5911

07 xtgmf]k; gsfdko{dkora fmtok a 08/07/2024 va f8txn ,u 7v[7q ;rQ om5 d 18.900 d;j k7v[7q ; ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ຕະຫລອດໄລຍະ ຜ່ານມາ, ຄະນະພັກ-ອໍານາດການ ປົກຄອງແຂວງອັດຕະປື ໄດ້ເອົາໃຈ ໃສ່ໃນການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໂດຍການສຸມທຶນ ຮອນເຂົ້າໃນການປັບປຸງ ແລະ ກໍ່ ສ້າງບັນດາໂຄງລ່າງພື້ນຖານຮັບໃຊ້ ການຜະລິດ, ປັບປຸງຊີວິດການເປັນ ຢູ່ຂອງປະຊາຊົນ ຢູ່ເຂດຊົນນະບົດ, ເຂດຫ່າງໄກສອກຫລີກ ຕາມເງື່ອນ ໄຂຄວາມສາມາດຕົວຈິງຂອງງົບ ປະມານ ພ້ອມດຽວກັນນີ້, ກໍໄດ້ສຸມ ໃສ່ສ້າງບ້ານໃຫຍ່ ໃຫ້ກາຍເປັນຕົວ ເມືອງໃນຊົນນະບົດ ເຊິ່ງໄດ້ກໍານົດ ເອົາ 10 ບ້ານ ນອນໃນ 5 ເມືອງ ປະ ກອບມີ: ບ້ານສະແຄະ, ບ້ານຫາດ ຊັນ, ບ້ານໃຫຍ່ອຸດົມ ເມືອງໄຊເສດ ຖາ; ບ້ານໃຫຍ່ໝື່ນຫົວເມືອງ, ບ້ານ ໃຫຍ່ເຊກະໝານ ເມືອງສາມັກຄີໄຊ; ບ້ານແທ, ບ້ານສົ້ມປ່ອຍ ເມືອງສະ ໜາມໄຊ; ບ້ານຄໍາວົງສາ, ບ້ານວົງ ສໍາພັນ ເມືອງພູວົງ; ບ້ານນໍ້າງອນ ເມືອງຊານໄຊ; ຜ່ານການປະເມີນ ຕາມດໍາລັດ 348/ລບ ບ້ານທີ່ບັນລຸ ຕາມ 16 ມາດຕະຖານ ມີ ບ້ານສະ ແຄະ ເມືອງໄຊເສດຖາ ແລະ ບ້ານ ຂປລ. ແຫລ່ງຂ່າວຈາກ ແຂວງໄຊ ຍະບູລີ ໃຫ້ຮູ້ວ່າ: ເມືອງເງິນ ແຂວງ ໄຊຍະບູລີ ສະຫລຸບການເຄື່ອນໄຫວ ວຽກງານສະມາຄົມນັກທຸລະກິດ ໜຸ່ມ ປະຈໍາປີ 2023 ແລະ ທິດທາງ ແຜນການປະຈໍາປີ 2024 ເມື່ອບໍ່ ດົນມານີ້ ໂດຍການເປັນທານຂອງ ທ່ານ ແນັກຊັນ ສົມສັກ ປະທານສະ ມາຄົມນັກທຸລະກິດໜຸ່ມ ເມືອງເງິນ, ທ່ານ ທອງພັນ ສຸກສະຫວັດ ຮອງ ເຈົ້າເມືອງໆເງິນ, ທ່ານ ເຕີຍ ສົມສັກ ຮອງປະທານສະມາຄົມນັກທຸລະກິດ ໜຸ່ມ ແຂວງໄຊຍະບູລີ ພ້ອມທັງກົມ ກອງ, ດ່ານສາກົນນໍ້າເງິນ, ຄະນະ ບໍລິຫານງານຊາວໜຸ່ມເມືອງ ແລະ ສະມາຊິກ ສະມາຄົມນັກທຸລະກິດ ໜຸ່ມທົ່ວເມືອງເຂົ້າຮ່ວມ. ທ່ານ ແນັກຊັນ ສົມສັກ ໄດ້ສະ ຫລຸບການເຄື່ອນໄຫວ ວຽກງານສະ ຂ່າວ-ພາບ: ສຸລີຍາ ແສງເດືອນ ່ າຸ ລີຍື ອ lh k'7;k,g0A ,c0' ;Pd'ko75h ,7v'dkog'y o .o0tc|'lkmk]totl5 d .sh 0A og,n v' g,n v'g'y o xa dfeg0Q kokxu leg]a f 60% ຂປລ. ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ພະແນກສາທາລະ ນະສຸກ ແຂວງບໍ່ແກ້ວ ຈັດຝຶກອົບຮົມ ການນໍາໃຊ້ຄູ່ມືຄຸ້ມຄອງການເງິນ ຂະແໜງສາທາລະນະສຸກ ໃຫ້ຂັ້ນ ເມືອງ 05 ເມືອງຂອງແຂວງບໍ່ແກ້ວ ໃນທ້າຍອາທິດຜ່ານມາ ທີ່ຫ້ອງການ ສາທາລະນະສຸກ ເມືອງຜາອຸດົມ ໂດຍການເຂົ້າຮ່ວມຂອງທ່ານ ບຸນ ຍະເວດ ວົງຄໍາຊາວ ຫົວໜ້າພະແນກ ສາທາລະນະສຸກແຂວງ, ທ່ານ ບຸນ ເລື່ອນ ສິດຊົມພູ ຫົວໜ້າຫ້ອງການ ສາທາລະນະສຸກ ເມືອງຜາອຸດົມ ພ້ອມດ້ວຍຄູຝຶກ ແລະ ພະນັກງານ ການເງິນ ຜູ້ຮັບຜິດຊອບວຽກງານ ງົບປະມານ 41 ທ່ານ, ຍິງ 21 ທ່ານ ຈາກຫ້ອງການ ສາທາລະນະສຸກ pa’lk,kfIv’Ia[oadmjv’mjP;wfh1jk’rP’r= lts]5 [dkog7nj vows;;Pd'ko lt,k7q ,oa dm5 ]tdy f|5j , g,n v'g'y o ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ການປູກພືດ ລະດູຝົນ ຂອງກະສິກອນ ຢູ່ເມືອງ ເງິນ ແຂວງໄຊຍະບູລີ ແມ່ນເປັນ ຂະບວນການຟົດຟື້ນ ກວ້າງຂວາງ ປັດຈຸບັນ ສໍາເລັດແລ້ວ 87,30% ເທົ່າກັບ 1.995 ເຮັກຕາ, ເນື້ອທີ່ ແຜນການທັງໜົດ 2.285 ເຮັກຕາ, ເຂົ້ານາປີເນື້ອທີ່ແຜນການ 720 ເຮັກຕາ ປັດຈຸບັນ ສາມາດປັກດໍາສໍາ ເລັດແລ້ວ 60% ເຊິ່ງເຂົ້າທີ່ນໍາມາ ປູກໃນປີນີ້, ສ່ວນຫລາຍເປັນເຂົ້າດໍ ແລະ ເປັນພັນພື້ນບ້ານ ທີ່ເຄີຍນິຍົມໃຊ້ ເປັນຕົ້ນ ເຂົ້າລີ້ນົກ, ເຂົ້າຕາກົບ, ເຂົ້າ ຕາຂຽວ, ເຂົ້າທ່າດອກຄໍາໜຶ່ງ ແລະ ດອກຄໍາສອງ. ເມືອງ ທົ່ວແຂວງບໍ່ແກ້ວ ເຂົ້າຮ່ວມ. ຈຸດປະສົງ ການຈັດຝຶກອົບຮົມຄັ້ງນີ້, ເພື່ອເຮັດໃຫ້ບັນດາສໍາມະນາກອນ ກຸ່ມເປົ້າໝາຍ ທີ່ເຂົ້າຮ່ວມມີຄວາມ ຮັບຮູ້ ແລະ ເຂົ້າໃຈ ສາມາດກໍາໄດ້ ເນື້ອໃນຂອງຄູ່ມືສະບັບນີ້ຢ່າງເລິກ ເຊິ່ງ ທັງເປັນສະບັບທໍາອິດທີ່ໄດ້ ກໍານົດມາດຕະຖານຂະບວນການ ຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ການເງິນ ແລະ ວຽກງານອື່ນໆ ທີ່ ຕິດພັນໃຫ້ມີຄວາມເປັນເອກະພາບ ແລະ ບັນລຸມາດຕະຖານທີ່ກະຊວງ ການເງິນວາງອອກ ເພື່ອເປັນການ ຜັນຂະຫຍາຍບັນດາກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ສໍາລັບຄຸ້ມຄອງ ການເງິນເຂົ້າສູ່ການຈັດຕັ້ງປະຕິບັດ ວຽກງານຕົວຈິງ ໂດຍກໍານົດອອກ ມາເປັນຫລັກການ, ລະບຽບການ ແລະ ມາດຕະການຕ່າງໆກ່ຽວກັບ ການຈັດຕັ້ງປະຕິບັດການເຄື່ອນ ໄຫວ, ການຄຸ້ມຄອງ, ການກວດ ກາວຽກງານການເງິນ-ການບັນຊີ, ການຈັດຊື້-ຈັດຈ້າງ, ການກໍານົດ ວັດຖຸອຸປະກອນຍົກເວັ້ນພາສີ, ການ ຄຸ້ມຄອງສາງ ແລະ ຊັບສິນຂອງລັດ ໃນຂະແໜງສາທາລະນະສຸກ ເຮັດ ໃຫ້ຫົວໜ່ວຍງົບປະມານ ມີບ່ອນອີງ ໃນການຈັດຕັ້ງປະຕິບັດງົບປະມານ, ມີຄວາມເປັນເອກະພາບ ພ້ອມທັງ ພັດທະນາວຽກງານຄຸ້ມຄອງການ ເງິນ-ການບັນຊີ, ຄຸ້ມຄອງຊັບສິນ ແລະ ການກວດກາ ທົ່ວຂະແໜງສາ ທາລະນະສຸກ ໃຫ້ມີຄວາມທັນສະໄໝ ເພື່ອຮັບປະກັນການໃຊ້ຈ່າຍງົບປະ ມານ ເຂົ້າໃນການພັດທະນາລະບົບ ສາທາລະນະສຸກໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ. ຊຸດຝຶກອົບຮົມດັ່ງກ່າວ ສໍາມະນາ ກອນ ໄດ້ຮຽນຮູ້ກ່ຽວກັບບົດຮຽນ ຂອບເຂດການນໍາໃຊ້ ແລະ ຫລັກ ການ; ໂຄງປະກອບການຈັດຕັ້ງ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບກ່ຽວ ກັບວຽກງານການເງິນ; ການສ້າງ ແຜນງົບປະມານ; ການຄຸ້ມຄອງຊັບ ສິນ ໃນຂະແໜງສາທາລະນະສຸກ; ການຄຸ້ມຄອງເຄື່ອງໃນສາງ; ການ ກວດສອບແລະການກວດກາ; ການ ນໍາເຂົ້າ ແລະ ການຄຸ້ມຄອງເຄື່ອງ ນໍາເຂົ້າຍົກເວັ້ນພາສີ. ຊຸດຝຶກອົບຮົມ ຄັ້ງນີ້ ຈະດຳເນີນໄປເປັນເວລາ 4 ວັນ, ເລີ່ມແຕ່ວັນທີ 2-5 ກໍລະກົດ 2024 ຈິ່ງຈະສໍາເລັດ. ວົງສໍາພັນ ເມືອງພູວົງ. ທ່ານ ສູນນະຄອນ ແກ້ວວຽກ ຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ລາຍງານໃນກອງປະຊຸມອົງການ ປົກຄອງແຂວງ ໃນວັນທີ 2 ກໍລະກົດ 2024 ຜ່ານມາວ່າ: ການປະເມີນ ຄວາມທຸກຍາກ ແລະ ການພັດທະ ນາ ຕາມດໍາລັດ 348/ລບ ມີຄວາມ ຄືບໜ້າຄື: ການປະເມີນຂັ້ນຄອບຄົວ, ທົ່ວແຂວງ ມີຄອບຄົວທຸກຍາກ ທັງໝົດ 11.745 ຄອບຄົວ, ກວມ ເອົາ 38,24% ຂອງຄອບຄົວທັງ ໝົດທົ່ວແຂວງ, ຄອບຄົວພົ້ນທຸກມີ ທັງໝົດ 18.962 ຄອບຄົວ, ກວມ ເອົາ 61,75%, ຂອງຄອບຄົວທັງ ໝົດທົ່ວແຂວງ ໃນນີ້, ມີຄອບຄົວພັດ ທະນາ 7.530 ຄອບຄົວ, ກວມເອົາ 24,52%ຂອງຄອບຄົວທັງໝົດທົ່ວ ແຂວງ, ການປະເມີນຂັ້ນບ້ານທົ່ວ ແຂວງມີບ້ານທຸກຍາກທັງໝົດ 77 ບ້ານ ກວມເອົາ 54,60% ຂອງຈໍາ ນວນບ້ານທັງໝົດທົ່ວແຂວງ, ບ້ານ ພົ້ນທຸກ ມີ 64 ບ້ານ ເທົ່າກັບ 45,39 % ຂອງຈໍານວນບ້ານທັງໝົດແລະບ້ານ ພັດທະນາມີ2ບ້ານ ເທົ່າກັບ1,42% ຂອງຈໍານວນບ້ານທົ່ວແຂວງ, ການ ທ່ານ ທອງສຸກ ຈັນປະເສີດ ຫົວ ໜ້າຫ້ອງການ ກະສິກໍາ ແລະ ປ່າໄມ້ ເມືອງເງິນ ໄດ້ລາຍງານ ໃນວັນທີ 2 ກໍລະກົດ 2024 ຜ່ານມານີ້ວ່າ: ສຳລັບເຂົ້າເນີນສູງ ທົ່ວເມືອງມີເນື້ອ ທີ່ແຜນການ 1.560 ເຮັກຕາ, ການ ສັກເຂົ້າໄຮ່ແມ່ນສໍາເລັດ 100% ຖ້າ ທຽບໃສ່ປີຜ່ານມາ ການປູກພືດລະດູ ຝົນ ຂອງກະສິກອນປີນີ້ ແມ່ນໄວ ກວ່າປີຜ່ານມາ ເນື່ອງຈາກດິນຟ້າອາ ກາດອໍານວຍຄວາມສະດວກ ແລະ ຄາດວ່າການປັກດໍາເຂົ້ານາ ປີນີ້ ຈະ ໃຫ້ສໍາເລັດໃນທ້າຍເດືອນກໍລະກົດນີ້. ພ້ອມກັນນີ້, ກະສິກອນ ຢູ່ເມືອງເງິນ ຍັງໄດ້ສຸມໃສ່ ປູກພືດອຸດສາຫະກໍາ ເປັນຕົ້ນໝາກເດືອຍ, ສາລີແຂງ, ມັນ ຕົ້ນ, ກ້ວຍ, ຂີງ, ຝ້າຍ, ຖົ່ວດິນ, ອ້ອຍ, ໝາກງາ, ໝາກນັດ ແລະ ພືດສະບຽງ ອາຫານອີກຈໍານວນໜຶ່ງ ເດັ່ນກວ່າໝູ່ ແມ່ນການປູກມັນຕົ້ນ. ປະເມີນບ້ານໃຫຍ່ ກາຍເປັນຕົວ ເມືອງນ້ອຍໃນຊົນນະບົດ ບັນລຸໄດ້ 2 ບ້ານຄື: ບ້ານສະແຄະ ແລະ ບ້ານ ວົງສໍາພັນ, ການປະເມີນຂັ້ນເມືອງ ທົ່ວແຂວງມີ 5 ເມືອງ ໃນນີ້ ເມືອງ ທຸກຍາກມີ3ເມືອງຄື:ເມືອງສະໝາມ ໄຊ, ຊານໄຊແລະ ເມືອງພູວົງ, ເມືອງ ພົ້ນທຸກແລ້ວ ມີ 2 ເມືອງຄື: ເມືອງ ໄຊເສດຖາ ແລະ ເມືອງສາມັກຄີໄຊ, ສ່ວນເມືອງເຂັ້ມແຂງຮອບດ້ານ ແມ່ນຍັງບໍ່ທັນມີເມືອງໃດບັນລຸ. ທ່ານ ສູນນະຄອນ ແກ້ວວຽກ ຄໍາ ກ່າວຕື່ມວ່າ: ເຖິງຢ່າງໃດກໍ່ ຕາມ ເພື່ອສືບຕໍ່ແກ້ໄຂຄວາມທຸກ ຍາກຂອງປະຊາຊົນ ພາຍໃນແຂວງ ອັດຕະປື ໃຫ້ຫລຸດໜ້ອຍຖອຍລົງ ໃນຕໍ່ໜ້າຄະນະພັກ-ອໍານາດການ ປົກຄອງ ແຂວງອັດຕະປື ຈະສືບຕໍ່ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຕິດພັນກັບວຽກງານ ກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ວຽກ ງານ3ສ້າງ ໃຫ້ເຂົ້າສູ່ລວງເລິກໂດຍ ເລັງໃສ່ພັດທະນາເຂດຈຸດສຸມຂອງ ລັດຖະບານ ແລະ ທ້ອງຖິ່ນ ດ້ວຍ ການສະໜອງພື້ນຖານໂຄງລ່າງ, ວິຊາການເຕັກນິກທີ່ຈໍາເປັນ ເພື່ອ ຊຸກຍູ້ການຜະລິດ ຕິດພັນກັບການ ປຸງແຕ່ງ ແລະ ການຕະຫລາດ, ສືບ ຕໍ່ຊຸກຍູ້ພາກເອກະຊົນ ແລະ ທຸກ ພາກສ່ວນຂອງສັງຄົມ ປະກອບ ສ່ວນເຂົ້າໃນການພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກຢ່າງ ກວ້າງຂວາງ, ເລິກເຊິ່ງ ແລະ ແຂງ ແຮງກວ່າເກົ່າ ທັງນີ້ກໍເພື່ອເຮັດໃຫ້ຊີ ວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນ ໄດ້ຮັບການ ຍົກລະດັບໃຫ້ດີຂຶ້ນເທື່ອລະກ້າວ. ມາຄົມນັກທຸລະກິດໜຸ່ມ ປະຈໍາປີ 2023 ແລະ ທິດທາງແຜນການປະ ຈໍາປີ 2024 ໂດຍໄດ້ຍົກໃຫ້ເຫັນ ຜົນງານດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງໃນໄລຍະ 1 ປີຜ່ານມາ, ເຊິ່ງສະມາຄົມນັກທຸລະກິດໜຸ່ມ ເມືອງເງິນ ໄດ້ເອົາໃຈໃສ່ເຄື່ອນໄຫວ ຕິດຕາມພາລະບົດບາດ ແລະ ຂອບ ເຂດຄວາມຮັບຜິດຊອບ ເປັນຕົ້ນ ການປຸກລະດົມທຶນຮອນນໍາບັນດາ ບໍລິສັດ, ນັກທຸລະກິດ ແລະ ຜູ້ປະ ກອບການພາຍໃນເມືອງ ເພື່ອມາ ປະກອບສ່ວນ ເຂົ້າໃນການພັດທະ ນາ ເສດຖະກິດ-ສັງຄົມຂອງແຂວງ, ເມືອງ ແລະ ຊ່ວຍເຫລືອຄອບຄົວ ທຸກຍາກ ເປັນເງິນ 7.200.000 ກີບ, ພ້ອມທັງຜ່ານທິດທາງແຜນ ການຕໍ່ໜ້າ ໂດຍຈະໄດ້ສືບຕໍ່ປັບປຸງ ແບບແຜນວິທີເຮັດວຽກ, ຈັດແບ່ງ ໜ້າທີ່ຄວາມຮັບຜິດຊອບ ໃຫ້ແຕ່ ລະສະຫາຍ ໃຫ້ສອດຄ່ອງກັບວຽກ ງານຕົວຈິງ ເພື່ອແນໃສ່ເຮັດໃຫ້ ວຽກງານດັ່ງກ່າວ ໄດ້ເດີນແມ່ນ ແລ່ນສະດວກ. ໃນກອງປະຊຸມ, ບັນດາຜູ້ເຂົ້າ ຮ່ວມ ໄດ້ພ້ອມກັນປະກອບຄໍາຄິດ ເຫັນ ໂດຍໄດ້ຍົກໃຫ້ເຫັນຈຸດອ່ອນ, ຂໍ້ຄົງຄ້າງ ແລະ ວິທີແກ້ໄຂໃນຕໍ່ໜ້າ ແນໃສ່ເຮັດໃຫ້ວຽກງານສະມາຄົມ ນັກທຸລະກິດໜຸ່ມເມືອງເງິນ ມີຄວາມ ເຂັ້ມແຂງຂຶ້ນໄປເລື້ອຍໆ.

RkJQdWJsaXNoZXIy MTc3MTYxMQ==