5914

xtgmf]k; 3 10/07/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me c0;'v5 fq ,w- l5 ,.lj ra fmtokglf4tdy f 8y fra oda [dkoxt8y [a f;k]tcsj '-kf ໂດຍ: ຄຳພູສະຫວັນ ເພັນສະຫວັດ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ບົດສະເໜີ ໂດຍ: ໄໝຄຳຍ້ອມສິນ lkprq ;ra o]k;{s;Pfok, c,j olkprq ;ra ory glf gxa ogvdt]a d|b j 'fP;.o3]d vk-u [ x6 d/a '{]h P'la f gxa oly o7h k lh k']kpIa [\A o7q ' * ໃນປະຫວັດສາດຂອງການພົວ ພັນສາກົນ ສາຍພົວພັນມິດຕະພາບທີ່ ເປັນມູນເຊື້ອຄວາມສາມັກຄີແບບພິ ເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງ ລາວ-ຫວຽດນາມ ໄດ້ເປັນແວ່ນ ແຍງແບບຢ່າງອັນພົ້ນເດັ່ນ ທີ່ບໍ່ເຄີຍມີ ມາກ່ອນ ໂດຍໄດ້ເອົາຜົນປະໂຫຍດມາ ສູ່ປະຊາຊົນສອງປະເທດ ທັງໃນຂະ ບວນການຕໍ່ສູ້ເພື່ອເອກະລາດເສລີພາບ ແລະ ຄວາມຮຸ່ງເຮືອງສີວິໄລໃນໄລຍະ ສ້າງສາ ແລະ ພັດທະນາປະເທດຊາ. ຈຸດພິເສດໃນສາຍພົວພັນລະຫວ່າງ ສອງຊາດ ລາວ-ຫວຽດນາມ ແມ່ນ ພວກເຮົາໄດ້ຕໍ່ສູ້ຮ່ວມກັນແລະໄດ້ຮັບໄຊ ຊະນະໃນໄລຍະດຽວກັນ ຂອງປະຫວັດ ສາດການປະຕິວັດຄື: ໃນປີ 1945, ສອງປະເທດໄດ້ຢືດອຳນາດການປົກ ຄອງ, ໃນປີ 1954 ໄດ້ຮັບໄຊຊະນະລ່າ ເມືອງຂຶ້ນຝຣັ່ງ, ປີ1975 ໄດ້ຮັບໄຊຊະ ນະໃນສົງຄາມຕໍ່ຕ້ານຈັກກະພັດອາ ເມລິກາ, ສຳເລັດການປະຕິວັດປົດປ່ອຍ ປະເທດຊາດ ແລະ ປະຕິບັດພາລະກິດ ປັບປຸງໃໝ່ຢ່າງມີຜົນສຳເລັດ. ສາຍພົວ ພັນ ລະຫວ່າງ ພັກ-ລັດ ແລະ ປະຊາຊົນ ສອງປະເທດແມ່ນ ສາຍພົວພັນທີ່ຈົງ ຮັກພັກດີ,ໂປ່ງໃສ, ຄວາມເຄົາລົບເຊິ່ງ ກັນ ແລະ ກັນ ການຊ່ວຍເຫລືອຢ່າງສຸດ ອົກສຸດໃຈ,ໝົດຈິດໝົດໃຈ. ຜ່ານຄວາມ ຍາກເຂັນ. ສາຍພົວພັນດັ່ງກ່າວບໍ່ໄດ້ ແຕກແຫງທັງບໍ່ໄດ້ທັບມ້າງ ເຖິງແມ່ນ ວ່າພວກກຳລັງສັດຕູຈະພະຍາຍາມ ເຄື່ອນໄຫວຕ້ານ ແລະ ທຳລາຍ, ກົງກັນ ຂ້າມສາຍພົວພັນນັ້ນນັບມື້ນັບຈິງໃຈ ແໜ້ນແຟ້ນ. ດັ່ງທີ່ສະຫາຍເລຂາທິ ການໃຫຍ່, ປະທານປະເທດ ໄກສອນ ພົມວິຫານ ເຄີຍໄດ້ກ່າວວ່າ:“ ໃນປະ ວັດສາດການປະຕິວັດທົ່ວໂລກມີຫລາຍ ແວ່ນແຍງແບບຢ່າງອັນດີເດັ່ນກ່ຽວ ກັບນ້ຳໃຈສາກົນກຳມະຊີບ ແຕ່ບໍ່ມີຢູ່ ບ່ອນໃດ ແລະ ບໍ່ເຄີຍມີຈັກເທື່ອຄວາມ ສາມັກຄີຮ່ວມສຳພັນສູ້ຮົບແບບພິເສດ ດົນນານ ແລະ ຮອບດ້ານຄືດັ່ງການພົວ ພັນຫວຽດນາມ-ລາວ, ຫລາຍຮຸ່ນລູກ ຫລານຊາວຫວຽດນາມ ໄດ້ມາຊ່ວຍ ເຫລືອປະຊາຊົນລາວຕໍ່ສູ້ ເພື່ອເອກະ ລາດເສລີພາບ ແລະ ສ້າງຊີວິດໃໝ່ ໄປ ສູ່ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມ ສຸກ. ຫລາຍສະຫາຍໄດ້ອຸທິດຕະຫລອດ ຊີວິດຂອງຕົນສຳຫລັບການປະຕິວັດ ລາວ, ຖືເອົາປະເທດລາວເປັນປະເທດ ຊາດທີສອງຂອງຕົນ. ໃນທົ່ວດິນແດນ ປະເທດລາວ, ເລືອດຂອງນັກຮົບຫວຽດ ນາມໄດ້ປະສົມເຂົ້າກັບເລືອດຂອງພະ ນັກງານສະມາຊິກພັກນັກຮົບແລະ ປະ ຊາຊົນລາວ. ປະຊາຊົນລາວກໍ່ໄດ້ເສຍ ສະລະເລືອດເນື້ອປະກອບສ່ວນເຂົ້າໃນ ການເພີ່ມທະວີ ແລະ ປັບປຸງສາຍພົວ * ຕະຫລອດໄລຍະ 6 ເດືອນຕົ້ນປີ 2024 ທີ່ຜ່ານມາ ຄະນະພັກ, ອົງການ ປົກຄອງແຂວງອຸດົມໄຊ ໄດ້ສຸມໃສ່ ເຄື່ອນໄຫວວຽກງານຕາມພາລະບົດ ບາດໃນສະພາບແວດລ້ອມຂອງສາກົນ ແລະ ພາກພື້ນ ກໍຄືປະເທດຂອງພວກ ເຮົາຍັງສືບຕໍ່ປະເຊີນໜ້າກັບຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ-ການ ເງິນ, ໄພເງິນເຟີ້, ເງິນກີບອ່ອນຄ່າ, ລາ ຄາສິນຄ້າແລະນໍ້າມັນເຊື້ອໄຟແພງຂຶ້ນ, ເຊິ່ງໄດ້ສົ່ງຜົນກະທົບ ໂດຍກົງຕໍ່ການ ດໍາລົງຊີວິດຂອງພະນັກງານ, ສະມາ ຊິກພັກ, ກໍາລັງປະກອບອາວຸດ, ປະຊາ ຊົນບັນດາເຜົ່າ ແລະ ເປັນສິ່ງທ້າທາຍ ຕໍ່ການເຄື່ອນໄຫວວຽກງານຂອງຄະ ນະພັກ, ອົງການປົກຄອງແຂວງ. ແຕ່ ພາຍໃຕ້ການຊີ້ນໍາຢ່າງໃກ້ຊິດຂອງ ພັກ-ລັດຖະບານ, ການຊຸກຍູ້, ຕິດຕາມ ກວດກາຢ່າງເປັນປົກກະຕິ ຂອງສະພາ ປະຊາຊົນແຂວງ ບວກໃສ່ກັບຄວາມພະ ຍາຍາມ ຢ່າງຕັ້ງໜ້າຂອງຄະນະພັກ, ອົງການປົກຄອງແຂວງ ຈຶ່ງເຮັດໃຫ້ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງ ທີ IXປະຈໍາປີ2024, ແຜນຍຸດທະສາດ ພັດທະນາ 4 ໃຈກາງ, 2 ວາລະແຫ່ງ ຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນ ຂອງລັດຖະບານ ໄດ້ຮັບການຈັດຕັ້ງປະ ຕິບັດຢ່າງຕັ້ງໜ້າຕໍ່ເນື່ອງ ມີຫລາຍ ວຽກງານຈຸດສຸມ ບັນລຸຄາດໝາຍຕົວ ເລກທີ່ສະພາປະຊາຊົນແຂວງ ໄດ້ຮັບ ຮອງ ຊຶ່ງໄດ້ເຮັດໃຫ້ເສດຖະກິດ-ສັງ ຄົມມີການຂະຫຍາຍຕົວ, ຊີວິດການ ເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບ ການພັດທະນາດີຂຶ້ນເທື່ອລະກ້າວ. * ການປູກຝັງ-ລ້ຽງສັດ ແມ່ນມູນ ເຊື້ອຄວາມດຸໝັ່ນ ຂອງປະຊາຊົນລາວ ທີ່ຜະລິດເປັນສະບຽງອາຫານແລະຂາຍ ເປັນສິນຄ້າ ເພື່ອສ້າງສາພັດທະນາເສດ ຖະກິດຄອບຄົວ ໃຫ້ມີຢູ່ມີກິນ ຕາມແນວ ທາງນະໂຍບາຍພັກ - ລັດ ທີ່ຍາມໃດກໍ ຊຸກຍູ້ສົ່ງເສີມໃຫ້ປະຊາຊົນ ຜູ້ທີ່ມີເງື່ອນ ໄຂສຸມໃສ່ການປູກຝັງ-ລ້ຽງສັດ ປູກໃຫ້ ຫລາຍກາຍເປັນສິນຄ້າ, ສາມາດເພິ່ງ ຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງຈົນກາຍເປັນ ຄອບຄົວພົ້ນທຸກໄດ້ເໝືອນດັ່ງຄອບຄົວ ທ່ານ ສົມປະດິດ ບຸນປະສົງ ບ້ານພູຖໍ້າ ດັ່ງທີ່ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ຍົກໃຫ້ເຫັນວ່າ: ຕະຫລອດໄລຍະ 6 ເດືອນຕົ້ນປີ 2024 ແຂວງອຸດົມໄຊ ໄດ້ສຸມໃສ່ພັດທະນາ ເສດຖະກິດ ຕິດພັນກັບການຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ແລະ ບັນຫາເຄັ່ງຮ້ອນ ຂອງລັດຖະບານຢ່າງຕັ້ງໜ້າ ອັນໄດ້ ເຮັດໃຫ້ລວມຍອດຜະລິດຕະພັນພາຍ ໃນ (GDP) ຂະຫຍາຍຕົວໃນລະດັບ 3,25%, ສ້າງ ມູນຄ່າເພີ່ມຕາມລາຄາ ໃນປີ ສະເລ່ຍ 9.053,27 ຕື້ກີບ, ສະ ເລ່ຍລາຍຮັບຕໍ່ ຫົວຄົນ ເທົ່າກັບ 1.172 ໂດລາສະຫະລັດ ໃນນີ້ບັນດາຂະແໜງ ເສດຖະກິດ ໄດ້ສຸມໃສ່ວຽກງານລະດົມ ທຶນເຂົ້າໃສ່ການພັດທະນາເສດຖະກິດ- ສັງຄົມຂອງແຂວງ ອັນພົ້ນເດັ່ນແມ່ນ ການລົງທຶນຂອງພາກເອກະຊົນພາຍ ໃນ ແລະ ຕ່າງປະເທດ ປະຕິບັດໄດ້ 55 ໂຄງການ, ພ້ອມນີ້, ກໍໄດ້ແກ້ໄຂໜີ້ ສິນການລົງທຶນ ຂອງລັດ ຈາກມູນຄ່າ 267,79 ຕື້ກີບ ຍັງເຫລືອ 250,32 ຕື້ ກີບ. ຈັດເກັບລາຍຮັບດ້ວຍລະບົບທັນ ສະໄໝ ມາຮອດ ປັດຈຸບັນ ສາມາດຈັດ ເກັບລາຍຮັບໄດ້ 108,28 ຕື້ກີບ, ເທົ່າ ກັບ 55,93% ຂອງແຜນການປີ, ແກ້ ໄຂລົດນໍາເຂົ້າ ບໍ່ຖືກຕ້ອງໄດ້ຈໍານວນ 46 ຄັນ ເກັບລາຍຮັບໄດ້ 3,90 ຕື້ກີບ; ປັດຈຸບັນພວມດໍາເນີນການສະສາງ ລົດລັດຕາມຂໍ້ຕົກລົງ ສະບັບເລກທີ 169/ນຍ. ຊຸກຍູ້ສົ່ງເສີມການຜະລິດ ກະສິກໍາ (ການປູກ, ການລ້ຽງ) ເພື່ອ ສະໜອງສະບຽງອາຫານແລະ ເປັນສິນ ຄ້າໃນນີ້, ການປູກພືດລະດູແລ້ງເປັນ ສິນຄ້າ ມີເນື້ອທີ່ທັງໝົດ 7.188 ເຮັກ ຕາ, ຜົນຜະລິດໄດ້ 91.779 ໂຕນ ພືດທີ່ ຜະລິດຕົ້ນຕໍແມ່ນໝາກຖົ່ວເບີ, ຖົ່ວ ເຫລືອງ, ໝາກໂມ, ໝາກອຶ, ຢາສູບ, ໝາກເຜັດ, ສາລີ, ອ້ອຍ ແລະ ອື່ນໆ. ເອົາໃຈໃສ່ການຄຸ້ມຄອງ ລາຄາສິນຄ້າ ຕາມທ້ອງຕະຫລາດຢ່າງເຂັ້ມງວດ, ແກ້ໄຂບັນຫາຂາດແຄນນໍ້າມັນເຊື້ອ ໄຟ ສາມາດສະໜອງຄວາມຕ້ອງການ ຂອງສັງຄົມໄດ້ຢ່າງພຽງພໍ; ປະຕິບັດ ມູນຄ່າການຄ້າ ກັບຕ່າງປະເທດບັນລຸ 3.783 ຕື້ກວ່າກີບ, ໃນນີ້, ມູນຄ່າການ ສົ່ງອອກປະຕິບັດໄດ້ 3.556 ຕື້ກວ່າກີບ ແລະ ມູນຄ່າການນຳເຂົ້າປະຕິບັດ ໄດ້ 227 ຕື້ກວ່າກີບ; ຊຸກຍູ້ໃຫ້ຫົວໜ່ວຍທຸ ລະກິດເຂົ້າເຖິງແຫລ່ງທຶນ ດອກເບ້ຍ ຕໍ່າ 3% ; ຊຸກຍູ້ບັນດາບໍລິສັດລົງທຶນ ແລະ ຫົວໜ່ວຍທຸລະກິດຜູ້ປະກອບການ ຈົດທະບຽນນໍາເຂົ້າແຫລ່ງທຶນຜ່ານ ລະບົບທະນາຄານ; ຊຸກຍູ້, ສົ່ງເສີມການ ດໍາເນີນທຸລະກິດ ຂອງໂຮງງານອຸດສາ ຫະກໍາຂະໜາດໃຫຍ່, ຂະໜາດກາງ ແລະ ຂະໜາດນ້ອຍ; ປັບປຸງໂຄງລ່າງ ພື້ນຖານທາງດ້ານເສັ້ນທາງຄົມມະນາ ຄົມ, ໂຮງຮຽນ, ໂຮງໝໍ, ໄຟຟ້າ, ນໍ້າປະ ປາ ແລະ ສິ່ງອໍານວຍຄວາມສະດວກ ຕ່າງໆ.ປັບປຸງການບໍລິການໂຮງແຮມ, ເຮືອນພັກ, ຣີສອດ, ຮ້ານອາຫານ ແລະ ສະຖານທີ່ທ່ອງທ່ຽວ ໃຫ້ມີມາດຕະ ຖານດີຂື້ນ; ໃນໄລຍະ 6 ເດືອນ ຕົ້ນປີທີ່ ຜ່ານມາ ມີນັກທ່ອງທ່ຽວເຂົ້າມາຜ່ານ ແລະ ພັກແຮມຢູ່ແຂວງອຸດົມໄຊ ທັງ ໝົດ 113.025 ເທື່ອຄົນ, ສ້າງລາຍ ຮັບເຂົ້າແຂວງອຸດົມໄຊ ໄດ້ທັງໝົດ 6.533.353 ໂດລາສະຫະລັດ. ທ່ານເຈົ້າແຂວງອຸດົມໄຊ ໃຫ້ຮູ້ຕື່ມ ວ່າ: ຄຽງຄູ່ກັບຜົນສໍາເລັດທີ່ຍາດມາ ໄດ້, ແຂວງອຸດົມໄຊ ຍັງມີຂໍ້ຄົງຄ້າງ ຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ສຸມໃສ່ ແກ້ໄຂ ໂດຍສະເພາະແມ່ນການຄຸ້ມ ຄອງ, ແກ້ໄຂບັນຫາຕ່າງໆທີ່ຕິດພັນກັບ ຂະແໜງເສດຖະກິດຢູ່ໃນບາງຂົງເຂດ ວຽກງານຍັງຊັກຊ້າແລະມີທ່າອ່ຽງຈະ ບໍ່ບັນລຸຕາມຄາດໝາຍ, ການຈັດຕັ້ງປະ ຕິບັດໂຄງການລົງທຶນ ຂອງພາກເອກະ ຊົນ ທີ່ໄດ້ເຊັນ MOU ແລະ ເຊັນສັນຍາ ແລ້ວ ແຕ່ບາງໂຄງການຍັງບໍ່ມີຄວາມ ຄືບໜ້າເທົ່າທີ່ຄວນ, ການຊຸກຍູ້ສົ່ງເສີມ ການຜະລິດເປັນສິນຄ້າ, ການຄຸ້ມຄອງ ເງິນຕາ, ການສົ່ງເສີມການຜະລິດ ແລະ ຊົມໃຊ້ສິນຄ້າພາຍໃນ, ການຄຸ້ມຄອງ ລາຄາສິນຄ້າຢູ່ທ້ອງຕະຫລາດ, ການ ປົກປັກຮັກສາ ແລະ ບູລະນະເສັ້ນທາງ ໃນຕົວເມືອງ ແລະ ຊົນນະບົດ, ການຄຸ້ມ ຄອງຕົວເມືອງ, ການຄຸ້ມຄອງທີ່ດິນ ແລະ ສີ່ງແວດລ້ອມ, ການຄຸ້ມຄອງປ່າ ໄມ້ ແລະ ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ຍັງບໍ່ທັນໄດ້ແຂງແຮງ ເທົ່າທີຄວນ. ພັນອັນພິເສດດັ່ງກ່າວ… ເພື່ອປະຕິບັດ ຄຳໂອວາດສຸດທ້າຍຂອງລຸງໂຮ່, ສົມ ກັບເລືອດເນື້ອຂອງນັກຮົບວິລະຊົນ ຫລວງຫລາຍ, ນ້ຳຕາຫລາຍໆຢາດ ຂອງບັນດາຜູ້ເປັນແມ່, ເຫື່ອແຮງ ແລະ ນໍ້າໃຈຂອງພີ່ນ້ອງຮ່ວມຊາດຮ່ວມອຸ ດົມການຂອງສອງປະເທດພວກເຮົາ, ພວກຂ້າພະເຈົ້າປາດຖະໜາຮ່ວມແຮງ ຮ່ວມໃຈນຳປະຊາຊົນຫວຽດນາມ ໃນ ການປົກປັກຮັກສາຄວາມສາມັກຄີ ແບບພິເສດຕະຫລອດກາລະນານ”. ຜ່ານຄໍາເວົ້າອັນມີຄວາມໝາຍ ຂອງປະທານ ໄກສອນ ພົມວິຫານ ນັ້ນ, ການນຳລາວ ຫລາຍຮຸ່ນຄົນກໍໄດ້ສືບ ຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່ຄວາມສາມັກຄີແບບ ພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງ ລາວ-ຫວຽດນາມ ໃຫ້ບັນລຸ ຈຸດຍອດຍິ່ງ ແລະ ເຕັມປ່ຽມໄປດ້ວຍ ນ້ຳໃຈອັນຊື່ສັດຈິງໃຈເຊິ່ງກັນ ແລະ ກັນ,ສະໜິດຕິດແໜ້ນກັນຕໍ່ສູ້ເສຍສະລະ ເພື່ອຄວາມເປັນເອກະລາດ ເສລີພາບ ແລະ ພາລະກິດສ້າງສາ, ປົກປັກຮັກສາ ປະເທດ. ໂດຍຜ່ານໄລຍະປະຕິວັດທີ່ ຫຍຸ້ງຍາກ ແລະ ໄຊຊະນະອັນສະຫງ່າ ງາມຂອງປະຊາຊົນສອງຊາດ ລາວ- ຫວຽດນາມ. ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີແບບພິ ເສດ, ການຮ່ວມມືຮອບດ້ານຫວຽດ ນາມ-ລາວ ໃນຊຸມປີຜ່ານມານີ້ ໄດ້ສືບ ຕໍ່ເສີມຂະຫຍາຍຢ່າງໜັກແໜ້ນ ໃຫ້ເຂົ້າ ສູ່ລວງເລິກໃນທຸກຂົງເຂດວຽກງານ ເປັນຕົ້ນ: ດ້ານການເມືອງສອງຝ່າຍ ສືບຕໍ່ເສີມຂະຫຍາຍປະສິດທິຜົນ ຂອງ ບັນດາກົນໄກຮ່ວມມືສອງຝ່າຍ, ໂດຍ ໄດ້ສົມທົບກັນຈັດຕັ້ງກອງປະຊຸມຄະ ນະກໍາມະການຮ່ວມມືທະວີພາຄີ ລະ ຫວ່າງ ລັດຖະບານລາວ-ຫວຽດນາມ ຄັ້ງທີ 46 ໃນເດືອນມັງກອນ 2024 ຜ່ານມາ ຊຶ່ງກອງປະຊຸມດັ່ງກ່າວໄດ້ ຮັບຜົນສໍາເລັດອັນດີງາມ. ການຮ່ວມມື ດ້ານປ້ອງກັນຊາດ ປ້ອງກັນຄວາມສະ ຫງົບສືບຕໍ່ ເປັນເສົາຄ້ຳໃນການພົວພັນ ລະຫວ່າງສອງປະເທດ, ປະກອບສ່ວນ ຮັກສາສະຖຽນລະພາບດ້ານການ ເມືອງ, ຄວາມໝັ້ນຄົງ, ຄວາມເປັນລະ ບຽບຮຽບຮ້ອຍທາງສັງຄົມຂອງແຕ່ ລະປະເທດ ແລະ ເຂດຊາຍແດນ ລະ ຫວ່າງ 2 ປະເທດ. ການຮ່ວມມືດ້ານ ເສດຖະກິດ, ການຄ້າ ແລະ ການລົງ ທຶນສືບຕໍ່ໄດ້ຮັບການຊຸກຍູ້ ແລະ ບັນລຸ ຜົນງານຢ່າງຕັ້ງໜ້າ ເຮັດໃຫ້ມູນຄ່າ ການຄ້າສອງຝ່າຍໃນ 6 ເດືອນຕົ້ນປີ 2024 ບັນລຸ 779,6 ລ້ານໂດລາ. ປັດ ຈຸບັນຫວຽດນາມມີ 245 ໂຄງການ ລົງທຶນຢູ່ລາວ ດ້ວຍທຶນຈົດທະບຽນ 5,5 ຕື້ໂດລາ, ສືບຕໍ່ເປັນປະເທດອັນດັບ ຕົ້ນໆທີ່ເຂົ້າມາລົງທຶນຢູ່ລາວ. ການ ຮ່ວມມືດ້ານການສຶກສາ, ພັດທະນາຊັບ ພະຍາກອນມະນຸດ ແລະ ການຝຶກອົບ ຮົມອາຊີບໄດ້ຮັບຄວາມເອົາໃຈໃສ່ເປັນ ພິເສດຂອງສອງຝ່າຍ. ການຮ່ວມມືລະ ຫວ່າງບັນດາທ້ອງຖິ່ນ ໂດຍສະເພາະ ແມ່ນບັນດາທ້ອງຖິ່ນຮ່ວມຊາຍແດນ ສືບຕໍ່ໄດ້ຮັບການສົ່ງເສີມ ໂດຍສະເພາະ ແມ່ນການ ກໍ່ສ້າງພື້ນຖານໂຄງລ່າງ, ສາທາລະນະສຸກ, ການກໍ່ສ້າງ ແລະ ພັດ ທະນາແຫລ່ງຊັບພະຍາກອນມະນຸດ, ການຮັກສາຄວາມໝັ້ນຄົງ, ຄວາມເປັນ ລະບຽບຮຽບຮ້ອຍ, ຄວາມປອດໄພຢູ່ ເຂດຊາຍແດນຂອງ 2 ປະເທດ. ທັງ ສອງປະເທດສົມທົບກັນຢ່າງໃກ້ຊິດ ກ່ຽວກັບບັນຫາຕ່າງໆໃນລະດັບພາກ ພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີ ຄວາມສົນໃຈ; ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນໃນຂອບ ຂອງ ສປຊ, ສະມາຄົມປະຊາຊາດອາຊີ ຕາເວັນອອກສຽງໃຕ້ (ອາຊຽນ) ແລະ ບັນດາກົນໄກອະນຸພາກພື້ນ. ໃນອະນາຄົດເຊື່ອໝັ້ນວ່າ, ພວກ ເຮົາຍິ່ງເຫັນໄດ້ຢ່າງຈະແຈ້ງເຖິງຄວາມ ຈຳເປັນໃນການປົກປັກຮັກສາແລະພັດ ທະນາສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່ ແລະ ຄວາມສາມັກຄີແບບພິເສດ ນີ້. ພ້ອມກັນນັ້ນຕ້ອງມີສະຕິລະວັງຕົວ ຕໍ່ສູ້ຢ່າງບໍ່ຜ່ອນສັ້ນຜ່ອນຍາວ ຕໍ່ບັນດາ ຖ້ອຍທຳນອງທີ່ປໍລະປັກທຳລາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມ ສາມັກຄີແບບພິເສດການຮ່ວມມືຮອບ ດ້ານ ລະຫວ່າງ ລາວ-ຫວຽດນາມ. ພ້ອມນີ້ຫວຽດນາມແລະລາວຕ້ອງມາ ນະພະຍາຍາມກວ່ານີ້ອີກ ເພື່ອກໍ່ສ້າງ ເສັ້ນຊາຍແດນສັນຕິພາບມິດ ຕະພາບ ແລະ ພັດທະນາ, ສ້າງກົນໄກ ປ້ອງກັນ ແລະ ແກ້ໄຂບັນດາສິ່ງທ້າທາຍດ້ານ ຄວາມໝັ້ນຄົງຂ້າມຊາຍແດນ ແລະ ຮັກ ສານ້ຳໃຈອັນດີງາມ ລະຫວ່າງຊຸມຊົນ ທີ່ຢູ່ສອງເບື້ອງຊາຍແດນ. ສອງປະ ເທດກໍ່ຕ້ອງຊອກຫາບັນດາຂົງເຂດ ທີ່ມີຜົນປະໂຫຍດຮ່ວມກັນ ເພື່ອສ້າງ ພື້ນຖານໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ; ເພີ່ມທະວີ ການສຶກສາໃຫ້ແກ່ຮຸ່ນໜຸ່ມກ່ຽວກັບປະ ຫວັດສາດຂອງສອງຊາດ. ພວງ ເມືອງລະຄອນເພັງ ແຂວງສາລະ ວັນ ຄອບຄົວຕົວແບບໃນການລ້ຽງໄກ່ ພັນຊີ້ນ, ເພາະພັນລູກໄກ່ຂາຍສາມາດ ສ້າງລາຍຮັບເຂົ້າສູ່ຄອບຄົວເຮັດໃຫ້ມີ ຊີວິດການເປັນຢູ່ນັບມື້ນັບດີຂຶ້ນ. ທ່ານ ສົມປະດິດ ບຸນປະສົງ ເລົ່າສູ່ ຟັງວ່າ: ການປູກຝັງລ້ຽງສັດ ແມ່ນອາ ຊີບທີ່ເຮັດມາແຕ່ນ້ອຍຈົນໃຫຍ່ ແຕ່ ເມື່ອກ່ອນແມ່ນເຮັດແບບປະຖົມປະ ຖານຍັງບໍ່ໄດ້ນຳໃຊ້ເຕັກນິກເພື່ອຜະລິດ ໃຫ້ຫລາຍກາຍເປັນສິນຄ້າເທົ່າທີ່ຄວນ ຍ້ອນໄດ້ຮັບການຊຸກສົ່ງເສີມ ແລະ ຕິດ ຕາມກວດກາອົງການປົກຄອງເມືອງ ຕົກມາປີ 2021 ຕົນເອງ ແລະ ຄອບ ຄົວ ຈຶ່ງໄດ້ຕັດສິນໃຈລ້ຽງໄກ່ ໃນເບື້ອງ ຕົ້ນແມ່ນໄດ້ສ້າງຟາມໄກ່ ຈຳນວນ 4 ຫລັງ ມູນຄ່າປະມານ 1 ຮ້ອຍລ້ານ ກວ່າກີບ ໂດຍແມ່ນທຶນຂອງຕົນເອງ ແລະ ໄດ້ຊື້ແນວພັນໄກ່ລາດ ມາຈາກ ແຂວງສະຫັວນນະເຂດ ຈຳນວນ 700 ກວ່າໂຕແລະມີລູກໄກ່1.000 ກວ່າໂຕ, ສຳລັບລູກໄກ່ທີ່ມີອາຍຸ 7-10 ວັນ ແມ່ນຂາຍໃນລາຄາ ຄູ່ລະ 25 ພັນກີບ ໂດຍການຂາຍແມ່ນຂາຍຢູ່ກັບຟາມ ເຊິ່ງສະເລ່ຍຜົນໄດ້ຮັບຈາກການຂາຍ ໄກ່ ແລະ ລູກໄກ່ ໃນ 1 ເດືອນປະມານ 5 ລ້ານກວ່າກີບ ເຊິ່ງເວົ້າໄດ້ວ່າການຕັດ ສິນໃຈເຮັດແບບເປັນສິນຄ້າ ເຮັດໃຫ້ ຄອບຄົວດີຂຶ້ນກວ່າເມື່ອກ່ອນຫລາຍ. ທ່ານ ຄຳກອນ ຫົວໜ້າຫ້ອງການ ກະສິກຳ-ປ່າໄມ້ ເມືອງລະຄອນເພັງ ໃຫ້ ຂໍ້ມູນວ່າ: ໄລຍະຜ່ານມາກໍ່ຄືປັດຈຸບັນ ທາງຫ້ອງການກະສີກຳ ແລະ ປ່າໄມ້ ເມືອງ ໄດ້ສຸມໃສ່ຕິດຕາມຊຸກຍູ້ບັນດາ ຄອບຄົວທີ່ມີເງື່ອນໄຂໃນການປູກການລ້ຽງ ດ້ວຍການແຕ່ງຕັ້ງພະນັກ ງານວິຊາການ ທີ່ສັງກັດຢູ່ໜ່ວຍງານ ລ້ຽງສັດ ລົງຕິດຕາມຊຸກແນະນຳທາງ ດ້ານເຕັກນິກໃນການລ້ຽງ, ການໃຫ້ ວັກຊິນປ້ອງກັນພະຍາດຊະຍາດ ເພື່ອ ຫລີກລຽງການຕິດເຊື້ອພະຍາດຕ່າງໆ ທີ່ອາດຈະເກີດຂຶ້ນກັບສັດລ້ຽງຂອງ ປະຊາຊົນ ປັດຈຸບັນ ທົ່ວເມືອງລະຄອນ ເພັງມີຄອບຄົວຕົວແບບດ້ານການລ້ຽງ ສັດ 22 ຄອບຄົວ, ໃນນັ້ນນີ້ ລ້ຽງ ແກະ 1 ຄອບຄົວ, ລ້ຽງໄກ່ລາດ 3 ຄອບຄົວ, ລ້ຽງໝູພັນຊີ້ນ 18 ຄອບຄົວ ເຊິ່ງສາ ມາດຕອບສະໜອງພາຍໃນ ເມືອງແລະ ສົ່ງອອກຕ່າງເມືອງ ຈຳນວນໜຶ່ງ ເປັນ ທ່າແຮງໃນການພັດທະນາເສດຖະກິດ ສັງຄົມຂອງເມືອງ ເຮັດໃຫ້ເມືອງນັບມື້ ນັບເຕີບໃຫ່ຍເຂັ້ມແຂງ.

RkJQdWJsaXNoZXIy MTc3MTYxMQ==