5909

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 04/07/2024 xtgmf]k; ກວດກາຄວາມສອດຄ່ອງ... ໜ້າກົມໃຫຍ່ເສນາທິການກອງທັບ, ມີທ່ານ ກົງຈີ ຢ່າງຈື່ ຮອງລັດຖະ ມົນຕີກະຊວງຍຸດຕິທຳ, ມີຜູ້ຕາງໜ້າ ຂປລ. ໃນວັນທີ 3 ກໍລະກົດ 2024 ທ່ານ ທອງລຸນ ສີສຸລິດ ປະ ທານປະເທດ ແຫ່ງ ສປປ ລາວ ໄດ້ ຕ້ອນຮັບການເຂົ້າຍື່ນສານຕາຕັ້ງ ຂອງບັນດາທູດຕ່າງປະເທດ ຈາກ 10 ປະເທດ ເພື່ອດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ. ພ້ອມນັ້ນ, ກໍໄດ້ມອບສານຕາຕັ້ງໃຫ້ ທູດລາວ 4 ທ່ານ ເພື່ອໄປປະຈຳຢູ່ ຕ່າງປະເທດ. ສຳລັບທູດຕ່າງປະເທດ ທີ່ມີສຳ ນັກງານສະຖານທູດຕັ້ງຢູ່ນະຄອນ ຫລວງວຽງຈັນ ທີ່ເຂົ້າຍື່ນສານຕາ ຕັ້ງປະກອບມີ: ທ່ານ ລາຊໂລຕາກັກ (Laszlo TAKACS) ເອກອັກ ຄະລັດຖະທູດ ແຫ່ງ ຮົງກາຣີ ປະຈໍາ ສປປ ລາວ, ທ່ານ ໂຄອິຊຶມິ ຊຶໂຕະ ມຸ (KOIZUMI Tsutomu) ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ປະທານປະເທດ... ຫາລືຄວາມຄືບໜ້າ... ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ຮວນ ກາຣໂລສ ເຟຣນານເດັດສ ຈົວເຣັດສ໌ ເອກອັກຄະລັດຖະທູດ ແຫ່ງ ສາທາລະ ນະລັດ ບໍລີວາຣຽນ ເວເນຊູເອລາ ປະຈໍາ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານນາງ ດາເນຍລາ ບຣິນດູຊາ ບາຊາແວນ ເອກອັກຄະລັດຖະທູດ ແຫ່ງ ຣູມານີ ປະຈຳ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານນາງ ເດຍດຣີ ນິ ຟາລູອິນ ເອກອັກຄະລັດຖະທູດ ແຫ່ງ ອຽກລັງ ປະຈຳ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງທ່ານ ອາເທີ ວິນລຽມສ໌ ເອກອັກຄະລັດຖະທູດ ແຫ່ງ ຈາໄມກາ ປະຈໍາ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນ ຮັບການເຂົ້າຍື່ນສານຕາຕັ້ງຂອງທ່ານ ການັດ ຕູມີດຊ໌ ເອກອັກຄະ ລັດຖະທູດ ແຫ່ງ ສາທາລະນະລັດ ກາຊັກສະຖານ ປະຈຳ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນ ຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ໂມຮຳມັດ ລູດຟໍ ຣາມານ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ບັງກະລາເທດ ປະຈຳ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນ ຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ມູຮາມມັດ ຮັດຊານຽນ ຄັດດາມ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອາຣັບ ຊີຣີ ປະຈຳ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ມອບສານຕາຕັ້ງໃຫ້ທ່ານ ຫົງແກ້ວ ສຸກສະຫວັດ ເອກອັກຄະລັດ ຖະທູດ ແຫ່ງ ສປປ ລາວ ປະຈຳ ມົງໂກລີ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ມອບສານຕາຕັ້ງໃຫ້ທ່ານ ເທບຖາວອນ ແສງມະນີ ເອກອັກຄະ ລັດຖະທູດ ແຫ່ງ ສປປ ລາວ ປະຈຳ ມາເລເຊຍ ນາງ ຟາງ ຫົງ (Fang Hong) ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ. ສ່ວນທູດຕ່າງ ປະເທດ ທີ່ມີສຳນັກງານສະຖານ ທູດຕັ້ງຢູ່ຕ່າງປະເທດ ປະກອບມີ: ທ່ານ ຮວນ ກາຣໂລສ ເຟຣນານ ເດັດສ ຈົວເຣັດສ໌ (Juan Carlos Fernandes Juarez) ເອກອັກຄະ ລັດຖະທູດ ແຫ່ງ ສາທາລະນະລັດ ບໍລີວາຣຽນ ເວເນຊູເອລາ ປະຈໍາ ສປປ ລາວ, ມີສໍານັກງານຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ, ທ່ານ ອາ ເທີ ວິນລຽມສ໌ (Arthur Williams) ເອກອັກຄະລັດຖະທູດ ແຫ່ງ ຈາໄມກາ ປະຈໍາ ສປປ ລາວ ໂດຍ ມີສຳນັກງານຕັ້ງຢູ່ ປັກກິ່ງ ສປ ຈີນ,ທ່ານ ການັດ ຕູມີດຊ໌ (Kanat Tumysh) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ກາຊັກສະ ຖານ ປະຈຳ ສປປ ລາວ ໂດຍມີສຳ ນັກງານຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດ ນາມ,ທ່ານໂມຮຳມັດລູດຟໍຣາມານ (Mohammad Lutfor Rahman) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດບັງກະລາເທດ ປະ ຈຳ ສປປ ລາວ ໂດຍມີສໍານັກງານ ຕັ້ງຢູ່ຮ່າໂນ້ຍສສຫວຽດນາມ, ທ່ານ ມູຮາມມັດ ຮັດຊານຽນຄັດດາມ (Muhammad Hasane i n Khaddam) ເອກອັກຄະລັດຖະ ທູດ ແຫ່ງ ສາທາລະນະລັດ ອາຣັບ ຊີຣີປະຈຳ ສປປ ລາວ ໂດຍມີສຳນັກ ງານຕັ້ງຢູ່ ປັກກິ່ງ ສປ ຈີນ, ທ່ານ ນາງ ດາເນຍລາ ບຣິນດູຊາ ບາຊາ ແວນ (Daniela-Bindusa Bazavan), ເອກອັກຄະລັດຖະທູດ ແຫ່ງ ຣູມານີ ປະຈຳ ສປປ ລາວ ໂດຍມີສຳນັກງານຕັ້ງຢູ່ບາງກອກ ຣາຊະອານາຈັກໄທ ແລະ ທ່ານ ນາງ ເດຍດຣີ ນິ ຟາລູອິນ (Deirdre Ni Fhalluin) ເອກອັກຄະລັດຖະທູດ ແຫ່ງ ອຽກລັງ ປະຈຳ ສປປ ລາວ ໂດຍມີສໍານັກງານຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ. ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນ ຮັບ ແລະ ຊົມເຊີຍບັນດາທູດທີ່ໄດ້ ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມຄົນໃໝ່ປະຈໍາ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງ ຄວາມເຊື່ອໝັ້ນວ່າ ດ້ວຍປະສົບການ ທາງດ້ານການທູດ, ບົດຮຽນ ແລະ ຄວາມຮູ້ຄວາມສາມາດທີ່ອຸດົມສົມ ບູນຂອງບັນດາທ່ານທູດ ຈະຊ່ວຍ ສືບຕໍ່ຊຸກຍູ້ ແລະ ສົ່ງເສີມສາຍພົວ ພັນມິດຕະພາບແລະການຮ່ວມມືອັນ ດີທັງໃນຂອບສອງຝ່າຍແລະຫລາຍ ຝ່າຍສືບຕໍ່ໄດ້ຮັບການພັດທະນາຂຶ້ນ ສູ່ບາດກ້າວອັນໃໝ່ໃນຕໍ່ໜ້າ, ຊຸກຍູ້ ການແລກປ່ຽນຢ້ຽມຢາມ ເຊິ່ງກັນ ແລະກັນຂອງການນຳຂັ້ນສູງນຳກັນ ຈົນເຖິງການໄປມາຫາສູ່ລະຫວ່າງ ປະຊາຊົນດ້ວຍກັນ ເພື່ອເປັນພື້ນຖານ ອັນດີໃຫ້ແກ່ການປຶກສາຫາລືຮ່ວມ ກັນໃນຕໍ່ໜ້າ ເປັນຕົ້ນການຮ່ວມມື ດ້ານເສດຖະກິດ-ການຄ້າ, ການລົງ ທຶນ ແລະ ຂະແໜງການອື່ນໆ ທີ່ມີ ທ່າແຮງ ແລະ ມີຄວາມສົນໃຈຮ່ວມ ກັນ. ພ້ອມນີ້, ກໍສະເໜີມາຍັງບັນດາ ທູດຈົ່ງສືບຕໍ່ປະສານສົມທົບຮ່ວມກັບ ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດ ບັນດາບົດບັນທຶກຄວາມເຂົ້າໃຈທີ່ ສອງຝ່າຍໄດ້ຮ່ວມກັນລົງນາມໃຫ້ ປະກົດຜົນເປັນຈິງ, ສະເໜີໃຫ້ບັນດາ ທູດ ໄປຢ້ຽມຢາມບັນດາແຂວງຂອງ ສປປ ລາວ ເພື່ອເບິ່ງການພັດທະນາ ຕົວຈິງຂອງແຂວງ, ຊ່ວຍຍາດແຍ່ງ ແລະ ຂົນຂວາຍບັນດານັກທຸລະກິດ- ນັກລົງທຶນ ທີ່ມີຄວາມສົນໃຈໃຫ້ເຂົ້າ ມາລົງທຶນຢູ່ ສປປ ລາວ ໃຫ້ຫລາຍ ຂຶ້ນ. ໃນໂອກາດນີ້, ທ່ານປະທານປະ ເທດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນ ແລະ ຊ່ວຍ ເຫລືອ ສປປ ລາວ ໃນໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າ ໃນການພັດທະນາເສດຖະກິດ-ສັງ ຄົມ ຂອງ ສປປ ລາວ, ພ້ອມທັງໄດ້ ແຈ້ງໃຫ້ຊາບກ່ຽວກັບການເປັນປະ ທານອາຊຽນຂອງ ສປປ ລາວ ໃນ ປີ 2024 ແລະ ສະແດງຄວາມຫວັງ ວ່າບັນດາທ່ານທູດ ຈະສືບຕໍ່ໄດ້ຮັບ ການຮ່ວມມື ແລະ ສະໜັບສະໜູນ ຊ່ວຍເຫລືອ ສປປ ລາວ ເພື່ອເຮັດ ໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ປະສົບຜົນສໍາເລັດຢ່າງ ຈົບງາມ, ໃນຕອນທ້າຍກໍໄດ້ຝາກ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດໄປຍັງ ບັນດາຜູ້ນໍາຂອງທູດປະເທດເພື່ອນ ມິດທັງໝົດ ແລະ ຖືໂອກາດດັ່ງກ່າວ ອວຍພອນໃຫ້ບັນດາທູດ ຈົ່ງປະສົບ ຜົນສໍາເລັດໃນການປະຕິບັດໜ້າທີ່ ການທູດຢູ່ ສປປ ລາວ ໃນຄັ້ງນີ້. ໃນຂະນະດຽວກັນ, ບັນດາທູດ ທັງໝົດ ກໍໄດ້ສະແດງຄວາມຂອບ ໃຈຕໍ່ຄຳເວົ້າອັນຈົບງາມຂອງທ່ານ ປະທານປະເທດແຫ່ງ ສປປ ລາວ ແລະ ການຕ້ອນຮັບອັນອົບອຸ່ນ ໃນ ໂອກາດມາປະຕິບັດໜ້າທີ່ການທູດຢູ່ ສປປ ລາວ. ພ້ອມນີ້, ກໍເຫັນດີຈະສືບ ຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີໃຫ້ສືບ ຕໍ່ປະກົດຜົນເປັນຈິງ ແລະ ມີປະສິດ ທິຜົນສູງສຸດ ເພື່ອນຳເອົາຜົນປະ ໂຫຍດມາສູ່ປະເທດຊາດ ກໍຄື ປະ ຊາຊົນຂອງທັງສອງປະເທດ. ໃນວັນດຽວກັນ, ທ່ານ ທອງລຸນ ສີສຸລິດ ກໍໄດ້ມອບສານຕາຕັ້ງໃຫ້ ແກ່ບັນດາທູດຂອງລາວ ເພື່ອໄປປະ ຈຳຢູ່ຕ່າງປະເທດ ເຊິ່ງປະກອບມີ: ທ່ານ ສີພັນດອນ ອ້ອຍບົວ ບຸດດີ ເອກ ອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ ຣັດເຊຍ, ທ່ານ ບຸນທະວີ ວິລະວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຊູແອດ, ທ່ານ ຫົງແກ້ວ ສຸກສະຫວັດ ເອກອັກຄະ ລັດຖະທູດ ແຫ່ງ ສປປ ລາວ ປະຈຳ ມົງໂກລີ ແລະ ທ່ານ ເທບຖາວອນ ແສງມະນີ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ມາເລເຊຍ. ໃນໂອກາດດັ່ງກ່າວ, ທ່ານ ທອງ ລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ທ່ານເອກອັກຄະລັດຖະ ທູດທັງ 4 ທ່ານ ທີ່ຈະໄປປະຕິບັດ ໜ້າທີ່ການທູດຢູ່ຕ່າງປະເທດ ຈົ່ງສືບ ຕໍ່ປະກອບສ່ວນສຸມທຸກເຫື່ອແຮງ ແລະ ຄວາມຮູ້ຄວາມສາມາດຂອງ ຕົນ ເຂົ້າໃນການເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືອັນດີ ລະຫວ່າງ ສປປ ລາວ ແລະ ປະເທດເພື່ອນມິດໃຫ້ແຕກດອກ ອອກຜົນຍິ່ງຂຶ້ນ, ຊຸກຍູ້ການຈັດຕັ້ງ ປະຕິບັດບັນດາເອກະສານການ ຮ່ວມມືຕ່າງໆ ທີ່ສອງຝ່າຍໄດ້ລົງ ນາມແລ້ວນັ້ນ ໃຫ້ປະກົດຜົນເປັນ ຈິງຍິ່ງຂຶ້ນ, ຊຸກຍູ້ການພົບປະແລກ ປ່ຽນ ແລະ ການໄປມາຫາສູ່ກັນລະ ຫວ່າງ ຂັ້ນການນຳປະເທດ ແລະປະ ຊາຊົນດ້ວຍກັນ, ຍາດແຍ່ງ ເອົາການ ຮ່ວມມື ແລະ ການສະໜັບສະໜູນ ຊ່ວຍເຫລືອດ້ານຕ່າງໆຈາກສາກົນ, ເອົາໃຈໃສ່ໂຄສະນາຂົນຂວາຍບັນ ດານັກລົງທຶນ, ນັກທຸລະກິດ ແລະນັກ ທ່ອງທ່ຽວຕ່າງປະເທດໃຫ້ເຂົ້າມາ ສປປ ລາວ ຫລາຍຂຶ້ນ ໂດຍສະເພາະ ໃນປີ2024ນີ້ສປປລາວຈະເປັນປະ ທານອາຊຽນ ແລະ ກໍຖືເປັນປີທ່ອງ ທ່ຽວລາວ. ທັງນີ້ ກໍເພື່ອນຳເອົາຜົນ ປະໂຫຍດສູງສຸດມາສູ່ປະຊາຊົນ ລາວບັນດາເຜົ່າ, ປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄື ເພື່ອລຶບລ້າງຄວາມທຸກຍາກໃຫ້ແກ່ ປະຊາຊົນລາວ ແລະ ໃຫ້ສາມາດນຳ ພາປະເທດຊາດອອກຈາກສະຖານະ ພາບດ້ອຍພັດທະນາໃນປີ 2026 ຕາມເປົ້າໝາຍທີ່ວາງໄວ້. ພາບ: ຂັນໄຊ ຂປລ. ໃນວັນທີ 3 ກໍລະກົດ 2024ນີ້, ກະຊວງການຕ່າງປະເທດ ຈັດກອງປະຊຸມ ລາຍງານຄວາມຄືບ ໜ້າການກະກຽມເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ເຊິ່ງ ຈະຈັດຂຶ້ນໃນລະຫວ່າງວັນທີ 2127 ກໍລະກົດ 2024 ທີ່ຈະມາເຖິງ ນີ້, ທີ່ຫໍປະຊຸມແຫ່ງຊາດ, ນະຄອນ ຫລວງວຽງຈັນ. ກອງປະຊຸມຄັ້ງນີ້, ຈັດຂຶ້ນໂດຍການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ, ຮອງປະ ທານ, ຜູ້ປະຈໍາການຄະນະກໍາມະ ການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາ ຊຽນ ຂອງ ສປປ ລາວ ໃນປີ 2024, ບັນດາ ຮອງລັດຖະມົນຕີ, ຮອງເຈົ້າ ຄອງນະຄອນຫລວງວຽງຈັນ, ຄະ ນະກົມ ແລະ ພະນັກງານທີ່ກ່ຽວ ຂ້ອງຈາກບັນດາກະຊວງ, ຂະແໜງ ການຕ່າງໆ ເຂົ້າຮ່ວມ. ກອງປະຊຸມໄດ້ສືບຕໍ່ປຶກສາຫາ ລື ແລະ ກວດກາຄືນຄວາມຄືບໜ້າ ບັນດາໜ້າວຽກຂອງແຕ່ລະອະນຸກຳ ມະການ ເຊັ່ນ: ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ການ ຈັດສັນສະຖານທີ່ພັກສຳລັບລັດຖະ ມົນຕີ ແລະ ຄະນະຜູ້ແທນຫລາຍ ກວ່າ 34 ປະເທດ ທີ່ຈະມາຮ່ວມປະ ຊຸມ, ຄວາມພ້ອມຂອງສະຖານທີ່ ປະຊຸມ, ການກະກຽມດ້ານພາຫະນະ ຮັບໃຊ້ລັດຖະມົນຕີ, ເຈົ້າໜ້າທີ່ອາວຸ ໂສແລະບັນດາຄະນະຜູ້ແທນ,ຄວາມ ເປັນລະບຽບພາຍໃນຕົວເມືອງນະ ຄອນຫລວງວຽງຈັນ ເປັນຕົ້ນການ ປັບປຸງຖະໜົນຫົນທາງ ແລະ ຄວາມ ເປັນລະບຽບດ້ານຈາລະຈອນ, ຄວາມພ້ອມດ້ານສະໜາມບິນ, ຄວາມພ້ອມດ້ານລະບົບການສື່ສານ ແລະ ອິນເຕີເນັດ, ບຸກຄະລາກອນຮັບ ໃຊ້ກອງປະຊຸມ, ຄວາມພ້ອມດ້ານ ສະຖານທີ່ທ່ອງທ່ຽວ ແລະ ວຽກ ອື່ນໆທີ່ກ່ຽວຂ້ອງ. ຜ່ານການປຶກ ສາຫາລື ເຫັນວ່າ ການກະກຽມບັນ ດາໜ້າວຽກຂອງແຕ່ລະອະນຸກໍາ ມະການມີຄວາມຄືບໜ້າດີ. ໃນຕອນທ້າຍຂອງກອງປະ ຊຸມ, ທ່ານຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ເນັ້ນໃຫ້ ບັນດາອະນຸກໍາມະການ ສືບຕໍ່ດໍາ ເນີນໜ້າວຽກຂອງຕົນດ້ວຍຄວາມ ເອົາໃຈໃສ່ ແລະ ມີຄວາມຮັບຜິດ ຊອບສູງເພື່ອຮັບປະກັນໃຫ້ການເປັນ ເຈົ້າພາບ ແລະ ປະທານກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມອື່ນໆທີ່ ກ່ຽວຂ້ອງ ເຊິ່ງຈະຈັດຂຶ້ນໃນວັນທີ 21-27 ກໍລະກົດ 2024 ທີ່ຫໍປະຊຸມ ແຫ່ງຊາດ, ນະຄອນຫລວງວຽງຈັນ ໃຫ້ໄດ້ຮັບຜົນສໍາລັດຢ່າງຈົບງາມ. ກົມກົດໝາຍກະຊວງປ້ອງກັນປະ ເທດ ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ. ໃນກອງປະຊຸມ, ໄດ້ຜ່ານຮ່າງລັດ ຖະບັນຍັດວ່າດ້ວຍເຂດຍຸດທະສາດ ປ້ອງກັນຊາດ ເຊິ່ງຮ່າງລັດຖະບັນ ຍັດດັ່ງກ່າວ ປະກອບມີ 9 ໝວດ 34 ມາດຕາ, ໃນນີ້ໄດ້ກຳນົດຫລັກ ການ, ລະບຽບການ ແລະ ມາດຕະ ການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາ ເຂດຍຸດທະສາດ ປ້ອງກັນຊາດ ເພື່ອເຮັດໃຫ້ເຂດດັ່ງ ກ່າວ ໄດ້ຮັບການປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ໃຫ້ຖືກຕ້ອງ, ສອດຄ່ອງຕາມແຜນຍຸດທະສາດ ປ້ອງກັນຊາດ ແນໃສ່ຮັບປະກັນ ຄວາມໝັ້ນຄົງຂອງຊາດ, ສ້າງເງື່ອນ ໄຂໃນການພັດທະນາເສດຖະກິດສັງຄົມຕິດພັນກັບວຽກງານປ້ອງກັນ ຊາດປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ພັດທະນາປະ ເທດຊາດ. ຈາກນັ້ນ, ຜູ້ເຂົ້າຮ່ວມ ກໍໄດ້ພ້ອມ ກັນຄົ້ນຄວ້າປະກອບຄໍາຄິດເຫັນໃສ່ ຮ່າງລັດຖະບັນຍັດ ວ່າດ້ວຍເຂດຍຸດ ທະສາດປ້ອງກັນຊາດ ຢ່າງກົງໄປ ກົງມາ ເຮັດໃຫ້ເນື້ອໃນຮ່າງລັດຖະ ບັນຍັດດັ່ງກ່າວ ຖືກຕ້ອງສອດຄ່ອງ ກັບການຄຸ້ມຄອງ, ກວດກາ, ປົກປັກ ຮັກສາ, ນຳໃຊ້ ແລະ ພັດທະນາເຂດ ຍຸດທະສາດປ້ອງກັນຊາດຕົວຈິງໃນ ປັດຈຸບັນ. ຂ່າວ: ນາງ ນົກ + ຄຳໄຕ

RkJQdWJsaXNoZXIy MTc3MTYxMQ==