5909

xtgmf]k; 3 04/07/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me v5 ,q '{v5 3,'F v5 [,5 '{v6 [,5 ' ຮິບໂຮມໂດຍ: ພະກາ ໂດຍ: ຄ້ອງໃໝ່ de,kmy dkodko8j k'xtgmf gvq k.9.lj xt8y [a f|h kmuj grnj vzq oxt3spf];, ບົດໂດຍ: ມາລີດາ * ທ່ານ ສັນຍາ ປຣະເສີດ ປະ ທານກໍາມາທິການການຕ່າງປະເທດ ສະພາແຫ່ງຊາດ ໃຫ້ຮູ້ວ່າ: ໃນໄລຍະ ແຕ່ກອງປະຊຸມປະຖົມມະລຶກຂອງ ສະພາແຫ່ງຊາດ ຊຸດທີ IX ຮອດ ປັດຈຸບັນ,ກຳມາທິການການຕ່າງປະ ເທດ ແລະ ບັນດາກຳມະການຂອງ ກຳມາທິການ ການຕ່າງປະເທດໄດ້ ເອົາໃຈໃສ່ປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນຢ່າງຫ້າວຫັນ ໃນການເປັນເສນາທິການຄົ້ນຄວ້າ ພິຈາລະນາການສ້າງ ແລະ ປັບປຸງ ກົດໝາຍໃນຂົງເຂດວຽກງານການ ຕ່າງປະເທດ, ໃນນັ້ນໄດ້ເຂົ້າຮ່ວມ ແຕ່ຫົວທີໃນການຄົ້ນຄວ້າກ່ຽວກັບ ການສ້າງກົດໝາຍວ່າດ້ວຍຊາຍ ແດນແຫ່ງຊາດ ຮ່ວມກັບກະຊວງ ການຕ່າງປະເທດ ແລະ ກຳມາທິ ການກ່ຽວຂ້ອງພາຍໃນ ສະພາແຫ່ງ ຊາດແລະໄດ້ຮັບຮອງເອົາຢູ່ໃນກອງ ປະຊຸມສະໄໝສາມັນເທື່ອທີ02ແລະ ກົດໝາຍວ່າດ້ວຍໜັງສືຜ່ານແດນ ທີ່ໄດ້ພິຈາລະນາ ແລະ ຮັບຮອງເອົາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX; ໄດ້ປະສານສົມທົບກັບກຳມາທິການ ທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ແລະ ຂະແໜງການຕ່າງໆຂອງ ລັດຖະບານ ນຳເອົາບັນດາກົດໝາຍ ຕ່າງໆເຂົ້າຜ່ານ ແລະ ຮັບຮອງເອົາ ຢູ່ ກອງປະຊຸມສະໄໝສາມັນແຕ່ລະ ເທື່ອຂອງສະພາແຫ່ງຊາດ ຊຸດທີ IX. ພ້ອມດຽວກັນນັ້ນ, ກໍ່ໄດ້ມີການ ຈັດກອງປະຊຸມແລກປ່ຽນບົດຮຽນ ກັບຝ່າຍ ຫວຽດນາມ ໃນຮູບແບບ ທາງໄກ່ຽວກັບກົດໝາຍວ່າດ້ວຍ ຊາຍແດນແຫ່ງຊາດ ແລະ ກົດໝາຍ ວ່າດ້ວຍການສຳຫລວດວັດແທກ ພາສາຂະແມ ກາຍສຽງເປັນ ‘ummong’ (ອຸມມົງ). ເມື່ອຮັບ ເຂົ້າມາໃຊ້ຢູ່ໃນພາສາລາວແລ້ວ ກໍ່ກາຍສຽງເປັນ ອຸໂມງ ແລະ ອຸບ ມຸງດັ່ງໃນວັດຈະນານຸກົມພາສາ ປາລີ-ລາວ ທີ່ຄົ້ນຄວ້າຮຽບຮຽງ ໂດຍ ສີສະເຫວີຍ ສຸວັນນີ ໜ້າທີ 126 ໄດ້ບັນຈຸຄຳປາລີ ອຸມມັງຄະ ເຊິ່ງເປັນຄຳນາມ ມີຄວາມໝາຍວ່າ ອຸໂມງ, ອຸບມຸງ. ທັງ ອຸໂມງ ແລະ ອຸບມຸງແມ່ນໄດ້ເຄົ້າມາຈາກເຄົ້າປາ ລີ ເມື່ອນຳເຂົ້າມາໃຊ້ຢູ່ໃນພາສາ ລາວ ກໍ່ແຍກອອກເປັນສອງຄຳທີ່ ມີຄຳໝາຍຕ່າງກັນ ຄື: ອຸໂມງ ຫລື ອຸມົງໝາຍເຖິງ ທາງທີ່ເຮັດເປັນ ຮູຢູ່ພື້ນດິນ ຮູໃຫຍ່ໃນພູ ຫລື ຜົ້ງ ໃນພື້ນດິນ. ຄຳນີ້ທຳອິດຄົງອອກ ສຽງເປັນ ອຸມົງແຕ່ຕໍ່ມາສຽງ ໄດ້ ພ້ຽນເປັນ ອຸໂມງ ເພາະອອກສຽງ ໄດ້ງ່າຍກວ່າ... ສ່ວນ ຄໍາ ອຸບມຸງ ຫລື ອູບມຸງ ເປັນຄຳນາມ ໝາຍເຖິງ ພະທາດ ກໍ່ດ້ວຍດິນຈີ່ ແລະ ປູນ ຮູບກົມບໍ່ມີ ຍອດ ຂ້າງໃນເປັນໂກນ ຫລື ຜົ້ງ ໃຫຍ່ ສຳລັບບັນຈຸສິ່ງສັກກາລະບູ ຊາ ມີພະພຸດທະຮູບ ແລະ ອັດຖິຂອງ ຜູ້ທີ່ສາສະນິກະຊົນເຄົາລົບ. ຄຳນີ້ ທຳອິດກໍ່ຄົງອອກສຽງສັ້ນເປັນ ອຸບ ມຸງ ຕໍ່ມາສຽງໄດ້ພ້ຽນເປັນ ອູບມຸງ ແລະນິຍົມໃຊ້ມາ ຮອດປັດຈຸບັນ ເຊັ່ນ ບ້ານອູບມຸງ. ຄຳວ່າ ອຸໂມງ ແລະ ອູບມຸງ ມີ ຄວາມໝາຍຈາກເຄົ້າເດີມດຽວກັນ ຢູ່ບ່ອນຄວາມໝາຍວ່າ ເປັນຜົ້ງ ຢູ່ໃນຄືກັນ. ແຕ່ທັງສອງຄຳກໍ່ມີ ຄວາມໝາຍສະເພາະຂອງໃຜຂອງ ມັນໂດຍບໍ່ສາມາດໃຊ້ແທນກັນໄດ້. ຢ່າງໃດກໍ່ດີ ກໍ່ມີຂໍ້ຖົກຖຽງກັນ ກ່ຽວກັບການຂຽນຈະໃຊ້ໃນຮູບໃດ ເພາະວັດຈະນານຸກົມພາສາລາວ ບາງສະບັບກໍ່ຂຽນເປັນ ອຸມົງ ເປັນ ຕົ້ນ ວັດຈະນານຸກົມພາສາລາວ ສະ ບັບທີ່ຄົ້ນຄວ້າຮຽງຮຽງໂດຍທ່ານ ດຣ. ທອງຄໍາ ອ່ອນມະນີສອນ ພິມປີ 1992 ໂດຍກົມວັນນະຄະດີ ໄດ້ລະບຸໃນຮູບຄໍາດຽວຄື: ອຸມົງ ຄໍານາມ (ປ, ໝາຍເຖິງມີເຄົ້າ ມາ ຈາກພາສາປາລີ) ໝາຍເຖິງທາງ ໃຕ້ດິນ, ປ່ອງໃນພູເຂົາ. ພ້ອມດຽວ ກັນ ກໍ່ມີຄໍາ ອູບມຸງ ຄໍານາມ ໝາຍ ເຖິງ ພະທາດກໍ່ດ້ວຍດິນຈີ່ ແລະ ປູນ ຮູບກົມບໍ່ມີຍອດ ຂ້າງໃນເປັນໂກນ ຫລື ຜົ້ງໃຫຍ່... ດັ່ງນັ້ນ ຈຶ່ງນໍາມາເພື່ອສຶກສາ ຮ່ວມກັນ ຄືດັ່ງນີ້ແລ ພໍ້ກັນໃໝ່ບົດ ຕໍ່ໄປ. ທຸກປີ ທົ່ວສັງຄົມ ໄດ້ຖືສໍາຄັນການ ປູກຕົ້ນໄມ້. ຂະບວນການໃຫຍ່ແມ່ນ ລັດເປັນເຈົ້າການຈັດ ທັງຂັ້ນສູນ ກາງ ແລະ ທ້ອງຖິ່ນ. ປີນີ້ຟົດຟື້ນດີ ຄືດັ່ງທຸກປີຜ່ານມາ. ໄດ້ອ່ານຂ່າວ ກ່ຽວກັບວຽກງານນີ້ ກໍ່ສົດຊື່ນໃຈ ທີ່ ໄດ້ຮັບຮູ້ວ່າເນື້ອທີ່ປ່າໄມ້ຢູ່ປະເທດ ເຮົານັບມື້ຂະຫຍາຍກວ້າງ, ໄປຕາມ ເປົ້າໝາຍທີ່ວາງໄວ້ ເປັນຢ່າງດີ. ຂໍ້ ມູນຈາກພາກສ່ວນກ່ຽວຂ້ອງໄດ້ ໃຫ້ຮູ້ວ່າເນື້ອທີ່ປູກໄມ້ໄດ້ເພີ່ມຂຶ້ນ ຢ່າງຕໍ່ເນື່ອງຈາກ 452 ເຮັກຕາ ໃນ ປີ 1978 ມາເປັນ 1.384 ເຮັກຕາ ໃນປີ 1985; ປີ 2003 ມີເນື້ອທີ່ 579.300 ກວ່າເຮັກຕາ. ມາຮອດ ປີ 2020 ອັດຕາການປົກຫຸ້ມຂອງ ປ່າໄມ້ ກວມ 60% ຂອງເນື້ອທີ່ທົ່ວ ປະເທດ (14,7 ລ້ານເຮັກຕາ), ຖື ວ່າເພີ່ມຂຶ້ນ ຈາກ 41,5% ໃນປີ 2005. ການປູກໄມ້ໄດ້ມີການປະ ກອບສ່ວນຈາກຫລາຍພາກສ່ວນ ທັງລັດ, ເອກະຊົນ ແລະ ທົ່ວສັງຄົມ. ຂໍ້ມູນຈາກກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ ໃນຈໍານວນເນື້ອທີ່ ປູກໄມ້ທີ່ປະຕິບັດໄດ້ໄລຍະຜ່ານມາ ກວ່າ 5 ແສນເຮັກຕານັ້ນ ເປັນການ ປະກອບສ່ວນລົງທຶນຂອງບໍລິສັດ ຜູ້ປະກອບການ ກວ່າ 65%, ປະຊາ ຊົນ ກວ່າ 32% ແລະ ພາກລັດຖັດ ລົງມາ ເຊິ່ງໄມ້ທີ່ປູກມີຢາງພາລາ ກວມກວ່າ 56%, ໄມ້ວິກ ກວ່າ 15%, ໄມ້ສັກ ກວ່າ 9%, ໄມ້ເກດ ສະໜາ ກວ່າ 5% ນອກນັ້ນ (ກວ່າ 12%) ເປັນໄມ້ພື້ນເມືອງ ແລະ ອື່ນໆ. ສະເພາະປີ 2023 ຜ່ານມາ ຕາມແແຜນປູກໄມ້ແມ່ນ 42.000 ເຮັກຕາ, ສາມາດປະຕິບັດໄດ້ 21.550 ກວ່າເຮັກຕາ ເຊິ່ງເທົ່າກັບ 51,31% ຂອງແຜນການ, ໃນນັ້ນ ໄມ້ຢາງພາລາ ກວມອັດຕາສ່ວນ ຫລາຍກວ່າໝູ່ ທີ່ໄດ້ປູກ ຄື ກວ່າ 6 ພັນເຮັກຕາ. ກ່ຽວກັບປ່າໄມ້ ບັນຫາທີ່ຖືກຕັ້ງ ຂຶ້ນແມ່ນ ເປົ້າໝາຍເຮັດໃຫ້ເນື້ອທີ່ ປ່າໄມ້ປົກຫຸ້ມກວມ 70%ຂອງເນື້ອ ທີ່ທົ່ວປະເທດ, ຍ້ອນວ່າການພັດ ທະນາເສດຖະກິດ-ສັງຄົມ ບາງອັນ ກ່ຽວຂ້ອງກັບປ່າໄມ້, ໝາຍວ່າມີຜົນ ກະທົບຕໍ່ເນື້ອທີ່ປ່າໄມ້ຢ່າງຫລີກບໍ່ ໄດ້. ຕໍ່ບັນຫາດັ່ງກ່າວ ໃນໂອກາດຊີ້ ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດ ທີ IX ເດືອນມິຖຸນາຜ່ານມາ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນ ຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ ໃຫ້ຮູ້ວ່າ ວຽກງານຂະຫຍາຍເນື້ອ ທີ່ປ່າໄມ້ປົກຫຸມຕາມເປົ້າໝາຍ 70% ນັ້ນ ໄດ້ສຸມໃສ່ບັນດາວຽກ ໃຫຍ່ເປັນຕົ້ນການຄຸ້ມຄອງ, ປົກ ປັກຮັກສາ ໂດຍສະເພາະ ສະກັດກັ້ນ ການບຸກລຸກ-ທໍາລາຍປ່າໄມ້; ເຮັດ ການຟື້ນຟູແບບທໍາມະຊາດ ແລະ ປູກເສີມໃສ່ ດ້ວຍການແບ່ງຄວາມ ຮັັບຜິດຊອບໃຫ້ທ້ອງຖິ່ນ ແລະ ພາກ ສ່ວນກ່ຽວຂ້ອງ; ສຸມໃສ່ປູກໄມ້, ລວມທັງໄມ້ອຸດສາຫະກໍາ; ສ້າງ ຄວາມເຂັ້ມແຂງໃຫ້ປະຊາຊົນ ໃນ ການຜະລິດກະສິກໍາ-ປ່າໄມ້ ເປັນສິນ ຄ້າ,ການປູກ,ການລ້ຽງ,ຫັດຖະກໍາ, ການຄ້າ, ການບໍລິການ, ການທ່ອງ ທ່ຽວແບບອະນຸລັກ ໃຫ້ກາຍເປັນ ຄອບຄົວຕົວແບບ ຕິດພັນກັບການ ຢຸດເຊົາການເຄື່ອນຍ້າຍແບບຊະ ຊາຍຂອງພົນລະເມືອງ ເຂົ້າໄປຕັ້ງ ຖິ່ນຖານໃນເຂດປ່າໄມ້ ທັງນີ້ກໍ່ແມ່ນ ເພື່ອປົກປັກຮັກສາປ່າ ແລະ ຢຸດເຊົາ ການຖາງປ່າເຮັດໄຮ່ແບບເລື່ອນ ລອຍ; ພ້ອມດຽວກັນຂະແໜງການ ກະສິກໍາ-ປ່າໄມ້ ຍັງໄດ້ມີການປັບ ປຸງກົງຈັກການຈັດຕັ້ງ ໃນການຄຸ້ມ ຄອງປ່າໄມ້ທັງໃນຂັ້ນສູນກາງແລະ ທ້ອງຖິ່ນ ໂດຍສຸມໃສ່ທົບທວນຄືນ ແລະ ປັບປຸງພາລະບົດບາດ, ຕໍາ ແໜ່ງງານ, ບັນຈຸ-ຊັບຊ້ອນບຸກຄະ ລາກອນ ໃຫ້ມີຄວາມສອດຄ່ອງ, ພ້ອມທັງສ້າງ-ປັບປຸງພື້ນຖານໂຄງ ລ່າງ-ສິ່ງອໍານວຍຄວາມສະດວກ ຕ່າງ ເພື່ອຮັບປະກັນວຽກງານ ໄປ ຕາມເປົ້າໝາຍທີ່ວາງໄວ້. ຢ່າງໃດກໍ່ດີ, ເຖິງວ່າວຽກງານ ປູກໄມ້ເພື່ອໃຫ້ເນື້ອທີ່ປ່າປົກຫຸ້ມ ຕາມເປົ້າໝາຍ ໄດ້ມີຄວາມຄືບໜ້າ ທ່າອ່ຽງເພີ່ມຂຶ້ນເປັນໄລຍະໆມາ, ແຕ່ກໍ່ມີສິ່ງທ້າທາຍຫລາຍຢ່າງ ເຊິ່ງ ຕິດພັນກັບການພັດທະນາຕ່າງໆ ເປັນຕົ້ນ ການຫັນປ່ຽນທີ່ດິນປ່າໄມ້ ໄປເປັນປະເພດອື່ນໆ ເພື່ອການ ຂຸດຄົ້ນ, ການສ້າງພື້ນຖານໂຄງ ລ່າງ, ລວມທັງການບຸກລຸກນໍາໃຊ້ ເຂົ້າໃນການຜະລິດກະສິກໍາເປັນ ສິນຄ້າ ຕ່າງໆ. ສະຫລຸບວ່າມາຮອດດຽວນີ້ເນື້ອ ທີ່ປ່າປົກຫຸ້ມໄດ້ຫຍັບມໍ່ເປົ້າໝາຍ. ການປູກໄມ້ ຈະດ້ວຍເປົ້າໝາຍໃດ ກໍ່ຕາມ ລ້ວນແຕ່ເຮັດໃຫ້ສີຂຽວສົດ ຊື່ນ, ເຮັດໃຫ້ຈິດໃຈຄົນເຮົາສົດຊື່ນ, ສັດສາວາສິ່ງ ກໍ່ຄື ສິ່ງມີຊີວິດ ໂດຍ ທໍາມະຊາດຈະເລີນເຕີບໂຕ. * ຄໍາໃນພາສາລາວ ມີຄວາມ ໝາຍຄ້າຍຄືກັນນັ້ນມີຫລາຍ, ຄໍາ ຈໍານວນໜຶ່ງເວລາເວົ້າ ມັກຈະແຍກ ຍາກ ວ່າຂຽນແນວໃດ ເພາະບາງທີ ຟັງຄືບໍ່ມີຕົວສະກົດ ຫລື ຄໍາພະຍາງ ໜ້າມີຕົວສະກົດ ທີ່ມີພື້ນສຽງຄ້າຍຄື ຫລື ໃກ້ຄຽງກັບພະຍັນຊະນະແກນ ຂອງພະຍາງຖັດໄປທີ່ລວມເປັນຄໍາ ດຽວກັນ. ດັ່ງນັ້ນ ບົດນີ້ ຈຶ່ງນໍາເອົາ ຄໍາເຫັນຂອງຜູ້ຊ່ຽວຊານດ້ານພາ ສາລາວ ກໍ່ຄື ພາສາສາດມາສຶກສາ ລັກສະນະຫລໍາຄືນ ອີກເທື່ອໜຶ່ງ. ຕາມຄໍາເຫັນຂອງທ່ານ ແສງຟ້າ ໂຫລານຸພາບມະຫາວິທະຍາໄລແຫ່ງ ຊາດ, ຄະນະອັກສອນສາດ ພາກວິ ຊາພາສາ ແລະ ວັດທະນະທໍາລາວ ມະຫາວິທະຍາໄລແຫ່ງຊາດ ແມ່ນ: ຜ່ານມາມີຫລາຍຄົນ ຫລົງໄປວ່າ ອຸມົງ, ອຸໂມງ, ອຸບມຸງ ແລະ ອູບມຸງ ເປັນຄຳດຽວກັນ ແຕ່ທັງສີ່ຄຳນີ້ຄື ກັນ ແລະ ຕ່າງກັນ, ທັງອຸມົງ, ອຸ ໂມງ ແລະ ອຸບມຸງ, ອູບມຸງ ລ້ວນແຕ່ ມາຈາກເຄົ້າສັບປາລີຄືກັນ. ສັບປາ ລີອອກສຽງວ່າ ‘Ummanga’ (ອຸມມັງຄະ) ເມື່ອນຳໄປໃຊ້ໃນ ແລະ ແຜນທີ່ແຫ່ງຊາດ. ກຳມາທິ ການ ການຕ່າງປະເທດ ໃນນາມເປັນ ເສນາທິການໃຫ້ແກ່ສະພາແຫ່ງ ຊາດ ໄດ້ເອົາໃຈໃສ່ກະກຽມ ແລະ ຮ່າງເນື້ອໃນ ບົດບັນທຶກຄວາມເຂົ້າ ໃຈວ່າດ້ວຍການຮ່ວມມື (MOU) ກັບລັດຖະສະພາຕ່າງປະເທດເຊັ່ນ: ສະພາແຫ່ງຊາດຫວຽດນາມ ຈຳ ນວນ 03 ສະບັບ, ລັດຖະສະພາໄທ 01 ສະບັບ, ສະພາແຫ່ງຊາດ ກໍາປູ ເຈຍ 02 ສະບັບ, ລົງນາມບົດບັນທຶກ ຄວາມເຂົ້າໃຈວ່າດ້ວຍການຮ່ວມມື ລະຫວ່າງ ຄະນະເລຂາທິການສະ ພາແຫ່ງຊາດລາວ ກັບຄະນະເລຂາ ທິການສະພາຄູຣານໃຫຍ່ມົງໂກລີ 01 ສະບັບ, ສະພາຄູຣານໃຫຍ່ແຫ່ງ ມົງໂກລີ 01 ສະບັບ ແລະ ສະພາຜູ້ ແທນປະຊາຊົນທົ່ວປະເທດຈີນ1ສະ ບັບ; ໄດ້ເຊັນບົດບັນທຶກວ່າດ້ວຍການ ຍົກລະດັບກອງປະຊຸມສາມສະພາ ແຫ່ງຊາດກຳປູເຈຍ, ລາວ, ຫວຽດ ນາມ (CLV); ລົງນາມບົດບັນທຶກ ວ່າດ້ວຍການຮ່ວມມື ແລະ ການປະ ສານງານລະຫວ່າງກຳມາທິການ ການຕ່າງປະເທດສະພາແຫ່ງຊາດ ແລະ ກະຊວງການຕ່າງປະເທດ 01 ສະບັບ, ຄົ້ນຄວ້າແລະລາຍງານ ກ່ຽວກັບຮ່າງບົດບັນທຶກການຮ່ວມ ມື 08 ສະບັບ. ນອກນັ້ນ, ກໍາມາທິການການ ຕ່າງປະເທດ ຍັງເປັນເຈົ້າການໃນ ການຮ່າງມະຕິຕົກລົງຂອງ ຄະນະ ປະຈໍາສະພາແຫ່ງຊາດວ່າດ້ວຍ ການພິຈາລະນາໃຫ້ສັດຕະຍາບັນ ແກ່ສົນທິສັນຍາໂດຍການປະສານ ສົມທົບກັນກັບບັນດາກໍາມາທິການ ທີ່ກ່ຽວຂ້ອງພາຍໃນສະພາແຫ່ງ ຊາດ ຄົ້ນຄວ້າ ແລະ ນໍາເອົາບັນດາ ສົນທິສັນຍາ, ສັນຍາສາກົນເຂົ້າກອງ ປະຊຸມຄະນະປະຈໍາສະພາແຫ່ງຊາດ ໃນການພິຈາລະນາ ແລະ ຕົກລົງ ເຂົ້າຮ່ວມເປັນພາຄີແລະໃຫ້ສັດຕະ ຍາບັນແກ່ສົນທິສັນຍາສາກົນຈຳ ນວນ 04 ສະບັບ. ພ້ອມດຽວກັນນີ້, ກໍາມາທິການການຕ່າງປະເທດ ໃນ ນາມເປັນເສນາທິການໃຫ້ແກ່ຄະ ນະປະຈໍາສະພາແຫ່ງຊາດ ໃນການ ເຄື່ອນໄຫວວຽກງານການຕ່າງປະ ເທດໃນກອບສອງຝ່າຍແລະຫລາຍ ຝ່າຍ. ສຸດທ້າຍເພື່ອເຮັດໃຫ້ການ ຄຸ້ມຄອງລັດ-ຄຸ້ມຄອງສັງຄົມມີປະ ສິດທິຜົນທຸກພາກສ່ວນຄວນເອົາ ໃຈໃສ່ບາງບັນຫາດັ່ງນີ້: ໃນຍຸກປັດ ຈຸບັນນີ້, ສປປ ລາວ ພວກເຮົາກໍາ ລັງພົບກັບຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ ຫລາຍ ບັນຫາໂດຍສະເພາະບັນຫາການ ເໜັງຕີງຂອງອັດຕາແລກປ່ຽນ, ລາຄາສິນຄ້າເພີ່ມຂຶ້ນສູງ, ບັນຫາ ເງິນເຟີ້ ແລະ ໜີ້ສິນຕ່າງປະເທດ; ສະນັ້ນ, ທຸກຄົນ, ນິຕິບຸກຄົນ, ພາກ ລັດ, ເອກະຊົນ ຕ້ອງໄດ້ຈັດຕັ້ງປະຕິ ບັດບັນດາກົດໜາຍ ທີ່ໄດ້ປະກາດ ໃຊ້ 167 ສະບັບໃຫ້ເຂັ້ມງວດ ລວມ ທັງບັງຄັບໃຊ້ບັນດາມາດຕະການ ທີ່ໄດ້ວາງອອກແລ້ວນັ້ນໃຫ້ປະກົດ ຜົນເປັນຈິງ ແລະ ເປັນຮູບປະທຳ ຫລາຍຂຶ້ນ; ປັບປຸງສະພາບແວດ ລ້ອມ ແລະ ນະໂຍບາຍສົ່ງເສີມການ ລົງທຶນ ແລະ ການດຳເນີນທຸລະກິດ ຢູ່ສປປລາວໃຫ້ແຂງແຮງກວ່າເກົ່າ ແລະ ສາມາດຕັດຂັ້ນຂອດທີ່ອຸດຕັນ ອອກໃຫ້ໄດ້; ສຸມໃສ່ຕິດຕາມກວດ ກາບັນດາໂຄງການລົງທຶນ ທີ່ໄດ້ ຮັບອະນຸມັດຜ່ານມາ, ໂຄງການໃດ ທີ່ບໍ່ມີຄວາມຄືບໜ້າ ຫລື ມີຄວາມ ຄືບໜ້າຊ້າ; ເລັ່ງປັບປຸງຂັ້ນຂອດ ການບໍລິການຂົນສົ່ງສິນຄ້າຜ່ານ ດ່ານຊາຍແດນ ແລະ ບັນດາທ່າບົກ ໃຫ້ງ່າຍດາຍ, ວ່ອງໄວ, ສະດວກ ກວ່າເກົ່າ ແລະ ຫລຸດຄ່າໃຊ້ຈ່າຍທີ່ບໍ່ ຈຳເປັນເພື່ອສາມາດແຂ່ງຂັນໃນ ການເຊື່ອມຈອດ ແລະ ເຊື່ອມໂຍງ ກັບສາກົນ ໂດຍເລັ່ງຄົ້ນຄວ້າການ ເກັບຄ່າບໍລິການຜ່ານທ່າບົກ, ການ ຂົນສົ່ງສິນຄ້າຜ່ານທາງລົດໄຟ, ທາງລົດບັນທຸກຂົນສົ່ງສິນຄ້າ, ຄ່າ ທຳນຽມ, ຄ່າບໍລິການຜ່ານດ່ານ ໃຫ້ ເໝາະສົມ ແລະ ເປັນເອກະພາບກັນ; ສົ່ງເສີມການຜະລິດກະສິກໍາ ທີ່ຕິດ ພັນກັບການບໍລິການ ເພື່ອຄໍ້າປະກັນ ສະບຽງອາຫານ, ທົດແທນການນໍາ ເຂົ້າ ແລະ ເປັນສິນຄ້າສົ່ງອອກໃຫ້ ຫລາຍ; ສືບຕໍ່ສົ່ງເສີມຈຸນລະວິສາ ຫະກິດ ແລະ ວິສາຫະກິດຂະໜາດ ນ້ອຍ ແລະ ຂະໜາດກາງ ໃຫ້ແຂງ ແຮງກວ່າເກົ່າ. ,u 8Q ow,h .9lq f-nj o * ປ່າໄມ້ມີຄຸນຄ່າແລະປະໂຫຍດ ອະນັນ, ນັ້ນແມ່ນໜຶ່ງໃນຈໍານວນ ຫລາຍວະລີທີ່ຄົນເຮົາເວົ້າສູງຄຸນຄ່າ ປ່າໄມ້. ຍາມນີ້ເປັນລະດູຝົນຫລຽວ ໄປທາງໃດ ຕົ້ນໄມ້ໃບໜ້າກໍ່ຂຽວ ງາມ. ເຖິງວ່າຢູ່ໃນເຂດເມືອງໃຫຍ່, ແຕ່ຄົນເຮົາກໍ່ບໍ່ໄດ້ລືມໄລຕົ້ນໄມ້, ວ່າແຕ່ມີດິນພໍປູກກໍ່ປູກຕົ້ນໄມ້ ຕາມ ເງື່ອນໄຂ ແລະ ເປົ້າໝາຍຂອງແຕ່ ລະຄົນ, ຈໍາພວກຕົ້ນໄມ້ໃຫ້ໝາກ ໄດ້ ທັງໝາກ ແລະ ເປັນຮົ່ມ, ໄມ້ປູກປະ ດັບເອ້ ໄດ້ທັງຄວາມສວຍງາມ ແລະ ຮົ່ມເຢັນດີ...ມີຕົ້ນໄມ້ ກໍ່ເຮັດໃຫ້ຈິດ ໃຈສົດຊື່ນ. ຂະບວນການໃຫຍ່ປູກໄມ້ ໄດ້ ເລີ່ມຕົ້ນແຕ່ວັນທີ 1 ມິຖຸນາຜ່ານມາ, ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==