5915

lxx ]k; lts]v';a o xt-kdvo3]d xt9exu 2024 dq ,l6h Iq [ sa fcv[]q fs5h ,gdktg[q k]kf8tg;o .o o; dP,xh v'da odv'xt-5 ,l5 fpvfvk-Po lxo; Ia [Iv'Ij k',t8y ;j kfh ;pdkoIa [Iv' gvq k[q f]kp'ko0v'vq 'dkoxq d7v' o; 3 lt[a [ mk[mk,7;k,gsa o .lj Ij k'dq f\kpla '7q ,lq 'g7kt ]tfq ,7;k,7y fxa [x5 ']a f4tme,to6 o csj ' lxx ]k; lt[a [xu 2015 gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 11.07.2024 ປີທີ 23 ສະບັບທີ 5.970 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4 okpq d]a f4t,q o8u csj ' lxx ]k; g0Q k1h P,0j eoa [xtmkokmy [= fu ly 'dt3x dkorq ;ra oIj ;,,n ]k;{s;Pfok, .ow]pt.\j oa [,N dh k;l6 j ];'g]y d -q ,g-u pdv'xt-5 ,ltw\lk,a ogmn j vmu 7 0v'ltrkcsj '-kf-5 fmu IX 1j k'l5 f.9K ຂປລ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມທາບທາມຮ່າງກົດ ໝາຍວ່າດ້ວຍສັງຄົມສົງເຄາະໃນລະ ຫວ່າງວັນທີ 8-9 ກໍລະກົດ 2024 ຢູ່ແຂວງສະຫວັນນະເຂດ ໂດຍເປັນປະທານຂອງທ່ານ ລີປາວຢາງ ຮອງລັດຖະມົນຕີ, ຫົວ ໜ້າຄະນະຊີ້ນໍາສ້າງຮ່າງກົດໝາຍ ສັງຄົມສົງເຄາະ, ມີສະມາຊິກສະພາ ແຫ່ງຊາດ ປະຈໍາເຂດເລືອກຕັ້ງ, ຫົວ ໜ້າ-ຮອງຫົວໜ້າພະແນກ ຮສສ ຂປລ. ພິທີສະເຫລີມສະຫລອງ ວັນປະຊາກອນໂລກປະຈໍາປີ 2024 ພາຍໃຕ້ຄໍາຂວັນ “ສານຕໍ່າໝາຍ ໝັ້ນ: ຢຸດຕິຄວາມບໍ່ສະເໝີພາບດ້ານ ສິດທິສຸຂະພາບທາງເພດ ແລະ ສຸ ຂະພາບຈະເລີນພັນ” ຈັດຂຶ້ນໃນວັນ ຂປລ. ໃນໄລຍະ 5 ເດືອນຕົ້ນ ປີ 2024 ນີ້, ນະຄອນຫລວງວຽງຈັນ ຂປລ. ກົມສູ້ຮົບ, ກົມໃຫຍ່ເສນາ ທິການກອງທັບກະຊວງປ້ອງກັນປະ ເທດ ໃນນາມກອງເລຂາຄະນະອະ ນຸກຳມະການປ້ອງກັນກອງປະຊຸມ ສຸດຍອດອາຊຽນ ໄດ້ເລີ່ມຫັດແອບ ລົດຫຸ້ມເກາະເບົາ 2 ຊະນິດ ລາດ ຕະເວນ ພາຍໃນຕົວເມືອງນະຄອນ ຫລວງວຽງຈັນ (ນວ) ເພື່ອກຽມ ພ້ອມປ້ອງກັນກອງປະຊຸມສຸດຍອດ ອາຊຽນ ທີ່ ສປປ ລາວ ໄດ້ຮັບກຽດ ເປັນເຈົ້າພາບ ທີ່ຈະຈັດຂຶ້ນ ໃນທ້າຍ ປີ 2024 ທີ່ຈະມາເຖິງນີ້. ການຫັດແອບລົດຫຸ້ມເກາະເບົາ ຂປລ. ໃນໂອກາດເດີນທາງໄປ ຢ້ຽມຢາມ ສາທາລະນະລັດ ສິງກະ ໂປ ຢ່າງເປັນທາງການ,ໃນຕອນ ບ່າຍວັນທີ 9 ກໍລະກົດ 2024 ທີ່ ທຳນຽບປະທານາທິບໍດີ ອິສຕານາ, ທ່ານ ສອນໄຊ ສີພັນດອນ ນາຍົກ - ຊື່ ແລະ ນາມສະກຸນ: ໂຕ ເລິ່ມ - ວັນເດືອນປີເກີດ: 10/07/1957 - ບ້ານເກີດ: ບ້ານ ເງ້ຍ ຈຸ, ເມືອງ ວັນ ຊ່າງ, ແຂວງ ຮຶ່ງ ອ່ຽນ - ຊົນເຜົ່າ: ກິ່ງ - ສາສະໜາ: ບໍ່ມີ - ວັນເດືອນປີເຂົ້າພັກສຳຮອງ: 22/8/1981; ວັນເດືອນປີເຂົ້າພັກ ສົມບູນ: 22/8/1982 - ລະດັບການສຶກສາ + ລະດັບສາມັນສຶກສາ: 10/10 + ລະດັບວິຊາສະເພາະ: ປະລິນຍາຕີ ສາຂາສັນຕິບານ + ນາມມະຍົດ: ສາດສະດາຈານ ປະລິນຍາເອກວິຊາກົດໝາຍ + ລະດັບທິດສະດີການເມືອງ: ຂັ້ນສູງ + ພາສາຕ່າງປະເທດ: ພາສາອັງກິດ - ກຳມະການ ສູນກາງພັກສະໄໝທີ XI, XII, XIII - ກຳມະການກົມການເມືອງສະໄໝທີ XII, XIII - ຜູ້ແທນສະພາແຫ່ງຊາດຊຸດທີ XIV, XV -u ;txts;a fsp= 0v' ltskp 38 g]y j , xtmkoxtgmf csj ' ll s;Pfok, h ທ່ານ ສອນໄຊ ສີພັນດອນ (ຊ້າຍ) ລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມ ຄະນະໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ * ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະ ລັດ ສັງຄົມນິຍົມຫວຽດນາມ, ນອກຈາກເປັນປະເທດບ້ານໃກ້ເຮືອນຄຽງ ທີ່ມີຊາຍແດນຕິດຈອດກັນແລ້ວ; ສອງປະເທດ ຍັງມີມູນເຊື້ອການພົວ ພັນຮ່ວມມືມາຍາວນານ, ປະຊາຊົນສອງຊາດເຄີຍໄປມາຫາສູ່ກັນມາແຕ່ ບູຮານ. ໃນໄລຍະຕໍ່ສູ້ກູ້ຊາດ, ລາວ-ຫວຽດນາມ ໄດ້ຄຽງບ່າຄຽງໄຫລ່ ຕໍ່ສູ້ກັບສັດຕູໂຕດຽວກັນ, ສາມັກຄີຮັກແພງກັນ ເຂົ້າເມັດຫັກຜັກເສັ້ນໜຶ່ງ ກໍ່ແບ່ງປັນກັນກິນ ກາຍເປັນຄວາມຮັກແພງໃກ້ຊິດສະໜິດສະໜົມອັນຫາ ສິ່ງປຽບບໍ່ໄດ້ ຊຶ່ງມູນເຊື້ອດັ່ງກ່າວແມ່ນປະທານໂຮ່ຈີ່ມິງ ຜູ້ນຳຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ສ້າງຂຶ້ນ, ຖະໜຸຖະໜອມ ແລະ ໄດ້ຮັບການເພີ່ມພູນຄູນສ້າງຕະ ຫລອດມາ. ພາຍຫລັງສອງປະເທດ ລາວ-ຫວຽດນາມ ໄດ້ຮັບການປົດ ປ່ອຍຢ່າງສົມບູນ; ການພົວພັນຮ່ວມມືກໍ່ຍິ່ງນັບມື້ແໜ້ນແກ່ນ,ກ້າວສູ່ ລວງເລິກຍິ່ງຂຶ້ນ ແລະ ມີຜົນສຳເລັດໃນຫລາຍດ້ານ; ການແລກປ່ຽນ ຢ້ຽມຢາມຂອງການນຳຂັ້ນສູງຂັ້ນປະມຸກລັດສອງປະເທດ, ການນຳຂັ້ນ ຕ່າງໆ ທັງສູນກາງ ແລະ ທ້ອງຖິ່ນ, ລວມທັງລະດັບວິຊາການໄດ້ມີຂຶ້ນ ຢ່າງເປັນປົກກະຕິ ແລະ ທຸກຂົງເຂດວຽກງານ.ນັ້ນແມ່ນບໍ່ເກີດຂອງການ ພົວພັນສາມັກຄີພິເສດ ທີ່ກາຍເປັນປັດໄຈຕັດສິນຜົນສຳເລັດ ແລະ ໄຊຊະ ນະຂອງການປະຕິວັດຢູ່ສອງປະເທດຂອງພວກເຮົາ ຊຶ່ງເປັນຕົວແບບທີ່ 5 gfn vo8Q oxu o; ,u oa dmj v'mj P; g0Q k,k 670.000 d;j kgmn j v7q o Iv'okpq d]a f4t,q o8u 8h voIa [ m6 f lx 9u o xt9e]k;7q o.\j (ນວ)ມີນັກທ່ອງທ່ຽວ ເຂົ້າມາທ່ອງ 2 ຊະນິດ ໃນຂອບເຂດຕົວເມືອງນະ ຄອນຫລວງວຽງຈັນ ເປັນການຫັດ ແອບໃຫ້ນັກຂັບຂີ່ມີຄວາມຊຳນິຊໍາ ນານໃນການແລ່ນລົດໃນຕົວເມືອງ, ໃນສະພາບເສັ້ນທາງທີ່ແອອັດ, ເຕັມ ໄປດ້ວຍຍານພາຫະນະ ແລະ ມວນ ຊົນຕາມເສັ້ນທາງຕ່າງໆໃນຕົວ ເມືອງ, ທັງເປັນການປະຕິບັດພັນທະ ສາກົນວ່າດ້ວຍວຽກງານປ້ອງກັນ ຄວາມສະຫງົບ ເພື່ອສ້າງຄວາມ ໝັ້ນໃຈໃຫ້ແກ່ການນໍາ ແລະ ແຂກ ຕ່າງປະເທດທີ່ຈະມາເຂົ້າຮ່ວມກອງ ຂປລ. ໃນວາລະດຳເນີນກອງປະ ຊຸມສະໄໝສາມັນ ເທື່ອທີ 7 ຂອງ ສະ ພາປະຊາຊົນນະຄອນຫວງວຽງຈັນ ຂປລ. ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງປ້ອງ ຂປລ. ກອງປະຊຸມປະເມີນການ ຈັດຕັ້ງປະຕິບັດລັດຖະທຳມະນູນ ແຫ່ງສປປລາວຈັດຂຶ້ນໃນວັນທີ10 ກໍລະກົດ 2024 ໂດຍການເປັນປະ ທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຮອງປະ ທານຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ. ເພື່ອປຶກສາຫາລື, ປະກອບ ຄຳຄິດຄຳເຫັນໃສ່ລັດຖະທໍາມະນູນ ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ສອດ ຄ່ອງກັບສະພາບການຕົວຈິງກາຍ ເປັນພາຫະນະພື້ນຖານໃຫ້ແກ່ການ ສ້າງລັດທີ່ປົກກຄອງດ້ວຍກົດໝາຍ. ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ມີ ຄຳເຫັນວ່າ: ໃນເດືອນມິຖຸນາຜ່ານ ມາ, ໄດ້ສຳເລັດການປະເມີນການຈັດ ຕັ້ງປະຕິບັດລັດຖະທຳມະນູນຢູ່ຂົງ ເຂດອົງການພັກ, ແນວລາວສ້າງ ຊາດ, ສະຫະພັນນັກຮົບເກົ່າ ແລະ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 ທີ 9 ກໍລະກົດ 2024 ທີ່ນະຄອນ ຫລວງວຽງຈັນ ໂດຍການເປັນປະ ທານຮ່ວມຂອງ ທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ແລະ ກັນຄວາມສະຫງົບ ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 11/07/2024 xtgmf]k; ລະດົມຄວາມຄິດປັບປຸງ... ຮອງນາຍົກລັດຖະມົນຕີ... ນາຍົກລັດຖະມົນຕີ... ຊີວະປະຫວັດຫຍໍ້... ການພົວພັນຮ່ວມມື... ອົງການຈັດຕັ້ງມະຫາຊົນຂັ້ນສູນ ກາງ ແລະ ໃນມື້ນີ້, ພວກເຮົາພ້ອມ ກັນດຳເນີນກອງປະຊຸມປະເມີນການ ຈັດຕັ້ງປະຕິບັດລັດຖະທຳມະນູນຢູ່ ຂົງ ເຂດເສດຖະກິດ, ວັດທະນະທຳສັງຄົມ ເຊິ່ງເປັນຈຸດທີ 2 ອ້ອມຂ້າງ ສູນກາງ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດລັດຖະທຳມະ ນູນໃນໄລຍະເກືອບ 10 ປີ ທີ່ຜ່ານມາ ໂດຍສະເພາະຢູ່ຂົງເຂດເສດຖະກິດສັງຄົມ ໃຫ້ເຫັນໄດ້ຂໍ້ສະດວກ, ຂໍ້ ຫຍຸ້ງຍາກ, ຜົນສຳເລັດ, ບັນຫາຄົງ ຄ້າງ, ລວມທັງສາເຫດ, ບົດຮຽນ ແລະ ບັນຫາຕັ້ງຂຶ້ນ ເພື່ອເປັນຂໍ້ມູນ ໃຫ້ແກ່ການຄົ້ນຄວ້າ, ປັບປຸງເນື້ອ ໃນຂອງລັດຖະທຳມະນູນ ສະບັບ ປີ 2015 ໃຫ້ຖືກຕ້ອງ, ຄົບຖ້ວນ, ສອດຄ່ອງ, ຮັດກຸມ ແລະ ສາມາດປະ ຕິບັດໄດ້. ຜ່ານການດຳເນີນຢູ່ຈຸດ ທີ 1 ໄດ້ມີການປັບປຸງເນື້ອໃນບົດ ສະຫລຸບ ແລະ ຄຳຖາມເຈາະຈີ້ມໃຫ້ ສອດຄ່ອງ, ແທດຕົວຈິງກວ່າເກົ່າ. ສະນັ້ນ, ການດຳເນີນຢູ່ຈຸດທີ 2 ນີ້, ຖ້າມີອັນໃດບໍ່ທັນສອດຄ່ອງຈະສືບ ຕໍ່ປັບປຸງ ເພື່ອຖອດຖອນບົດຮຽນ ໃຫ້ແກ່ການຈັດຕັ້ງປະຕິບັດການປະ ເມີນຢູ່ໃນຈຸດຕ່າງໆ ໃຫ້ໄດ້ຮັບຜົນດີ. ທ່ານ ສຸບັນ ສະວະບຸດ ປະທານ ກຳມະທິການວຽກງານສະມາຊິກ ສະພາແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ລັດ ຖະທຳມະນູນ ແຫ່ງ ສປປ ລາວ ສະ ບັບທຳອິດ ໄດ້ປະກາດໃຊ້ໃນວັນທີ 15 ສິງຫາ 1991 ແລະ ໄດ້ຮັບການ ປັບປຸງ ປີ 2003, ປີ 2015 ແລະ ການປັບປຸງຄັ້ງນີ້ເປັນຄັ້ງທີ 3. ຕະ ຫລອດໄລຍະດັ່ງກ່າວ, ລັດໄດ້ຜັນ ຂະຫຍາຍລັດຖະທຳມະນູນເປັນ ຫາໄດ້ຍາກໃນການພົວພັນລະຫວ່າງຊາດຢູ່ໃນໂລກ, ເປັນສາຍພົວພັນທີ່ ຍິ່ງໃຫຍ່, ເລິກເຊິ່ງ, ດູດດື່ມ ແລະ ເປັນມໍລະດົກລ້ຳຄ່າຂອງທັງສອງຊາດ ລາວ-ຫວຽດນາມ. ການເດີນທາງມາຢ້ຽມຢາມ ສປປ ລາວ ເປັນປະເທດທຳອິດພາຍຫລັງທີ່ ສະຫາຍ ໂຕເລິ່ມ ໄດ້ດຳລົງຕຳແໜ່ງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນລະຫວ່າງ ວັນທີ 11-12 ກໍລະກົດ ຕາມຄຳເຊີນຂອງສະຫາຍ ເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະ ທານປະເທດແຫ່ງ ສປປ ລາວ ທອງລຸນ ສີສຸລິດ ເປັນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບພິເສດຂອງສອງຊາດໃຫ້ ຈະເລີນງອກງາມຍິ່ງຂຶ້ນ. ຕະຫລອດໄລຍະຜ່ານມາສອງພັກ-ສອງລັດ ພ້ອມກັບປະຊາຊົນສອງຊາດລາວ-ຫວຽດນາມ ໄດ້ພ້ອມກັນຈັດຕັ້ງເສີມ ສ້າງສາຍພົວພັນມິດຕະພາບໃຫ້ນັບມື້ກ້າວສູ່ລວງເລິກໃນຫລາຍດ້ານ ເວົ້າ ສະເພາະການພົວພັນດ້ານການເມືອງ ກໍຄືການພົວພັນການທູດລະຫວ່າງ ສອງຝ່າຍ ໄດ້ມີຜົນສຳເລັດອັນສະຫງ່າງາມ ໂດຍເວົ້າໄດ້ວ່າບໍ່ມີການພົວພັນ ຮ່ວມມືສອງຝ່າຍໃດໃນໂລກ ຄືກັບກັບສອງຊາດ ຫວຽດນາມ-ລາວ, ລາວຫວຽດນາມ ໂດຍມີລະດັບການແລກປ່ຽນຢ້ຽມຢາມ ລະຫວ່າງການນຳຂັ້ນ ສູງຢ່າງເນື່ອງນິດລຽນຕິດ, ການພົວພັນການທູດສອງຝ່າຍແມ່ນອີງໃສ່ມູນ ເຊື້ອແຕ່ອະດີດຫລາຍທົດສະວັດຜ່ານມາ. ການພົວພັນທາງເສດຖະກິດຍິ່ງ ເປັນອົງປະກອບສຳຄັນໃນການພົວພັນຫວຽດນາມ-ລາວ, ເພາະວ່າສອງ ຊາດມີຄວາມມຸ່ງຫວັງ ແລະ ເປົ້າໝາຍອັນດຽວກັນໃນການສ້າງສາພັດ ທະນາປະເທດຊາດສີວິໄລ ແລະ ນຳເອົາຊີວິດການເປັນຢູ່ທີ່ດີຂຶ້ນມາສູ່ປະຊາ ຊົນທັງສອງຊາດ. ມາຮອດປັດຈຸບັນ, ຫວຽດນາມ ແມ່ນໜຶ່ງໃນບັນດາປະ ເທດລົງທຶນຫລາຍກວ່າໝູ່ຢູ່ລາວດ້ວຍ 417 ໂຄງການທີ່ໄດ້ຮັບອະນຸຍາດ, ຍອດທຶນປະມານ 4,3 ຕື້ໂດລາສະຫະລັດ, ໂດຍສຸມໃສ່ບັນດາຂົງເຂດສຳ ຄັນຄື: ການເງິນ-ທະນາຄານ, ພະລັງງານໄຟຟ້າ, ໂທລະຄົມ, ກະສິກຳ ແລະ ປ່າໄມ້, ບໍ່ແຮ່... ຫລາຍໂຄງການໄດ້ຮັບການຈັດຕັ້ງປະຕິບັດເປັນ ຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຂອງລາວ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ. ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ໂດຍສະເພາະແມ່ນບັນດາທ້ອງ ຖິ່ນຮ່ວມຊາຍແດນສືບຕໍ່ໄດ້ຮັບການສົ່ງເສີມ ໂດຍສະເພາະແມ່ນການກໍ່ ສ້າງພື້ນຖານໂຄງລ່າງ, ສາທາລະນະສຸກ, ການກໍ່ສ້າງ ແລະ ພັດທະນາ ແຫລ່ງຊັບພະຍາກອນມະນຸດ, ການຮັກສາຄວາມໝັ້ນຄົງ, ຄວາມເປັນລະ ບຽບຮຽບຮ້ອຍ, ຄວາມປອດໄພຢູ່ເຂດຊາຍແດນຂອງ 2 ປະເທດ. ທັງ ສອງປະເທດສົມທົບກັນຢ່າງໃກ້ຊິດກ່ຽວກັບບັນຫາຕ່າງໆໃນລະດັບພາກ ພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີພາກພື້ນແລະສາກົນ, ໂດຍສະເພາະແມ່ນໃນຂອບຂອງ ສປຊ, ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ອາຊຽນ) ແລະ ບັນດາກົນໄກອະນຸພາກພື້ນ. ການຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງ ສອງ ປະເທດຈະປະກອບສ່ວນຍົກສູງຖານະບົດບາດຂອງແຕ່ລະປະເທດໃນເວ ທີສາກົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໂລກ. ທ່າມກາງສະພາບການຜັນຂະຫຍາຍຂອງພາກພື້ນ ແລະ ສາກົນທີ່ສັບ ສົນ, ການຢ້ຽມຢາມລາວຂອງສະຫາຍ ປະທານປະເທດ ໂຕເລິ່ມ ໄດ້ສະ ແດງການສະໜັບສະໜຸນ ຂອງຫວຽດນາມ ໃຫ້ແກ່ລາວໃນການບັນລຸ ເປົ້າໝາຍປ່ຽນແປງໃໝ່ ແລະ ສ້າງສາປະເທດຊາດ, ປະກອບສ່ວນພັດທະ ນາປະເທດຊາດ ແລະ ປະຕິບັດມະຕິຕົກລົງກອງປະຊຸມໃຫຍ່ຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ປະສົບຜົນສໍາເລັດອັນຍິ່ງໃຫຍ່. ໝາກຜົນທີ່ບັນລຸໄດ້ໃນໄລຍະ ຢ້ຽມຢາມ ຈະປະກອບສ່ວນເພີ່ມພູນຄູນສ້າງສາຍຄວາມສາມັກຄີແບບ ພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດ ໃຫ້ໝັ້ນຄົງຂົງນົງ ແກ່ນ ແລະ ຍືນຍົງຕະຫລອດການກະນານ. ອວຍພອນໃຫ້ການຢ້ຽມຢາມ ສປປ ລາວ ຂອງສະຫາຍປະທານປະເທດ ແຫ່ງ ສສ ຫວຽດນາມ ຈົ່ງປະສົບຜົນສຳເລັດຢ່າງງົດງາມ! ອວຍພອນໃຫ້ມູນເຊື້ອສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ນັບມື້ຈະເລີນ ງອກງາມຍິ່ງໆຂຶ້ນ! ສະຫລຸບຫຍໍ້ປະຫວັດການເຮັດວຽກຂອງ ສະຫາຍ ໂຕ ເລິ່ມ -1974 -1979: ນັກສຶກສາມະຫາວິທະຍາໄລສັນຕິບານປະຊາຊົນ (ປັດຈຸບັນແມ່ນ ວິທະຍາຄານ ສັນຕິບານ ປະຊາຊົນ). - 1979 - 1988: ພະນັກງານ, ກົມໃຫຍ່ສັນຕິບານ, ກະຊວງປ້ອງກັນ ຄວາມສະຫງົບ. - 1988 - 1990: ຮອງຫົວໜ້າພະແນກ, ກົມໃຫຍ່ສັນຕິບານ, ກະ ຊວງປ້ອງກັນຄວາມສະຫງົບ. - 1990 - 1993: ຫົວໜ້າພະແນກ, ກົມໃຫຍ່ສັນຕິບານ, ກະຊວງ ປ້ອງກັນຄວາມສະຫງົບ. - 1993 - 1997: ຮອງຫົວໜ້າກົມ, ກົມໃຫຍ່ສັນຕິບານ, ກະຊວງ ປ້ອງກັນຄວາມສະຫງົບ. - 1997 - 2006: ຫົວໜ້າກົມ, ກົມໃຫຍ່ສັນຕິບານ, ກະຊວງປ້ອງກັນ ຄວາມສະຫງົບ. - 2006-2009: ຮອງຫົວໜ້າກົມໃຫຍ່ສັນຕິບານ ທັງເປັນ, ຮອງຫົວ ໜ້າກົມໃຫຍ່ຮັບຜິດຊອບກົມໃຫຍ່ ສັນຕິບານ I, ກະຊວງປ້ອງກັນຄວາມສະ ຫງົບ; ໃນເດືອນເມສາ ປີ 2007 ໄດ້ຮັບການເລື່ອນຊັ້ນຂຶ້ນ ເປັນຊັ້ນພົນຈັດ ຕະວາ. - 2009-8/2010: ຫົວໜ້າກົມໃຫຍ່ສັນຕິບານ I, ກະຊວງປ້ອງກັນ ຄວາມສະຫງົບ; ໃນເດືອນ ກໍລະກົດ ປີ 2010 ໄດ້ຮັບການເລື່ອນຊັ້ນຂຶ້ນເປັນ ຊັ້ນພົນຕີ. - 8/2010-01/2016: ກຳມະການສູນກາງພັກ ກະຊວງປ້ອງກັນ ຄວາມສະຫງົບ, ພົນຕີ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ. ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກກອມມູນິດ ຫວຽດນາມ ໄດ້ຮັບການປ່ອນບັດເລືອກຕັ້ງໃຫ້ບັນຈຸເຂົ້າໃນຄະນະບໍລິຫານ ງານສູນກາງພັກກອມມູນິດ ຫວຽດນາມ. ໃນເດືອນກັນຍາ ປີ 2014 ທ່ານ ໄດ້ຮັບການເລື່ອນຊັ້ນຂຶ້ນເປັນຊັ້ນພົນໂທ. - 01/2016-04/2016: ກຳມະການສູນກາງພັກ ກະຊວງປ້ອງກັນ ຄວາມສະຫງົບ, ພົນໂທ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະ ຫງົບ. ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກກອມມູນິດ ຫວຽດນາມ ໄດ້ຮັບການປ່ອນບັດເລືອກຕັ້ງໃຫ້ບັນຈຸເຂົ້າໃນ ຄະນະບໍລິຫານ ງານສູນກາງພັກກອມມູນິດຫວຽດນາມ ແລະ ໄດ້ຮັບການຄັດເລືອກຈາກ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃຫ້ບັນຈຸເຂົ້າໃນ ກົມການເມືອງ. - 04/2016-05/2024: ກຳມະການກົມການເມືອງສູນກາງພັກ, ເລຂາ ສູນກາງພັກກະຊວງປ້ອງກັນຄວາມສະຫງົບ, ລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບ. ໃນເດືອນມັງກອນ ປີ 2019 ທ່ານໄດ້ຮັບການເລື່ອນ ຊັ້ນຂຶ້ນເປັນຊັ້ນພົນເອກ. - 05/2024 - ປັດຈຸບັນ: ກຳມະການກົມການເມືອງສູນກາງພັກ, ປະ ທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ປະທານສະ ພາບໍລິຫານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ທາມັນຊາມູກາຣັດນຳ (Tharman Shanmurgaratnum) ປະທາ ນາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ໄດ້ ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນຂອງທ່ານປະທານາ ທິບໍດີ ທາມັນ ຊາມູກາ ຣັດນຳ, ພ້ອມນີ້ ກໍໄດ້ນໍາເອົາຄວາມຢື້ຢາມ ຖາມຂ່າວອັນອົບອຸ່ນ ຈາກທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ຄຳເຊື້ອເຊີນ ໄປຢ້ຽມຢາມ ສປປ ລາວ ໃນໂອ ກາດທີ່ເໝາະສົມ. ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມພ້ອມທີ່ ຈະໄດ້ຮ່ວມເຮັດວຽກຢ່າງໃກ້ຊິດ ກັບລັດຖະບານ ສິງກະໂປ ໃນການ ສືບຕໍ່ສົ່ງເສີມສາຍພົວພັນມິດຕະ ພາບແລະການຮ່ວມມືທີ່ດີທີ່ສອງປະ ເທດ ໃຫ້ໄດ້ ຮັບການຮັດແໜ້ນ ແລະ ມີບາດກ້າວຂະຫຍາຍຕົວໃໝ່. ພ້ອມນັ້ນ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ແຈ້ງໃຫ້ ຊາບກ່ຽວກັບນສຳເລັດຂອງການ ພົບປະສອງຝ່າຍກັບຄູ່ຮ່ວມຕຳແໜ່ງ ຝ່າຍສິງກະໂປ ເຊິ່ງດຳເນີນໄປ ດ້ວຍບັນຍາກາດແຫ່ງໄມຕີຈິດມິດ ຕະພາບອັນອົບອຸ່ນແລະໄດ້ຮັບໝາກ ຜົນສຳເລັດຕາມລະດັບຄາດໝາຍ. ໃນນັ້ນສອງຝ່າຍໄດ້ຈັດລົງນາມ ເອກະສານການຮ່ວມມື ຈຳນວນ 2 ສະບັບ: ໃນຂະແໜງການສຶກສາ ແລະ ການຮ່ວມມືດ້ານສິນເຊື່ອກາກ ບອນ (Carbon Credit) ໂດຍຈະ ກາຍເປັນພື້ນຖານສໍາຄັນໃນການ ສົ່ງເສີມການຮ່ວມມືໃຫ້ໄດ້ຮັບການ ພັດທະນາອີກລະດັບໜຶ່ງ. ໃນໂອ ກາດນີ້, ກໍໄດ້ຕາງໜ້າໃຫ້ລັດຖະ ບານ ແລະ ປະຊາຊົນລາວ ສະແດງ ຄວາມຂອບໃຈຢ່າງຈິງໃຈຕໍ່ການ ຊ່ວຍເຫລືອອັນລ້ຳຄ່າຂອງລັດຖະ ບານ ແລະ ປະຊາຊົນ ສິງກະໂປ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ. ພິເສດ ກໍແມ່ນການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນ ການເປັນປະທານອາຊຽນ ໃນປີ 2024 ແລະ ຫວັງວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບການສະໜັບສະໜູນ ຕື່ມອີກໃນຕໍ່ໜ້າ. ໃນຂະນະດຽວກັນ, ທ່ານປະທາ ນາທິບໍດີ ທາມັນ ຊາມູກາຣັດນຳ ກໍ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຂອບໃຈຕໍ່ການນຳເອົາຄວາມ ຢື້ຢາມຖາມຂ່າວຈາກທ່ານປະທານ ປະເທດ ທອງລຸນ ສີສຸລິດ ແລະ ສະ ແດງຄວາມຍິນດີຈະໄປຢ້ຽມຢາມ ສປປ ລາວ ໃນເວລາທີ່ເໜາະສົມ. ພ້ອມນີ້, ກໍໄດ້ສະແດງຄວາມຊົມ ເຊີຍຕໍ່ຜົນສຳເລັດຂອງການພົບປະ ສອງຝ່າຍ ຂອງຄະນະຜູ້ແທນຂັ້ນ ສູງ ສິງກະໂປ-ລາວ ໃນຄັ້ງນີ້, ພ້ອມ ທັງສະເໜີໃຫ້ສອງຝ່າຍສືບຕໍ່ຈັດ ຕັ້ງປະຕິບັດບັນດາສັນຍາທີ່ໄດ້ລົງ ນາມກັນແລ້ວນັ້ນ ໃຫ້ເປັນຮູບປະທຳ ຍິ່ງຂຶ້ນ. ທ່ານຍັງໄດ້ສະແດງຄວາມ ຍິນດີຈະຊ່ວຍຊຸກຍູ້ໃຫ້ພາກສ່ວນ ກ່ຽວຂ້ອງຂອງ ສິງກະໂປ ປະສານ ສົມທົບກັບຝ່າຍລາວ ຢ່າງໃກ້ຊິດ ເພື່ອຮ່ວມກັນຊອກຫາຊ່ອງທາງ ໃນການຂະຫຍາຍການຮ່ວມມືດ້ານ ອື່ນໆທີ່ມີທ່າແຮງຮ່ວມກັນ, ສືບຕໍ່ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນ ເວທີພາກພື້ນ ແລະ ສາກົນ. ທັງນີ້, ກໍເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນ ສິງກະໂປ ແລະ ລາວ, ນຳເອົາ ຄວາມສົມບູນພູນສຸກ ມາສູ່ປະຊາຄົມອາຊຽນ, ອວຍພອນ ໃຫ້ສາຍພົວພັນສອງປະເທດ ສິງກະ ໂປ ແລະ ສປປ ລາວ ຈົ່ງໝັ້ນຄົງຂະ ນົງແກ່ນ ແລະ ໄດ້ຮັບການພັດທະ ນາຂຶ້ນສູ່ບາດກ້າວອັນໃໝ່ຍິ່ງໃຫຍ່ ກວ່າເກົ່າ. ໃນວັນດຽວກັນນີ້, ທ່ານນາຍົກ ລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ພົບປະກັບ ທ່ານ ລີ ຊຽນ ລຸງ (Lee Hsien Loong) ລັດຖະມົນ ຕີອາວຸໂສ ແຫ່ງ ສ ສິງກະໂປ ເຊິ່ງ ສອງຝ່າຍໄດ້ປຶກສາຫາລືກັນເຖິງ ການຂະຫຍາຍການຮ່ວມມືໃນຕໍ່ ໜ້າ. ໃນນັ້ນ, ຝ່າຍລາວ ໄດ້ສະເໜີໃຫ້ ຝ່າຍ ສິງກະໂປ ຊ່ວຍຊຸກຍູ້ການຮ່ວມ ມືດ້ານພະລັງງານສະອາດ, ການຊື້- ຂາຍສິນເຊື່ອກາກບອນ, ການຮ່ວມ ມືດ້ານການຂົນສົ່ງ,ການທ່ອງທ່ຽວ, ການຄ້າກະສິກຳ ແລະ ການພັດທະ ນາຊັບພະຍາກອນມະນຸດ, ທັງນີ້ກໍ ເພື່ອຜົນປະໂຫຍດລວມ ຂອງທັງ ສອງປະເທດ ສປປ ລາວ ແລະ ສ ສິງກະໂປ. ໃນໂອກາດການຢ້ຽມຢາມຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຍັງໄດ້ ໄປຢ້ຽມຊົມສວນພຶກສາຊາດ ສິງ ກະໂປ (National Orchid Garden, Singapore Botanic Garden) ແລະ ໄດ້ໃຫ້ກຽດຕັ້ງ ຊື່ດອກໄມ້ຕາມປະເພນີທີ່ເຄີຍປະຕິ ບັດຂອງຝ່າຍ ສິງກະໂປ ເພື່ອເປັນ ສັນຍະລັກຂອງການຢ້ຽມຢາມ ໂດຍ ໃສ່ຊື່ວ່າ “Dendrobium Sonexay Vandala Siphandone”. ກົດໝາຍໃນຂົງເຂດຕ່າງໆທັງໝົດ 167 ສະບັບ. ໃນນີ້, ຂົງເຂດເສດຖະ ກິດ 75 ສະບັບ, ຂົງເຂດວັດທະນະ ທຳ-ສັງຄົມ 42 ສະບັບ, ຂົງເຂດ ການປົກຄອງ ແລະ ຍຸຕິທໍາ 32 ສະ ບັບ, ຂົງເຂດຫ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ 13 ສະບັບ, ຂົງ ເຂດຕ່າງປະເທດ 5 ສະບັບ ເຊິ່ງ ລັດຖະທຳມະນູນ ແລະ ກົດໝາຍ ເຫລົ່ານັ້ນ ໄດ້ກາຍເປັນພາຫະນະອັນ ແຫລມຄົມ ໃນການດັດປັບການພົວ ພັນສັງຄົມ ຕາມແນວທາງປ່ຽນ ແປງໃໝ່ຢ່າງຮອບດ້ານທີ່ມີຫລັກ ການຂອງພັກ ເຮັດໃຫ້ການຄຸ້ມຄອງ ລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍມີຄວາມເຂັ້ມງວດ ແລະ ສັກສິດເປັນກ້າວໆ, ສະຕິເຄົາ ລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃນທົ່ວສັງຄົມໄດ້ ຮັບການຍົກສູງຂຶ້ນ ໄດ້ສ້າງເງື່ອນ ໄຂພື້ນຖານໃຫ້ແກ່ການສ້າງລັດ ສປປ ລາວ ໃຫ້ເປັນລັດທີ່ປົກຄອງ ດ້ວຍກົດໝາຍເທື່ອລະກ້າວ. ແຕ່ ຜ່ານການ ຈັດຕັ້ງປະຕິບັດເຫັນວ່າມີ ບາງບົດບັນຍັດຍັງບໍ່ທັນສອດຄ່ອງ ກັບສະພາບການໃໝ່. ເພື່ອຕອບສະໜອງກັບຄວາມ ຮຽກຮ້ອງຕ້ອງການໃນການຈັດ ຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຢ່າງຮອບດ້ານມີຫລັກການຂອງ ພັກ ເຮົາ ໃນໄລຍະແຕ່ນີ້ຫາປີ2055, ຄະນະບໍລິຫານງານສູນກາງພັກໄດ້ ອອກມະຕິ ສະບັບ ເລກທີ 05/ ຄບສພ, ລົງວັນທີ 5 ກັນຍາ 2023 ວ່າດ້ວຍການສືບຕໍ່ຍູ້ແຮງການຜັນ ຂະຫຍາຍແນວທາງປ່ຽນແປງໃໝ່ ສູ່ລວງເລິກ, ສ້າງການຫັນປ່ຽນທີ່ ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ; ກົມການ ເມືອງສູນກາງພັກ ກໍໄດ້ອອກມະຕິ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນ ເອງໃນໄລຍະໃໝ່. ສະນັ້ນ, ຈຶ່ງມີ ຄວາມຈຳເປັນຢ່າງພາວະວິໄສທີ່ ລັດຈະຕ້ອງໄດ້ຄົ້ນຄວ້າ ແລະ ປັບປຸງ ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປີ 2015 ໃຫ້ສອດຄ່ອງກັບ ຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ການເມືອງຂອງພັກ ແລະ ລັດເຮົາ ໃນໄລຍະໃໝ່ນີ້. ການປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ ຄັ້ງນີ້, ແນໃສ່ສືບຕໍ່ ຜັນຂະຫຍາຍແນວທາງປ່ຽນແປງ ໃໝ່ຢ່າງຮອບດ້ານມີຫລັກການຂອງ ພັກ ເປັນຂໍ້ບັນຍັດຂອງລັດຖະທຳມະ ນູນ ແຫ່ງ ສປປ ລາວ ສະບັບໃໝ່ ເປັນຕົ້ນມະຕິຄະນະບໍລິຫານງານສູນ ກາງພັກ ວ່າດ້ວຍການສືບຕໍ່ຍູ້ແຮງ ການຜັນຂະຫຍາຍແນວທາງປ່ຽນ ແປງໃໝ່ສູ່ລວງເລິກ ສ້າງການຫັນ ປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ; ມະຕິກົມການເມືອງສູນການພັກ ກ່ຽວກັບການສ້າງເສດຖະກິດເອກະ ລາດເປັນເຈົ້າຕົນເອງໃນໄລຍະໃໝ່; ປັບປຸງບາງບົດບັນຍັດກ່ຽວກັບລະ ບົບອົງການອຳນາດແຫ່ງລັດຂັ້ນ ຕ່າງໆ ເປັນຕົ້ນ ອົງການບໍລິຫານລັດ ຂັ້ນທ້ອງຖິ່ນ ໃຫ້ມີຄວາມສອດຄ່ອງ ກັບໜ້າທີ່ການເມືອງຂອງພັກ ແລະ ລັດ ໃນໄລຍະໃໝ່, ສາມາດຕອບສະ ໜອງກັບຄວາມຮຽກຮ້ອງຕ້ອງ ການ ໃນການຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມ ດ້ວຍກົດໝາຍ ຢ່າງມີປະສິດທິພາບ, ປະສິດທິຜົນ ສູງຂຶ້ນ, ຮັບປະກັນການປະຕິບັດ ສອງໜ້າທີ່ຍຸດທະສາດຄື: ປົກປັກຮັກ ສາ ແລະ ສ້າງສາປະເທດຊາດ ຂຶ້ນ ສູ່ຈຸດໝາຍສັງຄົມນິຍົມ; ລັດຖະທຳ ມະນູນສະບັບໃໝ່ນີ້, ຕ້ອງສອດຄ່ອງ ກັບເນື້ອໃນພື້ນຖານຂອງໂຄງການ ການເມືອງຂອງພັກ ແລະ ມະຕິ ຕ່າງໆຂອງບັນດາກອງປະຊຸມໃຫຍ່ ຂອງພັກເຮົາໃນຕໍ່ໜ້າ; ເປັນບ່ອນອີງ ພື້ນຖານຮັບປະກັນໃຫ້ແກ່ການສ້າງ ແລະ ປັບປຸງກົດໝາຍໃນຕໍ່ໜ້າໃຫ້ ເປັນລະບົບຄົບຊຸດ, ສອດຄ່ອງ, ຮັດ ກຸມແລະສາມາດຈັດຕັ້ງປະຕິບັດໄດ້; ສູ້ຊົນປັບປຸງລັດຖະທຳມະນູນສະບັບ ໃໝ່ ໃຫ້ສຳເລັດກາງປີ 2025 ແລະ ສາມາດນຳເຂົ້າພິຈາລະນາ, ຮັບ ຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດ ທີ IX. ຂ່າວ: ກິດຕາ, ພາບ: ຂັນໄຊ ຟາງ ຫົງ (Fang Hong) ເອກອັກ ຄະລັດຖະທູດວິສາມັນຜູ້ມີອໍານາດ ເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ຄົນໃໝ່ ໃນວັນທີ 8 ກໍລະກົດ 2024 ຜ່ານມາ. ທ່ານພົນເອກວິໄລຫລ້າຄໍາຟອງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຕໍ່ທ່ານ ນາງ ຟາງ ຫົງ ທີ່ໄດ້ຖືກແຕ່ງຕັ້ງໃຫ້ ມາດໍາລົງຕໍາແໜ່ງເປັນເອກອັກຄະ ລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ຄົນ ໃໝ່ ເຊິ່ງສະແດງໃຫ້ເຫັນເຖິງຄວາມ ໄວ້ເນື້ອເຊື່ອໃຈຈາກພັກ, ລັດຖະ ບານ ແລະ ປະຊາຊົນຈີນ ໃຫ້ທ່ານ ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເພື່ອສືບຕໍ່ເສີມຂະຫຍາຍສາຍ ພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ຈະເລີນ ງອກງາມຍິ່ງໆຂຶ້ນ. ພ້ອມນີ້, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງປ້ອງກັນຄວາມສະຫງົບ ຍັງໄດ້ສະແດງຄວາມຂອບໃຈ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່ ໄດ້ໃຫ້ການຊ່ວຍເຫລືອອັນລໍ້າຄ່າ ແກ່ ສປປ ລາວ ຕະຫລອດມານັບ ແຕ່ອະດີດຈົນເຖິງປັດຈຸບັນ ໂດຍສະ ເພາະຕໍ່ກໍາລັງປ້ອງກັນຄວາມສະ ຫງົບ, ລວມທັງການສະໜັບສະໜູນ ແລະ ຊ່ວຍເຫລືອໃຫ້ແກ່ການເປັນປະ ທານອາຊຽນຂອງ ສປປ ລາວ ໃນ ທ້າຍປີ 2024. ໂອກາດນີ້, ທ່ານ ນາງ ຟາງ ຫົງ ກໍໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມ ທັງສະແດງຄວາມຢືນຢັນວ່າ ຈະສືບ ຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະ ພາບອັນເປັນມູນເຊື້ອແລະຄູ່ຮ່ວມຍຸດ ທະສາດຮອບດ້ານໝັ້ນຄົງຍາວນານ ແລະ ຄູ່ຮ່ວມຊາຕາກໍາ ຈີນ-ລາວ, ລາວ-ຈີນ ໃຫ້ແຕກດອກອອກຜົນ ຂຶ້ນເລື້ອຍໆ. ຈັນ (ສປນວ) ຊຸດທີ II ວັນທີ 10 ກໍລະກົດ 2024 ໂດຍການເປັນປະ ທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນ ຫລວງວຽງຈັນ, ທ່ານ ນະຄະເສນ ສີຫາລາດ ເລຂາທິການສະພາ ປະຊາຊົນນະຄອນຫລວງວຽງຈັນ ໄດ້ສະເໜີຮ່າງມະຕິວ່າດ້ວຍການຮັບ ຮອງເອົາບົດລາຍງານຂອງອົງ ສປນວ ຮັບຮອງຮ່າງມະຕິ... ການປົົກຄອງນະຄອນຫລວງວຽງ ຈັນແລະ ການຈັດຕັ້ງປະຕິບັດບັນດາ ຄາດໝາຍການພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ນະຄອນຫລວງວຽງຈັນ (ນວ) ຈຳນວນ 3 ສະບັບ. ຫລັງຈາກນັ້ນ, ບັນດາສະມາຊິກ ສປນວ ແລະ ສະ ມາຊິກສະພາແຫ່ງຊາດ ປະຈຳເຂດ ເລືອກຕັ້ງທີ 1 ນະຄອນຫລວງ ວຽງຈັນ ໄດ້ສຸມໃສ່ປະກອບຄຳຄິດ ຄຳເຫັນໃສ່ຮ່າງມະຕິດັ່ງກ່າວຢ່າງ ພາວະວິໄສ, ກົງໄປກົງມາ ແລະ ໄດ້ ພ້ອມກັນລົງຄະແນນສຽງຮັບຮອງ ເອົາຮ່າງມະຕິ ຈຳນວນ 3 ສະບັບ ດ້ວຍຄະແນນສຽງເຫັນດີເປັນສ່ວນ ຫລາຍ. ຮ່າງມະຕິທີ່ໄດ້ຮັບຮອງໃນຄັ້ງ ນີ້,ປະກອບມີຮ່າງມະຕິວ່າດ້ວຍການ ຮັບຮອງເອົາບົດລາຍງານຂອງອົງ ການປົກຄອງ ນວ ກ່ຽວກັບການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024 ຂອງນະຄອນຫລວງວຽງຈັນ; ຮ່າງ ມະຕິວ່າດ້ວຍການຮັບຮອງເອົາບົດ ລາຍງານຂອງອົງການປົກຄອງ ນວ ກ່ຽວກັບການຈັດຕັ້ງປະຕິບັດແຜນ ງົບປະມານແຫ່ງລັດ 6 ເດືອນຕົ້ນ ປີ ແລະ ແຜນການ 6 ເດືອນທ້າຍປີ 2024ຂອງນະຄອນຫລວງວຽງຈັນ ແລະ ຮ່າງມະຕິ ວ່າດ້ວຍການຮັບ ຮອງເອົາບົດລາຍງານການຈັດຕັ້ງ ປະຕິບັດບັນດາຄາດໝາຍການພັດ ທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກ ຢູ່ນະຄອນຫລວງວຽງຈັນ. ໃນຕອນບ່າຍວັນດຽວກັນ, ບັນ ດາສະມາຊິກ ສປນວ ແລະ ສະມາ ຊິກສະພາແຫ່ງຊາດ ປະຈຳເຂດ ເລືອກຕັ້ງທີ 1 ນະຄອນຫລວງວຽງ ຈັນ ຍັງຈະໄດ້ລົງຄະແນນສຽງຮັບ ຮອງເອົາ ຮ່າງນິຕິກຳສ້າງໃໝ່ຂອງ ນະຄອນຫລວງວຽງຈັນ ຈຳນວນ 1 ສະບັບ ແລະ ຮັບຮອງເອົາຮ່າງຂໍ້ ຕົກລົງວ່າດ້ວຍການຮັບຮອງເອົາ ລາຄາຫົວໜ່ວຍທົດແທນຕໍ່ຊັບສິນ ທີ່ໄດ້ຮັບຜົນກະທົບຈາກໂຄງການ ປັບປຸງ ແລະ ສ້ອມແປງເສັ້ນທາງ ຫລວງແຫ່ງຊາດ ເລກທີ 13 ໃຕ້ ຕື່ມອີກ. ຂ່າວ: ທະນູທອງ, ພາບ: ເກດສະໜາ

RkJQdWJsaXNoZXIy MTc3MTYxMQ==