5909

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 04/07/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂປລ. ສະຖານທູດອິນເດຍ ປະ ຈຳ ສປປ ລາວ ຮ່ວມກັບກະຊວງ ສຶກສາທິການ ແລະ ກິລາ, ກະຊວງ ການຕ່າງປະເທດ ແລະ ສະມາຄົມ ມິດຕະພາບ ລາວ-ອິນເດຍ ສະເຫລີມ ສະຫລອງວັນໂຍຄະສາກົນ ຄັ້ງທີ 10 ໃນຫົວຂໍ້ “ໂຍຄະ ເພື່ອຕົນເອງ ແລະ ສັງຄົມ”ເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນ ຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ສຸທຳ ສາກົນນິຍົມ ປະທານ ສະມາຄົມ ລາວ-ອິນເດຍ, ພ້ອມ ດ້ວຍອາສາສະໝັກໂຍຄະ ແລະ ມວນຊົນເຂົ້າຮ່ວມຢ່າງຫລວງ ຫລາຍໂດຍໄດ້ຮັບການສະໜັບສະ ໜູນຈາກສູນອາດອັອບ ລີບວິງລາວ. ທ່ານ ປຣາຊານ ອາກາວານທ໌ ເອກອັກຄະລັດຖະທູດອິນເດຍ ປະ ຈຳລາວໄດ້ກ່າວວ່າ:ນັບແຕ່ປີ2014 ເປັນຕົ້ນມາ, ອົງການສະຫະປະ ຊາຊາດ ໄດ້ກໍານົດເອົາວັນທີ 21 ມິຖຸນາ ຂອງທຸກປີເປັນວັນໂຍຄະສາ ກົນ. ສະເພາະຢູ່ ສປປ ລາວ, ສະ ຖານທູດອິນເດຍ ປະຈຳລາວໄດ້ ຮ່ວມກັບລັດຖະບານລາວ ເລີ່ມຈັດ ຕັ້ງປະຕິບັດ ແລະ ສະເຫລີມສະ ຫລອງວັນໂຍຄະສາກົນແຕ່ປີ2016 ເປັນຕົ້ນມາ, ປັດຈຸບັນ ໂຍຄະໄດ້ກາຍ ເປັນການເຄື່ອນໄຫວດ້ານສຸຂະພາບ ທົ່ວໂລກ, ພ້ອມທັງຊ່ວຍສ້າງຄວາມ ສະຫງົບ ພາຍໃນຕົນເອງ ແລະ ສັງ ຄົມ. ໂຍຄະ ແມ່ນການຝຶກປະຕິບັດ ທາງຮ່າງກາຍ, ອາລົມຈິດ ແລະ ຈິດວິນຍານ ເຊິ່ງກຳເນີດຢູ່ອິນເດຍ ເຊິ່ງກິດຈະກຳດັ່ງກ່າວ ແມ່ນໝາກ ຜົນຂອງການຮ່ວມມືຢ່າງໃກ້ຊິດລະ ຫວ່າງ ກະຊວງສຶກສາທິການ ແລະ ກິລາ, ອົງການປົກຄອງນະຄອນ ຫລວງວຽງຈັນ ແລະ ສະຖານທູດ ອິນເດຍ ປະຈຳ ສປປ ລາວ. ທ່ານ ພຸດ ສິມມາລາວົງ ໄດ້ມີ ຄຳເຫັນວ່າ: ການຈັດກິດຈະກຳສະ ເຫລີມສະຫລອງວັນໂຍຄະສາກົນ ປຽບເໝືອນບຸນມະໂຫລານອັນຍິ່ງ ໃຫຍ່ ຂອງວົງຄະນະຍາດສາກົນ ເຊິ່ງໄດ້ເລີ່ມສະເຫລີມສະຫລອງ ກັນມາແຕ່ປີ 2016, ປັດຈຸບັນມີຜູ້ຝຶກ ຫລິ້ນໂຍຄະເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ໃນປີນີ້ໄດ້ສະ ເຫລີມສະຫລອງ ຢູ່ແຂວງຫລວງພະບາງ, ແຂວງ ວຽງຈັນ ແລະ ແຂວງຈຳປາສັກ. ສຳລັບຢູ່ນະຄອນຫລວງວຽງຈັນ ແມ່ນໄດ້ຈັດຂຶ້ນຢູ່ 2 ຈຸດ. ທັງນີ້, ກໍເພື່ອເຮັດໃຫ້ການສະເຫລີມສະ ຫລອງວັນໂຍຄະສາກົນ ເປັນຂະ ບວນ ຟົດຟື້ນກວ້າງຂວາງ, ພ້ອມກັບ ບັນດາວົງຄະນາຍາດສາກົນ, ທັງ ເປັນການສົ່ງເສີມໃຫ້ຄົນລາວຫັນ ມາອອກກໍາລັງກາຍ ເພື່ອໃຫ້ມີສຸ ຂະພາບແຂງແຮງ ເຊິ່ງກິລາໂຍ ຄະເປັນກິລາປະເພດໜຶ່ງທີ່ມວນຊົນ ທຸກເພດ-ທຸກໄວ, ທຸກຊັ້ນຄົນໃນສັງ ຄົມ ສາມາດເຂົ້າເຖິງໄດ້ງ່າຍ ແລະ ເປັນກິລາທີ່ນິຍົມປະເພດໜຶ່ງໃນທົ່ວ ໂລກ ທີ່ສາມາດຝຶກຫລິ້ນຢູ່ທີ່ພັກອາ ໄສຂອງຕົນເອງໄດ້ຢ່າງສະດວກ ສະບາຍ. ພ້ອມນີ້, ການຫລິ້ນໂຍຄະ ຍັງເປັນການຊ່ວຍເສີມສ້າງພະລັງ ຈິດ-ພະລັງກາຍ ແລະ ຜ່ອນຄາຍ ຄວາມຕຶງຄຽດຂອງຄົນເຮົາ ໃຫ້ມີ ຄວາມເຂັ້ມແຂງ, ທັງເປັນການປະ ກອບສ່ວນເຂົ້າໃນການສົ່ງເສີມສັນ ຕິພາບ, ມິດຕະພາບ ແລະ ຄວາມຜາ ສຸກລະຫວ່າງບັນດາປະຊາຊາດຢູ່ ໃນໂລກນຳອີກ. lt4kom6 fvy ogfp lts]v';a o 3p7tlkdq o muj ot7vos];';P'9a o m6 f]k; pnj olko8k8A '8+ xtmko7totde,kmy dkogvu iq [ ຂປລ. ໃນວັນທີ 21 ມິຖຸນາ 2024ຜ່ານມານີ້, ທ່ານກິ່ງໂພແກ້ວ ພົມມະຫາໄຊ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານນາງ Ursula von de Leyen ປະທານຄະນະກຳມາທິການເອີຣົບ (EU) ເພື່ອດຳລົງຕໍ່າແໜ່ງເປັນຜູ້ ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳສະຫະພາບເອີຣົບ ທີ່ມີສຳນັກ ງານໃຫຍ່ຕັ້ງຢູ່ນະຄອນຫລວງ ບຣຸກແຊນ, ປະເທດ ແບນຊິກ. ໂອກາດດັ່ງກ່າວ, ທ່ານເອກອັກ ຄະລັດຖະທູດ ກິ່ງໂພແກ້ວ ພົມມະ ຫາໄຊ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ນາງ Ursula von de Leyen ທີ່ໄດ້ໃຫ້ການຮ່ວມມືແລະ ຊ່ວຍເຫລືອແກ່ ສປປ ລາວ ໃນດ້ານ ວິຊາການ ແລະ ທຶນຮອນ ເຊິ່ງເຮັດ ໃຫ້ເຈົ້າໜ້າທີ່ຈາກພາກສ່ວນກ່ຽວ ຂ້ອງຂອງ ສປປ ລາວ ໄດ້ມີໂອກາດ ເຂົ້າຮ່ວມເຄື່ອນໄຫວໃນວຽກງານ ຕ່າງໆຂອງອີຢູ ຢ່າງເປັນປົກກະຕິ. ທ່ານເອກອັກຄະລັດຖະທູດ ກິ່ງໂພ ແກ້ວ ພົມມະຫາໄຊ ກ່າວອີກວ່າ: ໃນ ນາມ ສປປ ລາວ ເປັນປະທານອາ ຊຽນ ສຳລັບ ປີ 2024, ສປປ ລາວ ພ້ອມແລ້ວຈະໃຫ້ການຮ່ວມມື ແລະ ເຮັດວຽກຮ່ວມກັບ ອີຢູ ຢ່າງເຕັມທີ່ ເພື່ອຜົນປະໂຫຍດຮ່ວມກັນ. ທ່ານ ນາງ Ursula von de Leyen ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ການເປັນປະທານອາຊຽນຂອງ ສປປລາວແລະ ອີຢູພ້ອມຈະໃຫ້ການ ສະໜັບສະໜູນໃນບັນດາແຜນງານ ໂຄງການຕ່າງໆ ລະຫວ່າງ ອີຢູແລະ ສປປ ລາວ ຢ່າງຕໍ່ເນື່ອງ. ພ້ອມນີ້, ທັງສອງຝ່າຍຍັງໄດ້ສະແດງຄວາມ ຫວັງໃນການຮ່ວມມືໃນອະນາຄົດ ແລະ ການພົວພັນຄູ່ຮ່ວມມືທີ່ໜັກ ແໜ້ນທີ່ຈະເປັນຜົນດີໃຫ້ແກ່ປະຊາ ຊົນທັງສອງປະເທດລາວ ແລະ ປະ ເທດສະມາຊິກ ອີຢູ. ຂ່າວ-ພາບ: ກຕທ ຫົວໜ້າ ອອປສ... ຮອງລັດຖະມົນຕີກະຊວງ... ແຜນວິທີການເຮັດວຽກ, ການກໍ່ສ້າງ ໜ່ວຍພັກປອດໃສ່ເຂັ້ມແຂງໜັກ ແໜ້ນ, ລວມເຖິງການປັບປຸງກົງຈັກ ການຈັດຕັ້ງ, ການປະຕິບັດໜ້າທີວິ ຊາສະເພາະ ເຊັ່ນ: ການຕິດຕາມກວດ ກາທົ່ວໄປ, ການຂຶ້ນຖະແຫລ່ງໃນ ທີ່ປະຊຸມສານ, ການແຈ້ງຕອບປະ ຊາຊົນ, ການຕ້ອນຮັບປະຊາຊົນ, ການໃຫ້ຄຳປຶກສາ, ການຕິດຕາມ ກວດກາຄ້າຍຄຸມຂັງ-ດັດສ້າງ, ເພີ່ມ ທະວີວຽກກວດກາຢ່າງເປັນປົກກະ ຕິ ແລະ ອື່ນໆ. ໂອກາດນີ້, ທ່ານ ຄຳແດງ ຂັນ ຕະມາລາ ຫົວໜ້າອົງການໄອຍະ ການປະຊາຊົນ ແຂວງສະຫວັນນະ ເຂດ ກໍໄດ້ລາຍງານການຈັດຕັ້ງປະ ຕິບັດວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການວຽກງານ 6 ເດືອນທ້າຍປີ 2024 ເຊິ່ງໄລຍະ ຜ່ານມາສາມມາດຍາດໄດ້ຜົນສໍາ ເລັດຫລາຍດ້ານທີ່ພົ້ນເດັ່ນ. ພ້ອມກັນນີ້, ຫົວໜ້າອົງການໄອ ຍະການປະຊາຊົນສູງສຸດກໍໄດ້ມອບ ຄອມພິວເຕີ ແລະເຄື່ອງພິມເອກະ ສານ ຈໍານວນ 5 ຊຸດ ໃຫ້ອົງການ ໄອຍະການປະຊາຊົນແຂວງ ແລະ ນ້ຳຖ້ວມຂັງຫລາຍຈຸດຢູ່ ນວ... ລັດຖະບານເຢຍລະມັນ... ປິດພ້ອມກັນຈັດຕັ້ງປະຕິບັດມາດຕະ ການປ້ອງກັນຄວາມສະຫງົບຢ່າງ ເຂັ້ມງວດ ແນໃສ່ເຮັດໃຫ້ການຫັດ ແອບຊ້ອມຮົບ ລາວ-ຈີນ ມີຜົນສຳ ເລັດອັນຈົບງາມ, ຮັບປະກັນຄວາມ ປອດໄພ 100%. ຈາກນັ້ນ ສະຫາຍຍັງໄດ້ໂອ້ ລົມປຸກລະດົມແນວຄິດຈິດໃຈຂອງ ພະນັກງານ-ນັກຮົບ ຜູ້ທີ່ໄດ້ເຂົ້າຮ່ວມ ແລະ ຮັບຜິດຊອບວຽກງານຕ່າງໆ ໃຫ້ພ້ອມກັນບຸກບືນຫ້າວຫັນ, ສຸມ ກໍາລັງແຮງກາຍ, ແຮງໃຈເຂົ້າໃນ ການຫັດແອບ, ຝຶກຊ້ອມຮ່ວມກັບ ນາຍແລະພົນທະຫານຂອງກອງທັບ ປົດປ່ອຍປະຊາຊົນຈີນ ໃຫ້ໄດ້ຮັບ ໝາກຜົນສູງຕາມແຜນການລະດັບ ຄາດໝາຍທີ່ວາງໄວ້. ຂ່າວ: ຄຳອ້າຍ ທອງວັນ ອົງການໄອຍະການທະຫານ ແຂວງ ເພື່ອນຳໃຊ້ເຂົ້າໃນການປະຕິບັດໜ້າ ທີ່ວຽກງານຂອງຕົນ. ຈາກນັ້ນ, ຄະ ນະດັ່ງກ່າວໄດ້ສືບຕໍ່ຢ້ຽມຢາມອົງ ການໄອຍະການປະຊາຊົນ ເຂດ II ເມືອງສອງຄອນ ແຂວງສະຫວັນ ນະເຂດ ຕື່ມອີກ. ຕໍ່ກັນ ຈຶ່ງກໍ່ໃຫ້ເກີດນ້ຳຖ້ວມຂັງຢູ່ ຫລາຍເຂດ ເປັນຕົ້ນ ເສັ້ນທາງນັບ ແຕ່ສີ່ແຍກໄຟແດງ ດົງນາໂຊກ ຫາ ວັດຈອມໄຕ, ເສັ້ນທາງເຂດບ້ານສີ ໄຄ-ໜອງໜ້ຽວ-ໜອງແຕ່ງ, ເສັ້ນ ທາງດົງນາທອງ ແລະ ເສັ້ນທາງ ເຂດປາກທ້າງ ເມືອງສີໂຄດຕະ ບອງເຮັດໃຫ້ການສັນຈອນໄປ-ມາ ບໍ່ສະດວກ, ບາງເຂດບໍ່ສາມາດທຽວ ທາງ ໄດ້ ແລະ ບາງເຂດນ້ຳໄດ້ໄຫລ ເຂົ້າຖ້ວມເຮືອນປະຊາຊົນ. ສາເຫດທີ່ພາໃຫ້ເກີດນ້ຳຖ້ວມ ຂັງ, ນອກຈາກເກີດຍ້ອນຝົນຕົກໜັກ ຕິດຕໍ່ກັນຫລາຍຊົ່ວໂມງແລ້ວ,ອາດ ເກີດຈາກຮ່ອງລະບາຍນ້ຳຢູ່ເຂດດັ່ງ ກ່າວຕັນ, ນ້ຳໄຫລບໍ່ສະດວກ. ຢ່າງ ໃດກໍຕາມ, ປະຊາຊົນໃນເຂດ ທີ່ໄດ້ ຮັບຜົນກະທົບ ໄດ້ຮຽກຮ້ອງໃຫ້ພາກ ສ່ວນທີ່ກ່ຽວຂ້ອງລົງໄປສຳຫລວດ, ກວດກາເບິ່ງຕົວຈິງ ແລະ ຊອກຫາວິ ທີແກ້ໄຂ ເພື່ອເຮັດໃຫ້ບັນຫານ້ຳ ຖ້ວມຂັງຢູ່ເຂດດັ່ງກ່າວ ກໍຄືຢູ່ນະ ຄອນຫລວງວຽງຈັນ ແນໃສ່ເຮັດໃຫ້ ການດຳລົງຊີວິດ ຂອງປະຊາຊົນ ລວມເຖິງ ການສັນຈອນໄປ-ມາ ກໍຄື ການໃຊ້ລົດ, ໃຊ້ຖະໜົນຂອງປະຊາ ຊົນຜ່ານເຂດດັ່ງກ່າວ ໄປ-ມາ ໄດ້ສະ ດວກສະບາຍ ແລະ ເປັນປົກກະຕິ. ໃນລະດູຝົນນີ້, ຮຽກຮ້ອງໃຫ້ ປະຊາຊົນ ນະຄອນຫລວງວຽງຈັນ ກໍຄື ຜູ້ໃຊ້ລົດ, ໃຊ້ຖະໜົນໃຫ້ມີສະຕິ ລະວັງຕົວ ເສັ້ນທາງເຂດໃດທີ່ເກີດ ມີນ້ຳຖ້ວມຂັງ ກໍໃຫ້ຫລີກລ່ຽງ, ໃຫ້ ນໍາໃຊ້ເສັ້ນທາງອື່ນແທນ ເພື່ອຫລີກ ລ່ຽງຜົນເສຍຫາຍທີ່ຈະຕາມມາ ເປັນ ຕົ້ນ ຈັກລົດມອດກາງທາງ, ພາຫະ ນະແປ່ເພເສຍຫາຍ ແລະ ອື່ນໆ. ຂ່າວ: ທະນູທອງ ເຢຍລະມັນ ຈັດຂຶ້ນໃນວັນທີ 2 ກໍ ລະກົດ2024ທີ່ນະຄອນຫລວງວຽງ ຈັນ ແນໃສ່ສະໜັບສະໜູນເຄືອຂ່າຍ ຄວາມປອດໄພທາງສັງຄົມກໍຄືວຽກ ງານສົ່ງເສີມອາຫານທ່ຽງໃນໂຮງ ຮຽນ, ລວມທັງການສົ່ງເສີມການ ຜະລິດກະສິກຳທ້ອງຖິ່ນ ເພື່ອສະ ໜອງສະບຽງອາຫານໃຫ້ໂຮງຮຽນ ຢ່າງຕໍ່ເນື່ອງ ແນໃສ່ຫລຸດຜ່ອນ ຄວາມທຸກຍາກໃນເຂດຊົນນະບົດ ໃຫ້ແກ່ໂຮງຮຽນເປົ້າໝາຍຂອງ ໂຄງການ ໂດຍການຮ່ວມມືກັບອົງ ການອາຫານໂລກ. ທ່ານ ສຸລິອຸດົງ ສູນດາລາ ຮອງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ວຽກງານ ສົ່ງເສີມອາຫານທ່ຽງ ໃນໂຮງຮຽນ ແມ່ນໜຶ່ງໃນວຽກງານທີ່ລັດຖະ ບານໃຫ້ຄວາມສຳຄັນເຊິ່ງໄດ້ຖືກກຳ ນົດເຂົ້າໃນແຜນພັດທະນາຂະແໜງ ການສຶກສາ ແລະ ກິລາ 20212025 ໂດຍພວກເຮົາຮັບຮູ້ເຖິງບົດ ບາດສຳຄັນຂອງວຽກງານດັ່ງກ່າວ ເຂົ້າໃນການຫລຸດຜ່ອນຄວາມບໍ່ ສະເໝີພາບດ້ານການສຶກສາຜ່ານ ການປັບປຸງອັດຕາການເຂົ້າຮຽນ, ການມາຮຽນ ແລະ ຜົນການຮຽນ; ວຽກງານສົ່ງເສີມອາຫານທ່ຽງ ໃນໂຮງຮຽນຍັງເປັນໜຶ່ງໃນ 22 ມາດຕະການບຸລິມະສິດທີ່ສຳຄັນ ຂອງຍຸດທະສາດໂພຊະນາການ ແຫ່ງຊາດຮອດປີ 2025 ແລະ ແຜນປະຕິບັດງານແຫ່ງຊາດກ່ຽວ ກັບໂພຊະນາການ 2021-2025. ການສະໜູນສະໜູນຈາກລັດຖະ ບານເຢຍລະມັນ ໃນຄັ້ງນີ້, ບໍ່ພຽງ ແຕ່ມີຈຸດປະສົງໃນການສ້າງລະບົບ ການສະໜອງສະບຽງອາຫານ ດ້ວຍການເຊື່ອມສານກຸ່ມກະສິກອນ ທ້ອງຖິ່ນ ເຂົ້າກັບວຽກງານສົ່ງເສີມ ອາຫານທ່ຽງໃນໂຮງຮຽນ ເພື່ອສະ ໜອງອາຫານສົດໃຫ້ໂຮງຮຽນ ຢ່າງສະໝ່ຳສະເໝີ ເຊິ່ງຈະເປັນປະ ໂຫຍດຕໍ່ເດັກນ້ອຍທາງດ້ານໂພຊະ ນາການ ແລະ ການສຶກສາ, ແຕ່ຍັງ ເປັນການສ້າງໂອກາດທາງດ້ານ ເສດຖະກິດໃຫ້ຊາວກະສິກອນ. ໂຄງການດັ່ງກ່າວ, ຄາດວ່າຈະ ຊ່ວຍເພີ່ມທະວີການຈັດຕັ້ງປະບັດ ວຽກງານອາຫານທ່ຽງໃນໂຮງ ຮຽນ ໂດຍສົມທົບກັບງົບປະມານ ຈາກລັດຖະບານລາວ ແລະ ການ ປະກອບສ່ວນຂອງຊຸມຊົນເຊັ່ນ: ເຂົ້າ, ທັງເປັນການສ້າງຄວາມຍືນຍົງ, ຄວາມເຂັ້ມແຂງ ແລະ ຄວາມເປັນ ເຈົ້າການຂອງທ້ອງຖິ່ນໃນການຄຸ້ມ ຄອງວຽກງານສົ່ງເສີມອາຫານ ທ່ຽງໃນໂຮງຮຽນ; ໂຄງການນີ້ຍັງ ກວມເອົາການສົ່ງເສີມບົດບາດຍິງຊາຍ ເຊິ່ງມີຈຸດປະສົງເພື່ອສ້າງ ຄວາມເຂັ້ມແຂງໃຫ້ແມ່ຍິງ. ນອກ ນັ້ນ, ຍັງສົ່ງເສີມການສ້າງຄວາມ ສາມາດໃນການປັບຕົວຕໍ່ການປ່ຽນ ແປງດິນຟ້າອາກາດໃຫ້ແກ່ກຸ່ມກະ ສິກອນ ແລະ ສະໜອງການປັບປຸງ ເຕົາແຕ່ງອາຫານໃນໂຮງຮຽນ ເພື່ອ ຮັບປະກັນການແຕ່ງອາຫານຢ່າງມີ ປະສິດທິພາບ. ທ່ານ ອັນເນັດ ຄະໂນບຣັອກ ເອກອັກຄະລັດຖະທູດເຢຍລະມັນ ປະຈຳ ສປປ ລາວ ໄດ້ກ່າວວ່າ: ໄລ ຍະຜ່ານມາລັດຖະບານ ເຢຍລະມັນ ໄດ້ຮັບຮອງເອົາບັນດາຄູ່ມືແນະນຳ ກ່ຽວກັບນະໂຍບາຍການພັດທະນາ ແລະ ນະໂຍບາຍຕ່າງປະເທດ ເພື່ອ ສົ່ງເສີມສະຖານະພາບ ແລະ ສິດ ທິຂອງແມ່ຍິງ. ເນື່ອງຈາກໂຄງການ ອາຫານທ່ຽງໃນໂຮງຮຽນຢູ່ ສປປ ລາວ ແນໃສ່ສະໜັບສະໜູນເດັກ ຍິງ ແລະ ໄວໜຸ່ມຍິງ ເຊິ່ງເຫັນວ່າມີ ຄວາມສອດຄ່ອງກັບບັນດາຄູ່ມືດັ່ງ ກ່າວ. ເຫດຜົນອີກອັນໜຶ່ງ, ທີ່ລັດ ຖະບານເຢຍລະມັນ ໃຫ້ການສະ ໜັບສະໜູນ ເພື່ອແນໃສ່ບັນລຸການ ຜະລິດສະບຽງອາຫານທີ່ສະອາດ ແລະ ສາມາດປັບຕົວຕໍ່ການປ່ຽນ ແປງດິນຟ້າອາກາດ ອີງໃສ່ຍຸດທະ ສາດການປ່ຽນແປງດິນຟ້າອາກາດ. ທ່ານ ນາງ ແຈັກເກີລິນ ເດີ ກຣຸດ ຮັກສາການຜູ້ອໍານວຍການ ແລະ ຜູ້ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວ ຍັງໄດ້ກ່າວວ່າ: ການສະໜັບສະໜູນຈາກລັດຖະ ບານເຢຍລະມັນ ຄັ້ງນີ້, ແມ່ນມາ ຈາກຄວາມພະຍາຍາມຂອງອົງ ການອາຫານໂລກໃນທົ່ວໂລກ ເພື່ອ ຫັນປ່ຽນລະບົບສະບຽງອາຫານ ແລະ ເສີມສ້າງຕົ້ນທຶນມະນຸດໃນປະ ເທດຕ່າງໆ ເປັນຕົ້ນ ສປປ ລາວ. ອົງການອາຫານໂລກ ຍັງມຸ່ງໝັ້ນທີ່ ຈະປັບປຸງຄວາມຮັບຮູ້ດ້ານສຸຂະ ພາບ ແລະ ໂພຊະນາການສໍາລັບນັກ ຮຽນໃນເຂດຊົນນະບົດ ເພື່ອໃຫ້ຄົນ ຮຸ່ນຕໍ່ໄປ ສາມາດເລືອກທາງທີ່ຈະ ຊ່ວຍໃຫ້ເຂົາເຈົ້າມີອະນາຄົດທີ່ມີ ຄວາມສຸກ ແລະ ມີປະສິດທິຜົນ. ສໍາລັບງົບປະມານການຊ່ວຍ ເຫລືອຈາກລັດຖະບານເຢຍລະມັນ ແມ່ນປະມານ9,5ລ້ານໂດລາສະຫະ ລັດ ໃນໄລຍະ 5 ປີ. ໃນນັ້ນ, ກວມ ເອົາໂຮງຮຽນເປົ້າໝາຍ 200 ແຫ່ງໃນ 3 ແຂວງພາກໃຕ້ຄື: ແຂວງ ສາລະວັນ, ເຊກອງ ແລະ ແຂວງ ອັດຕະປື ໂດຍມີເດັກນ້ອຍທີ່ໄດ້ຮັບ ຜົນປະໂຫຍດ ປະມານ 22.000 ຄົນ ເຊິ່ງໂຄງການແມ່ນໄດ້ຈັດຕັ້ງປະ ຕິບັດພາຍໃຕ້ການນຳພາຂອງສູນ ສົ່ງເສີມການສຶກສາຮຽນຮ່ວມຂອງ ກະຊວງສຶກສາທິການ ແລະ ກິລາ. ໃນໄລຍະ 5 ປີ ຂອງການຈັດຕັ້ງປະ ຕິບັດ, ໂຄງການຈະເສີມຂະຫຍາຍ ການສ້າງຄວາມເຂັ້ມແຂງໃຫ້ຝ່າຍ ລັດຖະບານທີ່ກ່ຽວຂ້ອງທຸກຂັ້ນແລະ ຈະສ້າງຍຸດທະສາດການເງິນແບບ ຍືນຍົງສໍາລັບວຽກງານສົ່ງເສີມ ອາຫານທ່ຽງໃນໂຮງຮຽນ. ພາບ: ອ່າຍຄຳ

RkJQdWJsaXNoZXIy MTc3MTYxMQ==