5911

xtgmf]k; 3 08/07/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me lts;a ootg0f gvq k.9.lj cdh w07eltg|u 0v'xt-k-q o ບົດໂດຍ: ມາລີດາ ໂດຍ: ເຂົ້າຈານນໍ້າ ແຫລ່ງຂໍ້ມູນຈາກ: ແຂວງບໍ່ແກ້ວ ບົດສະເໜີ ໂດຍ:ວັນໄຊ ຕະວິນຍານ 7n ola foE{la fxj k l6j me,t-kf lt,k7q ,7e7y f lh k'vk-u [ .sh xt-k-q o[h kocdj o7erQ om5 d * ໂດຍເຫັນໄດ້ເຖິງຄຸນປະໂຫຍດ ຂອງສັດນໍ້າ ແລະ ສັດປ່າຕໍ່ການດໍາ ລົງຊີວິດໃນທຳມະຊາດ ຢ່າງຢືນ ຍົງ. ພັກ ແລະ ລັດຖະບານ ລາວເຮົາ ໄດ້ວາງນະໂຍບາຍ, ອອກກົດໝາຍ ແລະ ນິຕິກໍາຕ່າງໆ ເພື່ອສົ່ງເສີມ ການລ້ຽງ, ການຂະຫຍາຍພັນ ແລະ ການຊົມໃຊ້ແບບຍືນຍົງ. ໄປພ້ອມ ກັບການອະນຸລັກ ສັດນໍ້າ-ສັດປ່າ ປະເພດຫວງຫ້າມ, ເກືອບຫ້າມ ການລ່າສັດແບບຊະຊາຍ ຫລື ຫ້າມ ລ່າໃນລະດູສັດວ່າງໄຂ່... ເມື່ອຮອດ ວັນທີ 13 ກໍລະກົດ ຂອງທຸກໆປີ ລັດຖະບານລາວເຮົາ ໄດ້ກໍານົດໃຫ້ເປັນວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ຊຶ່ງປີນີ້ ໄດ້ໝູນວຽນມາຄົບຮອບ 27 ປີ (13 ກໍລະກົດ 1997-13 ກໍລະ ກົດ 2024)ທັງນີ້ເພື່ອແນໃສ່ສ້າງ ສະຕິໃນການປົກປັກຮັກສາ, ພັດ ທະນາ ແລະ ຄືນຄວາມອຸດົມສົມບູນ ໃຫ້ກັບທໍາມະຊາດ ກໍຄືເປັນແຫລ່ງ ອາຫານໃຫ້ປະຊາຊົນລາວບັນດາ ເຜົ່າ. ເພື່ອຈັດຕັ້ງຜັນຂະຫຍາຍເນື້ອ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ມະຕິກອງປະຊຸມໃຫຍ່ອົງຄະນະພັກ ກະຊວງກະສິກໍາ ແລະ ປ່າໄມ້ ຄັ້ງທີ VI ແລະແຜນພັດທະນາເສດຖະກິດສັງຄົມ ຂອງລັດຖະບານ 5 ປີ ຄັ້ງທີ IX ແຕ່ປີ 2021-2025, ການປະ ຕິບັດວາລະແຫ່ງຊາດວ່າດ້ວຍການ ແກ້ໄຂຄວາມຫຍຸ້ງຍາກດ້ານເສດ ຖະກິດ-ການເງິນໃຫ້ເປັນຮູບປະ ທໍາ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຜັນຂະຫຍາຍອອກ ເປັນຄໍາສັ່ງ, ແຈ້ງການ ໃຫ້ບັນດາກົມກ່ຽວຂ້ອງ ໃນຂັ້ນສູນກາງ, ອົງການປົກຄອງ ຂັ້ນທ້ອງຖິ່ນ ຕະຫລອດຮອດຜູ້ປະ ກອບການ ແລະ ປະຊາຊົນລາວບັນ ດາເຜົ່າໃນຂອບເຂດທົ່ວປະເທດ ເພີ່ມຄວາມເອົາໃຈໃສ່ ຕໍ່ວຽກງານ ການພັດທະນາການອະນຸລັກ, ການ ຄຸ້ມຄອງ ແລະ ນໍາໃຊ້ສັດນໍ້າ-ສັດປ່າ ໃຫ້ມີຄວາມຍືນຍົງ ເພື່ອປະກອບ ສ່ວນເຂົ້າໃນການຄໍ້າປະກັນດ້ານ ສະບຽງອາຫານ ແລະ ໂພຊະນາ ການພ້ອມທັງສ້າງລາຍຮັບໃຫ້ປະ ຊາຊົນລາວໃຫ້ນັບມື້ຫລາຍຂຶ້ນ. ດ້ວຍຄວາມເອົາໃຈໃສ່ຂອງ ພັກ-ລັດຖະບານ, ມາຮອດປັດຈຸບັນ, ປະເທດລາວເຮົາມີສູນ, ສະຖານີທີ່ ຜະລິດລູກປາຂອງລັດ ຈໍານວນ 53 ແຫ່ງ, ຟາມຜະລິດລູກປາ ຂອງ ເອກະຊົນ ຫລາຍກວ່າ 130 ແຫ່ງ ແລະ ການຜະລິດລູກປາແບບຄອບ ຄົວມີ 352 ແຫ່ງ ສາມາດສະໜອງ ແນວພັນປາໃຫ້ສັງຄົມໄດ້ໂດຍ ພື້ນ ຖານ ຈໍານວນ 383 ລ້ານໂຕ (ສະ ໜອງໄດ້ 72 ສ່ວນຮ້ອຍຂອງແຜນ ການ), ມີຟາມລ້ຽງສັດປ່າສູນຂະ ຫຍາຍພັນສັດປ່າ ຫລາຍກວ່າ 10 ແຫ່ງ. ບັນດາສູນດັ່ງກ່າວໄດ້ຄົ້ນ ຄວ້າທົດລອງລ້ຽງ, ຂະຫຍາຍພັນ ສັດປ່າ ແລະ ປາພື້ນເມືອງໄດ້ຫລາຍ ຊະນິດ ຊຶ່ງໃນທົ່ວປະເທດ ມີວັງສະ ຫງວນປາ ຈໍານວນ 1.050 ກວ່າວັງ ໃນນັ້ນມີຄະນະຄຸ້ມຄອງວັງສະຫງວນ ແລ້ວ 819 ວັງ ແລະ ມີເຂດອະນຸລັກ ພັນສັດປ່າແຫ່ງຊາດ 01 ເຂດ. ໃນປີ 2022 ຜ່ານມາ, ກະຊວງ ກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບ ບັນດາອົງການປົກຄອງທ້ອງຖິ່ນ ຂອງແຂວງໃນຂອບເຂດທົ່ວປະເທດ ໄດ້ຈັດກິດຈະກໍາ ໃນວັນປ່ອຍປາ ແລະ ອະນຸລັກ ສັດນ້ໍາ-ສັດປ່າ ແຫ່ງ ຊາດ ໂດຍມີປະຊາຊົນ, ພໍ່ຄ້າຊາວ ຂາຍ, ຜູ້ປະກອບການ ລວມທັງອົງ ການຈັດຕັ້ງສາກົນທີ່ກ່ຽວຂ້ອງເຂົ້າ ຮ່ວມ ແລະ ໃຫ້ການສະໜັບສະໜູນ ແນວພັນປາ, ແນວພັນສັດນໍ້າ ແລະ ສັດປ່າ ທີ່ໄດ້ປ່ອຍທັງໝົດແມ່ນ 61,3 ລ້ານໂຕ.ນອກນັ້ນຍັງໄດ້ປ່ອຍ ສັດປ່າ ປະເພດນົກ, ສັດເລືອຄານ ແລະ ສັດປະເພດອື່ນໆຄືນສູ່ທໍາມະ ຊາດຈໍານວນ 200 ກວ່າໂຕ. ສະ ເພາະການປ່ອຍປາ, ສັດນໍ້າ ແລະ ສັດປ່າ ໃນປີ 2023 ຜ່ານມານີ້ ໃນ ທົ່ວປະເທດ ປ່ອຍປາ, ສັດນໍ້າ ແລະ ສັດປ່າ ເພື່ອຄືນຄວາມອຸດົມສົມບູນ ສູ່ທໍາມະຊາດ ແລະ ລົງສູ່ແຫລ່ງນໍ້າ ຕ່າງໆ ໄດ້ທັງໝົດ 62 ລ້ານໂຕ ແລະ ປ່ອຍສັດປ່າຄືນສູ່ທໍາມະຊາດຫລາຍ ກວ່າ 300 ໂຕ. ສໍາລັບ ປີ 2024 ນີ້ ຄາດວ່າຈະປ່ອຍປາໃຫ້ໄດ້ 64 ລ້ານໂຕ. ເຖິງແນວໃດກໍຕາມ, ເພື່ອປົກປັກ ຮັກສາສັດນໍ້າ-ສັດປ່າບໍ່ໃຫ້ມີການ ດັບສູນ, ໃຫ້ມີການຂະຫຍາຍພັນ, ສາມາດຕອບສະໜອງຄວາມຕ້ອງ ການດ້ານອາຫານຂອງປະຊາຊົນ ບັນດາເຜົ່າໃຫ້ມີຄວາມໝັ້ນຄົງຢ່າງ ຕໍ່ເນື່ອງແລະມີຄວາມສົມດູນກັບລະ ບົບນິເວດທາງທໍາມະຊາດ. ພວກ ເຮົາທຸກຄົນຈົ່ງສ້າງສະຕິເຄົາລົບ ກົດໝາຍ,ຄໍາສັ່ງ,ລະບຽບການກ່ຽວ ກັບການຊົມໃຊ້, ຮູ້ຫວງແຫນ, ອະນຸ ລັກ, ປົກປັກຮັກສາແບບຍືນຍົງ. ຄືນສັດນໍ້າ-ສັດປ່າສູ່ທໍາມະຊາດໃຫ້ ຫລາຍຂຶ້ນ ເຮັດໃຫ້ສັດນໍ້າ-ສັດປ່າ ມີຄວາມອຸດົມສົມບູນສ້າງໃຫ້ເປັນ ທ່າແຮງທາງດ້ານເສດຖະກິດ-ສັງ ຄົມຂອງປະເທດຊາດ. ປະຊາຊົນ ເຊິ່ງນອກຈາກການບຸກ ບືນສູ້ຊົນຂອງເຂົາເຈົ້າແລ້ວ ທັງ ພາກລັດ-ເອກະຊົນ, ອົງການຈັດຕັ້ງ ທາງສັງຄົມ ຕ້ອງໄດ້ປະກອບສ່ວນ ຊ່ວຍເພີ່ມຕື່ມບາງດ້ານ ໂດຍສະ ເພາະແມ່ນພື້ນຖານໂຄງລ່າງທີ່ຈຳ ເປັນ, ແນວພັນ, ດ້ານເຕັກນິກ-ວິຊາ ການ ເພື່ອສ້າງເງື່ອນໄຂສະດວກໃຫ້ ແກ່ການປະກອບອາຊີບທີ່ມີລາຍຮັບ ໝັ້ນຄົງ ຈຶ່ງສາມາດແກ້ໄຂຄວາມ ທຸກຍາກໃຫ້ຫລຸດລົງເທື່ອລະກ້າວ. ຢ່າງໃດກໍດີ ດັ່ງເມື່ອມໍ່ໆນີ້ສະມາຄົມ ຄໍາຄິດ ປະຈໍາແຂວງບໍ່ແກ້ວ ໄດ້ນຳ ເອົາພໍ່ແມ່ພັນແບ້ໄປມອບໃຫ້ປະຊາ ຊົນກຸ່ມລ້ຽງແບ້ ຢູ່ບ້ານແກ່ນຄໍາ ເມືອງຜາອຸດົມ ເຊິ່ງເປັນອີກໜຶ່ງທິດ ທາງໃນການປະກອບສ່ວນຊ່ວຍ ເຫລືອແກ້ໄຂຄວາມທຸກຍາກ, ປັບ ປຸງຊີວິດການເປັນຢູ່ຂອງປະຊາຊົນ ກຸ່ມລ້ຽງແບ້ບ້ານດັ່ງກ່າວໃຫ້ດີຂຶ້ນ. ການມອບແບ້ຄັ້ງນີ້, ຕາງໜ້າມອບ ໂດຍທ່ານນາງພອນໄຊມະນີວົງໄຊ * ນັບວ່າ ເປັນອີກໜຶ່ງຄວາມດີ ໃຈຂອງປະຊາຊົນບ້ານແກ່ນຄຳ ເມືອງຜາອຸດົມ ແຂວງບໍ່ແກ້ວ ທີ່ ຈະໄດ້ມີອາຊີບຢ່າງໝັ້ນຄົງ ແລະ ມີ ລາຍຮັບມາແກ້ໄຂຄວາມທຸກຍາກ ແລ້ວ, ພາຍຫລັງສະມາຄົມຄຳຄິດ ປະຈຳແຂວງໄດ້ນຳເອົາພໍ່ແມ່ພັນ ແບ້ໃຫ້ລ້ຽງ ໂດຍສະເພາະແມ່ນກຸ່ມ ລ້ຽງແບ້ບ້ານດັ່ງກ່າວ 66 ໂຕ. ການແກ້ໄຂຄວາມທຸກຍາກ ຂອງ ເປົ້າໝາຍບ້ານແກ່ນຄໍາຄັ້ງນີ້, ມີທັງ ໝົດ18 ຄອບຄົວ, ມີແບ້66 ໂຕ. ໃນ ນັ້ນ, ມີແບ້ແມ່ 62 ໂຕ, ແບ້ຜູ້ 2 ໂຕ ລວມມູນຄ່າກວ່າ 107 ລ້ານກີບ. ພາຍຫລັງມອບ-ຮັບຜ່ານມາ ທີມງານຂອງເມືອງໄດ້ລົງຕິດຕາມ ແບ້ທີ່ເປັນພະຍາດຕາມລະການ 8 ຄັ້ງ, ພ້ອມໄດ້ສະໜອງຢາໃຫ້ກຸ່ມ ລ້ຽງແບ້ດັ່ງກ່າວ 1 ຄັ້ງ. ປະທານສະມາຄົມຄໍາຄິດປະຈໍາ ແຂວງບໍ່ແກ້ວ,ມີທ່ານນາງຈັນທອນ ພອນສະລິ ຫົວໜ້າຫ້ອງການແຮງ ງານ ແລະ ສະຫວັດດີການ-ສັງຄົມ ເມືອງ ພ້ອມດ້ວຍວິຊາການຈາກ ຫ້ອງການກ່ຽວຂ້ອງເມືອງ ແລະ ພໍ່ ແມ່ປະຊາຊົນກຸ່ມລ້ຽງແບ້ຂອງບ້ານ ແກ່ນຄໍາ ເຂົ້າຮ່ວມ. ທ່ານນາງ ພອນໄຊ ມະນີວົງໄຊ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງສະມາຄົມຄໍາຄິດ ທີ່ສະໜອງທຶນໃນການຈັດຊື້ສັດ ລ້ຽງ ເພື່ອສົ່ງເສີມໃຫ້ພໍ່ແມ່ປະຊາຊົນ ຜູ້ທີ່ມີໃຈຮັກມັກອາຊີບການປູກການລ້ຽງ ພ້ອມທັງຮຽກຮ້ອງໃຫ້ພໍ່ ແມ່ປະຊາຊົນກຸ່ມລ້ຽງແບ້ ເອົາໃຈ ໃສ່ພັດປ່ຽນກັນ ເບິ່ງແຍງ-ດູແລ ສັດ ລ້ຽງຢ່າງໃກ້ຊິດ ເປັນປົກກະຕິ ເພື່ອ ປ້ອງກັນ ທັງຫລີກລ້ຽງບໍ່ໃຫ້ມີການ ສູນເສຍ ແລະ ເກີດພະຍາດຕາມລະ ດູການບວກໃສ່ຮັກສາຄວາມສາ ມັກຄີກັນພາຍໃນກຸ່ມ ເພື່ອເຮັດໃຫ້ ກຸ່ມລ້ຽງແບ້ດັ່ງກ່າວ ມີຄວາມຍືນ ຍົງ, ໄດ້ຮັບຜົນປະໂຫຍດໃຫ້ຫລາຍ ທີ່ສຸດ ແລະ ກາຍເປັນກຸ່ມຕົວແບບ ໃຫ້ບ້ານອື່ນ. ແບ້ທີ່ນຳມາມອບໃຫ້ຄອບຄົວກຸ່ມ ພາບປະກອບ * ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ນັບແຕ່ ກອງປະຊຸມຄັ້ງປະຖົມມະລຶກຂອງ ສະພາແຫ່ງຊາດ ຊຸດທີ IX ມາຮອດ ປັດຈຸບັນເຂດເລືອກຕັ້ງທີ 13 ກໍ່ຄື ສະພາປະຊາຊົນແຂວງສະຫວັນ ນະເຂດ ຂອງພວກຂ້າພະເຈົ້າໄດ້ ເອົາໃຈໃສ່ໃນການຈັດຕັ້ງການລົງ ພົບປະຜູ້ມີສິດເລືອກຕັ້ງ ແລະ ໂຄສະ ນາເຜີຍແຜ່ລັດຖະທຳມະນູນ, ກົດ ໝາຍ, ບັນດາມະຕິທີ່ ສພຊ - ສພຂ ໄດ້ຮັບຮອງເອົາ ແລະ ບັນດານິຕິກຳ ໃຕ້ກົດໝາຍຈຳນວນໜຶ່ງແມ່ນເລີ່ມ ຈັດຕັ້ງປະຕິບັດພາຍຫລັງສຳເລັດ ການດຳເນີນກອງປະຊຸມຂອງສະ ພາແຫ່ງຊາດ, ສະພາປະຊາຊົນ ແຂວງທຸກຄັ້ງໂດຍສະມາຊິກສະພາ ແຫ່ງຊາດໄດ້ເຄື່ອນໄຫວຮ່ວມກັບ ບັນດາທ່ານສະມາຊິກສະພາປະຊາ ຊົນແຂວງທີ່ປະຈຳເຂດເລືອກຕັ້ງ ເມືອງ-ນະຄອນໄດ້ຈັດຕັ້ງການເຜີຍ ແຜ່ນຳເອົາຜົນສຳເລັດຂອງກອງ ປະຊຸມລົງສູ່ຜູ້ມີສິດເລືອກຕັ້ງໄດ້ ຮັບຊາບຢ່າງທົ່ວເຖິງ ໃນ 416 ຈຸດ ກວມເອົາ 267 ກຸ່ມບ້ານ, 41 ກົມ ກອງແລະ15ເທສະບານເມືອງ,ນະ ຄອນເຊິ່ງມີຜູ້ມີສິດເລືອກຕັ້ງເຂົ້າ ຮ່ວມຮັບຟັງທັງໝົດ 52 ພັນກວ່າ ຄົນ, ຍິງ 21 ພັນກວ່າຄົນ; ຕິດພັນ ກັບການລົງເຄື່ອນໄຫວສະມາຊິກ ສະພາແຫ່ງຊາດທີ່ປະຈໍາຢູ່ສູນກາງ ແລະ ທ້ອງຖິ່ນກໍ່ໄດ້ນໍາເອົາເຄື່ອງອຸ ປະໂພກ-ບໍລິໂພກມອບໃຫ້ຫ້ອງວ່າ ການເມືອງແລະປະຊາຊົນເຂດຫ່າງ ໄກສອກຫລີກເປັນຕົ້ນ: ແນວພັນ ເຂົ້າ, ຄອມພິວເຕີຕັ້ງໂຕະ, ເຄື່ອງປິນ ເຕີ, ລຳໂພງ, ຊຸດໂທລະໂຄງ, ອຸປະ ກອນປ້ອງກັນພະຍາດໂຄວິດ 19, ອຸ ປະກອນການຮຽນ, ອຸປະກອນການ ແພດ, ອຸປະກອນກິລາ, ຜ້າຫົ່ມ, ເຄື່ອງນຸ່ງ, ເຂົ້າສານ, ອາຫານສໍາ ເລັດຮູບ ແລະ ເງິນສົດອີກຈໍານວນ ໜຶ່ງລວມເປັນມູນຄ່າທັງໝົດ 923 ລ້ານກີບ. ພ້ອມດຽວກັນນັ້ນ ກໍ່ຍັງ ໄດ້ຮັບເອົາຄໍາສະເໜີຂອງປະຊາຊົນ ທີ່ສະເໜີເຂົ້າມາຫລາຍກ່ຽວ ການ ພັດທະນາເສດຖະກິດ-ສັງຄົມ, ພື້ນ ຖານໂຄງລ່າງ, ປະກົດການຫຍໍ້ທໍ້ ເກີດຂຶ້ນໃນສັງຄົມ, ຜົນກະທົບຈາກ ໂຄງການກໍ່ສ້າງທີ່ມີຜົນກະທົບຕໍ່ ສິ່ງແວດລ້ອມ, ສັງຄົມ ແລະ ຊີວິດ ການເປັນຢູ່ຂອງພໍ່ແມ່ປະຊາຊົນ ເພື່ອນຳໄປສົມທົບກັບອົງການປົກ ຄອງແຂວງ ແລະ ພາກສ່ວນກ່ຽວ ຂ້ອງເພື່ອພິຈາລະນາແກ້ໄຂ. ຕໍ່ກັບ ບັນຫາດັ່ງກ່າວ ບັນດາທ່ານສະມາ ຊິກສະພາແຫ່ງຊາດປະຈຳເຂດ ເລືອກຕັ້ງ ແລະ ສະມາຊິກສະພາປະ ຊາຊົນແຂວງປະຈຳເຂດເລືອກຕັ້ງ ເມືອງ-ນະຄອນຕ້ອງເພີ່ມທະວີການ ສ້າງແຜນການຕິດຕາມກວດກາ ຢ່າງມີຈຸດສຸມ ໂດຍສະເພາະການ ກຳນົດຫົວຂໍ້, ຂັ້ນຕອນວິທີການຕິດ ຕາມກວດກາ ໃຫ້ມີຄວາມຊັດເຈນ, ຄົ້ນຄ້ວາກຳແໜ້ນເນື້ອໃນຂອງກົດ ໝາຍ ໂດຍສົມທົບກັບພາກສ່ວນ ຕ່າງໆຕາມສິດແລະໜ້າທີ່ໄດ້ກໍານົດ ໄວ້ ຢ່າງເຕັມສ່ວນ ໃນນາມເປັນຕົວ ແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າ ແນ ໃສ່ຊຸກຍູ້ ແລະ ເກັບກໍາຂໍ້ມູນສະພາບ ການປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ, ແຜນງົບປະມານ ແຫ່ງລັດ, ຖືສໍາຄັນການເຄົາລົບ, ປະຕິບັດລັດຖະທໍາມະນູນ, ກົດໝາຍ ຂອງບັນດາອົງການລັດ, ການຈັດ ຕັ້ງຜັນຂະຫຍາຍມະຕິຂອງກອງປະ ຊຸມສະພາແຫ່ງຊາດ ແລະ ສະພາປະ ຊາຊົນແຂວງ ຖືເອົາການໂຄສະນາ ເຜີຍແຜ່ລັດຖະທຳມະນູນ, ກົດໝາຍ, ນິຕິກຳໃຕ້ກົດໝາຍລົງສູ່ທຸກຊັ້ນຄົນ ໃຫ້ກວ້າງຂວາງເພື່ອປຸກລະດົມມີ ສະຕິເຄົາລົບກົດໝາຍຮັບປະກັນ ໄດ້ສະຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ,ທຸກພາກສ່ວນ ເປັນເຈົ້າການມີສ່ວນຮ່ວມ, ໃຫ້ການ ຮ່ວມມືແລະປະກອບສ່ວນທາງ ດ້ານສະຕິປັນຍາ, ເຫື່ອແຮງໃນການ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດເວົ້າລວມເວົ້າສະ ເພາະເພື່ອເຮັດໃຫ້ສັງຄົມພາຍໃນ ແຂວງສະຫວັນນະເຂດ ມີຄວາມ ສະຫງົບປອດໄພ ແລະ ມີຄວາມເປັນ ລະບຽບຮຽບຮ້ອຍເພື່ອສ້າງເງື່ອນ ໄຂເອື້ອຍອຳນວຍໃຫ້ແກ່ການພັດ ທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ຂະຫຍາຍຕົວຕໍ່ເນື່ອງ.

RkJQdWJsaXNoZXIy MTc3MTYxMQ==