5909

07 xtgmf]k; gsfdko{dkora fmtok a 04/07/2024 g,n v'm5 ]t7q , 9a fgmltdkovksko grnj vlqj 'glu ,;Pd'ko3r-tokdko ຂປລ. ແຫລ່ງຂ່າວຈາກ ເມືອງ ທຸລະຄົມ ແຂວງວຽງຈັນ ໃຫ້ຮູ້ວ່າ: ຫ້ອງການສາທາລະນະສຸກ ເມືອງ ທຸລະຄົມແຂວງວຽງຈັນຮ່ວມກັບສະ ຖາບັນຄົ້ນຄວ້າເພື່ອການພັດທະນາ ປະເທດຝຣັ່ງ (IRD) ຈັດເທສະ ການອາຫານ ຂຶ້ນໃນວັນທີ 29 ມິຖຸນາ 2024 ທີ່ບ້ານບຸ່ງພ້າວ ເມືອງທຸລະຄົມ ເພື່ອຊຸກຍູ້-ສົ່ງເສີມ ວຽກງານໂພຊະນາການ ໃຫ້ແມ່ຍິງ ແລະ ເດັກນ້ອຍ ໃນການຮັກສາສຸ ຂະພາບ ໃຫ້ຖືກຕ້ອງຕາມຫລັກການ ໂພຊະນາການ ໂດຍການເຂົ້າຮ່ວມ ຂອງທ່ານ ກິຄໍາ ວົງໄຊ ຮອງເຈົ້າ ເມືອງໆທຸລະຄົມ, ທ່ານ ດິ້ງ ວົງໄຊ ຫົວໜ້າຫ້ອງການ ສາທາລະນະສຸກ ເມືອງທຸລະຄົມ, ທ່ານ ນາງ ສະບີນາ ຜູ້ຕາງໜ້າ IRD ພ້ອມດ້ວຍພະ ນັກງານ, ປະຊາຊົນພາຍໃນບ້ານບຸ່ງ ພ້າວ ແລະ ບ້ານໃກ້ຄຽງເຂົ້າຮ່ວມ. ທ່ານ ດິ້ງ ວົງໄຊ ໄດ້ກ່າວວ່າ: ການຈັດເທສະການອາຫານໃນຄັ້ງ ນີ້ ມີຈຸດປະສົງເພື່ອສະຫລຸບກິດຈະ ກໍາ ໃນການຊຸກຍູ້-ສົ່ງເສີມວຽກງານ ໂພຊະນາການໃຫ້ແມ່ຍິງ ແລະ ເດັກນ້ອຍ ໃຫ້ເຂົາເຈົ້າມີຄວາມຮູ້, ຄວາມເຂົ້າໃຈໃນການຮັກສາສຸຂະ ພາບ ໃຫ້ຖືກຕ້ອງຕາມຫລັກການ ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ໃນວັນທີ 2 ກໍລະກົດ 2024 ທີ່ສູນຄົ້ນຄວ້າກະສິ ກໍາແຂວງຫລວງນໍ້າທາທົດສອບຄຸນ ນະພາບການກິນເຂົ້າຈ້າວ ຈໍານວນ 6 ສາຍພັນ ຈຸດປະສົງ ເພື່ອທົດສອບ ສະຖຽນລະພາບຜົນຜະລິດ ແລະ ຄັດເລືອກເອົາສາຍພັນເຂົ້າຈ້າວທີ່ ດີເດັ່ນ ສາມາດໃຫ້ຜົນຜະລິດສູງ, ມີຄຸນນະພາບການກິນດີ, ພ້ອມທັງ ປັບຕົວເຂົ້າກັບການປ່ຽນແປງດິນ ຟ້າອາກາດ ແລະ ທົນທານຕໍ່ພະ ຍາດແມງໄມ້-ສັດຕູພືດ ໃນຫລາຍ ຂອບເຂດພື້ນທີ່ ທັງນີ້ກໍເພື່ອຄັດ ເລືອກເອົາແນວພັນທີ່ດີເດັ່ນ ໄປຂຶ້ນ ທະບຽນເປັນແນວພັນເຂົ້າໃໝ່ ໂດຍ ການເປັນປະທານຂອງທ່ານ ປະດິດ ຈັນທະນຸວົງ ຫົວໜ້າສູນຄົ້ນຄວ້າກະ ສິກໍາ ແຂວງຫລວງນໍ້າທາ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຂອງແຂວງ, ເມືອງ, ບໍລິສັດ ແລະ ພະນັກງານ-ລັດຖະກອນຂອງສູນ ເຂົ້າຮ່ວມ. ໃນພິທີ ໄດ້ຜ່ານບົດສະຫລຸບ ການຈັດຕັ້ງປະຕິບັດ ທົດລອງປຽບ ທຽບສາຍພັນເຂົ້າຈ້າວ ຈໍານວນ 6 ສາຍພັນ ໃນ 3 ລະດູການ ສົກປີ 2023-2024 ສູນຄົ້ນຄວ້າກະສິກໍາ ຫລວງນໍ້າທາ ໄດ້ລົງມືຈັດຕັ້ງປະ ຕິບັດ ທົດລອງແນວພັນເຂົ້າຈ້າວ ຄັ້ງ ທຳອິດໃນລະດູແລ້ງ ສົກປີ 2022- 2023 ແລະ ສືບຕໍ່ທົດລອງລະດູຝົນ 2023 ແລະ ລະດູແລ້ງ 2024 ຖືວ່າ ເປັນການທົດລອງໃນ 3 ລະດູການ. ການທົດລອງໃນຄັ້ງນີ້ ແມ່ນ ເຮັດຢູ່ໃນສະຖານທີ່ຂອງສູນ ເພື່ອ g9Q kc0;'-P'0;k' -5 dp6h dkozt]y f-k16j [h kopvfxP' dtly dvo mqj ;g,n v'vkfltrvo xa dfeg0Q kokxu leg]a f 50 % ຂປລ. ແຫລ່ງຂ່າວຈາກ ແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ໃນທ້າຍອາ ທິດຜ່ານມາ, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍ ຄະນະ ໄດ້ຢ້ຽມຢາມ ແລະ ຊຸກຍູ້ ການຜະລິດຊາ ຂອງປະຊາຊົນຢູ່ ບ້ານຍອດປຽງ ເມືອງແປກ ແຂວງ ຊຽງຂວາງ. ທ່ານ ສີພັນ ຈັນທະວົງ ນາຍ ບ້ານໆຍອດປຽງ ໄດ້ລາຍງານວ່າ: ບ້ານຍອດປຽງ ມີ 22 ຫລັງຄາ ເຮືອນ, 33 ຄອບຄົວ, ພົນລະເມືອງ 141 ຄົນ ຍິງ 64 ຄົນ, ເປັນເຜົ່າ ລາວລຸ່ມ 100% ມີເນື້ອທີ່ນາ 11,8 ເຮັກຕາ, ເນື້ອທີ່ສວນຊາ 36,7 ເຮັກ ຕາ. ປະຊາຊົນໄດ້ຖືອາຊີບຜະລິດຊາ ເປັນຕົ້ນຕໍແລະ ເຮັດນາລ້ຽງສັດເປັນ ສຳຮອງ. ບ້ານຍອດປຽງ ສາມາດ pa’lk,kfIv’Ia[oadmjv’mjP;wfh1jk’rP’r= mq flv[75 ootrk[ grnj v7a fg]n vdco;ra og0Q k ຂປລ. ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ປັດຈຸບັນ, ກະສິກອນ ທົ່ວເມືອງອາດສະພອນ ແຂວງສະຫວັນນະເຂດ ປັກດຳເຂົ້າ ນາປີ ເນື້ອທີ່ 14.328 ເຮັກຕາເທົ່າ ກັບ 50%, ສ່ວນພື້ນທີ່ນາຢອດ ແລະ ນາຫວ່ານສຳເລັດຮ້ອຍສ່ວນຮ້ອຍໃນ ເນື້ອທີ່4.272 ເຮັກຕາ. ສຳລັບແຜນ ໃນປີນີ້ທົ່ວເມືອງອາດສະພອນ ມີເນື້ອ ທີ່ນາປີທັງໝົດ18.600 ເຮັກຕາແລະ ພວມຂຸ້ນຂ້ຽວໃນການປັກດຳຢ່າງ ເປັນຂະບວນ ເພື່ອໃຫ້ທ່ວງທັນກັບລະ ດູການຜະລິດ ເພື່ອແນໃສ່ຮັບປະກັນ ຜະລິດຊາໄດ້ 70 ໂຕນ ແລະ ສ້າງ ລາຍຮັບຈາກການຜະລິດຊາ ເກືອບ 2 ຕື້ກີບຕໍ່ປີ ເຊິ່ງເຮັດໃຫ້ປະຊາຊົນ ພາຍໃນບ້ານ ມີວຽກເຮັດງານທຳ ແລະ ລາຍຮັບຄົງທີ່ ສາມາດແກ້ໄຂ ຄວາມທຸກຍາກໃຫ້ຫລຸດລົງເທື່ອລະ ກ້າວ. ພ້ອມນີ້, ປະຊາຊົນບ້ານດັ່ງ ກ່າວ ຍັງໄດ້ສະເໜີໃຫ້ຂັ້ນເທິງ ຊ່ວຍ ຊອກຫາຕະຫລາດ ເພື່ອຈຳໜ່າຍ ຊາ ແລະ ທຶນຈຳນວນໜຶ່ງເພື່ອມາຊື້ ຜະລິດຕະພັນຫຸ້ມຫໍ່ ຜະລິດຕະພັຊາ. ໂອກາດນີ້, ທ່ານ ບຸນຈັນ ສີວົງ ພັນ ໄດ້ມີຄຳເຫັນຊີ້ນຳ ໂດຍເນັ້ນໃຫ້ ອຳນາດການປົກຄອງບ້ານ ແລະ ປະຊາຊົນ ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີໃຫ້ແໜ້ນແຟ້ນ, ຄະ ນະພັກຊຸດໃໝ່ຈົ່ງນຳພາ-ຊີ້ນຳຈັດ ຕັ້ງປະຕິບັດຕາມມະຕິກອງປະຊຸມ ໃຫຍ່ຂອງບ້ານ, ມອບໃຫ້ພະແນກ ການທີ່ກ່ຽວຂ້ອງ ຈົ່ງຊ່ວຍຊີ້ນຳ, ເຕັກນິກ, ຕະຫລາດເພື່ອສົ່ງອອກຊາ, ພ້ອມກັນປົກປັກຮັກສາປ່າໄມ້ ແລະ ຮ່ວມມືໃນການສັກຢາກັນພະຍາດ ໃຫ້ບັນລຸຕາມແຜນການທີ່ວາງໄວ້. ໂອກາດດຽວກັນນີ້, ທ່ານເຈົ້າ ແຂວງໆຊຽງຂວາງ ໄດ້ມອບເຄື່ອງ ນຸ່ງຫົ່ມຈຳນວນໜຶ່ງ ໃຫ້ປະຊາຊົນ ບ້ານຍອດປຽງ ຕື່ມອີກ. ໂພຊະນາການ ເປັນຕົ້ນ ແມ່ຍິງໃນ ໄວຈະເລີນພັນ ທີ່ມີອາຍຸລະຫວ່າງ 15-49 ປີ ແລະ ເດັກນ້ອຍລຸ່ມ 5 ປີ ໃຫ້ມີສຸຂະພາບທີ່ດີ ແລະ ມີໂພຊະນາ ການ. ເມືອງທຸລະຄົມ ມີສະຖານທີ່ ບໍລິການ ປິ່ນປົວຮັກສາສຸຂະພາບ ຂອງລັດ ທັງໝົດ 6 ແຫ່ງ, ສໍາລັບ ສຸກສາລາບຸ່ງພ້າວ ກໍແມ່ນ 1 ໃນ 6 ສະຖານທີ່ບໍລິການສຸຂະພາບຂອງ ພໍ່ແມ່ປະຊາຊົນພາຍໃນ ບ້ານບຸ່ງ ພ້າວ ແລະ ຫາດໄຊ ເພື່ອແນໃສ່ ບັນລຸໃຫ້ໄດ້ 11 ຕົວຊີ້ບອກ ທີ່ສະພາ ຮັບຮອງ ກໍຄືກະຊວງສາທາລະນະ ສຸກວາງອອກ ໃຫ້ໄດ້ຮັບຜົນຕາມ ຄາດໝາຍ. ພາຍໃນງານ ໄດ້ມີການຈັດກິດຈະ ກໍາຫລາຍຢ່າງ ເພື່ອໃຫ້ບັນດາແຂກ ຜົນຜະລິດ ໃຫ້ໄດ້ເຕັມເມັດເຕັມໜ່ວຍ. ທ່ານ ສີບຸນຍັງ ຈອມມະນີ ຫົວ ໜ້າຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງອາດສະພອນ ໄດ້ສຳພາດໃນ ທ້າຍອາທິດຜ່ານມາວ່າ: ນອກຈາກ ການປັກດຳເຂົ້ານາປີແລ້ວ ປະຊາຊົນ ຍັງໄດ້ປູກພືດສະບຽງອາຫານໃນ ລະດູຝົນ ເປັນຕົ້ນສາລີ, ໝາກເຜັດ, ໝາກແຕງ, ຖົ່ວ, ໝາກອຶ-ໝາກບວບ, ແຕງໂມ, ໝາກເຂືອ, ເຜືອກ-ມັນແລະ ອື່ນໆ ໃນເນື້ອທີ່ 750 ກວ່າເຮັກຕາ ແລະ ປູກພືດອຸດສະຫະກຳປະເພດ ມັນຕົ້ນ, ອ້ອຍ, ກ້ວຍຈຳນວນ1.690 ເຮັກຕາ. ນອກຈາກນີ້, ຍັງໄດ້ປູກຕົ້ນ ໄມ້ໃຫ້ໝາກປະເພດໝາກມ່ວງ, ລຳ ໄຍ, ໝາກມີ້, ໝາກຂາມ ອີກຈຳນວ ໜຶ່ງ ພ້ອມທັງລ້ຽງສັດປະເພດຕ່າງໆ ຕາມທ່າແຮງຂອງຄອບຄົວ ເພື່ອຜະ ລິດເປັນສະບຽງອາຫານ ປ້ອນຕະ ຫລາດແຫ່ງຕ່າງໆພາຍໃນເມືອງເຮັດ ໃຫ້ມີລາຍໄດ້ເພີ່ມຂຶ້ນ. ທີ່ມາຮ່ວມງານ ໄດ້ມີສ່ວນຮ່ວມ ແລະ ຮັບຊົມ ເປັນຕົ້ນການຈັດວາງ ສະແດງອາຫານຫລາກຫລາຍຊະ ນິດ ໂດຍສະເພາະອາຫານຄາວ, ຫວານ ທີ່ເປັນອາຫານລາວ ແລະ ຕ່າງປະເທດ, ມີການວາງສະແດງ ສິນຄ້າກະສິກໍາ ທີ່ປະຊາຊົນບ້ານ ບຸ່ງພ້າວ ຜະລິດຂຶ້ນພາຍໃນບ້ານ, ມີກິດຈະກໍາກວດສຸຂະພາບ ໃຫ້ແມ່ ຍິງ ແລະ ເດັກນ້ອຍ ໂດຍບໍ່ເສຍຄ່າ ຈາກຫ້ອງການສາທາລະນະສຸກ ເມືອງ ພ້ອມກັນນີ້, ຍັງມີການສະ ແດງສິລະປະຈາກນ້ອງນັກຮຽນ ມ ຕົ້ນໂພນຄໍາ ແລະ ມຕົ້ນສຸກສາລາຕື່ມ ອີກ. ນອກຈາກນີ້, ຍັງມີການແຂ່ງ ຂັນປຸງແຕ່ງອາຫານລາວ ທີ່ມາຈາກ ບ້ານຕ່າງໆພາຍໃນເມືອງທຸລະຄົມ ເຊັ່ນ: ຕົ້ມໄກ່, ແກງໜໍ່ໄມ້, ຕໍາໝາກ ຫຸ່ງ, ລາບເປັດ ແລະ ອື່ນໆ ເຊິ່ງຜົນ ການແຂ່ງຂັນ ອັນດັບທີ 1 ໄດ້ແກ່ ບ້ານບຸ່ງພ້າວ ໄດ້ຮັບເງິນລາງວັນ 2 ລ້ານກີບ, ອັນດັບທີ 2 ໄດ້ແກ່ບ້ານ ຫາດໄຊ ໄດ້ຮັບເງິນລາງວັນ 1,8 ລ້ານກີບ, ອັນດັບທີ 3 ໄດ້ແກ່ບ້ານ ນາຍາງ ໄດ້ຮັບເງິນລາງວັນ 1 ລ້ານ ກີບ ແລະ ລາງວັນຊົມເຊີຍ ລາງວັນ ລະ 500.000 ກີບ. ຈະຄັດເລືອກເອົາແນວພັນເຂົ້າໃຫ້ ໄດ້ 2 ສາຍພັນ ເພື່ອໄປຂຶ້ນທະບຽນ ໃໝ່ແລະ ເປັນແນວພັນ ເພື່ອສົ່ງເສີມ ກະສິກອນໃນຕໍ່ໜ້າ ຈາກຜົນການ ທົດລອງສາຍພັນເຂົ້າຈ້າວ ຈໍານວນ 6 ສາຍພັນ ເຫັນວ່າມີຫລາຍສາຍ ພັນ ທີ່ໃຫ້ຜົນຜະລິດທີ່ແຕກຕ່າງກັນ ເປັນຕົ້ນ ສາຍພັນ V1 ຜົນຜະລິດໄດ້ 6.193 ກິໂລ/ເຮັກຕາ ມີອາຍຸ 128 ມື້; ສາຍພັນ V2 ຜົນຜະລິດໄດ້ 6.154 ກິໂລ/ເຮັກຕາ ມີອາຍຸ 125 ມື້; ສາຍພັນ V3 ຜົນຜະລິດໄດ້ 5.521 ກິໂລ/ເຮັກຕາ ມີອາຍຸ 125 ມື້; ສ່ວນສາຍພັນ V4 ຜົນ ຜະລິດໄດ້ 4.476 ກິໂລ/ເຮັກຕາ ມີອາຍຸ 146 ມື້; ສາຍພັນ V5 ຜົນ ຜະລິດໄດ້ 2.831 ກິໂລ/ເຮັກຕາ ມີ ອາຍຸ 146 ມື້ ແລະ ສາຍພັນ V6 (ເຂົ້າຈ້າວມຽນມາ) ຜົນຜະລິດໄດ້ 4.896 ກິໂລ/ເຮັກຕາ ມີອາຍຸ 133 ມື້. ພ້ອມກັນນີ້, ຜູ້ເຂົ້າຮ່ວມຍັງໄດ້ ພ້ອມກັນປະກອບຄໍາຄິດເຫັນ ກ່ຽວ ກັບການຄົ້ນຄວ້າທົດລອງແນວ ພັນເຂົ້າຈ້າວໂດຍໃຫ້ມີການຄົ້ນຄວ້າ ທົດລອງຫລາຍຮູບແບບ, ຫລາຍ ພື້ນທີ່ ທີ່ແຕກຕ່າງກັນ, ມີການ ປຽບທຽບຜົນໄດ້ຜົນເສຍ ແລະ ຄຸນ ນະພາບຂອງຜົນຜະລິດ ສາມາດ ຄົ້ນຄວ້າໄດ້ແນວພັນເຂົ້າ ທີ່ໃຫ້ຜົນ ຜະລິດສູງ, ຄຸນນະພາບການກິນ ດີ, ປັບຕົວເຂົ້າກັບການປ່ຽນແປງ ດິນຟ້າອາກາດ ແລະ ທົນທານຕໍ່ ພະຍາດແມງໄມ້ສັດຕູພືດ ທັງນີ້ກໍ ເພື່ອຮັບປະກັນສະບຽງອາຫານ ໃຫ້ ມີຄວາມໝັ້ນຄົງ ເພື່ອຜະລິດເປັນ ສິນຄ້າໃນອະນາຄົດ. ໂອກາດນີ້, ຜູ້ເຂົ້າຮ່ວມ ຍັງໄດ້ ລອງຊິມເຂົ້າຈ້າວ ຈໍານວນ 6 ສາຍ ພັນ ພ້ອມທັງໃຫ້ຄະແນນ,ຜ່ານການ ກິນ ແລະ ລົງຄະແນນ ເຫັນວ່າ: ສາຍ ພັນ V3 ໄດ້ຮັບຄະແນນເປັນອັນດັບ 1 ແລະ V2 ໄດ້ອັນດັບທີ 2, ເຊິ່ງ 2 ສາຍພັນນີ້ ໄດ້ຮັບຄະແນນນິຍົມສຸງ ສຸດ ດັ່ງນັ້ນ, ທາງສູນຄົ້ນຄວ້າກະສິ ກໍາຫລວງນໍ້າທາ ຈະໄດ້ນໍາສະເໜີ ຫາພາກສ່ວນທີ່ກ່ຽວຂ້ອງ ເພື່ອຂຶ້ນ ທະບຽນເປັນຊື່ແນວພັນເຂົ້າໃໝ່.

RkJQdWJsaXNoZXIy MTc3MTYxMQ==