5911

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 08/07/2024 xtgmf]k; ການນຳຂັ້ນສູງ... ສອງສະພາແຫ່ງຊາດ... ຮອງນາຍົກລັດຖະມົນຕີ... ສື່ມວນຊົນກອງທັບ... ຂປລ. ໃນວັນທີ 3 ກໍລະກົດ 2024 ທີ່ນຄອນຫລວງວຽງຈັນ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຫົວໜ້າຄະ ນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດລາວ ຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບ ຂອງສະຫາຍ ຮວງ ກາຣໂລດສ ເຟຣນັງ ເດັດສ ຮົວເຣັດສ໌ (Juan Carlos Fernandes Juárez) ເອກອັກຄະລັດ ຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ໂບລິວາຣຽນ ເວເນຊູເອລາ ຄົນໃໝ່ ປະຈຳ ສປປ ລາວ ທີ່ມີສໍານັກງານສະຖານທູດ ຕັ້ງຢູ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ. ໃນໂອກາດດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະ ແດງຄວາມຊົມເຊີຍຕໍ່ສະຫາຍ ຮວງ ກາຣໂລດສ ທີ່ໄດ້ຮັບມອບໝາຍ ໜ້າທີ່ເປັນເອກອັກຄະລັດຖະທູດວິ ສາມັນຜູ້ມີອຳນາດເຕັມ ແຫ່ງ ເວເນ ຊູເອລາ ຄົນໃໝ່ ປະຈຳ ສປປ ລາວ ພ້ອມທັງຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ເວເນຊູເອລາ ກໍຄື ລະ ຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກສັງຄົມນິຍົມເອກະພາບ ເວເນຊູເອລາ ຕະຫລອດໄລຍະຜ່ານ ມາ ແລະ ສະແດງຄວາມເຊື່ອໝັ້ນ ວ່າ ສະຫາຍເອກອັກຄະລັດຖະທູດ ຄົນໃໝ່ຈະສືບຕໍ່ໃຫ້ການຮ່ວມມືແລະ ປະສານສົມທົບຢ່າງແໜ້ນແຟ້ນກັບ ຄະນະພົວພັນຕ່າງປະເທດສູນກາງ ພັກ ໃນການປະຕິບັດໜ້າທີ່ເປັນຂົວຕໍ່ ປະສານງານລະຫວ່າງພັກ,ລັດຂອງ ສອງປະເທດ ລາວ-ເວເນຊູເອລາ ເວົ້າລວມ, ເວົ້າສະເພາະບັນດາອົງ ການຈັດຕັ້ງຂອງພັກ, ອົງການຈັດ ຕັ້ງມະຫາຊົນຂອງລາວ ແລະ ເວເນ ຊູເອລາ ເພື່ອປະກອບສ່ວນເຂົ້າໃນ ການເສີມຂະຫຍາຍສາຍພົວພັນມິດ ຕະພາບ ລະຫວ່າງ ສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ລາວເວເນຊູເອລາ ໃຫ້ນັບມື້ມີປະສິດທິ ຜົນ ແລະ ເລິກເຊິ່ງຍິ່ງໆຂຶ້ນ. ສະຫາຍ ຮວງ ກາຣ ໂລດສ ກໍໄດ້ ສະແດງຄວາມຂອບໃຈເປັນຢ່າງ ສູງ ທີ່ໄດ້ມີໂອກາດເຂົ້າຢ້ຽມຂ່ຳນັບ ສະຫາຍຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກ ໃນໂອກາດທີ່ ໄດ້ມາຮັບໜ້າທີ່ ເປັນເອກອັກຄະລັດ ຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ເວເນຊູເອລາ ຄົນໃໝ່ ປະຈຳ ສປປລາວແລະມີຄວາມຍິນດີຈະປະ ກອບສ່ວນປະຕິບັດໜ້າທີ່ການທູດ ໃນການເປັນຂົວຕໍ່ປະສານສົມທົບ ກັບຄະນະພົວພັນຕ່າງປະເທດສູນ ກາງພັກປະຊາຊົນປະຕິວັດລາວ ກໍຄື ບັນດາກະຊວງ,ອົງການຂັ້ນສູນກາງ ແລະ ທ້ອງຖິ່ນຂອງລາວ ເພື່ອປະ ກອບສ່ວນເຂົ້າໃນການເພີ່ມພູນຄູນ ສ້າງສາຍພົວພັນມິດຕະພາບລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ເວເນຊູເອລາລາວ ໃຫ້ນັບມື້ແຕກດອກອອກຜົນ ຍິ່ງໆຂຶ້ນ. ພ້ອມກັນນັ້ນ, ສອງຝ່າຍເຫັນດີ ສືບຕໍ່ຊຸກຍູ້ການພົວພັນຮ່ວມມືດ້ານ ພັກ, ລັດ ກໍຄື ການທູດປະຊາຊົນໃຫ້ ຫລາຍຂຶ້ນ ແລະ ກ້າວໄປສູ່ການເຊັນ MOU ຮ່ວມກັນ, ສຶກສາຄວາມເປັນ ໄປໄດ້ເຖິງທ່າແຮງບົ່ມຊ້ອນ ເພື່ອສົ່ງ ເສີມການຮ່ວມມື ໃນຂະແໜງການ ຕ່າງໆ ເຊັ່ນ: ຂົງເຂດການຄ້າ, ການ ລົງທຶນ, ການສຶກສາ, ກະສິກໍາ, ວັດ ທະນະທໍາ, ທ່ອງທ່ຽວ, ບໍ່ເເຮ່ ແລະ ອື່ນໆ ເພື່ອປະກອບສ່ວນເຂົ້າໃນການ ເສີມຂະຫຍາຍສາຍພົວພັນມິດຕະ ພາບ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃຫ້ຂະ ຫຍາຍຕົວຍິ່ງໆຂຶ້ນ. ຂ່າວ: ຄະນະພົວພັນຕ່າງປະເທດສູນ ກາງພັກ sq ;|h k7totrq ;ra o8j k'xtgmfl6 odk'ra d 8h voIa [m6 fg;go-6 gv]k 7q o.\j ສະຫາຍ ທອງສະຫວັນ ພົມວິຫານ (ຂວາ) ຫວຽດນາມອ້າຍນ້ອງມາສູ່ປະຊາ ຊົນລາວບັນດາເຜົ່າ. ພ້ອມກັນນີ້,ຍັງ ເປັນໂອກາດດີໃຫ້ແກ່ສະພາແຫ່ງ ຊາດ ກໍຄື ຄະນະກໍາມະການລະດັບ ຊາດ ປັບປຸງລັດຖະທໍາມະນູນໄດ້ ແລກປ່ຽນບົດຮຽນກ່ຽວກັບການ ປັບປຸງລັດຖະທໍາມະນູນ ສະບັບ ປີ 2015 ຂອງ ສປປ ລາວ ໃຫ້ສອດ ຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາເສດຖະກິດສັງຄົມຂອງປະເທດ, ທັງເປັນການ ປະກອບສ່ວນສໍາຄັນເຂົ້າໃນການ ຮັດແໜ້ນ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງ ສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ໂດຍສະ ເພາະລະຫວ່າງສອງອົງການນິຕິ ບັນຍັດຂອງສອງປະເທດ ໃຫ້ນັບມື້ ເຂົ້າສູ່ລວງເລິກ ແລະ ແຕກດອກ ອອກຜົນຍິ່ງໆຂຶ້ນ. ສະຫາຍທອງລຸນ ສີສຸລິດ ໄດ້ຝາກຄວາມຢື້ຢາມຖາມ ຂ່າວອັນອົບອຸ່ນ ແລະ ອວຍພອນໄຊ ອັນປະເສີດໄປຍັງ ສະຫາຍ ຫງວຽນ ຝູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ສະຫາຍ ໂຕ ເລິມ ກໍາມະການກົມການເມືອງສູນກາງ ພັກກອມມູນິດຫວຽດນາມ, ປະທານ ປະເທດ. ພ້ອມທັງໄດ້ອວຍພອນ ໃຫ້ການຢ້ຽມຢາມ ແລະ ເຮັດວຽກ ຂອງສະຫາຍຮອງປະທານສະພາ ແຫ່ງຊາດຫວຽດນາມ ພ້ອມດ້ວຍ ຄະນະ ຢູ່ ສປປ ລາວ ໃນຄັ້ງນີ້ຈົ່ງມີ ຜົນສໍາເລັດຢ່າງຈົບງາມ. ໃນໂອກາດນີ້, ສະຫາຍ ຫງວຽນ ຄັກ ດິ້ງ ໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກປະຊາ ຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທີ່ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ, ພ້ອມທັງລາຍງານໃຫ້ ຊາບຈຸດປະສົງຂອງການມາຢ້ຽມ ຢາມ ສປປ ລາວ, ລາຍງານໂດຍຫຍໍ້ ຜົນສໍາເລັດສຳມະນາວິທະຍາສາດ ກ່ຽວກັບການປັບປຸງລັດຖະທຳມະ ນູນ ແລະ ບົດຮຽນການຄົ້ນຄວ້ານິ ຕິບັນຍັດ ລະຫວ່າງ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ແລະ ສະພາ ແຫ່ງຊາດ ແຫ່ງ ສປປ ລາວ ແລະ ການພົບປະສອງຝ່າຍກັບສະຫາຍ ຈະເລີນ ເຍຍປາວເຮີ ກຳມະການ ສູນກາງພັກ, ຮອງປະທານສະພາ ແຫ່ງຊາດ ຕື່ມອີກ. ໂອກາດດຽວກັນ, ສະຫາຍ ໄຊສົມພອນ ພົມວິຫານ ກໍາມະ ການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ ໄດ້ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ຄັກ ດິ້ງ ກໍາມະ ການສູນກາງພັກ, ຮອງປະທານສະ ພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະໃນໂອກາດເດີນ ທາງມາຢ້ຽມຢາມແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 3-5 ກໍລະກົດ 2024 ນີ້ ເພື່ອເຮັດວຽກ ຮ່ວມກັບສະພາແຫ່ງຊາດລາວ. ນາງ ໂຄໂລນເນ ອັບປຸຫາມິລາເກ ຈາມິນດາ ອິໂນກາ ໂຄໂລນເນ (H.E. Mrs. Colonne Appuhamillage Chaminda Inoka Colonne) ເອກອັກຄະລັດຖະທູດວິ ສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາ ລະນະລັດ ສັງຄົມນິຍົມ ປະຊາທິ ປະ ໄຕ ສີລັງກາ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດໜ້າທີ່ການທູດຢູ່ ສປປ ລາວ. ໃນໂອກາດນີ້, ສອງຝ່າຍໄດ້ຕີ ລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະການຮ່ວມມືທີ່ດີລະຫວ່າງສອງ ປະເທດ ໃນຕະຫລອດໄລຍະ 59 ປີ ຜ່ານມາ ທີ່ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ ໂດຍເຫັນໄດ້ຈາກມີ ການແລກປ່ຽນສານສະແດງຄວາມ ຊົມເຊີຍໃນໂອກາດສໍາຄັນຕ່າງໆ ແລະ ມີການພົບປະຂອງການນໍາ ຂັ້ນສູງຂອງສອງປະເທດໃນໂອກາດ ເຂົ້າຮ່ວມກອງປະຊຸມສາກົນຕ່າງໆ ຢ່າງເປັນປົກກະຕິ, ພ້ອມທັງໄດ້ສະ ໜັບສະໜູນເຊິ່ງກັນ ແລະ ກັນ ໃນ ເວທີພາກພື້ນ ແລະ ສາກົນ. ທ່ານຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງ ຄວາມຊົມເຊີຍຕໍ່ທ່ານເອກອັກຄະລັດ ຖະທູດ ສີລັງກາ ທີ່ໄດ້ສໍາເລັດໜ້າທີ່ ການທູດຂອງຕົນໃນໄລຍະ3ປີກວ່າ ຢູ່ ສປປ ລາວ ເຊິ່ງໄດ້ປະກອບສ່ວນ ສໍາຄັນເຂົ້າໃນການເສີມຂະຫຍາຍ ສາຍພົວພັນ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ ແລະ ສີລັງກາ ໃຫ້ ກ້າວຂຶ້ນສູ່ລະດັບສູງ ພ້ອມທັງໄດ້ປະ ກອບສ່ວນສະໜັບສະໜູນ ແລະ ຊ່ວຍເຫລືອການພັດທະນາເສດຖະ ກິດ-ສັງຄົມ ຢູ່ ສປປ ລາວ. ພ້ອມກັນນີ້, ທ່ານເອກອັກຄະລັດ ຖະທູດ ສີລັງກາ ໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມໝາຍໝັ້ນວ່າ ພາຍຫລັງກັບຄືນປະເທດແລ້ວຕົນ ຈະສືບຕໍ່ສະໜັບສະໜູນ ແລະ ຮັດ ແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດໃຫ້ແຕກດອກອອກຜົນ ຍິ່ງໆຂຶ້ນ. ໃນວັນດຽວກັນ, ທ່ານຮອງ ນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ກໍໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງ ທ່ານ ໂມຮໍາມັດ ລຸດຟໍ ຣາມານ (H.E. Mohammad Lutfor Rahman) ເອກອັກ ຄະລັດຖະທູດວິສາມັນຜູ້ມີອໍານາດ ເຕັມ ແຫ່ງສາທາລະນະລັດ ປະຊາ ຊົນ ບັງກະລາເທດ ປະຈໍາ ສປປ ລາວຄົນໃໝ່. ທ່ານຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ສະແດງ ຄວາມຊົມເຊີຍຕໍ່ທ່ານ ໂມຮໍາມັດ ລຸດຟໍ ຣາມານ ທີ່ໄດ້ຖືກແຕ່ງຕັ້ງເປັນ ເອກອັກຄະລັດຖະທູດ ແຫ່ງສາທາ ທ່ານ ສະເຫລີມໄຊ ກົມມະສິດ (ຂວາ) ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂມຮໍາມັດ ລຸດຟໍ ຣາມານ ທູດ ບັງກະລາເທດ ປະຈໍາ ສປປ ລາວ ຄົນໃໝ່ ຝ່າຍຫວຽດນາມ ນຳໂດຍ ສະຫາຍ ຫງວຽນ ຄັກ ດິ້ງ ກໍາມະການສູນ ກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 3-5 ກໍລະກົດ 2024 ນີ້. ໂອກາດດັ່ງກ່າວ, ສະຫາຍ ຈະເລີນ ເຍຍປາວເຮີ ໄດ້ສະແດງ ຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ສະຫາຍ ຫງວຽນ ຄັກ ດິ້ງ ທີ່ໄດ້ນຳພາຄະນະເດີນທາງມາ ຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງລາຍງານໃຫ້ຝ່າຍຫວຽດ ນາມຊາບກ່ຽວກັບສະພາບການພົ້ນ ເດັ່ນ ຂອງ ສປປ ລາວ, ການເຄື່ອນ ໄຫວຂອງສະພາແຫ່ງຊາດລາວ, ພ້ອມທັງສະແດງຄວາມພາກພູມ ໃຈທີ່ເຫັນວ່າ ສາຍພົວພັນມິດຕະ ພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ຍັງສືບຕໍ່ຮັດແໜ້ນ ແລະ ເສີມຂະ ຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງສະແດງ ອອກໃນການແລກປ່ຽນການຢ້ຽມ ຢາມ ຂອງຄະນະຜູ້ແທນການນໍາຂັ້ນ ສູງລະຫວ່າງ ສອງພັກ, ສອງລັດນັບ ທັງສູນກາງ ແລະ ທ້ອງຖິ່ນ ຢ່າງ ເປັນປົກກະຕິ ແລະ ຕໍ່ເນື່ອງ. ສອງ ຝ່າຍໄດ້ເພີ່ມທະວີຮັດແໜ້ນສາຍພົວ ພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ທີ່ໄດ້ຮັບການສ້າງຕັ້ງ ແລະ ຖະນຸຖະໜອມ ໂດຍຮຸ່ນການ ນໍາທຳອິດ ຂອງສອງປະເທດ. ການ ຮ່ວມມືດ້ານການຄ້າ, ການລົງທຶນ, ຄົມມະນາຄົມຂົນສົ່ງໄດ້ມີຄວາມຄືບ ໜ້າ ສະແດງອອກໃນ 6 ເດືອນຕົ້ນ ປີ 2024 ບໍລິມາດການແລກປ່ຽນ ສິນຄ້າບັນລຸໄດ້ 779.6 ລ້ານໂດລາ ສະຫະລັດ, ຫວຽດນາມ ກໍຈັດຢູ່ໃນ ອັນດັບແຖວໜ້າຂອງຜູ້ລົງທຶນຕ່າງ ປະເທດຢູ່ ສປປ ລາວ ລວມມີ 241 ໂຄງການ, ມູນຄ່າທຶນຈົດທະບຽນ ທັງໝົດ 5,47 ຕື້ໂດລາສະຫະລັດ ແລະ ທຶນການຊ່ວຍເຫລືອລ້າປະຈໍາ ປີ 2024 ມູນຄ່າ 719,2 ຕື້ກວ່າດົງ ແກ່ການພັດທະນາຊັບພະຍາກອນ ມະນຸດຢູ່ ສປປ ລາວ. ສະຫາຍ ຈະເລີນ ເຍຍປາວເຮີ ຍັງໄດ້ຍົກໃຫ້ເຫັນການພົວພັນຮ່ວມ ມືລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດ ຫວຽດນາມ ເຊິ່ງໄດ້ຮັບການເສີມຂະຫຍາຍທັງ ທາງກວ້າງ ແລະ ທາງເລິກສະເໝີ ມາ.ນອກນັ້ນ,ຍັງມີການພົວພັນຮ່ວມ ມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ຢ່າງໜັກແໜ້ນໃນເວທີລັດຖະ ສະພາພາກພື້ນ ແລະ ສາກົນ ເປັນຕົ້ນ ກອງປະຊຸມໃຫຍ່ AIPA, IPU, APFF ແລະ ອື່ນໆ. ສຳລັບທິດທາງແຜນການພົວ ພັນຮ່ວມມື ລະຫວ່າງສອງສະພາ ແຫ່ງຊາດ ໃນຕໍ່ໜ້າສະຫາຍ ຈະເລີນ ເຍຍປາວເຮີ ສະເໜີໃຫ້ສືບຕໍ່ຈັດ ຕັ້ງປະຕິບັດເນື້ອໃນຈິດໃຈຂອງ ບົດບັນທຶກວ່າດ້ວຍການຮ່ວມມື (MOU) ລະຫວ່າງ ສອງສະພາ ແຫ່ງ ຊາດ ລາວ-ຫວຽດນາມ, ລະ ຫວ່າງ ສອງຄະນະເລຂາທິການສະ ພາແຫ່ງຊາດລາວ ແລະ ກໍາມາທິ ການທີ່ກ່ຽວຂ້ອງ ໃຫ້ເປັນຮູບປະ ທຳ; ຈະສືບຕໍ່ຊຸກຍູ້ການຈັດຕັ້ງປະຕິ ບັດບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງລະຫວ່າງສອງລັດຖະບານ ກໍຄື ຜົນຂອງກອງປະຊຸມຂອງການ ນໍາຂັ້ນສູງ ຂອງສອງພັກ, ສອງລັດ ແລະ ບັນດາໂຄງການຮ່ວມມືຂອງ ສອງປະເທດ; ຈະສືບຕໍ່ຊຸກຍູ້ການ ພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າແລະການລົງທຶນລະຫວ່າງ ສອງປະເທດ ໃຫ້ຂະຫຍາຍຕົວສູງ ຂຶ້ນ ສົມຄູ່ກັບການພົວພັນຮ່ວມມື ດ້ານການເມືອງ; ສືບຕໍ່ຮ່ວມມືກັນ ສ້າງປຶ້ມ 50 ປີ ແຫ່ງສາຍພົວພັນລະ ຫວ່າງ ສະພາແຫ່ງຊາດ ແຫ່ງ ສປປ ລາວແລະສະພາແຫ່ງຊາດແຫ່ງສສ ຫວຽດນາມ, ການຮ່ວມມືຮອບດ້ານ ແລະ ພັດທະນາ ເພື່ອເປັນມໍລະດົກ ໃຫ້ຄົນຮຸ່ນໜຸ່ມໄດ້ສຶກສາ, ສືບທອດ ແລະ ປົກປັກຮັກສາສາຍພົວພັນແບບ ພິເສດລາວ-ຫວຽດນາມມີໜຶ່ງດຽວ ໃນໂລກ ໃຫ້ໝັ້ນຄົງຕະຫລອດໄປ; ສືບຕໍ່ໃຫ້ບົດຮຽນດ້ານການສ້າງນິຕິ ກໍາຕ່າງໆ ທີ່ຕິດພັນກັບການສ້າງ ແລະ ປັບປຸງກົດໝາຍ ໃຫ້ສະມາຊິກ ສະພາແຫ່ງຊາດ ແລະ ບັນດາຂະ ແໜງການທີ່ກ່ຽວຂ້ອງ ເພື່ອສ້າງ ລັດໃຫ້ຄຸ້ມຄອງດ້ວຍກົດໝາຍ, ພ້ອມ ນີ້ ຍັງໄດ້ສະເໜີໃຫ້ສືບຕໍ່ຝຶກອົບຮົມ ພາສາຫວຽດນາມ ແກ່ພະນັກງານ ຂອງສະພາແຫ່ງຊາດລາວ ໃນຊຸດ ຕໍ່ໄປ ແລະ ສືບຕໍ່ສະໜັບສະໜູນ ແລະ ຮ່ວມມືກັນ ໃນການເຄື່ອນໄຫວ ໃນອົງການລັດຖະສະພາພາກພື້ນສາກົນ ແລະ ໃນທ້າຍເດືອນຕຸລາ 2024 ທີ່ຈະມາເຖິງນີ້, ສະພາແຫ່ງ ຊາດລາວ ຈະເປັນເຈົ້າພາບຈັດກອງ ປະຊຸມໃຫຍ່ໄອປາ (AIPA) ຄັ້ງທີ 45, ຫວັງຢ່າງຍິ່ງວ່າສະພາແຫ່ງ ຊາດຫວຽດນາມ ຈະສືບຕໍ່ໃຫ້ການ ຮ່ວມມື, ສະໜັບສະໜູນ ແລະ ຊ່ວຍ ເຫລືອ ສປປ ລາວ ໃນການປະຕິບັດ ພັນທະສາກົນ ໃຫ້ມີຜົນສໍາເລັດ. ພ້ອມນີ້, ສະຫາຍ ຈະເລີນ ເຍຍ ປາວເຮີ ຍັງໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ ຫລວງຮອບດ້ານທີ່ປະຊາຊົນຫວຽດ ນາມອ້າຍນ້ອງຍາດມາໄດ້ ພາຍໃຕ້ ການນໍາພາອັນສະຫລາດສ່ອງໃສ ຂອງພັກກອມມູນິດ ຫວຽດນາມ ໃນພາລະກິດພັດທະນາປະເທດຊາດ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີXIII ຂອງພັກກອມມູນິດຫວຽດນາມ, ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ (2021-2025). ພິເສດ, ແມ່ນ ຜົນສໍາເລັດຂອງການດໍາເນີນກອງ ປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XV ໃນທ້າຍເດືອນຜ່ານມາ, ເຖິງແມ່ນວ່າໃນສະພາບການພາກ ພື້ນ ແລະ ສາກົນ ສືບຕໍ່ຜັນແປໄປ ຢ່າງສັບສົນແລະຄາດຄະເນໄດ້ຍາກ ແຕ່ ສສ ຫວຽດນາມ ສືບຕໍ່ພັດທະ ນາເສດຖະກິດ-ສັງຄົມໄດ້ຢ່າງໜັກ ແໜ້ນ, ເສດຖະກິດ ສືບຕໍ່ຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງ ເຮັດໃຫ້ປະເທດ ຊາດ ມີສະຖຽນລະພາບທາງດ້ານ ການເມືອງຢ່າງໜັກແໜ້ນ,ສັງຄົມ ມີຄວາມສະຫງົບປອດໄພ, ຊີວິດ ການເປັນຢູ່ຂອງປະຊາຊົນໄດ້ຮັບ ການປັບປຸງດີຂຶ້ນເລື້ອຍໆ, ການພົວ ພັນການຕ່າງປະເທດ ໄດ້ຮັບການ ເປີດກວ້າງ, ບົດບາດອິດທິພົນ ຂອງ ສສ ຫວຽດນາມ ນັບມື້ນັບສູງເດັ່ນ ຂຶ້ນໃນເວທີພາກພື້ນ ແລະ ສາກົນ. ຂ່າວ: ທະນູທອງ ພາບ: ຂັນໄຊ ໃສ່ເຮັດໃຫ້ພະນັກງານສື່ມວນຊົນ ກອງທັບປະຊາຊົນລາວ ຍົກສູງລະ ດັບຄວາມຮູ້ດ້ານເຕັກນິກ, ວິຊາ ການ, ການຂຽນບົດຂ່າວ ແລະ ບົດ ລະນະລັດ ປະຊາຊົນ ບັງກະລາເທດ ປະຈໍາ ສປປ ລາວ ຄົນໃໝ່. ພ້ອມທັງ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບແລະການຮ່ວມມືທີ່ດີລະຫວ່າງ ລາວ ແລະ ບັງກະລາເທດ ທີ່ໄດ້ຮັບ ການເສີມຂະຫຍາຍເປັນກ້າວໆມາ ນັບແຕ່ສ້າງຕັ້ງສາຍພົວພັນການ ທູດນໍາກັນ ໃນປີ 1988. ພ້ອມນັ້ນ, ກໍໄດ້ສະແດງຄວາມຫວັງວ່າທ່ານ ເອກອັກຄະລັດຖະທູດຈະສືບຕໍ່ປະ ກອບສ່ວນສົ່ງເສີມການພົວພັນຮ່ວມ ມືສອງຝ່າຍໃຫ້ມີຜົນສໍາເລັດອັນໃໝ່ ໃນຕໍ່ໜ້າ ໂດຍສະເພາະແມ່ນການ ຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການຮ່ວມມືດ້ານເຕັກໂນໂລຊີ ຂໍ້ມູນຂ່າວສານ (IT). ພ້ອມກັນນີ້, ທ່ານເອກອັກຄະລັດ ຖະທູດ ບັງກະລາເທດ ກໍໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນ ແລະ ໄດ້ໃຫ້ຄໍາໝັ້ນສັນຍາ ວ່າ ຕົນຈະເຮັດສຸດຄວາມສາມາດ ໃນໄລຍະດໍາລົງຕໍາແໜ່ງເປັນເອກ ອັກຄະລັດຖະທູດ ບັງກະລາເທດ ປະຈໍາ ສປປ ລາວ ໃນການສ້າງ ເງື່ອນໄຂທີ່ດີ ເພື່ອສົ່ງເສີມການຮ່ວມ ມືສອງຝ່າຍ ກໍຄື ການຮ່ວມມືກັບອາ ຊຽນ ເພື່ອປະກອບສ່ວນຮັດແໜ້ນ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມ ລະຫວ່າງສອງປະ ເທດ ໃຫ້ໄດ້ຮັບໝາກຜົນຍິ່ງໆຂຶ້ນ. ຂ່າວ-ພາບ: ກຕທ ລາຍງານ, ໜ້າທີ່ຂັ້ນຕອນການສ້າງ ແຜນການຜະລິດສຳລັບລາຍການ ຂຽນຂ່າວ, ປະສົບການໃນການປະ ຕິບັດພາກສະໜາມ, ຊີ້ນໍາເຕັກນິກ ການຖ່າຍແລະ ເກັບຂໍ້ມູນຂ່າວສານ, ການອອກຂ່າວທາງອອນລາຍ ແລະ ວຽກງານອື່ນໆ ເພື່ອເຮັດໃຫ້ ສື່ມວນຊົນຂອງກອງທັບປະຊາຊົນ ລາວ ໄດ້ຮັບການພັດທະນາດີຂຶ້ນ, ສາມາດເຮັດສໍາເລັດໜ້າທີ່ການ ເມືອງຂອງຕົນທີ່ການຈັດຕັ້ງຂັ້ນເທິງ ມອບໝາຍໃຫ້, ປະກອບສ່ວນເສີມ ສ້າງສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ຫວຽດນາມ-ລາວ, ລາວ-ຫວຽດ ນາມ ໂດຍສະເພາະສູນວິທະຍຸກະ ຈາຍສຽງກອງທັບປະຊາຊົນຫວຽດ ນາມແລະກອງວິທະຍຸ, ໂທລະພາບ, ໜັງສືພິມກອງທັບກອງທັບປະຊາ ຊົນລາວ ໃຫ້ໝັ້ນຄົງທະນົງແກ່ນຊົ່ວ ກາລະນານ. ຊຸດຝຶກກອົບຮົມໃນຄັ້ງນີ້, ຈະ ໄດ້ດໍາເນີນໄປເປັນເວລາ 90 ວັນ ຈຶ່ງຈະສໍາເລັດຕາມແຜນການ ຂ່າວ: ໂຈ່ລີ້ ວົງໄຊ

RkJQdWJsaXNoZXIy MTc3MTYxMQ==