5914

75 o'k,7;k,fu muj gxa ove,t8t{pyj '.spj 0v'ltskp dy , vy o -5 ' z6 h oemu j py j '.spj 0v'xt-k-q o lxx gdq ks]u xtgmf]k; 4 3]d c]t gsfdko *** ຕໍ່ຈາກສະບັບກ່ອນ*** *** ຕໍ່ຈາກໜ້າ 1 *** *** ອ່ານຕໍ່ສະບັບໜ້າ *** 10/07/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ແນວຄິດການປະຕິວັດ ແລະ ພາລະກິດເພື່ອເອກະລາດຂອງສະ ຫາຍ ກິມ ອິນ ຊຸງ ໄດ້ສືບຕໍ່ຮັບ ການເສີມຂະຫຍາຍຢ່າງຕໍ່ເນື່ອງ ພາຍໃຕ້ການຊີ້ນຳໆພາຂອງສະ ຫາຍ ກິມ ເຈິງ ອິນ ແລະ ສະຫາຍ ກິມ ເຈິງ ອຸນ ຜູ້ນຳທີ່ຍິ່ງໃຫຍ່ຂອງ ສປປ ເກົາຫລີ. ໃນຫລາຍທົດສະວັດທີ່ຜ່ານມາ, ສະຫາຍ ກິມ ເຈິງ ອິນ ຜູ້ນຳທີ່ຍິ່ງ ໃຫຍ່ ຂອງ ສປປ ເກົາຫລີ ໄດ້ຈັດຕັ້ງ ປະຕິບັດພາລະກິດຄັ້ງປະຫວັດສາດ ເພື່ອເຮັດໃຫ້ທົ່ວສັງຄົມປະກອບ ດ້ວຍແນວຄິດການປະຕິວັດ ຂອງ ສະຫາຍກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່ ຂອງ ສປປ ເກົາຫລີ ແລະ ສະຫາຍ ໄດ້ປົກປັກຮັກສາປະເທດຊາດ ແລະ ໂຊກຊະຕະກຳຂອງປະຊາຊົນດ້ວຍ ແນວຄິດເຊີນກຸນ (ແນວຄິດວ່າ ດ້ວຍການໃຫ້ບຸລິມາສິດແກ່ວຽກ ງານປ້ອງກັນຊາດ) ແລະ ສ້າງພື້ນ ຖານອັນໜັກແໜ້ນ ເພື່ອສ້າງສາປະ ເທດສັງຄົມນິຍົມ ໃຫ້ມີຄວາມເຂັ້ມ ແຂງ ແລະ ຈະເລີນຮຸ່ງເຮືອງ. ພາຍຫລັງ ສະຫາຍ ກິມ ເຈິງ ອິນ, ຜູ້ນຳທີ່ຍິ່ງໃຫຍ່ ຂອງປະຊາຊົນ ສປປ ເກົາຫລີ ໄດ້ສີ້ນລົມຫາຍໃຈ, ໂດຍມີຄວາມເຈດຕະນາລົມອັນໜັກ ແໜ້ນ ເພື່ອປົກປ້ອງພິທັກປະເທດ ສັງຄົມນິຍົມເກົາຫລີ ທີ່ບັນດາອະ ດີດຜູ້ນຳທີ່ຍິ່ງໃຫຍ່ ໄດ້ສ້າງຂຶ້ນ ແລະ ເພີ່ມພູນຄູນສ້າງມາຕະຫລອດ ຊີວິດ ແລະ ເພື່ອບັນລຸພາລະກິດສ້າງ ສາປະເທດສັງຄົມນິຍົມເກົາຫລີ ທີ່ ເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ ເຊິ່ງເປັນຄວາມປະສົງຕະຫລອດ ຊີວິດຂອງບັນດາສະຫາຍອະດິດຜູ້ ນຳຂອງ ສປປ ເກົາຫລີ, ສະຫາຍ ກິມ ເຈິງ ອຸນ ທີ່ແສນເຄົາລົບຮັກທີ່ ເປັນຜູ້ສືບທອດພາລະກິດອັນຍິ່ງ ໃຫຍ່ແຫ່ງການປະຕິວັດ ໄດ້ນຳພາ ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນ ສປປ ເກົາຫລີ ລຸກຂຶ້ນ ຕໍ່ສູ້ແບບວີລະຊົນ. ໃນໄລຍະເວລາ 10 ກວ່າປີຜ່ານ (ເນື່ອງໃນໂອກາດຄົບຮອບ 30 ປີ ແຫ່ງການມໍລະນະກຳ ຂອງສະຫາຍ ກິມ ອິນ ຊຸງ ຜູ້ນຳທີ່ຍິ່ງໃຫຍ່ ຂອງປະຊາຊົນເກົາຫລີ) ມາພາຍຫລັງ ສະຫາຍ ກິມ ເຈິງ ອິນ ຜູ້ນໍາທີ່ຍິ່ງໃຫ່ຍຂອງ ສປປ ເກົາຫລີ ເຖິງແກ່ມໍລະນະກໍາແລ້ວ, ສະຫາຍ ກິມ ເຈິງ ອຸນ ທີ່ແສນເຄົາລົບຮັກໄດ້ ນຳພາການປະຕິວັດຂອງ ສປປ ເກົາ ຫລີ ແລະ ສ້າງຄຸນງາມຄວາມດີອັນ ຍິ່ງໃຫຍ່ຢ່າງແທ້ຈິງ. ພາຍໃຕ້ການຊີ້ນຳໆພາອັນສະ ຫລາດສ່ອງໃສຂອງ ສະຫາຍ ກິມ ເຈິງ ອຸນ, ຄວາມສາມາດການນຳ ພາ ແລະ ຄວາມສາມາດໃນການສູ້ ຊົນຂອງພັກແຮງງານເກົາຫລີ ໄດ້ ຮັບການເພີ່ມທະວີຍິ່ງໆຂຶ້ນ ແລະ ເສັ້ນທາງອັນໃໝ່ແຫ່ງການກໍ່ສ້າງ ສັງຄົມນິຍົມໄດ້ເປີດກວ້າງ. ກຳລັງ ແຮງລວມແຫ່ງຊາດ ໄດ້ຮັບການ ເສີມຂະຫຍາຍຢ່າງສູງ ແລະ ສັງ ຄົມນິຍົມເກົາຫລີ ໄດ້ຢືນຢູ່ແຖວ ໜ້າຂອງປະເທດທີ່ມີຄວາມເຂັ້ມ ແຂງທາງດ້ານທະຫານ ແລະ ພາລະ ບົດບາດ ແລະ ກຽດສັກສີຂອງ ສປປ ເກົາຫລີ ນັບມື້ນັບສູງເດັ່ນຂຶ້ນ ກວ່າເກົ່າໃນເວທີພາກພື້ນ ແລະ ສາ ກົນ ຊຶ່ງເປັນການສ້າງບັນຍາກາດ ທີ່ອຳນວຍຄວາມສະດວກໃຫ້ແກ່ ການເຄື່ອນໄຫວຕ່າງປະເທດ ຂອງ ພວກເຮົາ. ອຸດສາຫະກຳການທ່ອງທ່ຽວ... ກອງປະຊຸມເປີດກວ້າງ... ກະຊວງປ້ອງກັນປະເທດ... ກົດ2024ພາຍໃຕ້ການເປັນປະທານ ຂອງສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກ, ຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ, ມີຮອງເລຂາ ຄະນະປະຈຳພັກ, ຄະ ນະບໍລິຫານງານພັກ, ເລຂາໜ່ວຍ ພັກ ເຂົ້າຮ່ວມ. ໂອກາດນີ້, ທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິ ຫານງານພັກ, ຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດໄດ້ສະ ຫລຸບຕີລາຄາດ້ານດີ ແລະ ຜົນສໍາ ເລັດໄລຍະຜ່ານມາໂດຍຫຍໍ້ ເຊິ່ງຄະ ນະບໍລິຫານງານພັກ ອອປສ ຖືເອົາ ວຽກງານການເມືອງ-ແນວຄິດໃຫ້ ສະມາຊິກພັກ, ພະນັກງານ-ລັດຖະ ກອນ ແຕ່ລະຂັ້ນຢ່າງໜັກແໜ້ນຕິດ ພັນກັບການບໍາລຸງຍົກລະດັບທາງ ດ້ານທິດສະດີການເມືອງການປົກ ຄອງ ແລະ ວິຊາສະເພາະໃນໄລຍະ ສັ້ນ, ໄລຍະຍາວ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຢ່າງເປັນລະບົບຕໍ່ ເນື່ອງ, ໄດ້ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍບັນດາມະຕິກອງປະ ຊຸມໃຫຍ່ຂອງສູນກາງພັກ ສະໄໝທີ XI ແລະ ມະຕິຂອງກົມການເມືອງ ສູນກາງພັກ ສະບັບເລກທີ 04/ ກມສພ, ຈັດຕັ້ງປາຖະກະຖາວັນສໍາ ຄັນຕ່າງໆຂອງຊາດ ແລະ ຂອງສາ ກົນຕິດພັນກັບການປັບປຸງການຈັດ ຕັ້ງຂອງອົງການໄອຍະການປະຊາ ຊົນແຕ່ລະຂັ້ນໃຫ້ທົ່ວເຖິງໄດ້ຈັດ ຕັ້ງຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ ຄັ້ງທີV ຂອງອົງຄະນະພັກອົງ ການໄອຍະການປະຊາຊົນສູງສຸດ, ຜັນຂະຫຍາຍ 6 ແຜນງານ 25 ໂຄງ ການ ແລະ 96 ບັນດາກິດຈະກໍາເຂົ້າ ສູ່ວຽກງານຕົວຈິງ, ຈັດຕັ້ງເຜີຍແຜ່ ບັນດານິຕິກໍາ ຂອງຫົວໜ້າ ອອປສ ໂດຍສຸມໃສ່ການຈັດຕັ້ງປະຕິບັດ ວາລະແຫ່ງຊາດກ່ຽວກັບບັນຫາຢາ ເສບຕິດ, ກຽມຄວາມພ້ອມຮອບ ດ້ານໃນກະກຽມການດໍາເນີນກອງ ປະຊຸມ 3 ຂັ້ນ ໃຫ້ທັນຕາມກໍານົດເວ ລາເຫັນວ່າຖັນແຖວສະມາຊິກພັກ ພະນັກງານ-ລັດຖະກອນ ມີແນວຄິດ ທັດສະນະຫລັກໝັ້ນການເມືອງໜັກ ແໜ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງ ພັກ ກໍຄືອຸດົມການສັງຄົມນິຍົມ, ມີ ຄວາມຫ້າວຫັນ ແລະ ເປັນເຈົ້າການ ປະຕິບັດໜ້າທີ່ວຽກງານສໍາເລັດຜົນ ເປັນຢ່າງດີ ແລະ ຕີຖອຍປະກົດການ ຫຍໍ້ທໍ້ໃນຖັນແຖວພະນັກງານໄອຍະ ການ, ພ້ອມນັ້ນກໍມີການສໍາຫລວດ ກວດກາ ແລະ ປະຕິບັດວິໄນຕໍ່ຜູ້ທີ່ ລະເມີດກົດໝາຍຈໍານວນໜຶ່ງ. ໂດຍລວມແລ້ວເຫັນໄດ້ວ່າສະ ມາຊິກພັກ, ພະນັກງານທົ່ວລະບົບອົງ ການໄອຍະການປະຊາຊົນສ່ວນ ຫລາຍມີທັດສະນະຫລັກໜັ້ນການ ເມືອງໜັກແໜ້ນ, ມີຄຸນສົມບັດສິນ ທໍາປະຕິວັດ, ມີຈິດໃຈຮັບໃຊ້ຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມຊື່ສັດ ບໍລິສຸດ ພາຍໃນມີຄວາມສາມັກຄີ ເປັນເອກະພາບ ແລະ ປະຕິບັດໜ້າ ທີ່ດ້ວຍຈິດໃຈຟົດຟື້ນຕິດພັນກັບການ ຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາດ້ວຍຄໍາຂວັນ 3 ມີ 4 ຮັບປະກັນຂອງອົງການໄອຍະ ການປະຊາຊົນສູງສຸດວາງອອກ ຢ່າງເປັນຂະບວນກ້ວາງຂວາງ. ສ່ວນດ້ານວຽກງານວິຊາສະ ເພາະ ຖືເປັນໜ້າທີ່ໃຈກາງໂດຍຍຶດ ໝັ້ນລັດຖະທໍາມະນູນ ແລະ ກົດໝາຍ ງານ, ຄະນະຈັດຕັ້ງສູນກາງພັກ, ມີການນຳກະຊວງປ້ອງກັນປະເທດ, ພ້ອມດ້ວຍນາຍທະຫານການນໍາ ຂັ້ນສູງທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ. ໃນພິທີ, ສະຫາຍ ດອນ ໄພວົງ ໄດ້ຜ່ານລັດຖະດຳລັດ ວ່າດ້ວຍການ ເລື່ອນຊັ້ນນາຍທະຫານຊັ້ນພົນຈັດ ຕະວາ ຂຶ້ນ ຊັ້ນພົນຕີ ໂດຍອີງຕາມ ລັດຖະທຳມະນູນແຫ່ງ ສປປ ລາວ (ສະບັບປັບປຸງ ປີ 2015) ມາດຕາ 67 ຂໍ້ 6, ອີງຕາມກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນ ລາວ ສະບັບເລກທີ 43/ສພຊ, ລົງ ວັນທີ 14 ມິຖຸນາ 2018, ອີງ ຕາມ ຄຳສະເໜີຂອງນາຍົກລັດຖະມົນຕີ ສະບັບເລກທີ 51/ນຍ, ລົງວັນທີ 18 ມິຖຸນາ 2024, ປະທານປະເທດ ສາທະລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດ ຕົກລົງເລື່ອນຊັ້ນສະຫາຍ ພົນຈັດ ຕະວາ ໄພວັນ ຈັນທະພົມມາ ຮອງ ຫົວໜ້າກົມໃຫຍ່ການເມືອງກອງ ທັບ ແລະ ສະຫາຍ ພົນຈັດຕະວາ ສົມ ພອນ ມິດຕະພອນ ຮອງຫົວໜ້າກົມ ໃຫຍ່ ເສນາທິການກອງທັບຂຶ້ນຊັ້ນ ພົນຕີ. ໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສີລິວົງ ໄດ້ໃຫ້ກຽດໂອ້ ລົມ ແລະ ໃຫ້ທິດທາງຊີ້ນໍາຫລາຍ ບັນຫາສຳຄັນຕໍ່ນາຍທະຫານທີ່ໄດ້ ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງເນັ້ນໃຫ້ນາຍທະຫານ ແຕ່ ລະສະຫາຍສືບຕໍ່ຝຶກຝົນຫລໍ່ຫລອມ ຕົນເອງໃນທຸກດ້ານ, ພ້ອມກັນຍົກສູງ ຄວາມຮັບຜິດຊອບການເມືອງຂອງ ຕົນຢ່າງເປັນເຈົ້າການ, ເປັນຫລັກ ແຫລ່ງໃນການເຕົ້າໂຮມຄວາມສາ ມັກຄີພາຍໃນໃຫ້ແໜ້ນແຟ້ນ, ສຸມ ໃສ່ແບບແຜນວິທີເຮັດວຽກໃຫ້ຮັດ ກຸມ ແລະ ເປັນບັນຫາສຳຄັນບົນພື້ນ ຖານຕ້ອງປະຕິບັດຕາມຫລັກການ ລວມສູນປະຊາທິປະໄຕ ເຮັດວຽກ ເປັນໝູ່ຄະນະ, ແບບແຜນວິທີເຮັດ ວຽກຕ້ອງມີຂັ້ນຕອນ ແລະ ມີຈຸດສຸມ ປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ສຳເລັດສູງກວ່າເກົ່າ ເພື່ອພ້ອມ ກັນກໍ່ສ້າງກອງທັບປະຊາຊົນລາວ ກ້າວຂຶ້ນ ເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝຢ່າງບໍ່ຢຸດຢັ້ງ. ຂ່າວ: ປູນາ ສຸດທະວົງ ໄດ້ໃຫ້ທັດສະນະໂອກາດເຂົ້າຮ່ວມ ກອງປະຊຸມພົບປະລະຫວ່າງສະມາ ຄົມສົ່ງເສີມການທ່ອງທ່ຽວ ດ້ານວັດ ທະນະທຳ ລາວ-ຈີນ ແລະ ຄະນະ ຜູ້ແທນສະພາການທ່ອງທ່ຽວຈີນ ເມື່ອບໍ່ດົນມານີ້ວ່າ: ປັດຈຸບັນ, ບົດ ບາດອຸດສາຫະກຳການທ່ອງທ່ຽວ ມີຄວາມສຳຄັນຢ່າງຫລວງຫລາຍ ບໍ່ພຽງແຕ່ໃນການພັດທະນາສ້າງ ເສດຖະກິດ, ຟື້ນຟູສະພາບຊີວິດການ ເປັນຂອງປະຊາຊົນ. ພ້ອມນີ້, ທຸລະ ກິດຂະແໜງບໍລິການ ຍັງຊ່ວຍສືບ ຕໍ່ຂະຫຍາຍການພັດທະນາຄວາມ ກ້າວໜ້າທາງດ້ານເສດຖະກິດ ແລະ ສັງຄົມຂອງປະເທດ ກໍຄື ພາກພື້ນ ຕ່າງໆໃນໂລກ; ເປັນການສົ່ງເສີມ ສັນຕິພາບ, ຄວາມໝັ້ນຄົງທີ່ຍືນຍົງ ແລະ ສະພາບແວດລ້ອມອັນດີເລີດ ໃຫ້ແກ່ການພັດທະນາທຸລະກິດ, ການຮ່ວມມືດ້ານການຄ້າ-ການ ລົງ ທຶນ ຈົນເຖິງການສົ່ງເສີມການທ່ອງ ເພື່ອຮັບປະກັນ ໃຫ້ແກ່ການປະຕິ ບັດໜ້າທີ່ວິຊາສະເພາະໃຫ້ມີຄວາມ ວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸຕິທໍາ, ພ້ອມທັງ ເພີ່ມທະວີການບໍາລຸງຍົກລະດັບດ້ານ ຄວາມຮູ້ຄວາມສາມາດ ດ້ານວິຊາ ສະເພາະ, ຄຸນ ສົມບັດສິນທໍາປະຕິ ວັດ, ຈັນຍາບັນ, ຈັນຍາທໍາ ຂອງ ພະນັກງານໄອຍະການປະຊາຊົນ ຂັ້ນຕ່າງໆ ແລະ ສູ້ຊົນຄົ້ນຄວ້າແກ້ ໄຂຄະດີອາຍາຂັ້ນລົບລ້າງ ແລະ ຄໍາສະເໜີ, ຄໍາຊີ້ຂາດ, ສໍານວນທວງ ຕາມຂໍ້ຕົກລົງຂອງສະພາແຫ່ງຊາດ, ຄໍາຮ້ອງຂໍຮື້ຟື້ນ ແລະ ຄໍາຮ້ອງຕ່າງໆ ມີທັງໝົດ 357 ເລື່ອງ, ແກ້ໄຂແລ້ວ 2 19 ເລື້ອງ, ຍັງຄ້າງ 138 ເລື່ອງ, ຄະດີແພ່ງຂັ້ນລົບລ້າງ, ຂັ້ນຮື້ຟື້ນ ແລະ ຄໍາຮ້ອງຕ່າງໆ ທັງໝົດ 456 ເລື່ອງ, ແກ້ໄຂແລ້ວ 301 ເລື່ອງ, ຍັງຄ້າງ 155 ເລື່ອງ; ຕິດຕາມຊຸກ ຍູ້ລົງກວດກາຄ້າຍຄຸ້ມຂັງ, ດັດສ້າງ ກ່ຽວກັບນັກໂທດກາຍກໍານົດ, ບໍ່ ມີຄໍາຕັດສິນຂອງສານ, ປັບປຸງຮ່າງ ລັດຖະບັນຍັດວ່າດ້ວຍການໃຫ້ອະ ໄພຍະໂທດ, ຄົ້ນຄວ້າການສະເໜີ ອະໄພຍະໂທດ ປະຈໍາປີ 2024, ວຽກງານຕິດຕາມກວດກາທົ່ວໄປ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍ ບາດກ້າວໃໝ່ ດ້ວຍການຕິດຕາມ ເກັບກໍາຂໍ້ມູນສອບຖາມວິໃຈອາຊະ ຍາກໍາຢາຍເສບຕິດ, ສະຖິຕິການ ປະຕິບັດຄໍາຕັດສີນຂອງສານ, ຄົ້ນ ຄວ້ານິຕິກໍາກ່ຽວກັບການດໍາເນີນ ຄະດີປົກຄອງ, ພ້ອມນັ້ນຍັງໄດ້ເອົາ ໃຈໃສ່ຊີ້ນໍາ-ນໍາພາບັນດາກົມ, ຫ້ອງ ການ, ສະຖາບັນຄົ້ນຄ້ວາ ແລະ ຝຶກ ອົບຮົມໄອຍະການ ໄດ້ຕັ້ງໜ້າເຄື່ອນ ໄຫວປະຕິບັດໜ້າທີ່ຢ່າງເປັນເຈົ້າ ການ ແລະ ມີຜົນສໍາເລັດເປັນຢ່າງດີ. ພ້ອມນັ້ນໄດ້ສືບຕໍ່ພັດທະນາພື້ນ ຖານໂຄງລ່າງຢ່າງມີຈຸດສຸມ ເປັນ ຕົ້ນ ສຸມໃສ່ກະກຽມກໍ່ສ້າງ ແລະ ປັບປຸງແບບຫ້ອງການຂອງອົງການ ໄອຍະການປະຊາຊົນ ແຂວງບໍ່ແກ້ວ, ໄຊຍະບູລີເຂດ 2 ແຂວງໄຊສົມບູນ ແລະ ເຂດ, ໄດ້ປັບປຸງລະບົບເຕັກ ນິກ, ຂໍ້ມູນຂ່າວສານເພື່ອຮັບປະກັນ ການໂຄສະນາເຜີຍແຜ່ການປະຕິບັດ ພາລະບົດບາດຂອງອົງການໄອຍະ ການປະຊາຊົນ ແຕ່ລະຂັ້ນເຮັດໃຫ້ ການເຄື່ອນໄຫວວຽກງານວິຊາສະ ເພາະຫັນເປັນທັນສະໄໝ ແລະ ວ່ອງ ໄວກວ່າເກົ່າ. ຂ່າວ: ໜັງສືພິມປະຊາຊົນ *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ທ່ຽວທີ່ມີລັກສະນະກ້າວກະໂດດ ແລະ ເປັນຕົວແບບ ໂດຍສະເພາະໃນ ຍຸກແຫ່ງການພັດທະນາຕາມທິດ ສີຂຽວເຊິ່ງລັດຖະບານໄດ້ໃຫ້ຄວາມ ສຳຄັນ, ທັງເປັນບຸລິມະສິດ ແລະ ຈຸດ ສຸມຂອງການພັດທະນາ, ການມີ ຄວາມຮັບຜິດຊອບຕໍ່ສັງຄົມ, ສິ່ງ ແວດລ້ອມກໍຄືການດຳລົງຊີວິດຂອງ ປະຊາຊົນຕາມແຕ່ລະທ້ອງຖິ່ນແຕ່ ລະວັດທະນະທຳ ທີ່ມີຄວາມຫລາກ ຫລາຍ ຢູ່ໃນສອງປະເທດ ລາວຈີນ, ເວົ້າລວມແມ່ນຢູ່ໃນເຂດລຸ່ມ ນ້ຳຂອງ ແລະ ຈີນຕອນໃຕ້. ການອອກນະໂຍບາຍຍົກເວັ້ນ ວີຊາຝ່າຍດຽວ ແກ່ນັກທ່ອງທ່ຽວ ຈາກ ສປ ຈີນ ແລະ ຫລາຍປະເທດ ໄດ້ເພີ່ມຄວາມສະດວກດ້ານວີຊາ ແລະ ເພີ່ມໄລຍະການພັກເຊົາຢ້ຽມ ຢາມສປປລາວຂອງນັກທ່ອງທ່ຽວ ໂດຍມີການປະສານງານຈາກທຸກ ພາກສ່ວນກ່ຽວຂ້ອງ, ການຕັດສິນ ໃຈເຫລົ່ານີ້ ຈະຊ່ວຍໃຫ້ທຸລະກິດທີ່ ຕິດພັນກັບຂະແໜງບໍລິການການ ທ່ອງທ່ຽວໃນບ້ານເຮົາ ກໍຄືຈາກ ສປ ຈີນ. ການພົບປະລະຫວ່າງສະມາ ຄົມສົ່ງເສີມການທ່ອງທ່ຽວດ້ານ ວັດທະນະທຳ ລາວ-ຈີນ ແລະ ຄະນະ ຜູ້ແທນສະພາການທ່ອງທ່ຽວຈີນ ໃນຄັ້ງນີ້, ເປັນໂອກາດອັນດີເລີດ ເພື່ອພ້ອມກັນປັບປຸງ, ພັດທະນາ ການບໍລິການໃຫ້ມີມາດຕະຖານ ທັງດ້ານຄຸນນະພາບແລະປະລິມານ, ດ້ານຫລັກອະນາໄມ, ຄວາມສະ ອາດ, ຄວາມປອດໄພຂອງນັກທ່ອງ ທ່ຽວ; ຮັກສາໄວ້ ຊຶ່ງຄວາມງົດງາມ ຂອງວັດທະນະທຳຮີດຄອງປະເພນີ ແລະ ແບບແຜນການດຳລົງຊິວິດ ອັນດີງາມຂອງທ້ອງຖິ່ນ, ຊຸມຊົນ, ບ້ານທີ່ຢູ່ຄູ່ພວກເຮົາມາຢ່າງຍາວ ນານ ອັນຈະເປັນການປະກອບສ່ວນ ສືບຕໍ່ພັດທະນາການທ່ອງທ່ຽວສີ ຂຽວຂອງປະເທດເຮົາ ເຊິ່ງຈະຍິ່ງ ເພີ່ມດ້ານຄຸນຄ່າ ແລະ ໄດ້ຮັບຜົນ ປະໂຫຍດຍາວນານ ບໍ່ວ່າຈະເປັນທຸ ລະກິດທ່ອງທ່ຽວມາດຕະຖານສາ ກົນ, ທຸລະກິດຂະໜາດນ້ອຍ, ຂະ ໜາດກາງ, ຈຸນລະວິສະຫະກິດໃນຂະ ແໜງທ່ອງທ່ຽວ, ຫັດຖະກຳ, ກະສິ ກຳ, ຜູ້ຜະລິດສິນຄ້າທີ່ເປັນເອກະລັກ ຂອງບ້ານ, ຊຸມຊົນ, ທ້ອງຖິ່ນໃຫ້ແກ່ ຜູ້ມາຢ້ຽມຢາມ; ຮັບປະກັນການຮັກ ສາລິຂະສິດດ້ານການຄ້າກໍຄືພູມປັນ ຍາຂອງທ້ອງຖິ່ນ, ຂອງປະຊາຊົນ ອັນເປັນເອກະລັກປະຈຳຊາດ ແລະ ຄວາມຮັ່ງມີດ້ານວັດທະນະທຳ. ທ່ານ ທະນົງສິນ ກັນລະຍາ ຍັງ ກ່າວອີກວ່າ: ສະເພາະການສົ່ງເສີມ ການທ່ອງທ່ຽວ ລາວ-ຈີນ, ສຄອຊ ແມ່ນໄດ້ມີສ່ວນຮ່ວມກັບພາກລັດ ຖະບານ ໃນການສ້າງແຜນກິດຈະ ກໍາການຕ້ອນຮັບນັກທ່ອງທ່ຽວ ຈາກ ສປ ຈີນ ໂດຍການສົມທົບກັບ ພາກທຸລະກິດ ທີ່ທັງເປັນສະມາຊິກ ແລະ ບໍ່ເປັນສະມາຊິກຂອງ ສຄອຊ ໃນການສ້າງລາຍການ (ໂປຣ ແກຣມ) ການທ່ອງທ່ຽວແລະການ ຮ່ວມມືຂອງພາກທຸລະກິດຂອງສອງ ປະເທດ ໃນຂະແໜງການທ່ອງທ່ຽວ ຫລາຍຂຶ້ນ. ນອກນັ້ນ, ຍັງໄດ້ມີການ ປະສານສົມທົບກັບຫ້ອງການຜູ້ ຕາງໜ້າການຄ້າຕ່າງປະເທດທີ່ປະ ຈໍາຢູ່ບາງແຂວງຂອງ ສປ ຈີນ ຊ່ວຍ ໃນການໂຄສະນາ ແລະ ສົ່ງເສີມ ການຮ່ວມມືໃນຂະແໜງທ່ອງທ່ຽວ ອີກດ້ວຍ; ມີການຮ່ວມມືກັບການບິນ ລາວ ຂະຫຍາຍເສັ້ນທາງການບິນ ໃນບາງຂົງເຂດສູ່ ສປ ຈີນ ເພີ່ມຂຶ້ນ ເພື່ອຕອບສະໜອງຄວາມຕ້ອງການ ຂອງຕະຫລາດ, ສ້າງສິ່ງອໍານວຍ ສະດວກໃນການເດີນທາງໃຫ້ແກ່ ນັກທ່ອງທ່ຽວ ກໍຄື ຜູ້ເດີນທາງຈາກ ທັງ 2 ປະເທດ. ຂໍ້ມູນ: ຣັດສະໝີ ດວງສັດຈະ *** ຕໍ່ຈາກໜ້າ 1 *** ໂດຍສະຫາຍໄດ້ຍົກໃຫ້ເຫັນບາງ ເນື້ອໃນສຳຄັນວ່າ: 6 ເດືອນຕົ້ນປີ 2024 ນອກຈາກການສຸມໃສ່ ປະຕິ ບັດມະຕິກອງປະຊຸມໃຫຍ່ຂອງພັກ ຂອງແຕ່ລະປະເທດແລ້ວ, ສອງປະ ເທດ ຫວຽດນາມ-ລາວ ກໍໄດ້ສົມ ທົບກັນຢ່າງແໜ້ນແຟ້ນໃນການປະ ຕິບັດບັນດາຂໍ້ຕົກລົງ, ສັນຍາຮ່ວມ ມືສອງຝ່າຍ ຫວຽດນາມ-ລາວ ໄລຍະ 20212025 ແລະ ໄລຍະ ຍາວແມ່ນຍຸດທະສາດການຮ່ວມ ມືໄລຍະ 2021-2030 ເຊິ່ງການ ພົວພັນດ້ານການເມືອງ ນັບມື້ນັບ ການພົວພັນ... ແໜ້ນແຟ້ນເປັນເຂັມທິດຊີ້ທາງ ໃຫ້ການຮ່ວມມືລະຫວ່າງ ສອງປະ ເທດ; ດ້ານການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ, ວຽກງານຊາຍ ແດນສືບຕໍ່ໄດ້ຮັບການຮ່ວມມືຢ່າງ ແໜ້ນແຟ້ນໃນທຸກຂົງເຂດ, ໄດ້ປະ ກອບສ່ວນຮັກສາຄວາມສະຖຽນ ລະພາບ ແລະ ຄວາມໝັ້ນຄົງດ້ານ ການເມືອງຢູ່ແຕ່ລະປະເທດ; ການ ຮ່ວມມືດ້ານເສດຖະກິດ, ການລົງ ທຶນ, ການຄ້າ, ວັດທະນະທຳ, ວິທະ ຍາສາດເຕັກໂນໂລຊີ ລະຫວ່າງສອງ ປະເທດ ພວມໄດ້ຜັນຂະຫຍາຍຢ່າງ ບໍ່ຢຸດຢັ້ງ, ເຂົ້າສູ່ລວງເລິກ, ຕັ້ງໜ້າ ປະຕິບັດໝາກຜົນຂອງກອງປະຊຸມ ຄັ້ງທີ 46 ຂອງຄະນະກຳມະການ ຮ່ວມມືລະຫວ່າງລັດຖະບານຫວຽດ ນາມ-ລາວ; ດ້ານການສຶກສາ ແລະ ການກໍ່ສ້າງຊັບພະຍາກອນມະນຸດ ສືບຕໍ່ໄດ້ຮັບຄວາມເອົາໃຈ; ການພົວ ພັນລະຫວ່າງບັນດາແຂວງຕ່າງໆ ຂອງສອງປະເທດໄດ້ຮັບການພັດ ທະນາຢ່າງຕັ້ງໜ້າ, ບໍ່ພຽງແຕ່ລະ ຫວ່າງບັນດາແຂວງທີ່ມີຊາຍແດນ ຕິດຈອດກັນ ຫລື ລະຫວ່າງບັນດາ ແຂວງແຮກສ່ຽວຂອງສອງປະເທດ ເທົ່ານັ້ນ, ຫາກຍັງໄດ້ຮັບການເປີດ ກວ້າງ ໄປຮອດບັນດາແຂວງຂອງ ລາວກັບບັນດາແຂວງ, ນະຄອນ ຂອງຫວຽດນາມ ອີກດ້ວຍ, ເຮັດ ໃຫ້ການຮ່ວມມື ແລະ ການຊ່ວຍ ເຫລືອເຊິ່ງກັນ ແລະ ກັນນັບມື້ນັບມີ ປະສິດທິຜົນສູງຂຶ້ນ. ເຖິງຢ່າງໃດກໍຕາມສາຍພົວພັນ ແບບພິເສດ ລະຫວ່າງ ຫວຽດນາມລາວ ຍັງປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຢ່າງເຄັ່ງຕຶງຈາກ ສະພາບແວດລ້ອມສາກົນ, ພາກພື້ນ. ແຕ່ດ້ວຍຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມຢ່າງສູງສຸດ ຂອງທັງສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງປະເທດ, ພວກ ເຮົາເຊື່ອໝັ້ນຢ່າງໜັກແໜ້ນວ່າ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງຫວຽດ ນາມ-ລາວ ຈະໄດ້ຮັບການຮັກສາ ແລະ ເພີ່ມພູມຄູນສ້າງຕະຫລອດ ໄປຄືດັ່ງຄວາມຫວັງຂອງປະທານ ໄກສອນ ພົມວິຫານ ທີ່ວ່າ: “ເຖິງ ວ່າພູຈະຖືກເຊາະເຈື່ອນ, ແມ່ນໍ້າລໍາ ເຊຈະເຫືອດແຫ້ງ, ແຕ່ສາຍພົວພັນ ມິດຕະພາບ ລາວ-ຫວຽດນາມ ຈະໝັ້ນຄົງຂະນົງແກ່ນຊົ່ວກາລະ ນານ” ແລະ ສາຍພົວພັນດັ່ງກ່າວ ຈະໄດ້ຮັບການພັດທະນາຈະເລີນ ງອກງາມຢ່າງບໍ່ຢຸດຢັ້ງ ເພື່ອຜົນປະ ໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ ໃນພາກພື້ນ ແລະ ໃນໂລກ. ສະຫາຍ ຫງວຽນ ບ໋າ ຮຸ່ງ ຍັງໄດ້ ກ່າວອີກວ່າ: ເພື່ອຮັກສາໄວ້ ແລະ ພັດທະນາສາຍພົວພັນພິເສດຫວຽດ ນາມ-ລາວ ໃຫ້ນັບມື້ນັບເຂົ້າສູ່ລວງ ເລິກ, ມີປະສິດທິຜົນຫລາຍກວ່າເກົ່າ ແລະ ນຳເອົາຜົນປະໂຫຍດແທ້ຈິງ ໃຫ້ແກ່ສອງປະເທດ, ພິເສດ, ບໍ່ມີອິດ ທິກຳລັງໃດໆສາມາດແບ່ງແຍກ ສາຍພົວພັນສອງປະເທດ ດັ່ງຄຳເວົ້າ ຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ, ຂ້າພະເຈົ້າຄິດວ່າສອງປະເທດພວກ ເຮົາຕ້ອງການສືບຕໍ່ຄຽງບ່າຄຽງ ໄຫລ່ກັນ, ເພີ່ມທະວີປະສິດທິຜົນ ການຮ່ວມມື; ໃນຕໍ່ໜ້າ, ສອງປະເທດ ຄວນສຸມໃສ່ເຂົ້າໃນບັນດາບູລິມະ ສິດຄື: ສືບຕໍ່ຂະຫຍາຍສາຍພົວພັນ ເຂົ້າສູ່ລວງເລິກ, ປະຕິບັດບັນດາຂໍ້ ຕົກລົງຂັ້ນສູງຢ່າງດີ, ພິເສດ, ຕ້ອງ ການສືບຕໍ່ຮັກສາໄວ້ ແລະ ຍົກສູງ ປະສິດທິຜົນບັນດາກົນໄກຮ່ວມມືລະ ຫວ່າງການນຳຂັ້ນສູງສອງປະເທດ; ເຊື່ອມຊຶມ ແລະ ຍົກສູງຄວາມຮັບຮູ້ ກ່ຽວກັບຄວາມສຳຄັນຂອງສາຍພົວ ພັນພິເສດ ຫວຽດນາມ-ລາວ ໃຫ້ ທົ່ວປວງຊົນ; ຍົກລະດັບການຮ່ວມມື ດ້ານເສດຖະກິດຂອງສອງປະເທດ ດ້ວຍການເປີດກວ້າງ, ຍົກລະດັບ ການເຊື່ອມຕໍ່ຄົມມະນາຄົມຕາເວັນ ອອກ-ຕາເວັນຕົກ; ສ້າງກົນໄກຮ່ວມ ມືຄົບຊຸດ, ນະໂຍບາຍພິເສດເພື່ອປົດ ປ່ອຍຊັບພະຍາກອນມະນຸດ, ອຳ ນວຍຄວາມສະດວກທີ່ສຸດໃຫ້ແກ່ ວິສາຫະກິດ, ປະຊາຊົນສອງຊາດ ລົງທຶນ ແລະ ເຮັດທຸລະກິດ; ແກ້ໄຂ ຂໍ້ຄົງຄ້າງດ້ວຍບັນດາວິທີການບຸກ ທະລຸ; ເສີມຂະຫຍາຍບັນດາຮູບ ແບບຮ່ວມມືໃໝ່ (ຮ່ວມມືຫວຽດ ນາມ-ລາວ ບວກ 1) ເພື່ອນຳໃຊ້ ຄວາມສາມາດບົ່ມຊ້ອນ, ທ່າແຮງ ຂອງສອງປະເທດ ແລະ ຍາດແຍ່ງ ກຳລັງບົ່ມຊ້ອນກ່ຽວກັບທຶນຮອນ, ບົດຮຽນ, ເຕັກໂນໂລຊີຂອງຄູ່ຮ່ວມ ມື; ນຳໃຊ້ບັນດາສົນທິສັນຍາການ ຄ້າເສລີ ເພື່ອເພີ່ມທະວີປະສິດທິຜົນ ການຄ້າ, ເປີດກວ້າງຕະຫລາດ ແລະ ດຶງດູດການລົງທຶນ; ສຸມໃສ່ ຄຸນນະພາບ, ປະສິດທິຜົນໃນການພັດ ທະນາຊັບພະຍາກອນມະນຸດ ເພື່ອ ຕອບສະໜອງບັນດາຄວາມຕ້ອງ ການຂອງການພັດທະນາຂອງແຕ່ ລະປະເທດ, ພ້ອມທັງປະກອບສ່ວນ ເຂົ້າໃນການຮັດແໜ້ນຄວາມຮັກ ແພງສະໜິດສະໜົມ, ຄວາມສາມັກ ຄີລະຫວ່າງປະຊາຊົນສອງຊາດ. ຂ່າວ: ກິດຕາ, ພາບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==