5908

xtgmf]k; 6 03/07/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ສຸວັນນະ 7;k,9egxa o0v'dkoles];frq o]tg,n v' c]t muj 16j vkwl ໂດຍ: ເກີດຂວັນໃຈ ມາລີຈັນສີ ລົດໄຟລາວ-ຈີນ ນັ້ນຄືໂອກາດ ສໍາ ຄັນຈະປ່ຽນໃບໜ້າ ແລະ ສະຖານະ ຂອງລາວ ເປັນປະເທດເຊື່ອມໂຍງ ເຊື່ອມຈອດກັບພາກພື້ນ-ສາກົນ ແລະ ປະເທດອື່ນໆໃນໂລກ ເຊິ່ງນັ້ນ ໝາຍວ່າຜ່ານມາລາວໄດ້ພົບພໍ້ ແລະ ຜະເຊີນໜ້າກັບການແພ່ລະບາດພະ ຍາດໂຄວິດ-19 ອັນໄດ້ເຮັດໃຫ້ກະ ທົບຕໍ່ສະພາບລວມຂອງປະເທດ ຫຍຸ້ງຍາກ ມາຮອດປີ 2022 ພະ ຍາດດັ່ງກ່າວໄດ້ຈາຍຫາຍໄປ ແລະ ເປີດປະເທດຢ່າງທາງການຈະຊ່ວຍ ເຮັດໃຫ້ ສປປ ລາວ ໄດ້ຮັບໂອກາດ ໃໝ່ໆ ແລະ ມີສິ່ງທ້າທາຍແຕກຕ່າງ ກັນດີຂຶ້ນເປັນກ້າວໆໂດຍສະເພາະ ການບໍລິການທ່ອງທ່ຽວຕິດພັນກັບ ເສັ້ນທາງລົດໄຟລາວ-ຈີນ ຈະເຮັດ ໃຫ້ເສດຖະກິດຂອງລາວ ຄ່ອຍໆ ດີຂຶ້ນຢ່າງໜ້າສົນໃຈ. ດັ່ງທີ່ຮູ້ນໍາ ກັນ, ເສັ້ນທາງລົດໄຟ ລາວ- ຈີນ ເປັນສ່ວນໜຶ່ງຂອງເສັ້ນທາງສາກົນ ແລະ ເປັນປະຕູອາຊຽນທີ່ມີປະຊາ ກອນລວມກັນທັງໝົດ 600 ລ້ານ ຄົນ ເຊິ່ງຈະກາຍເປັນໂອກາດປະ ກອບສ່ວນເຂົ້າໃນການພັດທະນາ ເສດຖະກິດສັງຄົມ, ການແກ້ໄຂ ຄວາມທຸກຍາກ, ການສ້າງວຽກເຮັດ ງານທໍາ, ການຍົກລະດັບຊີວິດການ ເປັນຢູ່ດີຂຶ້ນ ລະຫວ່າງອາຊຽນ, ສປ ຈີນ ແລະ ບັນດາຂົງເຂດອື່ນໆ. ຫລ້າສຸດໃນ ວັນທີ 26 ມິຖຸນານີ້, ກະຊວງ ຖວທ ແຫ່ງ ສປປ ລາວ ໄດ້ ເຊັນເອກະສານເລກທີ 29 ກ່ຽວກັບ “ລາຍລະອຽດໃນການປະຕິບັດ ນະ ໂຍບາຍວີຊາຕໍ່ນັກທ່ອງທ່ຽວຈີນສະ ເພາະໃນປີທ່ອງທ່ຽວລາວ 2024” ໂດຍລະບຸວ່າ: ນັກທ່ອງທ່ຽວ ຈີນ ຜູ້ ຖືພາສປອດທຳມະດາ ສາມາດເຂົ້າ ໄປທ່ຽວປະເທດລາວ 15 ວັນ ແບບ ຍົກເວັ້ນວີຊາ ໂດຍຜ່ານການຈັດຕັ້ງ ຂອງບໍລິສັດທ່ອງທ່ຽວ ເຊິ່ງຈະປະ ຕິບັດແຕ່ວັນທີ 1 ກໍລະກົດຫາວັນທີ 31 ທັນວາປີ 2024. ການປະກາດ ຍົກເວັ້ນວີຊາໃຫ້ນັກທ່ອງທ່ຽວຈີນ ຄັ້ງນີ້ບໍ່ພຽງເອື້ອອໍານວຍຄວາມສະ ດວກສະບາຍໃຫ້ນັກທ່ອງທ່ຽວເທົ່າ ນັ້ນ ຫາກຍັງເປັນການຊຸກຍູ້ສົ່ງເສີມ ການພັດທະນາເສດຖະກິດ-ສັງຄົມ, ]k; pq dg;A o;u -k.sh oa dmj v'mj P;9u o * ພາກອຸດສາຫະກໍາທ່ອງທ່ຽວ ໃນບັນດາ 10 ປະເທດສະມາຊິກອາ ຊຽນພວມເຕີບໃຫຍ່ຂະຫຍາຍຕົວ ແບບກ້າວກະໂດດ ພາຍຫລັງພະ ຍາດ ໂຄວິດ-2019 ຈາງຫາຍໄປ ແລະ ໄດ້ເປີດປະເທດໄປມາຫາສູ່ກັນ ປົກກະຕິນັບແຕ່ປີ 2022 ເປັນຕົ້ນ ມາຂະນະທີ່ສປປລາວ, ໄທ, ຫວຽດ ນາມ, ກໍາປູເຈຍ, ສິງກະໂປ, ມາເລ ເຊຍ, ອິນໂດເນເຊຍກາຍເປັນຈຸດດຶງ ດູດນັກທ່ອງທ່ຽວຊາວຈີນ, ສ ເກົາ ຫລີ, ຍີ່ປຸ່ນ, ເອີຣົບ, ອາເມລິກາ ເພີ່ມ ຂຶ້ນຢ່າງຕໍ່ເນື່ອງ ຍ້ອນວ່າອາຊຽນ ເປັນຂົງເຂດທີ່ມີຄວາມສະຫງົບທີ່ ສຸດ ແລະ ມີສະຖຽນລະພາບດ້ານ ການເມືອງຂ້ອນຂ້າງດີກວ່າຂົງ ເຂດອື່ນໆ. ອີງຕາມທະນາຄານໂລກ ແລະ ທະນາຄານພັດທະນາອາຊີໄດ້ລາຍ ງານ ເມື່ອບໍ່ດົນມານີ້ວ່າພາກອຸດສາ ຫະກໍາທ່ອງທ່ຽວຈະຊ່ວຍເຮັດໃຫ້ເສດ ຖະກິດໂລກຄ່ອຍໆຟື້ນຕົວຂຶ້ນຕາມ ລໍາດັບ ໜຶ່ງໃນນັ້ນ ສປປ ລາວ ແມ່ນ ໜຶ່ງໃນບັນດາ 10ປະເທດສະມາຊິກ ອາຊຽນ ທີ່ບໍ່ມີຊາຍແດນດ້ານໃດ ຕິດຈອດກັບທະເລ ແຕ່ມີເສັ້ນທາງ ການສ້າງວຽກເຮັດງານທໍາ, ດຶງ ດູດເງິນຕາຕ່າງປະເທດ, ການສ້າງ ຄວາມເຊື່ອໝັ້ນຢ່າງໜັກແໜ້ນລະ ຫວ່າງສອງປະເທດ. ອີງຕາມແຫລ່ງຂ່າວຂອງຈີນ ໄດ້ລາຍງານວ່າ: ນັບແຕ່ໄທໄດ້ປະຕິ ບັດນະໂຍບາຍຍົກເວັ້ນວີຊາໃຫ້ນັກ ທ່ອງທ່ຽວຈີນ ໃນວັນທີ 25 ກັນຍາ ປີ 2023 ແລະ ໄດ້ປະຕິບັດນະໂຍ ບາຍຍົກເວັ້ນວີຊາຖາວອນຕໍ່ພົນລະ ເມືອງຈີນ ແຕ່ວັນ ທີ 1 ມີນາປີນີ້ເປັນ ຕົ້ນມາ, ນັກທ່ອງທ່ຽວຈີນ ທີ່ໄປ ທ່ຽວໄທ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ. ນັບແຕ່ວັນທີ 1 ມັງກອນ ຫາ ວັນທີ 9 ມິຖຸນາປີ 2024, ໄທໄດ້ຕ້ອນ ຮັບນັກທ່ອງທ່ຽວຕ່າງປະເທດ ທັງ ໝົດ 15,54 ລ້ານຄົນ ໃນນັ້ນ, ນັກ ທ່ອງທ່ຽວຈີນ ມີຫລາຍກວ່າ 3 ລ້ານຄົນ ແລະ ເປັນອັນດັບ ໜຶ່ງໃນ ນັກທ່ອງທ່ຽວຕ່າງປະເທດທີ່ໄປ ທ່ຽວໄທ. ນັບແຕ່ມາເລເຊຍ ໄດ້ປະ ຕິບັດນະໂຍບາຍຍົກເວັ້ນວີຊາຕໍ່ພົນ ລະເມືອງຈີນແຕ່ວັນທີ 1 ທັນວາປີ 2023ເປັນຕົ້ນມາ,ລະຫວ່າງເດືອນ ທັນວາປີກາຍຫາເດືອນເມສາປີນີ້, ນັກທ່ອງທ່ຽວຈີນທີ່ໄປທ່ຽວ ມາເລ ເຊຍໄດ້ບັນລຸເຖິງ1,124ລ້ານ ເທື່ອ ຄົນ, ເພີ່ມຂຶ້ນເກືອບ 2,4 ເທົ່າ ເມື່ອ ທຽບໃສ່ເດືອນທັນວາ ປີ 2022 ຫາ ເດືອນເມສາ ປີ 2023. ເຖິງຢ່າງໃດກໍດີ ກະຊວງ ຖວທ ຂອງ ສປປ ລາວ ໄດ້ລາຍງານວ່າ: ພັກ-ລັດຖະບານລາວ ຖືເອົາວຽກ ງານທ່ອງທ່ຽວເປັນໜຶ່ງໃນຍຸດທະ ສາດສໍາຄັນປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ, ແກ້ໄຂຄວາມທຸກຍາກ, ສ້າງວຽກ ເຮັດງານທໍາ ນອກຈາກນັ້ນທ່ອງ ທ່ຽວຍັງເປັນແຫລ່ງລາຍຮັບອັນດັບ ຕົ້ນໆຂອງປະເທດ, ໃນປີ 20182019ມີນັກທ່ອງທ່ຽວເຂົ້າມາຢ້ຽມ ຢາມລາວ ເກືອບ 5 ລ້ານຄົນ ໃນນັ້ນ ມີນັກທ່ອງທ່ຽວຈີນເຖິງ1 ລ້ານຄົນ, ສ້າງໄດ້ຮັບລວມເກືອບ 700 ລ້ານ ໂດລາ. ສະເພາະປີ 2024 ນີ້ ສປປ ລາວ ໄດ້ເປີດປີທ່ອງທ່ຽວຄາດວ່າ ຈະມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ລາວ ຢ່າງໜ້ອຍ 3 ລ້ານຄົນ ແລະ ສ້າງລາຍຮັບເຂົ້າປະເທດ ປະມານ 3-4 ລ້ານໂດລາ. * ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ແມ່ນການເກັບກໍາຂໍ້ມູນ ທາງດ້ານຄຸນລັກສະນະຂອງພົນລະ ເມືອງ, ການຂະຫຍາຍຕົວຂອງພົນ ລະເມືອງ, ການເກີດ, ການເສຍຊີ ວິດ, ຄວາມພິການ, ການຍົກຍ້າຍ, ແຮງງານ, ການຈົດທະບຽນການ ເກີດ, ຄຸນລັກສະນະຂອງທີ່ຢູ່ອາໄສ ແລະ ການເຂົ້າເຖິງການບໍລິການ ຕ່າງໆ ຂອງພົນລະເມືອງ ໃນ ສປປ ລາວ ໄລຍະ 10 ປີ ຜ່ານມາ ເພື່ອ ສ້າງ ແລະ ປັບປຸງລະບົບຂໍ້ມູນຂ່າວ ສານ ເພື່ອຕິດຕາມສະພາບການ ປ່ຽນແປງດ້ານປະຊາກອນ. ຜົນຈາກການສຳຫລວດ ພົນລະ ເມືອງແລະທີ່ຢູ່ອາໄສໃນໄລຍະຜ່ານ ມາ ເຫັນວ່າຕະຫລອດໄລຍະ 3 ທົດ ສະວັດຜ່ານມາ ອັດຕາການເພີ່ມຂຶ້ນ ຂອງພົນລະເມືອງແມ່ນມີທ່າອ່ຽງທີ່ ຫລຸດລົງ. ໃນໄລຍະ ແຕ່ປີ 19851995 ອັດຕາການເພີ່ມຂຶ້ນຂອງພົນ ລະເມືອງ ສະເລ່ຍແມ່ນ 2,47% ຕໍ່ປີ, ແຕ່ໃນທົດສະວັດຕໍ່ມາ ໃນໄລ ຍະ ປີ 1995-2005 ເຫັນວ່າ ອັດ ຕາການເພີ່ມຂຶ້ນຂອງພົນລະເມືອງ ຫລຸດລົງມາເປັນ 2,08% ຕໍ່ປີ ແລະ ໃນໄລຍະປີ 2005-2015 ອັດຕາ ການເພີ່ມຂຶ້ນຂອງພົນລະເມືອງ ຫລຸດລົງມາເປັນ1,45%ຕໍ່ປີ. ການ ສໍາຫລວດພົນລະເມືອງ ແລະ ທີ່ຢູ່ ອາໄສໃນຄັ້ງນີ້ ຈະເປັນແຫລ່ງຂໍ້ມູນ ທີ່ສໍາຄັນໃນການຕີລາຄາ ສະພາບ 10 ປີທີ່ຜ່ານມາ ເພື່ອຮັບໃຊ້ໃຫ້ແກ່ ການຕິດຕາມ ແລະ ປະເມີນການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ການກະກຽມສ້າງແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ທັງເປັນການສ້າງບົດລາຍ ງານແຫ່ງຊາດແບບສະໝັກໃຈຂອງ ລັດຖະບານ ລວມທັງການຕິດຕາມ ເປົ້າໝາຍການພັດທະນາແບບຍືນ ຍົງ ແລະ ວິໄສທັດຮອດປີ 2030. ສຳລັບຄວາມຕ້ອງການທຶນທັງໝົດ ທີ່ຈະນຳໃຊ້ເຂົ້າໃນການສໍາຫລວດ ຄັ້ງນີ້ລວມທັງການຊ່ວຍເຫລືອທາງ ດ້ານວິຊາການ ຄາດຄະເນວ່າ ປະ ມານ 321 ຕື້ກີບ ຫລື ປະມານ 22 ລ້ານໂດລາ. ໃນຈຳນວນດັ່ງກ່າວ ລັດຖະບານ ໄດ້ນຳສະເໜີເຂົ້າໃນ ແຜນງົບປະມານການລົງທຶນຂອງ ລັດ ສໍາລັບໂຄງການສົ່ງເສີມວິຊາ ການໃນໄລຍະ 2023-2025 ທັງ ໝົດປະມານ60ຕື້ກີບ(ຫລືປະມານ 4,2 ລ້ານໂດລາ); ສ່ວນທີ່ເຫລືອ ແມ່ນຈະໄດ້ສືບຕໍ່ລະດົມຈາກບັນດາ ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມ ພັດທະນາ. ການສຳຫລວດຄັ້ງທີVມີຄວາມ ສຳຄັນຫລາຍ ເພາະຈະເປັນພື້ນ ຖານໃຫ້ແກ່ການຕີລາຄາຜົນສໍາ ເລັດ ແລະ ວາງແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ຄັ້ງທີ X ກໍຄືການບັນລຸການ ຫລຸດພົ້ນຈາກປະເທດດ້ອຍພັດທະ ນາ ແລະ ເປົ້າໝາຍພັດທະນາແບບ ຍືນຍົງ 2030.

RkJQdWJsaXNoZXIy MTc3MTYxMQ==