5911

xtgmf]k; 6 08/07/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລິດາ ]t;a 'K 5 rtpkf mu j ,kda []tf6 /q o dkoxq dxa dIa dlk ra fmtok la foE c]t la fxj k ໂດຍ: ໄມຕຣີ -u ;y f{;a fmtotme [h kocs]h [h ko;a fmtotme muj ,u gvdt]a d3ffgfaj o ສາດ ທັງແມ່ນການຟື້ນຟູບູລະນະ ຖິ່ນທີ່ຢູ່ອາໄສທີ່ເຊື່ອມໂຊມລວມທັງ ແຫລ່ງອາຫານ ແລະ ແຫລ່ງແຜ່ພັນ ເພື່ອໃຫ້ສັດດັ່ງກ່າວສາມາດດຳລົງ ຊີວິດຢ່າງເປັນປົກກະຕິ, ພ້ອມ ກັນ ນັ້ນ ກໍຕ້ອງປຸກລະດົມທົ່ວປວງຊົນມີ ສ່ວນຮ່ວມໃນການພັດທະນາສັດ ນ້ຳ ແລະ ສັດປ່າ ຢ່າງກວ້າງຂວາງ. * ເມື່ອລະດູແລ້ງໝົດໄປແລ້ວ ກ້າວເຂົ້າສູ່ລະດູຝົນອາກາດເລີ່ມ ປຽກຊຸມຫລາຍຂຶ້ນການປ່ຽນແປງ ຂອງສະພາບອາກາດນີ້ ເປັນສາ ເຫດເຮັດໃຫ້ພະຍາດຕ່າງໆ ສາມາດ ແພ່ແລະ ຂະຫຍາຍຕົວໄດ້ງ່າຍແລະ ວ່ອງໄວຂະນະທີ່ໃນເວລາຮ່າງກາຍ ເຮົາອ່ອນເພຍກໍຕິດເຊື້ອພະຍາດ ໄດ້ໂດຍສະເພາະເວລາທີ່ຮ່າງກາຍ ຖືກນໍ້າຝົນ. ສະນັ້ນ ຄໍລໍາ ສຶກສາຫາ ຄວາມຮູ້ຈະນໍາສະເໜີພະຍາດທີ່ມາ ກັບລະດູຝົນໃຫ້ທ່ານຜູ້ອ່ານຮູ້ ເພື່ອ ຫາວິທີແກ້ໄຂໃຫ້ທັນເວລາມີຄື: ພະຍາດຕິດຕໍ່ໃນລະບົບອາຫານ: ພະຍາດຖອກທ້ອງ, ທ້ອງບິດ, ອາ ຫານເປັນພິດ ເຊິ່ງພະຍາດເຫລົ່າ ນີ້ ເກີດຈາກການກິນອາຫານທີ່ເປີ ເປື້ອນຂອງເຊື້ອຈຸລິນຊີ ຈຶ່ງເປັນສາ ເຫດໃຫ້ເກີດພະຍາດຕິດຕໍ່ໃນລະ ບົບອາຫານໃນລໍາໄສ້ ຄົນທີ່ເປັນພະ ຍາດນີ້ຈະມີອາການເຈັບທ້ອງ,ຖ່າຍ ເປັນນໍ້າ, ມີອາການໄຂ້, ຖ້າຕິດເຊື້ອ ພະຍາດທ້ອງບິດຈະຖ່າຍ ເປັນມູກມີ ເລືອດປົນເວລາຖ່າຍໜັກ ໄດ້ດັ່ງນັ້ນ ໃນລະດູຝົນເຮົາຄວນເລືອກກິນອາ ຫານສຸກ, ສະອາດ, ປຸງແຕງໃໝ່ໆ. ພະຍາດທີ່ຕິດເຊື້ອທາງບາດແຜ ແລະ ຜິວໜັງ: ພະຍາດຍ່ຽວໜູ ເຊິ່ງ ອາການຫລັກໆຂອງພະຍາດ ແມ່ນ ໄຂ້ຂຶ້ນສູງມີອາການຊັກ, ເຈັບຫົວ ປວດເມື່ອຍຕາມຮ່າງກາຍ ໂດຍສະ ເພາະບໍລິເວນແຂ່ງ, ຂາ,ນິ້ວຕີນ,ນິ້ວ ມື ຖ້າເປັນຮຸນແຮງອາດຊັອກໄດ້ ພະ ຍາດນີ້ມັກເກີດໃນເຂດທີ່ມີນໍ້າຖ້ວມ ແລະ ພື້ນທີ່ມີໜູຫລາຍ. ພະຍາດທາງເດີນຫາຍໃຈ: ພະ ຍາດໄຂ້ຫວັດໃຫຍ່, ຄໍອັກເສບ, ປອດ ອັກເສບ, ປອດບວມ ​ໂດຍສ​ ະເພາະ ປັດຈຸບັນນີ້​ ມີ​ການລະບາດ​ຂອງໄຂ້ ຫວັດ​ໃຫຍ່​​ໃນ​ທົ່ວ​ປະເ​ທດ ​ແລະ ພະ ຍາດ​ໄຂ້ຫວັດ​ນົກ ທີ່ມີສັດ​ປີກເປັນ ພາຫະນະນໍ​ າເ​ຊື້ຶອ ແ​ ລະ ເ​ຊື້ອອ​ າດມີ​ ​ ການຂ້​ າມສ​ າຍພັ​ ນກັ​ ບເ​ຊື້ອໄ​ ຂ້ຫວັດ​ ໃຫຍ່​ໃນ​ຄົນ ​ໂດຍ​ພະຍາດ​ນີ້​ມັກ​ລະ ບາດ​ໃນ​ລະດູຝົນ. ພະຍາດ​ຕິດຕໍ່ທີ່​ເກີດ​ຈາກຍຸງ:​ ໄຂ້​ມາ​ເລ​ເລຍ ​ແມ່ນ​ຍຸງ​ທີ່ຢູ່​ໃນ​ປ່າ​ ເປັນພ​ າຫະນະນໍ​ າເ​ຊື້ອ ຄົນທີ່​ ຕິ​ ດເຊື້ອ​ ພະຍ​ າດນີ້​ ຈະມີ​ ອ​ າການໄ​ ຂ້ສູງໜາວ ສັ່ນ, ​ເນື່ອງຈາກ​ເມັດ​ເລືອດ​ແດງ​ ແຕກ ຖ້າ​ເປັນ​ຊະນິດ​ຮຸນ​ແຮງອາດ ໝາກໄຂ່ຫລັງຊຸດໂຊມ, ຕັບອັ​ ກເສບ, ປອດ​ຜິດ​ປົກກະຕິ ​ແລະ ມີ​ການ​ຜິດ​ ປົກກະຕິ​ທາງ​ສະໝອງທີ່​ມັກ​ເອີ້ນ​ ວ່າ ມາ​ເລ​ເລຍຂຶ້​ ນ​ສະໝອງ. ພະຍາດຕ​ າແ​ ດງ: ເ​ກີດຈ​ າກເ​ຊື້ອ​ ໄວຣັ​ ດທີ່ຢູ່ໃ​ ນນໍ້​ າເ​ປື້ອນເ​ຂົ້າຕານອກ ຈາກ​ນີ້ ສິ່ງ​ທີ່​ຕ້ອງ​ລະວັງ​ໃນລະດູ ຝົນ ຄືປັນຫານໍ້​ າໃ​ ນບໍ​ ລິເ​ວນນີ້ວຕີນ, ນີ້ວມື ສາ​ເຫ​ດມາ​ຈາກ​ການ​ແຊ່​ນໍ້າ​ ເປື້ອນເ​ປັນເ​ວລາດົ​ ນເ​ຮັດໃ​ ຫ້ຜິ​ ວໜັງ ເ​ປັນຕຸ່​ ມແ​ ດງ ແ​ ລະ ອັນຕະລາຍຈາກ​ ສັດມີ​ ພິ​ ດ ເ​ຊັ່ນ: ງູ, ຂີ້ເ​ຂັບ,​ແມງເ​ງົາ​ ທີ່​ມາ​ອາ​ໄສ​ຢູ່​ໃນ​ບ້ານ​ເຮືອນ​ໃນ​ເວ ລາ​ຝົນຕົກ. * ການດຳລົງຊີວິດຂອງປະຊາ ຊົນບາງຊົນເຜົ່າໃນເຂດເນີນພູ ທີ່ມີ ວັດທະນະທຳ ແລະ ເປັນເອກະລັກ ຂອງໃຜລາວ, ຮັກສາໄດ້ຮີດຄອງ ປະເພນີດັ່ງເດີມ ບໍ່ວ່າຈະເປັນການ ປາກເວົ້າ, ການຕ້ອນຮັບແຂກໃກ້ໄກ ແລະ ການນຸ່ງຖືແບບຊົນເຜົ່າ ຊຶ່ງ ເຫັນແລ້ວເຮັດໃຫ້ມີຄວາມປະທັບໃຈ ແລະ ໜ້າຊື່ນຊົມ ຄືດັ່ງບ້ານນາແຫລ້. ບ້ານແຫລ້ເປັນບ້ານໜຶ່ງທີ່ຂຶ້ນກັບ ເມືອງມ່ານ ກິ່ງແຂວງສິບສອງປັນ ນາ ມົນທົນຢູນນານ ສປ ຈີນ, ມີ 90 ກວ່າຫລັງຄາເຮືອນ ເປັນບ້ານທີ່ມີ ເອກະລັກສະເພາະ ແລະມີວັດທະນະ ທຳທີ່ໂດດເດັ່ນຊຶ່ງສະແດງອອກທາງ ໂດຍສ່ວນຫລາຍແມ່ນເຮັດສວນ ຢາງພາລາ ແລະ ເຮັດສວນເປັນອາ ຊີບສຳຮອງ ເຊັ່ນ: ສວນຖົ່ວ, ສວນ ໝາກແຕງແລະສວນຜັກ.ນອກຈາກ ນີ້, ຍັງມີລາຍຮັບສຳຮອງກໍຄືການ ຂາຍເຄື່ອງໃຫ້ນັກທ່ອງທ່ຽວທີ່ໄປ ທ່ຽວຊົມບ້ານດັ່ງກ່າວ ຊຶ່ງທາງຄະ ນະອຳນາດການປົກຄອງບ້ານຈະ ຈັດງານຕະຫລາດນັດຂຶ້ນ 2 ຄັ້ງ ຕໍ່ ອາທິດ ເພື່ອສ້າງລາຍຮັບໃຫ້ແກ່ປະ ຊາຊົນພາຍໃນບ້ານ ພາຍໃນງານ ຈະມີການສະແດງສີລະປະວັດທະ ນະທຳຂອງຊົນເຜົ່າລື້ ຊຶ່ງມີການ ຮ້ອງເພງເຜົ່າລື້, ເພງລາວ, ເພງຈີນ ປະປົນກັນໄປແຕ່ລະວາລະ ແລະ ຍັງ ມີການຟ້ອນແບບ ລາວປະສົມເຜົ່າລື້ ແລະ ຟ້ອນພື້ນເມືອງຈີນ ຊຶ່ງມີມວນ ຊົນຈາກພາຍໃນແລະຕ່າງແດນເຂົ້າ ຊົມຢ່າງຫລວງຫລາຍ. ນອກຈາກນີ້, ພາຍໃນງານດັ່ງ ກ່າວຍັງມີການຂາຍເຄື່ອງຕາມເສັ້ນ ທາງທີ່ເຈົ້າໜ້າທີ່ຈັດສັນໃຫ້ແລະແມ່ ຄ້າທີ່ມາຂາຍເຄື່ອງໃນງານນີ້ແມ່ນ ປະຊາຊົນພາຍໃນບ້ານແຫລ້. ນອກ ນັ້ນ, ຍັງມີແມ່ຄ້າຄົນລາວ ຊຶ່ງມາ ຈາກແຂວງຫລວງນ້ຳທາເປັນສ່ວນ ໃຫຍ່ ເຄື່ອງທີ່ນຳເອົາໄປຂາຍນັ້ນກໍ ຄື: ຕຳໝາກຫຸ່ງ, ປີ້ງໄກ່, ປີ້ງຊີ້ນໝູ, ເຂົ້າໜົມ ແລະ ເຄື່ອງດອງ ຂອງສົ້ມ, ຢາພື້ນເມືອງ ແລະ ເຄື່ອງໃຊ້ຕ່າງໆ. ຕາມຂອບເຂດເຮືອນຊານບ້ານຊ່ອງ ຂອງບ້ານນາແຫລ້ມີຄວາມສະອາດ ສວຍສົດງົດງາມ ແລະ ມີການຕົບ ແຕ່ງເອ້ຢ້ອງແບບຊົນເຜົ່າ, ລັກສະ ນະຂອງເຮືອນ ແມ່ນມີກ້ອງລ່າງ ດ້ານເທິງໃຊ້ຢູ່ອາໄສ ສ່ວນດ້ານລຸ່ມ ເປັນຮ້ານອາຫານ ເພື່ອຮັບແຂກທີ່ ມາຢ້ຽມຢາມແລະທ່ຽວຊົມງານຕະ ຫລາດນັດດັ່ງກ່າວ, ສິ່ງທີ່ປະທັບໃຈ ທີ່ສຸດກໍຄືການຕ້ອນ ຮັບຂອງປະຊາ ຊົນພາຍໃນບ້ານດັ່ງກ່າວແລະຜູ້ເຖົ້າ ຈະມັດແຂນອວຍພອນວ່າ: “ໄປດີມາ ລອດໄປປອດມາໄສ ຢູ່ດີກິນຫວານ ເຄາະໄກ ຢ່າເຂົ້າມາໃກ້ ເຄາະໃກ້ຢ່າ ເຂົ້າມາໄຂ່ວ” ຊຶ່ງຄຳເວົ້ານີ້ເຮັດໃຫ້ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງແດນຊື່ນຊົມແລະຖ້າມີໂອກາດ ຢາກຈະກັບໄປຢ້ຽມຢາມອີກຄັ້ງ. ດ້ານການປາກເວົ້າແລະການນຸ່ງຖື, ເປັນບ້ານຊົນເຜົ່າໄຕລື້ ໃຊ້ພາສາລື້ ແລະ ພາສາຈີນ, ລາຍຮັບຫລັກຂອງ ປະຊາຊົນແມ່ນມາຈາກການປູກຝັງ. * ໃນມາດມາດຕາ 25 ຂອງກົດ ໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ໄດ້ກຳນົດໄວ້ວ່າ: ການປົກປັກຮັກ ສາສັດນ້ຳ ແລະ ສັດປ່າ ແມ່ນການ ຮັກສາສັດນ້ຳ ແລະ ສັດປ່າ ປະເພດ ຫວງຫ້າມ, ປະເພດຄຸ້ມຄອງ ແລະ ປະເພດທົ່ວໄປໃຫ້ອຸດົມສົມບູນ, ຍືນ ຍົງທັງແມ່ນການປ້ອງກັນ ແລະ ຮັກ ສາຖິ່ນທີ່ຢູ່ອາໄສຂອງສັດ, ວັງສະ ຫງວນສັດນ້ຳ, ເຂດອະນຸລັກພັນສັດ ບໍ່ໃຫ້ຖືກທຳລາຍ, ພ້ອມກັນນັ້ນກໍ ຕ້ອງວາງມາດຕະການປົກປັກຮັກ ສາ ເພື່ອສະກັດກັ້ນການບຸກລຸກ, ການທຳລາຍຈາກການກະທຳຂອງ ຄົນ ຫລື ຈາກທຳມະຊາດ. ພ້ອມນີ້ ມາດຕາ 26 ຍັງກຳ ນົດກ່ຽວກັບການພັດທະນາສັດນ້ຳ ແລະ ສັດປ່າ ແມ່ນການຂະຫຍາຍ ພັນສັດນ້ຳແລະສັດປ່າປະເພດຫວງ ຫ້າມ, ປະເພດຄຸ້ມຄອງແລະປະເພດ ທົ່ວໄປ ຕາມທຳມະຊາດ ໃຫ້ມີຈຳ ນວນເພີ່ມຂຶ້ນ ດ້ວຍການນຳໃຊ້ມາດ ຕະການ ທາງດ້ານເຕັກນິກວິທະຍາ ສຳລັບກອງທຶນອະນຸລັກປົກປັກ ຮັກສາສັດນ້ຳແລະ ສັດປ່າ, ມາດຕາ 27 ກຳນົດວ່າ: ແຫລ່ງຂອງກອງ ທຶນອະນຸລັກ ປົກປັກຮັກສາສັດນ້ຳ ແລະ ສັດປ່າ ແມ່ນກອງທຶນອັນດຽວ ກັນກັບກອງທຶນ ພັດທະນາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ຊຶ່ງໄດ້ ມາຈາກງົບປະມານຂອງລັດ, ການ ປະກອບສ່ວນຂອງບຸກຄົນ, ນິຕິບຸກ ຄົນ, ລວມໝູ່, ອົງການຈັດຕັ້ງສັງ ຄົມ, ອົງການຈັດຕັ້ງສາກົນ ແລະ ອື່ນໆ. ໃນການນໍາໃຊ້ກອງທຶນນັ້ນ ມາດຕາ 28 ກຳນົດວ່າ: ການຄຸ້ມ ຄອງ ແລະ ນຳໃຊ້ກອງທຶນກອງທຶນ ອະນຸລັກປົກປັກຮັກສາ ສັດນ້ຳ ແລະ ສັດປ່າ ໃຫ້ນຳໃຊ້ເຂົ້າ ໃນວຽກງານ ສັດນ້ຳ ແລະ ສັດປ່າ ເປັນຕົ້ນ ການ ສຳຫລວດ, ການຈັດແບ່ງປະເພດ ສັດນ້ຳແລະສັດປ່າ, ການປົກປັກຮັກ ສາຖິ່ນທີ່ຢູ່ອາໄສ, ເຂດຮັກສາພັນ ສັດ, ຂະຫຍາຍພັນສັດ, ການໂຄສະ ນາເຜີຍແຜ່ແນວທາງນະໂຍບາຍ, ລະບຽບກົດໝາຍ ແລະ ວຽກງານ ອື່ນກ່ຽວກັບສັດນ້ຳ ແລະ ສັດປ່າ. ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==