5910

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 05/07/2024 xtgmf]k; ສອງສະພາແຫ່ງຊາດ... ຮອງປະທານປະເທດ... ພັກ-ລັດ ຖືເອົາການຄຸ້ມຄອງ... ຂປລ. ໃນວັນທີ 2 ກໍລະກົດ 2024 ນີ້, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບ ທ່ານນາງ ແອນເນັດ ຄະນົບລັອກ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈຳ ສປປ ລາວ ໃນໂອກາດ ສຳເລັດການປະ ຕິບັດໜ້າທີ່ທາງການທູດ ຢູ່ ສປປ ລາວ. ທ່ານນາງ ສວນສະຫວັນ ວິຍະ ເກດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດໃນການ ປະຕິບັດໜ້າທີ່ການທູດຂອງທ່ານ ນາງ ແອນເນັດ ຄະນົບລັອກ ເຊິ່ງໄດ້ ປະກອບສ່ວນສຳຄັນ ເຂົ້າໃນການ ເສີມຂະຫຍາຍສາຍພົວພັນການທູດ ກໍຄື ສົ່ງເສີມການຮ່ວມມືທາງດ້ານ ຕ່າງໆ ໂດຍສະເພາະວຽກງານຖະ ແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ລະຫວ່າງ ລັດຖະບານ ກໍຄື ປະຊາຊົນສອງປະເທດ ລາວເຢຍລະມັນ ໃຫ້ໄດ້ຮັບການພັດທະ ນາ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມ ນີ້, ທ່ານຍັງໄດ້ອວຍພອນໃຫ້ທ່ານ ທູດ ຈົ່ງກັບຄືນປະເທດດ້ວຍຄວາມ ສະຫວັດດີພາບ ແລະ ປະສົບຜົນສຳ ເລັດໃນການປະຕິບັດໜ້າທີ່ໃໝ່ອັນ ມີກຽດຂອງທ່ານ. ໃນໂອກາດດຽວກັນ, ທ່ານນາງ ແອນເນັດ ຄະນົບລັອກ ກໍໄດ້ສະແດງ ຄວາມຂອບໃຈມາຍັງທ່ານ ນາງ ສວນສະຫວັນ ວິຍະເກດ ທີ່ໄດ້ໃຫ້ ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງ ນີ້, ພ້ອມທັງສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄື ບັນດາການນຳ ພັກ, ລັດຂອງສປປລາວ, ຕະຫລອດ ຮອດປະຊາຊົນລາວບັນດາເຜົ່າທີ່ ໄດ້ ໃຫ້ການຊ່ວຍເຫລືອ, ສະໜັບສະ ໜູນ ແລະ ອຳນວຍຄວາມສະດວກ ທຸກຢ່າງຕະຫລອດໄລຍະການປະຕິ ບັດໜ້າທີ່ການທູດຂອງຕົນຈົນ ໄດ້ ຮັບຜົນສຳເລັດຢ່າງຈົບງາມ. ໂອກາດດັ່ງກ່າວ, ທ່ານນາງ ສວນສະຫວັນ ວິຍະເກດ ຍັງໄດ້ມອບ ໃບຍ້ອງຍໍໃຫ້ທ່ານນາງ ແອນເນັດ ຄະນົບລັອກ ທີ່ມີຜົນງານປະກອບ ສ່ວນຊຸກຍູ້, ຊ່ວຍເຫລືອ ແລະ ສະ ໜັບສະໜູນ ໃນວຽກງານຖະແຫລງ ຂ່າວ, ວັດທະນະທຳແລະທ່ອງທ່ຽວ ຕື່ມອີກ. ຂ່າວ: ທະນູທອງ, ພາບ: ຂັນໄຊ Iv']a f4t,q o8u dt-;' 4;m 8h voIa [ 7totltrkv5 flkstdedkomj v'mj P; lx 9u o ທ່ານນາງ ສວນສະຫວັນ ວິຍະເກດ (ຂວາ) ຂປລ.ໃນວັນທີ3ກໍລະກົດ2024 ນີ້, ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງທ່ານ ຈາງ ຊີຫລົງ ອະດີດຮອງຫົວໜ້າກົມ, ເຈົ້າໜ້າ ທີ່ອາວຸໂສຂັ້ນ 1 ກົມພົວພັນ ແລະ ຮ່ວມມືສາກົນກະຊວງວັດທະນະ ທຳ ແລະ ທ່ອງທ່ຽວແຫ່ງ ສປ ຈີນ, ພ້ອມຄະນະສະພາອຸດສາຫະກຳ ການທ່ອງທ່ຽວ ສປ ຈີນ ໃນໂອກາດ ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກຮ່ວມກັບກະຊວງຖະແຫລງ ຂ່າວ, ວັດທະນະທຳແລະທ່ອງທ່ຽວ ໃນລະຫວ່າງວັນທີ 02-07 ກໍລະກົດ 2024. ໃນໂອກາດນີ້, ທ່ານຮອງລັດ ຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ ສະແດງຄວາມຍິນດີຕ້ອນຮັບທ່ານ ຈາງ ຊີຫລົງ ພ້ອມຄະນະທີ່ເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມນັ້ນທ່ານ ຮອງລັດຖະມົນຕີ ກະຊວງ ຖວທ ໄດ້ແຈ້ງໃຫ້ຊາບວ່າ ພັກ-ລັດຖະ ບານແຫ່ງສປປລາວຖືສໍາຄັນວຽກ ງານການທ່ອງທ່ຽວ ໃນການເປີດ ກວ້າງການພົວພັນຮ່ວມມືກັບພາຍ ນອກ ດ້ວຍການໂຄສະນາສົ່ງເສີມ ການທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ອັນອຸດົມສົມບູນ ໂດຍສະເພາະການ ເປີດປີທ່ອງທ່ຽວລາວ 2024 ນີ້ ກໍ ໄດ້ໂຄສະນາຜ່ານຫລາຍຮູບຫລາຍ ແບບເພື່ອເຊີນຊວນນັກທ່ອງທ່ຽວ ແລະ ນັກລົງທຶນຈາກ ສປ ຈີນ ກໍຄື ນັກທ່ອງທ່ຽວ ຈາກຕ່າງປະເທດ ມາທ່ອງທ່ຽວ ແລະ ລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນກວ່າເກົ່າ.ໃນ ປີທ່ອງທ່ຽວລາວ 2024 ນີ້, ສປປ ລາວ ວາງເປົ້າໝາຍຈະດຶງດູດໃຫ້ ນັກທ່ອງທ່ຽວ ສປ ຈີນ ເຂົ້າມາທ່ອງ ທ່ຽວ ສປປ ລາວ ໃຫ້ໄດ້ 1,5 ລ້ານ ເທື່ອຄົນ. ສະນັ້ນ, ຈຶ່ງສະເໜີໃຫ້ບັນ ດາທ່ານຊ່ວຍຊຸກຍູ້, ໂຄສະນາ ແລະ ສະໜັບສະໜູນ ເພື່ອໃຫ້ບັນລຸຕາມ ເປົ້າໝາຍ ຫລື ເກີນເປົ້າໝາຍກໍຍິ່ງ ດີ. ພ້ອມກັນນີ້, ທ່ານຍັງໄດ້ສະແດງ ຄວາມຂອບໃຈເປັນຢ່າງສູງທີ່ສະ ພາອຸດສາຫະກຳທ່ອງທ່ຽວ ສປ ຈີນ ໄດ້ເປັນເຈົ້າການສ້າງເງື່ອນໄຂ ແລະ ລະດົມຜູ້ປະກອບການດ້ານທຸລະກິດ ການທ່ອງທ່ຽວ ຈາກ ສປ ຈີນ ເພື່ອ ມາຢ້ຽມຢາມ ແລະ ແລກປ່ຽນການ ຮ່ວມມືຕາມແຜນທີ່ກຳນົດໄວ້. ໂອກາດດຽວກັນນີ້, ທ່ານ ຈາງ ຊີຫລົງ ໄດ້ຕາງໜ້າຄະນະສະແດງ ຄວາມຂອບໃຈຕໍ່ທ່ານຮອງລັດ ຖະມົນຕີກະຊວງ ຖວທ ທີ່ໄດ້ໃຫ້ ກຽດຕ້ອນຮັບອັນອົບອຸ່ນ. ພ້ອມທັງ ໄດ້ແຈ້ງຈຸດປະສົງຂອງການມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວໃນຄັ້ງນີ້ແລະຈະໄດ້ໄປຢ້ຽມຊົມ ສະຖານທີ່ທ່ອງທ່ຽວຢູ່ແຂວງວຽງ ຈັນ ແລະ ແຂວງຫລວງພະບາງ ອີກຕື່ມ. ຂ່າວ: ວຽງສະຫວັນ, ພາບ: ຂັນໄຊ ]a f4t,q o8u u dt-;' 4;m 8h voIa [m6 fg1p]t,a o ve]k ທ່ານ ນາງ ຊີ.ເອ ຊາມິນດາ ໄອ. ໂຄລອນເນ ໄດ້ສະແດງຄວາມ ຂອບໃຈຕໍ່ທ່ານຮອງປະທານປະ ເທດແຫ່ງ ສປປ ລາວ ທີ່ໄດ້ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງ ຄວາມຂອບໃຈຕໍ່ການຈັດຕັ້ງທຸກ ຂັ້ນຂອງ ສປປ ລາວ ທີ່ໄດ້ໃຫ້ຄວາມ ຮ່ວມມື ແລະ ອຳນວຍຄວາມສະ ດວກໃນໄລຍະການປະຕິບັດໜ້າທີ່ ການທູດ ປະຈຳ ສປປ ລາວ ຈົນໄດ້ ຮັບຜົນສຳເລັດເປັນຢ່າງດີ. ສປປ ລາວ ແລະ ສີລັງກາ ໄດ້ ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 20 ກໍລະກົດ 1965, ເຊິ່ງການພົວພັນຮ່ວມມື ລະຫວ່າງ ລາວ ແລະ ສີລັງກາ ປັດຈຸບັນມີທ່າ ຂະຫຍາຍຕົວ ສະແດງອອກໃນການ ແລກປ່ຽນສານຊົມເຊີຍໃນໂອກາດ ວັນສໍາຄັນຕ່າງໆ ລວມເຖິງການພົບ ປະລະຫວ່າງການນໍາຂັ້ນສູງຂອງ ສອງປະເທດ ໃນໂອກາດເຂົ້າຮ່ວມ ກອງປະຊຸມສາກົນຕ່າງໆ ໂດຍສະ ເພາະພາຍຫລັງການຢ້ຽມຢາມສປປ ລາວ ຂອງປະທານລັດຖະສະພາ ສີລັງກາ ຊຶ່ງຝ່າຍລາວ ກໍໄດ້ປະກາດ ຍົກເລີກຂໍ້ຫ້າມການຂໍເອົາວີຊາກັບ ດ່ານ ຂອງພົນລະເມືອງສີລັງກາ (ມີຜົນບັງຄັບໃຊ້ໃນວັນທີ 01 ສິງ ຫາ 2018) ຊຶ່ງເປັນການປະກອບ ສ່ວນອັນສໍາຄັນໃນການສົ່ງເສີມ ແລະ ອຳນວຍຄວາມສະດວກໃນ ການໄປມາຫາສູ່ກັນ, ແຕ່ເຖິງຢ່າງ ໃດກໍຕາມເຫັນວ່າ ການພົວພັນສອງ ຝ່າຍຍັງບໍ່ທັນເປັນຮູບປະທຳຫລາຍ ປານໃດ. ພ້ອມນີ້, ສອງຝ່າຍໄດ້ຮ່ວມ ກັນລົງນາມ ແລະ ລໍຖ້າລົງນາມ ຫລາຍສັນຍາຄື: ເດືອນພຶດສະພາ 1999 ໄດ້ເຊັນບົດບັນທຶກຄວາມ ເຂົ້າໃຈວ່າດ້ວຍການຮ່ວມມືທາງ ດ້ານການສຶກສາ, ກິລາ, ການຄ້າ ແລະ ວັດທະນະທຳ ທີ່ ສປປ ລາວ, ເດືອນກັນຍາ 2018 ໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການປຶກສາຫາລືດ້ານການເມືອງ ລະຫວ່າງສອງກະຊວງການຕ່າງ ປະເທດ ສປປ ລາວ ແລະ ສີລັງກາ ທີ່ ນິວຢອກ. ສອງຝ່າຍເຫັນດີ ໂດຍ ພື້ນຖານຕໍ່ຮ່າງສັນຍາວ່າດ້ວຍການ ຍົກເວັ້ນວີຊາ ສໍາລັບບຸກຄົນຖືໜັງສື ຜ່ານແດນການທູດແລະລັດຖະບານ (ປັດຈຸບັນ ຝ່າຍສີລັງກາສະເໜີປັບ ປຸງເນື້ອໃນຮ່າງສັນຍາ ເຊິ່ງກົມ ກົງ ສູນກຳລັງຄົ້ນຄວ້າພິຈາລະນາຕໍ່ຂໍ້ ສະເໜີດັ່ງກ່າວ). ປັດຈຸບັນສີລັງກາ ໄດ້ສະເໜີເຊັນສັນຍາການຍົກເວັ້ນ ວິຊາສໍາລັບໜັງສືຜ່ານແດນທາງລັດ ຖະການ ແລະ ການທູດ ລະຫວ່າງ ສປປ ລາວ ແລະ ສີລັງກາ (ຍັງຢູ່ໃນ ຂັ້ນຕອນຄົ້ນຄວ້າພິຈາລະນາ) ອີກ ດ້ວຍ. ຂ່າວ: ວຽງສະຫວັນ, ພາບ: ຂັນໄຊ ສປປ ລາວ ເວົ້າລວມ ເວົ້າສະເພາະ ກໍຄື ຄະນະກໍາມະການລະດັບຊາດ ປັບປຸງລັດຖະທໍາມະນູນ ສະບັບປີ 2015 ຂອງ ສປປ ລາວ ຕາມມະຕິ ຂອງກົມການເມືອງສູນກາງພັກວ່າ ດ້ວຍການແຕ່ງຕັ້ງຄະນະກໍາມະ ການລະດັບຊາດ ປັບປຸງລັດຖະທໍາ ມະນູນ ສະບັບປີ 2015. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາທ່ານ ຈົ່ງພ້ອມກັນສົນທະນາ ແລະ ແລກ ປ່ຽນຄໍາເຫັນນໍາຄະນະຮັບຜິດຊອບ ຂອງ ສສ ຫວຽດນາມ ເພື່ອຍາດ ແຍ່ງເອົາບົດຮຽນ ແລະ ປະສົບການ ຈາກ ສສ ຫວຽດນາມ ຢ່າງກົງໄປ ກົງມາແນໃສ່ເຮັດໃຫ້ການປັບປຸງລັດ ຖະທໍາມະນູນ ຂອງ ສປປ ລາວ ໃຫ້ ເປັນລະບົບຄົບຊຸດກວ່າເກົ່າ. ຊຸດສໍາມະນາວິທະຍາສາດ ກ່ຽວ ກັບບົດຮຽນການປັບປຸງລັດຖະທໍາ ມະນູນນີ້, ຄະນະຜູ້ແທນສະພາແຫ່ງ ຊາດ ສສ ຫວຽດນາມ ໄດ້ບັນລະ ຍາຍເອກະສານຕ່າງໆ ທີ່ກ່ຽວຂ້ອງ ກັບການປັບປຸງລັດຖະທໍາມະນູນ ຂອງ ສສ ຫວຽດນາມ ເປັນຕົ້ນແນວ ຄິດ, ທັດສະນະຊີ້ນຳຂອງພັກກອມ ມູນິດ ຫວຽດນາມ ໃນຂະບວນການ ສ້າງລັດຖະທຳມະນູນ ປີ 2013; ການຫັນທັດສະນະໃຫ້ເປັນລະບົບ ຮອບດ້ານ, ແນວຄິດຊີ້ນຳຂອງພັກ ກ່ຽວກັບລະບອບການເມືອງ, ຫລັກ ການຈັດຕັ້ງອຳນາດລັດ, ສິດທິມະ ນຸດ, ສິດ ແລະ ພັນທະຂອງພົນລະ ເມືອງ ກຳນົດໃນລັດຖະທຳມະນູນ ປີ 2013; ການຫັນທັດສະນະໃຫ້ເປັນ ລະບົບຮອບດ້ານ, ແນວຄິດຊີ້ນຳ ຂອງພັກ ກ່ຽວກັບກົງຈັກການຈັດ ຕັ້ງກຳນົດໃນລັດຖະທຳມະນູນ ປີ 2013, ເຊິ່ງບັນດາບົດຮຽນເຫລົ່ານີ້ ຈະເປັນບົດຮຽນທີ່ມີຄວາມໝາຍ ແລະ ສໍາຄັນຫລາຍແກ່ຄະນະກໍາມະ ການລະດັບຊາດ ປັບປຸງລັດຖະທໍາ ມະນູນ ສະບັບປີ 2015 ຂອງ ສປປ ລາວ ໃນການນໍາເອົາບົດຮຽນ ແລະ ປະສົບການຂອງ ສສ ຫວຽດນາມ ໄປໝູນໃຊ້ເຂົ້າໃນການປັບປຸງລັດ ຖະທໍາມະນູນ ສະບັບປີ 2015 ຂອງ ສປປ ລາວ ໃຫ້ມີເນື້ອໃນສົມບູນ, ຮັດກຸມ ເພື່ອຮັບປະກັນການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ຂອງກົງຈັກການຕັ້ງຂອງພັກ, ລັດ ຂອງ ສປປ ລາວ ໃຫ້ມີຄວາມເຂັ້ມ ແຂງ, ຮັບປະກັນການຮັບໃຊ້ສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງປະຊາຊົນລາວບັນດາເຜົ່າຢ່າງ ແທ້ຈິງ. ຊຸດສຳມະນາໃນຄັ້ງນີ້, ຜູ້ແທນ ກອງປະຊຸມ ລາວ-ຫວຽດນາມ ໄດ້ ແລກປ່ຽນຄວາມຄິດເຫັນຢ່າງກົງ ໄປກົງມາ, ມີລັກສະນະສ້າງສັນແລະ ວິທະຍາສາດ ໂດຍສຸມໃສ່ບົດຮຽນ ກ່ຽວກັບການສ້າງ ແລະ ປັບປຸງລັດ ຖະທຳມະນູນຂອງທັງສອງປະເທດ. ຜົນສຳເລັດຂອງຊຸດສຳມະນາວິ ທະຍາສາດ ກ່ຽວກັບການປັບປຸງລັດ ຖະທຳມະນູນຄັ້ງນີ້ ຈະເປັນການ ເສີມຂະຫຍາຍສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມືຮອບ ດ້ານທີ່ເປັນມູນເຊື້ອອັນດີງາມລະ ຫວ່າງ ສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ ແລະ ເວົ້າສະເພາະການຜັນຂະຫຍາຍ ແຜນການຮ່ວມມືແລະການພົວພັນທີ່ ເປັນມູນເຊື້ອ ລະຫວ່າງສອງສະພາ ແຫ່ງຊາດ ລາວ ແລະ ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ຂ່າວ: ທະນູທອງ, ພາບ: ຂັນໄຊ 2024 ວ່າ: ວັນປ່ອຍ ປາ ແລະ ສັດ ນໍ້າແຫ່ງຊາດ ໃນປີນີ້, ຈະຈັດຂຶ້ນ ພາຍໃຕ້ຄຳຂວັນ “ຊົມເຊີຍວັນປ່ອຍ ປາ ແລະ ສັດນໍ້າ ແຫ່ງຊາດ ວັນທີ 13 ກໍລະກົດ”; “ຈົ່ງພ້ອມກັນປ່ອຍ ປາ ແລະ ສັດນໍ້າ ຄືນສູ່ທໍາມະຊາດ ໃຫ້ມີຄວາມອຸດົມສົມບູນຕະຫລອດ ໄປ”; “ການປົກປັກຮັກສາປາ ແລະ ສັດນໍ້າ ແມ່ນພັນທະຂອງປວງຊົນ ທັງຊາດ”, ເຊິ່ງຂະແໜງກະສິກໍາ ແລະ ປ່າໄມ້ ຈະໄດ້ສົມທົບກັບຄະນະ ພັກ, ອົງການປົກຄອງທ້ອງຖິ່ນທົ່ວ ປະເທດ ກະກຽມແຜນການ ແລະ ຂະບວນການປ່ອຍປາ ແລະ ສັດນໍ້າ ເພື່ອຄືນຄວາມອຸດົມສົມບູນສູ່ທໍາ ມະຊາດ ແລະ ລົງສູ່ແຫລ່ງນໍ້າຕ່າງໆ ໂດຍມີແຜນປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ຫລາຍກວ່າ 64 ລ້ານໂຕ, ສະເພາະຢູ່ນະຄອນຫລວງວຽງຈັນ ກະຊວງກະສິກໍາ ແລະ ປ່າໄມ້ ມີ ແຜນຈະຈັດພິທີປ່ອຍປາ ແລະ ສັດ ນໍ້າຢູ່ບ້ານຮ່ອງສຸພາບ, ເມືອງໄຊ ເສດຖາ ຄາດວ່າຈະປ່ອຍປະມານ 400.000 ໂຕ. ໃນຂະນະທີ່ ໃນປີ 2023 ຜ່ານມາ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງຈັດກິດຈະກຳປ່ອຍ ປາ ແລະ ສັດນໍ້າ ໄດ້ທັງໝົດ 62 ລ້ານໂຕ. ທ່ານ ລິນຄໍາ ດວງສະຫວັນ ກ່າວຕື່ມວ່າ: ໃນແຕ່ລະປີ ພວກເຮົາ ໄດ້ພ້ອມກັນຈັດກິດຈະກໍາຕ່າງໆເພື່ອ ປູກຈິດສໍານຶກ ໃຫ້ເຍົາວະຊົນ ແລະ ອະນຸຊົນຮຸ່ນຫລັງ ກໍຄືທົ່ວສັງຄົມ ໃຫ້ເຫັນຄວາມສໍາຄັນຂອງການອະ ນຸລັກປາ ແລະ ສັດນໍ້າແນໃສ່ ເພີ່ມ ຄວາມອຸດົມສົມບູນ ໃຫ້ກັບທໍາມະ ຊາດ, ປົກປັກຮັກສາລະບົບນິເວດ ແຫລ່ງນໍ້າໃຫ້ມີຄວາມສົມດຸນ ແລະ ຍືນຍົງ. ພ້ອມທັງຈາລຶກບຸນຄຸນຄຸນ ງາມຄວາມດີແລະ ຜົນງານອັນໃຫຍ່ ຫລວງຂອງ ປະທານ ສຸພານຸວົງ ທີ່ອຸ ທິດຕົນແກ່ພາລະກິດແຫ່ງການຕໍ່ສູ້ ກູ້ຊາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງພວກເຮົາ ເຊິ່ງໃນແຕ່ລະປີກໍມີ ມວນຊົນເຂົ້າຮ່ວມກິດຈະກໍາຕ່າງໆ ຢ່າງເປັນຂະບວນຟົດພື້ນ. ພ້ອມນີ້, ທ່ານຍັງໄດ້ເຊີນຊວນໃຫ້ ທຸກພາກສ່ວນທັງພາກລັດ, ເອກະຊົນ ຕະຫລອດຮອດ ປະຊາຊົນລາວບັນ ດາເຜົ່າ ພ້ອມກັນຈັດພິທີປ່ອຍປາ ໂດຍໃຫ້ອີງໃສ່ເງື່ອນໄຂຕົວຈິງ ຂອງ ແຕ່ລະທ້ອງຖິ່ນ ໃຫ້ເນັ້ນໃສ່ເນື້ອໃນ ປຸກລະດົມເປັນຕົ້ນຕໍ ບົນພື້ນຖານ ປະຢັດມັດທະຍັດ ແລະ ຕ້ານການຟຸມ ເຟືອຍ, ບ່ອນໃດມີເງື່ອນໄຂກໍໃຫ້ເລີ່ມ ຈັດຕັ້ງປະຕິບັດແຕ່ດຽວນີ້ເປັນຕົ້ນ ໄປໂດຍບໍ່ໃຫ້ລໍຖ້າຮອດວັນທີ 13 ກໍລະກົດ. ພ້ອມທັງໃຫ້ຮ່ວມແຮງ ຮ່ວມໃຈພັດທະນາ, ຄຸ້ມຄອງ, ອະນຸ ລັກຮັກສາປາແລະສັດນໍ້າໃຫ້ຫລາຍ ຂຶ້ນ ໂດຍສະເພາະສຸມໃສ່ການປ່ອຍ ປາ ແລະ ສັດນໍ້າ ຄືນສູ່ແຫລ່ງນໍ້າທໍາ ມະຊາດ ເພີ່ມຄວາມອຸດົມສົມບູນ ທາງດ້ານຊະນິດພັນ ແລະ ຈໍານວນ ປະຊາກອນຂອງ ປາ ແລະ ສັດນໍ້າທີ່ ເປັນມໍລະດົກທາງທໍາມະຊາດຂອງ ຊາດ ໃຫ້ຊົມໃຊ້ແບບຍືນຍົງ ແລະ ໃຫ້ເປັນມໍລະດົກຕົກທອດຮອດເຊັ່ນ ລູກເຊັ່ນຫລານຕະຫລອດໄປ. ພ້ອມ ທັງໃຫ້ຜູ້ປະກອບການ ແລະ ປະຊາ ຊົນລາວບັນດາເຜົ່າ ລ້ຽງປາ ແລະ ລາວ-ໄທ ເພີ່ມທະວີ... ຫົວໜ້າ ອອປສ ໂອ້ລົມ... ລາວ-ມາເລເຊຍ-ສິງກະໂປ ແລະ ການຮ່ວມມືໃນການແກ້ໄຂບັນຫາ ຢາເສບຕິດ ຕາມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດ ໂດຍມອບໃຫ້ກົນໄກການຮ່ວມ ມືທັງສູນກາງ ແລະ ທ້ອງຖິ່ນຮ່ວມ ມືກັນໃນການສະກັດກັ້ນ ແລະ ປາບ ປາມຢາເສບຕິດ ໂດຍໃຫ້ມີການ ແລກປ່ຽນຂໍ້ມູນຂ່າວສານຢ່າງຕໍ່ ເນື່ອງ, ເພີ່ມທະວີການລາດຕະເວນ ຮ່ວມກັນໃຫ້ຫລາຍຂຶ້ນແລະການສະ ໜັບສະໜູນສ້າງຄວາມເຂັ້ມແຂງໃຫ້ ເຈົ້າໜ້າທີ່ກ່ຽວຂ້ອງ ໂດຍສະເພາະ ຄະນະກໍາມະການຮັກສາຄວາມສະ ຫງົບຮຽບຮ້ອຍຕາມຊາຍແດນທົ່ວ ໄປ ລາວ-ໄທ (GBC) ແລະ ຄະນະ ກໍາມະການ ລາວ-ໄທ ວ່າດ້ວຍການ ຮ່ວມມື ເພື່ອຄວບຄຸມຢາເສບຕິດ ກໍຄື ຫ້ອງການປະສານງານຄວບຄຸມ ຢາເສບຕິດຕາມຊາຍແດນ (BLO) ແລະ ບັນດາແຂວງ-ຈັງຫວັດຊາຍ ແດນ ລາວ-ໄທ. ໃນໂອກາດດຽວກັນ, ທ່ານ ເສດ ຖາ ທະວີສິນ ໄດ້ແຈ້ງໃຫ້ການສະ ໜັບສະໜູນງົບປະມານ ຈໍານວນໜຶ່ງ ເພື່ອປະກອບສ່ວນສ້າງສູນຝຶກອົບ ຮົມ ແລະ ວິໄຈກາເຟຂອງສະຫະ ກອນກາເຟວັນໃໝ່ທີ່ແຂວງຫົວພັນ, ເຊິ່ງເປັນໂຄງການປູກພືດທົດແທນ ການປູກຝິ່ນ ພາຍໃຕ້ໂຄງການຮ່ວມ ມື ລະຫວ່າງກະຊວງປ້ອງກັນຄວາມ ສະຫງົບ ແລະ ຫ້ອງການສະຫະປະ ຊາຊາດ ວ່າດ້ວຍຢາເສບຕິດ ແລະ ອາຊະຍາກໍາ ປະຈໍາ ສປປ ລາວ. ສັດນໍ້າ ໃຫ້ຖືກຕ້ອງຕາມກົດໝາຍ ເພື່ອເປັນການສ້າງເສດຖະກິດ, ສ້າງ ລາຍຮັບໃຫ້ຄອບຄົວ ແລະ ປະເທດ ຊາດໃຫ້ຫລາຍຂຶ້ນ. ປັດຈຸບັນທົ່ວປະເທດມີສູນ, ສະ ຖານີທີ່ຜະລິດລູກປາຂອງລັດ 50 ກວ່າແຫ່ງ, ຟາມຜະລິດລູກປາຂອງ ເອກະຊົນ ຫລາຍກວ່າ 140 ແຫ່ງ ແລະ ການຜະລິດລູກປາແບບຄອບ ຄົວ ມີຫລາຍກວ່າ 400 ແຫ່ງ ສາ ມາດສະໜອງແນວພັນປາໃຫ້ສັງ ຄົມໄດ້ໂດຍພື້ນຖານ 290 ລ້ານ ກວ່າໂຕ ຫລື ເທົ່າກັບ 73% ຂອງ ແຜນການ ແລະ ໃນທົ່ວປະເທດມີວັງ ສະຫງວນປາ ຫລາຍກວ່າ 1.100 ວັງ ໃນນີ້, ມີຄະນະຄຸ້ມຄອງວັງສະ ຫງວນແລ້ວ 890 ວັງ. ບັນດາສູນ ແລະ ສະຖານີດັ່ງກ່າວ, ໄດ້ຄົ້ນຄວ້າ ທົດລອງລ້ຽງ ແລະ ຂະຫຍາຍ ພັນປາ ແລະ ສັດນໍ້າພື້ນເມືອງ ໄດ້ ຫລາຍຊະນິດ ເປັນຕົ້ນ ປາເຄິງ, ປາ ກົດ, ປາເໝັ້ນ ແລະ ປາເຂັງ. ສປປ ລາວ ເປັນປະເທດທີ່ອຸດົມ ຮັ່ງມີເຕັມໄປດ້ວຍຊັບພະຍາກອນ ທໍາມະຊາດ, ຊັບໃນດິນສິນໃນນໍ້າ, ມີຊະນິດປາພື້ນເມືອງຫລາຍກວ່າ 500 ຊະນິດ ໂດຍສະເພາະຊະນິດປາ ທີ່ຫາຍາກ ແລະ ໃກ້ຈະສູນພັນ ເຊັ່ນ: ປາບຶກ, ປາຝາໄລ, ປາກັງ, ປາຕີນ ແລະ ຊະນິດອື່ນໆ, ເຊິ່ງຊະນິດປາດັ່ງ ກ່າວ ມີຄວາມສໍາຄັນຕໍ່ການຮັກສາ ຄວາມອຸດົມສົມບູນ ຂອງລະບົບນິ ເວດ ໃນທໍາມະຊາດ, ເປັນມໍລະດົກ ທາງທໍາມະຊາດອັນລໍ້າຄ່າຂອງ ຊາດລາວ. ຂ່າວ-ພາບ: ທະນູທອງ ແລ້ວ, ທ່ານ ໄຊຊະນະ ໂຄດພູທອນ ກໍໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ການນຳພາ-ຊີ້ນໍາການຈັດ ຕັ້ງວຽກງານໃນໄລຍະຜ່ານມາທີ່ ແຂວງບໍລິຄຳໄຊ ສາມາດຍາດ ໄດ້ ຜົນສໍາເລັດຫລາຍດ້ານທີ່ພົ້ນເດັ່ນ. ຄຽງຄູ່ກັບຜົນສໍາເລັດນັ້ນ ຍັງມີບາງ ປັດໄຈສໍາຄັນທີ່ຕ້ອງໄດ້ເອົາໃຈໃສ່ ເປັນຕົ້ນ ຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ອົງການ ໄອຍະການປະຊາຊົນແຂວງ ແລະ ອົງການໄອຍະການປະຊາຊົນເຂດ 1 ແຂວງບໍລິຄຳໄຊ ຕ້ອງຖືສໍາຄັນ ວຽກງານ ການສຶກສາອົບຮົມການ ເມືອງ-ແນວຄິດ, ຈັນຍາບັນ, ຈັນຍາ ທໍາຂອງພະນັກງານໄອຍະການປະ ຊາຊົນ, ແບບແຜນວິທີການເຮັດ ວຽກ, ການກໍ່ສ້າງໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ລວມໄປເຖິງ ການປັບປຸງກົງຈັກການຈັດຕັ້ງ, ການປະຕິບັດໜ້າທີ່ວິຊາສະເພາະ ເປັນຕົ້ນການຕິດຕາມກວດກາທົ່ວ ໄປ, ການຂຶ້ນຖະແຫລງ ໃນທີ່ປະຊຸມ ສານ, ການແຈ້ງຕອບປະຊາຊົນ, ການຕ້ອນຮັບປະຊາຊົນ, ການໃຫ້ ຄຳປຶກສາ, ການຕິດຕາມກວດກາ ຄ້າຍຄຸມຂັງ-ດັດສ້າງ, ເພີ່ມທະວີ ວຽກງານກວດກາຢ່າງເປັນປົກກະ ຕິ ແລະ ອື່ນໆ. ໃນໂອກາດດຽວກັນ, ຄະນະດັ່ງ ກ່າວ ຍັງໄດ້ມອບຄອມພິວເຕີ, ເຄື່ອງ ພິມເອກະສານ 3 ຊຸດ ແລະ ງົບ ປະມານຈຳນວນໜຶ່ງໃຫ້ອົງການໄອ ຍະການປະຊາຊົນແຂວງ ແລະ ອົງ ການໄອຍະການປະຊາຊົນເຂດ 1 ແຂວງບໍລິຄຳໄຊ ຕື່ມອີກ ເພື່ອນຳໃຊ້ ເຂົ້າໃນການປະຕິບັດໜ້າທີ່ວຽກ ງານຂອງຕົນ. ຂ່າວ-ພາບ: ຈະເລີນສິນ

RkJQdWJsaXNoZXIy MTc3MTYxMQ==