5910

xtgmf]k; 3 05/07/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me de,kmy dko[a ofkgzqj k gvq k.9.lj cdh w07;k,m5 dpkdgxa odq d ບົດໂດຍ: ມາລີດາ s]kprkdlj ;o g]aj 'ra fmtok;Pd'ko8y fra oda [lyj 'c;f]h v, * ທ່ານ ຄໍາຈັນ ໂສຕາປະເສີດ ປະທານກໍາມາທິການບັນດາເຜົ່າ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ໃຫ້ຮູ້ວ່າ: ກໍາມາທິ ການບັນດາເຜົ່າປະຕິບັດ 03 ພາລະ ບົດບາດຂອງສະພາແຫ່ງຊາດ ລົງ ເລິກເຂດຄວາມຮັບຜິດຊອບວຽກ ງານພັດທະນາຊົນນະບົດ-ແກ້ໄຂ ຄວາມທຸກຍາກ, ວຽກງານຊົນເຜົ່າສາສະໜາ, ວຽກງານ 03 ສ້າງ, ການປົກຄອງທ້ອງຖິ່ນ ແລະ ວຽກ ງານອື່ນໆ ໃນການຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາຄາດ ໝາຍຂອງວຽກງານພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມມະຕິ 82/ສພຊ ຕິດພັນກັບ ການຍົກສູງພາລະບົດບາດການ ຕິດຕາມກວດກາ ຂອງບັນດາທ່ານ ສສຊ ແລະ ສສຂ ທີ່ສັງກັດກໍາມາ ທິການບັນດາເຜົ່າ ປະຈໍາຢູ່ເຂດ ເລືອກຕັ້ງຕ່າງໆທົ່ວປະເທດ ຕໍ່ກັບ ວຽກງານດັ່ງກ່າວ ແລະ ນໍາເອົາ ວຽກງານພັດທະນາຊົນນະບົດເຂົ້າ ໃນກອງປະຊຸມສະໄໝສາມັນ ເທື່ອ ທີ 7 ແລະ ກອງປະຊຸມຮັບຮອງ ເອົົາເປັນມະຕິສະເພາະ ເພື່ອຍົກສູງ ຄວາມເອົາໃຈໃສ່ໃນວຽກງານນີ້ ໃຫ້ບັນລຸຄາດໝາຍ ທີ່ກໍານົດຕາມ ມະຕິສະພາແຫ່ງຊາດ ແລະ ມະຕິສະ ພາປະຊາຊົນແຂວງ. ພ້ອມດຽວກັນ ໃນຕໍ່ໜ້າ ກໍ່ມີຫລາຍເປົ້າໝາຍທີ່ຈະ ສຸມໃສ່ຈັດຕັ້ງປະຕິບັດໜຶ່ງໃນນັ້ນ ແມ່ນຈະສຸມໃສ່ການຕິດຕາມກວດ ກາການຈັດຕັ້ງປະຕິບັດ ບັນດາຄາດ ໝາຍ ຂອງວຽກງານພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມມະຕິ118 / ສພຊ, ລົງວັນທີ21 ພະຈິກ2023: ສ້າງຄອບຄົວພົ້ນທຸກ ໃຫ້ໄດ້ 35.000 ຄອບຄົວ, ສ້າງ ບ້ານພົ້ນທຸກ ໃຫ້ໄດ້ 500 ບ້ານ, ສ້າງເມືອງພົ້ນທຸກໃຫ້ໄດ້15 ເມືອງ, ສ້າງຄອບຄົວພັດທະນາ ໃຫ້ໄດ້ 33.000 ຄອບຄົວ, ສ້າງບ້ານພັດ ທະນາ ໃຫ້ໄດ້ 500 ບ້ານ, ສ້າງບ້ານ ໃຫຍ່ກາຍເປັນຕົວເມືອງນ້ອຍໃນ ຊົນນະບົດໃຫ້ໄດ້ 4 ບ້ານ, ສ້າງ ເມືອງເຂັ້ມແຂງຮອບດ້ານໃຫ້ໄດ້ 4 ເມືອງ, ຈັດສັນພູມລໍາເນົາ ແລະ ອາຊີບໝັ້ນຄົງຖາວອນໃຫ້ປະຊາ ຊົນ ໃຫ້ໄດ້ 1.156 ຄອບຄົວ; ຂະ ຫຍາຍກອງທຶນພັດທະນາຂັ້ນບ້ານ ຂອງເມືອງທຸກຍາກ ບ້ວງ 500 ລ້ານກີບ ໃຫ້ໄດ້ 14 ບ້ານ. ສຸດທ້າຍ ເພື່ອເຮັດໃຫ້ການຄຸ້ມຄອງລັດ-ຄຸ້ມ ຄອງສັງຄົມ ມີປະສິດທິຜົນກ່ອນອື່ນ ທຸກພາກສ່ວນຄວນເອົາໃຈໃສ່ປັບ ປຸງບັນຫາດ້ານບຸກຄະລາກອນຂອງ ແຕ່ລະພາກສ່ວນ ໃຫ້ມີຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ປະຕິບັດກົດ ໝາຍ ແລະ ລະບຽບການທີ່ພັກ-ລັດ ວາງອອກຕາມແຕ່ລະໄລຍະຢ່າງ ເຂັ້ມງວດ; ມີສະຕິຕື່ນຕົວ, ມີຄວາມ ເປັນເຈົ້າການຕໍ່ໜ້າທີ່ວຽກງານ ແລະ ຫັນປ່ຽນແນວຄິດຈິນຕະນາ ການໃຫ້ແທດເໝາະກັບສະພາບ ຄວາມຮຽກຮ້ອງຕ້ອງການຂອງ ວຽກງານຕົວຈິງໃນປັດຈຸບັນ. ປ່າໄມ້, ມີຕາງໜ້າຈາກ ກະຊວງ ກະສິກຳແລະ ປ່າໄມ້, ກະຊວງການ ຕ່າງປະເທດ, ຄະນະຮັບຜິດຊອບຂັ້ນ ແຂວງ-ເມືອງ ແລະ ພະນັກງານສະ ມາຄົມເຂົ້າຮ່ວມ. ໂຄງການສົ່ງເສີ່ມການປູກ ແລະ ອະນຸລັກ ເຄື່ອງປ່າຂອງດົງໃນເຂດ ຫ່າງໄກຊອກຫລີກໃນ7ບ້ານເມືອງ ຜາອຸດົມ ປະກອບມີບ້ານຫາດຄໍາ, ໃຫຍ່ນໍ້າຍາວ,ປາກຫາດ,ພູສູງ,ຕາດ ຫ້ວຍແຄງ, ປາງທອງ ແລະ ບ້ານ ຫາດດອນແກ້ວ ເຊິ່ງຈະໄດ້ຈັດຕັ້ງ ປະຕິບັດແຕ່ມື້ໄດ້ຮັບອະນຸມັດໂຄງ ການ ໄປຈົນເຖິງທ້າຍເດືອນທັນວາ ປີ 2026 ໂດຍຈຸດປະສົງຂອງໂຄງ ການ ແມ່ນສົ່ງເສີມການຜະລິດກະ ສິກໍາ ເພື່ອສ້າງລາຍຮັບຄົງທີ່ປ່ຽນ ແທນການເຮັດໄຮ່ແບບເລື່ອນລອຍ ໃຫ້ໄດ້ໂດຍພື້ນຖານ, ຍົກລະດັບການ ຄຸ້ມຄອງ ເຄື່ອງປ່າຂອງດົງຢູ່ພາຍ ໃນ 7 ບ້ານເປົ້າໝາຍໃຫ້ໄປຕາມທິດ ສີຂຽວ ແລະ ຍືນຍົງຢ່າງແທ້ຈິງ, ເສີມສ້າງຄວາມສາມາດໃຫ້ກຸ່ມເປົ້າ ໝາຍທັງແມ່ຍິງ-ຊາຍ ມີຄວາມ ສາມາດປະກອບສ່ວນໃນການບໍລິ ຫານກອງທຶນແລະນໍາພາແມ່ຍິງຂັ້ນ ບ້ານມີບົດບາດໃນການນໍາພາຄຸ້ມ ຄອງບໍລິຫານບ້ານ-ຄຸ້ມຄອງເສດ ຖະກິດຕິດພັນ ຂໍ້ແຂ່ງຂັນ 3 ດີ 6 ຮັກສາ, ໂດຍໄດ້ຮັບທຶນຈາກອົງ ການ (Fastenaktion) ປະເທດ ສະວິສເຊີແລນ. ຂະນະທີ່ເມື່ອບໍ່ດົນມານີ້, ກົມຊັບ ພະຍາກອນນ້ຳ(ກຊນ)ກະຊວງຊັບ * ປັດຈຸບັນຫລາຍທ້ອງຖິ່ນໄດ້ ເລັ່ງພັດທະນາວຽກງານທີ່ຕິດພັນ ກັບສິ່ງແວດລ້ອມ ໂດຍສະເພາະຊັບ ພະຍາກອນປ່າໄມ້, ຊັບພະຍາກອນ ນ້ຳ ດ້ວຍການສົ່ງເສີມໃຫ້ມີສ່ວນ ຮ່ວມປົກປັກຮັກສາຊັບພະຍາກອນ ເຫລົ່ານີ້ ຢູ່ທ້ອງຖິ່ນຕົນ ໂດຍໄດ້ສ້າງ ເປັນໂຄງການ, ແຜນການຄຸ້ມຄອງ ທີ່ປະຊາຊົນມີສ່ວນຮ່ວມ ເພື່ອເຮັດ ໃຫ້ສະພາບແວດລ້ອມມີຄວາມອຸ ດົມສົມບູນຍືນຍົງຕະຫລອດໄປ ທັງ ເປັນການກອບສ່ວນຍົກລະດັບການ ປົກຫຸ້ມຂອງປ່າໄມ້ໃຫ້ໄດ້70%ຂອງ ເນື້ອທີ່ທົ່ວປະເທດຕາມແຜນການ ຂອງລັດຖະບານວາງໄວ້. ດັ່ງເມື່ອບໍ່ດົນມານີ້, ທີ່ພະແນກ ກະສິກຳ ແລະ ປ່າໄມ້ແຂວງບໍ່ແກ້ວ ໄດ້ມີກອງປະຊຸມຮ່ວມກັບສະມາ ຄົມສົ່ງ ເສີມຄວາມຮູ້ ເພື່ອການພັດ ທະນາຊົນນະບົດແບບມີສ່ວນຮ່ວມ ກ່ຽວກັບໂຄງການສົ່ງເສີ່ມການປູກ ແລະ ອະນຸລັກເຄື່ອງປ່າຂອງດົງໃນ ເຂດຫ່າງໄກຊອກຫລີກ ພາຍໃນ 7 ບ້ານເມືອງຜາອຸດົມ ເຊິ່ງກອງປະ ຊຸມໄດ້ຜ່ານບົດບັນທຶກຄວາມເຂົ້າ ໃຈໂຄງການສົ່ງເສີ່ມການປູກ ແລະ ອະນຸລັກເຄື່ອງປ່າຂອງດົງໃນເຂດ ຫ່າງໄກຊອກຫລີກ. ໂດຍການເປັນ ປະທານຂອງ ທ່ານ ສີບຸນເຮືອງ ພັນ ທຸລັກຫົວໜ້າພະແນກກະສິກຳ ແລະ ພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ (ກຊສ) ກໍໄດ້ຈັດກອງ ປະຊຸມຮັບຮອງແຜນຄຸ້ມຄອງອ່າງ ຮັບນ້ຳ ນ້ຳມ່າ, ນ້ຳເນີນ ແລະ ແຜນ ຄຸ້ມຄອງນ້ຳໃຕ້ດິນຂອງແຂວງ ຊຽງຂວາງ ແລະ ແຂວງຫົວພັນ. ອ່າງຮັບນໍ້າ ນໍ້າມ່າ ເປັນອ່າງຮັບນໍ້າ ຂະໜາດໃຫຍ່ ເຊິ່ງຕັ້ງຢູ່ພາກຕາ ເວັນອອກສ່ຽງເໜືອຂອງ ສປປ ລາວ ແລະ ພາກຕາເວັນຕົກສ່ຽງ ເໜືອ ຂອງ ສສ ຫວຽດນາມ, ມີເນື້ອ ທີ່ທັງໝົດປະມານ28.400ກິໂລຕາ ແມັດ. ໃນນີ້, ເນື້ອທີ່ປະມານ 6.330 ກິໂລຕາແມັດ ແມ່ນນອນໃນເນື້ອທີ່ ຂອງ ສປປ ລາວ. ສາຍນໍ້າມ່າ ມີ ຄວາມຍາວປະມານ 96 ກິໂລແມັດ. ມີຕົ້ນກໍາເນີດມາຈາກທາງທິດເໜືອ ຂອງແຂວງເຊິນລາ ປະເທດຫວຽດ ນາມ ເຊິ່ງກວມເອົາ 2 ແຂວງ 8 ຊຽງຂວາງ ແລະ ຄະນະປົກຄອງ ເມືອງ 4 ເມືອງໃນແຂວງຊຽງ ຂວາງ (ເມືອງໝອກ, ເມືືອງໜອງ ແຮດ, ເມືອງຄູນ, ເມືອງຄຳ)ທີ່ອ່າງ ຮັບນ້ຳ ນ້ຳໂມ້ກວມອີກຕື່ມ. ແຫລ່ງ ຂໍ້ມູນແຂວງຊຽງຂວາງ. ສຳລັບຢູ່ແຂວງບໍລິຄຳໄຊ: ອົງການອະນຸລັກສັດປ່າ (WCS) ໂດຍການເປັນຄູ່ຮ່ວມງານກັບກອງ ຄຸ້ມຄອງປ່າສະຫງວນຂອງພະ ແນກ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ ຢູ່ແຂວງບໍລິຄຳໄຊ ກຳລັງ ດຳເນີນການຈັດຕັ້ງປະຕິບັດການ ສຳຫລວດຟັງສຽງທະນີ ໃນປ່າ ປ້ອງກັນແຫ່ງຊາດນ້ຳຈາດ-ນໍ້າປັນ ເນື່ອງຈາກທະນີ ເປັນສັດທີ່ອາໄສ ຢູ່ເທິງຊັ້ນເຮືອນຍອດຂອງຕົ້ນໄມ້, ດັ່ງນັ້ນ ການມີຢູ່ຂອງທະນີໃນພື້ນທີ່ ປ່າທຳມະຊາດ ແມ່ນສາມາດສຳ ຫລວດໄດ້ໂດຍຜ່ານການຟັງສຽງ ເອີ້ນຂອງພວກເຂົາ. ຂະນະດຽວກັນ ໄດ້ມີການແບ່ງເນື້ອທີ່ຂອງປ່າປ້ອງ ກັນແຫ່ງຊາດນ້ຳຈາດ-ນ້ຳປັນອອກ ເປັນ 46 ດອນ ສຳຫລວດສີ່ຫລ່ຽມ ຈະຕຸລັດ ດອນລະ 3,3x3,3 ກິໂລ ແມັດ. ຈຸດທີ່ໃຊ້ຟັງສຽງທະນີ ໄດ້ຖືກ ສ້າງຂຶ້ນຢູ່ທີ່ລະດັບຄວາມສູງ ທີ່ສູງ ສຸດຂອງແຕ່ລະດອນ. ທີມງານສຳ ຫລວດ ຈະເຂົ້າໄປເບິ່ງຈຸດຟັງສຽງ ດັ່ງກ່າວ 4 ຄັ້ງ ຕິດຕໍ່ກັນໃນເວລາ 6:00 ໂມງເຊົ້າ ຫາ 10:00 ໂມງ ເຊົ້າ ເຊິ່ງເປັນ ເວລາທີ່ຝູງທະນີມັກ ຈະ “ຮ້ອງເພງ” ເປັນເພງອານາ ເຂດເພື່ອປະກາດຄວາມເປັນເຈົ້າ ໃນຊາຍແດນພື້ນທີ່ຂອງເຂົາເຈົ້າ ໃຫ້ກຸ່ມທະນີທີ່ຢູ່ໃກ້ຄຽງຮັບຮູ້. ການເອີ້ນນີ້ ຍັງແມ່ນກົນໄກ ເພື່ອ ສ້າງສາຍສໍາພັນທາງສັງຄົມອີກ ດ້ວຍ. ທະນີເປັນສັດທີ່ມີຄູ່ພຽງ, ໂຕ ດຽວ ແລະ ອາໄສຢູ່ເປັນຄອບຄົວ ນ້ອຍໆລະດັບ 6 ໂຕ. ສປປລາວເປັນຖິ່ນກຳເນີດຂອງ ທະນີ4ຊະນິດຄື:ທະນີແກ້ມດໍາ Black Crested Gibbon (Nomascus concolor); ທະນີແກ້ມຂາວຖິ່ນເໜືອ (N. leucogenys); ທະນີແກ້ມ ຂາວຖິ່ນໃຕ້ (N. siki); ແລະ ທະນີ ແກ້ມເຫລືອງ (N. gabriellae). ແຂວງບໍລິຄຳໄຊ ເປັນບ່ອນຢູ່ອາໄສ ຂອງທະນີແກ້ມຂາວຖິ່ນໃຕ້ ແລະ ເໜືອ ເຊິ່ງເຂດປ່ານ້ຳຈາດ-ນໍ້າປັນ, ພູສີທົນ ແລະ ພູຈອມວອຍ ເປັນ ແຫລ່ງທີ່ຢູ່ອາໄສທີ່ອຸດົມສົມບູນ ຂອງທະນີ. ການສຳຫລວດຊີວະນາ ນາພັນໃນປ່າເຫລົ່ານີ້ ຕ້ອງອາໄສ ຄວາມແຂງແຮງ ແລະ ອົດທົນຢ່າງ ຫລວງຫລາຍ, ມັນບໍ່ພຽງແຕ່ຕື່ນ ເຊົ້າ ເພື່ອເດີນທາງໄປຈຸດຟັັງສຽງ ໃນເວລາ 6:00 ໂມງເຊົ້າເທົ່ານັ້ນ, ແຕ່ຍັງຕ້ອງໄດ້ເຄື່ອນຍ້າຍໄປຕາມ ເນີນທີ່ມື່ນ ແລະ ສູງຊັນ ປະຈົມໄພ ແລະ ອື່ນໆໄປພ້ອມໆກັນ. ເມືອງໃນລາວເຮົາຄື: ແຂວງຫົວພັນ 7 ເມືອງແລະແຂວງຫລວງພະບາງ 1 ເມືອງ. ຂະນະທີ່ການສ້າງແຜນຄຸ້ມຄອງ ອ່າງຮັບນໍ້າ ນໍ້າເນີນ ກໍເປັນອີກໜຶ່ງ ອ່າງທີ່ຈັດຢູ່ໃນອ່າງຮັບນໍ້າຂະໜາດ ໃຫຍ່ ເຊິ່ງຕັ້ງຢູ່ພາກເໜືອຂອງ ສປປ ລາວ, ມີເນື້ອທີ່ກວມ2ແຂວງຄື: ຫົວ ພັນກວມ4ເມືອງ, ຊຽງຂວາງກວມ 4 ເມືອງ ເຊິ່ງເນື້ອທີ່ອ່າງຮັບນໍ້າ ປະ ມານກວ່າ 6.900 ກິໂລຕາແມັດ. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບ ຟັງການລາຍງານແຜນຄຸ້ມຄອງນ້ຳ ໃຕ້ດິນຂອງແຂວງຊຽງຂວາງ ແລະ ຫົວພັນ ເພື່ອສ້າງເປັນແຜນການ 5 ປີກ່ຽວກັບການຄຸ້ມຄອງ, ແກ້ໄຂບັນ ຫານໍ້າໃຕ້ດິນແລະກໍານົດແຜນການ ຈັດຕັ້ງປະຕິບັດ, ການຫລຸດຜ່ອນ, ການຕິດຕາມກວດກາ ເພື່ອການຄຸ້ມ ຄອງນ້ຳໃຕ້ດິນ. ຢ່າງໃດກໍດີແຜນ ຄຸ້ມຄອງອ່າງຮັບນໍ້າທີ່ກ່າວມານັ້ນ ແມ່ນເປັນການຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025) ແລະ ເປັນ ການຈັດຕັ້ງປະຕິບັດກົດໝາຍວ່າ ດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ ເພື່ອຮັບປະກັນໃຫ້ການຄຸ້ມຄອງ ຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມກໍຄືຊັບພະຍາກອນນໍ້າ ໃຫ້ໄປຕາມທິດສີຂຽວແລະມີຄວາມ ຍືນຍົງ. ຫລັງຈາກໄດ້ຮັບຟັງການລາຍ ງານສະພາບການສ້າງແຜນຄຸ້ມ ຄອງອ່າງຮັບນໍ້າຈາກພາກສ່ວນ ກ່ຽວຂ້ອງທັງໄດ້ປຶກສາຫາລືຢ່າງ ລະອຽດ ກໍໄດ້ມີຄວາມເປັນເອກະ ພາບ ກັນລົງນາມຮັບຮອງຂັ້ນພື້ນ ຖານເອົາແຜນຄຸ້ມຄອງອ່າງຮັບນ້ຳ ນ້ຳມ່າ ແລະ ນ້ຳເນີນ ແລະ ແຜນຄຸ້ມ ຄອງນ້ຳໃຕ້ດິນຂອງແຂວງຊຽງ ຂວາງແລະແຂວງຫົວພັນ. ຂະນະທີ່ ທ່ານຮອງລັດຖະມົນຕີ ແລະ ທ່ານ ຮອງເຈົ້າແຂວງກໍໄດ້ເປັນສັກຂີພິ ຍານໃນການເຊັນຮັບຮອງແຜນຄຸ້ມ ຄອງອ່າງຮັບນ້ຳ ນ້ຳໂມ້ (ອ່າງຮັບ ນ້ຳຂະໜາດກາງ) ທີ່ລົງນາມໂດຍ ຄະນະພະແນກຊັບພະຍາກອນ ທຳ ມະຊາດ ແລະ ສິ່ງແວດລ້ອມ ແຂວງ

RkJQdWJsaXNoZXIy MTc3MTYxMQ==