5909

xtgmf]k; 6 04/07/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ ]k;{,Po,k Ij ;,,n da ogxu flkpdko[y o.\j 1kltzq ,9kdlu ,n 7q o]k; r;,wfh Ia [7;k,lq o.9 ໂດຍ: ມາລິດາ ແຫລ່ງຂໍ້ມູນ: ແຂວງສາລະວັນ * ໃນສະພາບເສດຖະກິດຫຍຸ້ງ ຍາກ ແລະ ເງິນເຟີ້ແບບນີ້ ການຊົມ ໃຊ້ຜະລິດຕະພັນລາວ ແມ່ນອີກວິທີ ໜຶ່ງທີ່ທຸກຄົນສາມາດເຮັດໄດ້ໃນ ການຊ່ວຍກະຕຸກຊຸກຍູ້ເສດຖະກິດ ຂອງປະເທດເຮົາໃຫ້ມີບາດກ້າວດີ ຂຶ້ນເຖິງວ່າຈະບໍ່ໄດ້ຮັບໝາກຜົນຮ້ອຍ ເປີເຊັນ ແຕ່ຖ້າທຸກຄົນຮ່ວມແຮງ ຮ່ວມໃຈກັນກໍ່ຈະເຮັດໃຫ້ສະພາບ ຄວາມຫຍຸ້ງຍາກຜ່ານພົ້ນໄປໄດ້. ສະ ນັ້ນ, ເພື່ອເປັນການສົ່ງເສີມຜະລິດ ຕະພັນລາວ ຄໍລໍາສົ່ງເສີມທຸລະກິດ ສະບັບນີ້ ຈະພາທຸກທ່ານມາຮູ້ຈັກ ອີກຜະລິດຕະພັນໜຶ່ງຂອງລາວ ນັ້ນ ກໍຄື ຢາສະຜົນ ແລະ ຄີມນວດ BSK ຂອງປະເທດເພື່ອນບ້ານ (ປະເທດ ໄທ ເຫັນມາໄດ້ຂາຍດີ ຈຶ່ງມີແນວ ຄວາມຄິດຢາກເຮັດເປັນຜະລິດຕະ ພັນເປັນຂອງໂຕເອງຂຶ້ນມາ ຈຶ່ງໄດ້ ຄົ້ນຄ້ວາສູດກ່ຽວກັບການຜະລິດ ຢາສະຜົມທາງອອນລາຍ ແລະ ໄດ້ ເດີນທາງໄປເບິ່ງໂຕຈິງກ່ຽວກັບຂັ້ນ ຕອນຫານຜະລິດຢູ່ປະເທດ ເພື່ອນ ບ້ານ ທີ່ເພີ່ນໄດ້ມີການຜະລິດມາ ກ່ອນ, ຈາກນັ້ນກໍໄດ້ທົດລອງຜະລິດ ດ້ວຍຕົນເອງ ໂດຍເບື້ອງຕົ້ນໄດ້ນຳ ເອົາສິນຄ້າທີ່ໄດ້ມາໄປແຈກຢາຍໃຫ້ ພີ່ນ້ອງໄດ້ນຳໃຊ້ກ່ອນເຫັນວ່າ ໄດ້ ຮັບຜົນດີ, ຈາກນັ້ນໄດ້ສັ່ງຂວດບັນ ຈຸພັນ ແລະໄດ້ອອກແບບສະຫລາກ ສິນຄ້າເພື່ອທົດລອງຈຳໜ່າຍ ອອກ ສູ່ສັງຄົມເຫັນວ່າຕະຫລາດແມ່ນມີ ຄວາມຕ້ອງການ ແລະ ນິຍົມໃຊ້ຜະ ລິດຕະພັນຂອງຕົນເພີ່ມຂຶ້ນເລື້ອຍໆ ຈົນມາປີ2021 ໄດ້ຂໍອະນຸຍາດເປີດ ບໍລິສັດ ບີເອັດເຄ (BSK SOLE CO.LTD) ຈາກກະຊວງອຸດສາ ຫະກໍາ ແລະ ການຄ້າ ແລະ ຕັ້ງຊື່ຫຍໍ້ ຢາສະຜົມແລະຄີມນວດວ່າ: BSK ຜະລິດຕະພັນດັ່ງກ່າວແມ່ນ ໄດ້ຜ່ານ ຢາສະຜົມ ແບບຂວດມີທັງໝົດ 24 ພັນກວ່າຂວດ, ແບບຊອງໄດ້ 297 ພັນຊອງ ສາມາດສ້າງລາຍຮັບ ໄດ້ ທັງໝົດ 927 ລ້ານກີບຕໍ່ປີ ໃນນີ້ຕະ ຫລາດພາຍໃນກວມ 80%ແລະ ຕະ ຫລາດຕ່າງປະເທດ 20% ຜົນສຳ ເລັດທີ່ຍາດມາໄດ້ນັ້ນແມ່ນຍ້ອນ ການຊີ້ນຳໆພາຈາກພັກ, ລັດແຕ່ລະ ຂັ້ນ ເຊິ່ງຍາມໃດກໍຊອກທຸກວິທີ ທາງ, ຊອກທຸກເງື່ອນໄຂ ເພື່ອຊຸກຍູ້ ໃຫ້ຜູ້ປະກອບການ ກໍຄື ພໍ່ແມ່ປະຊາ ຊົນໄດ້ມີວຽກເຮັດງານທຳ, ໄດ້ມີອາ ຊີບທີ່ດີເພື່ອສ້າງລາຍຮັບໃຫ້ແກ່ ຄອບຄົວກໍຄືຄົນທີ່ຢູ່ອ້ອມຂ້າງທີ່ມີ ວຽກເຮັດງານທຳ, ມີລາຍຮັບທີ່ສາ ມາດເຮັດຄອບຄົວຫລຸດພົ້ນອອກ ຈາກຄອບທຸກຍາກຕາມແນວທາງ ຂອງພັກ-ລັດຖະບານວາງອອກໃນ ແຕ່ລະໄລຍະ. ສິນຄ້າຄຸນນະພາບດີຈາກແຂວງສາ ລະວັນ ທີ່ກໍາລັງໄດ້ຮັບຄວາມນົຍົມ ຈາກສັງຄົມຈົນສາມາດສ້າງຍອດ ຂາຍໄດ້ 900 ກວ່າລ້ານກີບຕໍ່ປີ. ທ້າວ ສີສຸວັນ ລາດຊະບັນລິດ ປະຊາຊົນ ບ້ານນາກົກໂພ, ເມືອງ ແລະແຂວງສາລະວັນໃຫ້ຮູ້ວ່າ: ເມື່ອ ກ່ອນເຮັດທຸລະກິດຄ້າຂາຍທົ່ວໄປ ແລະ ໄດ້ພົບບັນຫາຂາຍເຄື່ອງບໍ່ໄດ້ ດີບໍ່ມີຜູ້ມາບໍລິການ ເນື່ອງຈາກພະ ຍາດໂຄວິດ 19 ລະບາດໜັກໃນໄລ ຍະປີ2019ຈຶ່ງໄດ້ເຊົາຂາຍ ແລະ ຢູ່ ບ້ານລ້າໆບໍ່ໄດ້ເຮັດຫຍັງເລີຍສະນັ້ນ, ຈຶ່ງເຮັດໃຫ້ຄອບຄົວພົບກັບຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ ການເງິນ. ດັ່ງນັ້ນ ຈຶ່ງຂາຍເຄື່ອງ ອອນລາຍ ໂດຍຜະລິດຕະພັນທີ່ນໍາ ມາຂາຍກໍຄື ຢາສະຜົມແບບທໍາມະ ຊາດ ທີ່ຜະລິດຈາກຢາພື້ນເມືອງ ການຂຶ້ນທະບຽນຈາກກົມອາຫານ ແລະ ຢາ (ອຢ) ກະຊວງສາທາລະ ນະສຸກ ມາຮອດວັນທີ 15 ພະຈິກປີ 2022 ທາງບໍລິສັດບີເອັດເຄຈຳກັດ ຜູ້ດຽວ ໄດ້ຮັບອະນຸຍາດໄດ້ນຳໃຊ້ ກາໝາຍສີນຄ້າໜຶ່ງເມືອງໜຶ່ງຜະ ລິດຕະພັນແຫ່ງຊາດ (ODOP) ປະເພດຢາສະຜົມ ແລະ ຄີມນວດ. ທ້າວ ສີສຸວັນ ຍັງໃຫ້ຮູ້ຕື່ມວ່າ: ປັດຈຸບັນມີຮ້ານຄ້າຂາຍຢາສະຜົມ ເຖິງ8ຕົວເມືອງ ໃນທົ່ວແຂວງແລະ ມີໂຕແທນຂາຍທາງອອນລາຍ400 ກວ່າຄົນໃນທົ່ວປະເທດ, ນອກນັ້ນ ຍັງມີຕົວແທນຢູ່ຕ່າງປະເທດ ໂດຍ ສະເພາະແມ່ນ ສສ ຫວຽດນາມ, ສປ ຈີນ, ໄທ ແລະ ໂຕແທນຄົນລາວ ທີ່ອາໃສ ຢູ່ສະຫະລັດອາເມລິກາ ຈົນ ເຮັດໃຫ້ ປີ 2023 ສາມາດຜະລິດ * ສປປ ລາວ-ມຽນມາ ຮ່ວມມື ກັນເປີດສາຍການບິນລະຫວ່າງປະ ເທດເພື່ອສົ່ງເສີມການທ່ອງທ່ຽວ ແລະການໄປມາຫາສູ່ກັນຫລາຍຂຶ້ນ ກວ່າເກົ່າ. ອາທິດຜ່ານມານີ້, ລາວ-ມຽນ ໄດ້ເປີດເສັ້ນທາງບິນໃໝ່ເຊື່ອມຕໍ່ ລະຫວ່າງ ນະຄອນຢາງກຸ້ງ ຫາ ນະ ຄອນຫລວງວຽງຈັນ ແລະ ນະຄອນ ຫລວງວຽງຈັນ ຫານະຄອນຫລວງ ຢາງກຸ້ງ ປະເທດມຽນມາ; ເປັນ ກຽດເຂົ້າຮ່ວມຂອງ ທ່ານ ອອງໂກ (AungKo)ເອກອັກຄະລັດຖະທູດ ມຽນມາປະຈໍາລາວ,ມີການນໍາຈາກ ກົມການບິນພົນລະເຮືອນ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ພະນັກ ງານວິຊາການ, ຕົວແທນຈໍາໜ່າຍ ຂອງສາຍການບິນມຽນແອລາຍ ອິນເຕີເນເຊີນນໍ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ເສັ້ນທາງບິນເຊື່ອມໂດຍກົງລະ ຫວ່າງສອງເມືອງໃຫຍ່ຂອງລາວ ແລະ ມຽນມາ ຈະໃຫ້ບໍລິການສອງ ຖ້ຽວ/ອາທິດ ຄື: ວັນອັງຄານ ແລະ ວັນພະຫັດ ດ້ວຍເຮືອບິນຂະໜາດ ໃຫຍ່ ແອບັສ A319, 320 ແລະ ເຮືອບິນ ເອັມເບຣເອີ້ E190 ທີ່ສາ ມາດຮອງຮັບຜູ້ໂດຍສານໄດ້ຫລາຍ ກວ່າຮ້ອຍຄົນ, ນີ້ຖືເປັນຖ້ຽວບິນທຳ ອິດທີ່ເຊື່ອມຕໍ່ລະຫວ່າງສອງປະ ເທດລາວ ແລະ ມຽນມາ, ເປັນຂີດ ໝາຍສຳຄັນໃຫ້ແກ່ສາຍພົວພັນອັນ ດີ ລະຫວ່າງສອງປະເທດທີ່ມີມາແຕ່ ຍາວນານ. ທ່ານທູດມຽນມາ ປະຈໍາ ລາວ ເຊື່ອໝັ້ນວ່າ: ເສັ້ນທາງບິນດັ່ງ ກ່າວຈະເປັນຂົວຕໍ່ໃນການຊຸກຍູ້ສາຍ ພົວພັນການຄ້າ, ການລົງທຶນ, ການ ທ່ອງທ່ຽວ ແລະ ການພົວພັນລະ ຫວ່າງປະຊາຊົນສອງປະເທດ. ການເປີດຖ້ຽວບິນກົງລະຫວ່າງ ນະຄອນຢາງກຸ້ງຫານະຄອນຫລວງ ວຽງຈັນ ແລະ ນະຄອນຫລວງວຽງ ຈັນຫານະຄອນຢາງກຸ້ງຄັ້ງນີ້, ເປັນ ໂອກາດດີເພື່ອໃຫ້ບັນດາວິສາຫະ ກິດພາຍໃນທ້ອງຖິ່ນ ແລະ ນັກທ່ອງ ທ່ຽວໄດ້ໄປມາຫາສູ່ກັນ, ທັງເປັນ ການຂະຫຍາຍແລະພັດທະນາການ ທ່ອງທ່ຽວ, ວັດທະນະທຳ, ປະເພນີ ແລະ ວິຖີຊີວິດຂອງປະຊາຊົນສອງ ຊາດທີ່ເປັນທ່າແຮງອັນບົ່ມຊ້ອນ ໃນ ການພັດທະນາເສດຖະກິດ-ສັງຄົມ, ເປັນປະຕູເຊື່ອມຈອດພາຍໃນອາ ຊຽນ ແລະ ພາກພື້ນສາກົນ.

RkJQdWJsaXNoZXIy MTc3MTYxMQ==