໍຄື ລັດຖະບານຮຽກຮ້ອງ ມາຍັງທຸກຂະ ແໜງການຂັ້ນສູນກາງ ແລະ ທ້ອງ ຖິ່ນ ລວມທັງທຸກຂະແໜງການໃນ ສັງຄົມ ເພື່ອສືບຕໍ່ຈັດຕັ້ງປະຕິບັດບັນ ດາແຜນງານຕ່າງໆ, ນະໂຍບາຍ ຂອງ ສປປ ລາວ ແລະ ພິຈາລະນາ ຄົ້ນຄວ້າ ແລະ ນຳໃຊ້ຄວາມສາມາດ ທີ່ບົ່ມຊ້ອນພາຍໃນ; ພວກເຮົາຕ້ອງ ໄດ້ເພີ່ມການເກັບກ່ຽວຜົນປະໂຫຍດ ດ້ານປະຊາກອນແລະທ່າແຮງທີ່ບົ່ມ ຊ້ອນຂອງໄວໜຸ່ມທີ່ມີອັດຕາກວນ ເອົາກວ່າ 60% ຂອງປະຊາກອນ ທັງໝົດ. ພວກເຮົາຕ້ອງຮັບປະກັນ ວ່າເຂົາເຈົ້າໄດ້ຮັບການສຶກສາ,ມີທັກ ສະ, ມີສຸຂະພາບດີ, ໄດ້ຮັບການຈ້າງ ງານ ແລະ ມີສິດເປັນເຈົ້າຕົນເອງ ເພື່ອສາມາດປະກອບສ່ວນທີ່ສຳຄັນ ຕໍ່ການພັດທະນາປະເທດຊາດ. ພ້ອມກັນນີ້, ທ່ານ ບາກທິຢໍ ຄາດິເຣິບ ໄດ້ສະແດງຄວາມຊົມເຊີຍ ສປປ ລາວ ທີ່ໄດ້ໃຫ້ຄຳໝາຍໝັ້ນ ທີ່ເຂັ້ມແຂງ ແລະ ຕໍ່ເນື່ອງຕໍ່ແຜນ ດຳເນີນງານຂອງກອງປະຊຸມສາ ກົນວ່າດ້ວຍປະຊາກອນ ແລະ ການ ພັດທະນາ (ICPD) ໂດຍທ່ານໄດ້ ກ່າວວ່າ: ເມື່ອສາມສິບປີກ່ອນ, ໃນ ກອງປະຊຸມສາກົນ ວ່າດ້ວຍປະຊາ ກອນ ແລະ ການພັດທະນາ, ລັດຖະ ບານທົ່ວໂລກເຫັນດີ ເປັນເອກະພາບ ກັນວ່າ ສິດທິ ແລະ ສຸຂະພາບຈະ ເລີນພັນ ເປັນພື້ນຖານຫລັກ ຂອງ ການພັດທະນາຂອງໂລກ ແລະ ເປັນ ການປູທາງສູ່ຄວາມກ້າວໜ້າໃນ ຫລາຍທົດສະວັດ ເພື່ອຮັບຮູ້ສິດ ແລະ ທາງເລືອກ. ໃນປີ 1994, ສປປ ລາວ ເປັນໜຶ່ງໃນລັດຖະບານ ທີ່ໄດ້ຮັບຮອງເອົາແຜນດຳເນີນງານ ທີ່ສຳຄັນຢູ່ກອງປະຊຸມສາກົນວ່າ ດ້ວຍປະຊາກອນ ແລະ ການພັດທະ ນາ ທີ່ນະຄອນຫລວງໂຄໂຣ; ສ້າງ ແລະ ໄດ້ຮັບຮອງນະໂຍບາຍແຫ່ງ ຊາດດ້ານປະຊາກອນແລະການພັດ ທະນາ, ຍຸດທະສາດ, ກົດໝາຍຕ່າງໆ ແລະ ບັນດາແຜນດຳເນີນງານທີ່ ກ່ຽວຂ້ອງເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ແມ່ຍິງ, ຜູ້ຊາຍ,ເດັກຍິງ ແລະ ເດັກຊາຍ. ເຊິ່ງຄວາມພະຍາຍາມ ແລະ ພາລະກິດຂອງປະເທດ ໄດ້ສຸມ ໃສ່ເອົາປະຊາຊົນເປັນຈຸດໃຈກາງ ຂອງການພັດທະນາ; ສປປ ລາວ ມີຄວາມກ້າວໜ້າທີ່ພົ້ນເດັ່ນໃນການ ພັດທະນາສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ບົດບາດຍິງຊາຍ, ສິດທິມະນຸດ ແລະ ອາຍຸຍືນ. ໃນພິທີສະເຫລີມສະຫລອງຄັ້ງ ນີ້,ລັດຖະບານແຫ່ງສປປລາວແລະ ອົງການ UNFPA ໄດ້ວາງສະແດງ ບັນດາຜົນງານທີ່ປະສົບຜົນສໍາເລັດ ໃນປີທີ່ຜ່ານມາ, ສົ່ງເສີມການເຂົ້າ ເຖິງຂໍ້ມູນຂ່າວສານ ແລະ ການບໍລິ ການສຸຂະພາບທາງເພດ ແລະສຸຂະ ພາບຈະເລີນພັນຢ່າງທົ່ວເຖິງ, ຮັບ ຮູ້ເຖິງສິດທິໃນການຈະເລີນພັນ, ຫລຸດຜ່ອນອັດຕາການເສຍຊີວິດ ຂອງແມ່, ການສ້າງຄວາມເຂັ້ມແຂງ ໃຫ້ແກ່ແມ່ຍິງ ແລະ ໄວໜຸ່ມ ເພື່ອຮັບ ປະກັນວ່າ ບໍ່ມີຜູ້ໃດຖືກປະປ່ອຍໄວ້ ທາງຫລັງ. ຜົນສຳເລັດທີ່ສຳຄັນ ຫລາຍດ້ານຂອງ ສປປ ລາວ ລວມ ທັງການຫລຸດຜ່ອນອັດຕາສ່ວນ ຂອງປະຊາກອນທີ່ດຳລົງຊີວິດຕໍ່າ ກວ່າເສັ້ນຄວາມທຸກຍາກແຫ່ງຊາດ ຈາກ 48% ໃນປີ 1990 ມາເປັນ 18.3% ໃນປີ 2018-2019. ນອກ ນີ້, ຍັງໄດ້ຮັບຮູ້ເຖິງຄວາມຄືບ ໜ້າໃນການຫລຸດອັດຕາການເສຍ ຊີວິດຂອງແມ່ ຈາກ 905 ຕໍ່ການ ເກີດມີຊີວິດ 100.000 ຄົນ ໃນປີ 1990 ມາເປັນ 126 ຕໍ່ການເກີດ ລູກທີ່ມີຊີວິດ 100.000 ຄົນ ໃນປີ 2020 ເຊິ່ງອັດຕາການເກີດລູກ ທີ່ມີ ບຸກຄະລາກອນທີ່ມີຄວາມຊຳນານ ຊ່ວຍເກີດເພີ່ມຂຶ້ນເຖິງ 79.8%. ຂ່າວ: ສົມຫວັງ ທ່ອງທ່ຽວ ຢູ່ນະຄອນຫລວງວຽງ ຈັນ. ພາຍຫລັງທີ່ລັດຖະບານ ກໍຄືກະ ຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ປະກາດເປີດ ປີທ່ອງທ່ຽວລາວ 2024 ໃນໂອ ກາດງານບຸນນະມັດສະການພະ ທາດຫລວງ ປີ 2023 ເຊິ່ງເປັນເຫດ ການໜຶ່ງທີ່ສຳຄັນໃນການໂຄສະ ນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍມີເປົ້າໝາຍສຳຄັນ ເພື່ອຍົກສູງ ຄຸນຄ່າຂອງການທ່ອງທ່ຽວ ແລະ ຍູ້ ແຮງຂະບວນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວໃນຮູບແບບ ຕ່າງໆໃຫ້ມີການຂະຫຍາຍຕົວ ເພື່ອ ກ້າວໄປສູ່ການຫັນເປັນອຸດສາຫະ ກຳການທ່ອງທ່ຽວ. ສຳລັບຢູ່ນະຄອນຫລວງວຽງ ຈັນ ແມ່ນໄດ້ນຳເອົາເນື້ອໃນຈິດໃຈ ຂອງວຽກດັ່ງກ່າວມາຜັນຂະຫຍາຍ ໃຫ້ເປັນແຜນງານ, ແຜນການໃນ ການເຄື່ອນໄຫວວຽກງານວິຊາສະ ເພາະ. ຜ່ານການຈັດຕັ້ງປະຕິບັດ ເຫັນໄດ້ວ່າວຽກງານສົ່ງເສີມທ່ອງ ທ່ຽວ ຢູ່ນະຄອນຫລວງວຽງຈັນ ມີທ່າອ່ຽງຂະຫຍາຍຕົວ, ພື້ນຖານ ໂຄງລ່າງ ແລະ ສິ່ງອຳນວຍຄວາມ ສະດວກດ້ານການບໍລິການທ່ອງ ທ່ຽວໄດ້ຮັບການປັບປຸງ, ການປະ ເມີນ ແລະ ຢັ້ງຢືນມາດຕະຖານການ ທ່ອງທ່ຽວໄດ້ຮັບການຈັດຕັ້ງປະຕິ ບັດ, ການໂຄສະນາ ແລະ ສົ່ງເສີມ ການທ່ອງທ່ຽວ ໄດ້ຮັບການເອົາໃຈ ໃສ່ ແລະ ຈຳນວນນັກທ່ອງທ່ຽວ ທີ່ເດີນທາງເຂົ້າມາທ່ອງທ່ຽວ ຢູ່ ນະຄອນຫລວງວຽງຈັນ ເພີ່ມຂຶ້ນ. ທັງນີ້, ກໍເພື່ອແນໃສ່ກະຕຸ້ນເສດຖະ ກິດ ຂອງນະຄອນຫລວງວຽງຈັນ ໂດຍຜ່ານການສະໜອງບໍລິການ ທີ່ປິ່ນອ້ອມການທ່ອງທ່ຽວ ໃນຖານະ ທີ່ຂະແໜງການທ່ອງທ່ຽວແມ່ນເສດ ຖະກິດປາຍແຫລມທີ່ສໍາຄັນ. ຂ່າວ: ທະນູທອງ, ພາບ: ແສງຈັນ ທ່ຽວ ທັງໝົດ 674.196 ເທື່ອຄົນ, ທຽບໃສ່ໄລຍະດຽວກັນ ຂອງປີຜ່ານ ມາ ເພີ່ມຂຶ້ນ 26,31%. ໃນຂະນະທີ່

RkJQdWJsaXNoZXIy MTc3MTYxMQ==